dv'xt-5 ,7q [7totde,tdkol6 odk'ra ddv,,6 oy f9u o 7A 'mu 4 ltw\mu 20 -U my fgpn v'mk'dkoIj ;,,n .ovtok7q f Ij ;,da olh k'rN o4ko0v'76j Ij ;,-k8kde ]k;{9u o .sh |a dc|h o 23/03/2026 (ແຕ່ງໂດຍ: ນາງ Liuting, ນັກຄົ້ນຄວ້າ, ຫົວໜ້າສູນແລກປ່ຽນການສຶກສາຄົ້ນຄວ້າສາກົນ ສະຖາບັນວິທະຍາສາດສັງຄົມແຂວງຢຸນນານ) gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກສະບັບກ່ອນ***ໍ່ ຈັ ບ່ ອ ຄຕພ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຂປລ. ປະເທດລາວ ມີຄໍາສຸພາ ສິດໜຶ່ງເວົ້າວ່າ “ໄມ້ລໍາດຽວລ້ອມ ຮົ້ວບໍ່ໄຂວ່ ໄຜ່ບໍ່ພ້ອມແປງບ້ານບໍ່ ເຮືອງ”, ຄວາມເວົ້າດັ່ງກ່າວໄດ້ອະ ທິບາຍຢ່າງມີຊີວິດຊີວາຕໍ່ມິດຕະ ພາບອັນດູດດື່ມ ລະຫວ່າງ ສອງປະ ເທດ ລາວ-ຈີນ ທີ່ຍາມໃດກໍສາມັກ ຄີກັນຄຽງບ່າຄຽງໄຫລ່ ຜ່ານຜ່າ ພາຍຸລົມແດງ ແລະ ຈັບມືກັນມຸ່ງ ໄປທາງໜ້າ. ຜົນສຳເລັດຂອງການ ຈັດກອງປະຊຸມຄົບຄະນະຄັ້ງທີ 4 ສະໄໝທີ 20 ຂອງຄະນະກຳມະ ການສູນກາງພັກກອມມູນິດຈີນນັ້ນ, ປະເທດຈີນໄດ້ສ້າງແຜນພັດທະນາ ໄລຍະ “5 ປີ ຄັ້ງທີ 15” ເຊິ່ງເປັນ ການເພີ່ມກຳລັງຂັບເຄື່ອນຂອງຍຸກ ສະໄໝໃໝ່ໃຫ້ແກ່ການສ້າງຄູ່ຮ່ວມ ຊາຕາກໍາ ລາວ-ຈີນ. ບົນພື້ນຖານ ຈຸດເລີ່ມຕົ້ນຂອງປະຫວັດສາດ ໃໝ່, ສອງປະເທດຍິ່ງຕ້ອງຍຶດໝັ້ນ ຄວາມມຸ່ງມາດປາຖະໜາທີ່ຕັ້ງໄວ້ ແຕ່ຫົວທີ, ລົງເລິກການຮ່ວມມື ເພື່ອ ເຮັດໃຫ້ຂົວຕໍ່ການຮ່ວມຊາຕາກໍາ ດຽວກັນນັບມື້ໜັກແໜ້ນຍິ່ງໆຂຶ້ນ. ຖະແຫລງການຜົນຂອງກອງ ປະຊຸມຄົບຄະນະຄັ້ງທີ 4 ຂອງຄະ ນະກຳມະການສູນກາງພັກກອມ ມູນິດຈີນ ໄດ້ຍົກໃຫ້ເຫັນຢ່າງຈະ ແຈ້ງວ່າ: “ຈໍາເປັນຕ້ອງຂະຫຍາຍ ການເປີດກວ້າງຕໍ່ພາຍນອກໃນ ລະດັບສູງ, ບຸກເບີກສະພາບການ ໃໝ່ ຂອງການຮ່ວມມືທີ່ໄດ້ຮັບຜົນ ປະໂຫຍດຮ່ວມກັນ”, ພ້ອມທັງໄດ້ ເນັ້ນໜັກເຖິງ “ການຮັກສາລະບົບ ການຄ້າຫລາຍຝ່າຍ”. ການກໍາ ນົດເປົ້າໝາຍທີ່ສໍາຄັນນີ້ ແມ່ນ ສອດຄ່ອງຕໍ່ຄວາມຮຽກຮ້ອງຕ້ອງ ການທາງຍຸດທະສາດຂອງລາວ ທີ່ໄດ້ຕັ້ງໜ້າເຂົ້າຮ່ວມໃນຂໍ້ລິເລິ່ມ “ໜຶ່ງແລງ ໜຶ່ງເສັ້ນທາງ” ແລະ ບັນລຸການພັດທະນາຂອງປະເທດ ຊາດ. ໃນຖານະທີ່ເປັນປະເທດສັງ ຄົມນິຍົມບ້ານໃກ້ເຮືອນຄຽງ ທີ່ ເຊື່ອມຕໍ່ຕິດຈອດກັນດ້ວຍສາຍພູ ຫລວງ ແລະ ສາຍນໍ້າ, ບົນເສັ້ນທາງ ການພັດທະນາຂອງສອງປະເທດ ລາວ-ຈີນ ນັ້ນ ແມ່ນມີຄວາມຮັບຮູ້ ຮ່ວມກັນຢ່າງເປັນທຳມະຊາດວ່າ: ປະເທດຈີນ ສະແຫວງຫາແນວຄິດ ການພັດທະນາ “ຖືປະຊາຊົນເປັນ ໃຈກາງ”, ປະເທດລາວ ກໍມີຄວາມ ມຸ່ງໝັ້ນທີ່ຈະປັບປຸງຊີວິດການເປັນ ຢູ່ຂອງປະຊາຊົນ ແລະ ຊຸກຍູ້ໃຫ້ປະ ເທດຫັນເປັນທັນສະໄໝ, ເປົ້າໝາຍ ດຽວກັນນີ້ ເປັນພື້ນຖານອຸດົມການ ທີ່ໜັກແໜ້ນ ສໍາລັບການສ້າງຄູ່ ຮ່ວມຊາຕາກໍາ. ປັດຈຸບັນ, ປະເທດ ຈີນ ໄດ້ກາຍເປັນປະເທດທີ່ມີການ ລົງທຶນຢູ່ລາວຫລາຍທີ່ສຸດ, ເປັນ ປະເທດໃຫ້ການຊ່ວຍເຫລືອຢ່າງ ຫລວງຫລາຍ ແລະ ເປັນຄູ່ການຄ້າ ໃຫຍ່ອັນດັບສອງຂອງປະເທດ ລາວ, ໝາກຜົນຂອງການຮ່ວມມື ນີ້ ພວມໄດ້ເປັນສັກຂີພິຍານທີ່ໜັກ ແໜ້ນໃຫ້ແກ່ການເຊື່ອມໂຍງດ້ານ ທັດສະນະແນວຄິດ ແລະ ການດຳ ເນີນງານທີ່ສອດຄ່ອງກັນ. ການເຊື່ອມໂຍງດ້ານພື້ນຖານ ໂຄງລ່າງ ແມ່ນ “ແກນຫລັກການ ເຊື່ອມໂຍງທາງກາຍຍະພາບ” ຂອງການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ ແລະ ເປັນການປະຕິບັດ ຕົວຈິງທີ່ໜ້າປະທັບໃຈຂອງການ ຮ່ວມມືໃນພາກພື້ນໃນຮູບແບບ “ການສ້າງສະພາບການພັດທະນາ ໃໝ່”. ເສັ້ນທາງລົດໄຟ ລາວ-ຈີນ ທີ່ເປັນເສັ້ນທາງທອງຄໍາ ນັບແຕ່ໄດ້ ເປີດນໍາໃຊ້ເປັນຕົ້ນມາ, ພວມເຮັດ ໃຫ້ຕາໜ່າງການດຳເນີນງານ ນັບ ມື້ໄດ້ຮັບການບູລະນະ ແລະ ປ່ຽນ ແປງພູມສາດເສດຖະກິດຂອງພາກ ພື້ນ. ປີ 2025, ການຂົນສົ່ງໃນ ຮູບແບບສາກົນຜ່ານທາງທະເລທາງດ່ວນ ແລະ ລົດໄຟ “ເຈິ້ງເຫີ” ໄດ້ເຂົ້າສູ່ການດຳເນີນງານແບບ ປົກກະຕິ, ເດີນທາງຈາກແຂວງ ຢຸນນານ ຜ່ານປະເທດລາວ ໄປຫາ ບັນດາປະເທດລຽບຕາມແຄມຝັ່ງ ມະຫາສະໝຸດອິນເດຍ, ສາມາດ ເຊື່ອມຈອດ-ເຊື່ອມໂຍງຈາກ “ທົ່ງ ໄຮ່ທົ່ງນາ” ໄປເຖິງ “ໂຕະອາຫານ ຢູ່ຕະຫລາດສາກົນ” ໄດ້ຢ່າງສະ ໜິດແໜ້ນ; ສຳລັບຂະບວນລົດໄຟ ພິເສດ ຖ້ຽວຢຸນນານ ໄດ້ອອກເດີນ ທາງແລ້ວ 81 ເທື່ອຂະບວນ, ກາຍ ເປັນບັນຍາກາດການຄ້າຄູ່ຂະໜານ ແບບ “ອຸ່ນໄປ ຮ້ອນກັບ”, ເຮັດໃຫ້ ຜະລິດຕະພັນກະສິກໍາຄຸນນະພາບ ດີ ຂອງລາວສາມາດອອກໄປສູ່ ຕະຫລາດທີ່ກວ້າງຂວາງຂຶ້ນ, ທັງ ເຮັດໃຫ້ຜະລິດຕະພັນອຸດສາຫະກໍາ ຂອງຈີນໄດ້ເຂົ້າສູ່ແຫລມອິນດູຈີນ ໄດ້ສະດວກຍິ່ງຂຶ້ນ. ໃນຂົງເຂດ ການຂົນສົ່ງຜູ້ໂດຍສານ, ຕະຫລອດ ໄລຍະການນໍາໃຊ້ຂະບວນລົດໄຟ ສຳລັບຜູ້ໂດຍສານສາກົນ ຜ່ານເສັ້ນ ທາງລົດໄຟ ລາວ-ຈີນ ນັ້ນ, ໄດ້ຮັບ ສົ່ງຜູ້ໂດຍສານທັງໝົດ 1,91 ລ້ານ ເທື່ອຄົນ, ຜູ້ໂດຍສານຂ້າມແດນ ໄດ້ກວມເອົາ 112 ປະເທດ ແລະ ເຂດແຄວ້ນ, ປະສິດທິຜົນຂອງການ ຜ່ານດ່ານບໍ່ຫານ ເພີ່ມຂຶ້ນຫລາຍ ກວ່າ 30%, “ນັບລົດໄຟດ່ວນໄປ ທ່ຽວປະເທດລາວ” ໄດ້ກາຍເປັນ ກະແສຄວາມນິຍົມໃໝ່. ການປ່ຽນ ແປງຕົວຈິງເຫລົ່ານີ້ ໄດ້ກາຍເປັນ ການສະແດງອອກຕົວຈິງຂອງ ການຮ່ວມມື ລາວ-ຈີນ ຕາມແນວ ຄິດການພັດທະນາແບບ “ຈັດຕັ້ງ ປະຕິບັດໄດ້ຢ່າງແຂງແຮງ, ປະຕິ ບັດໄດ້ຕາມແຜນຢ່າງໝັ້ນທ່ຽງ” ຕາມທີ່ກອງປະຊຸມຄົບຄະນະຄັ້ງທີ 4 ສະໄໝທີ 20 ຂອງຄະນະກໍາມະ ການສູນກາງພັກກອມມູນິດຈີນ ໄດ້ ເນັ້ນໜັກ. ການຮ່ວມມືດ້ານອຸດສາຫະກໍາ ແລະ ຄວາມສະດວກທາງການຄ້າ ແມ່ນ “ຫົວຈັກຂັບເຄື່ອນເສດຖະ ກິດ” ຂອງຄູ່ຮ່ວມຊາຕາກໍາ ລາວຈີນ, ເຊິ່ງໄດ້ເປັນການເພີ່ມກຳລັງ ຂັບເຄື່ອນອັນຍາວນານໃຫ້ແກ່ການ ພັດທະນາຮ່ວມກັນຂອງສອງປະ ເທດ. ພາຍໃຕ້ເວທີການຮ່ວມມືທ່າ ບົກສາກົນເຖິງຈູ້ນ ແລະ ເວທີການ ຮ່ວມມືອື່ນໆ, ການຮ່ວມມື ລາວຈີນ ໄດ້ຍົກລະດັບຊ່ອງທາງການ ຂົນສົ່ງແບບດ່ຽວ ມາເປັນການຂົນ ສົ່ງໝູນວຽນທີ່ດີ ແບບ “ເອົາການ ຂົນສົ່ງຊຸກຍູ້ການຄ້າ ແລະ ເອົາການ ຄ້າຊຸກຍູ້ການຂົນສົ່ງ”. ສູນການຄ້າ ແລະ ແຈກຢາຍການຊືິ້ຂາຍປຸ໋ຍເຄ ມີສາກົນຄຸນໝິງ ໄດ້ເຕົ້າໂຮມເອົາ ຜະລິດຕະພັນປຸ໋ຍກາລີ (ປຸ໋ຍໂປຕັສ) ຂອງລາວ ແລະ ຜະລິດຕະພັນອື່ນໆ 30 ກວ່າປະເພດ. ໃນຂະນະທີ່, ສູນ ການຄ້າຊື້ຂາຍຜັກແລະໝາກໄມ້ສາ ກົນ ໄດ້ກາຍເປັນຫົວຈັກຂັບເຄື່ອນ ຫລັກດ້ານການຄ້າຜະລິດຕະພັນກະ ສິກໍາຈີນ-ລາວ-ໄທ,ຮູບແບບ“ຕາບ ຈູນເສີມຊັບພະຍາກອນ+ປະສານ ສົມທົບດ້ານກໍາລັງການຜະລິດ” ນີ້ ນອກຈາກສອດຄ່ອງກັບການ ຈັດວາງ “ການພັດທະນາກຳລັງ ການຜະລິດຄຸນນະພາບໃໝ່” ຂອງ ຈີນແລ້ວ, ຍັງສາມາດເຊື່ອມໂຍງ ເຂົ້າກັບຄວາມຕ້ອງການໃນການ ຍົກລະດັບການຜະລິດຂອງປະເທດ ລາວ ຕາມແຜນການພັດທະນາເສດ ຖະກິດ-ສັງຄົມ 5 ປີ ຄັ້ງທີ 8 ອີກ ດ້ວຍ. ຍິ່ງໄປກວ່ານັ້ນ, ການຮ່ວມມື ຍັງໄດ້ຍູ້ດັນໃຫ້ເກີດມີສະພາບເສດ ຖະກິດໃໝ່ ຄື: ແຂວງຫລວງພະ ບາງ ໄດ້ອາໄສເສັ້ນທາງລົດໄຟ ເພື່ອສ້າງຜົນກຳໄລຈາກການຂົນ ສົ່ງຜູ້ໂດຍສານ, ການທ່ອງທ່ຽວ ແລະ ຂະແໜງການກ່ຽວຂ້ອງ ໄດ້ ເພີ່ມຂຶ້ນຫລາຍກວ່າ 35%; ແຮ່ ເຫລັກ, ແປ້ງມັນຕົ້ນຂອງລາວ ແລະ ສິນຄ້າອື່ນໆຕ່າງກໍ່ໄດ້ສົ່ງອອກຜ່ານ ເສັ້ນທາງລົົດໄຟ ເພື່ອໄປຈໍາໜ່າຍຢູ່ ຫລາຍປະເທດ, ປະຊາຊົນທ້ອງຖິ່ນ ກໍຮູ້ສຶຶກໄດ້ເຖິງໝາກຜົນຂອງການ ພັດທະນາຢ່າງແທ້ຈິງ. ຮູບແບບ ການພັດທະນາ ທີ່ເຮັດໃຫ້ປະຊາຊົນ ໄດ້ຊົມໃຊ້ຮ່ວມກັນ ແລະ ຮັບຜົນ ປະໂຫຍດຈາກການຮ່ວມມືແບບນີ້ ໄດ້ເປັນການຜັນຂະຫຍາຍເນື້ອໃນ ຈິດໃຈ ຂອງກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ 20 ກ່ຽວກັບ “ການຊຸກຍູ້ການສ້າງຄວາມຮັ່ງມີ ຮ່ວມກັນຢ່າງໜັກແໜ້ນ”. ຄວາມເຂົ້າອົກເຂົ້າໃຈກັນລະ ຫວ່າງປະຊາຊົນສອງຊາດ ແມ່ນ “ສາຍພົວພັນທາງຈິດໃຈ” ຂອງຄູ່ ຮ່ວມຊາຕາກໍາ ລາວ-ຈີນ, ເຮັດໃຫ້ ມູນເຊື້ອມິດຕະພາບໄດ້ມີຊີວິດຊີວາ ໃໝ່ໃນສະໄໝໃໝ່. ເສັ້ນທາງລົດໄຟ ລາວ-ຈີນ ບໍ່ພຽງແຕ່ໄດ້ຂົນສົ່ງ ສິນຄ້າ ແລະ ຜູ້ໂດຍສານເທົ່ານັ້ນ, ຫາກຍັງໄດ້ຖ່າຍທອດມິດຕະພາບ ອັນດູດດື່ມເລິກເຊິ່ງຂອງປະຊາຊົນ ສອງຊາດ. ພາກສ່ວນທາງລົດໄຟ ໄດ້ປະກາດນໍາໃຊ້ຄິວອາໂຄດ “ຊືລູ້ ມ້ານໂຢ”(ເດີນທາງຜ່ານເສັ້ນທາງ ສາຍໄໝ) ເຊິ່ງເປັນການສະໜອງ ຂໍ້ມູນທີ່ເປັນປະໂຫຍດໃຫ້ແກ່ປະ ຊາຊົນລາວ ໃນການຜ່ານດ່ານ, ການແນະນໍາສະຖານທີ່ທ່ອງທ່ຽວ ແລະ ອື່ນໆ; “ໜ່ວຍງານບໍລິການ ແນະນໍາການຍົກເວັ້ນວີຊາດ້ວຍ ຫລາຍພາສາ” ຢູ່ດ່ານບໍ່ເຕັນ ໃນ ໄລຍະ 2 ປີ ສາມາດແກ້ໄຂບັນຫາ ຫຍຸ້ງຍາກດ້ານພາສາໃຫ້ແກ່ຜູ້ ໂດຍສານຕ່າງປະເທດ ໄດ້ 1.300 ກວ່າເລື່ອງ. ຈາກບົດເພງ ພາຍໃຕ້ ຫົວຂໍ້: “ໜຶ່ງແລວ ໜຶ່ງເສັ້ນທາງ” ທີ່ປະພັນຂຶ້ນໂດຍນັກຮ້ອງລາວ ໄດ້ ຮັບຄວາມນິຍົມຊົມຊອບທາງໂລກ ອອນລາຍ. ຄວາມພະຍາຍາມຮ່ວມ ກັນຂອງຊາວໜຸ່ມສອງປະເທດ ໃນ ດ້ານການກໍ່ສ້າງທາງລົດໄຟ, ການ ບໍລິການທ່ອງທ່ຽວ ແລະ ອື່ນໆ ນັບມື້ກວ້າງຂວາງ; ການແລກປ່ຽນ ລະຫວ່າງປະຊາຊົນສອງປະເທດ ນັບມື້ນັບຂະຫຍາຍກວ້າງອອກ ແລະ ເລິກເຊິ່ງ. ຄວາມຮັບຮູ້ຮ່ວມ ກັນດ້ານຄວາມຮູ້ສຶກແບບບໍ່ມີພົມ ແດນນີ້ ເຮັດໃຫ້ທັດສະນະຂອງການ ເປັນຄູ່ຮ່ວມຊາຕາກໍາໄດ້ຝັງເລິກ ຢູ່ໃນຈິດໃຈຂອງປະຊາຊົນສອງ ຊາດ ແລະ ໄດ້ເປັນພື້ນຖານອັນໜັກ ແໜ້ນແລະກວ້າງຂວາງທີ່ສຸດຂອງ ການສ້າງຄວາມເຂົ້າອົກເຂົ້າໃຈກັນ ຂອງປະຊາຊົນ. ປັດຈຸບັນ, ໂລກກໍາລັງຢູ່ໃນຈຸດ ທາງແບ່ງຂອງການປ່ຽນແປງ ແລະ ສັ່ນຄອນ, ກອງປະຊຸມຄົບຄະ ນະກຳມະການສູນກາງພັກກອມມູ ນິດຈີນ ຄັ້ງທີ 4 ສະໄໝທີ 20 ໄດ້ ສະແດງອອກເຖິງ “ການຄາດຄະ ເນທີ່ໝັ້ນທ່ຽງ/ອະນາຄົດທີ່ໝັ້ນ ທ່ຽງ” ແລະ “ສັນຍານຂອງການ ເປີດກວ້າງ” ໃຫ້ແກ່ທົ່ວໂລກ ຍິ່ງມີ ຄຸນຄ່າຫລາຍ. ການສ້າງຄູ່ຮ່ວມ ຊາຕາກໍາ ລາວ-ຈີນ ບໍ່ພຽງແຕ່ ເປັນການແລກປ່ຽນບົດຮຽນປະ ສົບການໃນການສ້າງສັງຄົມນິຍົມ ຂອງສອງປະເທດເທົ່ານັ້ນ, ຍິ່ງເປັນ ການອະທິບາຍຢ່າງມີຊີວິດຊີວາ ຕໍ່ທັດສະນະອະນາຄົດຊາຕາກໍາ ຂອງມວນມະນຸດ. ເມື່ອອວ່າຍໜ້າ ສູ່ອະນາຄົດ, ສອງປະເທດຈະສືບ ຕໍ່ຖືເອົາຈິດໃຈຂອງກອງປະຊຸມຄົບ ຄະນະກຳມະການສູນກາງພັກ ຄັ້ງ ທີ 4 ເປັນທິດນໍາ, ລົງເລິກຮ່ວມມື ໃນຂົງເຂດທາງລົດໄຟ, ກະສິກໍາ, ວັດທະນະທໍາ, ການທ່ອງທ່ຽວ ແລະ ອື່ນໆ, ເຮັດໃຫ້ສຽງແກ ຂອງ “ຂະບວນລົດເຈິ້ງເຫີ” ແລະ “ຂະ ບວນລົດຢຸນນານ” ກາຍເປັນແກ ຂອງການພັດທະນາທີ່ໄດ້ຮັບຜົນ ປະໂຫຍດຮ່ວມກັນ, ເຮັດໃຫ້ຕົ້ນໄມ້ ແຫ່ງມິດຕະພາບ ລາວ-ຈີນ ນັບມື້ ນັບແຕກດອກອອກຜົນ ຢູ່ດິນແກນ ຂອງການເປັນຄູ່ຮ່ວມຊາຕາກໍານີ້. ປຽບດັ່ງເສັ້ນທາງລົດໄຟ ລາວຈີນ ທີ່ຂ້າມຜ່ານພູຜາ ແມ່ນໍ້າລໍາ ເຊ, ເຊື່ອມຈອດເຊື່ອມຕໍ່ປະສານ ໃຈປະຊາຊົນ, ການສ້າງຄູ່ຮ່ວມ ຊາຕາກໍາ ລາວ-ຈີນ ແນ່ນອນວ່າ ນັບມື້ຈະກ້າວຂຶ້ນສູ່ລະດັບສູງໃໝ່ ທ່າມກາງການຈັບມືຮ່ວມກັນເດີນ ໜ້າ, ເພື່ອນໍາເອົາຄວາມຜາສຸກ ມາສູ່ປະຊາຊົນສອງຊາດ ໃຫ້ນັບ ມື້ຫລາຍຂຶ້ນ ແລະ ປະກອບສ່ວນ ເຂົ້າໃນການຮັກສາສັນຕິພາບ ແລະ ການພັດທະນາຂອງພາກພື້ນໃຫ້ ຫລາຍກວ່າເກົ່າ. ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ, ມີບັນດາສະຫາຍໃນ ຄະນະບໍລິຫານງານພັກ, ພະນັກ ງານອາວຸໂສບຳນານ ແລະ ພະນັກ ງານຂອງຄະນະພົວພັນຕ່າງປະ ເທດສູນກາງພັກ ເຂົ້າຮ່ວມ. ສະຫາຍ ບຸນເຫລືອ ພັນດານຸ ວົງ ໄດ້ຍົກໃຫ້ເຫັນເນື້ອໃນສຳຄັນ ບາງຕອນຂອງມະຕິກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຄື: ກອງປະຊຸມໃຫຍ່ ໄດ້ ຮັບຮອງເອົາໂຄງການການເມືອງ ຂອງພັກ ສະບັບທີ 3 ຊຶ່ງເປັນເອ ກະສານສໍາຄັນທີ່ຊີ້ທາງເດີນໃຫ້ພັກ ແລະ ປວງຊົນລາວບັນດາເຜົ່າ ສືບ ຕໍ່ບູລະນະລະບອບປະຊາທິປະໄຕ ປະຊາຊົນ ຊຶ່ງເປັນລະບອບການ ເມືອງ ທີ່ໄດ້ມາຈາກປະຊາຊົນ ໂດຍ ປະຊາຊົນ ເພື່ອປະຊາຊົນນັ້ນໃຫ້ໜັກ ແໜ້ນເຂັ້ມແຂງຍິ່ງໆຂຶ້ນ, ໂຄງການ ການເມືອງ ສະບັບທີ 3 ໄດ້ວາງ 11 ແຜນນະໂຍບາຍໃຫຍ່ ຂອງການບູ ລະນະລະບອບປະຊາທິປະໄຕປະ ຊາຊົນກ້າວຂຶ້ນສູ່ສັງຄົມນິຍົມຄື:ພັດ ທະນາເສດຖະກິດຕະຫລາດຕາມ ທິດສັງຄົມນິຍົມໃຫ້ເປັນລະບົບ, ທັນສະໄໝ, ພັກເຮົາ ສືບຕໍ່ຍຶດໝັ້ນ ຢ່າງສະເໝີຕົ້ນສະເໝີປາຍ ບັນດາ ຫລັກການ ແລະ ທັດສະນະພື້ນຖານ ໃນການຍູ້ແຮງການຈັດຕັ້ງປະຕິບັດ ແນວທາງປ່ຽນແປງໃໝ່ຂອງພັກ ເຮົາ ຄື ການປ່ຽນແປງໃໝ່, ການ ສະແຫວງຫາສັດຈະທຳໃນການ ນໍາພາຂອງພັກ ແມ່ນພາລະກິດ ປະຕິວັດອັນເລິກເຊິ່ງເຖິງຖອງ ທີ່ ຕ້ອງດໍາເນີນການຢ່າງຮອບດ້ານ, ຕໍ່ເນື່ອງ ແລະ ຍາວນານ; ຕ້ອງຍຶດ ໝັ້ນໃນອັນທີ່ພັກເຮົາຍຶດຖືເປັນ ຫລັກການ, ທັງຕ້ອງປະດິດສ້າງ, ຕໍ່ຍອດໃຫ້ສູງຂຶ້ນ ແລະ ຫັນເຂົ້າສູ່ ລວງເລິກກວ່າເກົ່າ, ຕັດສິນໃຈປະ ຕິບັດຢ່າງເດັດດ່ຽວໜຽວແໜ້ນ; ເຊີດຊູນໍ້າໃຈຮັກຊາດອັນດູດດື່ມ, ມີສະຕິຊາດເອກະພາບອັນສູງສົ່ງ ແລະ ຮັກລະບອບໃໝ່ ຢ່າງສຸດຊຶ້ງ; ຕ້ອງຖືສໍາຄັນພັດທະນາຊັບພະຍາ ກອນມະນຸດ, ພູມປັນຍາຂອງຄົນ ໃນຊາດ, ຮັບປະກັນຄວາມສົມສ່ວນ ລະຫວ່າງການພັດທະນາເສດຖະ ກິດ ກັບການພັດທະນາວັດທະນະ ທຳ-ສັງຄົມ ແລະ ປົກປັກຮັກສາສິ່ງ ແວດລ້ອມຕາມທິດສີຂຽວແລະ ຍືນ ຍົງ ແລະ ລະຫວ່າງການພັດທະນາ ເສດຖະກິດ ກັບວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ; ຍົກສູງປະສິດທິພາບການຄຸ້ມຄອງ ລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຕາມທິດສ້າງລັດປະຊາທິປະໄຕ ປະຊາຊົນ ທີ່ປົກຄອງດ້ວຍກົດໝາຍ ທີ່ສັກສິດ ແລະ ສະເໝີພາບ ພາຍໃຕ້ ການນໍາພາຂອງພັກ; ເພີ່ມຄວາມ ສາມາດນໍາພາ ແລະ ກຳລັງແຮງ ສູ້ຮົບ ຂອງຄະນະພັກແຕ່ລະຂັ້ນ ໃນ ທຸກຂົງເຂດວຽກງານ, ສືບຕໍ່ສ້າງ ຮາກຖານພັກໃຫ້ປອດໃສ, ເຂັ້ມ ແຂງ, ໜັກແໜ້ນເປັນກຳລັງແຮງ ໃຫ້ແກ່ການຂັບເຄື່ອນການນໍາພາຊີ້ນໍາ ຂອງຄະນະພັກໃນລະບົບການ ເມືອງຢູ່ແຕ່ລະຂັ້ນ; ເພີ່ມທະວີການ ນໍາພາເດັດຂາດ, ໂດຍກົງ, ຮອບ ດ້ານຂອງພັກ ຕໍ່ກໍາລັງປະກອບ ອາວຸດປະຕິວັດ, ການປະຕິບັດແນວ ທາງ, ນະໂຍບາຍການຕ່າງປະເທດ ທີ່ຄ່ອງແຄ້ວ, ມີໄຫວພິບ ເພື່ອຮັບ ປະກັນຄວາມໝັ້ນຄົງຂອງຊາດ, ສ້າງເງື່ອນໄຂສະພາບແວດລ້ອມທີ່ ສະດວກໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ. ບົນພື້ນ ຖານການຕີລາຄາການຈັດຕັ້ງປະ ຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ໄດ້ສະຫລຸບຖອດ ຖອນບົດຮຽນ ແລະ ສືບຕໍ່ວາງຈຸດ ໝາຍ ເພື່ອນໍາພາພາລະກິດປະຕິ ວັດ ຮອດປີ 2055. ໃນນັ້ນ ໄດ້ວາງ ຍຸດທະສາດພັດທະນາ ໄລຍະ 10 ປີ (2026-2035) ແລະ ແຜນພັດ ທະນາເສດຖະກິດ-ສັງຄົມ ແຫ່ງ ຊາດ5ປີຄັ້ງທີX(2026-2030) ໃຫ້ມີພື້ນຖານອັນໜັກແໜ້ນ ສໍາລັບ ບາດກ້າວເດີນຕໍ່ໄປຂອງປະເທດ ຊາດ ແລະ ວຽກງານອື່ນໆ. ໂອກາດດັ່ງກ່າວ, ສະຫາຍ ບຸນ ເຫລືອ ພັນດານຸວົງ ຍັງໄດ້ຫວນ ຄືນມູນເຊື້ອວັນເສຍອົງຄະ ແລະ ເສຍສະລະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ໂດຍໄດ້ຍົກໃຫ້ເຫັນ ເຖິງຄວາມໝາຍ ຄວາມສໍາຄັນ ຂອງບັ້ນຮົບປ້ອງກັນຕົວເມືອງທ່າ ແຂກ ຊຶ່ງນອກຈາກແມ່ນໜຶ່ງໃນ ບັ້ນຮົບທີ່ປະຊາຊົນລາວຕໍ່ສູ້ຕ້ານ ພວກລ່າເມືອງຂຶ້ນແບບເກົ່າຜູ້ຮຸກ ຮານ ຫາກຍັງເປັນວັນສາມັກຄີ ຕໍ່ສູ້ດ້ວຍເລືອດເນື້ອເປັນຕາຍນໍາ ກັນ ລະຫວ່າງສອງຊາດລາວຫວຽດນາມ ອ້າຍນ້ອງ ທີ່ເປັນແວ່ນ ແຍງອັນໃສແຈ້ງຂອງນໍ້າໃຈສູ້ຮົບ ພິລະອາດຫານ ແລະ ບໍ່ຍອມຈໍານົນ ຂອງກອງທັບ ແລະ ປະຊາຊົນ ຊາວເມືອງທ່າແຂກ ກໍຄື ການບັນ ຊາທີ່ເດັດດ່ຽວໜຽວແໜ້ນຂອງ ຄະນະກອງບັນຊາການກໍາລັງປະ ກອບອາວຸດ ໂດຍແມ່ນ ປະທານ ສຸພານຸວົງ ເປັນຜູ້ນໍາໜ້າ ຊຶ່ງມັນໄດ້ ຝັງເລິກໃນດວງໃຈຂອງປະຊາຊົນ ລາວ ແລະ ຫວຽດນາມ ທີ່ຮັກຊາດ ຈົນເຖິງທຸກມື້ນີ້. ພ້ອມກັນນັ້ນ, ສະຫາຍ ບຸນ ເຫລືອ ພັນດານຸວົງ ຍັງຍົກໃຫ້ເຫັນ ເຖິງຂະບວນວິວັດແຫ່ງການກໍາ ເນີດຂອງ ພັກປະຊາຊົນປະຕິວັດ ລາວ ແລະ ຍົກໃຫ້ເຫັນເຖິງຜົນງານ ອັນພົ້ນເດັ່ນຂອງພັກ ຕະຫລອດ ໄລຍະ 71 ປີ ແຫ່ງການນໍາພາໃນ ແຕ່ລະໄລຍະ ນັບແຕ່ການຕໍ່ສູ້ປົດ ປ່ອຍປະເທດຊາດ, ການນໍາພາ ປົກປັກຮັກສາລະບອບໃໝ່ ແລະ ການສ້າງພື້ນຖານເສດຖະກິດ-ສັງ ຄົມ ຈົນເຖິງປັດຈຸບັນ ຊຶ່ງເຫັນໄດ້ ວ່າ ປະເທດຊາດໄດ້ຮັບການພັດ ທະນາ ແລະ ມີຜົນສໍາເລັດຢ່າງໃຫຍ່ ຫລວງ, ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ມີສະຖຽນ ລະພາບທາງດ້ານການເມືອງ, ສັງ ຄົມມີຄວາມສະຫງົບ ແລະ ເປັນ ລະບຽບຮຽບຮ້ອຍ, ເສດຖະກິດ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດ ການເປັນຢູ່ຂອງປະຊາຊົນໄດ້ຮັບ ການປັບປຸງດີຂຶ້ນເປັນກ້າວໆ, ບົດ ບາດ ແລະ ອິດທິພົນຂອງ ສປປ ລາວ ໄດ້ຮັບການຍົກສູງເດັ່ນຂຶ້ນ ຢ່າງບໍ່ຢຸດຢັ້ງ. ໜ້າທີ່ການ, ທ່ານ ນາງ ອາແມນດາ ຮ່ວງ ຫົວໜ້າຝ່າຍໂຄງການ ແລະ ການຮ່ວມມື, ທ່ານ ນາງ ນິນ ປະເສີດ ໄຊຍະພອນສີ ຫົວໜ້າ ກົມພັດທະນາແມ່ຍິງ, ມີບັນດາ ຜູ້ເຂົ້າຮ່ວມຈາກ ກົມ, ສູນ, ທີມ ງານໂຄງການ ມູນນິທິ Fred Hollows ປະເທດລາວ, ສະມາຄົມ ແພດຕາລາວ, ມີຄູ່ຮ່ວມງານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບວຽກງານສຸຂະພາບ ຕາໃນ ສປປ ລາວ (LA20 01) ໄດ້ຖືກດໍາເນີນງານໃນ 5 ແຂວງ ເປົ້າໝາຍ ໃນຕະຫລອດໄລຍະ 3 ປີຜ່ານມາ ໂດຍການຮ່ວມມືຢ່າງ ໃກ້ຊິດ ລະຫວ່າງກົມອົງການຈັດ ຕັ້ງສາກົນ ກະຊວງການຕ່າງປະ ເທດ, ກົມປິ່ນປົວ ແລະ ພື້ນຟູໜ້າທີ່ ການ ກະຊວງສາທາລະນະສຸກ, ກົມທີ່ກ່ຽວຂ້ອງ, ກົມພັດທະນາແມ່ ຍິງ ຂອງສະຫະພັນແມ່ຍິງຂັ້ນສູນ ກາງ, ພະແນກການຕ່າງປະເທດ 5 ແຂວງ, ພະແນກສາທາລະນະ ສຸກ 5 ແຂວງ, ຫ້ອງການແມ່ຍິງ 5 ແຂວງ ພາກສ່ວນອົງການຈັດຕັ້ງ ທາງສັງຄົມ ແລະ ມູນນິທິເຟຣດ ໂຮໂລ. ການດໍາເນີນງານຂອງໂຄງ ການ ບໍ່ໄດ້ເນັ້ນແຕ່ການໃຫ້ບໍລິການ ໃນໄລຍະສັ້ນ, ແຕ່ເນັ້ນໜັກໃນການ ເສີມສ້າງຄວາມເຂັ້ມແຂງຂອງ ລະບົບ, ການສະໜອງບໍລິການຜ່າ ຕັດແກ່ນຕາຂຸ້ນ, ປິ່ນປົວພະຍາດ ຕາອື່ນໆ, ການພັດທະນາບຸກຄະ ລາກອນແພດຊ່ຽວຊານຕາ, ຝຶກ ອົບຮົມພະຍາບານຕາ ແລະ ການ ຮັກສາສຸຂະພາບຕາຂັ້ນຕົ້ນ, ການ ໃຫ້ສຸຂະສຶກສາແກ່ຊຸມຊົນ, ການ ວິເຄາະວິໄຈ ຕົ້ນທຶນການຜ່າຕັດ ແກ່ນຕາຂຸ້ນ, ຍົກລະດັບການປະ ສານງານລະດັບຊາດ ແລະ ລະດັບ ແຂວງ, ພ້ອມທັງການສົ່ງເສີມ ຄວາມສະເໝີພາບ ໃນການເຂົ້າເຖິງ ບໍລິການສຸຂະພາບຕາ. ກອງປະຊຸມຄັ້ງນີ້,ມີຄວາມໝາຍ ສໍາຄັນຢ່າງຍິ່ງຕໍ່ຂະແໜງສຸຂະ ພາບຕາຂອງປະເທດ, ເພື່ອເປັນ ການທົບທວນ ແລະ ສະຫລຸບຜົນ ການດໍາເນີນງານ, ສະຫລອງຜົນ ສໍາເລັດທີ່ໄດ້ບັນລຸ ແລະ ສ້າງຄວາມ ເຂົ້າໃຈຮ່ວມກັນ ເພື່ອນໍາໄປສູ່ການ ສືບຕໍ່ ແລະ ການຕໍ່ຍອດວຽກງານ ສ້າງຄວາມເຂັ້ມແຂງໃຫ້ຂະແໜງ ສຸຂະພາບຕາ ໃນອະນາຄົດ. ສະຫລຸບຜົນສຳເລັດ...ຸົັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ
RkJQdWJsaXNoZXIy MTc3MTYxMQ==