23/03/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ ໂດຍ: ຄະນະ ບກ ພາຍໃຕ້ການນໍາພາ-ຊີ້ນໍາຢ່າງ ສະຫລາດສ່ອງໃສຂອງພັກປະຊາ ຊົນປະຕິວັດລາວກອງທັບ ແລະ ປະຊາຊົນລາວ ສາມາດຕີເອົາໄຊ ຊະນະການບຸກໂຈມຕີບຽດຢຶດ ຂອງສັດຕູທັງໝົດເປັນຕົ້ນແມ່ນບັ້ນ ຮົບນໍ້າບາກ, ຜາຖີ່ (ປີ 1968), ບັ້ນຮົບທົ່ງໄຫຫີນຊຽງຂວາງ ( ປີ 1970 ) ບັ້ນຮົບລາມເຊິນ 719 (1971) ພວກເຮົາໄດ້ທັບມ້າງ ຍຸດທະສາດ “ ສົງຄາມພິເສດຂອງ ຈອນເຊິນ ” ແລະ ຍຸດທະສາດ ສົງຄາມພິເສດ ເ ພີ່ມທະວີຕາມ ທິດສະດີນິກເຊິນຂອງຈັກກະພັດ ອາເມລິກາ” ໃຫ້ຖືກປະລາໄຊຢ່າງ ໜັກໜ່ວງຢູ່ລາວ ກໍຄື ຢູ່ພາກໃຕ້ ຫວຽດນາມ ແລະ ກໍາປູເຈຍ. ເຂດ ປົດປ່ອຍໄດ້ເປີດກວ້າງອອກກວນ ເນື້ອທີ່ 4/5 ຂອງດິນແດນເຊິ່ງ ປະກອບດ້ວຍຫລາຍບໍລິເວນທີ່ສໍາ ຄັນກວ່າໝູ່ ແລະ ມີພົນລະເມືອງ ກວ່າເຄິ່ງໜຶ່ງຂອງທົ່ວປະເທດ ແລະ ການກໍ່ສ້າງເສດຖະກິດ, ວັດທະນະ ທໍາ-ສັງຄົມ ຢູ່ໃນເຂດປົດປ່ອຍບັນລຸ ດ້ວຍຜົນສໍາເລັດຫລາຍປະການ. ປີ 1972 ກອງປະຊຸມໃຫຍ່ຄັ້ງທີ II ຂອງພັກໄດ້ໄຂຂຶ້ນ, ພັກໄດ້ວາງແນວ ທາງຕໍ່ສູ້ເພື່ອສໍາເລັດໄລຍະປະຕິວັດ ຊາດ ປະຊາທິປະໄຕ ໃນທົ່ວປະເທດ. ປີ 1973 ຍ້ອນຖືກໂຈມຕີຢ່າງແຂງ ແຮງຈັກກະພັດອາເມລິກາ ແລະ ລູກມືຈໍາຕ້ອງໄດ້ຍອມເຊັນສັນຍາ ວຽງຈັນ ກ່ຽວກັບການຟື້ນຟູສັນຕິ ພາບ ແລະ ປະຕິບັດຄວາມຖືກຕ້ອງ ປອງດອງຊາດຢູ່ລາວ ຄັ້ງທີ III ໃນ ວັນທີ 21/2/1973. ສັນຍາດັ່ງ ກ່າວນັ້ນ ເປັນຂີດໝາຍແຫ່ງການ ປະລາໄຊຢ່າງສິ້ນເຊີງໃນສົງຄາມ ຮຸກຮານລ່າເມືອງຂຶ້ນແບບໃໝ່ຂອງ ຈັກກະພັດອາເມລິກາຕໍ່ປະເທດເຮົາ ຄໍາສັ່ງຢຸດຍິງຢູ່ທົ່ວດິນແດນລາວ ໄດ້ມີຜົນສັກສິດນັບແຕ່ວັນທີ 22 ກຸມພາ 1973 ເປັນຕົ້ນໄປ. ໄຊ ຊະນະດັ່ງກ່າວນັ້ນ ເປັນໄຊຊະນະ ອັນໃຫຍ່ຫລວງທີ່ສຸດ, ມັນໄດ້ສ້າງ ເງື່ອນໄຂໃໝ່ທີ່ເປັນພື້ນຖານທີ່ສຸດ ເພື່ອພາການປະຕິວັດເຮົາກ້າວຂຶ້ນ ຍາດເອົາໄຊຊະນະອັນສົມບູນ. ໄລຍະແຕ່ປີ 1973 - 1975 ເປັນໄລຍະຕໍ່ສູ້ເພື່ອສໍາເລັດການປະ ຕິວັດຊາດປະຊາທິປະໄຕໃນທົ່ວ ປະເທດ. ພາຍໃຕ້ການນໍາພາຂອງ ພັກມະຫາຊົນ, ຊັ້ນຄົນຕ່າງໆຢູ່ໃນ ເຂດປົກຄອງຂອງສັດຕູ ແລະ ໃນ ເຂດເປັນກາງເປັນຕົ້ນແມ່ນກໍາມະ ກອນ, ຊາວນາ, ນັກຮຽນ, ນັກ ສຶກສາໄດ້ພ້ອມກັນລຸກຮືຂຶ້ນ ແລະ ເຂົ້າຮ່ວມຂະບວນການຕໍ່ສູ້ນັບມື້ນັບ ຫລາຍ, ນັບມື້ນັບຟົດຟື້ນ, ແຂງແຮງ ເຊັ່ນ: ການລຸກຮືຂຶ້ນຂອງກໍາມະ ກອນໄຟຟ້າວຽງຈັນ, ການລຸກຮື ຂຶ້ນຕໍ່ສູ້ຢ່າງໝັ້ນໜຽວທົນທານຕະ ຫລອດ 42 ວັນ ແລະ ຄືນຂອງປະຊາ ຊົນຊາວເມືອງໜອງບົກ ແຂວງຄໍາ ມ່ວນ, ການລຸກຮືຂຶ້ນແຍກຕົວຂອງ ກອງພັນ 102 ຂອງຝ່າຍວຽງຈັນ, ພ້ອມກັນນັ້ນ ກໍມີຂະບວນການ ຕໍ່ສູ້ຂອງຊາວໜຸ່ມນັກຮຽນນັກ ສຶກສາຢູ່ໃນຕົວເມືອງຕ່າງໆເຊັ່ນ: ວຽງຈັນ, ປາກເຊ, ສະຫວັນນະ ເຂດ.ວັນທີ 17/4/1975 ແນວ ໂຮມເອກະພາບກໍາປູເຈຍ ສາມາດ ປົດປ່ອຍທົ່ວປະເທດ; ກອງທັບ ແລະ ປະຊາຊົນຫວຽດນາມ ໄດ້ ປົດປ່ອຍພາກໃຕ້ຫວຽດນາມ ໃນ ວັນທີ 30/4/1975. ດ້ວຍເງື່ອນໄຂ ອໍານວຍຄວາມສະດວກ ໃຫ້ແກ່ການ ປະຕິວັດລາວ, ໂດຍກໍາແໜ້ນເອົາ ກາລະໂອກາດປະຫວັດສາດ “ພັນ ປີມີເທື່ອໜຶ່ງ” ພັກເຮົາໄດ້ຕົກລົງລຸກ ຮືຂຶ້ນຢຶດອໍານາດ ໃນຕົ້ນເດືອນ 5 ປີ 1975 ເປັນຕົ້ນໄປດ້ວຍທ່າສະໜາມ ທັງສາມເຂດ ( ເຂດປົດປ່ອຍ, ເຂດກວດກາຂອງຝ່າຍກົງກັນຂ້າມ ແລະ ເຂດເປັນກາງ) ດ້ວຍ 3 ບາດ ຄ້ອນຍຸດທະສາດຄື: ການລຸກຮື ຂຶ້ນຂອງປະຊາຊົນ, ການໜູນໜີບ rkp.8h dkooerkmuj lts]kflj v'.lj 0v'ra d 9bj 'lk,kfxq fxj vpxtgmf-kf wfh 1j k'lts'kzj kgzu p (ເນື່ອງໃນໂອກາດວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 71 ປີ ວັນທີ 22 ມີນາ 1955-22 ມີນາ 2026)ື່ັ້ັ້ັົິັົີັີີີ j ຂອງກໍາລັງປະກອບອາວຸດປະຕິ ວັດ ແລະ ການລຸກຮືຂຶ້ນແຍກຕົວ ອອກຂອງທະຫານສັດຕູສົມທົບ ກັບປາຍແຫລມຂອງການຕໍ່ສູ້ທາງ ດ້ານກົດໝາຍ. ຮອດຕົ້ນເດືອນ 9 ປີ 1975 ທົ່ວປະເທດໄດ້ປະກາດ ລຶບລ້າງອໍານາດການປົກຄອງເກົ່າ ທັງໝົດ ແລະ ສ້າງຕັ້ງອໍານາດ ການປົກຄອງປະຕິວັດຂຶ້ນແທນ ໃນຂອບເຂດທົ່ວປະເທດ. ວັນທີ 2 ທັນວາ 1975 ໄດ້ປະກາດສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ຢ່າງສະຫງ່າຜ່າເຜີຍ. ນັບແຕ່ປີ 1975 ເປັນຕົ້ນມາ, ພັກເຮົາໄດ້ກາຍເປັນພັກກໍາອໍານາດ ແລະ ສ້າງຕັ້ງອໍານາດການປົກຄອງ ໃໝ່ຂຶ້ນ. ພັກເຮົາໄດ້ເອົາໃຈໃສ່ນໍາ ພາແກ້ໄຂ ແລະ ຟື້ນຟູເສດຖະກິດສັງຄົມ ໂດຍສຸມໃສ່ແກ້ໄຂຜົນຮ້າຍ ຂອງສົງຄາມ ແລະ ຂອງສັງຄົມທີ່ ລະບອບເກົ່າປະໄວ້, ເຮັດໃຫ້ຊີວິດ ການເປັນຢູ່ຂອງປະຊາຊົນຄ່ອຍໆ ກ້າວເຂົ້າສູ່ສະພາບປົກກະຕິ, ທັງ ໄດ້ເອົາໃຈໃສ່ຂະຫຍາຍການສຶກສາ, ລົບລ້າງຄວາມບໍ່ຮູ້ໜັງສື, ປົກປັກ ຮັກສາ ແລະ ເສີມຂະຫຍາຍວັດທະ ນະທໍາອັນດີງາມຂອງຊາດ, ຂອງ ເຜົ່າມີຜົນສໍາເລັດເປັນກ້າວໆ; ສືບຕໍ່ ນໍາພາຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ 5 ປີ ຄັ້ງ ທີໜຶ່ງ (1981-1985) ສໍາເລັດ ໂດຍພື້ນຖານອັນໄດ້ປະກອບສ່ວນ ສ້າງປະຖົມປັດໄຈ ແລະ ເງື່ອນໄຂ ສະດວກໃຫ້ແກ່ການສືບຕໍ່ກ້າວ ຂຶ້ນຂອງປະເທດຊາດ. ໃນໄລຍະ ຕົ້ນແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ ພັກເຮົາໄດ້ຖື ສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານ ກໍ່ສ້າງພັກ ແລະ ໄດ້ວາງໜ້າທີ່ ແລະ ທິດນໍາຂອງການກໍ່ສ້າງພັກ ໃນໄລຍະໃໝ່ອອກ, ພັກໄດ້ເອົາໃຈ ໃສ່ປັບປຸງຕົນເອງໃຫ້ໜັກແໜ້ນເຂັ້ມ ແຂງໃນທຸກດ້ານ: ການເມືອງ-ແນວ ຄິດ, ການຈັດຕັ້ງ, ແບບແຜນວິທີນໍາ ພາ, ການກວດກາ, ການຄຸ້ມຄອງ- ປ້ອງກັນພັກ ແລະ ໄດ້ສ້າງການ ຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານກ່ຽວກັບວຽກງານພະ ນັກງານໃນໄລຍະໃໝ່. ພັກນຳພາສ້າງລັດຂອງປະຊາ ຊົນ, ໂດຍປະຊາຊົນ ແລະ ເພື່ອ ປະຊາຊົນ ໂດຍໄດ້ຮັບຮູ້ ແລະ ເສີມ ຂະຫຍາຍສຸດຂີດສິດປະຊາທິປະໄຕ ແລະ ສິດເປັນເຈົ້າຂອງປະຊາຊົນ ບັນດາເຜົ່າ; ນໍາພາປັບປຸງລະບົບ ການຈັດຕັ້ງໃນອົງການອໍານາດລັດ ຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນແຕ່ລະ ໄລຍະ. ລະບົບອົງການອໍານາດ ລັດໄດ້ມີການປັບປຸງຢ່າງຕໍ່ເນື່ອງ ເປັນຕົ້ນແມ່ນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ນະຄອນຫລວງວຽງຈັນ ເພື່ອປະຕິ ບັດໜ້າທີ່ເປັນຕົວແທນ ແລະ ປະຕິ ບັດເຈດຈໍານົງຂອງປະຊາຊົນໃຫ້ມີ ປະສິດທິພາບ; ອົງການລັດຖະບານ, ອົງການປົກຄອງຂັ້ນແຂວງ, ເມືອງ ແລະ ບ້ານໄດ້ຮັບການປັບປຸງດີ ຂຶ້ນ, ອົງການຕຸລາການ, ອົງການ ໄອຍະການທຸກໆຂັ້ນສາມາດສ້າງ ໄດ້ຄວາມເຊື່ອໝັ້ນຕໍ່ປະຊາຊົນ; ແນວລາວສ້າງຊາດ, ອົງການຈັດ ຕັ້ງມະຫາຊົນລ້ວນແຕ່ໄດ້ຮັບການ ປັບປຸງຕາມຄວາມຮຽກຮ້ອງຕ້ອງ ການຂອງການປະຕິວັດ. ໂດຍເລີ່ມຈາກສະພາບຄວາມ ເປັນຈິງຂອງປະເທດຊາດ ແລະ ດ້ວຍຄວາມສະດຸ້ງໄວຂອງພັກ, ກອງປະຊຸມໃຫຍ່ຄັ້ງທີ IV ຂອງ ພັກ (ປີ 1986) ກໍານົດແນວ ທາງປ່ຽນແປງໃໝ່ຮອບດ້ານມີ ຫລັກການ. ພັກຢືນຢັນວ່າປ່ຽນ ແປງໃໝ່ “ຕ້ອງບົນພື້ນຖານການ ປ່ຽນແປງໃໝ່ຈິນຕະນາການ, ກ່ອນ ອື່ນໝົດແມ່ນຈິນຕະນາການທາງ ດ້ານທິດສະດີ, ເຄົາລົບກົດເກນ ພາວະວິໄສ, ສ້າງທັດສະນະວິທະຍາ ສາດກ່ຽວກັບສັງຄົມນິຍົມ, ກ່ຽວກັບ ລະບອບການນໍາໃຊ້ກົດເກນ ແລະ ກ່ຽວກັບລະບອບການຄຸ້ມຄອງ ເສດຖະກິດ”; ໂດຍເລີ່ມຈາກປ່ຽນ ແປງໃໝ່ດ້ານເສດຖະກິດ, ເປັນ ຕົ້ນການປ່ຽນແປງໃໝ່ດ້ານນະໂຍ ບາຍເສດຖະກິດ; ຮັບຮູ້ ແລະ ນໍາ ໃຊ້ເສດຖະກິດຫລາຍພາກສ່ວນ, ເສດຖະກິດຕະຫລາດ, ເປີດກວ້າງ ການພົວພັນຮ່ວມມືກັບຕ່າງປະເທດ ບົນພື້ນຖານຕ່າງຝ່າຍຕ່າງມີຜົນ ປະໂຫຍດ, ຫັນເສດຖະກິດທໍາມະ ຊາດ ແລະ ເຄິ່ງທໍາມະຊາດ, ເພິ່ງ ຕົນເອງ, ກຸ້ມຕົນເອງໄປສູ່ເສດຖະ ກິດສິນຄ້າ. *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ ສຳນັກຂ່າວສານ...ັ່ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ວຽກງານວິຊາການ ໂດຍສະເພາະ ການແຂ່ງຂັນຂຽນບົດ-ຂ່າວ, ຮູບພາບ ແລະ ກຣາຟຟິກດີຊາຍ ທີ່ເປັນຄລິບວິດີໂອສັ້ນ ໃນວັນທີ 20 ມີນາ 2026 ໂດຍຕິດພັນກັບ ວຽກງານຂໍ້ແຂ່ງຂັນແມ່ຍິງ 3 ດີ, ຊາວໜຸ່ມ 4 ບຸກ ແລະ ກໍາມະບານ 5 ເປັນເຈົ້າແນໃສ່ສ້າງຂະບວນ ການຂໍ່ານັບຮັບຕ້ອນກອງປະຊຸມ ໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງ ພັກ (ຄອສພ) ທີ່ຈະຈັດຂຶ້ນໃນ ມໍ່ໆນີ້. ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອຳນວຍການ ໃຫຍ່ສຳນັກຂ່າວສານປະເທດລາວ ໄດ້ມີຄໍາເຫັນສະແດງຄວາມຊົມເຊີຍ ທີ່ສາມອົງການຈັດຕັ້ງມະຫາຊົນ ຮ່ວມກັນຈັດຂະບວນການດັ່ງ ກ່າວຂຶ້ນ ເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ VI ຂອງ ອົງຄະນະພັກ ຄະນະໂຄສະນາອົບ ຮົມສູນກາງພັກ ທີ່ຈະຈັດຂຶ້ນໃນມໍ່ໆ ນີ້ ໂດຍຫັນເອົາຄໍາຂວັນວຽກງານ 3 ອົງການຈັດຕັ້ງມະຫາຊົນຄື: ຊາວໜຸ່ມ 4 ບຸກ, ແມ່ຍິງ 3 ດີ ແລະ 5 ເປັນເຈົ້າຂອງກຳມະບານສອດ ຫ້ອຍເຂົ້າໃນວຽກງານວິຊາສະ ເພາະຕິດພັນກັບການຜັນຂະຫຍາຍ ມະຕິ ແລະ ຄໍາຂວັນກອງປະຊຸມ ໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ໂດມີນຽມ, ສະຖານທີ່ເຮັດຫ້ອງ ການ, ຮ້ານອາຫານ ແລະ ອື່ນໆ ແລະ ໄດ້ມີຜູ້ເຂົ້າມາຈັບຈອງແລ້ວ ຈຳນວນໜຶ່ງ ຊຶ່ງໂຄງການດັ່ງ ກ່າວ ຕັ້ງຢູ່ບ້ານພະໂພ ເມືອງສີສັດ ຕະນາກ ນະຄອນຫລວງວຽງຈັນ. ທ່ານ ກົງ ເວີນຈົ່ງ ຮອງປະທານ ບໍລິສັດ ສຽນເສີນ ລົງທຶນອະສັງຫາ ລິມະຊັບ ຈຳກັດ ໄດ້ໃຫ້ສຳພາດ ໃນວັນທີ 19 ມີນາ 2026 ນີ້ວ່າ: ໂຄງການລາວເຊັນເຕີ ເປັນການ ຮ່ວມມືລະຫວ່າງກະຊວງປ້ອງກັນ ອາຄານ 12 ຊັ້ນ...ັ້ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ປະຕິວັດລາວ “ຍົກສູງບົດບາດ ການນໍາພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະ ລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນກ້າວຂຶ້ນສູ່ສັງຄົມນິ ຍົມ”. ການຈັດແຂ່ງຂັນຄັ້ງນີ້, ຖື ເປັນບັ້ນທົດສອບໜຶ່ງເພື່ອທົດສອບ ຫລື ວັດລະດັບຄວາມຮູ້ຄວາມ ສາມາດຂອງພະນັກງານໃນການ ປະຕິບັດວຽກງານວິຊາສະເພາະ, ທັງເປັນການປັບປຸງ ແລະ ຝຶກທັກ ສະກັບທີ່ຂອງພະນັກງານໃນການ ໝູນໃຊ້ຄວາມຮູ້, ຄວາມສາມາດ ແລະ ການຮຽນຮູ້ເອົາສິ່ງໃໝ່ ເພື່ອ ພັດທະນາຕົນເອງລວມທັງເຕັກໂນ ໂລຊີທີ່ທັນສະໄໝ. ສະຫາຍ ນາງ ຈັນທະລອນ ແກ້ວບົວວັນ ເລຂາໜ່ວຍຊາວໜຸ່ມ ສໍານັກຂ່າວສານປະເທດລາວ, ຫົວໜ້າພະແນກບັນນາທິການຂ່າວ ພາຍໃນ ໄດ້ໃຫ້ຮູ້ວ່າ: ອີງຕາມການ ເຫັນດີຂອງເລຂາໜ່ວຍພັກສຳ ນັກຂ່າວສານປະເທດລາວ, ອີງ ຕາມການເຄື່ອນໄຫວວຽກງານ ຂະບວນການຂອງ 3 ອົງການ ຈັດຕັ້ງມະຫາຊົນປະຈໍາປີ 2026, ອົງການຈັດຕັ້ງກຳມະບານ, ຊາວ ໜຸ່ມ ແລະ ສະຫະພັນແມ່ຍິງ ສຳນັກ ຂ່າວສານປະເທດລາວ ໄດ້ຈັດກິດ ຈະກຳແຂ່ງຂັນດ້ານວິຊາການ ໂດຍສະເພາະການແຂ່ງຂັນຂຽນ ບົດ-ຂ່າວ, ຮູບພາບ ແລະ ວິດີໂອ ກຣາຟຟິກດີຊາຍ ໂດຍຫັນເອົາ ຄໍາຂວັນວຽກງານ 3 ອົງການ ຈັດຕັ້ງມະຫາຊົນຄື: ຊາວໜຸ່ມ 4 ບຸກ, ແມ່ຍິງ 3 ດີ ແລະ 5 ເປັນ ເຈົ້າຂອງກຳມະບານສອດຫ້ອຍ ເຂົ້າໃນວຽກງານວິຊາສະເພາະ ຊຶ່ງການແຂ່ງຂັນປະກອບມີ 2 ຫົວຂໍ້ຄື: ຫົວຂໍ້ກ່ຽວກັບການສ້າງ ເສດຖະກິດເອກະລາດເປັນເຈົ້າ ຕົນເອງ (ສອຈ) ແລະ ຫົວຂໍ້ກ່ຽວ ກັບວັດທະນະທໍາລາວ ທີ່ສີວິໄລ. ໃນນັ້ນມີ 3 ປະເພດການແຂ່ງຂັນ ຄື: ປະເພດບົດ-ຂ່າວ, ຮູບພາບ ຫລື ພາບນິ້ງ ແລະ ວິດີໂອກຣາຟຟິກ ດີຊາຍ. ສຳລັບເງື່ອນໄຂ ແລະ ຂໍ້ກໍານົດ ການສົ່ງເຂົ້າແຂ່ງຂັນປະເພດບົດຂ່າວ: ສາມາດສົ່ງບົດ, ຂ່າວ ໄດ້ບໍ່ ເກີນ 2 ບົດ-ຂ່າວ/ຄົນ, ຄວາມຍາວ ຂອງບົດ ບໍ່ໃຫ້ຫລຸດ 1,5 ຂອງເຈ້ຍ A4 ແລະ ບໍ່ໃຫ້ເກີນ 2 ໜ້າ ເຈ້ຍ A4, ບົດທີ່ສົ່ງເຂົ້າແຂ່ງຂັນຕ້ອງຕິດ ພັບກັບ 2 ຫົວຂໍ້ດັ່ງກ່າວ; ປະເພດ ຮູບພາບ: ສົ່ງບໍ່ເກີນຈໍານວນ 5 ຮູບ/ ຄົນ, ຕ້ອງເປັນຮູບຖ່າຍໃໝ່ໃນປີ 2026 ແລະ ຕິດພັນກັບຫົວຂໍ້ຂອງ ການແຂ່ງຂັນ, ຕ້ອງຂຽນບັນຍາຍ ລາຍລະອຽດແຕ່ລະຮູບພາບ, ຮູບ ຕ້ອງມີຂະໜາດ 1 Mb ໂດຍບໍ່ຜ່ານ ການຕົບແຕ່ງດ້ວຍໂຟໂຕຊັອບ; ປະເພດວິດີໂອ ກຣາຟຟິກດີຊາຍ: ສາມາດສົ່ງວິດີໂອກຣາຟຟິກດີ ຊາຍ ເຂົ້າແຂ່ງຂັນໄດ້ 2 ຄລິບ/ ຄົນ, ເປັນຄລິບທີ່ຖ່າຍໃໝ່ ໃນປີ 2026 ແລະ ຕິດພັນກັບຫົວຂໍ້ຂອງ ການແຂ່ງຂັນ, ຄວາມຍາວຂອງ ຄລິບບໍ່ຕ່ຳກວ່າ 15 ວິນາທີ ແລະ ບໍ່ເກີນ 2 ນາທີ, ຄລິບຕ້ອງມີ ມາດຖານຂະໜາດ 100 Mp ຂຶ້ນ ໄປ ໂດຍມີໂລໂກ້ຂ່າວສານ(ກາ ໝາຍສໍານັກຂ່າວສານ), ເປັນ ຂະໜາດ (1,920x1,080 ພິກ ເຊວ, ອັດຕາສ່ວນ 16:9) ແນວ ຕັ້ງ (1080x1,920 ພິກເຊວ, ອັດຕາສ່ວນ 9:16) ຫລື 1:1 ຈະຕຸລັດ, ສາມາດນຳໃຊ້ AI ເຂົ້າ ໃນການສ້າງວິດີໂອກຣາຟຟິກໄດ້. ສ່ວນໄລຍະການແຂ່ງຂັນແມ່ນ ເລີ່ມຮັບຜົນງານການແຂ່ງຂັນນັບ ແຕ່ມື້ເປີດພິທີຢ່າງເປັນທາງການ ຈົນເຖິງວັນທີ 30 ມິຖຸນາ 2026 ແລະ ຈະປະກາດຜົນໃນເດືອນ ກໍລະກົດ 2026. ພາບ: ເກດສະໜາ ຄວາມສະຫງົບ ສປປ ລາວ ກັບ ບໍລິສັດ ສຽນເສີນ ລົງທຶນອະສັງຫາ ລິມະຊັບ ຈຳກັດ ແລະ ບໍລິສັດລາວ ມະຫາຊັບພັດທະນາ ຈຳກັດຜູ້ດຽວ ໂດຍເລີ່ມລົງມືກໍ່ສ້າງມາແຕ່ວັນທີ 19 ຕຸລາ 2024 ໂດຍແບ່ງອອກ ເປັນ 2 ໄລຍະ ຄື: ການກໍ່ສ້າງ ອາຄານ 12 ຊັ້ນ ແລະ 46 ຊັ້ນ. ໃນ ນັ້ນ, ປະກອບມີໂຮງແຮມ 5 ດາວ, ຄອນໂດມີນຽມ, ສູນການຄ້າ, ຮ້ານ ອາຫານ, ສະລອຍນ້ຳກະຈົກໃສ ກາງແຈ້ງ, ສູນອອກກຳລັງກາຍ, ສະຖານທີ່ຈັດກອງປະຊຸມ, ສະ ຖານທີ່ຈັດງານລ້ຽງ ແລະ ອື່ນໆ. ສຳລັບການກໍ່ສ້າງອາຄານ 12 ຊັ້ນ (ຕຶກອາຄານຮອງ) ມາຮອດ ປັດຈຸບັນ, ການກໍ່ສ້າງແມ່ນສຳເລັດ ເກືອບ 100% ແລະ ໄດ້ເປີດໃຫ້ ບໍລິການແລ້ວ ຊຶ່ງອາຄານປະກອບ ມີ: ຊັ້ນ 6-7 ມີຮ້ານອາຫານທີ່ມີ ເອກະລັກ, ຮ້ານກາເຟ ແລະ ໂຊນ ພັກຜ່ອນ ຕ່າງໆ; ຊັ້ນ 8 ເປັນສະ ລອຍນໍ້າກະຈົກໃສແບບແຂວນ ລອຍ; ຊັ້ນ 9-10 ເປັນສໍານັກງານ ໃຫຍ່ຂອງ ບໍລິສັດ Qiancheng Group ແລະ ຊັ້ນ 11-12 ເປັນ ຄອນໂດບໍລິຫານ ທີ່ເຫັນທິວທັດ ສວຍງາມ. ສ່ວນອາຄານ 46 ຊັ້ນ ປະກອບ ມີ: ໂຮງແຮມລະດັບ 5 ດາວ, ຄອນໂດມີນ້ຽມ ແລະ ຄອນໂດ ບໍລິຫານ. ໃນນັ້ນ, ຊັ້ນ 5-17 ແມ່ນ ໂຮງແຮມລະດັບ 5 ດາວ; ຊັ້ນ 18 ປະກອບມີຮ້ານອາຫານ, ເຮືອນຄົວ ລວມ, ສູນເດັກນ້ອຍ ແລະ ຮ້ານ ອາຫານເປີດ 24 ຊົ່ວໂມງ; ຊັ້ນ 19-30 ແມ່ນຄອນໂດມີນ້ຽມ; ຊັ້ນ 31 ຂຶ້ນໄປແມ່ນຫ້ອງພັກ ຂະໜາດໃຫຍ່ທີ່ມີເອກະລັກ, ຫລູ ຫລາ ແລະ ຍັງມີສະລອຍນ້ຳເທິງ ດາດຟ້າ, ຄາດວ່າອາຄານ 46 ຊັ້ນ (ອາຄານຫລັກ) ຈະສຳເລັດ ແລະ ມອບ-ຮັບ ໃນເດືອນພຶດສະພາ 2028. ຢ່າງໃດກໍຕາມ, ທ່ານໃດ ທີ່ມີຄວາມຕ້ອງການຢາກໄດ້ຄອນ ໂດ ຫລື ສະຖານທີ່ເຮັດຫ້ອງການ, ຮ້ານອາຫານ ແລະ ອື່ນໆ ສາມາດ ຕິດ ຕໍ່ສອບຖາມໄດ້ທີ່ສູນການຂາຍ ຢູ່ດ້ານໜ້າສູນການຄ້າພາກຊັນ (Parkson) ຫລື ເຂົ້າມາອາຄານ 12 ຊັ້ນ, (ຊັ້ນ 6) ໄດ້ໂດຍກົງ ຫລື ໂທ 020 52143333, 020 51563333. ໂຄງການລາວເຊັນເຕີ ພາຍ ຫລັງກໍ່ສ້າງສຳເລັດ ແລະ ເປີດ ໃຫ້ບໍລິການຈະສາມາດສ້າງວຽກ ເຮັດງານທຳໃຫ້ແກ່ປະຊາຊົນລາວ 800-1.000 ຕຳແໜ່ງ. ປັດຈຸບັນ ໂຄງການດັ່ງກ່າວ, ແມ່ນເປີດໃຫ້ ຈັບຈອງຄອນໂດແລ້ວ. ສຳລັບ ເງື່ອນໄຂການຊື້-ຂາຍ ຄອນໂດ ແມ່ນມີກຳນົດ 50 ປີ, ຖ້າຈອງ ລ່ວງໜ້ານັບແຕ່ດຽວນີ້ເປັນຕົ້ນໄປ (ແຕ່ຕອນທີ່ອາຄານຫລັກຍັງບໍ່ທັນ ສຳເລັດ) ຈະມີນະໂຍບາຍສ່ວນ ຫລຸດພິເສດ ແລະ ອື່ນໆ. ຂ່າວ-ພາບ: ກິດຕາ
RkJQdWJsaXNoZXIy MTc3MTYxMQ==