@ 0j k; c]t gsfdko j 23/03/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ການນຳ ພັກ-ລັດ...ັັ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ບໍລິຫານງານສູນກາງພັກ, ຄະນະລັດຖະບານ ໄດ້ຖ່າຍຮູບລວມເປັນທີ່ລະນຶກ ຕໍ່ໜ້າຮູບຫລໍ່ຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ເຄົາລົບຮັກ ຄະນະບໍລິຫານງານ...ໍິ ຢູ່ໃນພາກພື້ນ ແລະ ໃນເວທີສາກົນ. ຜົນສໍາເລັດອັນໃຫຍ່ຫລວງ, ຮອບດ້ານ ຂອງພັກປະຊາຊົນປະຕິວັດລາວ ໄດ້ເປັນກໍາລັງໃຈປຸກລະດົມຊຸກຍູ້ອັນ ໃຫຍ່ຫລວງ ໃຫ້ແກ່ ພັກ, ລັດ ແລະ ປະຊາຊົນຫວຽດນາມ. ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍເຄົາລົບ ແລະ ຈົດຈໍາ ບຸນຄຸນຕໍ່ການສະໜັບສະໜູນອັນບໍລິສຸດຜຸດຜ່ອງ ແລະ ລໍ້າຄ່າ ທີ່ພັກ, ລັດ ແລະ ປະຊາຊົນລາວ ອ້າຍນ້ອງມີຕໍ່ ຫວຽດນາມ ໃນພາລະກິດການປະຕິວັດ ໃນເມື່ອກ່ອນ ກໍຄື ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນປັດຈຸບັນ. ພວກຂ້າພະເຈົ້າ ຮູ້ສຶກປິຕິຍິນດີ ທີ່ສອງພັກ, ສອງລັດ ໄດ້ເປັນ ເອກະພາບເພີ່ມເຕີມເນື້ອໃນ “ຫຸ້ນສ່ວນຍຸດທະສາດ” ເຂົ້າໃນຂອບການ ພົວພັນ, ນໍາເອົາສາຍພົວພັນ ຫວຽດນາມ-ລາວ ພັດທະນາຂຶ້ນສູ່ລະດັບສູງ ໃໝ່ ພາຍໃຕ້ຄໍາຂວັນ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ”. ນີ້ເປັນບາດກ້າວການ ພັດທະນາທີ່ສໍາຄັນ, ສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈທາງດ້ານ ການເມືອງຢ່າງເລິກເຊິ່ງ ແລະ ເປັນຄວາມຕັດສິນໃຈລວມໃນການເຮັດ ໃຫ້ການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຍິ່ງເລິກເຊິ່ງກວ່າເກົ່າ. ພັກ, ລັດແລະປະຊາຊົນຫວຽດນາມສະໜັບສະໜູນຢ່າງແຂງແຮງແລະ ຮອບດ້ານຕໍ່ພາລະກິດການປ່ຽນແປງໃໝ່ຂອງລາວ ແລະ ຢືນຢັນວ່າ ຈະ ສືບຕໍ່ຄຽງບ່າ, ຄຽງໄຫລ່ ແລະ ສະໜັບສະໜູນສູງສຸດ ແກ່ຄະນະບໍລິຫານ ງານສູນກາງພັກປະຊາຊົນປະຕິວັດລາວ ໃນການຜັນຂະຫຍາຍຢ່າງມີໄຊ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X; ສ້າງສໍາເລັດ ສປປ ລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ ແລະ ວັດທະນາຖາວອນ. ພວກຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າ, ຄຽງຄູ່ກັບ ບັນດາໝາກຜົນສໍາຄັນທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຍາດ ມາໄດ້ໃນໄລຍະຜ່ານມາ, ສາຍພົວພັນພິເສດ ຫວຽດນາມ-ລາວ, ລາວຫວຽດນາມ ໂດຍແມ່ນ ປະທານ ໂຮ່ຈີ່ມິງ ຜູ້ຍິ່ງໃຫຍ່ ແລະ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ເປັນຜູ້ກໍ່ຕັ້ງ ແລະ ໄດ້ຮັບ ການຝຶກຝົນຫລໍ່ຫລອມ ແລະ ເພີ່ມພູນຄູນສ້າງຈາກບັນດາຮຸ່ນການນໍາຂອງ ສອງພັກ,ສອງລັດແລະປະຊາຊົນສອງຊາດນັ້ນສືບຕໍ່ເສີມຂະຫຍາຍ,ພັດທະ ນາຢ່າງຮອບດ້ານ ນັບມື້ເຂົ້າສູ່ລວງເລິກ, ແທດຕົວຈິງ ແລະ ມີປະສິດທິຜົນ. ພັກກອມມູນິດຫວຽດນາມ ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ປະສານສົບ ທົບຢ່າງແໜັນແຟ້ນກັບພັກປະຊາຊົນປະຕິວັດລາວ ເພື່ອຈັດຕັ້ງຜັນຂະ ຫຍາຍບັນດາຖະແຫລງການຮ່ວມ, ຂໍ້ຕົກລົງ, ສັນຍາທີ່ໄດ້ເຊັນກັນລະຫວ່າງ ສອງພັກ, ສອງລັດຖະບານ ໃນລະຫວ່າງ ການຢ້ຽມຢາມຂອງການນໍາຂັ້ນ ສູງຂອງສອງປະເທດ ໃນໄລຍະຜ່ານມາ ຢ່າງມີປະສິດທິຜົນ. ອວຍພອນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ຫວຽດນາມລາວ ສວຍສົດງົດງາມ, ໝັ້ນຄົງຂະໜົງແກ່ນຕະຫລອດກາລະນານ. ພັກແຮງງານ ເກົາຫລີ...ັົີ ຄັ້ງທີ XII ຂອງພັກ ຢ່າງມີໄຊ ແລະ ສາມາດບັນລຸເປົ້າໝາຍໃນການ ສ້າງສາປະເທດສັງຄົມນິຍົມ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະ ຫວ່າງ ສອງພັກ ແລະ ສອງປະເທດຂອງພວກເຮົາ ຈະສືບຕໍ່ໄດ້ຮັບການເສີມ ຂະຫຍາຍໃຫ້ຍິ່ງໆຂຶ້ນກວ່າເກົ່າ ຕາມຈິດໃຈທີ່ໄດ້ຕົກລົງກັນ ໃນການພົບ ປະຂອງພວກເຮົາ ໃນເດືອນຕຸລາ ປີຜ່ານມາ ທີ່ນະຄອນຫລວງພຽງຢາງ. ຂໍອວຍພອນໃຫ້ ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສໍາ ເລັດອັນໃຫຍ່ຫລວງກວ່າເກົ່າ ໃນໜ້າທີ່ວຽກງານອັນມີກຽດຂອງສະຫາຍ. ຂປລ. ໃນວັນທີ 22 ມີນາ 2026 ນີ້, ການນຳພັກ, ລັດ ນຳ ໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ບໍລິຫານງານສູນກາງພັກ, ຄະນະ ລັດຖະບານ ໄດ້ເຂົ້າວາງພວງມາ ລາ ຢູ່ອະນຸສາວະລີນັກຮົບນິລະ ນາມ (ດາວແດງ) ແລະ ວາງກະ ຕ່າດອກໄມ້ ຢູ່ຕໍ່ໜ້າຮູບຫລໍ່ຂອງ ປະທານ ໄກສອນ ພົມວິຫານ ທີ່ ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດສະ ເຫລີມສະຫລອງວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 71 ປີ (ພັກ ປປ ລາວ). ການວາງພວງມາລາໃນຄັ້ງນີ້, ເປັນການສະແດງເຖິງຄວາມເຄົາ ລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີ, ນ້ຳໃຈຕໍ່ສູ້ ຢ່າງພິລະອາດຫານ ແລະ ບໍ່ຍອມ ຈຳນົນຂອງບັນພະບູລຸດລາວ ກໍຄື ບັນດານັກຮົບປະຕິວັດຂອງລາວ ທີ່ເສຍສະລະຊີວິດ, ເລືອດເນື້ອເພື່ອ ພາລະກິດປະຕິວັດຢ່າງອົງອາດກ້າ ຫານ ພາຍໃຕ້ການຊີ້ນຳ-ນຳພາ ຂອງພັກປະຊາຊົນປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະ ແລະ ປະກາດເອກະລາດ, ສະຖາປະນາ ເປັນສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າ ຜ່າເຜີຍ ໃນວັນທີ 2 ທັນວາ 1975. ສຳລັບການວາງກະຕ່າດອກ ໄມ້ຕໍ່ໜ້າຮູບຫລໍ່ຂອງປະທານ ໄກສອນ ພົມວິຫານ ໃນຄັ້ງນີ້, ເພື່ອ ລະນຶກເຖິງຄຸນງາມຄວາມດີ ຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາ ທີ່ເຄົາລົບຮັກ ດ້ວຍຄວາມກະຕັນຍູ ຮູ້ບຸນຄຸນ ແລະ ຈາລຶກຊື່ສຽງ, ຄຸນ ງາມຄວາມດີ, ຜົນງານອັນໃຫຍ່ ຫລວງຂອງ ປະທານ ໄກສອນ ພົມວິຫານ ທີ່ອຸທິດຕະຫລອດຊີວິດ ເພື່ອພາລະກິດຕໍ່ສູ້ ຍາດເອົາເອກະ ລາດແຫ່ງຊາດ, ອິດສະລະພາບ ມາໃຫ້ປະຊາຊົນລາວບັນດາເຜົ່າ, ນໍາພາປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ກໍຄື ພາລະກິດ ປ່ຽນແປງໃໝ່ ຮອບດ້ານ ມີຫລັກ ການຂອງພັກຢ່າງມີໄຊ. ປະທານ ໄກສອນ ພົມວິຫານ ແມ່ນວິລະບູລຸດ, ເປັນລູກຜູ້ປະເສີດ ແລະ ຈົງຮັກພັກດີ ຂອງປະຊາຊົນ ລາວບັນດາເຜົ່າ, ເວລາໃດກໍຖືເອົາ ຜົນປະໂຫຍດຂອງຊາດ, ຂອງປະ ຊາຊົນ ສູງກວ່າສິ່ງໃດໝົດ, ເພິ່ນ ເປັນຜູ້ນໍາທີ່ປີຊາສາມາດ, ສະຫລາດ ສ່ອງໃສ, ມີວິໄສທັດອັນກວ້າງໄກ, ມີຄວາມສາມາດຄ່ອງແຄ້ວໃນການ ໝູນໃຊ້ຢ່າງປະດິດສ້າງ ທິດສະດີ ມາກ-ເລນິນ, ທິດສະດີປະຕິວັດແລະ ບັນດາບົດຮຽນອັນຍອດຍິ່ງຂອງ ມວນມະນຸດ ເຂົ້າໃນການນໍາພາຊີ້ນໍາການປະຕິວັດລາວ ໃນແຕ່ລະ ໄລຍະສາມາດຍາດໄດ້ໄຊຊະນະ ສະຫງ່າງາມ ຕະຫລອດມາ. ຂ່າວ: ທະນູທອງ; ພາບ: ຂັນໄຊ ຄຳມ່ວນ...່ ນາຍົກລັດຖະມົນຕີ, ທ່ານ ໄຊ ຊະນະ ໂຄດພູທອນ ກໍາມະການ ສູນກາງພັກ, ເລຂາພັກແຂວງ, ມີ ບັນດາການນໍາສູນກາງ, ການນໍາ ແຂວງ, ອະດີດການນໍາ, ບັນດາອົງ ການສາກົນ, ແຂວງກວາງຈິ ສສ ຫວຽດນາມ ແລະ ແຂກຖືກເຊີນທັງ ພາຍໃນ ແລະ ສາກົນ ເຂົ້າຮ່ວມ. ບັນຍາກາດພາຍໃນງານດໍາເນີນ ໄປຢ່າງຄຶກຄື້ນ ແລະ ເຕັມໄປດ້ວຍ ຄວາມພາກພູມໃຈ ຂອງປະຊາຊົນ ຊາວລາວ ໂດຍສະເພາະຊາວ ແຂວງຄໍາມ່ວນ ຊຶ່ງຂະບວນຄາຣາ ວານລົດແຫ່ໃບຢັ້ງຢືນ ໄດ້ເຄື່ອນ ຂະບວນຜ່ານເສັ້ນທາງສໍາຄັນໃນ ເທສະບານເມືອງທ່າແຂກ, ພ້ອມ ດ້ວຍການຕີກອງ, ຟ້ອນພື້ນເມືອງ, ຂັບລຳ ແລະ ການສະແດງດົນຕີ ຢ່າງຄຶກຄື້ນ ໂດຍເລີ່ມຂະບວນແຫ່ ຢູ່ຫ້ອງວ່າການແຂວງ, ລ້ຽວຂວາ ໄປຫາ 4 ແຍກໄຟແດງ ໂຮງແຮມ ຣີເວີເຣຍ, ລ້ຽວຊ້າຍໄປໜ້າຫໍຈາ ລຶກ 21 ມີນາ, ແລ້ວລ້ຽວຊ້າຍໄປ ຫາ 4 ແຍກໄຟແດງບ້ານໂພນສະ ອາດ ເຂົ້າສູ່ຫ້ອງປະຊຸມໃຫຍ່ສະ ໂມສອນ 21 ມີນາ (ຫລັກ4). ໂອກາດນີ້, ທ່ານ ລິນຄໍາ ດວງ ສະຫວັນ ລັດຖະມົນຕີກະຊວງກະ ສິກໍາ ແລະ ສິ່ງແວດລ້ອມ ໄດ້ກ່າວ ປະຫວັດຄວາມເປັນມາວ່າ: ການທີ່ ອຸທິຍານແຫ່ງຊາດ ຫີນໜາມໜໍ່ ໄດ້ ຮັບການຂຶ້ນທະບຽນເປັນມໍລະດົກ ໂລກ ເປັນຜົນສຳເລັດອັນຍິ່ງໃຫຍ່ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໃຫ້ກຽດລັ່ນຄ້ອງ 9 ບາດ ເພື່ອປະກາດໃຫ້ຊາວລາວ ຊາວໂລກຮັບຮູ້, ທັງຢັ້ງຢືນການມອບ-ຮັບໃບຢັ້ງຢືນມໍລະດົກໂລກຫີນໜາມໜໍ່ ຢ່າງເປັນທາງການ ແລະ ເປັນຄວາມພາກພູມໃຈຂອງ ຊາດ ເນື່ອງຈາກເປັນມໍລະດົກໂລກ ທາງທຳມະຊາດແຫ່ງທໍາອິດຂອງ ລາວ ແລະ ເປັນມໍລະດົກໂລກຮ່ວມ ຊາຍແດນແຫ່ງທໍາອິດໃນພາກພື້ນ. ຜົນສຳເລັດນີ້, ເກີດຈາກການຮ່ວມ ແຮງຮ່ວມໃຈ ຂອງຫລາຍພາກ ສ່ວນຕະຫລອດໄລຍະເວລາ 20 ກວ່າປີ. ອຸທິຍານແຫ່ງຊາດ ຫີນ ໜາມໜໍ່ ມີເນື້ອທີ່ປະມານ 82.000 ເຮັກຕາ ເປັນພື້ນທີ່ພູຫີນປູນທີ່ມີ ຄວາມງາມໂດດເດັ່ນ ແລະ ອຸດົມ ໄປດ້ວຍຊີວະນາໆພັນຫາຍາກ ແລະ ຍັງເປັນພື້ນທີ່ສຳຄັນທາງດ້ານນິ ເວດວິທະຍາ ແລະ ການອະນຸລັກ ທຳມະຊາດ. ທ່ານ ນາງ ສວນສະຫວັນ ວິຍະ ເກດ ລັດຖະມົນຕີກະຊວງວັດທະນະ ທໍາ ແລະ ການທ່ອງທ່ຽວ ໄດ້ກ່າວ ວ່າ: ອຸທິຍານແຫ່ງຊາດຫີນໜາມ ໜໍ່ ແຂວງຄໍາມ່ວນ ໄດ້ຮັບຮອງເປັນ ມໍລະດົກໂລກຮ່ວມຊາຍແດນ ກັບ ອຸທິຍານແຫ່ງຊາດຟອງຫຍາ-ແກ ບາງ ຂອງ ສສ ຫວຽດນາມ ຢ່າງ ເປັນທາງການ ໃນກອງປະຊຸມມໍລະ ດົກໂລກ ຄັ້ງທີ 47 ທີ່ປາຣີ ປະເທດ ຝຣັ່ງ ໃນວັນທີ 13 ກໍລະກົດ 2025. ການຮັບຮອງຄັ້ງນີ້, ເຮັດໃຫ້ຫີນ ໜາມໜໍ່ ກາຍເປັນມໍລະດົກໂລກ ແຫ່ງທີ 4 ຂອງ ສປປ ລາວ ແລະ ເປັນມໍລະດົກໂລກທາງທຳມະຊາດ ແຫ່ງທໍາອິດ, ພ້ອມທັງເປັນມໍລະດົກ ໂລກແບບຮ່ວມຊາຍແດນແຫ່ງທໍາ ອິດໃນພາກພື້ນ. ພ້ອມນີ້, ທ່ານຍັງ ໄດ້ຕີລາຄາສູງຕໍ່ຜົນສໍາເລັດນີ້ ວ່າ ເປັນຫລັກການສະທ້ອນໃຫ້ເຫັນນະ ໂຍບາຍອັນຖືກຕ້ອງ ຂອງພັກ ແລະ ລັດ ໃນການອະນຸລັກ ແລະ ສົ່ງເສີມ ມໍລະດົກແຫ່ງຊາດ, ທັງເປັນແບບ ຢ່າງທີ່ດີ ໃນການຮ່ວມມື ລາວຫວຽດນາມ ແລະ ສາກົນ. ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ທຸກພາກສ່ວນ ຮ່ວມກັນປົກປັກຮັກສາ ແລະ ສືບ ສານຄຸນຄ່າມໍລະດົກ ໃຫ້ຄົງຢູ່ຢ່າງ ຍືນຍົງ ແລະ ນໍາໃຊ້ເປັນແຮງຂັບ ເຄື່ອນການພັດທະນາເສດຖະກິດສັງຄົມ ຂອງປະເທດ. ທ່ານ ໄຊຊະນະ ໂຄດພູທອນ ໃນນາມຕາງໜ້າໃຫ້ຄະນະພັກ, ອົງ ການປົກຄອງແຂວງຄໍາມ່ວນ ກ່າວ ມີຄໍາເຫັນໃຫ້ຄໍາໝັ້ນສັນຍາວ່າ: ຈະ ພ້ອມກັນກັບຄູ່ຮ່ວມມືພັດທະນາ ປົກ ປັກຮັກສາອຸທິຍານແຫ່ງຊາດຫີນ ໜາມໜໍ່ ມໍລະດົກແຫ່ງຊາດ ແລະ ມໍລະດົກໂລກຮ່ວມຊາຍແດນແຫ່ງ ນີ້ ກາຍເປັນມໍລະດົກອັນລໍ້າຄ່າ ແລະ ຖ່າຍຖອດຈາກຮຸ່ນຄົນນີ້ສູ່ຮຸ່ນລູກ ແລະ ຮຸ່ນຫລານ ສືບຕໍ່ໄປຢ່າງຍືນ ຍົງ. ພ້ອມກັນເສີມຂະຫຍາຍ ແລະ ນໍາໃຊ້ທ່າແຮງທາງດ້ານທໍາມະ ຊາດ ກໍຄື ມໍລະດົກໂລກແຫ່ງນີ້ ໃຫ້ ກາຍເປັນຊັບພະຍາກອນການທ່ອງ ທ່ຽວ ແລະ ເປັນທ່າແຮງ ປະກອບ ເຂົ້າໃນການພັດທະນາເສດຖະກິດສັງຄົມ ຕາມທິດສີຂຽວຍືນຍົງຂອງ ແຂວງຄໍາມ່ວນ ຮັບປະກັນໃຫ້ຊີວິດ ການເປັນຢູ່ຂອງປະຊາຊົນຢູ່ບໍລິ ເວນດັ່ງກ່າວໄດ້ຮັບການປັບປຸງ ແລະ ຫລຸດພົ້ນອອກຈາກຄວາມ ທຸກຍາກເທື່ອລະກ້າວ. ໃນໂອກາດນີ້, ທ່ານລັດຖະມົນຕີ ກະຊວງວັດທະນະທໍາ ແລະ ການ ທ່ອງທ່ຽວ ຍັງໄດ້ມອບໃບຢັ້ງຢືນ ອຸທິຍານແຫ່ງຊາດຫີນໜາມໜໍ່ ໃຫ້ ທ່ານເລຂາພັກແຂວງຄໍາມ່ວນ ແລະ ເພື່ອຄວາມເປັນສິຣິມຸງຄຸນ ທ່ານ ນາຍົກລັດຖະມົນຕີ ຍັງໄດ້ເປັນກຽດ ລັ່ນຄ້ອງ 9 ບາດ ເພື່ອປະກາດໃຫ້ ຊາວລາວຊາວໂລກຮັບຮູ້, ທັງຢັ້ງ ຢືນການມອບ-ຮັບໃບຢັ້ງຢືນມໍລະ ດົກໂລກຫີນໜາມໜໍ່ ຢ່າງເປັນທາງ ການ. ພາຍຫລັງສໍາເລັດພິທີ ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍບັນ ດາການນໍາ ຍັງໄດ້ຢ້ຽມຊົມງານຕະ ຫລາດນັດວາງສະແດງ ແລະ ຈໍາ ໜ່າຍສິນຄ້າ ບັ້ນຮົບປ້ອງກັນຕົວ ເມືອງທ່າແຂກ ຕື່ມອີກ. ຂ່າວ-ພາບ: ມະນີວັນ+ກອງຄໍາ ທົບທວນການຮ່ວມມື...ົ່ື ກອງປະຊຸມຄັ້ງນີ້, ໄດ້ຕີລາຄືນ ສະພາບການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດ ລັດຖະບານ ໃນໄລຍະ 4 ປີຜ່ານມາ (2022-2025) ໂດຍໄດ້ຍົກໃຫ້ ເຫັນເຖິງການປະກອບສ່ວນຂອງ ບັນດາໂຄງການຊ່ວຍເຫລືອຂອງ ອສບລ ເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະຜ່ານມາ. ໃນນັ້ນ, ບັນດາ ໂຄງການຊ່ວຍເຫລືອສ່ວນໃຫຍ່ ແມ່ນຢູ່ຂັ້ນທ້ອງຖິ່ນ ແລະ ຂະແໜງ ການກ່ຽວຂ້ອງ ເປັນຕົ້ນ ການຊ່ວຍ ເຫລືອດ້ານມະນຸດສະທໍາ, ການສຶກ ສາ, ສາທາລະນະສຸກ, ກະສິກໍາ ແລະສິ່ງແວດລ້ອມ, ແຮງງານແລະ ສະຫວັດດີການສັງຄົມ, ການເກັບ ກູ້ລະເບີດທີ່ຍັງບໍ່ທັນແຕກ ແລະ ອື່ນໆ. ກອງປະຊຸມໄດ້ປຶກສາຫາລື ເພື່ອປັບປຸງຂອດການປະສານງານ ລະຫວ່າງສູນກາງກັບທ້ອງຖິ່ນໂດຍ ໄດ້ຍົກໃຫ້ເຫັນເຖິງສິ່ງທ້າທາຍ ໃນ ໄລຍະຜ່ານມາ, ການສ້າງຄວາມ ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ລະ ບຽບຫລັກການ ໃນການຈັດຕັ້ງ ປະຕິບັດວຽກງານດັ່ງກ່າວຂອງບັນ ດາຂະແໜງການ, ພ້ອມທັງການ ຊອກຫາວິທີທາງເພື່ອເພີ່ມປະສິດທິ ຜົນ ຂອງການປະຕິບັດໂຄງການ ຮ່ວມມືໃຫ້ມີປະສິດທິພາບຂຶ້ນກວ່າ ເກົ່າ, ພ້ອມທັງສອດຄ່ອງກັບບຸລິ ມະສິດຂອງຂະແໜງ ການ ແລະ ທ້ອງຖິ່ນໃຫ້ຫລາຍຂຶ້ນ. ໃນພາກກອງປະຊຸມປຶກສາຫາ ລື ລະຫວ່າງ ພາກລັດ ກັບບັນດາ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດ ລັດຖະບານ, ຜູ້ໃຫ້ທຶນແລະອົງການ ຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງທາງສັງຄົມ ຂອງລາວ, ທ່ານ ອານຸພາບ ວົງໜໍ່ ແກ້ວ ຮອງລັດຖະມົນຕີກະຊວງ ການຕ່າງປະເທດ ໄດ້ສະຫລຸບຕີລາ ຄາສະພາບການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດ ລັດຖະບານ ໃນໄລຍະປີຜ່ານມາ ໂດຍຍົກໃຫ້ເຫັນເຖິງຜົນສຳເລັດ ຫລາຍດ້ານ ແລະ ສິ່ງທ້າທາຍ. ພ້ອມນີ້, ຍັງໄດ້ສະເໜີທິດທາງແຜນ ການຮ່ວມມືໃນຕໍ່ໜ້າ ເພື່ອຮັບປະ ກັນໃຫ້ການຮ່ວມມື ມີປະສິດທິຜົນ ຂຶ້ນກວ່າເກົ່າ. ໂອກາດນີ້,ທ່ານນາງມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງ ສາກົນ, ຫົວໜ້າກອງເລຂາຄະນະ ກຳມະການຄຸ້ມຄອງ ອສບລ ໄດ້ນຳ ສະເໜີເນື້ອໃນຮ່າງດຳລັດ ວ່າດ້ວຍ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດ ລັດຖະບານ (ສະບັບປັບປຸງ) ມາ ຮອດປັດຈຸບັນ, ໄດ້ຜ່ານການຮັບ ຮອງໃນກອງປະຊຸມລັດຖະບານ ແລະ ຢູ່ໃນໄລຍະການຮຽບຮຽງຄືນ ສຸດທ້າຍ ໂດຍອີງຕາມຄໍາເຫັນຂອງ ສະມາຊິກຄະນະລັດຖະບານ ຄັ້ງວັນ ທີ 25 ກຸມພາ ຜ່ານມາ. ການປັບປຸງ ດຳລັດດັ່ງກ່າວ, ໄດ້ຜ່ານຂະບວນ ການປະກອບຄໍາຄິດເຫັນທຸກຂະ ແໜງການທັງຢູ່ສູນກາງ ແລະ ທ້ອງຖິ່ນ ແລະ ສະແດງໃຫ້ເຫັນເຖິງ ຄວາມໝາຍໝັ້ນ ຂອງລັດຖະບານ ສປປ ລາວ ໃນການອຳນວຍຄວາມ ສະດວກໃຫ້ແກ່ການຮ່ວມມືກັບ ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມ ພັດທະນາ ເພື່ອປະກອບສ່ວນເຂົ້າ ໃນການພັດທະນາເສດຖະກິດ-ສັງ ຄົມ. ປັດຈຸບັນ, ມີອົງການຈັດຕັ້ງສາ ກົນ ທີ່ບໍ່ສັງກັດລັດຖະບານ ທີ່ມີໂຄງ ການຮ່ວມມື ຢູ່ ສປປ ລາວ ທັງໝົດ 134 ອົງການ, ໃນມູນຄ່ານັບແຕ່ ປີ 2022-2025 ປະມານ 428 ລ້ານໂດລາສະຫະລັດ ສະເລ່ຍປີລະ 107 ລ້ານໂດລາສະຫະລັດ (ໃນນີ້ ລວມເອົາງົບປະມານບໍລິຫານໂຄງ ການສະເລ່ຍ 30%). ຕະຫລອດ ໄລຍະເວລາ4ປີຜ່ານມາ,ການຮ່ວມ ມື ລະຫວ່າງ ສປປ ລາວ ອົງການ ຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະ ບານ ໄດ້ປະກອບສ່ວນສຳຄັນເຂົ້າ ໃນການພັດທະນາເສດຖະກິດ-ສັງ ຄົມ ຂອງ ສປປ ລາວ ກໍຄື ເປົ້າໝາຍ ການພັດທະນາແບບຍືນຍົງ. ກອງປະຊຸມຄັ້ງນີ້, ໄດ້ດໍາເນີນ ໄປໃນບັນຍາກາດທີ່ສ້າງສັນ ໂດຍ ໄດ້ຮັບຟັງການປະກອບຄວາມຄິດ ເຫັນແບບກົງໄປກົງມາ ຂອງການ ນໍາຂະແໜງການ ແລະ ທ້ອງຖິ່ນ, ລວມທັງບັນດາອົງການຈັດຕັ້ງສາ ກົນທີ່ບໍ່ສັງກັດລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອຮ່ວມ ກັນຊອກຫາມາດຕະການ ເພື່ອແກ້ ໄຂຂໍ້ຄົງຄ້າງ ເຮັດໃຫ້ການຄຸ້ມຄອງ ອສບລ ແລະ ການຈັດຕັ້ງປະຕິບັດ ບັນດາໂຄງການຮ່ວມມື ມີປະສິດທິ ຜົນຫລາຍຂຶ້ນ ແນໃສ່ເພື່ອປັບປຸງ ຊີວິດການເປັນຢູ່ຂອງປະຊາຊົນ ລາວ ໃຫ້ດີຂຶ້ນເທື່ອລະກ້າວ.
RkJQdWJsaXNoZXIy MTc3MTYxMQ==