@ 0j k; c]t gsfdko j 20/03/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ພະບາດສົມເດັດ...ົັ ນາຍົກລັດຖະມົນຕີ...ົັົີ ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ລາຊະອານາຈັກໄທ ໄດ້ໃຫ້ກຽດລົງນາມປຶ້ມຢ້ຽມຢາມ ເພື່ອເປັນທີ່ລະນຶກ ໃຫ້ແກ່ພິພິທະພັນພະທາດຫລວງວຽງຈັນ ຂປລ. ໃນຕອນບ່າຍວັນທີ 18 ມີນາ 2026 ນີ້, ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມ ລາຊິນີ ແຫ່ງ ລາຊະອານາຈັກໄທ ພ້ອມດ້ວຍຄະນະ ໄດ້ສະເດັດຢ້ຽມ ຊົມ ພິພິທະພັນພະທາດຫລວງວຽງ ຈັນ ໃຫ້ກຽດຕ້ອນຮັບໂດຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະ ຍາ ແລະ ຄະນະຜູ້ແທນທີ່ກ່ຽວຂ້ອງ ຂອງທັງສອງຝ່າຍ. ໃນໂອກາດດັ່ງກ່າວ, ພະບາດ ສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍ ຣົມລາຊິນີ ແຫ່ງ ລາຊະອານາຈັກ ໄທ ແລະ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໄດ້ຮ່ວມກັນ ຈູດທຽນບູຊາພຣະຣັດຕະນະໄຕຣ, ຖວາຍທານແດ່ພະສົງ 9 ອົງ, ຮັບ ຟັງພະສົງສູດ ແລະ ຢາດນໍ້າຮັບ ພອນ ເພື່ອເປັນສິລິມຸງຄຸນ. ຫລັງຈາກນັ້ນ, ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາ ຊິນີ ແຫ່ງ ລາຊະອານາຈັກໄທ ແລະ ທ່ານ ທອງລຸນ ສີສຸລິດ ປະທານ ປະເທດ ແຫ່ງ ສປປລາວ ພ້ອມດ້ວຍ ພັນລະຍາ ໄດ້ຍ່າງຊົມພະທາດ ຫລວງວຽງຈັນ ແລະ ຖ່າຍຮູບ ຮ່ວມກັນເພື່ອເປັນທີ່ລະນຶກ. ໃນຕອນທ້າຍ, ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ລາຊະອານາຈັກໄທ ໄດ້ໃຫ້ກຽດ ລົງນາມປຶ້ມຢ້ຽມຢາມ ເພື່ອເປັນທີ່ ລະນຶກ ໃຫ້ແກ່ພິພິທະພັນພະທາດ ຫລວງວຽງຈັນ. ພາຍຫລັງສໍາ ເລັດການຢ້ຽມຊົມ, ສອງປະມຸກ ລັດ ລາວ-ໄທ ພ້ອມດ້ວຍພັນລະຍາ ກໍໄດ້ກ່າວອໍາລາ ແລະ ອວຍພອນ ໄຊອັນປະເສີດ ດ້ວຍບັນຍາກາດ ໄມຕີຈິດມິດຕະພາບ ແລະ ຄວາມ ຮັກແພງເຊິ່ງກັນ ແລະ ກັນ. ພະທາດຫລວງວຽງຈັນ ແມ່ນປູ ຊະນິຍະສະຖານບູຮານອັນເປັນສັນ ຍະລັກຂອງປະເທດລາວ ແລະ ເປັນ ມິ່ງຂວັນຂອງປະຊາຊົນລາວ ກໍຄື ຊາວພຸດທົ່ວປະເທດ, ທັງເປັນສະ ຖານທີ່ທ່ອງທ່ຽວທາງວັດທະນະທໍາ ທີ່ສໍາຄັນຂອງ ສປປ ລາວ ອີກດ້ວຍ. ພາບ: ຂັນໄຊ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ (ຂວາ) ແລະ ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ພ້ອມດ້ວຍ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ລາຊະອານາຈັກໄທ ຖ່າຍຮູບຮ່ວມກັນເພື່ອເປັນທີ່ລະນຶກ ທີ່ພະທາດຫລວງວຽງຈັນ ຮອງປະທານທະນາຄານໂລກ (WB) ປະຈໍາພາກພື້ນອາຊີ ຕາເວັນອອກ ແລະ ປາຊີຟິກ ພ້ອມ ດ້ວຍຄະນະ. ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວສະແດງຄວາມ ຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ ກັບການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງທ່ານ ຄາຣ໌ລອສ ຟີລິບເປ ຮາຣາມີໂຢ ແລະ ຄະນະ ໃນຄັ້ງນີ້, ພ້ອມທັງຕີລາຄາສູງຕໍ່ການພົວພັນ ຮ່ວມມື ລະຫວ່າງ ສປປ ລາວ ແລະ ທະນາຄານໂລກ ຕະຫລອດໄລຍະ 60 ກວ່າປີຜ່ານມາ ຊຶ່ງການມາ ເຄື່ອນໄຫວໃນຄັ້ງນີ້ ຖືເປັນໂອກາດ ທີ່ດີ ທີ່ຈະໄດ້ພ້ອມກັນແລກປ່ຽນ ກ່ຽວກັບແຜນພັດທະນາເສດຖະ ກິດ-ສັງຄົມຂອງ ສປປ ລາວ ໄລຍະ ຮັບມືກັບການປ່ຽນແປງຂອງດິນ ຟ້າອາກາດ, ໄພພິບັດ ແລະ ອື່ນໆ. ທ່ານ ຄາຣ໌ລອສ ຟີລິບເປ ຮາຣາ ມີໂຢ ໄດ້ສະແດງຄວາມຂອບໃຈ ຕໍ່ ການຕ້ອນຮັບອັນອົບອຸ່ນ ຂອງທ່ານ ນາຍົກລັດຖະມົນຕີ ແລະ ພາກສ່ວນ ທີ່ກ່ຽວຂ້ອງຂອງສປປລາວ, ພ້ອມ ທັງຢືນຢັນວ່າ ທະນາຄານໂລກ ຈະ ສືບຕໍ່ໃຫ້ການຮ່ວມມືຢ່າງໃກ້ຊິດ ແລະ ສະໜັບສະໜູນການພັດທະນາ ເສດຖະກິດ-ສັງຄົມຂອງສປປລາວ ໃນຕໍ່ໜ້າຢ່າງສຸດຄວາມສາມາດ; ພ້ອມທັງໄດ້ກ່າວສະແດງຄວາມ ຍ້ອງຍໍຊົມເຊີຍ ແລະ ຍິນດີຕໍ່ ສປປ ລາວ ທີ່ສາມາດປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ ມີຜົນສຳ ເລັດຫລາຍດ້ານ, ເຮັດໃຫ້ປະເທດ ຊາດ ແລະ ຊີວິດການເປັນຢູ່ຂອງ ປະຊາຊົນ ໄດ້ຮັບການພັດທະນາ ແລະ ປັບປຸງດີຂຶ້ນຢ່າງຕໍ່ເນື່ອງ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ທ່ານ ສອນໄຊ ສີພັນດອນ (ຜູ້ທີ 7 ນັບຈາກຊ້າຍຫາຂວາ) ຊົມເຊີຍວັນສ້າງຕັ້ງ...ົີັ້ັ້ ຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດ ແລະ ລູກແຫລ້ງຕີນມືປະຕິການ ຢ່າງ ດຸເດືອດຂ້ຽວຂາດ, ກ້າວໄປເຖິງການປົດປ່ອຍປະເທດຊາດຢ່າງສົມບູນ ແລະ ພັດທະນາຢ່າງມີໝາກຜົນ ເປັນແຕ່ລະໄລຍະປະຫວັດສາດ. ພັກປະຊາ ຊົນປະຕິວັດລາວ ເປັນພັກກຳອຳນາດ, ເປັນແກນນໍາໃນລະບົບການເມືອງ ຂອງລະບອບປະຊາທິປະໄຕປະຊາຊົນ, ນໍາພາປວງຊົນລາວປະຕິບັດສອງ ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມຈຸດໝາຍສັງຄົມນິຍົມ. ຕະຫລອດ 71 ປີຜ່ານມາ, ພັກປະຊາຊົນປະຕິ ວັດລາວ ໄດ້ຄົ້ນຄວ້າ, ຊອກຫາໄດ້ແນວທາງເໝາະສົມກັບສະພາບການ ຕົວຈິງຂອງປະເທດຊາດໃນແຕ່ລະໄລຍະລະອຽດ. ພິເສດ, ນັບແຕ່ປີ 1986 ເປັນຕົ້ນມາ, ພັກປະຊາຊົນປະຕິວັດລາວ ໄດ້ກຳແໜ້ນສະພາບການ ຕົວຈິງຂອງປະເທດ, ຄົ້ນຄວ້າ ແລະ ນຳໃຊ້ບັນດາບົດຮຽນອັນດີຂອງ ສາກົນ, ວາງອອກແນວທາງທີ່ຖືກຕ້ອງເພື່ອກ້າວຂຶ້ນສູ່ສັງຄົມນິຍົມເປັນ ເທື່ອລະກ້າວ, ສືບຕໍ່ສ້າງສາ ແລະ ປັບປຸງບູລະນະລະບອບປະຊາທິປະໄຕ ປະຊາຊົນ; ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ; ເຕົ້າໂຮມໄດ້ກຳລັງແຮງຄວາມສາມັກຄີທົ່ວປວງຊົນເພື່ອປົກປ້ອງ, ສ້າງສາ ແລະ ພັດທະນາລະບອບການໃໝ່. ຜົນງານອັນໃຫຍ່ຫລວງ ແລະ ພົ້ນເດັ່ນ ທີ່ສຸດໃນໄລຍະໃໝ່ນີ້ແມ່ນພັກ ປະຊາຊົນປະຕິວັດລາວ ໄດ້ມີຄວາມສະດຸ້ງ ໄວ, ທັງສະຫລຽວສະຫລາດ, ມີໄຫວພິບ ຫັນປ່ຽນການນໍາພາຂອງຕົນໃຫ້ ສອດຄ່ອງກັບສະພາບ, ຈຸດພິເສດ ແລະ ເງື່ອນໄຂສະພາບແວດລ້ອມຄວາມ ເປັນຈິງຂອງປະເທດຊາດ ແລະ ສະພາບສາກົນດ້ວຍການວາງແນວທາງ ປ່ຽນແປງໃໝ່ຮອບດ້ານ ມີຫລັກການຂອງພັກ ຊຶ່ງສາມາດປົກປັກຮັກສາ ຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງຊາດໄວ້ໄດ້ຢ່າງໝັ້ນຄົງ, ເສດຖະກິດ-ສັງຄົມ ໄດ້ມີການຂະຫຍາຍ ຕົວຢ່າງຕໍ່ເນື່ອງຕາມທິດຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝ, ຊີວິດ ການເປັນຢູ່ຂອງພະນັກງານ, ທະຫານ, ຕຳຫລວດ ແລະ ພໍ່ແມ່ປະຊາຊົນ ບັນດາເຜົ່າໄດ້ມີການພັດທະນາດີຂຶ້ນເປັນກ້າວໆ. ສຳລັບ ໃນປີ 2026 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໄດ້ຮັບຮອງເອົາໂຄງການການເມືອງ ສະບັບທີ 3 ຂອງພັກ ຊຶ່ງ ເປັນເອກະສານສໍາຄັນທີ່ກໍານົດທິດພື້ນຖານໃຫ້ການວາງຍຸດທະສາດ ແລະ ວິໄສທັດຂອງພັກ. ພ້ອມນັ້ນ, ຍັງໄດ້ວາງຈຸດໝາຍຮອດປີ 2055 ກໍຄື ວັນ ສ້າງຕັ້ງພັກຄົບຮອບ 100 ປີ ສູ້ຊົນສ້າງປະເທດເຮົາໃຫ້ເປັນປະເທດກໍາ ລັງພັດທະນາ, ມີລາຍຮັບປານກາງສູງ ຫຍັບເຂົ້າໃກ້ປະເທດທີ່ມີລາຍຮັບ ສູງ, ມີລະບົບການເມືອງທີ່ເຂັ້ມແຂງ, ມີພື້ນຖານເສດຖະກິດທີ່ທັນສະໄໝ, ກຳລັງການຜະລິດໄດ້ຮັບການພັດທະນາຮອບດ້ານ ໂດຍມີການພົວພັນ ການຜະລິດທີ່ສອດຄ່ອງ ແລະ ກ້າວໜ້າ, ຊີວິດການເປັນຢູ່ຂອງປະຊາຊົນ ບັນດາເຜົ່າໄດ້ມີພື້ນຖານອັນໜັກແໜ້ນ ກ້າວສູ່ຄວາມອີ່ມໜຳສຳລານ; ພ້ອມທັງໄດ້ກໍານົດ 11 ເນື້ອໃນພື້ນຖານຂອງການບູລະນະລະບອບປະຊາ ທິປະໄຕປະຊາຊົນກ້າວຂຶ້ນສູ່ສັງຄົມນິຍົມ. ໃນໂອກາດອັນສະຫງ່າລາສີນີ້, ພວກເຮົາພະນັກງານ-ສະມາຊິກພັກ ຈົ່ງພ້ອມກັນຍົກສູງບົດບາດ, ຄວາມສາມາດນຳພາຂອງພັກໃນທຸກຂົງເຂດ ວຽກງານ ໃຫ້ນັບມື້ສູງເດັ່ນ ໄປພ້ອມກັບການເປັນແບບຢ່າງນຳໜ້າ, ເດັດ ດ່ຽວແກ້ໄຂປະກົດການຫຍໍ້ທໍ້ຕ່າງໆຢ່າງທັນການ; ຮັບປະກັນໃຫ້ພັກເຮົາ ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນສະເໝີ. ພັກປະຊາຊົນປະຕິວັດລາວ ທີ່ມີກຽດສະຫງ່າໝັ້ນຍືນ!ັ ກົ ນິ ວັດີ່ ມີກ່ າັ້ ນື ນ ໃໝ່ ແລະ ແຜນການສືບເພີ່ມທະ ວີການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ທະນາຄານໂລກ ໃຫ້ແໜ້ນແຟ້ນຂຶ້ນຕື່ມ. ໃນໂອກາດ ດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ຕໍ່ທະນາ ຄານໂລກທີ່ໄດ້ໃຫ້ການສະໜັບສະ ໜູນ ແລະ ຊ່ວຍເຫລືອ ສປປ ລາວ ຕະຫລອດໄລຍະທີ່ຜ່ານມາ ຊຶ່ງໄດ້ ປະກອບສ່ວນສໍາຄັນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ມີການເຕີບໂຕຢ່າງ ຕໍ່ເນື່ອງ ແລະ ຫວັງຢ່າງຍິ່ງວ່າ ຈະ ສືບຕໍ່ໄດ້ຮັບການຮ່ວມມື ແລະ ສະ ໜັບສະໜູນທີ່ດີຕື່ມອີກໂດຍສະເພາະ ການພັດທະນາເສດຖະກິດໃຫ້ມີສະ ຖຽນລະພາບ, ມີການເຕີບໂຕຢ່າງຕໍ່ ເນື່ອງ, ໝັ້ນທ່ຽງ ແລະ ຍືນຍົງ; ການ ພັດທະນາຊັບພະຍາກອນມະນຸດ ທີ່ມີຄຸນນະພາບ, ມີວຽກເຮັດງານ ທຳ ແລະ ຮູ້ນໍາໃຊ້ເຕັກໂນໂລຊີ ທີ່ ທັນສະໄໝ; ການປົກປັກຮັກສາຊັບ ພະຍາກອນທຳມະຊາດ-ສິ່ງແວດ ລ້ອມແບບຍືນຍົງ; ການກຽມພ້ອມ ຂອງອົງການລັດ ໂດຍສະເພາະ ພິຈາລະນາ, ຮັບຮອງເອົາກົງຈັກ ແລະ ບຸກຄະລາກອນຂອງສະພາ ແຫ່ງຊາດ ໂດຍຈະເລືອກຕັ້ງເອົາປະ ທານສະພາແຫ່ງຊາດ ຊຸດທີ X ຕາມການສະເໜີຂອງຄະນະປະຈໍາ ສະພາແຫ່ງຊາດ ຊຸດທີ IX; ເລືອກ ຕັ້ງເອົາບັນດາຮອງປະທານສະພາ ແຫ່ງຊາດ ແລະ ກໍາມະການຄະນະ ປະຈໍາສະພາແຫ່ງຊາດ ຕາມການ ສະເໜີຂອງປະທານສະພາແຫ່ງ ຊາດ ຊຸດທີ X; ພິຈາລະນາ, ຮັບ ຮອງເອົາກົງຈັກຂອງສະພາແຫ່ງ ຊາດ ຊຸດທີ X ແລະ ການແຕ່ງຕັ້ງ ບັນດາປະທານກໍາມາທິການ, ຫົວ ໜ້າຫ້ອງວ່າການສະພາແຫ່ງຊາດ ຕາມການສະເໜີຂອງຄະນະປະຈໍາ ສະພາແຫ່ງຊາດ ຊຸດທີ X; ເລືອກ ຕັ້ງເອົາ ປະທານປະເທດ ແລະ ຮອງ ປະທານປະເທດ ຕາມການສະເໜີ ຂອງຄະນະປະຈໍາສະພາແຫ່ງຊາດ ຊຸດທີ X; ພິຈາລະນາ, ຮັບຮອງເອົາ ບຸກຄະລາກອນ ແລະ ໂຄງປະກອບ ກົງຈັກຂອງລັດຖະບານ ໂດຍຈະ ເລືອກຕັ້ງເອົາ ນາຍົກລັດຖະມົນຕີ ຕາມການສະເໜີຂອງປະທານປະ ເທດ; ພິຈາລະນາ, ຮັບຮອງເອົາໂຄງ ປະກອບກົງຈັກຂອງລັດຖະບານ ແລະ ການແຕ່ງຕັ້ງບັນດາຮອງ ນາຍົກລັດຖະມົນຕີ ແລະ ສະມາຊິກ ລັດຖະບານ ຕາມການສະເໜີຂອງ ນາຍົກລັດຖະມົນຕີ; ເລືອກຕັ້ງເອົາ ປະທານສານປະຊາຊົນສູງສຸດ ແລະ ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ, ປະທານອົງ ການກວດສອບແຫ່ງລັດ ແລະ ປະທານອົງການກວດກາແຫ່ງລັດ ຕາມການສະເໜີຂອງປະທານ ປະເທດ; ພິຈາລະນາ, ຮັບຮອງເອົາ ບົດລາຍງານຂອງລັດຖະບານ, ສານປະຊາຊົນສູງສຸດ, ອົງການ ໄອຍະການປະຊາຊົນສູງສຸດ, ອົງ ການກວດສອບແຫ່ງລັດ ແລະ ອົງ ການກວດກາແຫ່ງລັດ ເປັນຕົ້ນ ບົດ ລາຍງານຂອງລັດຖະບານ ກ່ຽວ ກັບຮ່າງແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X(2026-2030); ບົດລາຍ ງານຂອງລັດຖະບານກ່ຽວກັບໂຄງ ການລົງທຶນກໍ່ສ້າງເສັ້ນທາງລົດໄຟ ແຕ່ຕົວເມືອງທ່າແຂກ ແຂວງຄຳ ມ່ວນ ຫາ ມູຢາ ຊາຍແດນ ລາວຫວຽດນາມ ດ້ວຍຮູບແບບ BOT; ບົດລາຍງານຂອງສານປະຊາຊົນ ສູງສຸດ ກ່ຽວກັບແຜນການເຄື່ອນ ໄຫວວຽກງານ 5 ປີ (20262030); ບົດລາຍງານຂອງອົງ ການໄອຍະການປະຊາຊົນສູງສຸດ ກ່ຽວກັບແຜນການເຄື່ອນໄຫວວຽກ ງານ 5 ປີ (2026-2030); ບົດ ລາຍງານຂອງອົງການກວດສອບ ແຫ່ງລັດ ກ່ຽວກັບແຜນການເຄື່ອນ ໄຫວວຽກງານ 5 ປີ (20262030); ບົດລາຍງານຂອງອົງ ການກວດກາແຫ່ງລັດກ່ຽວກັບແຜນ ການເຄື່ອນໄຫວວຽກງານ 5 ປີ (2026-2030); ບົດລາຍງານ ກ່ຽວກັບແຜນການເຄື່ອນໄຫວ 5 ປີ (2026-2030) ຂອງສະພາ ແຫ່ງຊາດ ຊຸດທີ X ແລະ ບົດລາຍ ງານກ່ຽວກັບແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (20262030) ຂອງສະພາແຫ່ງຊາດ ຊຸດທີ X. ພ້ອມນີ້, ກອງປະຊຸມຄັ້ງ ປະຖົມມະລືກ ຂອງສະພາແຫ່ງ ຊາດ ຊຸດທີ X ຈະໄດ້ອອກເປັນມະຕິ ກອງປະຊຸມ ທັງໝົດ 19 ສະບັບ. ໃນໄລຍະດຳເນີນກອງປະຊຸມ ຄັ້ງປະຖົມມະລືກ ຂອງສະພາແຫ່ງ ຊາດ ຊຸດທີ X, ຫ້ອງວ່າການສະພາ ແຫ່ງຊາດ ຈະໄດ້ຈັດຕັ້ງໜ່ວຍງານ ເປີດຮັບຄຳສະເໜີຂອງປະຊາຊົນ ຜ່ານໂທລະສັບສາຍດ່ວນ ເພື່ອຮັບ ເອົາຄຳຄິດຄຳເຫັນ ແລະ ຄໍາສະເໜີ ໂດຍກົງຈາກປະຊາຊົນ ທີ່ຈະສົ່ງມາ ຍັງກອງປະຊຸມສະພາແຫ່ງຊາດ ຊຶ່ງສາມາດໂທໄດ້ທີ່ເບີສາຍດ່ວນ 156 ນັບແຕ່ມື້ນີ້ເປັນຕົ້ນໄປ ຈົນ ເຖິງວັນທີ 27 ມີນາ 2026 ໃນໂມງ ລັດຖະການ ຫລື ສາມາດສົ່ງອີເມວ: nalao.156@gmail.com ແລະ App: Laona. ຂ່າວ: ທະນູທອງ ກອງປະຊຸມ...ຸ ຂອງສະພາແຫ່ງຊາດ ຊຸດທີXຢ່າງ ເປັນທາງການ. ທ່ານ ນາງ ອຳໄພວອນ ລ້ອມ ບຸນແພງ ກຳມະການສູນກາງພັກ, ຫົວໜ້າຫ້ອງວ່າການສະພາແຫ່ງ ຊາດ ຖະແຫລງຂ່າວຕໍ່ສື່ມວນຊົນ ໃນວັນທີ 18 ມີນາ 2026 ນີ້ວ່າ: ກອງປະຊຸມຄັ້ງປະຖົມມະລືກ ຂອງ ສະພາແຫ່ງຊາດ ຊຸດທີ X ທີ່ຈະຈັດ ຂຶ້ນໃນຄັ້ງນີ້, ຈະໄດ້ພິຈາລະນາ, ຮັບຮອງບັນຫາສໍາຄັນພື້ນຖານ ຂອງປະເທດຊາດ ຕາມທີ່ໄດ້ກໍານົດ ໄວ້ໃນລັດຖະທໍາມະນູນ ແລະ ກົດ ໝາຍ ເປັນຕົ້ນ ຮັບຟັງລາຍງານ ຂອງຄະນະກໍາມະການເລືອກຕັ້ງ ລະດັບຊາດ ກ່ຽວກັບຜົນຂອງການ ເລືອກຕັ້ງ ແລະ ການຢັ້ງຢືນຄຸນລັກ ສະນະຂອງສະມາຊິກສະພາແຫ່ງ ຊາດ ຊຸດທີ X; ພິຈາລະນາ ແລະ ຮັບຮອງເອົາບັນດາກົງຈັກ ແລະ ບຸກຄະລາກອນໃນຕໍາແໜ່ງສໍາຄັນ
RkJQdWJsaXNoZXIy MTc3MTYxMQ==