ທ່ານ ດາວສະຫວັນ ເຄືອມີໄຊ່ັືີ ຮອງຫົວໜ້າສະຖາບັນການເມືອງ ົ້ັື ແລະ ການປົກຄອງແຫ່ງຊາດ:ົ່ ເມື່ອພວກເຮົາເວົ້າເຖິງ “ຈີນໃນ ລະດູບານໃໝ່”, ພວກເຮົາບໍ່ໄດ້ ໝາຍເຖິງພຽງແຕ່ການປ່ຽນແປງ ຂອງດິນຟ້າອາກາດ, ແຕ່ພວກເຮົາ ກຳລັງເວົ້າເຖິງ “ຍຸກສະໄໝໃໝ່” ຂອງການພັດທະນາທີ່ທົ່ວໂລກ ກຳລັງຕິດຕາມເບິ່ງຢ່າງໃກ້ຊິດ ຕິດແທດ ໂດຍພາຍໃຕ້ການນຳພາ ອັນປີຊາສາມາດ ແລະ ສະຫລາດ ສ່ອງໃສຂອງພັກກອມມູນິດຈີນ ທີ່ມີສະຫາຍ ສີຈິ້ນຜິງ ເປັນແກນນໍາ, ປະເທດຈີນໄດ້ສ້າງສິ່ງມະຫັດສະຈັນ ຫລາຍຢ່າງທີ່ບໍ່ເຄີຍມີມາກ່ອນໃນ ປະຫວັດສາດຂອງມວນມະນຸດ. ຕະຫລອດໄລຍະຜ່ານມາ, ສາຍ ພົວພັນ ລາວ-ຈີນ ໄດ້ຮັບການ ຍົກລະດັບຂຶ້ນຢ່າງຕໍ່ເນື່ອງຈົນ ກາຍເປັນ “ຄູ່ຮ່ວມຊາຕາກຳ ລາວ-ຈີນ” ທີ່ເປັນຮູບປະທຳ. ພວກ ເຮົາໄດ້ເຫັນໝາກຜົນອັນພົ້ນເດັ່ນ ທີ່ປ່ຽນແປງໂສມໜ້າການພັດທະ ນາຂອງປະເທດລາວ ຢ່າງສິ້ນເຊີງ ເຊັ່ນ: ໜຶ່ງ; ເສັ້ນທາງລົດໄຟ ລາວຈີນ: ບໍ່ແມ່ນພຽງແຕ່ພື້ນຖານໂຄງ ລ່າງ, ແຕ່ແມ່ນ “ເສັ້ນເລືອດໃຫຍ່” ທີ່ເຊື່ອມໂຍງລາວເຂົ້າກັບພາກພື້ນ ແລະ ໂລກ, ຫັນປ່ຽນລາວຈາກ ປະເທດທີ່ບໍ່ມີທາງອອກສູ່ທະເລໃຫ້ ກາຍເປັນສູນກາງການເຊື່ອມໂຍງ ທາງບົກ. ສອງ; ການຮ່ວມມືດ້ານພະລັງ ງານ ແລະ ອຸດສາຫະກຳ: ໂຄງ ການເຂື່ອນໄຟຟ້າ, ທາງດ່ວນ ແລະ ເຂດເສດຖະກິດກວມລວມຕ່າງໆ ໄດ້ສ້າງວຽກເຮັດງານທຳ ແລະ ຍົກ ລະດັບຊີວິດການເປັນຢູ່ຂອງປະຊາ ຊົນລາວໃຫ້ດີຂຶ້ນເປັນກ້າວໆ. ສາມ; ການຊ່ວຍເຫລືອດ້ານ ສັງຄົມ: ບໍ່ວ່າຈະເປັນດ້ານການສຶກ ສາ, ສາທາລະນະສຸກ ແລະ ການ ລົບລ້າງຄວາມທຸກຍາກ, ເພື່ອນ ຈີນໄດ້ຢືນຄຽງບ່າຄຽງໄຫລ່ກັບ ພວກເຮົາສະເໝີມາ ໂດຍສະເພາະ ໃນຍາມທີ່ພວກເຮົາຜ່ານຜ່າຄວາມ ຫຍຸ້ງຍາກຂອງພະຍາດລະບາດ ແລະ ວິກິດການເສດຖະກິດໂລກ. ຫົວຂໍ້ “ຈີນໃນລະດູບານໃໝ່ ຮ່ວມກັນເປີດໜ້າໃໝ່ແຫ່ງການ ສ້າງສາຄູ່ຮ່ວມຊາຕາກໍາ ລາວຈີນ” ໃນມື້ນີ້ ແມ່ນການກຳນົດ ທິດທາງໃນຕໍ່ໜ້າ. ພວກເຮົາຈະ ບໍ່ຢຸດຢູ່ພຽງແຕ່ຜົນສຳເລັດໃນອະ ດີດແຕ່ພວກເຮົາຈະຮ່ວມກັນສ້າງ “ມາດຕະຖານໃໝ່” ຂອງການ ຮ່ວມມື: ໜຶ່ງ; ໜ້າໃໝ່ຂອງການຮ່ວມມື ແບບອັດສະລິຍະ: ພວກເຮົາຈະຮ່ວມ 24/03/2026 xtgmf]k; 4 gsfdko c]t dkora fa mtok dv'xt-5 ,gl;tok 9u o.o]tf6 [ko.\j Ij ;,da ogxu f|h k.\j csj 'dkolh k'76j Ij ;,-k8kde ]k;{9u o wfh 9a f0B omuj ot7vos];';P'9a o fh ;pzq oleg]a f “ ” ກັບຈີນໃນການຫັນເປັນທັນສະໄໝ, ນຳໃຊ້ AI ແລະ ເຕັກໂນໂລຊີ 5G ເພື່ອພັດທະນາກະສິກຳສະອາດ ແລະ ການບໍລິຫານລັດ ທີ່ວ່ອງໄວ. ສອງ; ໜ້າໃໝ່ຂອງການເຊື່ອມ ໂຍງຈິດໃຈ: ຜ່ານການທ່ອງທ່ຽວ ແລະ ການແລກປ່ຽນວັດທະນະທຳ ປີ 2024-2025 ແມ່ນປີທີ່ສຳຄັນ ໃນການຊຸກຍູ້ໃຫ້ປະຊາຊົນທັງສອງ ຊາດໄດ້ໃກ້ຊິດຕິດພັນກັນຫລາຍຂຶ້ນ. ສາມ; ໜ້າໃໝ່ຂອງຄວາມຍືນ ຍົງ: ການສ້າງ “ແລວທາງເສດ ຖະກິດສີຂຽວ” ທີ່ເນັ້ນການປົກປັກ ຮັກສາສິ່ງແວດລ້ອມໄປພ້ອມໆກັບ ການສ້າງຄວາມຮັ່ງມີ. ໃນຂະນະທີ່ໂລກພວມຜະເຊີນ ກັບຄວາມຜັນແປຫລາຍຢ່າງ ແລະ ສິ່ງທ້າທາຍທີ່ສະຫລັບສັບຊ້ອນ, ແຕ່ສາຍພົວພັນ ລາວ-ຈີນ ຍັງຄົງ ໜັກແໜ້ນຄືດັ່ງສາຍພູຫລວງ ແລະ ຍືນຍົງຄືດັ່ງສາຍນ້ຳຂອງ. ພວກ ເຮົາເຊື່ອໝັ້ນຢ່າງເດັດດ່ຽວວ່າ, ພາຍໃຕ້ແສງສະຫວ່າງຂອງ “ລະດູ ບານໃໝ່” ໃນປະເທດຈີນຈະນຳ ພາ ໃຫ້ການສ້າງສາຄູ່ຮ່ວມຊາຕາກຳ ລາວ-ຈີນ ກ້າວຂຶ້ນສູ່ລະດັບໃໝ່ ທີ່ສະຫວ່າງສະໄຫວ ແລະ ຮຸ່ງເຮືອງ ກວ່າເກົ່າ. ປີ ຄັ້ງທີ 14” ແມ່ນສຳເລັດຕາມ ກຳນົດເວລາທັງໝົດ, ນີ້ຄືການທີ່ ປະເທດຈີນພິສູດດ້ວຍຂໍ້ເທັດຈິງ ວ່າ, ຕາບໃດທີ່ເປັນເປົ້າໝາຍທີ່ພັກ ກອມມູນິດຈີນໄດ້ກຳນົດໄວ້, ກໍຈະ ຖືກຈັດຕັ້ງປະຕິບັດໃຫ້ສຳເລັດຢ່າງ ເດັດຂາດ. ຫວັງວ່າການເລີ່ມຕົ້ນ ພ້ອມກັນຂອງ “ແຜນການ 5 ປີ ຄັ້ງ ທີ 15” ຂອງຈີນ ແລະ “ແຜນການ 5 ປີ ຄັ້ງທີ 10” ຂອງລາວໃນປີ ນີ້, ຈະກາຍເປັນໂອກາດໃໝ່ສຳລັບ ທັງສອງຝ່າຍໃນການລົງເລິກ ການແລກປ່ຽນ ແລະ ຖອດຖອນ ບົດຮຽນເຊິ່ງກັນ ແລະ ກັນ ໃນດ້ານ ປະສົບການການຄຸ້ມຄອງລັດ ແລະ ບໍລິຫານປະເທດ. 2. ສະຫາຍ ເຕີ້ງສຽວຜິງ ເຄີຍ ກ່າວວ່າ: “ການປະຕິຮູບແມ່ນການ ປະຕິວັດຄັ້ງທີສອງຂອງຈີນ”. ໜຶ່ງ ໃນສັນຍານທີ່ແຮງທີ່ສຸດທີ່ສົ່ງອອກ ມາຈາກກອງປະຊຸມສອງສະພາ ຄັ້ງນີ້ ແມ່ນການປະຕິຮູບບໍ່ຢຸດຢັ້ງ ແລະ ການສ້າງນະວັດຕະກຳບໍ່ ຢຸດພັກ. ຜົນສຳເລັດຂອງບໍລິສັດ Huawei ສະແດງໃຫ້ເຫັນວ່າ “ນະ ວັດຕະກຳບໍ່ແມ່ນສິ່ງທີ່ສາມາດລໍຖ້າ ໄດ້, ແຕ່ແມ່ນສິ່ງທີ່ຕ້ອງໄດ້ຮັບການ ລົງທຶນ, ບາກບັ່ນສູ້ຊົນ, ແລະ ອົດທົນ ຜ່ານຜ່າ.” ຈີນຍິນດີທີ່ຈະເພິ່ມການ ແລກປ່ຽນກັບລາວໃນດ້ານການລົງ ເລິກປະຕິຮູບ. 3. “ລັດຈະເລີນຮຸ່ງເຮືອງໄດ້, ແມ່ນຂຶ້ນກັບການຄ້ອຍຕາມໃຈ ປະຊາຊົນ”. ນີ້ແມ່ນສະຕິປັນຍາ ທາງການເມືອງຂອງຈີນ ເມື່ອສອງ ພັນປີກ່ອນ, ແລະ ມາຮອດມື້ນີ້ກໍ ຍັງຄົງເປັນຫລັກການພື້ນຖານໃນ ການຄຸ້ມຄອງລັດ ແລະ ບໍລິຫານ ປະເທດ. ສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ເນັ້ນໜັກຊ້ຳແລ້ວຊ້ຳອີກ ວ່າ “ປະເທດຊາດ ກໍຄື ປະຊາຊົນ, ປະຊາຊົນກໍຄືປະເທດຊາດ”, ລັດ ຖະບານຈີນໄດ້ສະເໜີວ່າ, ໃນປີ 2026 ຈະເພີ່ມທະວີການຮັບປະກັນ ແລະ ປັບປຸງຊີວິດການເປັນຢູ່ຂອງ ປະຊາຊົນໃຫ້ແຂງແຮງກວ່າເກົ່າ, ເພີ່ມທະວີການກໍ່ສ້າງຊີວິດການ ເປັນຢູ່ຂອງປະຊາຊົນໃນລັກສະນະ ທົ່ວເຖິງ, ເປັນພື້ນຖານ ແລະ ເປັນ ຕາໜ່າງຄວາມປອດໄພຮອງຮັບ, ເພື່ອພະຍາຍາມເຮັດວຽກຕົວຈິງໃຫ້ ແກ່ປະຊາຊົນໃຫ້ຫລາຍຂຶ້ນ. ການເອົາປະຊາຊົນເປັນໃຈກາງ ກໍເປັນແນວຄວາມຄິດຫລັກໃນການ ຄຸ້ມຄອງລັດ ແລະ ບໍລິຫານປະເທດ ຂອງພັກປະຊາຊົນປະຕິວັດລາວ ເຊັ່ນກັນ. ຝ່າຍຈີນຍິນດີທີ່ຈະເພີ່ມ ທະວີການແລກປ່ຽນປະສົບການກັບ ຝ່າຍລາວໃນດ້ານການແກ້ໄຂ ແລະ ຫລຸດຜ່ອນຄວາມທຸກຍາກ, ການ ຟື້ນຟູຊົນນະບົດ ແລະ ອື່ນໆ, ເພີ່ມ ທະວີການຮ່ວມມືໃນຂົງເຂດຊີວິດ ການເປັນຢູ່ຂອງປະຊາຊົນ, ແລະ ຫັນຊັບພະຍາກອນການຊ່ວຍເຫລືອ ຂອງຝ່າຍຈີນຕໍ່ລາວ ໄປສູ່ຂົງເຂດ ຊີວິດການເປັນຢູ່ຂອງປະຊາຊົນ ແລະ ຊົນນະບົດຂອງລາວໃຫ້ຫລາຍ ຂຶ້ນ, ເພື່ອຊ່ວຍໃຫ້ປະຊາຊົນລາວ ຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ກາຍເປັນຄົນຮັ່ງມີໂດຍໄວ. 4. ການນຳໃຊ້ການເປີດປະຕູ ເພື່ອຊຸກຍູ້ການປະຕິຮູບ ແລະ ຊຸກຍູ້ ການພັດທະນາ, ແມ່ນພຶດຕິກຳ ທີ່ປະສົບຄວາມສຳເລັດໃນການ ປະຕິຮູບ ແລະ ການພັດທະນາຂອງ ຈີນ. ບົດລາຍງານວຽກງານຂອງ ລັດຖະບານໃນປີນີ້ໄດ້ສະເໜີວ່າ, ປະເທດຈີນຈະເປີດກວ້າງການເປີດ ປະຕູສູ່ພາຍນອກໃນລະດັບສູງຕື່ມ ອີກ, ຍຶດໝັ້ນໃນການຮ່ວມມືແບບ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເພື່ອ ໃຫ້ໝາກຜົນຂອງການຮ່ວມມືໄດ້ ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ ທຸກປະເທດຫລາຍຂຶ້ນ. ກອງປະຊຸມ ສອງສະພາຄັ້ງນີ້ໄດ້ກຳນົດມາດ ຕະການສຳຄັນຈຳນວນໜຶ່ງສຳລັບ ການເປີດປະຕູສູ່ພາຍນອກໃນລະດັບ ສູງ, ສຳລັບສະຫາຍລາວແລ້ວ, ມີ ຜົນປະໂຫຍດໂດຍກົງຈຳນວນໜຶ່ງ ທີ່ຄວນໃຫ້ຄວາມສົນໃຈ: ໜຶ່ງ; ແມ່ນເສັ້ນທາງທອງຄຳ ຂອງທາງລົດໄຟ ລາວ-ຈີນ ຈະ ຍິ່ງແລ່ນຍິ່ງກວ້າງຂວາງຂຶ້ນ. ສອງ; ແມ່ນ “ຍີ່ຫໍ້ລະບົບນິເວດ” (Ecological brand) ຂອງລາວ ນັບມື້ນັບມີມູນຄ່າສູງຂຶ້ນໃນປະເທດ ຈີນ. ສາມ; ແມ່ນອະນາຄົດຂອງ ການຮ່ວມມືຕົວຈິງ ຈີນ-ລາວ ນັບ ມື້ນັບກວ້າງຂວາງຂຶ້ນ. ຝ່າຍຈີນຍິນດີທີ່ຈະຮ່ວມກັບ ຝ່າຍລາວ, ປະຕິບັດຕາມຄວາມ ຮັບຮູ້ຮ່ວມກັນອັນສຳຄັນທີ່ການນຳ ສູງສຸດຂອງສອງພັກ ສອງລັດບັນລຸ ໄດ້, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ໃຫ້ອອກດອກອອກຜົນ ໃໝ່ຢ່າງບໍ່ຢຸດຢັ້ງໃນຍຸກສະໄໝໃໝ່, ເພື່ອສີດຊຸກຍູ້ຄວາມໝັ້ນທ່ຽງໃຫ້ແກ່ ໂລກທີ່ພວມມີການປ່ຽນແປງ ແລະ ປັ່ນປ່ວນໃຫ້ຫລາຍຂຶ້ນ, ແລະ ເສີມ ຂະຫຍາຍບົດບາດເປັນແບບຢ່າງ ທີ່ດີໃນການຊຸກຍ້ການສ້າງຄູ່ຮ່ວມ ຊາຕາກຳຂອງມວນມະນຸດໃຫ້ໃຫຍ່ ຫລວງກວ່າເກົ່າ. ທ່ານ ເຫລັກໄຫລ ສີວິໄລ ່ັີິ ລັດຖະມົນຕີກະຊວງໂຍທາທິການັົີິ ແລະ ຂົນສົ່ງ ໄດ້ນຳສະເໜີລາຍົົ່້ີ ລະອຽດກ່ຽວກັບ “ການກໍ່ສ້າງ່ັໍ່້ ແລະ ການເຊື່ອມໂຍງເຊື່ອມຈອດື່ື່ ທາງລົດໄຟ ລາວ-ຈີນ”, ທ່ານົີ່ ກ່າວວ່າ:່່ ເສັ້ນທາງລົດໄຟ ລາວຈີນ ໄດ້ເລີ່ມລົງມືຈັດຕັ້ງປະຕິບັດ ກໍ່ສ້າງເປັນທາງການໃນປີ 2016 ແລະ ສໍາເລັດເປີດບໍລິການຢ່າງເປັນ ທາງການນັບຕັ້ງແຕ່ວັນທີ 3 ທັນວາ 2021 ເປັນຕົ້ນມາ; ພາຍຫລັງ ເປີດການບໍລິການຈົນມາຮອດ ປັດຈຸບັນ, ເຫັນວ່າເສັ້ນທາງດັ່ງ ກ່າວນີ້ ໄດ້ປະກອບສ່ວນກະຕຸກ ຊຸກຍູ້ຢ່າງແຂງແຮງເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍສະເພາະແມ່ນ ແຜນພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະຂອງລັດຖະບານ, ປະກອບສ່ວນເຂົ້າໃນການຈັດຕັ້ງ ປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນ ໂດຍ ໄດ້ສະແດງອອກໃນຕົວເລກການ ຂົນສົ່ງຜູ້ໂດຍສານ ແລະ ຂົນສົ່ງ ສິນຄ້າຄື: ໃນໄລຍະສີ່ປີກວ່າທີ່ຜ່ານ ມາ, ສະເພາະຢູ່ເບື້ອງລາວລົດ ໄຟ ລາວ-ຈີນ ສາມາດຂົນສົ່ງຜູ້ ໂດຍສານໄດ້ຫລາຍກວ່າ 12.8 ລ້ານ ກວ່າເທື່ອຄົນ, ຂົນສົ່ງສິນຄ້າໄດ້ຫລາຍ ກວ່າ 18 ລ້ານກວ່າໂຕນ; ຖ້າໄລ່ ສະເລ່ຍທັງເບື້ອງລາວ ແລະ ເບື້ອງ ຈີນ ນະຄອນຫລວງວຽງຈັນ-ຄຸນ ໝິງ ການຂົນສົ່ງໂດຍສານໄດ້ 62 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າ ໄດ້ 72 ລ້ານໂຕນ; ການຂົນສົ່ງ ທາງລົດໄຟທີ່ທັນສະໄໝນີ້ ໄດ້ເຮັດ ໃຫ້ລະບົບການຂົນສົ່ງມີຄວາມປອດ ໄພສູງ, ມີຜົນກະທົບຕໍ່ສິ່ງແວດລ້ອມ ຕໍ່າ, ຫລຸດຜ່ອນຄວາມແອອັດໃນ ການສັນຈອນທາງຖະໜົນ, ຄ່າ ຂົນສົ່ງຖືກກວ່າ, ໄລຍະເວລາການ ຂົນສົ່ງສັ້ນກວ່າ, ຂົນສົ່ງໄດ້ຈຳນວນ ຫລວງຫລາຍ ແລະ ຕົງຕໍ່ເວລາກວ່າ ແນ່ນອນ ເສັ້ນທາງດັ່ງກ່າວນີ້ ກໍ່ ໄດ້ຫັນປ່ຽນຮູບໂສມຂະແໜງການ ບໍລິການຂອງ ສປປ ລາວ ເວົ້າລວມ, ເວົ້າສະເພາະແມ່ນພື້ນຖານໂຄງລ່າງ ດ້ານຄົມມະນາຄົມ-ຂົນສົ່ງຂອງ ສປປ ລາວ ໃຫ້ກາຍເປັນໃຈກາງ ສຳຄັນຂອງການເຊື່ອມຈອດ ແລະ ເຊື່ອມໂຍງດ້ານການຄ້າ, ການຜະ ລິດ, ການທ່ອງທ່ຽວ ແລະ ໂລຈິດ ສະຕິກຂອງພາກພື້ນ ແລະ ສາກົນ ເຮັດໃຫ້ ສປປ ລາວ ກ້າວເຂົ້າສູ່ຍຸກ ສະໄໝໃໝ່ຂອງການບໍລິການຂົນສົ່ງ ທາງລາງຢ່າງແທ້ຈິງ. ອີງໃສ່ສະຖິຕິ ແລ້ວເຫັນວ່າ ປະລິມານການຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ໄດ້ມີການ ເພີ່ມຂຶ້ນໃນແຕ່ລະປີ ຊຶ່ງໄດ້ເປັນ ຂີດໝາຍທີ່ສຳຄັນທີ່ຊີ້ບອກໃຫ້ເຫັນ ເຖິງປະສິດທິພາບ ແລະ ປະສິດທິ ຜົນຂອງການຂົນສົ່ງທາງລົດໄຟ ເວົ້າລວມ, ເວົ້າສະເພາະແມ່ນ ເສັ້ນທາງລົດໄຟ ລາວ-ຈີນ ສາຍນີ້ ສາມາດບັນລຸຕາມເປົ້າໝາຍຂອງ ການສຶກສາໃນເບື້ອງຕົ້ນ. ທັງໝົດ ນັ້ນ, ມັນໄດ້ສະແດງໃຫ້ເຫັນເຖິງຜົນ ສໍາເລັດຂອງການຮ່ວມມືຂອງສອງ ພັກ-ສອງລັດຖະບານ ລາວ-ຈີນ ເວົ້າລວມ, ເວົ້າສະເພາະແມ່ນຜົນສໍາ ເລັດຂອງໂຄງການທີ່ສາມາດສ້າງ ຜົນປະໂຫຍດໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມຂອງ ສປປ ລາວ. ຄຽງຄູ່ກັນນັ້ນ, ເສັ້ນທາງລົດ ໄຟ ລາວ-ຈີນ ຍັງໄດ້ຊ່ວຍສ້າງວຽກ ເຮັດງານທໍາໃຫ້ແກ່ສັງຄົມ ກໍ່ຄື ປະ ຊາຊົນຂອງ ສປປ ລາວ. ທ່ານ ຄໍາມອນ ຈັນທະຈິດ ່ໍັິ ຮອງຫົວໜ້າຄະນະໂຄສະນາອົບຮົມົ້ົົ ສູນກາງພັກ, ຮອງປະທານສະພາູັ ທິດສະດີສູນກາງພັກິີູັ ໄດ້ມີຄຳເຫັນ ປິ່ນອ້ອມຫົວຂໍ້ຫລັກຄື “ຖືປະຊາຊົນ ເປັນສິ່ງສຳຄັນກວ່າໝູ່” ໄດ້ບັນຍາຍ ແນວຄວາມຄິດຮ່ວມກັນຂອງການ ວາງແຜນຜັງການພັດທະນາຂອງ ສອງປະເທດ ພ້ອມດ້ວຍອະນາຄົດ ການຮ່ວມມື ລາວ-ຈີນ. ໃນຄຳ ປາໄສ, ທ່ານໄດ້ອ້າງເຖິງຄຳເວົ້າ ສຳຄັນຂອງເລຂາທິການໃຫຍ່ສີ ຈິ້ນຜິງທີ່ວ່າ”ພັກຂອງພວກເຮົາ ມາຈາກປະຊາຊົນ, ມີຮາກຖານ ຢູ່ໃນປະຊາຊົນ, ແລະ ຮັບໃຊ້ປະຊາ ຊົນ. ພື້ນຖານ, ເລືອດ, ຊີວິດ, ແລະ ຄວາມເຂັ້ມແຂງຂອງພັກ ແມ່ນຢູ່ໃນປະຊາຊົນ. ຖ້າບໍ່ມີການ ສະໜັບສະໜູນຈາກປະຊາຊົນ, ອຸດົມການ ແລະ ວຽກງານຂອງພັກ ຈະບໍ່ມີຄວາມໝາຍຫຍັງ.” ແລະ ໃຊ້ ສິ່ງນີ້ເປັນຈຸດເລີ່ມຕົ້ນເພື່ອບັນຍາຍ ຢ່າງເລິກເຊິ່ງວ່າການວາງແຜນ ສຳລັບແຜນ 5 ປີ ຄັ້ງທີ 15 ຂອງ ຈີນ ແມ່ນກວມເອົາແນວຄວາມ ທ່ານ ເຊິ້ນ ໄຫສົງ ຮອງຫົວໜ້າ່ິ້ົົ້ ຄະນະໂຄສະນາອົບຮົມສູນກາງົົູ ພັກກອມມູນິດຈີນ, ປະທານວິທະຍຸັູິີິຸ ໂທລະພາບສູນກາງຈີນ ກ່າວວ່າ: ູີ່່ ກອງປະຊຸມສອງສະພາຂອງຈີນ ທີ່ ຈັດຂຶ້ນປີລະເທື່ອໄດ້ດຶງດູດຄວາມ ສົນໃຈຈາກທົ່ວໂລກອີກຄັ້ງ, ກອງ ປະຊຸມປີນີ້ໄດ້ຮັບຮອງເອົາຫລາຍ ເອກະສານສຳຄັນເຊັ່ນ: ແຜນການ ພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 15 ແລະ ອື່ນໆ. ແຜນຜັງ ການພັດທະນາທີ່ມີຄຸນນະພາບສູງ ຂອງຈີນ ໄດ້ສ້າງໂອກາດໃໝ່ໃຫ້ ແກ່ໂລກ. ໃນໄລຍະໄຂກອງປະຊຸມ ສອງສະພາປີນີ້, ທ່ານປະທານ ສີ ຈິ້ນຜິງ ໄດ້ເນັ້ນໜັກວ່າ: ຈະເປີດ ກວ້າງການໄຂປະຕູສູ່ພາຍນອກ ໃນລະດັບສູງ, ບຸກເບີກຕະຫລາດ ໂລກຢ່າງກວ້າງຂວາງ ແລະ ເຊື່ອມ ຕໍ່ກັບວົງຈອນເສດຖະກິດສາກົນ ໃຫ້ດີຂຶ້ນ. ສິ່ງນີ້ສະແດງໃຫ້ເຫັນ ຄວາມຕັດສິນໃຈຂອງຈີນອີກເທື່ອ ໜຶ່ງວ່າ “ປະຕູຂອງຈີນຈະເປີດ ກວ້າງຂຶ້ນຢ່າງບໍ່ຢຸດຢັ້ງ.”ນັບຕັ້ງແຕ່ ຕົ້ນປີນີ້ມາ, ກຳລັງການຜະລິດໃໝ່ ຂອງຈີນໄດ້ພັດທະນາຢ່າງວ່ອງໄວ ຊຶ່ງດິນແດນທີ່ເຕັມໄປດ້ວຍຄວາມ ມີຊີວິດຊີວາແຜ່ນນີ້ໄດ້ບົ່ມເພາະ ໂອກາດການພັດທະນາອັນໃໝ່ຂຶ້ນ ເລື້ອຍໆ. ວິທະຍຸໂທລະພາບສູນກາງ ຈີນຍິນດີເສີມຂະຫຍາຍທ່າແຮງ ໃນການເປັນສື່ສັງລວມທີ່ດີໃນສາ ກົນ, ອີງໃສ່ເຄືອຂ່າຍສື່ສານໃນທົ່ວ ໂລກດ້ວຍ 85 ພາສາຕ່າງປະເທດ, ສຳນັກງານປະຈຳຕ່າງປະເທດ 192 ແຫ່ງ ແລະ ເວທີລວມສູນສື່ ຕ່າງໆຂອງ CGTN ເພື່ອປະກອບ ເປັນເວທີສື່ມວນຊົນໃນດ້ານການ ລາຍງານຂ່າວ, ລົງເລິກການເຊື່ອມ ໂຍງກັນດ້ານວັດທະນະທຳບວກ ກັບວິທະຍາສາດເຕັກນິກ, ສືບຕໍ່ ຄົ້ນຄວ້າ ໃນຂົງ ເ ຂດໃໝ່ເ ຊັ່ນ : 5G,6G,ສັນຍານຄວາມລະອຽດ ສູງກໍ່ຄືປັນຍາປະດິດແລະອື່ນໆ, ດໍາ ເນີນການແລກປ່ຽນດ້ານວັດທະນະ ທໍາທີ່ເຊື່ອມສານຈິດໃຈປະຊາຊົນ, ຕິດພັນກັບຊີວິດປະຈຳວັນ ແລະ ມີ ຄວາມອົບອຸ່ນຫລາຍຂຶ້ນ, ຮ່ວມ ກັບເພື່ອນມິດທັງຫລາຍໃນທົ່ວໂລກ ແຕ້ມຮູບພາບທີ່ສວຍງາມແຫ່ງ ຄວາມສີວິໄລຂອງມວນມະນຸດທີ່ ມີເອກະລັກພິເສດຂອງຕົນ ແລະ ຮ່ວມມືຮ່ວມຈະເລີນນຳກັນ. ໃຫ້ ພວກເຮົາຮ່ວມກັນສົ່ງເສີມສັນຕິພາບ ແລະ ການພັດທະນາຂອງໂລກ, ປະກອບສ່ວນເຂົ້າໃນການສ້າງປະ ຊາຄົມຮ່ວມຊາຕາກຳຂອງມວນ ມະນຸດ. ທ່ານ ນາງ ຟ່າງຫົງ ເອກອັກຄະ່່ົັ ລັດຖະທູດຈີນ ປະຈຳ ສປປ ລາວ ັູີ ໄດ້ນຳສະເໜີຈິດໃຈຂອງກອງປະ ້ີິ ຊຸມສອງສະພາປີນີ້, ທ່ານກ່າວວ່າ: ຸີີ້່່່ ກອງປະຊຸມສອງສະພາໃນປີນີ້ມີ ຄວາມໝາຍພິເສດຫລາຍ, ແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີ ຄັ້ງທີ 14 ຂອງຈີນ ໄດ້ສຳເລັດລົງຢ່າງຈົບງາມ ແລະ ແຜນການ 5 ປີ ຄັ້ງທີ 15 ໄດ້ ເລີ່ມຕົ້ນຂຶ້ນຢ່າງເປັນທາງການ, ປະເທດຈີນໄດ້ຢືນຢູ່ໃນຈຸດເຊື່ອມ ຕໍ່ທາງປະຫວັດສາດທີ່ສືບທອດ ອະດີດ ແລະ ເປີດອະນາຄົດ. ປີນີ້ກໍ ມີຄວາມໝາຍພິເສດສຳລັບປະເທດ ລາວເຊັ່ນດຽວກັນ, ແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ຂອງລາວໄດ້ສຳເລັດ ລົງຢ່າງມີໄຊ, ກອງປະຊຸມໃຫຍ່ ຄັ້ງ ທີ XII ຂອງພັກປະຊາຊົນປະຕິວັດ ລາວ ກໍໄດ້ຈັດຂຶ້ນຢ່າງສຳເລັດຜົນ ໃນຕົ້ນປີ ຊຶ່ງໄດ້ກຳນົດເປົ້າໝາຍສູ້ ຊົນສຳລັບພາລະກິດຂອງພັກ ແລະ ລັດ ໃນ 5 ປີຕໍ່ໜ້າ. ຂ້າພະເຈົ້າຍິນດີທີ່ຈະແບ່ງປັນ ບາງທັດສະນະໃນການເຊື່ອມຊຶມ ຈິດໃຈກອງປະຊຸມສອງສະພາຂອງ ຈີນໃນປີນີ້: 1. ການວາງແຜນແມ່ນເຄື່ອງມື ອັນສຳຄັນຂອງລັດສັງຄົມນິຍົມໃນ ການຄຸ້ມຄອງລັດ ແລະ ບໍລິຫານ ປະເທດ. ທັງສອງປະເທດຈີນ ແລະ ລາວ ລ້ວນແຕ່ມີມູນເຊື້ອອັນດີງາມ ໃນການນຳໃຊ້ແຜນການ 5 ປີ ເພື່ອຊີ້ນຳການພັດທະນາປະເທດ, ແມ່ນຄຳໝັ້ນສັນຍາທີ່ພັກ ແລະ ລັດ ຖະບານມີຕໍ່ປະຊາຊົນ. ສະຫາຍ ເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ຊີ້ ໃຫ້ເຫັນວ່າ, “ສັງຄົມນິຍົມແມ່ນ ໄດ້ມາຈາກການລົງມືເຮັດ, ຍຸກ ສະໄໝໃໝ່ແມ່ນໄດ້ມາຈາກການ ຕໍ່ສູ້ຊົນ”. ແຜນການຈະດີປານໃດ ກໍຕາມ, ການຈັດຕັ້ງປະຕິບັດໃຫ້ ປະກົດຜົນເປັນຈິງຈຶ່ງແມ່ນຂໍກະແຈ ສຳຄັນ. ໂຄງການໃຫຍ່ 102 ໂຄງການຂອງ “ແຜນການ 5 *** ອ່ານຕໍ່ໜ້າ5 *** ່ າໍ່ ໜ້າ ທ່ານ ນາງ ຟ່າງຫົງ ເອກອັກຄະ່່ົັ ລັດຖະທູດຈີນ ປະຈຳ ສປປ ລາວ ັູີ ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີ່ັີິັົີ ກະຊວງໂຍທາທິການ ແລະ ຂົນສົ່ງິົົ່ ທ່ານ ຄໍາມອນ ຈັນທະຈິດ ຮອງຫົວໜ້າ່ໍັິົ້ ຄະນະໂຄສະນາອົບຮົມສູນກາງພັກົົູັ ຄິດນີ້ເຂົ້າໃນທຸກດ້ານຂອງການ ພັດທະນາເສດຖະກິດ ແລະ ສັງຄົມ, ໂດຍຍຶດໝັ້ນຫລັກການທີ່ວ່າການ ພັດທະນາແມ່ນເພື່ອປະຊາຊົນ, ອາ ໄສປະຊາຊົນ, ແລະ ໝາກຜົນຂອງ ການພັດທະນາແມ່ນໃຫ້ປະຊາຊົນ ຊົມໃຊ້ຮ່ວມກັນ ແລະ ທ່ານເນັ້ນໜັກ ວ່າ, ແຜນ 5 ປີຄັ້ງທີ X ຂອງລາວ ໄດ້ເນັ້ນໃສ່: ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ, ຕົວເມືອງ ແລະ ເຂດຊົນນະບົດໄດ້ຮັບການພັດ ທະນາຢ່າງສົມຄູ່ ແລະ ແກ້ໄຂຄວາມ ທຸກຍາກຂອງປະຊາຊົນຫລຸດລົງ ເທື່ອລະກ້າວ. ຈີນ-ລາວ ແມ່ນລ້ວນແຕ່ມີ ເປົ້າໝາຍຮັບໃຊ້ປະຊາຊົນຢ່າງຊັດ ເຈນ. ທັດສະນະການພັດທະນາ ຂອງຈີນທີ່ຖືປະຊາຊົນສຳຄັນກວ່າ ໝູ່ນັ້ນສາມາດຖອດໄດ້ບາງບົດຮຽນ ຄື:1). ບົດຮຽນການນຳພາຂອງ ພັກໃນການແກ້ໄຂຄວາມທຸກຍາກ ຖືກເປົ້າໝາຍຂອງຈີນແມ່ນບົດຮຽນ ອັນລໍ້າຄ່າໃຫ້ແກ່ລາວ; 2). ແນວ ຄິດຖືປະຊາຊົນເປັນສິ່ງສຳຄັນໄດ້ ສະແດງອອກຢ່າງເປັນຮູບປະທຳ ໃນການປັບປຸງລະບຽບການແບ່ງ ລາຍຮັບໃຫ້ສົມບູນ; ການປະຕິບັດ ນະໂຍບາຍປະກອບອາຊີບ; ການ
RkJQdWJsaXNoZXIy MTc3MTYxMQ==