7240

23/03/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d g]aj 'les];f c]t ;k'czora fmtok cs]j 'mj v'mj P;c[[;q 'cs;o16j g,n v'v5 m5 ,rvo ຂປລ. ເພື່ອຈັດຕັ້ງປະຕິບັດແນວ ທາງການພັດທະນາເສດຖະກິດສັງຄົມ ທີ່ຕິດພັນກັບການສົ່ງເສີມ ວັດທະນະທຳ ແລະ ເພື່ອຊຸກຍູ້ ເສດຖະກິດທ້ອງຖິ່ນໃຫ້ເຂັ້ມແຂງ; ດັ່ງນັ້ນເມື່ອມໍ່ໆມານີ້, ທ່ານ ແຖວຄຳ ພົມມະວົງ ເລຂາຄະນະບໍລິຫານ ງານພັກ ເມືອງອຸທຸມພອນ ພ້ອມ ດ້ວຍຄະນະໄດ້ລົງສຳຫລວດພື້ນທີ່ ຕົວຈິງ ເພື່ອວາງແຜນພັດທະນາ ແຫລ່ງທ່ອງທ່ຽວແບບວົງແຫວນ ຫລື ແບບຄົບວົງຈອນຕາມເສັ້ນ ທາງເລກທີ 10 ຊຶ່ງເປັນເຂດຍຸດທະ ສາດທີ່ມີທ່າແຮງບົ່ມຊ້ອນທັງດ້ານ ປະຫວັດສາດ ແລະ ຄວາມງາມ ທາງທຳມະຊາດ. ແນວໃດກໍດີ, ການລົງສຳຫລວດ ໃນຄັ້ງນີ້ ແມ່ນການຫັນເອົານະໂຍ ຂປລ. ອາທິດນີ້, ຄໍລຳ “ຊີວິດກົດໝາຍ” ໜັງສືພິມປະເທດລາວ ຂໍມາສະເໜີປະມວນກົດໝາຍອາ ຍາໃຫ້ທ່ານຜູ້ອ່ານຕື່ມ ໂດຍຕໍ່ຈາກ ມາດຕາ 119 ຫາ 120 ໃຫ້ພວກ ເຮົາໄດ້ຮັບຮູ້ຕື່ມອີກ. ມາດຕາ 119 ການໂຈລະກຳ: ບຸກຄົນໃດຫາກໄດ້ເຂົ້າໃນການຈັດ ຕັ້ງເປັນກຸ່ມປະກອບອາວຸດແລ້ວ ໂຈມຕີ, ທຳລາຍໂຮງຈັກໂຮງງານ, ສຳນັກງານ, ການໂຈລະກຳຫລືຈັບ ຫລື ຂ້າພະນັກງານ, ປະຊາຊົນ ຫລື ປຸ້ນເອົາຊັບສົມບັດຂອງລັດ, ຂອງ ລວມໝູ່, ຂອງບຸກຄົນ ເພື່ອທຳລາຍ ພື້ນຖານຄວາມເປັນລະບຽບຂອງ ສັງຄົມຈະຖືກລົງໂທດຕັດອິດສະລະ ພາບແຕ່ຫ້າປີ ຫາ ຊາວປີ ແລະ ຈະ ຖືກປັບໃໝ ແຕ່ 50.000.000 ກີບ ຫາ 500.000.000 ກີບ, ອາດ dko39]tde rtpkf\kdcf'.spj c]t \kdcf'oh vp lk,kfxh v'da ofh ;p;a d-y o ຈະຖືກຮິບຊັບ ແລະ ອາດຈະຖືກ ຈຳກັດທີ່ຢູ່ ຫລື ຕັດອິດສະລະພາບ ຕະຫລອດຊີວິດ ຫລື ປະຫານຊີວິດ. ການກະກຽມໃຫ້ແກ່ການກະ ທຳຜິດ, ຄວາມພະຍາຍາມກໍ່ການ ກະທຳຜິດກໍຈະຖືກລົງໂທດ. ມາດຕາ 120 ການກໍ່ການ ຮ້າຍ: ການກໍ່ການຮ້າຍແມ່ນການ ກະທຳຂອງບຸກຄົນ, ກຸ່ມຄົນ ຫລື ການຈັດຕັ້ງໃນ ຫລື ນອກດິນແດນ ສປປ ລາວ ດັ່ງນີ້: 1. ການກະທຳທີ່ ສ້າງຜົນສະທ້ອນຕໍ່ຄວາມໝັ້ນຄົງ, ພື້ນຖານເສດຖະກິດ-ສັງຄົມຂອງ ຊາດ, ອົງການຈັດຕັ້ງຕ່າງປະເທດ, ອົງການສາກົນ, ສ້າງຄວາມຫຍຸ້ງ ຍາກຕໍ່ການພົວພັນສາກົນຂອງ ສປປ ລາວ ຫລື ສ້າງຄວາມວຸ້ນວາຍ ໃຫ້ແກ່ປະຊາຊົນໃນສັງຄົມ; 2. ການ ກະທຳຮຸນແຮງທີ່ແຕະຕ້ອງເຖິງ ຊີວິດ, ສຸຂະພາບ, ສິດເສລີພາບ ຫລື ການບັງຄັບ, ການນາບຂູ່ທາງ ດ້ານຮ່າງກາຍ ແລະ ຈິດໃຈ; 3. ການຍຶດ, ທຳລາຍຊັບສິນ, ບຸກລຸກ, ໂຈມຕີ, ຂັດຂວາງ, ສ້າງຄວາມ ເສຍຫາຍ ແລະ ສ້າງຄວາມວຸ້ນວາຍ ໃຫ້ແກ່ລະບົບຄອມພິວເຕີ, ລະບົບ ຄົມມະນາຄົມ, ລະບົບອິນເຕີເນັດ ຫລື ເຄື່ອງມືດີຈິຕອນຂອງອົງການ ຈັດຕັ້ງລັດ, ນິຕິບຸກຄົນ, ການຈັດຕັ້ງ ແລະ ບຸກຄົນ; 4. ການປຸງແຕ່ງ, ຜະລິດ, ນຳໃຊ້, ບັນຈຸ, ຂົນສົ່ງ, ຮິບ ໂຮມ, ຈັດຫາວັດຖຸລະເບີດ, ສານ ກຳມັນຕະພາບລັງສີ, ສານພິດ, ວັດຖຸໄວໄຟ ແລະ ຊື້-ຂາຍອາວຸດ, ອຸປະກອນ, ຍານພາຫະນະລວມ ທັງການແນະນຳໃຫ້ກະທຳການ ໃດໜຶ່ງ ໂດຍມີຈຸດປະສົງຕາມທີ່ ໄດ້ກຳນົດໄວ້ໃນຂໍ້ 1, 2 ແລະ 3 ຂອງມາດຕານີ້; 5. ການເຜີຍແຜ່, ຊັກຊວນ, ຊຸກຍູ້, ບັງຄັບ, ນາບຂູ່, ວ່າຈ້າງ ຫລື ສ້າງເງື່ອນໄຂ, ຊ່ວຍ ເຫລືອໃຫ້ມີການກະທຳຕາມທີ່ໄດ້ ກຳນົດໄວ້ໃນຂໍ້ 1, 2, 3 ແລະ 4 ຂອງມາດຕານີ້; 6. ການກະທຳຜິດ ອື່ນທີ່ຖືວ່າເປັນການກໍ່ການຮ້າຍ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ສົນທິສັນຍາ ຫລື ສັນຍາສາກົນທີ່ ສປປ ລາວ ເປັນພາຄີ. ບຸກຄົນໃດຫາກໄດ້ກະທຳຜິດ ໃນສະຖານການກໍ່ການຮ້າຍຈະຖືກ ລົງໂທດຕັດອິດສະລະພາບແຕ່ຫ້າ ປີ ຫາ ຊາວປີ ແລະ ຈະຖືກປັບໃໝ ແຕ່ 1.000.000.000 ກີບ ຫາ 5.000.000.000 ກີບ.ໃນກໍລະນີ ທີ່ມີການຈັດຕັ້ງເປັນກຸ່ມ ຫລື ສ້າງ ຄວາມເສຍຫາຍຢ່າງຫລວງຫລາຍ ແລະ ໜັກໜ່ວງຈະຖືກລົງໂທດຕັດ ອິດສະລະພາບແຕ່ສິບປີ ຫາ ຕະ ຫລອດຊີວິດ ແລະ ຈະຖືກປັບໃໝ ແຕ່ 5.000.000.000 ກີບ ຫາ 7.000.000.000 ກີບ ແລະ ຈະ ຖືກຮິບຊັບ ຫລື ປະຫານຊີວິດ. ການກະກຽມໃຫ້ແກ່ການກະ ທຳຜິດ, ຄວາມພະຍາຍາມກໍ່ການ ກະທຳຜິດກໍຈະຖືກລົງໂທດ. (ພໍ້ກັນໃໝ່ ສະບັບໜ້າ) ຂປລ.ພະຍາດໝາກແດງ ແມ່ນ ພະຍາດທີ່ເກີດຈາກເຊື້ອໄວຣັດສ ຊະນິດໜຶ່ງທີ່ສາມາດຕິດຕໍ່ຈາກຄົນ ສູ່ຄົນໄດ້ໄວ້, ຜູ້ຕິດເຊື້ອສາມາດແຜ່ ເຊື້ອໃຫ້ຄົນອື່ນຜ່ານລົມຫາຍໃຈ, ການໄອ ຫລື ຈາມ; ພະຍາດດັ່ງກ່າວ ສາມາດເກີດຂຶ້ນກັບທຸກຄົນ ສ່ວນ ຫລາຍແມ່ນເດັກນ້ອຍ. ພະຍາດນີ້ ເປັນພະຍາດທີ່ອັນຕະລາຍຫລາຍ ແຕ່ສາມາດປ້ອງກັນໄດ້ດ້ວຍວັກ ຊິນ, ຖ້າບໍ່ໄດ້ຮັບວັກຊິນມາກ່ອນ ເມື່ອຕິດເຊື້ອແລ້ວມີໂອກາດເຈັບ ປ່ວຍໜັກ ແລະ ເສຍຊີວິດໄດ້ ໂດຍ ສະເພາະແມ່ນເດັກນ້ອຍທີ່ມີອາຍຸ ຕໍ່າກວ່າ 5 ປີ ແມ່ນມີຄວາມສ່ຽງ ສູງທີ່ຈະເປັນພະຍາດໝາກແດງ ຮ້າຍແຮງ ຊຶ່ງອາການເບື້ອງຕົ້ນ ຂອງພະຍາດໄຂ້ໝາກແດງໃຫຍ່ ຫລັງຈາກຕິດເຊື້ອຈະມີ: ຜື່ນແດງ, ມີ ນໍ້າຕາ, ໄຂ້, ໄອ, ຕາອັກເສບ, ຂີ້ມູກ ຍ້ອຍ, ຕາແດງ, ໂດຍປົກກະຕິແລ້ວ ຜື່ນແດງຈະເກີດຂຶ້ນໃນລະຫວ່າງມື້ທີ 3 ຫາມື້ທີ 7 ຫລັງຈາກທີ່ມີອາການ ອື່ນໆ. ຜື່ນແດງຈະເລີ່ມອອກຕາມ ໃບໜ້າແລ້ວລາມໄປທ່ົວຮ່າງກາຍ. ນອກຈາກນັ້ນ, ກໍມີອາການສົນ ຫລື ອາການແຊກຊ້ອນອີກເຊັ່ນ: ການ ຖອກທ້ອງຮຸນແຮງ, ຫູອັກເສບ, ຕາບອດ, ປອດ ອັກເສບ ແລະ ສະ ໝອງອັກເສບ. ບາງອາການເຫລົ່າ ນີ້ສາມາດເຮັດໃຫ້ເສຍຊີວິດໄດ້. ສ່ວນໃຫຍ່ອາການແຊກຊ້ອນ ຈາກພະຍາດໝາກແດງໃຫຍ່ມັກ ເກີດກັບເດັກອາຍຸຕໍ່າກວ່າ 5 ປີ (ໂດຍສະເພາະເດັກທີ່ຂາດສານ ອາຫານ) ແລະ ຜູ້ໃຫຍ່ທີ່ອາຍຸຫລາຍ ກວ່າ 30 ປີ. ສະນັ້ນ, ພະຍາດໝາກ ແດງໃຫຍ່ຈຶ່ງເປັນໜຶ່ງໃນສາເຫດ ຫລັກທີ່ເຮັດໃຫ້ເດັກທົ່ວໂລກເສຍ ຊີວິດ. ເຖິງແນວໃດກໍຕາມ, ພະຍາດ ດັ່ງກ່າວບໍ່ມີຢາປິ່ນປົວສະເພາະ, ແຕ່ທ່ານສາມາດປ້ອງກັນໄດ້ແຕ່ ຫົວທີດ້ວຍການສັກວັກຊິນໃຫ້ຄົບ. ຖ້າຜູ້ຍິງຕິດເຊື້ອພະຍາດໝາກ ແດງໃຫຍ່ໃນຕອນຖືພາພະຍາດນີ້ ສາມາດເຮັດໃຫ້ແມ່ເກີດລູກກ່ອນ ກຳນົດໄດ້ ແລະ ເດັກຈະມີນໍ້າໜັກ ຕໍ່າໃນຕອນເກີດ. ການສັກວັກຊິນປ້ອງກັນພະຍາດ ໄຂ້ໝາກແດງໃຫຍ່ໃຫ້ຄົບເປັນວິທີ ປ້ອງກັນທີ່ດີທີ່ສຸດສໍາລັບຕົວທ່ານ ແລະ ລູກນ້ອຍ ເພື່ອບໍ່ໃຫ້ແຜ່ເຊື້ອໄປ ສູ່ຄົນອື່ນ. ວັກຊິນປ້ອງກັນພະຍາດ ໄຂ້ໝາກແດງໃຫຍ່ ແລະ ໝາກແດງ ນ້ອຍ ປອດໄພ ແລະ ມີປະສິດທິພາບ ໄດ້ຖືກນໍາໃຊ້ທົ່ວໂລກ; ແຕ່ລະປີ ກໍມີຄົນຫລາຍລ້ານຄົນທີ່ໄດ້ສັກ ວັກຊິນນີ້ ເພື່ອສ້າງພູມຄຸ້ມກັນທີ່ ຈໍາເປັນເຊັ່ນດຽວກັບທຸກວັກຊິນ ທີ່ໃຊ້ຢູ່ໃນປະເທດຂອງພວກເຮົາ. ວັກຊິນປ້ອງກັນພະຍາດໄຂ້ໝາກ ແດງໃຫຍ່-ໝາກແດງນ້ອຍໄດ້ຜ່ານ ຂະບວນການທາງວິທະຍາສາດ ທີ່ລະອຽດເພື່ອປະເມີນ, ຮອງຮັບ ຄວາມປອດໄພ ແລະ ຢັ້ງຢືນຜົນ ການສຶກສາຈໍານວນຫລາຍ. ດັ່ງນັ້ນ, ພໍ່ແມ່ຜູ້ປົກຄອງຄວນ ພາລູກຫລານຂອງທ່ານໄປຮັບ ວັກຊິນໃຫ້ຄົບກຳນົດຕາມໂຮງໝໍ ແຂວງ, ໂຮງໝໍເມືອງ, ສຸກສາລາ ໃກ້ ບ້ານທ່ານ. ບາຍການທ່ອງທ່ຽວຂອງແຂວງ ສະຫວັນນະເຂດ ມາເປັນແຜນການ ເຄື່ອນໄຫວທີ່ເປັນຮູບປະທຳ ໂດຍ ມຸ່ງເນັ້ນການເຊື່ອມໂຍງບັນດາ ຈຸດທ່ອງທ່ຽວທີ່ໃກ້ຄຽງກັນໃຫ້ ກາຍເປັນລະບົບດຽວກັນ ເພື່ອ ສ້າງປະສົບການທີ່ຄົບຖ້ວນໃຫ້ນັກ ທ່ອງທ່ຽວ ແລະ ສ້າງລາຍຮັບ ໃຫ້ແກ່ປະຊາຊົນໃນທ້ອງຖິ່ນຢ່າງ ຍືນຍົງ ຊຶ່ງຄະນະການນຳໄດ້ລົງ ເລິກເບິ່ງຈຸດສຳຄັນຕ່າງໆ ທີ່ມີ ຄວາມໝາຍທາງດ້ານຈິດໃຈ ແລະ ປະຫວັດສາດເຊັ່ນ: ຖໍ້າພະດ່ານລາດ ມັ່ງ ຊຶ່ງເປັນສະຖານທີ່ສັກສິດທີ່ມີ ຄວາມເຊື່ອຖືມາແຕ່ບູຮານນະການ, ເປັນແຜ່ນຫີນສູງ ແລະ ມີຖໍ້າທີ່ ປະດິດສະຖານພະພຸດທະຮູບຈໍາ ນວນຫລາຍທີ່ສະທ້ອນໃຫ້ເຫັນ ເຖິງມູນເຊື້ອການປົກປັກຮັກສາ ວັດທະນະທຳຂອງບັນພະບຸລຸດ. ພ້ອມນັ້ນ, ຍັງໄດ້ສຳຫລວດ ພະ ທາດທ່າພະນົມປະຖົມລັດຕະນະເຈ ດີ ຊຶ່ງໃນແຜນພັດທະນາແມ່ນຈະ ມີການຍົກລະດັບພື້ນຖານໂຄງລ່າງ ດ້ວຍການຂະຫຍາຍກຳແພງແກ້ວ ອອກຕື່ມຂ້າງລະ 20 ແມັດ, ປູພື້ນ ໂຕໜອນ ແລະ ສ້າງສິ່ງອຳນວຍ ຄວາມສະດວກໃໝ່ ເພື່ອຮອງຮັບ ນັກສະແຫວງບຸນ. ນອກຈາກແຫລ່ງ ທ່ອງທ່ຽວທາງດ້ານວັດທະນະທຳ ແລ້ວ, ຄະນະການນຳຍັງໄດ້ລົງຕິດ ຕາມສາລາພັກເຢັນນໍ້າບຸ້ຍ ຊຶ່ງເປັນ ປະກົດການທຳມະຊາດທີ່ໂດດເດັ່ນ (ນໍ້າອອກບໍ່) ທີ່ມີຄວາມງາມແບບ ດັ້ງເດີມ ແລະ ໄດ້ໄປຢ້ຽມຊົມອ່າງ ເກັບນໍ້າຊົນລະກະເສດຍອດຫ້ວຍ ທ່າຮາວ ບ້ານນາຄໍາ ເພື່ອວາງແຜນ ພັດທະນາເປັນແຫລ່ງທ່ອງທ່ຽວ ແບບນິເວດທີ່ສາມາດເຊື່ອມໂຍງ ເຂົ້າກັບການທ່ອງທ່ຽວແບບວົງ ແຫວນຢ່າງກົມກຽວ. ການເຄື່ອນໄຫວໃນຄັ້ງນີ້ ໄດ້ ຢືນຢັນເຖິງຄວາມມຸ່ງໝັ້ນຂອງ ຄະນະນຳເມືອງອຸທຸມພອນ ໃນ ການຜັນຂະຫຍາຍທ່າແຮງດ້ານ ການທ່ອງທ່ຽວ ໃຫ້ກາຍ ເ ປັນ ຂະແໜງການປາຍແຫລມ ເພື່ອ ຍົກລະດັບຊີວິດການເປັນຢູ່ຂອງ ປະຊາຊົນ ແລະ ເຮັດໃຫ້ເມືອງອຸທຸມ ພອນກາຍເປັນຈຸດໝາຍປາຍທາງ ທີ່ສຳຄັນຂອງນັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດ ພາຍໃຕ້ ການນຳພາ-ຊີ້ນຳທີ່ໜັກແໜ້ນທາງ ດ້ານການເມືອງ ແລະ ແນວທາງ ການພັດທະນາທີ່ທັນສະໄໝ.

RkJQdWJsaXNoZXIy MTc3MTYxMQ==