7239

20/03/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກສະບັບກ່ອນ***ໍ່ ຈັ ບ່ ອ ຍທຂ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ປະທານ ສນຊ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ທ່ານ ບີນລາ ດຸຣານີ ໄດ້ສະແດງ ຄວາມຮູ້ສຶກເປັນກຽດຢ່າງສູງທີ່ໄດ້ ເຂົ້າພົບປະທ່ານປະທານສູນກາງ ແນວລາວສ້າງຊາດ ໃນໂອກາດ ທີ່ໄດ້ຮັບໜ້າທີ່ໃໝ່, ພ້ອມທັງແຈ້ງ ຈຸດປະສົງ ແລະ ສະພາບການ ເຄື່ອນໄຫວວຽກງານຂອງອົງການ UNICEF ໄລຍະຜ່ານມາ ຢູ່ ສປປ ລາວ ໂດຍສະເພາະແມ່ນການຮ່ວມ ມືກັບແນວລາວສ້າງຊາດ ໃນການ ຜັນຂະຫຍາຍບຸລິມະສິດແຫ່ງຊາດ ສົ່ງເສີມສຸຂະພາບທີ່ດີ ໂດຍສະເພາະ ແມ່ຍິງ-ເດັກນ້ອຍ ແລະ ໄວໜຸ່ມໃນ ເຂດເປົ້າໝາຍຫ່າງໄກສອກຫລີກ ແລະ ຊົນເຜົ່າ ຕາມແຜນງານຂອງ UNICEF ຊຶ່ງຜ່ານມາກໍໄດ້ຮັບ ການຮ່ວມມື ແລະ ສະໜັບສະໜູນ ຈາກສູນກາງແນວລາວສ້າງຊາດ ຕາມພາລະບົດບາດ ຊຶ່ງຈະເປັນ ສ່ວນໜຶ່ງໃນການປະກອບສ່ວນເຂົ້າ ໃນການພັດທະນາທີ່ຍືນຍົງ. ໂອກາດນີ້, ທ່ານປະທານສູນ ກາງແນວລາວສ້າງຊາດ ໄດ້ສະ ແດງຄວາມຍິນດີຕ້ອນຮັບຢ່າງອົບ ອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ ຜົນງານອັນໃຫຍ່ຫລວງ ຂອງອົງ ການ UNICEF ໃນຖານະທີ່ເປັນ ຄູ່ຮ່ວມງານທີ່ຍາວນານຂອງລັດ ຖະບານ ແລະ ປະຊາຊົນລາວ ໂດຍ ສະເພາະໄດ້ຮ່ວມມືກັບສູນກາງ ແນວລາວສ້າງຊາດຕະຫລອດ ໄລຍະຜ່ານມາ, ປີນີ້ເປັນປີຄົບຮອບ 52 ປີ ຂອງການພົວພັນຮ່ວມມືລະ ຫວ່າງ ສປປ ລາວ ກັບ UNICEF ແລະ ຫວັງວ່າຈະສືບຕໍ່ຮ່ວມມືຢ່າງ ໃກ້ຊິດກັບສູນກາງແນວລາວສ້າງ ຊາດ ພາຍໃຕ້ການນຳພາຂອງພັກລັດ ເພື່ອສະໜັບສະໜູນບຸລິມະສິດ ຮ່ວມກັນ ສຳລັບການສົ່ງເສີມສຸຂະ ພາບ, ເດັກນ້ອຍ ແລະ ໄວໜຸ່ມລາວ ລວມທັງການບໍລິການທີ່ມີຄຸນນະ ພາບການສຶກສາ, ສາທາ, ການປົກ ປ້ອງ ແລະ ສະຫວັດດີການສັງຄົມ ເພື່ອຄວາມຍືດຍຸ່ນທີ່ດີຂຶ້ນໃນການ ຜະເຊີນກັບສະພາບອາກາດ ແລະ ຄວາມສ່ຽງອື່ນໆທີ່ເກີດຂຶ້ນ. ພ້ອມ ນີ້, ທ່ານຍັງໄດ້ຍົກໃຫ້ເຫັນກ່ຽວກັບ ພາລະບົດບາດ ແລະ ໜ້າທີ່ຫລັກ ຂອງແນວລາວສ້າງຊາດ ຕື່ມອີກ. ພາບ: ສນຊ ເມືອງໄຊເສດຖາມີ 9 ບ້ານຄື: ບ້ານ ໂຊກໃຫຍ່, ໂຊກນ້ອຍ, ນາບຽນ, ໂພນທອງ, ບ້ານດູງ, ນາໄຫ, ໄຮ່ ຄຳ, ນາຄວາຍກາງ ແລະ ບ້ານນາ ຄວາຍໃຕ້; ເມືອງຫາດຊາຍຟອງ ມີ 2 ບ້ານຄື: ບ້ານດົງໂພນແຮ່ ແລະ ບ້ານດົງໂພສີ. ປັດຈຸບັນ, ໂຄງການກໍ່ສ້າງທາງ ລົດໄຟ ລາວ-ຈີນ ໄດ້ສະຫລຸບຂາດ ຕົວ ເພື່ອສັງຮວມປິດໂຄງການ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອ ຊາບ ແລະ ເຂົ້າມາພົວພັນຮັບເອົາ ຄ່າຊົດເຊີຍຕາມລະບຽບການ (ນັບ ແຕ່ວັນທີ 18 ມີນາ-18 ມິຖຸນາ 2026). ຖ້າທ່ານໃດບໍ່ມາພົວພັນ ທາງອົງການຈັດຕັ້ງພາກລັດ ຈະ ໄດ້ໂອນກຳມະສິດ ເປັນຊັບສິນ ຂອງລັດ. ຂ່າວ: ກິດຕາ ນໍ້າມັນແອັດຊັງທຳມະດາ 0% ຫາ 31%; ອັດຕາພາສີຂາເຂົ້າ ແລະ ອັດ ຕາອາກອນຊົມໃຊ້ ສໍາລັບນໍ້າມັນ ແອັດຊັງພິເສດ ແລະ ພື້ນຖານການ ຄິດໄລ່ລາຄານໍາເຂົ້າ CIF ອັນດຽວ ກັນ ກັບນໍ້າມັນແອັດຊັງທຳມະດາ ແລະ ຂາຍໃນລາຄານໍ້າມັນແອັດຊັງ ທຳມະດາ ເພື່ອເຮັດໃຫ້ການສະໜອງ ນໍ້າມັນແອັດຊັງມີພຽງພໍ, ສໍາລັບຄ່າ ຢອດສານມາກເກີແມ່ນໃຫ້ຢຸດເກັບ ຊົ່ວຄາວ, ກຳນົດເວລາການຜ່ອນ ຜັນການປະຕິບັດບາງມາດຕາຂອງ ກົດໝາຍ ວ່າດ້ວຍອາກອນຊົມໃຊ້ ແລະ ກົດໝາຍວ່າດ້ວຍພາສີ ດັ່ງ ກ່າວຮອດວັນທີ 30 ມິຖຸນາ 2026, ຫລັງຈາກນັ້ນໃຫ້ປະເມີນສະພາບ ຕົວຈິງ, ຖ້າສະພາບລາຄານໍ້າມັນ ເຊື້ອໄຟກັບຄືນສູ່ສະພາບປົກກະຕິ ໃຫ້ປະຕິບັດຕາມກົດໝາຍ ແລະ ນິຕິ ກຳໃຕ້ກົດໝາຍທີ່ກ່ຽວຂ້ອງ; ມອບ ໃຫ້ກະຊວງການເງິນ ສົມທົບກັບ ກະຊວງອຸດສາຫະກຳ ແລະ ການ ຄ້າ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດການຜ່ອນຜັນການ ປະຕິບັດບາງມາດຕາດັ່ງກ່າວ. ມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບກັບພາກສ່ວນ ທີ່ກ່ຽວຂ້ອງ ເພື່ອຮັບມື ແລະ ຮັບປະ ກັນການສະໜອງນໍ້າມັນເຊື້ອໄຟ ຕໍ່ ຄວາມຕ້ອງການພາຍໃນ ແລະ ຢັບ ຢັ້ງການເພີ່ມຂຶ້ນ ຂອງລາຄານໍ້າມັນ ເຊື້ອໄຟຄື: ຄົ້ນຄວ້າທາງເລືອກແລະ ເຈລະຈາການນໍາເຂົ້ານໍ້າມັນເຊື້ອ ໄຟ ຈາກປະເທດສົ່ງອອກນໍ້າມັນ ເຊື້ອໄຟທີ່ມີເງື່ອນໄຂ ເປັນຕົ້ນ ປະ ເທດເພື່ອນມິດຍຸດທະສາດ ແລະ ປະເທດຄູ່ຮ່ວມການຄ້າອື່ນໆ ຂອງ ລັດຖະບານ...ັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ລະນຶກ 80 ປີ...ຶີ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ມີຄະນະພັກ-ຄະນະນໍາກະຊວງ ແລະ ພະນັກງານນັກຮົບເສຍອົງຄະ ຈາກ 3 ສູນ ອ້ອມຂ້າງກະຊວງ ປ້ອງກັນປະເທດ ເຂົ້າຮ່ວມ. ໂອກາດນີ້, ທ່ານ ພົອ ຄໍາລຽງ ອຸທະໄກສອນ ໄດ້ຍົກໃຫ້ເຫັນບາງ ເນື້ອທີ່ສຳຄັນຂອງວັນດັ່ງກ່າວວ່າ: ວັນທີ 21 ມີນາ 1946 ເປັນວັນ ທີ່ປວງຊົນລາວທັງຊາດ ພ້ອມກັນ ລະນຶກເຖິງເຫດການທີ່ພວກລ່າ ເມືອງຂຶ້ນແບບເກົ່າ ໄດ້ສ້າງໂສກ ນາດຕະກຳໃຫ້ແກ່ປະຊາຊົນລາວ ທີ່ເມືອງທ່າແຂກ ແຂວງຄໍາມ່ວນ ແລະ ພະນັກງານນັກຮົບຂອງພວກ ເຮົາ ຊຶ່ງມັນໄດ້ເຂັ່ນຂ້າປະຊາຊົນ ລາວຜູ້ບໍລິສຸດ ດ້ວຍວິທີການທີ່ໂຫດ ຫ້ຽມ, ໄຮ້ມະນຸດສະທໍາ ລວມທັງ ແມ່ຍິງ ແລະ ເດັກນ້ອຍ ກໍຖືກຂ້າ ຢ່າງໂຫດຮ້າຍປ່າເຖືອນ. ສະນັ້ນ, “ວັນທີ 21 ມີນາ ຈຶ່ງໄດ້ກາຍເປັນ ວັນຄຽດແຄ້ນຂອງປະຊາຊົນລາວ ຕໍ່ສັດຕູຜູ້ຮຸກຮານ”. ອີກດ້ານໜຶ່ງ ວັນດັ່ງກ່າວ, ກໍມີອີກຄວາມໝາຍ ໜຶ່ງທີ່ເລິກເຊິ່ງຂອງປວງຊົນລາວ ທັງຊາດ ຊຶ່ງມັນໄດ້ສ່ອງແສງໃຫ້ ເຫັນເຖິງນໍ້າໃຈຮັກຊາດອັນແທ້ ຈິງ ບໍ່ຍອມຈໍານົນຂອງປະຊາຊົນ ລາວ ແລະ ພະນັກງານນັກຮົບ ທີ່ ພ້ອມຕໍ່ສູ້, ພ້ອມເສຍສະລະເພື່ອ ຊາດ. ວັນທີ 21 ມີນາ 1946 ຍັງ ໄດ້ຖືກກຳນົດເປັນ “ວັນນັກຮົບ ເສຍອົງຄະ ແລະ ເສຍສະລະຊີວິດ ເພື່ອປະເທດຊາດ” ຊຶ່ງປີນີ້ແມ່ນ ຄົບຮອບ 80 ປີ. ກ່ອນໜ້ານີ້, ເຫດການທີ່ໄດ້ ຈາລຶກຄວາມຄຽດແຄ້ນ ແລະ ສັນ ລະເສີນນໍ້າໃຈຮັກຊາດ, ນໍ້າໃຈເສຍ ສະລະຂອງປະຊາຊົນລາວ ແລະ ພະນັກງານນັກຮົບຂອງພວກເຮົາ ໄດ້ເກີດຂຶ້ນເມື່ອພວກລ່າເມືອງຂຶ້ນ ແບບເກົ່າ ກັບຄືນມາຮຸກຮານລາວ ອີກຄັ້ງໃໝ່ ເມື່ອໄລຍະຕົ້ນປີ 1946. ເວລານັ້ນ, ປະທານໂຮ່ຈີ່ມິງ ໄດ້ ແນະນໍາໃຫ້ພວກເຮົາຫັນທິດ ຈາກ ການເຄື່ອນໄຫວໃນຕົວເມືອງເປັນ ຈຸດໜັກ ໄປສູ່ຊົນນະບົດ, ກໍ່ສ້າງ ຮາກຖານປະຊາຊົນ, ປຸກລະດົມຂົນ ຂວາຍຊາວໄຮ່ນາ. ຈາກນັ້ນ, ເຂດ ທີ່ໝັ້ນຕໍ່ຕ້ານຈຶ່ງໄດ້ເກີດຂຶ້ນໃນ ຫລາຍແຫ່ງ, ລະດັບຄວາມຕື່ນຕົວ ຂອງປະຊາຊົນລາວກໍນັບມື້ນັບ ສູງຂຶ້ນ, ເພື່ອສະກັດກັ້ນ, ຕ້ານການ ບຸກລຸກຄັ້ງໃໝ່ຂອງສັດຕູ, ທະຫານ ແລະ ປະຊາຊົນລາວບັນດາເຜົ່າ ສົມທົບກັບກຳລັງປະກອບອາວຸດ ຂອງຄົນຫວຽດນາມຢູ່ລາວ ໄດ້ ດຳເນີນການຕໍ່ສູ້ຢ່າງອົງອາດກ້າ ແກ່ນ, ຕີຕ້ານການບຸກລຸກບຽດຢຶດ ຂອງສັດຕູຢູ່ບັນດາຕົວເມືອງຕ່າງໆ ໃຫ້ປະລາໄຊເປັນກ້າວໆ. ເດັ່ນກວ່າ ໝູ່ແມ່ນບັ້ນຮົບປົກປ້ອງຕົວເມືອງ ທ່າແຂກ ຊຶ່ງເປັນຈຸດຍຸດທະສາດ ໜຶ່ງທີ່ສໍາຄັນຂອງການປະຕິວັດໃນ ເວລານັ້ນ. ໃນຕົ້ນເດືອນກຸມພາ ປີ 1946, ໜ່ວຍພັກປະຈໍາເມືອງທ່າແຂກ ໄດ້ ເປີດກອງປະຊຸມ ແລະ ໄດ້ອອກ ມະຕິ ວ່າ: ຕ້ອງເພີ່ມຄວາມສາມັກຄີ ລະຫວ່າງ 2 ກໍາລັງປະກອບອາວຸດ ຂອງລາວ ແລະ ຊາວຫວຽດນາມ ຕ່າງດ້າວ ເພື່ອກະກຽມໃຫ້ແກ່ການ ຕໍ່ສູ້ປ້ອງກັນເມືອງທ່າແຂກ, ປົກປັກ ຮັກສາຊັບສົມບັດຂອງປະຊາຊົນ ແລະ ເປັນການທົດສອບໃນແປວ ໄຟ ເພື່ອສ້າງກຳລັງໃຫ້ເຕີບໃຫຍ່ ຂະຫຍາຍຕົວ. ປະຕິບັດຕາມມະຕິ ດັ່ງກ່າວ, ຄະນະບັນຊາການທະ ຫານ ແລະ ຄະນະຮັກສາຕົວເມືອງ ທ່າແຂກ ໂດຍແມ່ນ ປະທານ ສຸພານຸ ວົງ ເປັນຜູ້ບັນຊາການສູງສຸດ ໄດ້ ຮຽກປະຊຸມ ເພື່ອຜ່ານແຜນການ ສູ້ຮົບປ້ອງກັນຕົວເມືອງທ່າແຂກ ຢ່າງລະອຽດ. ຄະນະບັນຊາການ ໄດ້ມອບໜ້າທີ່ໃຫ້ 2 ທ່ານຄື: ທ່ານ ສິງກະໂປ ສີໂຄດຈຸນລະມະນີ ແລະ ທ່ານ ຫງວຽນແຈ້ງ ຮອງຫົວໜ້າ ຄະນະບັນຊາການຮັບຜິດຊອບເຂດ ຕາເວັນອອກສ່ຽງເໜືອ ແລະ ທິດ ຕາເວັນຕົກສ່ຽງໃຕ້ຂອງເມືອງທ່າ ແຂກ. ກໍາລັງທະຫານພວກເຮົາ ລວມມີ 800 ກວ່າຄົນ ໄດ້ຈັດຕັ້ງ ເປັນ 4 ກອງຮ້ອຍ (ລາວ 2 ກອງ ຮ້ອຍ ແລະ ຊາວຫວຽດນາມ ຕ່າງ ດ້າວ 2 ກອງຮ້ອຍ) ປະກອບອາ ວຸດ ແລະ ມີໜ້າທີ່ຮ່ວມກັບໜ່ວຍ ປ້ອງກັນຕົວກຽມພ້ອມສູ້ຮົບກັບ ພວກສັດຕູໃນທຸກທິດ. ຕອນເຊົ້າ ວັນທີ 21 ມີນາ 1946 ເຮືອບິນ ຂອງພວກລ່າເມືອງຂຶ້ນແບບເກົ່າ ໄດ້ຫວ່ານໃບປີວລົງຕົວເມືອງທ່າ ແຂກ ຊຶ່ງມີເນື້ອໃນໃຫ້ທະຫານກູ້ ຊາດວາງອາວຸດ ແລະ ຍອມຈຳນົນ ຕໍ່ກອງທະຫານພວກລ່າເມືອງຂຶ້ນ ແບບເກົ່າ. ຈາກນັ້ນທະຫານພວກ ລ່າເມືອງຂຶ້ນແບບເກົ່າ ໄດ້ເຕົ້າໂຮມ ກຳລັງຢ່າງຫລວງຫລາຍບຸກໂຈມ ຕີເຂົ້າຕົວເມືອງທ່າແຂກເປັນ 3 ປີກ (3 ທິດທາງ), ການຕໍ່ສູ້ຍິ່ງດຸເດືອດ ຂຶ້ນສູ່ລະດັບສູງ, ທະຫານລ່າເມືອງ ຂຶ້ນແບບເກົ່າ ກໍຍິ່ງພະຍາຍາມຈະ ຜ່າຂ້າມແນວປ້ອງກັນເຂົ້າໄປໃຫ້ ໄດ້. ເມື່ອບໍ່ສາມາດຮັກສາຕົວ ເມືອງທ່າແຂກໄວ້ໄດ້ ທະຫານຂອງ ພວກເຮົາທັງຕ້ານ ແລະ ຖອຍໄປ ທາງແຄມແມ່ນ້ຳຂອງ ພ້ອມກັບ ປະຊາຊົນ ລອຍຂ້າມແມ່ນ້ຳຂອງ ໄປແຂວງນະຄອນພະນົມ ປະເທດ ໄທ. ພວກສັດຕູໄດ້ໃຊ້ເຮືອບິນ, ປືນ ໃຫຍ່, ປືນກົນຈັກ ແລະ ປືນອື່ນໆ ຍິງ ໃສ່ປະຊາຊົນ ແລະ ທະຫານຂອງ ພວກເຮົາທີ່ພວມຂ້າມແມ່ນ້ຳຂອງ ຢ່າງໂຫດຮ້າຍສາມານທີ່ສຸດ ເຮັດ ໃຫ້ພະນັກງານນັກຮົບ ແລະ ປະ ຊາຊົນຖືກບາດເຈັບລົ້ມຕາຍຢ່າງ ຫລວງຫລາຍ. ເຮືອຈັກທີ່ປະທານ ສຸພານຸວົງ ແລະ ພະນັກງານຈຳ ນວນໜຶ່ງ ໄດ້ຖືກເຮືອບິນຂອງສັດຕູ ຍິງຢູ່ກາງແມ່ນ້ຳຂອງ. ພາຍຫລັງພວກລ່າເມືອງຂຶ້ນ ແບບເກົ່າ ແລະ ລູກແຫລ້ງຕີນມື ຂອງພວກເຂົາ ຢຶດຄອງຕົວເມືອງ ທ່າແຂກໄດ້ແລ້ວ ພວກເຂົາໄດ້ສ້າງ ໂທດກຳທີ່ບໍ່ມີວັນຈະລືມໄດ້ໃຫ້ ປະຊາຊົນລາວ ໂດຍພວກເຂົາໄດ້ ເຂັ່ນຂ້າປະຊາຊົນລາວ ແລະ ຊາວ ຫວຽດນາມຕ່າງດ້າວ ຜູ້ບໍລິສຸດ ດ້ວຍວິທີທີ່ໂຫດຫ້ຽມ, ເຂັ່ນຂ້າ ແມ່ມານດ້ວຍການເອົາກະບີ່ແທງ ທ້ອງ, ຈັບເອົາເດັກນ້ອຍຍັດໃສ່ເປົາ ປ່ານມັດປາກ ແລ້ວຖິ້ມລົງນ້ຳຂອງ ແລະ ໃສ່ຄົກມອງຕຳຈົນຕາຍ, ເອົາປືນຍິງກວາດໃສ່ຝູງຄົນ ແລ້ວ ໂຍນລົງນ້ຳຂອງ ຊຶ່ງເຮັດໃຫ້ນ້ຳ ຂອງເວລານັ້ນ ເຕັມໄປດ້ວຍເລືອດ ແລະ ຊາກສົບ. ປະຊາຊົນຜູ້ບໍລິສຸດ ລວມທັງແມ່ຍິງ ແລະ ເດັກນ້ອຍ ຈຳນວນ 3.000 ກວ່າຄົນ ຖືກຂ້າ ນະຄອນຫລວງວຽງຈັນ ມີນ້ຳມັນ ເຊື້ອໄຟໃຊ້ບໍ່ພຽງພໍ ກັບຄວາມຕ້ອງ ການຂອງປະຊາຊົນ, ປ້ຳນ້ຳມັນ ຫລາຍປໍ້າປິດໃຫ້ບໍລິການ ເນື່ອງ ຈາກບໍ່ມີນ້ຳມັນ, ເຮັດປະຊາຊົນຈຳ ນວນຫລາຍ ຕ້ອງໄປລໍຖ້າຕໍ່ຄິວໃສ່ ນໍ້າມັນ ຕາມປໍ້າທີ່ເປີດໃຫ້ບໍລິການ ເຮັດໃຫ້ການສັນຈອນຕິດຂັດ (ລົດ ຕິດ), ແອອັດ, ບໍ່ເປັນລະບຽບຮຽບ ຮ້ອຍ. ຕໍ່ກັບສະພາບການດັ່ງກ່າວ, ເຈົ້າໜ້າທີ່ຕຳຫລວດຈະລາຈອນ ນະຄອນຫລວງວຽງຈັນ ແລະ ເຈົ້າ ໜ້າທີ່ກ່ຽວຂ້ອງໄດ້ລົງພື້ນທີ່ ເພື່ອ ຈັດສັນລະບຽບການຈອດລົດ ແລະ ການເຂົ້າຄິວໃສ່ນ້ຳມັນໃຫ້ເປັນ ລະບຽບ ເພື່ອຫລຸດຜ່ອນການກີດ ຂວາງການຈະລາຈອນ. ທ່ານ ສິງເພັດ ມະນີເລີດ ຄະນະ ກອງຈະລາຈອນ ເມືອງຈັນທະບູ ລີ, ຜູ້ຊີ້ນຳວຽກງານຈັດລະບຽບ ໂຄສະນາໃຫ້ສຳພາດຕໍ່ນັກຂ່າວ ສຳນັກຂ່າວສານປະເທດລາວ ໃນ ວັນທີ 19 ມີນາ 2026 ນີ້ວ່າ: ໃນ ໄລຍະນີ້ ກໍຄື ວິກິດການຂາດແຄນ ນ້ຳມັນ ເຮັດໃຫ້ປະຊາຊົນຜູ້ໃຊ້ລົດ ໃຊ້ຖະໜົນ ຫລັ່ງໄຫລກັນໄປຕໍ່ຄິວ ໃສ່ນ້ຳມັນ ຢູ່ຕາມປ້ຳນ້ຳມັນແຫ່ງ ຕ່າງໆທີ່ເປີດໃຫ້ບໍລິການ ກໍ່ໃຫ້ເກີດ ຄວາມບໍ່ເປັນລະບຽບຮຽບຮ້ອຍ, ແອອັດ ສົ່ງຜົນໃຫ້ເກີດການຈະລາ ຈອນຕິດຂັດ. ເພື່ອແກ້ໄຂສະພາບ ການດັ່ງກ່າວ, ກຳລັງຕຳຫລວດຈະ ລາຈອນນະຄອນຫລວງວຽງຈັນ ກໍຄື ກອງຈະລາຈອນເມືອງຈັນທະ ບູລີ ໄດ້ເພີ່ມທະວີເອົາໃຈໃສ່ ແລະ ລົງປະຈຳຈຸດສຳຄັນຕ່າງໆ ໂດຍ ສະເພາະ ບໍລິເວນປ້ຳນ້ຳມັນ ເພື່ອ ຈັດສັນການຈອດລົດ ແລະ ການ ເຂົ້າຄິວໃສ່ນ້ຳມັນ ໃຫ້ເປັນລະບຽບ, ປ້ອງກັນບໍ່ໃຫ້ເກີດການຜິດຖຽງ ກັນ ແລະ ກໍໃຫ້ເກີດການສັນຈອນ ຕິດຂັດ. ພ້ອມກັນນີ້, ຍັງໄດ້ມີການ ແນະນຳ ແລະ ປະຊາສຳພັນໃຫ້ ປະຊາຊົນ ເຂົ້າໃຈ ແລະ ຮ່ວມມືໃນ ການຮັກສາຄວາມເປັນລະບຽບ ເປັນຕົ້ນ ການເຂົ້າຄິວຕາມລຳດັບ, ບໍ່ແຊງຄິວ ແລະ ບໍ່ຈອດລົດໃນຈຸດ ທີ່ຫ້າມຈອດ ເພື່ອຮັກສາຄວາມເປັນ ຈະລາຈອນ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ສ້າງຄວາມເຂົ້າໃຈ...້ົ້ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ແກ່ ຄູ-ອາຈານ ແລະ ນັກຮຽນ ໂຮງ ຮຽນ ມສ ເພຍວັດ ໃນວັນທີ 19 ມີນາ 2026 ໂດຍມີຜູ້ບໍລິຫານໂຮງ ຮຽນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ສະເດັດດາ ສີອຳພອນ ຮອງຫົວໜ້າຄະນະໂຄ ສະນາອົບຮົມ ນວ ໄດ້ຍົກໃຫ້ເຫັນ ຄວາມໝາຍ, ຄວາມສໍາຄັນ ຂອງ ໂຄງການຂົນສົ່ງແບບຍືນຍົງໃນ ຕົວເມືອງ ນະຄອນຫລວງວຽງຈັນ ແລະ ຂໍ້ຕົກລົງຂອງທ່ານເຈົ້າຄອງ ນະຄອນຫລວງວຽງຈັນ ວ່າດ້ວຍ ການຮັບຮອງເບື້ອງຕົ້ນ ກ່ຽວກັບ ການຄຸ້ມຄອງແລະການບໍລິການລົດ ເມດ່ວນ ຢູ່ນະຄອນຫລວງວຽງຈັນ ໂດຍທ່ານໄດ້ເນັ້ນເຖິງຄວາມສຳຄັນ ຂອງໂຄງການ BRT ທີ່ຈະຊ່ວຍແກ້ ໄຂການຈະລາຈອນແອອັດ, ຫລຸດ ຜ່ອນມົນລະພິດທາງອາກາດ, ປະຢັດ ນໍ້າມັນ ແລະ ຄ່າໃຊ້ຈ່າຍ, ທັງສ້າງ ລະບົບຂົນສົ່ງສາທາລະນະທີ່ທັນ ສະໄໝ. ປັດຈຸບັນລົດເມ BRT ເປີດ ໃຫ້ບໍລິການໂດຍບໍ່ເສຍຄ່າຈົນຮອດ ວັນທີ 9 ພຶດສະພາ 2026 ໃນເສັ້ນ ທາງຕະຫລາດເຊົ້າ-ດົງໂດກ (ມຊ). ໂອກາດດຽວກັນນີ້, ຍັງໄດ້ຈັດ ກິດຈະກຳ ຖາມ-ຕອບ, ແລກປ່ຽນ ຄວາມຄິດເຫັນ ແນໃສ່ເຮັດໃຫ້ນ້ອງ ນັກຮຽນຮັບຮູ້, ເຂົ້າໃຈຕໍ່ກັບໂຄງ ການ BRT ຫລາຍຂຶ້ນ ແລະ ພ້ອມ ຕາຍ, ເຮືອນຊານບ້ານຊ່ອງ ແລະ ພື້ນຖານໂຄງລ່າງຖືກທຳລາຍເປັນ ຈຳນວນຫລວງຫລາຍ, ຄອບຄົວ, ຜົວ, ເມຍ, ພໍ່, ແມ່, ລູກ ຖືກພັດ ພາກຈາກກັນ, ລູກກາຍເປັນກ່ຳ ພ້າ-ກ່ຳພອຍ. ເຫດການໃນວັນທີ 21 ມີນາ 1946 ເປັນວັນທີ່ສໍາຄັນໃນປະ ຫວັດສາດ ແຫ່ງການປະຕິວັດຂອງ ຊາດເຮົາ ຊຶ່ງບໍ່ສະເພາະແຕ່ເປັນ ພຽງວັນຄຽດແຄ້ນຂອງປະຊາຊົນ ລາວ ຕໍ່ຜູ້ຮຸກຮານ, ແຕ່ຍັງເປັນວັນ ສາມັກຄີຕໍ່ສູ້ດ້ວຍເລືອດເນື້ອເປັນ ຕາຍຮ່ວມກັນ ລະຫວ່າງ 2 ຊາດ ລາວ-ຫວຽດນາມອ້າຍນ້ອງ ທີ່ເປັນ ແວ່ນແຍງອັນເຫລື້ອມໃສຂອງນ້ຳ ໃຈສູ້ຮົບຢ່າງພິລະອາດຫານບໍ່ຍອມ ຈຳນົນຂອງກອງທັບ ແລະ ປະຊາ ຊົນເມືອງທ່າແຂກ ກໍຄື ການບັນຊາ ທີ່ເດັດດ່ຽວໜຽວແໜ້ນຂອງຄະນະ ກອງບັນຊາການກຳລັງປະກອບ ອາວຸດຂອງພວກເຮົາ ໂດຍແມ່ນ ປະທານ ສຸພານຸວົງ ເປັນຜູ້ນຳໜ້າ, ມັນໄດ້ຝັງເລິກໃນດວງໃຈ ຂອງ ປະຊາຊົນລາວ ແລະ ຫວຽດນາມ ຕ່າງດ້າວ ທີ່ຮັກຊາດຈົນຊົ່ວກາ ລະນານ. ເຖິງການຕໍ່ສູ້ປົກປ້ອງຕົວເມືອງ ທ່າແຂກບໍ່ໄດ້ຮັບໄຊຊະນະແລະຖືກ ນອງເລືອດກໍຕາມ, ແຕ່ມັນກໍເປັນ ການປຸກລະດົມນ້ຳໃຈຮັກຊາດ, ຄຽດແຄ້ນສັດຕູຂອງປະຊາຊົນ ລາວບັນດາເຜົ່າ ພ້ອມກັນລຸກຂຶ້ນ ຢ່າງເປັນຂະບວນຕໍ່ສູ້ຕ້ານການຮຸກ ຮານ ແລະ ໄດ້ກາຍເປັນເຫດການ ປະຫວັດສາດແຫ່ງການຕໍ່ສູ້ພິລະ ອາດຫານຂອງປະຊາຊົນລາວ ແລະ ກາຍເປັນກະແສຟອງໃຫ້ແກ່ ການປະຕິວັດຊາດ ປະຊາທິປະໄຕ ຂອງພວກເຮົາກ້າວໄປສູ່ການປົດ ປ່ອຍຊາດຢ່າງສົມບູນ. ພາບ: ອ່າຍຄຳ ລະບຽບຮ່ວມກັນ. ການປະຕິບັດໜ້າທີ່ຢ່າງເຂັ້ມ ງວດ ຂອງເຈົ້າໜ້າທີ່ຕຳຫລວດ ຈະລາຈອນ ບໍ່ພຽງແຕ່ຊ່ວຍຫລຸດ ຜ່ອນການຕິດຂັດການຈະລາຈອນ ເທົ່ານັ້ນ, ແຕ່ຍັງສ້າງຄວາມເປັນ ລະບຽບ ແລະ ວິໄນໃນສັງຄົມ ອີກ ດ້ວຍ. ຢ່າງໃດກໍຕາມ, ຜູ້ໃຊ້ລົດໃຊ້ ຖະໜົນ ຕ້ອງປະຕິບັດຕາມຄຳແນະ ນຳຂອງເຈົ້າໜ້າທີ່ ເພື່ອຮ່ວມກັນ ຮັກສາຄວາມເປັນລະບຽບ ແລະ ຄວາມປອດໄພໃນການສັນຈອນ. ຂ່າວ-ພາບ: ທະນູທອງ ນ້ຳມັນເຊື້ອໄຟ ຂອງຜູ້ປະກອບ ການ ເຮັດໃຫ້ຫລາຍແຂວງໃນ ຂອບເຂດທົ່ວປະເທດ ໂດຍສະເພາະ ປັບຕົວໃນການນຳໃຊ້ລະບົບຂົນສົ່ງ ໃໝ່; ທັງເປັນການສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ແກ່ປະຊາຊົນຊາວ ນະຄອນຫລວງວຽງຈັນ ກໍຄື ຖັນ ແຖວຄູ-ອາຈານ, ນັກສຶກສາ ແລະ ນັກຮຽນຮູ້-ປັນຍາຊົນ ທີ່ມີການ ສັນຈອນຕາມເສັ້ນທາງ ແລະ ນໍາ ໃຊ້ບໍລິການລົດເມດ່ວນ BRT ຢ່າງ ຖືກຕ້ອງ, ສອດຄ່ອງ ແລະ ເປັນ ເອກະພາບກັນ. ໂຄງການ BRT ຖືວ່າເປັນກ້າວ ສຳຄັນ ໃນການພັດທະນານະຄອນ ຫລວງວຽງຈັນ ໃຫ້ກ້າວສູ່ “ເມືອງ ທັນສະໄໝ ຂົນສົ່ງຍືນຍົງ” ໃນອະ ນາຄົດ. ສປປລາວທີ່ມີເງື່ອນໄຂຕາມຄວາມ ເໝາະສົມ; ສືບຕໍ່ຄົ້ນຄວ້າການປັບ ປຸງໂຄງສ້າງລາຄານໍ້າມັນເຊື້ອໄຟ ທີ່ເຫັນວ່າຍັງສາມາດຕັດອອກຈາກ ໂຄງສ້າງລາຄານໍ້າມັນເຊື້ອໄຟກໍໃຫ້ ຕັດອອກ ເພື່ອຮັບປະກັນບໍ່ໃຫ້ລາຄາ ນໍ້າມັນເຊື້ອໄຟສືບຕໍ່ເພີ່ມຂຶ້ນສູງ; ຄົ້ນ ຄວ້າຄວາມເປັນໄປໄດ້ໃນການດັດ ສົມລາຄານໍ້າມັນເຊື້ອໄຟຈາກງົບປະ ມານແຫ່ງລັດ ດ້ວຍຮູບການ ແລະ ວິທີການຕ່າງໆຕາມຄວາມສາມາດ ຕົວຈິງ; ຊຸກຍູ້ສົ່ງເສີມການນໍາໃຊ້ພາ ຫະນະທີ່ໃຊ້ພະລັງງານທົດແທນເປັນ ຕົ້ນ ລົດໄຟຟ້າ ແລະ ກົນຈັກທີ່ໃຊ້ໄຟ ຟ້າທົດແທນພາຫະນະທີ່ໃຊ້ນໍ້າມັນ ເຊື້ອໄຟໃຫ້ຫລາຍຂຶ້ນ; ຄົ້ນຄວ້ານະ ໂຍບາຍ ແລະ ມາດຕະການຫລຸດ ຜ່ອນການໃຊ້ນໍ້າມັນເຊື້ອໄຟ ໃນ ການຂົນສົ່ງ ແລະ ການເດີນທາງ ດ້ວຍການເພີ່ມທະວີການສື່ສານ ທາງອອນລາຍ ແລະ ການປະຕິບັດ ໜ້າທີ່ ຢູ່ສະຖານທີ່ເຮັດວຽກຕາມ ເງື່ອນໄຂແລະຄວາມເໝາະສົມ;ຕິດ ຕາມສະພາບການສະໜອງ, ການ ເໜັງຕີງຂອງລາຄານໍ້າມັນເຊື້ອໄຟ ຢູ່ຕະຫລາດໂລກ ແລະ ຄວາມຕ້ອງ ການນໍ້າມັນເຊື້ອໄຟຢູ່ພາຍໃນປະ ເທດ ເພື່ອກຽມພ້ອມມາດຕະການ ຮັບມືແລະແກ້ໄຂຢ່າງທັນການ; ຄົ້ນ ຄວ້າ ແລະ ກຽມຄວາມພ້ອມມາດ ຕະການຮັບມື ແລະ ແກ້ໄຂຂອງຂະ ແໜງການກ່ຽວຂ້ອງຕ່າງໆ ຕໍ່ຜົນ ກະທົບຈາກສະພາບການຂາດແຄນ ແລະ ການເພີ່ມຂຶ້ນຂອງລາຄານໍ້າ ມັນເຊື້ອໄຟ ທີ່ຈະກະທົບຕໍ່ລາຄາສິນ ຄ້າອື່ນໆ ກໍຄື ການເພີ່ມຂອງອັດຕາ ເງິນເຟີ້. ຂ່າວ: ສົມຫວັງ

RkJQdWJsaXNoZXIy MTc3MTYxMQ==