7238

19/03/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d -u ;y f{;a fmtotme u y a ( ຄັດຈາກປຶ້ມ ບັນດາຊົນເຜົ່າໃນ ັຶ້ັົົ່ ສປປ ລາວ ) gvdt]a d;a fmtotme0v'-q ogzqj kdt86 ຂປລ. ມື້ນີ້ຄໍລໍ້າ “ສົ່ງເສີມທຸລະ ກິດ” ຈະພາບັນດາທ່ານມາຮູ້ຈັກ ຜະລິດຕະພັນນໍ້າ ເພື່ອສຸຂະພາບ ຈາກຮ້ານມະນີໝາກພ້າວ ເປັນຕົ້ນ, ນໍ້ານົມໝາກພ້າວ, ກາເຟນົມ, ຊາ ຂຽວ, ນໍ້າກະຈຽບມີປະໂຫຍດຕໍ່ ຮ່າງກາຍທີ່ສຸດ, ໂຢເກິດນົມ, ໂຢ ເກິດສະຕໍເບີລີ, ໂຢເກິດບູມເບີລີ, ນໍ້າ ຫວານທັນຍະພືດຖົ່ວດິນ, ຖົ່ວດໍາ, ຖົ່ວຂາວ, ຖົ່ວແດງ, ໝາກເດືອຍ *ລາວ ເປັນປະເທດທີ່ມີອະລິຍະ ທໍາເກົ່າແກ່ໃນອາຊີຕາເວັນອອກ ສ່ຽງໃຕ້ແລະ ມີຄວາມຫລາກຫລາຍ ທາງດ້ານຊົນເຜົ່າ, ວັດທະນະທໍາ, ຮີດຄອງປະເພນີ ແລະ ຮູບແບບ ການດໍາລົງຊີວິດພົນລະເມືອງລາວ ປະກອບຫລາຍຊົນເຜົ່າ. ໃນນັ້ນ, ຊົນເຜົ່າກະຕູກໍເປັນໜຶ່ງໃນນັ້ນ ແລະ ນອນໃນກຸ່ມຊົນເຜົ່າທີ່ປາກເວົ້າພາ ສາມອນ-ຂະແມ ແລະ ມີຮູບແບບ ການດໍາລົງຊີວິດທີ່ເປັນເອກະລັກ ອັນກາຍເປັນມົນສະເໜ່ສະເພາະ ຂອງເຂົາເຈົ້າ. ຊົນເຜົ່າກະຕູ ແມ່ນຊົນເຜ່ົ່າໜຶ່ງທີ່ ໄດ້ມາຕັ້ງຖິ່ນຖານພູມລຳເນົາຢູ່ລາວ ໄດ້ຫລາຍຮ້ອຍປີແລ້ວ ຊຶ່ງນັກຄົ້ນ ຄວ້າໄດ້ສັນນິຖານວ່າ: ໄດ້ອົບພະຍົບ ແລະ ເຄື່ອນຍ້າຍມາຈາກພາກຕາ ເວັນອອກສ່ຽງໃຕ້ຂອງອິນເດຍ ແລະ ບໍລິເວນຕອນໃຕ້ຂອງ ສປ ຈີນ ເພາະຢູ່ເຂດນັ້ນຍັງປະກົດມີກຸ່ນຄົນ ເວົ້າພາສາມອນ-ຂະແມ. ຊົນເຜົ່າ ກະຕູປະກອບມີຫລາຍແຊງດ້ວຍ ກັນຄື: ຕຣີວ, ດາກກັງ (ປັບເດງ), ອັຣນາ, ອາສານ ແລະ ເຟືອງ, ສ່ວນໃຫຍ່ແມ່ນຢູ່ບັນດາແຂວງພາກ ໃຕ້ເຊັ່ນ: ເມືອງກະລຶມ, ເມືອງດາກ ຈຶງ, ເມືອງທ່າແຕງ ແຂວງເຊກອງ; ເມືອງເລົາງາມ ແຂວງສາລະວັນ, ເມືອງປາກຊ່ອງ ແລະ ເມືອງບາ ຈຽງຈະເລີນສຸກ ແຂວງຈຳປາສັກ. ນອກຈາກນີ້, ແລ້ວຊົນເຜົ່າກະຕູ ຍັງມີຢູ່ຫວຽດນາມເຊັ່ນ: ແຂວງ ກວາງນາມ, ແຂວງດານັ໋ງ ແລະ ແຂວງເທືອງທຽນເຫວ. ຊົນເຜົ່າ ກະຕູ ສ່ວນຫລາຍແລ້ວຍັງດຳລົງ ຊີວິດຢູ່ເຂດຫ່າງໄກສອກຫລີກ, ມີ ອາຊີບຫລັກໃນການເຮັດໄຮ່ປູກເຂົ້າ ພ້ອມກັນນັ້ນຍັງປູກພືດຜັກ, ພືດທາດ ແປ້ງ ແລະ ອື່ນໆ ເພື່ອໄວ້ບໍລິໂພກໃນ ຄົວເຮືອນ, ໂດຍທົ່ວໄປແລ້ວການ ດຳລົງຊີວິດຂອງເຂົາເຈົ້າຍັງຕິດ ພັນຢູ່ກັບທຳມະຊາດເປັນສ່ວນໃຫຍ່, ເຄື່ອງມື, ອຸປະກອນ ແລະ ເຕັກ ນິກການຜະລິດຍັງແມ່ນລັກສະນະ ພື້ນບ້ານ. ສຳລັບຮີດຄອງປະເພນີ, ຄວາມ ເຊື່ອຖື ແລະ ວັດທະນະທໍາຄ້າຍຄື ກັບບັນດາຊົນເຜົ່າໃນໝວດພາສາ ມອນ-ຂະແມ, ໂດຍສະເພາະແມ່ນ ມີຄວາມເຊື່ອໃນເລື່ອງຈິດວິນຍານ ແລະ ຜີ, ພາສາປາກເວ້ົາຂອງເຂົາ ເຈົ້າປະກອບມີພາສາຢ໋າງ ແລະ ເບຣົາປະສົມກັນ. ສ່ວນການປຸກ ສ້າງເຮືອນມັກຈະປຸກເປັນຮູບແບບ ວົງມົນອ້ອມສາລາກວານ ແລະ ໃຫ້ ຢູ່ໃກ້ກັບຕະກູນ ຫລື ເຊື້ອສາຍຂອງ ຕົນ, ລັກນະນະຂອງເຮືອນຈະເປັນ ເຮືອນຕ່ໍາ ແລະ ເປັນເຮືອນຍາວ ໂດຍອາໄສຢູ່ນໍາກັນຫລາຍຄອບຄົວ ແລະ ຫລາຍເຊັ່ນຄົນ ຊຶ່ງໝາຍ ຄວາມວ່າໃນບ້ານຂອງຊົນເຜົ່າກະ ຕູ ຈະມີເຮືອນສາລາກວານຢູ່ໃຈ ກາງບ້ານ ເພື່ອໃຊ້ເປັນສະຖານທີ່ ໂຮມຊຸມນຸມ, ເປັນບ່ອນຮັບແຂກ, ເປັນສະຖານທີ່ໃນການເຮັດກິດຈະ ກໍາຕ່າງໆກ່ຽວກັບຄວາມເຊື່ອຖື. ຊົນເຜົ່ານີ້ ຈະມີການຄະລຳ ແລະ ຂໍ້ຫ້າມຫລາຍຢ່າງເຊັ່ນ: ກ່ອນຈະ ເຂົ້າບ້ານຕ້ອງສັງເກດເບິ່ງປະຕູ ໂຂງວ່າມີຟົດໄມ້ ຫລື ບໍ່, ຖ້າມີຟົດ ໄມ້ດິບສະແດງວ່າຫ້າມເຂົ້າບ້ານ, ກ່ອນຈະຮູດເຂົ້າ, ກ່ຽວເຂົ້າມີການ ຄະລຳບ້ານ ໂດຍຄົນໃນບໍ່ໃຫ້ອອກ ຄົນນອກບໍ່ໃຫ້ເຂົ້າ, ຫ້າມຂຶ້ນເຮືອນ ເວລາມີຟົດໄມ້ດິບຕິດຢູ່ຝາເຮືອນ ຫລື ປະຕູ, ບໍ່ໃຫ້ນັ່ງອີງເສົາເຮືອນ, ບໍ່ໃຫ້ນອນຂວາງເຮືອນ ແລະ ການ ເຂົ້າອອກເຮືອນຂອງແຂກຕ້ອງເຂົ້າ ອອກປະຕູທີ່ໃຊ້ສຳລັບແຂກເທົ່ານັ້ນ. ໃນແຕ່ລະປີຊົນເຜົ່າກະຕູ ຈະມີພິທີ ກຳໃຫຍ່ ແລະ ນ້ອຍຫລາຍຄັ້ງ ເພື່ອ ຂໍຄວາມສັກສິດ, ຄວາມຢູ່ເຢັນເປັນ ສຸກໃນການດຳລົງຊີວິດ ກໍຄື ການ ຜະລິດກະສິກຳ. ສ່ວນບຸນປະເພນີ ທີ່ສຳຄັນໄດ້ແກ່ການເຮັດບຸນຂວັນ ເຂົ້າ ພາສາກະຕູ ເອີ້ນວ່າ ອາຢາ, ບຸນກ່ອນຈະລົງມືປູກຝັງ, ບຸນກ່ອນ ການຮູດ ຫລື ກ່ຽວເຂົ້າ, ບຸນສາລາກ ວານ ແລະ ພິທີກຳອື່ນໆ, ການເຮັດ ບຸນ ແລະ ພິທີກຳຕ່າງໆມີທັງເຮັດ ຢູ່ໃນຄອບຄົວ ແລະ ລວມບ້ານ. ຊົນເຜົ່າກະຕູ ເປັນໜຶ່ງໃນຄວາມ ຫລາກຫລາຍທາງຊົນເຜົ່າ, ວັດ ທະນະທໍາ ແລະ ຮີດຄອງປະເພນີ ຂອງລາວ ແລະ ມີວິຖີຊີວິດທີ່ເປັນ ເອກະລັກ, ມີມົນສະເໜ່ສະເພາະຕົວ ທີ່ສາມາດດຶງດູດຄວາມສົນໃຈຈາກ ນັກທ່ອງທ່ຽວທີ່ມັກການພະຈົນໄພ ທາງທໍາມະຊາດ, ນັກທ່ອງທ່ຽວ ທີ່ຕ້ອງການຮຽນຮູ້ວັດທະນະທໍາ ໃໝ່ໆເພ່ືອຊຶມຊັບ ແລະ ສໍາຜັດວິຖີ ຊີວິດຕົວຈິງຂອງຊົນເຜົ່າກະຕູ ໄດ້ ເປັນຢ່າງດີ. zt]y f8tra o9kdIh ko,tou \kdrh k; 7v'.9]6 d7h k,kpk;oko ໂດຍ: ມາລີດດາີ ແລະ ອື່ນໆ ທີ່ສາມາດຄອງໃຈລູກ ຄ້າມາຍາວນານແຕ່ມື້ຜະລິດຈົນ ຮອດປັດຈຸບັນກໍຈະກ້າວເຂົ້າສູ່ປີທີ 4 ແລ້ວ, ຍ້ອນວ່າຜະລິດຕະພັນເຮັດ ມາຈາກວັດຖຸດິບທໍາມະຊາດ ແລະ ປອດສານພິດຮ້ອຍເປີເຊັນ. ທ່ານນາງ ມະນີວອນ ພານຸວົງ ເຈົ້າຂອງຮ້ານມະນີໝາກພ້າວບຶງ ຂະຫຍອງ ໃຫ້ຮູ້ວ່າ: ກ່ອນທີ່ຈະນໍາ ໝາກພ້າວມາປຸງແຕ່ງເປັນຜະລິດ ຕະພັນ ຊຶ່ງກ່ອນໜ້ານີ້ຕົນເອງກໍແມ່ນ ຜູ້ໜຶ່ງທີ່ມັກດື່ມນໍ້າໝາກພ້າວ, ມີຜົນ ປະໂຫຍດຫລາຍຕໍ່ກັບການດໍາລົງ ຊີວິດຂອງຄົນລາວ ຊຶ່ງແຕ່ກ່ອນ ແມ່ນນໍາໃຊ້ເຂົ້າໃນການປຸງແຕ່ງ ເຮັດເຂົ້າໜົມປະເພດຕ່າງໆ ແລະ ປະກອບພິທີກໍາ, ບັນເທົາອາການໄຂ້ ແລະ ບວກກັບຕົນເອງກໍມັກດື່ມນໍ້າ ໝາກພ້າວແດ່ໄລຍະໃດທີ່ໄປວັດຈຶ່ງ ໄດ້ນໍາເອົາໝາກພ້າວໄປຖວາຍວັດ ເປັນປະຈໍາ, ພ້ອມນັ້ນ ຍັງໄດ້ຂາຍ ໝາກພ້າວ-ນໍ້າໝາກພ້າວຕື່ມອີກ, ເມື່ອຂາຍມາໄລຍະໜຶ່ງຈຶ່ງເກີດແນວ ຄວາມຄິດຢາກນໍາເອົານໍ້າໝາກ ພ້າວມາແປຮູບລອງເບິ່ງ ໂດຍການ ປະສົມກັບນົມສົດໄດ້ທົດລອງ (ຖືກຜິດ) ເຮັດຫລາຍຄັ້ງຈົນປະ ສົບຜົນ ສໍາເລັດ, ເມື່ອປະສົບຜົນສໍາເລັດ ແລ້ວກໍບໍ່ຢຸດເທົ່ານັ້ນ, ຍັງສືບຕໍ່ເຮັດ ວຸ້ນໝາກພ້າວຫອມ, ນໍາໄປຂາຍ ທີ່ຕະຫລາດປອດສານພິດເຫັນວ່າ ໄດ້ຂາຍດີເພາະຄົນຈໍານວນຫລາຍ ຫັນມາໃສ່ໃຈກິນ-ດື່ມ ເພື່ອຮັກສາ ສຸຂະພາບກັນຫລາຍຂຶ້ນ ຊຶ່ງສັງເກດ ເຫັນໄວລຸ້ນກໍມັກຊື້ກິນ-ດື່ມເລື້ອຍໆ, ຜະລິດຕະພັນທີ່ເຮັດຈາກຮ້ານມະນີ ໝາກພ້າວແມ່ນບໍ່ມີສານເຄມີ ຫລື ສານກັນບູດ ແລະ ບໍ່ເນັ້ນນໍ້າຕານ, ຜະລິດຕະພັນມີຄວາມຫວານນັ້ນ ສ່ວນໃຫຍ່ແມ່ນຈາກນໍ້າໝາກພ້າວ ໂດຍກົງ. ສຳລັບຜະລິດຕະພັນ ພາຍໃນຮ້ານປະກອບມີນໍ້ານົມໝາກ ພ້າວ, ກາເຟນົມ, ຊາຂຽວ, ນໍ້າກະ ຈຽບ, ໂຢເກິດນົມ, ໂຢເກິດສະຕໍເບີ ລີ, ໂຢເກິດບູມເບີລີ ແລະ ນໍ້າຫວານ ທັນຍະພືດຖົ່ວດິນ, ຖົ່ວດໍາ, ຖົ່ວຂາວ, ຖົ່ວແດງ, ໝາກເດືອຍ, ຖົ່ວຂຽວ, ເຕົ້າຮູ້ສົດສາມາດເກັບຮັກສາໄວ້ ໃນຕູ້ເຢັນທໍາມະດາເຖິງ 2 ອາທິດ ແລະ ຖ້າເອົາໄວ້ລຸ່ມຖ້ານນໍ້າແຂງ ໄດ້ດົນເຖິງ 1 ເດືອນ, ຜະລິດຕະພັນ ຂອງພວກເຮົາແມ່ນຜະລິດສົດໃໝ່ ທຸກໆມື້, ພ້ອມນັ້ນ ທາງຮ້ານເຮົາ ຍັງໄດ້ນຳເອົາຜະລິດຕະພັນໄປ ຈຳໜ່າຍທີ່ຕະຫລາດປອດສານພິດ ລາວ-ໄອເຕັກ ແຖວຕຶກອາຄານ ເກົ່າທຸກໆວັນພຸດ ກັບ ວັນເສົາ, ສ່ວນຢູ່ແຖມວຽງຈັນເຊັນເຕີແມ່ນ ຈຳໜ່າຍວັນພຸດ, ວັນສຸກ ແລະ ວັນ ທິດ. ນອກຈາກຂາຍເອງແລ້ວ, ຍັງ ໄດ້ຈັດສົ່ງໃຫ້ຮ້ານໂຊກທະວີຫລັງ ວຽງຈັນເຊັນເຕີ, ເຈມາດສະພານ ທອງ ນຳອີກ. ຜະລິດຕະພັນຂອງພວກເຮົາ ບໍ່ສະເພາະແຕ່ຜູ້ທີ່ມີອາຍຸສູງກິນດື່ມເທົ່ານັ້ນ, ໄວລຸ້ນກໍກິນ-ດື່ມເປັນ ປະຈໍາ. ໂອກາດດັ່ງກ່າວ ທ່ານ ນາງ ມະນີວອນ ພານຸວົງ ຍັງໄດ້ກ່າວ ຂອບໃຈຕໍ່ລູກຄ້າທີ່ໄດ້ອຸດໜູນຮ້ານ ມະນີໝາກພ້າວ ກໍຄື ຜະລິດຕະພັນ ຈາກຮ້ານມະນີໝາກພ້າວ ແລະ ດີ ໃຈຫລາຍທີ່ເຫັນວ່າຄົນລາວ ຫັນ ມານິຍົມກິນ-ດື່ມອາຫານ ເພື່ອ ສຸຂະ ພາບຫລາຍຂຶ້ນ, ເຖິງວ່າ ໃນແຕ່ລະວັນການປຸງແຕ່ງຈະອິດ ເມື່ອຍແດ່ ແຕ່ກໍມີຄວາມພູມໃຈ ເພາະວ່າຢາກໃຫ້ຫລາຍຄົນໄດ້ຊົມ ໃຊ້ອາຫານເພື່ອສຸຂະພາບ ຖ້າຫາກ ວ່າລູກຄ້າທ່ານໃດສົນໃຈເອົາໄປ ບໍລິໂພກຈໍານວນຫລາຍກໍຕິດຕໍ່ໄດ້ ທີ່ຮ້ານມະນີໝາກພ້າວ, ບ້ານບຶງ ຂ ະ ຫ ຍ ອ ງ , ເ ມືອ ງ ສີສັດ ຕ ະ ນາກ, ນະຄອນຫລວງວຽງຈັນ, facebook (Mani MarkPao) ຫລື 020 28956546.

RkJQdWJsaXNoZXIy MTc3MTYxMQ==