gsfdko{dkora fmtok a xtgmf]k; ( 23/03/2026 ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ຫລວງ ພະບາງ ຈະຈັດຫລາຍກິດຈະກຳ ໃນບຸນປີໃໝ່ລາວ ເພື່ອດຶງດູດນັກ ທ່ອງທ່ຽວ ສໍາພັດວັດທະນະທໍາ ແລະ ຮີດຄອງປະເພນີດັ້ງເດີມຂອງ ເມືອງມໍລະດົກໂລກ ໂດຍໄດ້ກຳນົດ ເປັນເວລາ 10 ວັນ ນັບແຕ່ວັນທີ 11-20 ເມສາ 2026. ທ່ານ ສະເຫວີຍ ສີລາວັນ ປະ ທານຄະນະກໍາມະການປົກຄອງ ນະຄອນ ຫລວງພະບາງ ໄດ້ຖະ ແຫລງຂ່າວກ່ຽວກັບການຈັດບຸນ ປີໃໝ່ລາວ ພສ 2569 ຄສ 2026 ຢູ່ນະຄອນຫລວງພະບາງ ຕໍ່ສື່ມວນ ຊົນເມື່ອບໍ່ດົນມານີ້ວ່າ: ໃນປີ 2026 ນີ້ການຈັດບຸນປີໃໝ່ລາວ ພສ 2569 ທີ່ນະຄອນຫລວງພະບາງ ຈະໄດ້ ຈັດຫລາຍກິດຈະກຳ ໃນລະຫວ່າງ [5 oxy .\j ]k; s];'rt[k' 9t9a f s]kpdy f9tde grn j vfb 'f6 foa dmj v'mj P; ຂປລ. ແຫລ່ງຂ່າວຈາກແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ກອງປະ ຊຸມສະຫລຸບຖອດຖອນບົດຮຽນ ການກະກຽມ ແລະ ດຳເນີນການ ບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງ ຊາດ (ສສຊ) ຊຸດທີ X ແລະ ສະພາ ປະຊາຊົນຂັ້ນແຂວງ (ສສຂ) ຊຸດ ທີ V ທີ່ແຂວງຫລວງນໍ້າທາ ໃນ ວັນທີ 18 ມີນາ 2026 ໂດຍການ ເປັນປະທານ ຂອງ ທ່ານ ທໍາມະວົງ ບຸນຖາວອນ ເລຂາຄະນະບໍລິຫານ ງານພັກເມືອງນາແລ, ມີບັນດາອະນຸ ກໍາມະການ, ຄະນະຮັບຜິດຊອບ ການເລືອກຕັ້ງຂັ້ນເມືອງເຂົ້າຮ່ວມ. ທ່ານ ສິງໄຊ ອັນນຸສິດ ຫົວໜ້າ ຫ້ອງວ່າການເມືອງ ໄດ້ສະຫລຸບຕີ ລາຄາຄືນການກະກຽມແລະດໍາເນີນ ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ພາຍຫລັງໄດ້ຮັບ ມະຕິຂອງກົມການເມືອງສູນກາງ ພັກ ສະບັບເລກທີ 26/ກມສພ, ລົງ ວັນທີ 12/9/2025 ວ່າດ້ວຍການ ເພີ່ມທະວີການນໍາພາ-ຊີ້ນໍາ ຂອງ g,n v'okc] lts]5 [4vf4vo[q fIPo [A og]n vd8A ' ll- c]t ll0 ຂປລ. ແຫລ່ງຂ່າວຈາກ ແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ເມືອງແກ່ນ ທ້າວ ແຂວງໄຊຍະບູລີ ເຜີຍແຜ່ ກົດໝາຍ ວ່າດ້ວຍການກັນ ແລະ ຄວບຄຸມເຊື້ອເອັຈໄອວີ/ພະຍາດ ເອດ ໃນວັນທີ 19 ມີນາ 2026 ໂດຍມີທ່ານ ດຣ. ບຸນຍັງ ພັນທະ ວົງ ຮອງປະທານຄະນະກໍາມະ ການປົກຄອງ ເມືອງແກ່ນທ້າວ, ທ່ານ ດຣ. ຄູນສະຫວັນ ດີດາລາວົງ ຮອງຫົວໜ້າພະແນກສາທາລະນະ ສຸກແຂວງ, ພ້ອມດ້ວຍກໍາມະການ ການກັນ ແລະ ຄວບຄຸມເຊື້ອເອັຈໄອ ວີ/ພະຍາດເອດ ຂັ້ນເມືອງ, ທີມງານ ພະແນກສາທາລະນະສຸກແຂວງ, ຜູ້ ປະກອບການຮ້ານກິນດຶ່ມ, ຮ້ານບັນ ເທິງພາຍໃນເມືອງ ເຂົ້າຮ່ວມ. ທ່ານ ດຣ. ບຸນຍັງ ພັນທະວົງ ໄດ້ກ່າວວ່າ: ເຊື້ອເອັຈໄອວີ/ພະຍາດ ເອດ ບໍ່ພຽງແຕ່ແມ່ນບັນຫາດ້ານ ສາທາລະນະສຸກເທົ່ານັ້ນ, ແຕ່ມັນ ຍັງສົ່ງຜົນກະທົບຕໍ່ການພັດທະນາ ຊັບພະຍາກອນມະນຸດ, ເສດຖະກິດ ແລະ ສັງຄົມຢ່າງກວ້າງຂວາງ. ດັ່ງນັ້ນ, ລັດຖະບານຈຶ່ງໄດ້ໃຫ້ ຄວາມສຳຄັນຢ່າງຍິ່ງໃນການສ້າງ ແລະ ປັບປຸງນິຕິກຳ ເພື່ອເປັນບ່ອນ ອີງໃນການສະກັດກັ້ນ, ປ້ອງກັນ ແລະ ປິ່ນປົວ ຢ່າງເປັນລະບົບ, ກອງ ປະຊຸມຄັ້ງນີ້, ກໍເພື່ອສ້າງຄວາມຮັບຮູ້ ໃຫ້ຄະນະກຳມະການໄດ້ເຂົ້າໃຈ ຢ່າງເລິກເຊິ່ງ ກ່ຽວກັບເນື້ອໃນ ຈິດໃຈຂອງກົດໝາຍວ່າດ້ວຍການ ກັນ ແລະ ຄວບຄຸມເຊື້ອເອັຈໄອວີ, ຮູ້ຈັກໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງຕົນໃນການຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍການກັນ ແລະ ຄວມຄຸມເຊື້ອເອັຈໄອວີ ແລະ ການ ຢຸດຕິການຈຳແນກ ແລະ ລັງກຽດຕໍ່ ຜູ້ຕິດເຊື້ອ, ເພື່ອໃຫ້ເຂົາເຈົ້າສາມາດ ເຂົ້າເຖິງການບໍລິການ ແລະ ດຳລົງ ຊີວິດຢູ່ໃນສັງຄົມຢ່າງມີກຽດ. ໃນກອງປະຊຸມ, ທີມງານຈາກ ພະແນກສາທາລະນະສຸກແຂວງ ຍັງໄດ້ນຳສະເໜີ ສະຖານະການ ແຜ່ລະບາດຂອງເຊື້ອເອັຈໄອວີ/ພະ ຍາດເອດ ໃນ ສປປ ລາວ ແລະ ພາຍ ໃນແຂວງໄຊຍະບູລີ ພ້ອມທັງ ເຜີຍແຜ່ກົດໝາຍ ວ່າດ້ວຍການ ກັນ ແລະ ຄວມຄຸມເຊື້ອເອັຈໄອວີ. ນອກຈາກນີ້, ຜູ້ເຂົ້າຮ່ວມຍັງໄດ້ ສົນທະນາກັນ ກ່ຽວກັບຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ເພື່ອຊອກຫາ ວິທີການຜັນຂະຫຍາຍກົດໝາຍດັ່ງ ກ່າວລົງສູ່ຂັ້ນຮາກຖານໃຫ້ປາກົດ ຜົນເປັນຈິງ. cdj omh k; gzu pczj dq f\kp;j kfh ;p dkoda o c]t 7;[75 ,g-N vgva 9wv;u }gvf ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ໃນລະຫວ່າງ ວັນທີ 18-19 ມີນາ 2026 ຜ່ານ ມາ, ຫ້ອງການເກັບກູ້ລະເບີດແຫ່ງ ຊາດ (ຄກລ)ປະຈໍາແຂວງອັດຕະ ປື ລົງເຜີຍແຜ່ຜົນຮ້າຍຂອງລະເບີດ ບໍ່ທັນແຕກແລະ ໄດ້ມີການທໍາລາຍ ບົ່ມໃຫຍ່ MK82 GPLD-500 ປອນ, ທີ່ບ້ານໝື່ນຫົວເມືອງ ເມືອງ ສາມັກຄີໄຊ ແຂວງອັດຕະປື. ທ່ານ ໄຊເສດຖາ ໂພສາລາດ ຮອງຫົວໜ້າຫ້ອງການເກັບກູ້ລະ ເບີດແຫ່ງຊາດ ປະຈໍາແຂວງອັດ ຕະປືໃຫ້ຮູ້ວ່າ: ການກວດກູ້ລະເບີດ ຂອງທີມງານກວດກູ້ແມ່ນເລີ່ມແຕ່ ວັນທີ 2 ມີນາ 2026 ເປັນເນື້ອທີ່ ດິນຂອງປະຊາຊົນ ບ້ານໝື່ນຫົວ ເມືອງຊຶ່ງມີເນື້ອທີ່ 17ກວ່າເຮັກຕາ, ຜ່ານການກວດກູ້ມາຮອດວັນທີ 13 ມີນາ 2026 ທາງທີມງານ ກວດກູ້ໄດ້ກວດພົບລະເບີດບົ່ມໃຫຍ່ ຊະນິດ MK82 GPLD-500 ປອນ ເທົ່າກັບ 227 ກິໂລກຣາມ, ຕໍ່ກັບ ການກວດພົບດັ່ງກ່າວທາງທີມງານ ຄກລແຂວງໄດ້ລົງເກັບກໍາຂໍ້ມູນນໍາ ປະຊາຊົນທີ່ຈະໄດ້ຮັບຜົນກະທົບ ຊຶ່ງ ມີ22ຄອບຄົວ, ມີປະຊາຊົນ 152 ຄົນ, ພາຍຫລັງທີ່ເກັບກຳຂໍ້ມູນໄດ້ ແລ້ວທາງ ຄກລ ໄດ້ວາງແຜນທໍາ ລາຍ ໂດຍນໍາໃຊ້ທີມງານໂຄສະນາ ຄວາມສ່ຽງປຸກລະດົມຂົນຂວາຍ ປະຊາຊົນທີ່ຈະອົບພະຍົບ ແລະ ຊີ້ແຈງໃຫ້ປະຊາຊົນເຂົ້າໃຈຕໍ່ກັບ ຜົນຮ້າຍຂອງບົ່ມໃຫຍ່ດັ່ງກ່າວ ຊຶ່ງ ມີຄວາມອັນຕະລາຍໃນຂອບເຂດ 1.500ແມັດ, ເປັນເຂດທີ່ມີຄວາມ ສ່ຽງສູງອາດເກີດອັນຕະລາຍ ແລະ ຜົນຮ້າຍຂອງລະເບີດບົ່ມໃຫຍ່ ທີ່ ຈະຕ້ອງເຮັດການທໍາລາຍກັບທີ່ ບໍ່ 7d] va f8txn me]kp[q j ,.spj oE\a d 227 dy 3]dik, ວັນທີ 11 ຫາ ວັນທີ 20 ເມສາ, ຊຶ່ງປັດຈຸບັນ ໄດ້ສຳເລັດການປຶກສາ ຫາລືໃນການກະກຽມວຽກງານ ແຕ່ລະດ້ານ ແລະ ໄດ້ມອບໝາຍ ແຕ່ລະວຽກ ໃຫ້ແຕ່ລະອະນຸກຳມະ ການດຳເນີນການຈັດຕັ້ງປະຕິບັດ ໜ້າວຽກທີ່ຕົນຮັບຜິດຊອບ ໂດຍໄດ້ ສ້າງແຜນລາຍງານເຄື່ອນໄຫວບຸນ, ລະບຽບການຫລິ້ນບຸນ, ຂະບວນແຫ່ ໃນພິທີແຫ່ຫວໍ່ ແລະ ພິທີອະຣາດ ທະນາອັນເຊີນພະບາງລົງຫົດສົງ, ຕິດພັນກັບວຽກງານອັນເລັ່ງດ່ວນ ທີ່ສຸດ ຄືວຽກການລະດົມທຶນ ແລະ ວຽກງານປຸກລະດົມ-ຮັບສະໝັກ ນາງສາວງາມ ເຂົ້າປະກວດນາງ ສັງຂານ, ເພື່ອໃຫ້ສັງຄົມໄດ້ມີສ່ວນ ຮ່ວມກັບບຸນປະເພນີ. ທ່ານ ສະເຫວີຍ ສີລາວັນ ໃຫ້ຮູ້ ຕື່ມວ່າ: ບຸນປີໃໝ່ລາວ ເປັນບຸນປະ ເພນີທີ່ສໍາຄັນຂອງຄົນລາວ ແລະ ເປັນປາງບຸນໃຫຍ່ ທີ່ໄດ້ສະເຫລີມ ສະຫລອງກັນທົ່ວປະເທດ ຕັ້ງແຕ່ ເໜືອຕະຫລອດໃຕ້ ໂດຍທົ່ວໄປເລີ່ມ ແຕ່ວັນທີ 14 ຫາ 16 ຂອງເດືອນ ເມສາ ຊຶ່ງເປັນເດືອນທີ່ອາກາດຮ້ອນ ອົບເອົ້າໃນຮອບປີ ຈຶ່ງໄດ້ມີການ ຫົດສົງນໍ້າ ເພື່ອເປັນການລ້າງຊ່ວຍ ອວຍພອນເຊິ່ງກັນ ແລະ ກັນ ເອົາ ສິ່ງທີ່ບໍ່ດີໃຫ້ໝົດໄປໃນປີເກົ່າ. ສະເພາະນະຄອນ ຫລວງພະ ບາງ ເມືອງມໍລະດົກໂລກ ຈະມີກິດ ຈະກໍາທີ່ຫລາກຫລາຍໃນແຕ່ລະ ປີ ເພື່ອດຶງດູດນັກທ່ອງທ່ຽວ ສໍາ ພັດວັດທະນະທໍາ ແລະ ຮີດຄອງ ປະເພນີດັ່ງເດີມ, ອັນພົ້ນເດັ່ນແມ່ນ ການໂລະລາດ ຕະຫລາດນັດແບບ ມວນຊົນ, ການແຫ່ຊ້າງຮຽງເກີຍ, ການຕົບພະທາດຊາຍທີ່ດອນຊາຍ ມຸງຄຸນ, ການສະຫລອງບຸນປະເພນີ ປີໃໝ່ຂອງຊົນເຜົ່າລື້ ຢູ່ບ້ານຜາ ນົມ, ການແຫ່ຫວໍ່, ການແຫ່ຮູບຈໍາ ລອງພະຍານາກ ແຕ່ພະທາດຈອມສີ ລົງມາເຂົ້າສູ່ໜອງໃນຫໍພິພິທະພັນ ແຫ່ງຊາດ (ພະລາດຊະວັງເກົ່າ), ພິທີອາລາດທະນາອັນເຊີນພະບາງ ລົງຫົດສົງ ແລະ ອື່ນໆ ແລະ ຂໍເຊີນ ຊວນປະຊາຊົນບັນດາເຜົ່າ, ນັກທ່ອງ ທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມບັນດາກິດຈະກຳ ໃນການສະເຫລີມສະຫລອງບຸນ ປີໃໝ່ລາວ ທີ່ນະຄອນຫລວງພະ ບາງ ເມືອງມໍລະດົກໂລກ ເພື່ອສຳ ຜັດກັບວັດທະນະທຳ-ຮີດຄອງ ປະເພນີອັນດີງາມ ຂອງຊາວຫລວງ ພະບາງ ທີ່ສືບທອດກັນມາແຕ່ບູ ຮານນະການຢ່າງຄຶກຄື້ນມ່ວນຊື່ນ ໂດຍບໍ່ມີວັນຫລົງລືມ. ຂ່າວ-ພາບ: ທະນູສິນ ອິດທິພົນ ສາມາດເຄື່ອນຍ້າຍໄດ້, ເພື່ອໃຫ້ ປະຊາຊົນ ແລະ ຊຸມຊົນເຂົ້າໃຈເຖິງ ເຫດຜົນ ແລະ ຄວາມຈໍາເປັນທີ່ຕ້ອງ ອົບພະຍົບຍ້າຍຊຸມຊົນອອກຈາກ ຂອບເຂດພື້ນທີ່ໆມີຄວາມສ່ຽງ ເພື່ອ ຄວາມປອດໄພໃນການທໍາລາຍບົ່ມ ໃຫຍ່, ເພື່ອໃຫ້ປະຊາຊົນພາຍໃນ ບ້ານອ້ອມຂ້າງ ແລະ ບ້ານເປົ້າໝາຍ ໃຫ້ຄວາມຮ່ວມມື ໃນການປະຕິບັດ ວຽກງານຄັ້ງນີ້ໃຫ້ບັນລຸຕາມແຜນທີ່ ກຳນົດໄວ້. ການທໍາລາຍລະເບີດບົ່ມໃຫຍ່ ຊະນິດ MK82 GPLD-500 ປອນ ເທົ່າກັບ 227 ກິໂລກຣາມ ແມ່ນໄດ້ຈັດຕັ້ງປະຕິບັດຢ່າງຮັດກຸມ ໂດຍໄດ້ຮ່ວມມືກັບອົງການຈັດຕັ້ງ ປກສ ແລະ ທີມງານຄກລ ໃນນັ້ນ, ໄດ້ຈັດແບ່ງຈຸດຍາມ ໃນ11 ຈຸດໃນ ຂອບເຂດຄວາມສ່ຽງ,ພ້ອມໄດ້ ເປິດເສັ້ນທາງສັນຈອນ, ການທໍາ ລາຍຄັ້ງນີ້ແມ່ນນໍາໃຊ້ຄວາມແຮງ ຕໍ່າຊຶ່ງໃຊ້ເວລາຫ າຍກວ່າ1ຊົ່ວໂມງ ແລະ ໄດ້ທໍາລາຍສໍາເລັດ100%, ພາຍຫລັງທໍາລາຍແລ້ວໄດ້ກວດ ສອບການແຕກຂອງບົ່ມຄັ້ງນີ້ ແມ່ນຖືກຕ້ອງຕາມເຕັກນິກສໍາເລັດ 100% ແລະການອົບພະຍົບປະຊາ ຊົນແມ່ນປອດໄພ 100%. ຂ່າວ: ມະນີວອນ ຄະນະພັກທຸກຂັ້ນຕໍ່ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V, ຄໍາແນະນໍາຂອງຄະນະປະຈໍາສະພາ ແຫ່ງຊາດ ເລກທີ 19/ຄປຈ ແລະ ຄໍາແນະນໍາຂອງຄະນະກໍາມະການ ເລືອກຕັ້ງລະດັບຊາດ ສະບັບເລກທີ 08/ຄລຊ, ຄະນະປະຈໍາສະພາປະ ຊາຊົນແຂວງ ໄດ້ອອກມະຕິແຕ່ງຕັ້ງ ຄະນະກໍາມະການເລືອກຕັ້ງຂັ້ນ ເມືອງ, ພ້ອມທັງສ້າງແຜນດໍາເນີນ ງານ ຂອງຄະນະກໍາມະການເລືອກ ຕັ້ງຂັ້ນເມືອງ ອອກຂໍ້ຕົກລົງ ວ່າ ດ້ວຍການແຕ່ງຕັ້ງ ແລະ ການເຄື່ອນ ໄຫວຂອງບັນດາອະນຸກໍາມະການ ກ່ຽວກັບໂຄງປະກອບກົງຈັກ ແລະ ບຸກຄະລາກອນ ຕາມຄໍາແນະນໍາ ຂອງຄະນະກໍາມະການເລືອກຕັ້ງຂັ້ນ ແຂວງ ປະກອບມີ 5 ອະນຸກໍາມະ ການຄື: ອະນຸກໍາມະການເລຂານຸ ການ, ອະນຸກໍາມະການໂຄງປະກອບ ແລະ ບຸກຄະລາກອນ, ອະນຸກໍາ ມະການໂຄສະນາ ແລະ ປຸກລະດົມ ຂະບວນການ, ອະນຸກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບແລະອະນຸກໍາມະການບໍລິຫານ, ພິທີການ ແລະ ງົບປະມານ; ມີການ ກໍານົດສິດ, ໜ້າທີ່ ແລະ ແບ່ງຄວາມ ຮັບຜິດຊອບແຕ່ລະອະນຸກໍາມະການ ພ້ອມນີ້, ບັນດາຜູ້ມີສິດເລືອກຕັ້ງໄດ້ ອອກເຄື່ອນໄຫວແນະນຳຕົວ ແລະ ພົບປະຜູ້ມີສິດປ່ອນບັດເລືອກຕັ້ງ ໃນທົ່ວເມືອງນາແລ ເລີ່ມແຕ່ວັນທີ 7-18 ກຸມພາ 2026, ຕະຫລອດ ໄລຍະ 12 ວັນຂອງການເຄື່ອນໄຫວ ສາມາດນໍາພາຜູ້ສະໝັກ ສສຊ ແລະ ສສຂ ແນະນຳຕົວຢູ່ບັນດາອົງການ, ຕາແສງ ແລະ ບ້ານໄດ້ 10 ຈຸດ ໃນ ນີ້, ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ແລະ ສສຂ 3 ຈຸດ, ສສຂ 7 ຈຸດ ມີ ຜູ້ເຂົ້າຮ່ວມຮັບຟັງ 1.565 ຄົນ, ຍິງ 705 ຄົນ. ໃນກອງປະຊຸມ, ໄດ້ມີຜູ້ຕາງໜ້າ ແຕ່ລະອະນຸກໍາມະການ ພັດປ່ຽນກັນ ປະກອບຄໍາຄິດຄໍາເຫັນຕໍ່ຄໍາຖາມ ເຈາະຈີ້ມ, ຍົກເອົາບັນຫາທີ່ສໍາຄັນ, ຂໍ້ຂາດຕົກບົງຜ່ອງ ໃນການປ່ອນ ບັດເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໃນໄລຍະຜ່ານມາ ໂດຍສະ ເພາະບັນຫາກ່ຽວກັບ ການຂາດເຂີນທາງດ້ານງົບປະ ມານ, ອຸປະກອນຮັບໃຊ້, ບຸກຄະລາ ກອນບໍ່ພຽງພໍ່, ຄວາມຫຍຸ້ງຍາກໃນ ການລົງເຄື່ອນໄຫວປຸກລະດົມຫາ ສຽງ ແລະ ບັນຫາອື່ນໆ ທີ່ຍັງບໍ່ໄດ້ ດີເທົ່າທີ່ຄວນ ທັງເປັນການຊີ້ແຈງ ແຕ່ລະບັນຫາໃຫ້ສໍາເລັດ ແລະ ເພື່ອ ເຮັດໃຫ້ການປ່ອນບັດຊຸດຕໍ່ໄປດີຂຶ້ນ ກວ່າເກົ່າ. ໃນໂອກາດນີ້, ທ່ານ ທໍາມະວົງ ບຸນຖາວອນ ໄດ້ແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຄະນະຮັບຜິດຊອບອະນຸ ກຳມະການໂຄງປະກອບ, ບຸກຄະລາ ກອນ ທີ່ໄດ້ອຸດທິດເຫື່ອແຮງສະຕິ ປັນຍາຂອງຕົນ ເຂົ້າໃນໜ້າທີ່ວຽກ ງານ ໂດຍສະເພາະການເກັບກຳ ຂໍ້ມູນສະຖິຕິພົນລະເມືອງ, ຜູ້ມີສິດ ປ່ອນບັດເລືອກຕັ້ງ ແລະ ໜ່ວຍປ່ອນ ບັດເລືອກຕັ້ງລະອຽດ ພ້ອມລາຍ ງານໃຫ້ທັນເວລາ ກໍຄືບັ້ນເລືອກ ຕັ້ງດັ່ງກ່າວສໍາເລັດຜົນຕາມແຜນທີ່ ວາງໄວ້ ພ້ອມທັງຮຽກຮ້ອງໃຫ້ທຸກ ພາກສ່ວນ ຈົ່ງພ້ອມກັນຮັບຮູ້ເຖິງ ບັນຫາການວິກິດຕ່າງໆ ໃນປັດຈຸ ບັນ ລວມເຖິງການຜັນແປຂອງເສດ ຖະກິດ ເຮັດໃຫ້ການພັດທະນາບາງ ດ້ານຂອງວຽກງານ ບໍ່ໄດ້ຮັບຜົນສໍາ ເລັດຕາມແຜນທີ່ວາງໄວ້. ຂ່າວ: ອຸດົມສຸກ ວັນສະໝອນ
RkJQdWJsaXNoZXIy MTc3MTYxMQ==