7239

20/03/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ s];'rt[k' gxu f]t[q [9v'xU g0Q k-q ,cs]j 'mj v'mj P;c[[vvo]kp ໂດຍ: ເກີດຂວັນໃຈ ມາລີຈັນສີີັີັີ ໃນເວລາທີ່ລະບຽບໂລກສັ່ນ ຄອນ ແລະ ຄວາມຂັດແຍ່ງດ້ານ ການເມືອງກຳລັງເກີດຄວາມປັ່ນ ປ່ວນຢ່າງໜັກທົ່ວໂລກຈຶ່ງເຮັດໃຫ້ ຫລາຍປະເທດໃຫ້ຄວາມສົນໃຈ ຫລາຍຂຶ້ນຕໍ່ຂົ້ວໂລກຕາເວັນອອກທີ່ ຍັງສາມາດຮັກສາສັນຕິພາບ ແລະ ຄວາມສະຫງົບໄດ້ແນວໃດ? ຈີນ ເປັນຕົວແບບຜູ້ນໍາດີເລີດຂອງໂລກ ຮຽກຮ້ອງໃຫ້ທຸກປະເທດຍຶດໝັ້ນ ສັນຕິພາບ, ຄວາມສະຫງົບ, ຄວາມ ປອງດອງ, ການພັດທະນາສີຂຽວ ຍືນຍົນ ແລະ ການຮ່ວມມືຕ່າງຝ່າຍ ຕ່າງມີຜົນປະໂຫຍດອື່ນໆຂັບເຄື່ອນ ການພັດທະນາຢ່າງໝັ້ນທ່ຽງ. ນັກ ວິເຄາະໃຫ້ທັດສະນະວ່າບັນດາຜູ້ ນໍາໂລກໂດຍສະເພາະບາງຜູ້ນໍາເສບ ຕິດສົງຄາມບໍ່ຄວນດຶງປະຫວັດທີ່ ເໜົ່າເໝັນ ແລະ ເຈັບປວດທີ່ສຸດໃນ ອະດີດກັບຄືນມາອີກທັງທີ່ຮູ້ວ່າການ ກໍ່ສົງຄາມລ້ວນແຕ່ສ້າງຄວາມຈິບ ຫາຍວາຍວອດ ແລະ ຢາກຈະຟື້ນ ຄືນໄດ້ ໃນນັ້ນໄດ້ສັງຫານຜູ້ບໍລິສຸດ ເດັກນ້ອຍ, ຜູ້ເຖົ້າ, ຄົນໄຮ້ດຽງສາ ລວມທັງຊັບສິນ ແລະ ສະພາບ ແວດລ້ອມອື່ນໆເສຍຫາຍມະຫາ ສານ. ເໝືອນດັ່ງ 2 ຕົວຢ່າງສົງຄາມ ໂລກຜ່ານມາຄື: ສົງຄາມໂລກຄັ້ງ ທີ 1 (1914-1918) ມີຜູ້ເສຍ ຊີວິດທັງໝົດປະມານ 20 ລ້ານ ກວ່າຄົນ; ສົງຄາມໂລກຄັ້ງທີ 2 (1939-1945) ມີຜູ້ເສຍຊີວິດ ທັງໝົດປະມານ 80 ລ້ານກວ່າ ຄົນ. ທັງ 2 ສົງຄາມນັ້ນເຫັນວ່າ ພົນລະເຮືອນ (ເດັກນ້ອຍ, ຜູ້ເຖົ້າ, ຜູ້ໄຮ້ດຽງສາ) ໄດ້ຮັບເຄາະຮ້າຍ ແລະ ເສຍຊີວິດຫລາຍກວ່າໝູ່. ບົດຮຽນສຳຄັນຈາກ 2 ສົງຄາມ ນັ້ນ, ບັນດາຜູ້ນໍາໂລກຄວນນຶກເຖິງ ແລະ ຄິດໃຫ້ຮອບຄອບທີ່ຖ້ວນເພື່ອ ບໍ່ໃຫ້ສົງຄາມໃຫຍ່ເກີດຂຶ້ນອີກມີ 5 ປະເດັນສໍາຄັນທີ່ສຸດຄື:1.ແກ້ໄຂ dv'xt-5 ,lv'ltrk9u o 9tlqj 'zq ofu 8]k; c]t lkdq oco;.fL + ຄວາມຂັດແຍ່ງດ້ວຍການເຈລະຈາ ລະຫວ່າງປະເທດ ຄວນໃຊ້ການທູດ ແລະ ການສົນທະນາແທນການໃຊ້ ກຳລັງທາງທະຫານ, 2. ເຄົາລົບ ອຳນາດອະທິປະໄຕຂອງປະເທດ ອື່ນ, ບໍ່ຮຸກຮານ ແລະ ບໍ່ແຊກແຊງ ກິດຈະການພາຍໃນປະເທດອື່ນ, 3. ເຄົາລົບລະບຽບກົດໝາຍສາກົນ ແລະ ຄວາມເປັນເອກະພາບລວມ ຂອງວົງຄະນາຍາດສາກົນຢ່າງ ເດັດດ່ຽວໂດຍສະເພາະອົງການ ສະຫະປະຊາຊາດເປັນແກນກາງ ທີ່ມີໜ້າທີ່ໄກ່ເກ່ຍຄວາມຂັດແຍ່ງ ແລະ ປ້ອງກັນສົງຄາມ, 4. ສົ່ງເສີມ ຄວາມເທົ່າທຽມຂອງມະນຸດທີ່ບໍ່ຂັດ ກັບລະບຽບກົດໝາຍ, ຫລີກເວັ້ນ ແນວຄິດຊາດນິຍົມຮຸນແຮງ ຫລື ການກໍ່ໃຫ້ເກີດການຂ້າລ້າງເຜົ່າພັນ ແລະ 5. ຍົກສູງການຮ່ວມມືທາງ ເສດຖະກິດ ແລະ ການພັດທະນາ ຢ່າງຕັ້ງໜ້າເພື່ອຄວາມຈະເລີນ ກ້າວໜ້າ, ການຢູ່ດີກິນດີ ແລະ ສະ ຫງົບສຸກຂອງມວນມະນຸດ. ເຖິງແມ່ນວ່າ “ກອງປະຊຸມສອງ ສະພາຈີນ” ໄດ້ດໍາເນີນໄປໃນສະ ພາບແວດລ້ອມຂອງໂລກເຄັ່ງຕຶງ ແຕ່ການປະຊຸມນີ້ໄດ້ກຳນົດນະໂຍ ບາຍເສດຖະກິດ, ການເມືອງ ແລະ ແຜນພັດທະນາຂອງຈີນ ດ້ວຍບາດ ກ້າວທີ່ເຂັ້ມແຂງ ແລະ ສ້າງຄວາມ ຫວັງໃໝ່ຕໍ່ປະຊາຄົມໂລກຢ່າງຈະ ແຈ້ງ ຊຶ່ງບໍ່ພຽງຈະສົ່ງຜົນສະທ້ອນ ທາງບວກຕໍ່ອາຊຽນ, ເອີຣົບ, ອາ ເມລິກາ, ອາຟຣິກາ ແລະ ຊາດອື່ນໆ ຫາກຍັງຈະປູພື້ນຖານສໍາຄັນບໍ່ໜ້ອຍ ໃຫ້ບັນດາຊາດຕ່າງໆໃນໂລກເຫັນ ຄຸນຄ່າຂອງສັນຕິພາບ ແລະ ການ ຮ່ວມມືກັນມີແຕ່ໄດ້ກັບໄດ້. ດັ່ງ ຕົວຢ່າງຈາກໝາກຜົນການຮ່ວມມື ຄື: ຫລ້າສຸດປະລິມານການຄ້າລະ ຫວ່າງ ອາຊຽນ-ຈີນ ບັນລຸມູນຄ່າ ລວມປະມານ 900 ກວ່າຕື້ໂດລາຕໍ່ປີ ໃນນັ້ນ ລາວ-ຈີນ ປະມານ 7-8 ຕື້ ໂດລາ. ການຄ້າລະຫວ່າງຈີນ-ອາ ຊຽນ ຖືວ່າເປັນການຄ້າທີ່ເຕີບໂຕ ໄວທີ່ສຸດໃນໂລກໃນຊ່ວງ 10 ປີ ຜ່ານມາ. ປັດຈຸບັນນີ້, ອາຊຽນແມ່ນຄູ່ຄ້າ ອັນດັບ 1 ຂອງຈີນ. ອາຊຽນກ້າວ ຂຶ້ນເປັນຄູ່ຄ້າອັນດັບໜຶ່ງຂອງຈີນມີ ສາເຫດ ແລະ ປັດໄຈໃດແນ່? ສູນຮ່ວມມືອາຊຽນໄດ້ລາຍງານ ວ່າ: ມູນເຊື້ອທີ່ດີງາມເປັນມໍລະດົກ ຕົກທອດຂອງປະຊາຄົມອາຊຽນ ຖືເອົາຄວາມເອກະພາບຮ່ວມກັນ, ສັນຕິພາບ, ຄວາມສະຫງົບສຸກ, ການຮ່ວມມື, ແບ່ງປັນກັນ ແລະ ບໍ່ ແຊກແຊງກິດຈະການພາຍໃນຂອງ ກັນ ແລະ ກັນ. ນອກຈາກນັ້ນ, ອາ ຊຽນຍັງໃຊ້ວິທີທາງເພີ່ມມິດຫລຸດ ຜ່ອນສັດຕູ ແລະ ຮ່ວມມືຫລາຍ ທິດຫລາຍທາງທີ່ບໍ່ຂັດກັບລະບຽບ ກົດໝາຍ. ສ່ວນການພົວພັນການ ຄ້າລະຫວ່າງ ຈີນ-ເອີຣົບ ບັນລຸມູນ ຄ່າປະມານ 780-850 ຕື້ຕໍ່ປີ, ເປັນ ຄູ່ຄ້າອັນດັບ 2 ຂອງຈີນ; ການຄ້າ ຈີນ-ອາເມລິກາ ບັນລຸມູນຄ່າການ ຄ້າປະມານ 650-700 ຕື້ໂດລາຕໍ່ປີ ເປັນຄູ່ຄ້າອັນດັບ 3 ຂອງຈີນ ແຕ່ຈຸດ ທີ່ໜ້າສົນໃຈໃນ 10 ປີຜ່ານມາເຖິງ ປັດຈຸບັນເຫັນວ່າການຄ້າຂອງຈີນ ໄດ້ຄ່ອຍຫຍັບຍ້າຍຈາກອາເມລິກາ ໄປຫາອາຊຽນຫລາຍຂຶ້ນອັນສືບ ເນື່ອງມາຈາກມາດຕະການບໍ່ເປັນ ມິດ, ກ່ຽວຂ້ອງກັບບັນຫາສົງຄາມ ພາສີ ແລະ ການກີດກັ້ນອື່ນໆຂອງ ຊາດຕາເວັນຕົກ. ຂ້າມມາເບິ່ງ ສປປ ລາວ ໜຶ່ງໃນ ສະມາຊິກອາຊຽນ ແລະ ເປັນບ້ານ ໃກ້ເຮືອນຄຽງກັບຈີນ ທີ່ມີອຸດົມການ ສັງຄົມນິຍົມຄ້າຍກັນ, ມີຊາຍແດນ ເຊື່ອມໂຍງ-ເຊື່ອມຈອດກັນຜ່ານ ເສັ້ນທາງລົດໄຟ ລາວ-ຈີນ ພາຍໃຕ້ ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”. ສະນັ້ນກອງປະຊຸມສອງສະພາຂອງ ຈີນ ຈະສົ່ງຜົນດີຕໍ່ລາວແນວໃດແນ່? ຕາມຄໍາເຫັນຂອງນັກທຸລະກິດ ແລະ ຜູ້ອາວຸໂສໃຫ້ທັດສະນະລວມ ວ່າ: ບໍ່ວ່າຈະເປັນກອງປະຊຸມສະພາ ຂອງຈີນຫລືນະໂຍບາຍຕ່າງໆຂອງ ຈີນໄດ້ນໍາອອກມາໃຊ້ໃນແຕ່ລະໄລ ຍະຍ່ອມຈະສົ່ງຜົນສະທ້ອນທາງ ກົງ ແລະ ທາງອ້ອມຕໍ່ລາວ ແລະ ຊາດອື່ນໆ ຢ່າງແນ່ນອນ ເພາະຈີນ ເປັນປະເທດທີ່ມີຂະໜາດເສດຖະກິດ ໃຫຍ່ອັນດັບຕົ້ນໆຂອງໂລກ, ເປັນ ສູນກາງອຸດສາຫະກໍາໂລກ ແລະ ຍັງ ເປັນຜູ້ມີກໍາລັງຊື້ສູງທີ່ສຸດ. ສະເພາະ ລາວ ຈະມີຜົນສະທ້ອນທາງບວກ ຢ່າງຫລວງຫລາຍຄື: 1. ດ້ານ ເສດຖະກິດ: ຈີນເປັນຜູ້ລົງທຶນຕ່າງ ປະເທດອັນດັບທີ 1 ໃນລາວດ້ວຍ ມູນຄ່າປະມານ 19 ຕື້ກວ່າໂດລາ ກັບ 900 ກວ່າໂຄງການ, ຍັງເປັນ ຄູ່ຄ້າລາຍໃຫຍ່ຂອງລາວເຊັ່ນກັນ, ຂປລ. ດັ່ງທີ່ເຮົາຮູ້ວ່າ ແຂວງ ຫລວງພະບາງ ແມ່ນຈຸດໝາຍ ປາຍທາງຂອງນັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດ ທີ່ຫລັງ ໄຫລເຂົ້າມາຊົມຄວາມສວຍງາມ ຂອງສະຖານທີ່ທ່ອງທ່ຽວທາງ ປະຫວັດສາດ, ທໍາມະຊາດ ແລະ ວັດທະນະທຳຮີດຄອງປະເພນີລວມ ເຖິງອາຫານທີ່ມີຊື່ສຽງໂດ່ງດັງຈົນ ຫລາຍຄົນຕັ້ງໃຈມາກິນກໍມີ. ສະນັ້ນ, ເພື່ອເປັນການອໍານວຍຄວາມສະ ດວກໃຫ້ແກ່ນັກທ່ອງທ່ຽວທີ່ເຂົ້າ ມາທ່ຽວແຂວງຫລວງພະບາງ ຈຶ່ງໄດ້ເປີດລະບົບຂາຍປີ້ເຂົ້າຊົມ ແຫລ່ງທ່ອງທ່ຽວຜ່ານແອັບ LDT Booking ດ້ວຍການຈອງປີ້ແບບ ອອນລາຍ. ແນວໃດກໍດີ, ເມື່ອມໍ່ໆມານີ້ ທີ່ ພະແນກການເງິນແຂວງຫລວງ ພະບາງ ໄດ້ຈັດກອງປະຊຸມໂຄສະ ນາ ເຜີຍແຜ່ກ່ຽວກັບລະບົບຈ້ອງ ປີ້ເຂົ້າຊົມແຫລ່ງທ່ອງທ່ຽວ ໂດຍ ການ ເ ປັນປະທານຮ່ວມຂອງ ທ່ານ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ,ທ່ານຄຳເພັດ ສີລາທອງນິດ ຫົວໜ້າພະແນກການ ເງິນແຂວງ ພ້ອມດ້ວຍຜູ້ຕາງໜ້າ ຈາກບໍລິສັດອອກແບບ, ຜູ້ປະກອບ ການທ່ອງທ່ຽວ ແລະ ຜູ້ຂາຍປີ້ເຂົ້າ ຊົມແຫລ່ງທ່ອງທ່ຽວເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ກໍເພື່ອຍົກ ລະດັບການບໍລິການດ້ານການ ທ່ອງທ່ຽວຂອງແຂວງຫລວງພະ ບາງ ໂດຍສະເພາະພາຍໃນເມືອງ ມໍລະດົກໂລກຫລວງພະບາງ ໃຫ້ ທັນສະໄໝ-ສະດວກຕໍ່ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ. ທ່ານ ນາງ ສຸດາພອນ ຄົມທະວົງ ກ່າວວ່າ: ການນຳໃຊ້ລະບົບດີຈິ ຕອນເຂົ້າມາຊ່ວຍໃນການພັດທະ ນາການທ່ອງທ່ຽວແມ່ນສອດຄ່ອງ ກັບນະໂຍບາຍການຫັນເປັນທັນ ສະໄໝ ແລະ ການພັດທະນາແບບ ຍືນຍົງຂອງແຂວງນອກຈາກຈະ ສ້າງຄວາມສະດວກໃຫ້ແກ່ນັກ ທ່ອງທ່ຽວແລ້ວ, ຍັງສາມາດຊ່ວຍ ໃນການສະໜອງຂໍ້ມູນຈຳນວນ ນັກທ່ອງທ່ຽວ, ການເກັບກຳຂໍ້ມູນ ສະຖິຕິ ແລະ ສ້າງຄວາມໂປ່ງໃສ ໃນການຈັດການລາຍຮັບຈາກການ ທ່ອງທ່ຽວຕື່ມອີກ. ພ້ອມນັ້ນ, ທ່ານ ຄຳເພັດ ສີລາທອງນິດ ຍັງໄດ້ ກ່າວເຖິງຄວາມສຳຄັນຂອງການ ນຳໃຊ້ເຕັກໂນໂລຊີເຂົ້າມາຊ່ວຍໃນ ການບໍລິການພາກລັດ ແລະ ເພື່ອ ເປັນການກະຕຸກຊຸກຍູ້ເສດຖະກິດ ການທ່ອງທ່ຽວຂອງທ້ອງຖິ່ນໃຫ້ຂະ ຫຍາຍຕົວຕື່ມອີກ. ພ້ອມນັ້ນ, ຕາງໜ້າບໍລິສັດຜູ້ ອອກແບບແອັບ LDT Booking ໄດ້ນຳສະເໜີວິທີການນຳໃຊ້ແອັບ ພລິເຄຊັນ ທັງໃນລະບົບ iOS ແລະ Android ຊຶ່ງຂັ້ນຕອນການຈອງ, ການຊຳລະເງິນ ແລະ ການນຳ ປີ້ເຂົ້າຊົມສະຖານທີ່ທ່ອງທ່ຽວ ແບບເອເລັກໂຕຣນິກໃຫ້ຜູ້ເຂົ້າ ຮ່ວມໄດ້ຮັບຊົມ ແລະ ທົດລອງ ໃຊ້ງານຕົວຈິງ. ຈຸດເດັ່ນຂອງລະ ບົບ LDT Booking ແມ່ນການ ນຳໃຊ້ລະບົບ “ປີ້ດຽວ” (One Pass) ທີ່ອະນຸຍາດໃຫ້ນັກທ່ອງ ທ່ຽວສາມາດຈອງ ແລະ ເຂົ້າຊົມ ສະຖານທີ່ທ່ອງທ່ຽວໃນນະຄອນ ຫລວງພະບາງ ໄດ້ຫລາຍແຫ່ງ ໃນປີ້ດຽວຜ່ານແອັບພລິເຄຊັນທີ່ ທັນສະໄໝຊ່ວຍອຳນວຍຄວາມ ສະດວກປະຢັດເວລາ. ສຳລັບນັກ ທ່ອງທ່ຽວ ແລະ ຜູ້ທີ່ສົນໃຈນຳໃຊ້ ສາມາດດາວໂຫລດແອັບພລິເຄ ຊັນ LDT Booking ໄດ້ທັງໃນ App Store, Play Store ແລະ Google Play ຕັ້ງແຕ່ມື້ນີ້ເປັນຕົ້ນ ໄປ ເພື່ອວາງແຜນການເດີນທາງ ແລະ ສຳຜັດກັບຄວາມງົດງາມຂອງ ເມືອງມໍລະດົກໂລກຫລວງພະບາງ ໄດ້ຢ່າງສະດວກ ໂດຍບໍ່ຕ້ອງກັງວົນ ເລື່ອງການຕໍ່ຄິວຊື້ປີ້ອີກ. ໂດຍ: ທະນູສີນ ອິດທິພົນູີິິົ ເມື່ອຈີນກຳນົດເປົ້າໝາຍເຕີບໂຕ ເສດຖະກິດ (ປະມານ 4,5-5%) ມັນຈະເພີ່ມການນຳເຂົ້າໄຟຟ້າ, ແຮ່ ທາດ, ກະສິກຳ ຈາກລາວ, ເພີ່ມ ການລົງທຶນຈາກບໍລິສັດຈີນເຂົ້າມາ ລາວ ຈະຊ່ວຍໃຫ້ການຄ້າຊາຍແດນ ລາວ-ຈີນ ຄຶກຄື້ນຂຶ້ນ; 2. ດ້ານ ພື້ນຖານໂຄງລ່າງ: ນະໂຍບາຍຈີນ ທີ່ຜ່ານສອງສະພາມັກຈະເຊື່ອມກັບ ເສັ້ນທາງສາຍໄໝ ຫລື ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”. ສຳລັບ ລາວ ນັ້ນໝາຍຄວາມວ່າ: ການ ພັດທະນາຕາມເສັ້ນທາງລົດໄຟ ລາວ-ຈີນ ໃຫ້ເປັນສູນກາງການ ຂົນສົ່ງ, ອາດມີໂຄງການທາງດ່ວນ ແລະ ໂລຈິສຕິກໃໝ່ຊ່ວຍໃຫ້ລາວ ກາຍເປັນ “ສູນການຂົນສົ່ງ” ໃນ ພາກພື້ນ; 3. ດ້ານການທ່ອງທ່ຽວ: ຖ້າຈີນກະຕຸ້ນການບໍລິໂພກ ແລະ ການເດີນທາງ: ນັກທ່ອງທ່ຽວຈີນ ຈະເຂົ້າລາວຫລາຍຂຶ້ນ, ບັນດາຕົວ ເມືອງທ່ອງທ່ຽວລາວຈະຟື້ນຕົວ ໄວ ແລະ ເຮັດໃຫ້ປະຊາຊົນມີລາຍ ໄດ້ເພີ່ມຂຶ້ນ; 4. ດ້ານການເມືອງ ແລະ ການຮ່ວມມື: ຈີນມັກຢືນຢັນ ນະໂຍບາຍມິດຕະພາບກັບປະເທດ ເພື່ອນມິດໂດຍສະເພາະຄູ່ຮ່ວມຊາ ຕາກໍາລາວ-ຈີນ ຄູ່ຂະໜານກັບການ ຜັນຂະຫຍາຍຕາມທິດ 4 ດີຂອງ ສອງພັກ-ສອງລັດ, ປະຊາຊົນສອງ ຊາດ ແລະ 5. ຈີນອາດຊ່ວຍເຫລືອ ລາວໃຫ້ເປັນປະເທດຕົວແບບການ ພັດທະນາໃນອາຊຽນ ໂດຍສະເພາະ ການຮ່ວມມືດ້ານເອໄອ (AI), ເຕັກ ໂນໂລຊີ, ພະລັງງານສະອາດ ແລະ ສ້າງບຸກຄະລາກອນຍຸກໃໝ່. ທ່ານ ນາງ ໄກສອນ ຈັນສີນາ, ຫົວໜ້າຫ້ອງການສະຖາບັນການ ເມືອງ ແລະ ການປົກຄອງແຫ່ງຊາດ ໃຫ້ສໍາພາດຕໍ່ນັກຂ່າວ CMG ປະ ຈໍາລາວ ເມື່ອບໍ່ດົນມານີ້ວ່າ: ມີ 4 ບົດຮຽນອັນລ້ຳຄ່າຈາກກອງ ປະຊຸມສອງສະພາແຫ່ງຊາດຈີນ ສາມາດປັບໃຊ້ໃຫ້ສອດຄ່ອງກັບ ສະພາບຄວາມເປັນຈິງໃນການ ພັດທະນາຢູ່ລາວ ຄື: 1. ການຫັນ ນະໂຍບາຍໄປສູ່ການປະຕິບັດຕົວ ຈິງຢ່າງມີປະສິດທິຜົນ. ຈີນ ມີຈຸດ ເດັ່ນໃນການກຳນົດນະໂຍບາຍທີ່ ລະອຽດ, ກຳນົດເວລາ ແລະ ເປົ້າ ໝາຍທີ່ຊັດເຈນ ເພື່ອຍົກລະດັບ ຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນເລື້ອຍໆ. ບົດຮຽນສຳຄັນ ແມ່ນ “ມາດຕະການກົດເຫລັກ” ໃນການຈັດຕັ້ງປະຕິບັດ ເພື່ອໃຫ້ທຸກ ນະໂຍບາຍບັນລຸຜົນຕາມຄາດໝາຍ ແລະ ຖືກຕ້ອງຕາມກຳນົດເວລາ. 2. ການພັດທະນາເສດຖະກິດ ແລະ ການຫັນເປັນດີຈິຕອນ. 3. ການ ພັດທະນາຊັບພະຍາກອນມະນຸດ, ແລະ 4. ການພັດທະນາສີຂຽວ ແລະ ພະລັງງານສະອາດ, ປະເທດ ລາວສາມາດຖອດຖອນບົດຮຽນ ເຫລົ່ານີ້ ອອກມາສູ່ການຈັດຕັ້ງປະ ຕິບັດນະໂຍບາຍຂອງລາວເພື່ອໃຫ້ ປະຊາຊົນໄດ້ຮັບການພັດທະນາ ແລະ ມີຢູ່ມີກິນທີ່ເຂັ້ມແຂງຂຶ້ນ. ພ້ອມດຽວກັນນີ້,ທ່ານອຸສະຫວັນ ທ່ຽງເທບວົງສາ ຫົວໜ້າສະຖາບັນ ຄົ້ນຄວ້ານະໂຍບາຍເສດຖະກິດສັງຄົມ ຂອງສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດ ກໍໄດ້ໃຫ້ສໍາພາດຕໍ່ນັກຂ່າວ CMG ປະຈໍາລາວວ່າ: ບົດບາດອັນມະຫາ ສານຂອງກອງປະຊຸມສອງສະພາ ແຫ່ງຊາດຈີນ ທີ່ບໍ່ພຽງແຕ່ກຳນົດ ທິດທາງພາຍໃນປະເທດຈີນເທົ່າ ນັ້ນ, ຍັງສົ່ງຜົນກະທົບໂດຍກົງ ໃນທິດທາງບວກຕໍ່ພາກພື້ນ ແລະ ປະເທດລາວ ຕື່ມອີກ. ກອງປະຊຸມ ສອງສະພາຂອງຈີນ ເປັນກຸນແຈ ສຳຄັນໃນການຊຸກຍູ້ “ກຳລັງການ ຜະລິດໃໝ່” ແລະ ຮັດແໜ້ນຄູ່ຮ່ວມ ຊາຕາກຳ ລາວ-ຈີນ, ພ້ອມທັງທ່ານ ກ່າວຢໍ້າວ່າ ກອງປະຊຸມສອງສະພາ ດັ່ງກ່າວ ແມ່ນເວທີທີ່ຍົກເອົາຄວາມ ມຸ່ງມາດປາດຖະໜາຂອງປະຊາຊົນ ມາເປັນບ່ອນຕັດສິນ. ສຳລັບປະເທດ ລາວ, ການຮ່ວມມືກັບຈີນໃນຖານະ ຄູ່ຮ່ວມຊາຕາກຳຈະຊ່ວຍໃຫ້ພວກ ເຮົາກ້າວໄປສູ່ການເປັນປະເທດ ເຊື່ອມໂຍງທີ່ເຂັ້ມແຂງທັງດ້ານ ເສດຖະກິດ ແລະ ສິ່ງແວດລ້ອມໃນ ອະນາຄົດ. ສະນັ້ນ, ທຸກນະໂຍບາຍ, ຄາດ ໝາຍ, ມາດຕະການ ແລະ ອື່ນໆ ທີ່ໄດ້ຮັບຮອງເອົາໃນກອງປະຊຸມ ສອງສະພາດັ່ງກ່າວ, ນອກຈາກຈະ ມີຄວາມສໍາຄັນໃນການຂັບເຄື່ອນ ການພັດທະນາເສດຖະກິດຂອງ ຈີນໃນໄລຍະ 5 ປີຕໍ່ໜ້າ (20262030), ຍັງຈະສົ່ງຜົນຕໍ່ການ ພັດທະນາເສດຖະກິດຂອງຫລາຍ ປະເທດທົ່ວໂລກ ໂດຍສະເພາະ ແມ່ນນະໂຍບາຍເປີດກວ້າງການ ເປີດປະຕູສູ່ພາຍນອກໃນລະດັບສູງ ເນື່ອງຈາກປັດຈຸບັນຈີນກາຍເປັນ ຄູ່ຄ້າຫລັກຂອງຫລາຍກວ່າ 150 ປະເທດ ແລະ ເຂດແຄວ້ນທົ່ວໂລກ. ມາຮອດທ້າຍປີ 2024, ຈີນໄດ້ ເປີດບໍລິສັດຫລາຍກວ່າ 50.000 ແຫ່ງ ໃນ 190 ກວ່າປະເທດ ແລະ ເຂດແຄວ້ນ, ຍອດການລົງທຶນ ໃນຕ່າງປະເທດຂອງຈີນຕິດສາມ ອັນດັບຕົ້ນຂອງໂລກຕໍ່ເນື່ອງເປັນ ເວລາ 13 ປີ. ແຕ່ສິ່ງສໍາຄັນທີ່ສຸດ ກອງປະຊຸມສອງສະພາຄັ້ງນີ້ແມ່ນ ມຸ່ງເນັ້ນຖືເອົາການພັດທະນາເສດ ຖະກິດ-ສັງຄົມ, ຍົກລະດັບຊີວິດ ການເປັນຢູ່ຂອງປະຊາຊົນ ແລະ ປະຊາຄົມໂລກໃຫ້ອີ່ມໜໍາສໍາລານ, ພັດທະນາ-ໝູນໃຊ້ເຕັກໂນໂລຊີໃຫ້ ເກີດຜົນປະໂຫຍດສູງສຸດ, ເອົາໃຈ ໃສ່ສ້າງສັນຕິພາບ ແລະ ຄວາມ ຈະເລີນຮັ່ງມີ, ແບ່ງປັນຜົນປະໂຫຍດ ຮ່ວມກັນ ແລະ ອື່ນໆ.

RkJQdWJsaXNoZXIy MTc3MTYxMQ==