7241

24/03/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ ltrkcsj '-kf Ia [Iv'gvq kdkog]n vd8A 'xtmko 4 vq 'dko ra dgIq kg;]k.f d= 7n gvq k,tsk-q ogxa odq d xtg,u ozq o37'dkodtly de c]t 3r-tokdkow]pt 2 16j g,n v'8t3vh p ຂປລ. ພັກເຮົາເວລາໃດກໍຄື ເອົາມະຫາຊົນເປັນກົກ, ເຊື່ອໝັ້ນ ກໍາລັງແຮງຂອງມະຫາຊົນ, ເອົາ ວຽກງານສຶກສາອົບຮົມການເມືອງ ແນວຄິດເປັນວຽກສໍາຄັນຕົ້ນຕໍ, ຮ່ວມຊີວິດປະຈໍາເດືອນຖອດຖອນ ບົດຮຽນໃນໄລຍະຜ່ານມາ, ວາງ ແຜນນໍາພາ-ຊີ້ນໍາວຽກງານຮອບ ດ້ານໃນແຕ່ລະໄລຍະຢ່າງຖືກຕ້ອງ ກັບທຸກສະພາບການ, ເອົາການ ຕໍານິຕິຊົມ ເພື່ອກໍ່ສ້າງຊ່ວຍເຫລືອ ເຊິ່ງກັນ ແລະ ກັນ, ເອົາການຕິດ ຕາມກວດກາເປັນກົດເກນແຫ່ງ ການຄົງຕົວ ແລະ ຂະຫຍາຍຕົວ. ພ້ອມນີ, ຖືເອົາການຕໍ່ສູ້ທາງດ້ານ ການເມືອງຄຽງຄູ່ກັບການທະຫານ ໃນບັ້ນຮົບຕ່າງໆຢ່າງມີໄຊເລື້ອຍ ມາ, ກ້າວໄປເຖິງການປົດປ່ອຍປະ ເທດຊາດຢ່າງສົມບູນດ້ວຍນະໂຍ ບາຍ 3 ບາດຄ້ອນຍຸດທະສາດ, ສາມາດລົບລ້າງລະບອບສັກດີນາ ຫລ້າຫລັງພົ້ນສະໄໝໄດ້ຢ່າງສິ້ນ ເຊີງ ແລະ ສະຖາປະນາເປັນປະ ເທດ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975 ເຮັດໃຫ້ຊາວ ໂລກ ກໍຄື ພາກພື້ນ ແລະ ສາກົນ ຮັບຮູ້ເອກະລາດ, ຜືນແຜ່ນດິນອັນ ຄົບຖ້ວນຂອງປະເທດລາວເຮົາ. ສະຫາຍ ຄໍາເລ້ ໄຊຍະວົງສີ ກໍາ ມະການພັກແຂວງ, ເລຂາຄະນະ ບໍລິຫານງານພັກ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ ໂດຍ: ບ່າວທົ່ງ-ລ້ອງງື່ມ່ າົ່ ງ້ ອື່ ມ ສື່ມວນຊົນເນື່ອງໃນໂອກາດວັນ ສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ ເມື່ອບໍ່ດົນມານີ້ວ່າ: ຄືດັ່ງພວກເຮົາຮັບຮູ້ດີແລ້ວວ່າວັນທີ 22 ມີນາ 1955 ແມ່ນວັນສ້າງ ຕັ້ງພັກປະຊາຊົນລາວ ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນຜູ້ ຈັດຕັ້ງນໍາພາໃນການປະກາດສ້າງ ຕັ້ງວັນສໍາຄັນດັ່ງກ່າວ, ໂດຍສືບ ທອດມູນເຊື້ອ ແລະ ພາລະກິດອັນ ສະຫງ່າລາສີຂອງພັກກອມມູນິດ ອິນດູຈີນ ແລະ ພັກແຄວ້ນລາວໃນ ເມື່ອກ່ອນ ເພື່ອສືບຕໍ່ນໍາພາພາລະ ກິດຕໍ່ສູ້ປົດປ່ອຍປະເທດຊາດອອກ ຈາກການກົດຂີ່ຂູດຮີດຂອງພວກ ສັກດີນາຕ່າງຊາດ, ຈາກແອກປົກ ຄອງຂອງພວກຈັກກະພັດລ່າເມືອງ ຂຶ້ນທັງແບບເກົ່າ ແລະ ແບບໃໝ່ ມາ ເ ປັນ ເ ວລາຫລາຍປີ ໂດຍ ຜ່ານຂະບວນການຕໍ່ສູ້ອັນຍືດເຍື້ອ ຍາວນານ. ພັກປະຊາຊົນລາວໃນເວລາ ນັ້ນ ກໍຄື ພັກປະຊາຊົນປະຕິວັດ ລາວໃນປັດຈຸບັນ. ນັບແຕ່ໄດ້ຮັບ ການສ້າງຕັ້ງເປັນຕົ້ນມາ ພັກໄດ້ ອອກແຮງຕັ້ງໜ້າເຄື່ອນໄຫວຢ່າງ ແຂງແຮງ, ວາງແຜນວຽກເປົ້າ ໝາຍ ແລະ ວຽກຈຸດສຸມຢ່າງມີ ແຜນການ, ຜັນຂະຫຍາຍຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງ ທີ I ຂອງພັກ, ໂຄງການການເມືອງ ສະບັບທໍາອິດໃຫ້ບັນດາສະມາຊິກ ພັກ, ພະນັກງານ, ກໍາລັງປະກອບ ອາວຸດ ແລະ ປະຊາຊົນບັນດາເຜົ່າ ທີ່ມີນໍ້າໃຈຮັກຊາດ, ຮັກບ້ານເກີດ ເມືອງນອນ, ຫັນລົງຮາກຖານຢ່າງ ແຂງແຮງ, ປຸກລະດົມຂົນຂວາຍ ປະຊາຊົນເຂົ້າຮ່ວມການປະຕິວັດ, ເຂົ້າຮ່ວມຂະບວນການຕໍ່ສູ້ໃນບັ້ນ ຮົບຕ່າງໆໄປພ້ອມກັບການກໍ່ສ້າງ, ຄັດເລືອກຜົນງານຜູ້ຫ້າວຫັນ, ມີ ຜົນງານດີເດັ່ນຂະຫຍາຍເຂົ້າເປັນ ສະມາຊິກພັກທີ່ມີຄຸນນະພາບ ແລະ ໄວ້ເນື້ອເຊື່ອໃຈຂອງພັກ, ສ້າງ ເງື່ອນໄຂອຳນວຍຄວາມສະດວກ ໃຫ້ອົງການແນວລາວອິດສະຫລະ, ແນວລາວຮັກຊາດ, ໄດ້ເຄື່ອນໄຫວ ປຸກລະດົມເຕົ້າໂຮມຄວາມສາມັກຄີ ປະຊາຊົນລາວທຸກຊົນເຜົ່າ ທຸກຊັ້ນ ຄົນ, ຊົນເຜົ່າ, ສາສະໜາ, ເພດໄວ ເປັນກໍາລັງແຮງສັງລວມ, ປະກອບ ສ່ວນເຂົ້າໃນພາລະກິດປະຕິວັດ ຢ່າງໝົດຈິດໝົດໃຈ ແລະ ສຸດກົກ ສຸດປາຍ. ສະຫາຍ ຄໍາເລ້ ໄຊຍະວົງສີ ກ່າວຕື່ມວ່າ: ວັນສ້າງຕັ້ງພັກປະຊາ ຊົນປະຕິວັດລາວ ຄົບຮອບ 71 ປີ ພໍດີກົງກັບໄລຍະທີ່ພັກເຮົາພວມ ອອກແຮງຕັ້ງໜ້ານໍາພາຈັດຕັ້ງ ປະຕິບັດຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ຂອງພັກ ຄັ້ງທີ XI I ຢ່າງເປັນຂະບວນການຟົດຟື້ນ ກວ້າງຂວາງ. ສໍາລັບເມືອງທຸລະ ຄົມ ເປັນໄລຍະແຫ່ງການສືບຕໍ່ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ອົງຄະນະພັກເມືອງ ຄັ້ງທີ VIII ຕິດພັນກັບມະຕິກອງປະຊຸມ ໃຫຍ່ ຄັ້ງທີ VII ຂອງອົງຄະນະ ພັກແຂວງວຽງຈັນ, ຊົມເຊີຍຜົນ ສໍາເລັດບັ້ນເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V, ພ້ອມກັນນີ້ ອົງຄະນະພັກ ເມືອງທຸລະຄົມໄດ້ເຂົ້າວາງກະຕ່າ ດອກໄມ້ຕໍ່ໜ້າຮູບຫລໍ່ປະທານ ໄກສອນ ພົມວິຫານ ແລະ ຈັດຕັ້ງ ພິທີປາຖະກະຖາວັນສໍາຄັນດັ່ງກ່າວ ຄືກັບໃນທຸກໆປີ ເພື່ອລະນຶກເຖິງຜົນ ງານຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ແລະ ບັນດາ ອະດີດການນໍາຮຸ່ນບຸກເບີກຂອງພັກ ກໍຄື ຜູ້ທີ່ໄດ້ປະກອບສ່ວນເຫື່ອແຮງ, ສະຕິປັນຍາ ແລະ ອຸທິດເລືອດເນື້ອ ເພື່ອປົກປ້ອງປິຕຸພູມອັນແສນຮັກ ແລະ ຫ່ວງແຫນຂອງພວກເຮົາ ຕະຫລອດໄລຍະຜ່ານມາ, ທັງເປັນ ການຫວນຄືນມູນເຊື້ອຂອງວັນ ສ້າງຕັ້ງພັກໃຫ້ພະນັກງານ-ລັດຖະ ກອນ, ພະນັກງານໃນທຸກສາຂາ ອາຊີບ ແລະ ປະຊາຊົນບັນດາເຜົ່າ ພາຍໃນເມືອງໄດ້ຮັບຮູ້ເຂົ້າໃຈຢ່າງ ເລິກເຊິ່ງ. ຂປລ. ໂຄງການກະສິກໍາເພື່ອ ໂພຊະນາການໄລຍະ 2 ດໍາເນີນ ການຈັດຕັ້ງປະຕິບັດວຽກງານ ພາຍໃຕ້ການສະໜັບສະໜູນງົບ ປະມານຈາກກອງທຶນໂລກ ເພື່ອ ການຄໍ້າປະກັນສະບຽງອາຫານ ຫລື GAFSP ຜ່ານກອງທຶນສາ ກົນເພື່ອການພັດທະນາກະສິກໍາ ຫລື IFAD ຈໍານວນ 38 ລ້ານ ໂດລາສະຫະລັດ ເພື່ອຍົກລະດັບ ຄຸນນະພາບຊີວິດການເປັນຢູ່ຂອງ ຄົວເຮືອນຜູ້ດ້ອຍໂອກາດຈໍານວນ 28.000 ຄົວເຮືອນ ຫລື ປະມານ 168.000 ຄົນ ໃນພື້ນທີ່ເປົ້າໝາຍ 6 ແຂວງ ຄື: ແຂວງຜົ້ງສາລີ, ອຸດົມ ໄຊ, ຊຽງຂວາງ, ເຊກອງ, ສາລະ ວັນ ແລະ ແຂວງອັດຕະປື ພາຍໃນ ປີ 2030. ເມື່ອບໍ່ດົນມານີ້ ທີ່ອົງການປົກ ຄອງເມືອງຕະໂອ້ຍ ແຂວງສາລະ ວັນ ໂຄງການກະສິກຳ ແລະ ໂພ ຊະນາການໄລຍະ 2 ໄດ້ຈັດກອງ ປະຊຸມຮ່ວມກັບຄະນະກຳມະການ ປົກຄອງເມືອງ ໂດຍການປະທານ ຮ່ວມຂອງທ່ານ ນາງ ບຸນຖີນ ແກ່ນພົມມາ ຮອງປະທານຄະນະ ກຳມະການປົກຄອງເມືອງ, ທ່ານ ສິນໄຊ ເພັດແພງສີ ຮອງຫົວໜ້າ ພະແນກກະສິກຳ ແລະ ສິ່ງແວດ ລ້ອມແຂວງ ແລະ ທ່ານ ສຸລິວັນ ປັດຕິວົງ ຜູ້ປະສານງານແຫ່ງຊາດ ຂອງ IFAD ປະຈຳ ສປປ ລາວ. ນອກຈາກນັ້ນ, ຍັງມີຜູ້ປະສານ ງານໂຄງການທີ່ມາຈາກ 3 ແຂວງ ສາລະວັນ, ແຂວງເຊກອງ ແລະ ອັດຕະປື ພ້ອມດ້ວຍຊ່ຽວຊານ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອຕິດຕາມກວດກາການ ຈັດຕັ້ງປະຕິບັດວຽກງານຂອງ ໂຄງການ ແລະ ບັນດາກິດຈະກຳ ຕ່າງໆລວມທັງວຽກງານການ ເງິນການຈັດຊື້ຈັດຈ້າງ ພ້ອມທັງ ປືກສາຫາລື ເພື່ອຊ່ວຍແກ້ໄຂບັນຫາ ໃນການຈັດຕັ້ງປະຕິບັດ. ຂະນະທີ່ ຜູ້ປະສານໂຄງການຂັ້ນເມືອງຂຶ້ນ ລາຍງານສະຫລຸບທົບທວນຄືນຜົນ ການຈັດຕັ້ງປະຕິບັດວຽກໄລຍະ ຜ່ານມາ ແລະ ແຜນດໍາເນີນງານ ໃນຕໍ່ໜ້າຂອງໂຄງການກະສິກໍາ ເພື່ອໂພຊະນາການໄລຍະ 2 ແນ ໃສ່ ເພື່ອຊ່ວຍຄົວເຮືອນເປົ້າໝາຍ ທີ່ຢູ່ໃນເຂດພື້ນທີ່ໂຄງການສາມາດ ປັບປຸງລາຍຮັບໃຫ້ດີຂຶ້ນກວ່າເກົ່າ ເຖິງ 20% ພາຍໃນປີ 2030 ພ້ອມ ທັງຄວາມໝັ້ນຄົງດ້ານສະບຽງ ອາຫານ ແລະ ໂພຊະນາການ, ມີ ຄວາມກຽມພ້ອມກັບການປ່ຽນ ແປງຂອງສະພາບດິນຟ້າ. ນອກ ຈາກນີ້, ບັນດາຜູ້ແທນທີ່ເຂົ້າຮ່ວມ ກອງປະຊຸມໄດ້ຜັດປ່ຽນກັນປະ ກອບຄຳຄິດຄຳເຫັນໃສ່ບົດລາຍ ງານດັ່ງກ່າວຢ່າງກົງໄປກົງມາ. *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ທ່ານ ພົນຈັດຕະວາ ນາງ ລີວົງ ລາວລີ ເປັນຫົວໜ້າອົງການໄອຍະ ການປະຊາຊົນສູງສຸດ, ທ່ານ ວັນໄຊ ພອງສະຫວັນ ເປັນປະທານອົງ ການກວດກາແຫ່ງລັດ ແລະ ທ່ານ ວຽງທະວີສອນ ເທບພະຈັນ ເປັນ ປະທານອົງການກວດສອບແຫ່ງ ລັດ ຕາມຄຳສະເໜີຂອງປະທານ ປະເທດ. ຫລັງຈາກນັ້ນ, ບັນດາ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ໄດ້ພ້ອມກັນລົງຄະແນນ ສຽງ ຮັບຮອງເອົາການເລືອກຕັ້ງ ດັ່ງກ່າວ, ດ້ວຍຄະແນນສຽງເຫັນດີ ເປັນສ່ວນຫລາຍ. ບັນດາທ່ານທີ່ໄ ດ້ຮັບການ ເລືອກຕັ້ງຄັ້ງນີ້, ລ້ວນແລ້ວແຕ່ ແມ່ນຜູ້ທີ່ມີມາດຕະຖານເງື່ອນໄຂ ຄົບຖ້ວນ, ມີລະດັບຄວາມຮູ້, ກຳ ແໜ້ນ ແລະ ສາມາດຫັນແນວ ທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ ເປັນທິດທາງ, ແຜນການ, ໂຄງການພັດທະນາ ຂະແໜງການຕົນ; ມີຄວາມຮູ້ເຂົ້າ ໃຈລະບົບກົດໝາຍຂອງ ສປປ ລາວ ຢ່າງເລິກເຊິ່ງ ແລະ ເຂົ້າໃຈ ພື້ນຖານກົດໝາຍສາກົນ; ເປັນ ຜູ້ມີຄວາມບໍລິສຸດສັດຊື່ຕໍ່ພັກ, ຕໍ່ ຢືນຢັນວ່າ: ຈະສຸມທຸກເຫື່ອແຮງ, ສະຕິປັນຍາ, ຄວາມຮູ້ຄວາມສາ ມາດປະຕິບັດໜ້າທີ່ດ້ວຍຄວາມ ຊື່ສັດ, ບໍລິສຸດ ແລະ ຍຸຕິທຳ; ອອກ ແຮງຄົ້ນຄວ້າຮໍ່າຮຽນຍົກລະດັບ ຄວາມຮູ້ຄວາມສາມາດດ້ານຕ່າງໆ ໃຫ້ສູງຂຶ້ນ ເພື່ອສົມຄູ່ກັບໜ້າທີ່ ການເມືອງຂອງຕົນ; ຈະຮ່ວມກັບ ໝູ່ຄະນະ, ປັບປຸງແບບແຜນວິທີ ເຮັດວຽກ ແລະ ວິທີນຳພາພາຍໃນ ຄະນະພັກ ໃຫ້ຄ່ອງຕົວ, ໂລ່ງລ່ຽນ, ໂປງໃສ່ ແລະ ກວດສອບໄດ້ຕາມ ເງື່ອນໄຂ ແລະ ສະພາບຕົວຈິງໃນ ແຕ່ລະໄລຍະໄປພ້ອມກັບຍົກສູງ ຄວາມຮັບຜິດຊອບໃນໜ້າທີ່ການ ເມືອງ ແລະ ວຽກງານວິຊາສະ ເພາະໃຫ້ບັນລຸເປົ້າໝາຍຢ່າງມີຄຸນ ນະພາບສູງ. ຂ່າວ: ທະນູທອງ; ພາບ: ເກດສະໜາ ທ່ານ ພົນຈັດຕະວາ ນາງ ລີວົງ ລາວລີ ເປັນຫົວໜ້າອົງການໄອຍະການປະຊາຊົນສູງສຸດ ທ່ານ ວັນໄຊ ພອງສະຫວັນ ເປັນປະທານອົງການກວດກາແຫ່ງລັດ ທ່ານ ວຽງທະວີສອນ ເທບພະຈັນ ເປັນປະທານອົງການກວດສອບແຫ່ງລັດ ລັດ, ຕໍ່ປະຊາຊົນມີຄວາມທ່ຽງທໍາ ພາວະວິໄສເດັດຂາດເຂັ້ມງວດໃນ ການປົກປ້ອງແນວທາງ, ປົກປ້ອງ ກົດໝາຍ, ປົກປ້ອງຜົນປະໂຫຍດ ອັນຊອບທໍາຂອງປະຊາຊົນ, ຂອງ ປະເທດຊາດ, ຄວາມຍຸຕິທໍາໃນ ສັງຄົມ ແລະ ມີປະສົບການ, ຜົນ ສໍາເລັດໃນໜ້າທີ່ຕຳແໜ່ງນໍາພາຄຸ້ມຄອງໃດໜຶ່ງມາແລ້ວ. ໃນໂອກາດນີ້ , ຜູ້ທີ່ໄດ້ຮັບ ການເລືອກຕັ້ງໃນຄັ້ງນີ້ໄດ້ຜັດ ປ່ຽນກັນຂຶ້ນຮັບໜ້າທີ່ ໂດຍໄດ້ ສະ ແດງຄວາມຂອບ ໃ ຈຢ່າ ງ ຈິງໃຈມາຍັງກົມການເມືອງສູນ ກາງພັກ, ບັນດາສະມາຊິກສະ ພາແຫ່ງຊາດ ຊຸດທີ X ທີ່ໄດ້ໃຫ້ ຄວາມໄວ້ວາງໃຈ ແລະ ມອບ ໝາຍໜ້າທີ່ອັນສໍາຄັນນີ້, ພ້ອມທັງ

RkJQdWJsaXNoZXIy MTc3MTYxMQ==