gsfdko{dkora fmtok a xtgmf]k; ( 20/03/2026 ຂປລ. ແຫລ່ງຂ່າວຈາກແຂວງ ສາລະວັນ ໃຫ້ຮູ້ວ່າ: ຄະນະກໍາມະ ການປົກຄອງ ແຂວງສາລະວັນ ຕີລາຄາການຈັດຕັ້ງປະຕິບັດວຽກ ງານປະຈຳເດືອນມີນາ2026ແລະ ຄົ້ນຄວ້າວຽກງານທີ່ເຄັ່ງຮ້ອນ ພ້ອມ ທັງວາງແຜນວຽກຈຸດສຸມຕ່າງໆ ໃນຕໍ່ໜ້າ ໃນວັນທີ 17 ມີນາ 2026 ໂດຍການເປັນປະທານຂອງ ທ່ານ ປະເດີມພອນ ສົນທະນີ ປະທານ ຄະນະກຳມະການປົກຄອງ ແຂວງ ສາລະວັນ, ມີຫົວໜ້າ-ຮອງຫົວໜ້າ ພະແນກການ, ອົງການທຽບເທົ່າ, ປະທານຄະນະກຳມະການປົກຄອງ ເມືອງ 8 ເມືອງ, ນັກທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງອ້ອມຂ້າງ ແຂວງເຂົ້າຮ່ວມ. ທ່ານ ຈັນເພັງ ສາຍທຳມະວົງ ຫົວໜ້າຫ້ອງວ່າການແຂວງ ໄດ້ ຕີລາຄາຄືນຜົນສຳເລັດໃນການ ຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ເດືອນຜ່ານມາ ທີ່ໄດ້ເອກະພາບ ຄົ້ນຄວ້າວາງແຜນປະຕິບັດ 9 ວຽກຫລັກ ໃນນີ້, ສາມາດປະຕິບັດ ແລ້ວ 3 ວຽກເປັນຕົ້ນ ໄດ້ສຳເລັດ ແຕ່ງຕັ້ງຄະນະຮັບຜິດຊອບຈັດຕັ້ງ ປະຕິບັດການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງຂັ້ນ ແຂວງ, ປັບປຸງກົນໄກ, ລະບົບການ ເຮັດວຽກໃຫ້ມີຄວາມເຂັ້ມແຂງ ເຮັດວຽກເຕັມພາລະບົດບາດ ເພື່ອ ເປັນທີ່ປຶກສາໃຫ້ນັກທຸກລະກິດ ແລະ ເປັນຜູ້ປົກປ້ອງນັກທຸລະກິດ ພາຍໃນແຂວງ, ເອົາໃຈໃສ່ຄຸ້ມຄອງ ວຽກງານການທ່ອງທ່ຽວ ຕອບຮັບ ຄວາມຕ້ອງການຂອງສັງຄົມ ໂດຍ ໄດ້ຈັດລຽງບຸລິມະສິດໃນການພັດ lk]t;a o 7Q o7;h k;Pd'komu j g7a j 'Ih vo c]t ;k'czo;Pd95 fl5 ,.o8= j |h k ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງ ພັກ, ເລຂາຄະນະບໍລິຫານງານພັກ ແຂວງຄໍາມ່ວນ ໄດ້ຕ້ອນຮັບຄະນະ ປະສານງານ ທະຫານອາສາສະໝັກ ຫວຽດນາມ-ລາວ ນະຄອນຮາຍ ຟອງ ສສ ຫວຽດນາມ ຊຶ່ງນຳໂດຍ ທ່ານ ດ່ວນ ວັນ ບ່າວ ຫົວໜ້າຄະນະ ປະສານງານທະຫານອາສາສະໝັກ ນະຄອນຮາຍຟອງ ໃນວັນທີ 17 ມີນາ 2026 ທີ່ຫ້ອງວ່າການແຂວງ ຄຳມ່ວນ ໃນໂອກາດເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງ ຄໍາມ່ວນ. ທ່ານ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມຕ້ອນຮັບຢ່າງ ອົບອຸ່ນ ແລະ ຕີລາຄາສູງ ຕໍ່ການມາ ຢ້ຽມຢາມຂອງທ່ານດ່ວນວັນບ່າວ ພ້ອມດ້ວຍຄະນະໃນຄັ້ງນີ້ ຊຶ່ງແຂວງ ຄໍາມ່ວນ ພວມກະກຽມຈັດງານສໍາ g]0kra dc0;'7e,j ;o 8h voIa [7totxtlko'ko mtskovklklt\a ds;Pfok,{]k; ot7voIkp2v' ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງໃຫ້ຮູ້ວ່າ: ເມື່ອມໍ່ໆມານີ້ທ່ານ ນາງ ວິລະຄອນ ບັນທະເວີ ຮອງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງເຊກອງ ພ້ອມດ້ວຍ ເ ຈົ້າໜ້າທີ່ກວດກາ ການຄ້າ ແລະ ຂະແໜງການ ກ່ຽວຂ້ອງ ລົງເຄື່ອນໄຫວຕິດ ຕາມກວດກາລາຄາສິນຄ້າ ຢູ່ທີ່ ຕະຫລາດສົດເທສະບານແຂວງເຊ ກອງ ທັງນີ້ກໍເພື່ອເປັນການປົກປ້ອງ ຄຸ້ມຄອງລາຄາສິນຄ້າ ທີ່ນອນໃນ ບັນຊີຄວບຄຸມ ແລະ ສິນຄ້າທີ່ມີຜົນ ກະທົບໄວຕໍ່ຊີວິດການເປັນຢູ່ ຂອງ ປະຊາຊົນບັນດາເຜົ່າ. ພ້ອມນີ້, ກໍ ເພື່ອເຮັດໃຫ້ການຊື້-ຂາຍສິນຄ້າໃນ ທ້ອງຕະຫລາດມີຄວາມສະຫງົບ, ຮັກສາສະຖຽນລະພາບທາງດ້ານ ລາຄາ ແລະ ສິ່ງສໍາຄັນ ແມ່ນເປັນ ການປົກປ້ອງຜົນປະໂຫຍດຂອງຜູ້ ຊົມໃຊ້, ຫລີກເວັ້ນການສວຍໂອກາດ ຂຶ້ນລາຄາສິນຄ້າ ທີ່ບໍ່ສົມເຫດສົມຜົນ ໃນໄລຍະທີ່ມີການເໜັງຕີງຂອງ ລາຄານໍ້າມັນເຊື້ອໄຟ ທີ່ເກີດຈາກ ສະພາບຄວາມບໍ່ສະຫງົບຢູ່ພາກພື້ນ ຕາເວັນອອກກາງ. ທ່ານ ນາງ ວິລະຄອນ ບັນທະເວີ ກ່າວວ່າ: ແນວໃດກໍດີ, ຜ່ານການ ຕິດຕາມ, ກວດກາຕົວຈິງເຫັນໄດ້ ວ່າ ບັນດາສິນຄ້າຄວບຄຸມຖືວ່າຢູ່ ໃນລາຄາປົກກະຕິ, ພໍ່ຄ້າ-ແມ່ຄ້າ ໄດ້ປະຕິບັດຖືກຕ້ອງຕາມລະບຽບ ກົດໝາຍ ແລະ ສິນຄ້າປະເພດພືດ ຜັກ ໂດຍສະເພາະ ສິນຄ້າທີ່ຜະລິດ ໄດ້ຕາມລະດູການ ດ້ານລາຄາແມ່ນ ມີທ່າອ່ຽງຫລຸດລົງ, ສ່ວນສິນຄ້າ ທີ່ບໍ່ສາມາດຜະລິດໄດ້ ແມ່ນມີການ ປັບເພີ່ມຂຶ້ນເລັກນ້ອຍ ຫລື ບວກລົບ ຢູ່ໃນລະດັບ 5%. ຄາດວ່າໃນ ຕໍ່ໜ້າ ອາດຈະມີຜົນກະທົບເຮັດໃຫ້ ລາຄາສິນຄ້າບາງປະເພດເພີ່ມຂຶ້ນ, ແຕ່ທາງພາກລັດ ກໍຄື ຂະແໜງອຸດ ສາຫະກໍາ ແລະ ການຄ້າຈະເອົາ ໃຈໃສ່ຄວບຄຸມໃຫ້ຢູ່ໃນກົນໄກຕະ ຫລາດ. ຂ່າວ: ສັນຍາ g-dv' g0A ,';f75 h ,7v'{d;fdk ]k7kly o7h k s]a ',u dkoxa [0B o]k7koE,a og-N vw2 ຂປລ. ແຫລ່ງຂ່າວຈາກແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ກອງປະຊຸມ ສະຫລຸບວຽກງານແກ້ໄຂປະກົດ ການຫຍໍ້ທໍ້ຂະແໜງການວັດທະນະ ທໍາ ແລະ ການທ່ອງທ່ຽວພາຍໃນ ເມືອງນາແລ ແຂວງຫລວງນໍ້າທາ ປະຈໍາປີ 2025 ແລະ ຄະນະຮັບ ຜິດຊອບຂົນຂວາຍເຄື່ອງອຸປະກອນ ວາງສະແດງຢູ່ຫໍມູນເຊື້ອວິລະຊົນ ຈັດຂຶ້ນໃນວັນທີ 17 ມີນາ 2026 ທີ່ຫ້ອງວ່າການເມືອງນາແລ ໂດຍ ການເປັນປະທານຂອງ ທ່ານ ສີ ພັນດອນ ສາຍນ້ຳແຫງ ຫົວໜ້າ ຫ້ອງການວັດທະນະທຳ ແລະ ການ ທ່ອງທ່ຽວເມືອງ, ມີທ່ານ ນາງ ຄໍາພູ ນ້ອຍມະນີສັກ ຮອງປະທານຄະນະ ກໍາມະການປົກຄອງເມືອງ ພ້ອມ ດ້ວຍຫ້ອງການ, ຄະນະຮັບຜິດຊອບ ແລະ ພະນັກງານຂະແໜງການທີ່ ກ່ຽວຂ້ອງເຂົ້າຮ່ວມ. ໃນກອງປະຊຸມໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະເກັບ ກຳຂໍ້ມູນປະຫວັດມູນເຊື້ອເມືອງ, ບ້ານ ແລະ ຄົນວິິລະຊົນ; ຜ່ານຂໍ້ຕົກ ລົງວ່າດ້ວຍການແຕ່ງຕັ້ງຄະນະ ຄຸ້ມຄອງ, ປັບປຸງ, ຊຸກຍູ້ແລະສົ່ງເສີມ ຮ້ານອາຫານ, ຮ້ານກີນດຶ່ມ, ຮ້ານ ບັນເທີງ,ສວນອາຫານ,ເດີ່ນຮົ່ມແລະ g,n v'okc] lts]5 [;Pd'kocdh w0xtdq fdko sp= m= .o0tc|';a fmtotme c]t mj v'mj P; ທະນາແຕ່ລະຈຸດ ເພື່ອດຶງດູດນັກ ທ່ອງທ່ຽວເຂົ້າມາແຂວງໃຫ້ຫລາຍ ຂຶ້ນ. ປັດຈຸບັນເອົາໃຈໃສ່ຕິດຕາມ ສະຖານທີ່ແຫລ່ງທ່ອງທ່ຽວຕ່າງໆ ໃນທົ່ວແຂວງ ເພື່ອຮອງຮັບໃຫ້ ແກ່ການສະເຫລີມສະຫລອງບຸນ ປີໃໝ່ລາວ 2026 ແລະ ວຽກຈະ ສືບຕໍ່ປະຕິບັດ 6 ວຽກຄື: ສືບຕໍ່ສົມ ທົບກັບເມືອງສາລະວັນ ໃນການ ຄົ້ນຄວ້າ, ທົບທວນຫັນເປັນໂຄງ ການ, ໜ້າວຽກອັນລະອຽດໃນການ ກຳນົດແຜນຜັງພັດທະນາຕົວເມືອງ ສາລະວັນ ເປັນເມືອງໃຈກາງ ທາງດ້ານເສດຖະກິດ, ວັດທະນະ ທໍາ ແລະ ການທ່ອງທ່ຽວຂອງ ແຂວງ, ປະສານສົມທົບກັບພະແນກ ອຸດສາຫະກຳ ແລະ ການຄ້າແຂວງ ໃນການກະກຽມຈັດກອງປະຊຸມ ພົບປະນັກທຸລະກິດ ທີ່ລົງທຶນຢູ່ ແຂວງສາລະວັນ ໃນເດືອນມີນາ 2026 ເພື່ອຖອດຖອນບົດຮຽນ ກ່ຽວກັບສະພາບການລົງທຶນ, ຂໍ້ ສະດວກ, ຫຍຸ້ງຍາກ ແລະ ວາງ ທິດທາງ, ສົມທົບກັບບັນດາເມືອງ ວາງແຜນການພັດທະນາແຫລ່ງ ທ່ຽວຂອງເມືອງ ຢ່າງໜ້ອຍ ເມືອງ ໜຶ່ງ ຕ້ອງມີ 1-2 ສະຖານທີ່ທ່ອງ ທ່ຽວ ເພື່ອເກັບກຳຂໍ້ມູນ ແລ້ວສົ່ງ ໃຫ້ຫ້ອງການຄະນະກຳມະການສົ່ງ ເສີມ ແລະ ຄຸ້ມຄອງການລົງທຶນ ແຂວງ ເພື່ອໂຄສະນາດຶງດູດນັກ ລົງທຶນມາພັດທະນາ, ເກັບກຳຂໍ້ມູນ ຄາດຄະເນຕົວເລກແຮງງານທີ່ ໄປເຮັດວຽກຢູ່ຕ່າງປະເທດ, ຕົວ ເລກຕຳຫລວດ, ທະຫານ ທີ່ປະຈຳ ຄ້າຍຕ່າງໆເຂົ້າຕື່ມ ໃນຕົວເລກສໍາ ຫລວດພົນລະເມືອງ ຄັ້ງທີ V ຂອງ ແຂວງ. ສຳລັບແຜນວຽກຈຸດສຸມ ເດືອນ ມີນາ 2026 ມີທັງໝົດ 6 ວຽກ, ປະຕິບັດສໍາເລັດ 3 ວຽກ ເປັນຕົ້ນ ຄົ້ນຄວ້າ ແລະ ນໍາສະເໜີ ຫົວຂໍ້ ທີ່ຈຳເປັນເຂົ້າພິຈາລະນາ ໃນກອງປະຊຸມປະຈຳເດືອນ ເຊັ່ນ: ວຽກຄຸ້ມຄອງການສົ່ງອອກມັນຕົ້ນ ດິບ, ການຂົນສົ່ງສິນຄ້າເຂົ້າ-ອອກ ຜ່ານທ່າແກ້ງຄອງຫລວງ, ວຽກ ສັກຢາ-ຢອດຢາ, ຊຸກຍູ້ການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດສັງຄົມ ແລະ ແຜນງົບປະມານ ງວດ ທີ 1 ປະຈຳປີ 2026. ທັງໄດ້ສົມ ທົບກັບເມືອງລະຄອນເພັງ ລົງສໍາ ຫລວດຜົນກະທົບສິ່ງແວດລ້ອມ ເບື້ອງຕົ້ນ ຂອງໂຄງການກໍ່ສ້າງ ຂົວຂ້າມແມ່ນໍ້າຂອງແຫ່ງທີ 6 ເພື່ອ ລາຍງານກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຕິດຕາມການຈັດຕັ້ງ ປະຕິບັດໂຄງການກໍ່ສ້າງຂົວຂ້າມ ນໍ້າເຊໂດນ ບ້ານບົວລະພາ ເມືອງ ຄົງເຊໂດນ ຕາມໜ້າວຽກຕ່າງໆ ໃຫ້ ສຳເລັດຕາມແຜນການທີ່ວາງໄວ້. ໃນກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມ ຍັງໄດ້ພ້ອມກັນຄົ້ນຄວ້າ, ແລກປ່ຽນ ວຽກງານທີ່ເຄັ່ງຮ້ອນໃນປັດຈຸບັນ ແລະ ຊອກວິທີທາງແກ້ໄຂພາຍໃນ ແຂວງສາລະວັນ ເປັນຕົ້ນ ລາຍງານ ສະພາບຜົນກະທົບ ແລະ ມາດຕະ ການ ໃນການຄຸ້ມຄອງລາຄາ ແລະ ການສະໜອງນໍ້າມັນເຊື້ອໄຟ ແລະ ສິນຄ້າອື່ນໆພາຍໃນແຂວງ ທີ່ຖືກຜົນ ກະທົບ ຈາກສະພາບລາຄານໍ້າມັນ ຕະຫລາດໂລກ, ລາຍງານຜົນການ ກວດກາການເງິນ ຢູ່ຫ້ອງການການ ເງິນ ເມືອງຄົງເຊໂດນ, ເມືອງເລົ່າ ງາມ, ລະຄອນເພັງ ແລະ ເມືອງ ວາປີ, ການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ງວດ 1, ທິດທາງ ຈຸດສຸມງວດ 2 ແລະ ແຜນການ 9 ເດືອນ 2026, ການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງ ຄົນຕ່າງປະເທດ ທີ່ເຂົ້າມາດໍາລົງຊີວິດ ແລະ ເຮັດ ວຽກຢູ່ ແຂວງສາລະວັນ, ການ ຈັດຕັ້ງປະຕິບັດວຽກງານສັກຢາຢອດຢາກັນພະຍາດ, ກອງທຶນຢາ ໝູນວຽນ, ວຽກແກ້ໄຂພະນັກງານ ແພດ-ໝໍອາສາສະໝັກ ແລະ ປັບປຸງ ພື້ນຖານໂຄງລ່າງໂຮງໝໍຂອງ ແຂວງ, ສະພາບການຂົນສົ່ງສິນຄ້າ ເຂົ້າ-ອອກ ຜ່ານທ່າຄອງຫລວງ ແລະ ທິດທາງແກ້ໄຂໃນການຫັນ ການຂົນສົ່ງສິນຄ້າ ມາເຂົ້າ-ອອກ ຜ່ານທ່າດ່ານສາກົນ ປາກຕາພານ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ແຕ່ລະວຽກງານມີຜົນສຳເລັດເປັນ ກ້າວໆ. ຂ່າວ-ພາບ: ວິໄລວອນ ສິດທິໄຊ ເຮືອນພັກພາຍໃນເມືອງ; ຜ່ານ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະ ນະຮັບຜິດຊອບລົງສຳຫລວດ, ປັກ ຫລັກໝາຍແຫລ່ງທ່ອງທ່ຽວຖ້ຳ ນໍ້າກຸດ ແລະ ຜາແຕ້ມໝື່ນປີ; ຜ່ານ ບົດສະຫລຸບ-ແຜນການວຽກງານ ວັດທະນະທຳ ແລະ ການທ່ອງທ່ຽວ; ຜ່ານກົດລະບຽບການ ທ່ອງທ່ຽວ. ພ້ອມນີ້, ຜູ້ເຂົ້າຮ່ວມກອງປະຊຸມ ຍັງ ໄດ້ພ້ອມກັນແລກປ່ຽນຄຳຄິດຄຳ ເຫັນ ຕໍ່ການຈັດຕັ້ງປະຕິບັດວຽກ ງານຢ່າງກົງໄປກົງມາ ໂດຍສະ ເພາະ ຄໍາຖາມຄົ້ນຄວ້າເພື່ອຊອກ ຫາວິທີທາງແກ້ໄຂໃຫ້ດີຂຶ້ນກວ່າ ເກົ່າ. ໂອກາດດຽວກັນ, ທ່ານ ນາງ ຄໍາພູ ນ້ອຍມະນີສັກ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍໃນຜົນງານ ການຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃນໄລຍະຜ່ານມາ ພ້ອມທັງເນັ້ນໃຫ້ ຂະແໜງການທີ່ກ່ຽວຂ້ອງລົງກວດ ກາ ດ້ານເອກະສານຂອງເດີ່ນຮົ່ມ, ເຮືອນພັກ, ຮ້ານອາຫານ, ຮ້ານ ບັນເທີງ ແລະ ຮ້ານກິນດື່ມ ກວດ ກາຄືນໃບອະນຸຍາດດໍາເນີນທຸລະກິດ ໃຫ້ຖືກຕ້ອງ, ສ້າງລະບຽບສະເພາະ ໃຫ້ບັນດາຫົວໜ່ວຍທຸລະກິດ, ການ ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ກັບເຮືອນພັກ, ຮ້ານອາຫານ, ຮ້ານ ບັນເທີງ ໂດຍໃຫ້ຂະແໜງການ ກ່ຽວຂ້ອງລົງຕິດຕາມ, ກວດກາ ບັນດາຫົວໜ່ວຍທຸລະກິດ, ຕ້ອງ ປະຕິບັດຕາມກົດລະບຽບໃຫ້ເຂັ້ມ ງວດ ມີມາດຕະການທາງດ້ານເຕັກ ນິກທີ່ທັນສະໄໝ ບັນດາຫົວໜ່ວຍ ທຸລະກິດ ຕ້ອງໄດ້ຕິດຕັ້ງກ້ອງວົງ ຈອນປິດ ເພື່ອສະດວກໃຫ້ການຕິດ ຕາມກວດກາ, ກະກຽມແຕ່ງຕັ້ງຄະ ນະຮັບຜິດຊອບ ແລະ ຈັດກອງປະ ຊຸມສະເພາະໃຫ້ລົງຕິດຕາມ, ສຳ ພາດຜູ້ອາວຸດໂສ, ພະນັກງານນັກ ຮົບປະຕິວັດ ເພື່ອເຂົ້າຮ່ວມປຶກສາ ຫາລືໃນການເກັບກຳຂໍ້ມູນຕ່າງໆ, ພົວພັນ, ສອບຖາມຂໍ້ມູນປະຫວັດ ຄວາມເປັນມາຂອງເມືອງວິລະຊົນ ນຳ ຫໍມູນເຊື້ອແຫ່ງຊາດ ແລະ ຄະນະ ໂຄສະນາອົບຮົມສູນກາງ, ແຂວງ ແລະ ເມືອງ ເພື່ອໃຫ້ໄດ້ຂໍ້ມູນລະອຽດ ຖືກຕ້ອງສອດຄ່ອງກັບຄວາມເປັນ ຈິງ ທັງນີ້ກໍເພື່ອເຮັດໃຫ້ວຽກງານ ວັດທະນະທໍາ ແລະ ການທ່ອງທ່ຽວ ດີຂຶ້ນເປັັັັນກ້າວໆ. ຂ່າວ: ພອນທິບ ພິລາວັນ ຄັນ 2 ເຫດການໃຫຍ່ ໂດຍສະເພາະ ຈາລຶກປະຫວັດສາດບັ້ນຮົບປ້ອງກັນ ຕົວເມືອງທ່າແຂກ 21 ມີນາ 1946 ຄົບຮອບ 80 ປີ. ການມາຢ້ຽມຢາມ ຄັ້ງນີ້ຖືເປັນນິມິດໝາຍອັນດີ ໃນ ການສືບຕໍ່ເພີ່ມທະວີການພົວພັນ ຮ່ວມມື ລະຫວ່າງ 2 ຊາດ ລາວຫວຽດນາມ ກໍຄືແຂວງຄໍາມ່ວນນະຄອນຮາຍຟອງ ໃຫ້ໄດ້ຮັບການ ເພີ່ມພູນຄູນສ້າງຂຶ້ນໄປເລື້ອຍໆ. ພ້ອມນີ້, ຍັງໄດ້ເນັ້ນໜັກເຖິງຄວາມ ສໍາຄັນຂອງການສືບທອດມູນເຊື້ອ ສາຍພົວພັນອັນດີງາມ ໃຫ້ແກ່ຄົນຮຸ່ນ ໜຸ່ມໄດ້ສືບທອດປົກປັກຮັກສາ ເສີມ ຂະຫຍາຍມູນເຊື້ອສາຍພົວພັນແບບ ພິເສດໃຫ້ໝັ້ນຄົງຂະໜົງແກ່ນຕໍ່ໄປ. ໂອກາດດັ່ງກ່າວ, ທ່ານດ່ວນວັນ ບ່າວ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ຂອງ ການນໍາແຂວງຄໍາມ່ວນ ພ້ອມ ທັງສະແດງຄວາມຍິນດີທີ່ໄດ້ມາ ຢ້ຽມຢາມ ແລະ ພົບປະກັບການ ນໍາແຂວງໃນຄັ້ງນີ້ ຊຶ່ງນອກຈາກ ນີ້ ຄະນະຍັງໄດ້ເຮັດວຽກຮ່ວມກັບ ສະຫະພັນນັກຮົບເກົ່າຂອງແຂວງ ຄຳມ່ວນ ເພື່ອສືບຕໍ່ພັດທະນາການ ຮ່ວມມື ໃນອະນາຄົດ. ພ້ອມນີ້, ຍັງ ໄດ້ມອບຫລຽນກາລະນຶກສະຫະພັນ ນັກຮົບເກົ່າຫວຽດນາມ ໃຫ້ບັນດາ ຄະນະການນໍາແຂວງຄໍາມ່ວນຕື່ມ ອີກ. ໃນມື້ດຽວກັນ, ຄະນະດັ່ງກ່າວ ຍັງໄດ້ເຂົ້າວາງກະຕ່າດອກໄມ້ ຕໍ່ ໜ້າຮູບປັ້ນຂອງ ປະທານ ສຸພານຸວົງ ແລະ ນັກຮົບວິລະຊົນຂອງຊາດລາວ ເພື່ອສະແດງຄວາມເຄົາລົບຮັກ ແລະ ກະຕັນຍູ້ຮູ້ບຸນຄຸນຕໍ່ປະທານ ຊຶ່ງເປັນ ຜູ້ນໍາທີ່ດີເດັ່ນ ແລະ ເປັນທີ່ເຄົາລົບຮັກ ຂອງພັກ-ລັດ ແລະ ປວງຊົນລາວ ທັງຊາດ. ປະທານ ສຸພາ ນຸວົງ ເປັນຜູ້ ນໍາພາ, ບັນຊາໂດຍກົງ ໃນບັ້ນຮົບ ປ້ອງກັນຕົວເມືອງທ່າແຂກ ໃນ ວັນທີ 21 ມີນາ 1946 ຊຶ່ງປີນີ້ແມ່ນ ຄົບຮອບ 80 ປີ. ຂ່າວ: ມະນີວັນ h h
RkJQdWJsaXNoZXIy MTc3MTYxMQ==