7241

dv'xt-5 ,gl;tok 9u o.o]tf6 [ko.\j Ij ;,da ogxu f|h k.\j csj 'dkolh k'76j Ij ;,-k8kde ]k;{9u o wfh 9a f0B omuj ot7vos];';P'9a o fh ;pzq oleg]a f “ ” ປະຕິບັດລະບົບປະກັນສັງຄົມທີ່ ຄົບຖ້ວນ ແລະ ລົງເລິກປະຕິຮູບ ສາທາລະນະສຸກ 3). ການຍຶດຖື ຫລັກການຫັນເປັນທັນສະໄໝແບບ ຈີນ ທີ່ປະຊາຊົນທຸກທົ່ວໜ້າຮັ່ງມີໄປ ພ້ອມກັນໄດ້ເປັນການຢັ້ງຢືນເຖິງ ການເອົາໃຈໃສ່ປະຊາຊົນເໜືອກວ່າ ສິ່ງອື່ນໃດທັງໝົດ. ແຜນພັດທະນາ 5 ປີຄັ້ງທີ 15 ຂອງພັກກອມມູນິດຈີນ ໄດ້ສົ່ງຜົນ ທີ່ດີໃຫ້ແກ່ການພັດທະນາຢູ່ ສປປ ລາວ ດັ່ງນີ້:1). ດ້ານການເມືອງ: ການກຳນົດທິດທາງພັດທະນາທີ່ ມີຄຸນນະພາບສູງໃນ 5 ປີຂ້າງໜ້າ ຂອງຈີນ ບໍ່ພຽງແຕ່ໄດ້ວາດພາບ ອັນຍິ່ງໃຫຍ່ແຫ່ງການຫັນເປັນທັນ ສະໄໝແບບຈີນເທົ່ານັ້ນ, ຍັງຈະເພີ່ມ ເນື້ອໃນອັນອຸດົມສົມບູນໃນຍຸກໃໝ່ ໃຫ້ແກ່ການຮ່ວມກັນສ້າງຄູ່ຮ່ວມ ຊາຕາກຳ ລາວ-ຈີນ ອີກໃຫ້ ໄດ້ຮັບ ໝາກຜົນ ແລະ ຈະຊຸກຍູ້ສາຍພົວພັນ ລະຫວ່າງ ຈີນ-ລາວ ເຂົ້າສູ່ລວງ ເລິກຢ່າງເປັນຮູບປະທຳ.2). ດ້ານ ເສດຖະກິດ: ການຮ່ວມກັນສ້າງ ໜຶ່ງ ແລວ ໜຶ່ງເສັ້ນທາງ ທີ່ມີຄຸນນະພາບ ສູງເປັນທິດທາງສຳຄັນສຳລັບການ ຮ່ວມມືລະຫວ່າງ ຈີນ-ລາວ. ໃນ 5 ປີຂ້າງໜ້າການຮ່ວມມືຈີນ-ລາວ ຈະບໍ່ຖືກຈຳກັດຢູ່ພຽງແຕ່ການສ້າງ ພື້ນຖານໂຄງລ່າງດ້ານຄົມມະນາຄົມ ຢ່າງດຽວເທົ່ານັ້ນ, ຫາກຈະຫັນໄປ ສູ່ການຍົກລະດັບຢ່າງຮອບດ້ານ ເຊັ່ນ: ເປັນສູນກາງຈໍລະຈອນສິນຄ້າ, ນິຄົມອຸດສາຫະກຳ, ເສດຖະກິດ ດິຈີຕອນ ແລະ ອື່ນໆ. ສິ່ງນີ້ຖືເປັນ ປ່ອງຢ້ຽມໃໝ່ແຫ່ງການພັດທະນາ ແບບກ້າວກະໂດດສໍາລັບລາວ.3). ດ້ານວັດທະນະທຳ-ສັງຄົມ: ຈີນໄດ້ ມີບົດຮຽນໃນການແກ້ໄຂຄວາມ ທຸກຍາກຂອງປະຊາຊົນທີ່ປະສົບ ຜົນສຳເລັດ; ຈີນມີບົດຮຽນໃນການ ພັດທະນາການສຶກສາ, ການແພດ, ການປິ່ນປົວ ແລະ ການປົກປັກຮັກ ສາອະລິຍະທຳຂອງຈີນ, ພ້ອມທັງ ມີບົດຮຽນໃນການພັດທະນາວັດ ທະນຳດ້ານວັດຖຸ ແລະ ຈິດໃຈໄປ ກົມກຽວກັນ.4). ດ້ານການພົວພັນ ຕ່າງປະເທດ: ປີ 2026 ເປັນປີແຫ່ງ ການສ້າງຕັ້ງສາຍພົວພັນທາງການ ທູດລະຫວ່າງຈີນ-ລາວຄົບຮອບ65 ປີທັງເປັນປີມິດຕະພາບ ຈີນ-ລາວ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ XV ຂອງຈີນ ຈະເພີ່ມຄວາມໝາຍສໍາຄັນພິເສດ ກໍຄື ເພີ່ມແຮງຂັບເຄື່ອນທີ່ແຂງແຮງໃຫ້ ການພົວພັນລະຫວ່າງສອງປະເທດ ແຕກດອກອອກຜົນຍິ່ງຂຶ້ນ. ທ່ານ ວົງສະຫວັນ ໄຊຍະວົງ່ົັົ ປະທານປົກຄອງແຂວງອຸດົມໄຊົຸົ ໄດ້ ກ່າວຄຳປາໄສທີ່ໜ້າສົນໃຈກ່ຽວກັບ “ການພັດທະນາພະລັງງານສີຂຽວ ກັບການພັດທະນາເສດຖະກິດໃນ ພາກເໜືອຂອງລາວ.” ທ່ານຊີ້ໃຫ້ ເຫັນວ່າ: ການພັດທະນາສີຂຽວ ແມ່ນທ່າອ່ຽງລວມທີ່ຕ້ອງເປັນ ໄປ, ແມ່ນເນື້ອໃນພື້ນຖານຂອງ ການພັດທະນາຢູ່ ສປປ ລາວ ຕາມ ແນວທາງປ່ຽນແປງໃໝ່. ແຂວງ ອຸດົມໄຊ ມີຄວາມອຸດົມສົມບູນໄປ ດ້ວຍແຫລ່ງຊັບພະຍາກອນທໍາມະ ຊາດ ມີພື້ນທີ່ເໜາະສົມໃນການພັດ ທະນາພະລັງງານສະອາດ ແລະ ອຶ່ນໆມີຍຸດທະສາດທີ່ສຳຄັນທາງ ດ້ານຄົມມະນາຄົມເປັນຈຸດເຊື່ອມ 24/03/2026 xtgmf]k; 5 gsfdko c]t dkora fa mtok ໂຍງພະລັງງານ ກັບ ສປ ຈີນ ແລະ ບັນດາແຂວງພາກເໜືອ. ໃນປັດຈຸ ບັນທົ່ວແຂວງອຸດົມໄຊ ມີໂຄງການ ພັດທະນາພະລັງງານສະອາດທັງ ໝົດ 15 ໂຄງການ, ສໍາລັບໂຄງການ ພັດທະນາພະລັງງານແສງຕາເວັນ ໄດ້ຈັດຕັ້ງປະຕິບັດສໍາເລັດແລ້ວ 1 ໂຄງການ, ມີກໍາລັງຕິດຕັ້ງເຖິງ 1.000 ເມກາວັດ ແມ່ນໂຄງການ ຜະລິດພະລັງງານສະອາດ, ເປັນ ມິດກັບສິ່ງແວດລ້ອມທີ່ມີຂະໜາດ ໃຫຍ່ທີ່ສຸດໃນ ສປປ ລາວ ແລະ ໃຫຍ່ ທີ່ສຸດໃນ 11 ປະເທດອາຊຽນ ຊຶ່ງ ສ່ວນໃຫຍ່ແມ່ນການລົງທຶນຈາກ ສປ ຈີນ. ຜົນສໍາເລັດໃນການພັດທະນາ ໂຄງການພັດທະນາພະລັງງານແສງ ຕາເວັນຢູ່ແຂວງອຸດົມໄຊ ແມ່ນຜົນ ສໍາເລັດທີ່ສໍາຄັນ, ກາຍເປັນພື້ນຖານ ທີ່ສໍາຄັນໃຫ້ແກ່ການພັດທະນາເສດ ຖະກິດ-ສັງຄົມຢູ່ພາຍໃນແຂວງ ອຸດົມໄຊ ແລະ ການຊ່ວຍໜູນໃຫ້ ແກ່ການພັດທະນາບັນດາແຂວງໃນ ເຂດພາກເໜືອຂອງ ສປປ ລາວ. ອັນ ສໍາຄັນແມ່ນໄດ້ຕິດພັນຢ່າງສະໜິດ ແໜ້ນກັບການປະຕິບັດຍຸດທະສາດ ການພັດທະນາຊົນນະບົດ, ການ ສ້າງບ້ານພັດທະນາ, ການສ້າງ ວຽກເຮັດງານທໍາ, ການສ້າງລາຍ ຮັບ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ. ພວກເຮົາມີຄວາມພາກພູມໃຈ ເປັນຢ່າງຍິ່ງທີ່ເຫັນວ່າ: ຜົນສໍາເລັດ ໃນການພັດທະນາພະລັງງານແສງ ຕາເວັນ ໄດ້ສ້າງພື້ນຖານທີ່ສໍາຄັນ ໃຫ້ແກ່ການພັດທະນາເສດຖະກິດສັງຄົມຢູ່ພາຍໃນແຂວງອຸດົມໄຊ, ໂຄງການພັດທະນາໄຟຟ້າແສງ ຕາເວັນ ໄດ້ກະທົບໃນທາງບວກ ຢ່າງແຂງແຮງເຂົ້າໃສ່ຂະບວນ ການພັດທະນາຊົນນະບົດ, ເຮັດໃຫ້ ການພັດທະນາຊົນນະບົດມີບັນຍາ ກາດຟົດຟື້ນ ແລະ ມີຄວາມຕັ້ງໜ້າ ຫລາຍ. ອັນສໍາຄັນແມ່ນມັນເຮັດ ໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ບັນດາເຜົ່າໄດ້ຮັບການປັບປຸງດີ ຂຶ້ນ, ສ້າງການຫັນປ່ຽນວິທີການ ທໍາມາຫາກິນຂອງປະຊາຊົນບັນດາ ເຜົ່າຢ່າງຈະແຈ້ງ, ມີຫລາຍບ້ານ, ຫລາຍຄອບຄົວ ກາຍເປັນຕົວແບບ ທີ່ດີໃນການປູກຝັງ, ການລ້ຽງສັດ, ການເຮັດຫັດຖະກຳ ແລະ ການຜະ ລິດເປັນສິນຄ້າ. ປີ 2026 ແມ່ນປີໜຶ່ງທີ່ມີ ຄວາມສໍາຄັນສໍາລັບການພົວພັນ ລາວ-ຈີນ ນັ້ນຄື ການສ້າງຕັ້ງສາຍ ພົວພັນການທູດ ລາວ-ຈີນ ໄດ້ວຽນ ມາຄົບຮອບ 65 ປີ, ຂ້າພະເຈົ້າ ຢືນຢັນວ່າ: ການພົວພັນຖານຄູ່ ຮ່ວມຍຸດທະສາດຮອບດ້ານ ລາວຈີນ”ໄດ້ເປັນເງື່ອນໄຂໃໝ່, ເປັນການ ສ້າງໂອກາດເຮັດໃຫ້ການພົວພັນ, ຮ່ວມມືກ້າວເຂົ້າສູ່ຍຸກສະໄໝໃໝ່ ແຫ່ງການພົວພັນລະຫວ່າງ ລາວຈີນ ສຳລັບທິດທາງໜ້າທີ່ໃນຕໍ່ໜ້າ, ແຂວງອຸດົມໄຊ ພວກຂ້າພະເຈົ້າ ຈະສືບຕໍ່ຜັນຂະຫຍາຍທິດທາງ, ໜ້າທີ່ ແລະ ຄາດໝາຍລວມ ຊຶ່ງ ໄດ້ກຳນົດໄວ້ຢູ່ໃນວິໄສທັດ, ແຜນ ຍຸດທະສາດ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມຂອງແຂວງ. ສຸມ ໃສ່ພັດທະນາວຽກງານພະລັງງານ ໃຫ້ກົມກຽວກັບແຜນພັດທະນາ ເສດຖະກິດ-ສັງຄົມຂອງແຂວງ ແລະ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ, ບົນພື້ນຖານພັດ ທະນາໃຫ້ຂະຫຍາຍຕົວດ້ວຍຈັງ ຫວະທີ່ໜັກແໜ້ນ, ມີຄຸນນະພາບ, ຍືນຍົງ, ສີຂຽວ ແລະ ສອດຄ່ອງກັບ ທ່າອ່ຽງລວມຂອງການເຊື່ອມໂຍງ ພາກພື້ນ ແລະ ສາກົນ. ຄຸນຄ່າຫລັກຂອງໂມເດວຂະໜາດ ໃຫຍ່ພາສາລາວນີ້, ແມ່ນສາມາດ ແປພາສາແບບສົດໆລະຫວ່າງ ພາ ສາຈີນ, ລາວ ແລະ ອັງກິດ 3 ພາສາ ໄດ້ຢ່າງສະບາຍ. 2. ແມ່ນເລື່ອງກ່ຽວຂ້ອງກັບ “ກະສິກຳອັດສະລິຍະ, ເສີມສ້າງ ຮາກຖານທີ່ແຂງແກ່ນແກ່ການດຳ ລົງຊີວິດຂອງປະຊາຊົນ”. ພວກ ເຮົາໄດ້ເພີ່ມທະວີການຮ່ວມມືກັບ ວິສາຫະກິດຈີນ, ນຳເອົາລະບົບ ຕິດຕາມກວດກາກະສິກຳດ້ວຍປັນ ຍາປະດິດໄປນໍາໃຊ້ຢູ່ບາງຟາມ ໃນນະຄອນຫລວງວຽງຈັນ ແລະ ແຂວງຫລວງພະບາງ ເຊິ່ງໄດ້ຮັບ ຜົນສຳເລັດດີ, ເຮັດໃຫ້ກະສິກຳ ລາວ ກ້າວໄປສູ່ທິດທາງຫັນເປັນ ອັດສະລິຍະ. ຕົວຢ່າງໜຶ່ງ ຄື: ຢູ່ ສວນກ້ວຍ ເນື້ອທີ່ເກືອບ 300 ຮຕ ແຫ່ງໜຶ່ງ, ຫລັງຈາກນຳໃຊ້ ລະບົບຊົນລະປະທານແບບກຳນົດ ເປົ້າໝາຍດ້ວຍ AI ແລ້ວ, ປະສິດທິ ຜົນຂອງການນຳໃຊ້ນ້ຳ ໄດ້ເພີ່ມ ສູງຂຶ້ນຢ່າງຈະແຈ້ງ, ອັດຕາປະຢັດ ນ້ຳເພີ່ມຂຶ້ນສູງກວ່າ 40%; ພ້ອມ ດຽວກັນນັ້ນ, ເທັກໂນໂລຢີ AI ຍັງ ສາມາດເຕືອນໄພສັດຕູພືດ ແລະ ພະຍາດໄດ້ຢ່າງຖືກຕ້ອງແມ່ນຍຳ, ຄາດຄະເນປະລິມານຜົນຜະລິດດ້ານ ກະສິກຳຢ່າງມີວິທະຍາສາດ. 3. ແມ່ນເລື່ອງກ່ຽວກັບ “ການ ກວດກາສິນຄ້າຜ່ານແດນແບບ ອັດສະລິຍະ, ສາມາດຍົກລະດັບ ປະສິດທິພາບຂອງການຄ້າ”. ດ່ານ ຊາຍແດນທາງບົກ ບໍ່ເຕ່ນ-ບໍ່ຫານ ເມື່ອກ່ອນ ລົດຂົນສົ່ງຕ້ອງຕໍ່ແຖວ ຍາວ ເນື່ອງຈາກໃຊ້ຄົນກວດມີ ປະສິດທິພາບຕໍ່າ. ປັດຈຸບັນຢູ່ເບື້ອງ ຈີນ, ໄດ້ຕິດຕັ້ງອຸປະກອນກວດກາ ອັດສະລິຍະ, ໂດຍໃຊ້ເທັກໂນໂລຢີ ການຈັບພາບດ້ວຍປັນຍາປະດິດ, ສາມາດເຮັດໃຫ້ເວລາໃນການກວດ ກາພາຫະນະສັ້ນເຂົ້າຢ່າງຫລວງ ຫລາຍ, ຈາກເດີມ 8-10 ນາທີ ມາເຫລືອບໍ່ເຖິງ 4 ນາທີ. ການ ຫລຸດເວລາພຽງບໍ່ເທົ່າໃດນາທີນີ້, ບໍ່ພຽງແຕ່ເຮັດໃຫ້ສິນຄ້າຂ້າມແດນ ລ່ຽນໄຫລ ແລະ ມີປະສິດທິພາບ ສູງຂຶ້ນເທົ່ານັ້ນ, ຍັງຊ່ວຍຫລຸດຕົ້ນ ທຶນຂອງການຄ້າຂ້າມແດນໄດ້ນໍາ ອີກ, ເຮັດໃຫ້ການຄ້າສາກົນລະ ຫວ່າງ ລາວ-ຈີນ ມີຄວາມສະດວກ ຄ່ອງຕົວຍິ່ງຂຶ້ນ ແລະ ຍົກປະສິດທິ ຜົນຢ່າງເຫັນໄດ້ຊັດເຈນ, ນີ້ຄືການ ປ່ຽນແປງຕົວຈິງເນື່ອງຈາກມີ “ການເຊື່ອມຕໍ່ດ້ານອັດສະລິຍະ” ທີ່ປະກອບສ່ວນໃຫ້ແກ່ການຮ່ວມມື ຂອງສອງປະເທດດີຂຶ້ນ. ຖະກິດ-ສັງຄົມ 5 ປີ ຂອງຈີນ ໃນ ຕະຫລອດ 2 ສະໄໝທີ່ຜ່ານມາ. ໃນຊຸມປີຜ່ານມາ, ການຮ່ວມມື ລະຫວ່າງ ລາວ-ຈີນ ໄດ້ນໍາເອົາ ໝາກຜົນຕົວຈິງຢ່າງຫລວງຫລາຍ ທີ່ສາມາດຈັບຕ້ອງໄດ້ມາສູ່ປະຊາ ຊົນສອງຊາດ, ທັງໄດ້ເປັນກໍາລັງ ແຮງທີ່ສໍາຄັນຊ່ວຍໃນການພັດທະ ນາເສດຖະກິດ-ສັງຄົມຂອງປະເທດ ລາວເຮົາ. ອັນພົ້ນເດັ່ນກໍ່ແມ່ນການ ຈັດຕັ້ງປະຕິບັດ 8 ໂຄງການໃຫຍ່ ທີ່ທ່ານປະທານ ສີ ຈິ້ນຜິງ ໄດ້ປະ ກາດໃຫ້ການຊ່ວຍເຫລືອ ຊຶ່ງໃນ ນີ້ “ໂຄງການ 4x100” ທີ່ມີຜົນ ປະໂຫຍດໂດຍກົງກັບປະຊາຊົນ ຄື: ການເຂົ້າເຖິງໄຟຟ້າໃຫ້ແກ່ 100 ບ້ານ, ການສະໜອງນ້ຳໃຫ້ ແກ່ 100 ບ້ານ, ການກໍ່ສ້າງສຸກ ສາລາ 100 ແຫ່ງ, ແລະ ການຕິດ ຕັ້ງໂທລະພາບດີຈິຕອນດາວທຽມ ໃນ 100 ບ້ານ ປັດຈຸບັນໄດ້ກວມ ເອົາ 6 ແຂວງພາກເໜືອຂອງລາວ ແລ້ວ, ສະເພາະໂຄງການ ຊຸດທີ 2 ແມ່ນໄດ້ປະຕິບັດຢູ່ແຂວງຜົ້ງສາລີ, ຫລວງນໍ້າທາ, ອຸດົມໄຊ ແລະ ຫົວ ພັນ ຊຶ່ງຫາກໍ່ຈັດພິທີມອບ-ຮັບໃນ ເດືອນສິງຫາ 2025 ທີ່ຜ່ານມາ; ພາຍຫລັງໂຄງການ ຊຸດທີ 2 ໄດ້ ສໍາເລັດການກໍ່ສ້າງແມ່ນໄດ້ເປັນ ປະໂຫຍດຕໍ່ຫລາຍໝື່ນຄົວເຮືອນ ແລະ ປັບປຸງສະພາບຊີວິດການເປັນ ຢູ່ຂອງພວກເຂົາຢ່າງຊັດເຈັນ. ໃນ ຕໍ່ໜ້າພວກເຮົາຍັງຈະສືບຕໍ່ຈັດຕັ້ງ ປະຕິບັດໂຄງການ ຊຸດທີ 3 ຢູ່ ອີກ 4 ແຂວງພາກເໜືອ ທີ່ຍັງເຫລືອ. ການຊ່ວຍເຫລືອຈາກເພື່ອນຈີນ ຜ່ານການປະຕິບັດໂຄງການຊ່ວຍ ເຫລືອລ້າ ທີ່ຕິດພັນກັບການປັບປຸງຊີ ວິການເປັນຢູ່ຂອງປະຊາຊົນດັ່ງກ່າວ ມານັ້ນ, ຖືເປັນການນໍາເອົາບົດຮຽນ ຕົວຈິງບາງສ່ວນໃນການແກ້ໄຂ ຄວາມທຸກຍາກໃຫ້ແກ່ປະຊາຊົນຈີນ ຫລາຍຮ້ອຍລ້ານຄົນທີ່ໄດ້ປະຕິບັດ ສໍາເລັດຜົນຢ່າງຍິ່ງໃຫຍ່ຢູ່ປະເທດ ຈີນມາແລ້ວມາຖ່າຍທອດໃຫ້ແກ່ ປະຊາຊົນລາວ ເພື່ອປັບໃຊ້ຕາມສະ ພາບຈຸດພິເສດຂອງຕົນເອງ. ຜົນ ສໍາເລັດເຫລົ່ານີ້ ບໍ່ພຽງແຕ່ແມ່ນ ຕົວເລກ ແລະ ຄໍາເວົ້າອັນຈົບງາມ ຢູ່ໃນບົດລາຍງານ, ແຕ່ຫາກແມ່ນ “ຮອຍຍິ້ມ ແລະ ຄວາມສຸກ” ຂອງ ປະຊາຊົນລາວ ຊຶ່ງພວກເຮົາສາ ມາດເວົ້້າໄດ້ວ່າ: ການຮ່ວມມື ລາວ-ຈີນ ບໍ່ແມ່ນພຽງແຕ່ການ ຮ່ວມມືຕ່າງຝ່າຍຕ່າງມີຜົນປະ ໂຫຍດ, ແຕ່ຫາກແມ່ນການອຸ້ມຊູ ຊ່ວຍເຫລືອເຊິ່ງກັນ ແລະ ກັນຢ່າງ ແທ້ຈິງ, ທາດແທ້ຂອງການຮ່ວມ ມືຊ່ວຍເຫລືອກໍ່ບໍ່ພຽງແຕ່ໃຫ້ການ ຊ່ວຍເຫລືອໄປລະແລ້ວ, ແຕ່ຫາກ ແມ່ນການຊ່ວຍ “ສອນວິທີຫາປາ” ຫລາຍກວ່າ “ການຢື່ນປາໃຫ້” ຮັບ ປະກັນໃຫ້ໝາກຜົນຂອງການຮ່ວມມື ຊ່ວຍເຫລືອມີຄວາມຍືນຍົງ ແລະ ສາມາດຕໍ່ຍອດໄດ້ດ້ວຍຕົນເອງ. ທ່ານ ຫລີຈື້ ຜູ້ຊ່ວຍຫົວໜ້າສະ ່ີືູ້້່ົ້ ຖາບັນຄົ້ນຄວ້າແຜນພັດທະນາຈີນັົ້້ັີ ຂອງມະຫາວິທະຍາໄລຊິງຮວາິິ ກ່າວວ່າ: ່່ແຜນ 5 ປີຂອງຈີນແມ່ນ ເຄື່ອງມືການຄຸ້ມຄອງເສດຖະກິດ ມະຫາພາກທີ່ເປັນເອກະລັກ, ເປັນ ຜົນຜະລິດຂອງການປະຕິບັດການ ຄຸ້ມຄອງເສດຖະກິດ. ການວາງແຜນ ພັດທະນາ 5 ປີຄັ້ງທີ 15 ຄັ້ງນີ້, ທ່ານ ສີຈິ້ນຜິງ ຜູ້ນຳສູງສຸດຂອງຈີນໄດ້ ກ່າວເນັ້ນໜັກເປັນພິເສດວ່າຕ້ອງ ເອົາການອອກແບບຂັ້ນສູງສຸດເຂົ້າ ກັບການຮັບຟັງຄວາມເຫັນຈາກປະ ຊາຊົນສົມທົບກັນ, ພຽງແຕ່ການຂໍ ຄວາມເຫັນຈາກປະຊາຊົນທາງອິນ ເຕີເນັດ. ພວກເຮົາກໍໄດ້ຮັບຂໍ້ສະເໜີ ຈາກປະຊາຊົນຫລາຍກວ່າ 3 ລ້ານ ຂໍ້, ໂດຍຜ່ານການຄັດຈ້ອນຢ່າງຈິງ ຈັງ, ມີຂໍ້ສະເໜີທີ່ດີຈາກຊາວເນັດ ທົ່ວໄປ 1.500 ກວ່າຂໍ້, ຖືກບັນຈຸເຂົ້າ ໃນແນວທາງນະໂຍບາຍຂອງລັດຖະ ບານ, ນີ້ໄດ້ສະແດງໃຫ້ເຫັນເຖິງ ປະຊາທິປະໄຕແບບຈີນຢ່າງມີຊີ ວິດຊີວາ, ລັກສະນະພິເສດທີ່ໃຫຍ່ ທີ່ສຸດຂອງແຜນພັດທະນາ 5 ປີຄັ້ງ ທີ 15 ແມ່ນເດີນຕາມເສັ້ນທາງ ຂອງຕົນ, ສ້າງກຳລັງຕົວຈິງທີ່ເຂັ້ມ ແຂງດ້ວຍການປະດິດສ້າງໃໝ່ດ້ານ ວິທະຍາສາດເຕັກໂນໂລຊີ, ເພື່ອ ສະໜອງຄວາມແນ່ນອນໃຫ້ແກ່ໂລກ ທ່າມກາງສະພາບຄວາມປັ່ນປ່ວນ ວຸ່ນວາຍ. ທ່ານໄດ້ຍົກເອົາປະເທດລາວ ທີ່ ເປັນປະເທດເພື່ອນມິດຂອງຈີນເປັນ ຕົວຢ່າງໃນຫລາຍປີຜ່ານມາ, ຜ່ານ ການສ້າງເສັ້ນທາງລົດໄຟ ລາວຈີນ, ລາວໄດ້ຂົນສົ່ງບໍ່ແຮ່ ແລະ ຜະ ລິດຕະພັນກະສິກໍາທີ່ອຸດົມສົມບູນ ເຂົ້າມາຈີນ, ໄດ້ຊຸກຍູ້ເສດຖະກິດ ຂອງລາວໃຫ້ໄດ້ຮັບການພັດທະນາ ຢ່າງຫລວງຫລາຍ.ໃນໄລຍະຈັດຕັ້ງ ປະຕິບັດແຜນພັດທະນາ 5 ປີຄັ້ງທີ 15 ຂອງຈີນ, ການຮ່ວມມືແບບນີ້ ຈະເຂົ້າສູ່ລວງເລິກຫລາຍກວ່າເກົ່າ. ການເປີດປະຕູສູ່ພາຍນອກຂອງ ຈີນ, ບໍ່ແມ່ນການເຮັດໃຫ້ຈີນໂດດເດັ່ນ ແຕ່ປະເທດດຽວເທົ່ານັ້ນ, ຫາກແມ່ນ ເຮັດໃຫ້ທົ່ວໂລກໄດ້ຮັບຜົນປະໂຫຍດ ຮ່ວມກັນ ແລະ ແຜນພັດທະນາ 5 ປີຄັ້ງທີ 15 ຂອງຈີນບໍ່ພຽງແຕ່ເປັນ ແຜນແມ່ບົດສະບັບໜຶ່ງທີ່ມີຈຸດປະສົງ ເພື່ອວາງແຜນກ່ຽວກັບຊີວິດການ ເປັນຢູ່ອັນດີງາມຂອງປະຊາຊົນຈີນ ເທົ່ານັ້ນ, ຍັງເປັນບັດເຊີນທີ່ຈີນສົ່ງ ເຖິງທົ່ວໂລກທີ່ໄດ້ສື່ເຖິງຄໍາໝັ້ນສັນຍາ ໃນການເປີດປະຕູສູ່ພາຍນອກຂອງ ຈີນ, ພ້ອມທັງໄດ້ເຊີນບັນດາປະເທດ ຄູ່ຮ່ວມມືຢູ່ພາກພື້ນອາຊີ-ອາຟຣິກາ ກໍຄືທົ່ວໂລກເຂົ້າມາຊົມໃຊ້ໂອກາດ ການພັດທະນາຂອງຈີນ ແລະ ຮ່ວມ ກັນຊົມໃຊ້ຜົນປະໂຫຍດຈາກຕະ ຫລາດຂອງຈີນ. ທ່ານ ວົງສະຫວັນ ໄຊຍະວົງປະທານ່ົັົ ປົກຄອງແຂວງອຸດົມໄຊົຸົ ທ່ານ ນາງ ແສງ ເດືອນ ່ື ໄຊຍະສອນ ຮອງປະທານ, ຜູ້ປະຈຳ ູ້ ການຄະນະກຳມະການຮ່ວມມື່ື ລາວ-ຈີນີ ໄດ້ຍ້ອງຍໍຊົມເຊີຍຈີນທີ່ ໄດ້ສ້າງມະຫັດສະຈັນອັນຍິ່ງໃຫຍ່ ໃນການເຮັດໃຫ້ປະຊາຊົນຫລາຍ ຮ້ອຍລ້ານຄົນຫລຸດພົ້ນຈາກຄວາມ ທຸກຍາກພາຍໃຕ້ການນຳພາຂອງ ປະທານ ສີ ຈິ້ນຜິງ ທ່ານໄດ້ນຳ ເອົາຄຳເວົ້າທີ່ສຳຄັນຂອງປະທານ ສີ ຈິ້ນຜິງ ໃນລະຫວ່າງການໄປ ຢ້ຽມຢາມເຮັດວຽກງານຢູ່ແຂວງ ກຸຍໂຈ່ວ ໃນເດືອນມິຖຸນາ ປີ 2015 ວ່າ: “ວຽກງານທີ່ກ່ຽວພັນກັບ ປະຊາຊົນແມ່ນຕ້ອງເຮັດແທ້ທຳ ຈິງ, ນະໂຍບາຍ ແລະ ມາດຕະການ ຕ່າງໆຕ້ອງເປັນຮູບປະທຳ ແລະ ມີ ປະສິດທິພາບແທ້.” ຜ່ານຂະບວນ ວິວັດແຫ່ງການຫັນເປັນທັນສະໄໝ ແບບຈີນ, ພວກເຮົາໄດ້ເຫັນບົດຮຽນ ອັນລ້ຳຄ່າທີ່ວ່າ “ການຖືເອົາປະຊາ ຊົນເປັນໃຈກາງ” ບໍ່ແມ່ນພຽງແຕ່ ຄຳຂວັນ, ແຕ່ແມ່ນເຂັມທິດເຍືອງ ທາງທີ່ມີຢູ່ໃນແຜນພັດທະນາເສດ ທ່ານ ໄຊຊະນະ ສິດທິພອນ່ິິ ຮອງລັດຖະມົນຕີກະຊວງເຕັກໂນັົີັ ໂລຊີ ແລະ ການສື່ສານ ີື່ໄດ້ກ່າວ ໃນຫົວຂໍ້ “ການເຊື່ອມຕໍ່ແບບອັດ ສະລິຍະ,” ທ່ານກ່າວວ່າ: ທາງ ລົດໄຟ ລາວ-ຈີນ ໄດ້ເຮັດໃຫ້ໄລຍະ ທາງ ລະຫວ່າງສອງປະເທດຍັບໃກ້ ເຂົ້າກັນຫລາຍຂຶ້ນ, ເຮັດໃຫ້ການ ເຊື່ອມຕໍ່ກັນທາງດ້ານໂຄງລ່າງ ປະກົດຜົນເປັນຈິງ ແລະ ນໍາເອົາ ຜົນປະໂຫຍດອັນອຸດົມສົມບູນມາ ໃຫ້ປະຊາຊົນສອງຊາດ. ປັດຈຸບັນ, ພວກເຮົາພວມເລີ່ມຕົ້ນໃໝ່, ຈັບມື ກັນເປີດຍຸກສະໄໝໃໝ່ແຫ່ງການ ຮ່ວມມື ລາວ-ຈີນ, ນັ້ນກໍ່ຄື “ການ ເຊື່ອມຕໍ່ດ້ານອັດສະລິຍະ” ທີ່ໄດ້ຂັບ ເຄື່ອນດ້ວຍປັນຍາປະດິດ. ຂ້າພະເຈົ້າຂໍໃຊ້ຄໍາເວົ້າທີ່ເຂົ້າໃຈ ງ່າຍ, ຍົກ 3 ເລື່ອງທີ່ເກີດຂຶ້ນຈິງ ກ່ຽວກັບ “ການເຊື່ອມຕໍ່ດ້ານອັດສະ ລິຍະ” ລະຫວ່າງ ລາວ-ຈີນ, ພ້ອມ ທັງເວົ້າເຖິງຄວາມຄາດຫວັງຕໍ່ການ ຮ່ວມມືທາງດ້ານນີ້ຂອງສອງຝ່າຍ ໃນຕໍ່ຫນ້າ. 1, ກ່ຽວຂ້ອງກັບ “ການສື່ສານ ຜ່ານພາສາ, ເປັນການສ້າງຂົວ ແຫ່ງມິດຕະພາບ”. ໃນປີ 2025, ກະຊວງ ຕສ ຂອງພວກຂ້າພະເຈົ້າ ໄດ້ຮ່ວມມືກັບເຂດປົກຄອງຕົນເອງ ກວາງຊີຂອງ ສປ ຈີນ, ໄດ້ເຊັນ ສັນຍາຮ່ວມມືສ້າງຕັ້ງ “ສູນຮ່ວມມື AI ລາວ-ຈີນ” ຢ່າງເປັນທາງການ, ແລະ ໄດ້ອາໄສສູນກາງດັ່ງກ່າວ ຄົ້ນຄວ້າ ແລະ ພັດທະນາ ໂມເດວ ຂະໜາດໃຫຍ່ຂອງພາສາລາວ ສຳເລັດຜົນ ຊຶ່ງນີ້ແມ່ນໂມເດວຂະ ໜາດໃຫຍ່ຂອງພາສາລາວອັນ ທຳອິດ ໃນບັນດາປະເທດອາຊຽນ.

RkJQdWJsaXNoZXIy MTc3MTYxMQ==