7238

gsfdko{dkora fmtok a xtgmf]k; ( 19/03/2026 ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນໃຫ້ຮູ້ວ່າ:ກອງປະຊຸມພົບປະ ແລກປ່ຽນບົດຮຽນລະຫວ່າງເມືອງ ໝື່ນ ແຂວງວຽງຈັນ ແລະ ອຳເພີ ປາກຊົມ ຈັງຫວັດເລີຍ ລາຊະອາ ນາຈັກໄທ ຈັດຂຶ້ນໃນທ້າຍອາທິດ ຜ່ານມາທີ່ຫ້ອງວ່າການເມືອງໝື່ນ ແຂວງວຽງຈັນ ໂດຍການເປັນປະ ທານຮ່ວມ ລະຫວ່າງ ທ່ານ ວໍຣະ ສອນ ສີອັກຄະສອນ ເລຂາຄະນະ ບໍລິຫານງານພັກເມືອງໝື່ນ ແລະ ທ່ານ ສຸຊິນ ຈັນປານ ນາຍອຳເພີ ປາກຊົມ ພ້ອມດ້ວຍພາກສ່ວນທີ່ ກ່ຽວຂ້ອງຂອງທັງສອງເມືອງ ເຂົ້າຮ່ວມ. ຈຸດປະສົງ ຂອງກອງປະຊຸມ ໃນຄັ້ງນີ້ ກໍເພື່ອເປັນການພົບປະ ແລກປ່ຽນບົດຮຽນ ແລະ ສືບຕໍ່ການ ຮ່ວມມືຮອບດ້ານລະຫວ່າງສອງ ເມືອງໃນຕໍ່ໜ້າ. ໃນໂອກາດດຽວກັນ, ທ່ານ ສຸ ຊິນ ຈັນປານ ໄດ້ສະແດງຄວາມດີ ອົກດີໃຈຕໍ່ກັບການຕ້ອນຮັບອັນ ອົບອຸ່ນໃນຄັ້ງນີ້ ແລະ ຮູ້ສຶກດີໃຈ ເປັນຢ່າງຍິ່ງທີ່ໄດ້ມາຢ້ຽມຢາມ ເມືອງໝື່ນ ອີກຄັ້ງ, ທັງໄດ້ສະແດງ ຄວາມຊົມເຊີຍ ແລະ ສະແດງຄວາມ ຍິນດີ ມາຍັງ ທ່ານ ວໍຣະສອນ ສີ ອັກຄະສອນ ທີ່ໄດ້ມາຮັບໜ້າທີ່ໃໝ່ ຢູ່ເມືອງໝື່ນ ພ້ອມທັງຢືນຢັນວ່າ: ຈະສືບຕໍ່ໃຫ້ການສະໜັບສະໜູນ, ຊ່ວຍເຫລືອເມືອງໝື່ນ ເພື່ອປະກອບ g,n v'\n j o c]t vegru xkd-q , ln [8= j glu ,0tspkpdkoIj ;,,n Iv[fh ko ຂປລ. ແຫລ່ງຂ່າວຈາກແຂວງ ສາລະວັນໃຫ້ຮູ້ວ່າ:ແຂວງສາລະວັນ ສະຫລຸບວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບທົ່ວແຂວງ ໄລຍະ 5 ປີ 2021-2025 ແລະ ວາງທິດທາງແຜນການໄລຍະ 5 ປີ 2026-2030 ຕິດພັນກັບການ ສະຫລຸບວຽກງານປະຈຳປີ 2025 ໃນວັນທີ 16 ມີນາ 2026 ໂດຍ ການເປັນປະທານຂອງ ທ່ານ ດາວ ວົງ ພອນແກ້ວ ເລຂາຄະນະບໍລິຫານ ງານພັກແຂວງສາລະວັນ, ປະທານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບຂັ້ນແຂວງ, ມີບັນດາຄະນະ ກຳມະການ ປກຊ-ປກສ ຂັ້ນແຂວງ, ຂັ້ນເມືອງ, ພະແນກການ, ອົງການ ທຽບເທົ່າ, ສອງກຳລັງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ດາວວົງ ພອນແກ້ວ ກ່າວ ວ່າ: ກອງປະຊຸມຄັ້ງນີ້, ເພື່ອຕີລາຄາ ຄືນຜົນຂອງການຈັດຕັ້ງປະຕິບັດ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ໃນໄລຍະ 5 ປີຜ່ານ ມາ, ພ້ອມທັງຍົກໃຫ້ເຫັນດ້ານຕັ້ງ ໜ້າ ທີ່ຕ້ອງເອົາໃຈໃສ່ເສີມຂະຫຍາຍ ແລະ ບັນດາຂໍ້ຄົງຄ້າງ, ປະກົດການ lk]t;a o lts]5 [;Pd'koxh v'da o-kf{ xh v'da o7;k,lts'[ w]pt 5 xu ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ໃນປີ 2025 ແຂວງອັດຕະປື ມີບັນດາໂຄງການ ລົງທຶນທັງໝົດ 95 ໂຄງການ, ມູນ ຄ່າການລົງທຶນ 6.024,44 ລ້ານ ໂດລາສະຫະລັດ ໃນນີ້, ສູນກາງ ອະນຸມັດ 32 ໂຄງການ, ມູນຄ່າ ການລົງທຶນ 5.755,45 ລ້ານ ໂດລາສະຫະລັດ ເທົ່າກັບ 95,5%, ແຂວງອະນຸມັດ 63 ໂຄງການ, ມູນຄ່າ 268,99 ລ້ານໂດລາສະ ຫະລັດ ເທົ່າກັບ 4,5%, ການ ລົງທຶນພາຍໃນ 51 ໂຄງການ, ມູນຄ່າການລົງທຶນ 628,71 ລ້ານໂດລາສະຫະລັດ ກວມເອົາ 10,44%, ໂຄງການລົງທຶນຫຸ້ນ ສ່ວນ 2 ໂຄງການ, ມູນຄ່າ 707,57 ລ້ານໂດລາສະຫະລັດ ເທົ່າກັບ 11,74%, ການລົງທຶນຂອງຕ່າງ ປະເທດ 42 ໂຄງການ, ມູນຄ່າການ ລົງທຶນ 4.688,16 ລ້ານໂດລາ ສະຫະລັດກວມເອົາ 77,82% ໃນ ນີ້, ການລົງທຶນຂອງ ສປ ຈີນ ເປັນ ອັນດັບ 1 ມີ 15 ໂຄງການ, ມູນຄ່າ 2.589,28 ລ້ານໂດລາສະຫະລັດ, ອັນດັບ 2 ແມ່ນການລົງທຶນຂອງ ສສ ຫວຽດນາມ ມີ 23 ໂຄງການ, ມູນຄ່າ 1.556,16 ລ້ານໂດລາ ສະຫະລັດ. ທ່ານ ສົມໄຊ ສຸລິຍະວົງ ຮອງ ຫົວໜ້າຫ້ອງການຄະນະກຳມະການ ສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແຂວງອັດຕະປື ລາຍງານໃນກອງ ປະຊຸມສະຫລຸບປະຈໍາ ປີ 2025 ແລະ ທິດທາງປີ 2026 ໃນວັນທີ 16 ມີນາ 2026 ນີ້ວ່າ: ສ່ວນ ການລົງທຶນຈາກປະເທດອື່ນໆ ມີ 4 ໂຄງການ ໃນນີ້, ການລົງ ທຶນດ້ານກະສິກໍາ-ປ່າໄມ້ ມີ 33 ໂຄງການ ມູນຄ່າການລົງທຶນ 3.183,12 ລ້ານໂດລາສະຫະລັດ, ດ້ານແຮ່ທາດ ມີ 29 ໂຄງການ ມູນ ຄ່າການລົງທຶນ 383,48 ລ້ານ ໂດລາສະຫະລັດ, ດ້ານພະລັງງານ ໄຟຟ້າ ມີ 12 ໂຄງການ ມູນຄ່າ 2.336,59 ລ້ານໂດລາສະຫະລັດ, ດ້ານອຸດສາຫະກຳ ມີ 12 ໂຄງການ ມູນຄ່າການລົງທຶນ 111,73 ລ້ານ ໂດລາສະຫະລັດ, ດ້ານບໍລິການ ມີ 9 ໂຄງການ ມູນຄ່າການລົງທຶນ 9.519,71 ລ້ານໂດລາສະຫະລັດ. ໃນຂະນະດຽວກັນປີ 2025 ຜ່ານ ມາ ແຂວງສາມາດເກັບຄ່າບໍລິການ ຈໍານວນ 31 ໂຄງການ ມູນຄ່າ 15 ຕື້ກວ່າກີບ ເທົ່າກັບ 31% ຂອງ ແຜນການປີ ແລະ ເກັບຄ່າທໍານຽມ ມີ 10 ໂຄງການ ມູນຄ່າ 1,55 ຕື້ກີບ ເທົ່າກັບ 100% ຂອງແຜນການ. ພ້ອມນັ້ນ, ຍັງໄດ້ຖືສໍາຄັນການ ຄຸ້ມຄອງ, ຕິດຕາມ ແລະ ປະເມີນ ຜົນ ໂດຍໄດ້ລົງຕິດຕາມຊຸກຍູ້ການ ຈັດຕັ້ງປະຕິບັດບັນດາໂຄງການ ຕ່າງໆ ທີ່ສູນກາງໄດ້ອອກອະນຸຍາດ ລົງທຶນຜ່ານມາ ເພື່ອຄວາມຖືກຕ້ອງ ຕາມລະບຽບກົດໝາຍ. ໃນກອງປະຊຸມບັນດາຜູ້ເຂົ້າ ຮ່ວມ ຍັງໄດ້ມີການປະກອບຄໍາເຫັນ ເພື່ອເຮັດໃຫ້ວຽກງານການສົ່ງເສີມ ແລະ ຄຸ້ມຄອງການລົງທຶນພາຍໃນ ແຂວງອັດຕະປື ໃນປີ 2026 ໄດ້ ຮັບການຈັດຕັ້ງປະຕິບັດມີຜົນສໍາ ເລັດ, ທັງຮັບປະກັນຄວາມຖືກຕ້ອງ ສອດຄ່ອງກັບລະບຽບກົດໝາຍ ວ່າ ດ້ວຍການລົງທຶນລັດ. ຂ່າວ: ມະນີວອນ q ຫຍໍ້ທໍ້ຕ່າງໆ ທີ່ຍັງເປັນອຸປະສັກ, ສິ່ງທ້າທາຍຕ່າງໆ, ໄດ້ຄົ້ນຄວ້າລົງ ເລິກໃສ່ເນື້ອໃນທີ່ສໍາຄັນ ເປັນຕົ້ນ ຕີລາຄາສະພາບການໂດຍລວມ, ການກໍ່ສ້າງກຳລັງ, ການແກ້ໄຂບັນ ຫາປະກົດການຫຍໍ້ທໍ້ຂອງສັງຄົມ ແລະ ແຜນດໍາເນີນງານວຽກງານ ປກຊ-ປກສ ໄລຍະ 5 ປີຕໍ່ໜ້າ, ພ້ອມທັງສຸມໃສ່ຄົ້ນຄວ້າເຖິງບັນຫາ ສາເຫດ ແລະ ບັນຫາປະກົດການ ຫຍໍ້ທໍ້ ເຊັ່ນ: ບັນຫາຂີ້ລັກງັດແງະ, ອຸບັດເຫດຕາມທ້ອງຖະໜົນ, ບັນຫາ ຢາເສບຕິດ ຢ່າງລະອຽດ, ຖີ່ຖ້ວນ, ພາວະວິໄສ ເພື່ອວາງຄາດໝາຍ ສູ້ຊົນໃນໄລຍະ 5 ປີຕໍ່ໜ້າ; ວາງ ແຜນການຢ່າງລະອຽດ, ຮັດກຸມ, ຮອບດ້ານ, ແທດເໝາະກັບສະພາບ ຄວາມເປັນຈິງຂອງແຂວງ ແນໃສ່ ເຮັດໃຫ້ການດຳເນີນກອງປະຊຸມຄັ້ງ ນີ້ ໄດ້ຮັບໝາກຜົນ ແລະ ຮອງຮັບໃຫ້ ແກ່ການຈັດຕັ້ງປະຕິບັດວຽກງານ ຢ່າງມີປະສິດທິພາບ ຮັບປະກັນໃຫ້ ແຂວງສາລະວັນ, ມີສະຖຽນລະ ພາບທາງດ້ານການເມືອງ ຢ່າງ ໜັກແໜ້ນ, ສັງຄົມ ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ. ໂອກາດນີ້, ທ່ານ ພົ.ວ ສີເສີດ ສອນດາລາ ຫົວໜ້າກອງບັນຊາ ການ ປກສ ແຂວງສາລະວັນ, ຮອງ ປະທານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບຂັ້ນແຂວງ ໄດ້ ສະຫລຸບການຈັດຕັ້ງປະຕິບັດວຽກ ງານ ປກສ-ປກຊ ໄລຍະ 5 ປີຜ່ານ ມາ ໂດຍຍົກໃຫ້ເຫັນຜົນສຳເລັດທີ່ ພົ້ນເດັ່ນຫລາຍດ້ານ ເປັນຕົ້ນ ໄດ້ ຜັນຂະຫຍາຍແນວທາງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ລົງສູ່ຮາກຖານ ສອດຫ້ອຍເຂົ້າ ໃນຂະແໜງການ-ທ້ອງຖິ່ນ ໄດ້ ທັງໝົດ 8 ເມືອງ 42 ຂະແໜງ ການ 578 ບ້ານ, ປະຕິບັດຫລັກສູດ ການຮຽນ-ການສອນວິຊາສຶກສາ ປ້ອງກັນຊາດໃນບັນດາໂຮງຮຽນ ຂັ້ນຕ່າງໆ, ສ້າງບ້ານປ້ອງກັນຊາດ ເຂັ້ມແຂງໄດ້ 462 ບ້ານ ທຽບໃສ່ 2020 ເພີ່ມຂຶ້ນ 372 ບ້ານ, ບ້ານ ປ້ອງກັນຄວາມສະຫງົບດີ 517 ບ້ານ ທຽບໃສ່ 2020 ເພີ່ມຂຶ້ນ 256 ບ້ານ, ປະກາດ 4 ເມືອງເປັນ ເມືອງປ້ອງກັນຊາດເຂັ້ມແຂງ ແລະ ປ້ອງກັນຄວາມສະຫງົບດີ ແລະ ອີກ 1 ເມືອງ ຄື ເມືອງວາປີ ຈະໄດ້ ປະກາດໃນທ້າຍປີນີ້, ເອົາໃຈໃສ່ ຮັກສາຄວາມສະຫງົບຄວາມເປັນ ລະບຽບຮຽບຮ້ອຍຕາມບໍລິເວນ ຊາຍແດນ, ປ້ອງກັນສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ມ້າງ ຄະດີຢາເສບຕິດໄດ້ 786 ເລື່ອງ, ຢຶດຢາບ້າ 2 ລ້ານກວ່າເມັດ, ຢາ ໄອສ 500 ກວ່າກິໂລກຣາມ ແລະ ວັດຖຸປະເພດອື່ນໆ, ປັບປຸງ ແລະ ກໍ່ ສ້າງກໍາລັງທາງດ້ານການເມືອງແນວຄິດ, ສິນລະປະຍຸດ, ຍຸດທະວິທີ ແລະ ວິຊາສະເພາະ ໃຫ້ກໍາລັງແຕ່ລະ ຂັ້ນ, ປັບປຸງລະບຽບແບບແຜນຕາມ 7 ລະບອບ 18 ວຽກ, ປະຕິບັດນະ ໂຍບາຍປະກັນສັງຄົມ, ບຳລຸງສ້າງ ພະນັກງານດ້ານທິດສະດີ, ວິຊາ ສະເພາະ ເລື່ອນຊັ້ນ-ເລື່ອນຂັ້ນ ແລະ ຍ້ອງຍໍ ໃຫ້ກໍາລັງໃນຂັ້ນຕ່າງໆຢ່າງ ເໝາະສົມ ແລະ ວຽກງານອື່ນໆ ທີ່ປິ່ນອ້ອມກໍໄດ້ຮັບການຈັດຕັ້ງ ປະຕິບັດຢ່າງເຂັ້ມງວດ ແລະ ມີຜົນ ສໍາເລັດ. ຂ່າວ-ຂ່າວ: ທິດລານີ ໂຄດໂຍທາ sq ;ra o xtdkfmP[-A o76 vklklt\a d g0Q kgxa o]a f4tdvoxh v'da o-kf ຂປລ. ແຫລ່ງຂ່າວຈາກແຂວງ ຫົວພັນ ໃຫ້ຮູ້ວ່າ: ກອງບັນຊາການ ທະຫານແຂວງຫົວພັນ ປະກາດ ການທຽບຊັ້ນໃຫ້ຄູອາສາສະໝັກ ເຂົ້າເປັນລັດຖະກອນ ປ້ອງກັນຊາດ ໃນວັນທີ 17 ມີນາ 2026 ທີ່ກອງ ບັນຊາການທະຫານແຂວງຫົວພັນ ໂດຍການເປັນປະທານຂອງ ທ່ານ ພຸດພັນ ແກ້ວວົງໄຊ ເລຂາຄະນະ ບໍລິຫານງານພັກແຂວງຫົວພັນ, ມີ ທ່ານພົ.ວເນກວິຂະຈັນຫົວໜ້າການ ເມືອງ ກອງບັນຊາການທະຫານ ແຂວງ, ທ່ານ ພົ.ວ ຄຳເມືອງ ໂຄດ ສ່ວນເຂົ້າໃນການຮັດແໜ້ນ, ເສີມ ຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືບ້ານໃກ້ເຮືອນ ຄຽງທີ່ດີ ໃຫ້ໄດ້ຮັບການພັດທະນາ ຈະເລີນງອກງາມຍິ່ງໆຂຶ້ນ, ຈະເພີ່ມ ທະວີການຮ່ວມມືທາງດ້ານການ ຄ້າ-ການລົງທຶນ ຕິດພັນກັບການ ທ່ອງທ່ຽວຊາຍແດນ, ບົນພື້ນຖານ ຄວາມເຂົ້າໃຈ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ຮັກສາຄວາມສະຫງົບ ຮ່ວມກັນ. ໂອກາດນີ້, ທ່ານ ວໍຣະສອນ ສີ ອັກຄະສອນ ກໍໄດ້ສະແດງຄວາມ ຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີ ລາຄາສູງໃນການມາຢ້ຽມຢາມຄັ້ງ ນີ້ ຊຶ່ງມີຄວາມໝາຍສໍາຄັນທີ່ສຸດ ເນື່ອງຈາກເປັນການປະກອບສ່ວນ ອັນສຳຄັນເຂົ້າໃນການເສີມຂະ ຫຍາຍມິດຕະພາບແລະ ການຮ່ວມມື ລະຫວ່າງສອງປະເທດ ກໍຄືສອງ ເມືອງ ໃຫ້ນັບມື້ນັບເລິກເຊິ່ງ ແລະ ແໜ້ນແຟ້ນຍິ່ງໆຂຶ້ນໄປເລື້ອຍໆ. ໃນການພົບປະແລກປ່ຽນບົດ ຮຽນ ແລະ ມາຢ້ຽມຢາມຄັ້ງນີ້, ທ່ານ ສຸຊິນ ຈັນປານ ພ້ອມດ້ວຍຄະ ນະຍັງ ໄດ້ນຳເອົາເຄື່ອງຫລິ້ນກິລາຈຳນວນ ໜຶ່ງ ມອບໃຫ້ໂຮງຮຽນມສ ນ້ຳຮອນ ຕື່ມອີກ. ຂ່າວ-ພາບ: ວັນນາ va f8txn ,u 37'dko]q 'mb oma '\q f 95 37'dko ວົງຄູນ ຫົວໜ້າການທະຫານກອງ ບັນຊາການທະຫານແຂວງຫົວພັນ, ທ່ານ ສົມເພັດ ອິນທະສອນ ຮອງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິ ການ ແລະ ກິລາເມືອງ ພ້ອມດ້ວຍ ພະນັກງານຄູອາສາສະໝັກ, ນາຍ ແລະ ພົນທະຫານ ທີ່ໄດ້ຮັບການ ເລື່ອນຊັ້ນເຂົ້າຮ່ວມ. ທ່ານພັທສຸວິໄລສີສົມບັດຫົວໜ້າ ພະແນກພະນັກງານຫ້ອງການ ເມືອງ ກອງບັນຊາການທະຫານ ແຂວງຫົວພັນ ໄດ້ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ວ່າດ້ວຍ ການທຽບຊັ້ນໃຫ້ຄູອາສາສະໝັກ ເຂົ້າເປັນລັດຖະກອນ ປ້ອງກັນຊາດ ຢູ່ກອງບັນຊາການທະຫານແຂວງ ຫົວພັນ ໂດຍອີງຕາມກົດໝາຍນາຍ ທະຫານກອງທັບປະຊາຊົນລາວ ໃນ ພາກທີ II ໝວດທີ 3 ມາດຕາ 19 ແລະ 20 ວ່າດ້ວຍອາຍຸກະສຽນ ແລະ ການປະດັບຊັ້ນ, ປະດັບທຽບ ຊັ້ນໃຫ້ນາຍທະຫານໃນນັ້ນ,ກະຊວງ ປ້ອງກັນປະເທດ ຕົກລົງປະດັບທຽບ ຊັ້ນຮ້ອຍຕີ ໃຫ້ລັດຖະກອນປ້ອງກັນ ຊາດ 7 ສະຫາຍ, ຮ້ອຍໂທ 72 ສະຫາຍ, ເລື່ອນທຽບຊັ້ນ ວທ ຂຶ້ນ ຮ້ອຍຕີ 36 ສະຫາຍ, ປະກາດທຽບ ຊັ້ນໃຫ້ນັກຮຽນ ທີ່ຈົບຈາກສາຍ ລັດ ປະດັບຊັ້ນຮ້ອຍຕີ 16 ສະຫາຍ, ປະດັບທຽບຊັ້ນຮ້ອຍໂທ 72 ສະ ຫາຍ. ໂອກາດນີ້, ທ່ານ ພຸດພັນ ແກ້ວ ວົງໄຊ ໄດ້ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບ ການເລື່ອນທຽບຊັ້ນໃໝ່ຄັ້ງນີ້ ຈົ່ງ ເອົາໃຈໃສ່ເຊື່ອມຊຶມກຳແໜ້ນແນວ ທາງນະໂຍບາຍຂອງພັກ, ລະບຽບ ກົດໝາຍຂອງລັດ, ມີສະຕິຕື່ນຕົວ ເຄົາລົບ ແລະ ປະຕິບັດກົດໝາຍຢ່າງ ເຂັ້ມງວດ ເພື່ອປະກອບສ່ວນປົກປັກ ຮັກສາ ແລະ ພັດທະນາປະເທດຊາດ, ສຸມໃສ່ປະຕິບັດ 3 ຂໍ້ແຂ່ງຂັນຂອງ ຂະແໜງການສຶກສາ ແລະ ກິລາ ໃຫ້ ເປັນຂະບວນການຟົດຟື້ນ ໃນນັ້ນ, ສ້າງໃຫ້ໄດ້ຄູປະສົບການ, ຄູສອນດີ ສອນເກັ່ງ ຢູ່ຕາມແຕ່ລະໂຮງຮຽນ, ເອົາໃຈໃສ່ປະຕິບັດຈັນຍາບັນຂອງ ພະນັກງານ-ລັດຖະກອນ ຕໍ່ຕົນເອງ, ຕໍ່ອາຊີບ, ຕໍ່ການຈັດຕັ້ງ, ຕໍ່ປະຊາຊົນ ແລະ ສັງຄົມ, ເອົາໃຈໃສ່ຖອດຖອນ ບົດຮຽນທາງດ້ານວິຊາການກວດ ກາຄືນບັນຫາສາເຫດ ແລະ ວິທີ ແກ້ໄຂ, ປຸກລະດົມທຸກພາກສ່ວນ ໃນສັງຄົມ ໃຫ້ມີສ່ວນຮ່ວມໃນການ ພັດທະນາການສຶກສາ ເປັນຕົ້ນ ການ ແກ້ໄຂບັນຫາການປະລະການຮຽນ ຕ້ອງເປັນຂົວຕໍ່ທີ່ດີ ລະຫວ່າງກອງ ທັບ ແລະ ປະຊາຊົນ, ລະຫວ່າງກອງ ທັບແລະ ການສຶກສາ, ຕ້ອງມີຄວາມ ຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ, ພ້ອມທີ່ຈະປະ ຕິບັດໜ້າທີ່ສິດສອນຢູ່ເຂດຫ່າງໄກ ສອກຫລີກ ຕາມການມອບໝາຍ ຂອງການຈັດຕັ້ງ. ພ້ອມທັງໄດ້ເນັ້ນ ໜັກໃຫ້ບັນດາສະຫາຍ ທີ່ໄດ້ຮັບຊັ້ນ ໃໝ່ຈົ່ງຍົກສູງຄວາມເປັນເຈົ້າການ ຕໍ່ໜ້າທີ່ການເມືອງທີ່ຕົນເອງຮັບ ຜິດຊອບ, ເປັນເຈົ້າການປະຕິບັດລະ ບຽບແບບແຜນ, ວິທີເຮັດວຽກໃຫ້ມີ ຄວາມຫ້າວຫັນກວ່າເກົ່າ ແລະ ໃຫ້ມີ ຄວາມສາມັກຄີ ພາຍໃນ-ພາຍນອກ ເປັນຢ່າງດີ ພ້ອມກັນເຮັດສໍາເລັດ ໜ້າທີ່ການເມືອງຕາມການມອບ ໝາຍຂອງການຈັດຕັ້ງແຕ່ລະຂັ້ນ. ຂ່າວ-ພາບ: ວຽງສະຫວັນ ນໍລິນທາ

RkJQdWJsaXNoZXIy MTc3MTYxMQ==