19/03/2026 xb dlksk]n ot3p[kp0v[dko]q 'mb o grn j vs]5 fzj vo,q o]try f\vd7;a o gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກສະບັບກ່ອນ***ໍ່ ຈັ ບ່ ອ ບໍລິສັດ...ໍິັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ໂດຍແບ່ງອອກເປັນ 2 ຈຸດຄື: ຈຸດ ນໍ້າມັນກາຊວນ 2 ຄັນ ແລະ ຈຸດນໍ້າ ມັນແອັດຊັງ 4 ຄັນ ຊຶ່ງໄດ້ເລີ່ມໃຫ້ ບໍລິການແຕ່ເວລາ 08:00-18:00 ໂມງ ໂດຍລູກຄ້າສາມາດຊື້ນໍ້າມັນ ແບບບໍ່ຈຳກັດວົງເງິນ ກໍຄື ສາມາດ ໃສ່ໄດ້ເຕັມຖັງ, ແຕ່ບໍ່ອະນຸຍາດໃຫ້ ຂາຍໃສ່ຕຸກເດັດຂາດ. ທ່ານ ຈິນດາສັກ ຍົດໝັ້ນຄົງ ຜູ້ ອຳນວຍການບໍລິສັດ ເອັນທີພີ ການ ຄ້ານ້ຳມັນເຊື້ອໄຟຈຳກັດ ໄດ້ໃຫ້ສຳ ພາດຕໍ່ສື່ມວນຊົນວ່າ: ການອອກ ມາໃຫ້ບໍລິການ ນໍ້າມັນເຊື້ອໄຟແບບ ເຄື່ອນທີ່ໃນຄັ້ງນີ້, ແນໃສ່ເພື່ອຕອບ ສະໜອງຄວາມຕ້ອງການ ຂອງ ພໍ່ແມ່ປະຊາຊົນໃຫ້ທັນເວລາ, ຫລຸດ ຜ່ອນບັນຫາການຂາດແຄນນ້ຳມັນ ໃນໄລຍະວິກິດ, ຂັບເຄື່ອນເສດຖະ ກິດ ແລະ ການເດີນທາງຂອງຄົນ ລາວ. ລົດນໍ້າມັນເຊື້ອໄຟແບບເຄື່ອນ ທີ່ ທີ່ນໍາມາບໍລິການຄັ້ງນີ້, ມີທັງໝົດ 6 ຄັນ, ຄັນລະ 2 ຫົວຈ່າຍ, ນໍ້າມັນ ແມ່ນພຽງພໍແຕ່ອາດຈະຕ້ອງໄດ້ ລຽນຄິວ. ທ່ານ ຈິນດາສັກ ຍົດໝັ້ນ ຄົງ ຍັງໃຫ້ຮູ້ອີກວ່າ: ສຳລັບວັນທີ 19 ມີນາ 2026 ບໍລິສັດ ເອັນທີ ພີ ການຄ້ານ້ຳມັນເຊື້ອໄຟ ຈຳກັດ ຈະເພີ່ມລົດເຄືີ່ອນທີ່ໃຫ້ຫລາຍຂຶ້ນ ເພື່ອຈະເພີ່ມສະຖານທີ່ບໍລິການ ໂດຍແບ່ງເປັນ 2 ຈຸດຄື: ຢູ່ເຂດເສດ ຖະກິດພິເສດບຶງທາດຫລວງ ແລະ ຢູ່ເດີ່ນພະທາດຫລວງວຽງຈັນ ເລີ່ມ ແຕ່ເວລາ 08:00- 18:00 ໂມງ. ໂອກາດນີ້, ທ່ານ ບົວຄົງ ນາມ ມະວົງ ລັດຖະມົນຕີ, ຫົວໜ້າຫ້ອງ ພື້ນຖານ, ການປະຖົມພະຍາບານ, ການກູ້ໄພສຸກເສີນ, ການໂຄສະນາ ຂົນຂວາຍແຫລ່ງທຶນ, ການສ້າງສະ ມາຊິກ ແລະ ອາສາສະໝັກກາແດງ, ການສືບທາວຫາຍາດພີ່ນ້ອງ, ການ ພົວພັນ ແລະ ຮ່ວມມືສາກົນ. ໃນປີ 2025, ອົງການກາແດງແຫ່ງຊາດ ລາວ(ກດລ)ໄດ້ຮັບການຍົກສະຖາ ນະຂຶ້ນເປັນອົງການຈັດຕັ້ງທີ່ມີຖາ ນະເທົ່າກັບກະຊວງ-ອົງການ ຊຶ່ງ ເປັນການສ້າງເງື່ອນໄຂອໍານວຍ ຄວາມສະດວກໃຫ້ແກ່ການພັດທະ ນາວຽກງານກາແດງລາວ ໃຫ້ເຕີບ ໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆ. ວຽກງານພົ້ນເດັ່ນ ຂອງອົງການ ກາແດງແຫ່ງຊາດລາວ ແມ່ນການ ຊ່ວຍເຫລືອບັນເທົາທຸກເບື້ອງຕົ້ນ ການກະກຽມຄວາມພ້ອມກ່ອນເກີດ ໄພພິບັດ, ການຫລຸດຜ່ອນຄວາມ ສ່ຽງໄພພິບັດໃນຊຸມຊົນ ແລະ ໂຮງ ຮຽນ. ປັດຈຸບັນ, ກຳລັງຈັດຕັ້ງປະຕິ ບັດ ຢູ່ໃນ 10 ແຂວງ, ພາຍໃຕ້ການ ສະໜັບສະໜູນຂອງອົງການກາ ສອງອົງການກາແດງ...ົ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ແດງສະວິດ ແລະ ກາແດງຮົງກົງ ແລະ ມີແຜນຈະຂະຫຍາຍໄປອີກ 2 ແຂວງ, ພາຍໃຕ້ການສະໜັບສະໜູນ ຂອງອົງການກາແດງ ສ ເກົາຫລີ. ສຳລັບແຜນການຮ່ວມມືໃນຕໍ່ ໜ້າ ແມ່ນວຽກງານການກະກຽມ ຄວາມພ້ອມດ້ານຕ່າງໆ ກ່ອນເກີດ ໄພພິບັດ, ວຽກງານຊ່ວຍເຫລືອ ບັນເທົາທຸກ ໃນເວລາເກີດໄພພິບັດ (ການຊ່ວຍເຫລືອສຸກເສີນ ດ້ານ ທຶນ, ວັດຖຸ ແລະ ຄົນ), ການຮ່ວມມື ສອງຝ່າຍໃນຂົງເຂດວຽກງານສົ່ງ ເສີມສຸຂະພາບຊຸມຊົນ ໂຄງການ ທີ່ນອນຢູ່ໃນແຜນການຮ່ວມມື ໄດ້ ແກ່ໂຄງການWASH ຢູ່ຫລວງນໍ້າ ທາ ແລະ ຫລວງພະບາງ (ທີ່ກຳລັງ ກະກຽມເອກະສານໂຄງການ), ປຶກສາຫາລືການຮ່ວມມືໃນຂົງເຂດ ວຽກງານອື່ນໆ, ການສ້າງອາສາ ສະໝັກກາແດງ, ການຂົນຂວາຍ ແຫລ່ງທຶນ, ການພັດທະນາອົງ ການ, ການຫັນປ່ຽນເປັນດີຈິຕອນ, ການພົວພັນຮ່ວມມືສາກົນ, ການ ຮ່ວມມືກັບສະຖານທູດສິງກະໂປ ປະຈຳ ລາວ ແລະ ວຽກງານອື່ນໆ ຂໍ້ມູນ: ໜັງສືພິມປະຊາຊົນ ທ່ານ ບົວຄົງ ນາມມະວົງ ວ່າການສໍານັກງານນາຍົກລັດຖະ ມົນຕີ ກໍໄດ້ໃຫ້ສໍາພາດວ່າ: ບັນຫາ ການຂັດແຍ່ງໃນພາກພື້ນຕາເວັນ ອອກກາງ ໄດ້ສົ່ງຜົນກະທົບໃນທົ່ວ ໂລກ, ລວມທັງ ສປປ ລາວ ແມ່ນ ໄດ້ຮັບຜົນກະທົບກ່ຽວກັບບັນຫາ ນ້ຳມັນເຊື້ອໄຟ ສົ່ງຜົນກະທົບຕໍ່ຊີວິດ ການເປັນຢູ່ຂອງປະຊາຊົນລາວໃນ ຂອບເຂດທົ່ວປະເທດ. ຕໍ່ກັບບັນຫາ ດັ່ງກ່າວ, ພັກ ແລະ ລັດຖະບານ ໄດ້ ຮີບຮ້ອນແກ້ໄຂ, ຄົ້ນຄວ້າ, ປຶກສາ ຫາລືກັບຫລາຍພາກສ່ວນທີ່ກ່ຽວ ຂ້ອງ ໂດຍສະເພາະໄດ້ຄົ້ນຄວ້າ ແລະ ວາງນະໂຍບາຍຕ່າງໆ ເປັນ ຕົ້ນຫລຸດອາກອນຊົມໃຊ້, ນຳໃຊ້ ບ້ວງເງິນກອງທຶນນ້ຳມັນຈຳນວນ ໜຶ່ງ ເພື່ອໄປດັດສົມລາຄານ້ຳມັນບໍ່ ໃຫ້ສູງຂຶ້ນຫລາຍ, ຊອກຫາແຫລ່ງ ຊື້ນໍ້າມັນຈາກຫລາຍປະເທດ ເປັນ ຕົ້ນ ປະເທດໄທ, ສປ ຈີນ ແລະ ສສ ຫວຽດນາມ. ພ້ອມນີ້, ກໍໄດ້ແຕ່ງຕັ້ງ ຄະນະສະເພາະກິດ ໃນການແກ້ໄຂ ບັນຫານ້ຳມັນ, ອອກຄຳສັ່ງເລກທີ 40/ນຍ ວ່າດ້ວຍການເພີ່ມທະວີ ແກ້ໄຂບັນຫາຜົນກະທົບຈາກລາຄາ ນ້ຳມັນເຊື້ອໄຟ, ໄດ້ຄົ້ນຄວ້ານະໂຍ ບາຍດ້ານການບໍລິຫານວຽກງານ ໂດຍການຜັດປ່ຽນກັນປະຈຳການ ແລະ ເຮັດວຽກທາງໄກຜ່ານລະບົບ ອອນລາຍ, ການກຳນົດນະໂຍບາຍ ສ້າງເສດຖະກິດ, ປັບປຸງຊີວິດການ ເປັນຢູ່ ແລະ ອື່ນໆ ຂ່າວ-ພາບ: ກິດຕາ ລາວ-ອົດສະຕຣາລີ...ົີ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍການສະ ໜັບສະໜູນຈາກລັດຖະບານອົດ ສະຕຣາລີ ຜ່ານແຜນງານການ ປັບປຸງຄຸນນະພາບ ແລະ ຂະຫຍາຍ ໂອກາດເຂົ້າຮຽນສຳລັບການສຶກ ສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ເປີດກອງປະ ຊຸມຂຽນບົດວິດີໂອສຳລັບການພັດ ທະນາຄູ ຕອນໃໝ່ ທີ່ສ້າງຂຶ້ນມາ ເພື່ອຊ່ວຍໃຫ້ຄູ ສາມາດລະບຸຄວາມ ຕ້ອງການການຮຽນຮູ້ຂອງນັກ ຮຽນ ແລະ ປັບປຸງການສອນຂອງ ເຂົາເຈົ້າ ເພື່ອຮັບປະກັນວ່າ ເດັກທຸກ ຄົນສາມາດພັດທະນາດ້ານການ ຮຽນໄດ້. ວິດີໂອດັ່ງກ່າວ ຈະປະ ກອບເສີມກັບຊຸດອຸປະກອນຊ່ວຍ ເຫລືອຄູ ສະບັບໃໝ່ ທີ 14 “ການ ຊ່ວຍເຫລືອນັກຮຽນພິການໃນ ຫ້ອງຮຽນ” ໂດຍມີວິຊາການຈາກ ສະຖາບັນຄົ້ນຄວ້າວິທະຍາສາດ ການສຶກສາ (ສວສ), ຄູຝຶກຈາກ ວິທະຍາໄລຄູ (ວຄ), ວິຊາການ ຈາກກົມສ້າງຄູ, ວິຊາການຈາກ ສູນສົ່ງເສີມການສຶກສາຮຽນຮ່ວມ ທ່ານ ນາງ ມະໂນລີ ດົງວັນ ຮອງຜູ້ອຳນວຍການສະຖາບັນຄົ້ນ ຄວ້າວິທະຍາສາດການສຶກສາ ໄດ້ ກ່າວວ່າ: ເດັກທຸກຄົນມີສິດທີ່ຈະໄດ້ ຮັບການສຶກສາ, ບໍ່ວ່າເຂົາເຈົ້າຈະ ມີຄວາມສາມາດລະດັບໃດກໍຕາມ, ແຕ່ຖ້າການສອນບໍ່ໄດ້ຮັບການດັດ ປັບ, ເດັກທີ່ພິການ ອາດຈະບໍ່ໄດ້ໄປ ໂຮງຮຽນ ຫລື ອາດຈະອອກຈາກ ໂຮງຮຽນ. ໃນ ສປປ ລາວ, ຄູສ່ວນ ຫລາຍຍັງບໍ່ຮູ້ວິທີການປະຕິບັດ ເພື່ອຮັບຮູ້ຄວາມຕ້ອງການໃນ ການຮຽນລາຍບຸກຄົນ ຫລື ວິທີ ການດັດປັບ ການສອນຂອງເຂົາ ເຈົ້າໃຫ້ເໝາະສົມ. ເພື່ອແກ້ໄຂສິ່ງ ທ້າທາຍນີ້ ແລະ ຮັບປະກັນວ່າເດັກ ທຸກຄົນຈະມີໂອກາດດ້ານການ ຮຽນ ກະຊວງສຶກສາທິການ ແລະ ກິລາ ຂອງ ສປປ ລາວ ໂດຍໄດ້ ຮັບການສະໜັບສະໜູນຈາກລັດ ຖະບານອົດສະຕຣາລີ, ໄດ້ສ້າງຊຸດ ອຸປະກອນຊ່ວຍເຫລືອຄູ ສະບັບ ໃໝ່ ເພື່ອແນະນຳວິທີຊ່ວຍເຫລືອ ນັກຮຽນພິການ. ຊຸດອຸປະກອນຊ່ວຍ ເຫລືອຄູ ສະບັບທີ 14 ແນະນຳ ວິທີການທີ່ປະຕິບັດໄດ້ງ່າຍ ແລະ ນຳໃຊ້ໄດ້ຈິງ ເພື່ອຮັບປະກັນວ່ານັກ ຮຽນທີ່ມີຄວາມບົກຜ່ອງທາງການ ໄດ້ຍິນ, ຄວາມບົກຜ່ອງທາງດ້ານ ສາຍຕາ, ຄວາມບົກຜ່ອງທາງການ ເຄື່ອນໄຫວ ແລະ ຄວາມບົກຜ່ອງໃນ ການຮຽນຮູ້ ຈະສາມາດມີສ່ວນ ຮ່ວມຢ່າງເຕັມສ່ວນໃນການຮຽນ. ສວສ ປັດຈຸບັນ, ຈະນຳພາການຜະ ລິດວິດີໂອ ປະກອບເພື່ອເສີມໃຫ້ແກ່ ຊຸດອຸປະກອນຊ່ວຍເຫລືອຄູ. ທ່ານ ໄມໂຄ ຄາຣີ ເລຂາເອກ ສະຖານທູດອົດສະຕຣາລີ ໄດ້ກ່າວ ວ່າ: ເດັກນ້ອຍຫລາຍຄົນໃນລາວ ມີຄວາມຕ້ອງການໃຫ້ຊ່ວຍດ້ານ ການຮຽນຮູ້ ທີ່ຍັງບໍ່ສາມາດລະບຸ ໄດ້ວ່າດ້ານໃດ ຊຶ່ງອາດກ່ຽວກັບ ການໄດ້ຍິນ, ການເບິ່ງເຫັນ, ການ ເຄື່ອນໄຫວ ແລະ ການຮຽນຮູ້, ສິ່ງ ເຫລົ່ານີ້ ຈຳກັດເຂົາເຈົ້າໃນການ ເຂົ້າຮ່ວມກິດຈະກຳໃນການຮຽນ ຂອງເຂົາເຈົ້າ. ລັດຖະບານອົດສະ ຕຣາລີ ມີຄວາມພູມໃຈທີ່ໄດ້ຮ່ວມ ມືຢ່າງໃກ້ຊິດກັບກະຊວງສຶກສາ ທິການ ແລະ ກິລາ ເພື່ອຊ່ວຍໃຫ້ຄູ ມີເຄື່ອງມືທີ່ຊັດເຈນ ແລະ ໃຊ້ໄດ້ຈິງ ເພື່ອຮັບຮູ້ຄວາມຕ້ອງການຂອງນັກ ຮຽນ ແລະ ປະຕິບັດຂັ້ນຕອນການ ຕ່າງໆ ເພື່ອຊ່ວຍໃຫ້ນັກຮຽນທຸກຄົນ ປະສົບຜົນສຳເລັດໃນການຮຽນ. ຊຸດອຸປະກອນຊ່ວຍເຫລືອຄູ ສະບັບທີ 14 ແມ່ນເຄື່ອງມືປະເມີນ ພຶດຕິກຳຂອງເດັກສຳລັບຄູ ຊຶ່ງ ເປັນແບບຟອມທີ່ນຳໃຊ້ໄດ້ງ່າຍ ທີ່ ຈະຊ່ວຍໃຫ້ຄູສາມາດລະບຸຄວາມ ຫຍຸ້ງຍາກໃນການຮຽນຂອງເດັກ ທີ່ອາດເກີດຂຶ້ນ ຍ້ອນສະມາທິ, ການສື່ສານ, ຄວາມຈື່ຈຳ, ການ ເຄື່ອນໄຫວ, ສາຍຕາ ຫລື ການໄດ້ ຍິນ. ວິດີໂອຕອນໃໝ່ນີ້, ຈະເນັ້ນໃຫ້ ເຫັນພຶດຕິກຳໃນຫ້ອງຮຽນຂອງ ນັກຮຽນ ທີ່ຄູສາມາດສັງເກດເຫັນ ໄດ້ ທີ່ຈະຊີ້ໃຫ້ເຫັນວ່ານັກຮຽນ ອາດຈະມີຄວາມບົກຜ່ອງໃນດ້ານ ໃດໜຶ່ງ ແລະ ໃຫ້ແນະນຳແກ່ຄູ ກ່ຽວກັບວິທີການຕື່ມແບບຟອມ ປະເມີນພຶດຕິກຳຂອງເດັກສຳລັບຄູ ໃຫ້ສຳເລັດໄດ້ຢ່າງຖືກຕ້ອງ. ຂ່າວ: ສົມຫວັງ ຂປລ. ພະແນກຄວບຄຸມມົນລະ ພິດ, ກົມສິ່ງແວດລ້ອມ, ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ຈັດ ກອງປະຊຸມປຶກສາຫາລືແຫ່ງຊາດ ຄັ້ງທີ II ກ່ຽວກັບນະໂຍບາຍຂອບ ການລົງທຶນເພື່ອວຽກງານຫລຸດ ຜ່ອນມົນລະພິດໝອກຄວັນ ຜັນຂະ ຫຍາຍຈາກຂອບການລົງທຶນອາ ຊຽນເພື່ອສ້າງເປັນບຸລິມະສິດກອບ ການລົງທຶນຂອງ ສປປ ລາວ ໃນ ວັນທີ 17 ມີນາ 2026 ຢູ່ນະຄອນ ຫລວງວຽງຈັນ ພາຍໃຕ້ການເປັນ ປະທານຮ່ວມຂອງ ທ່ານ ອາລຸນ ໄຊຍະວົງ ຮອງຫົວໜ້າກົມສິ່ງແວດ ລ້ອມ, ທ່ານ Cashel Gleeson ຮອງເອກອັກຄະລະຖະທູດ ອັງກິດ ປະຈໍາ ສປປ ລາວ, ທ່ານ Faizal Parish ຜູ້ອໍານວຍການສູນສິ່ງ ແລະ ທີມງານສື່ສານແຜນງານບີ ຄວາ ເຂົ້າຮ່ວມ. ແວດລ້ອມໂລກ ສຳນັກງານປະເທດ ມາເລເຊຍ, ມີຜູ້ຕາງໜ້າຈາກກະ ຊວງການເງິນ, ທະນາຄານແຫ່ງ ສປປ ລາວ, ມະຫາວິທະຍາໄລແຫ່ງ ຊາດ, ອົງການຈັດຕັ້ງສາກົນ, ພະ ແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງອັດຕະປື, ຈໍາປາສັກ, ສະ ຫວັນນະເຂດ, ເຊກອງ ແລະ ແຂວງ ຄໍາມ່ວນ ເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມ ເພື່ອ ຢັ້ງຢືນຂໍ້ມູນ ແລະ ປຶກສາຫາລື ກ່ຽວກັບວຽກງານໂຄງການ ແລະ ແຜນງານທີ່ເປັນບຸລິມະສິດຂອງ ສປປ ລາວ ໃນການຫລຸດຜ່ອນ ບັນຫາມົນລະພິດໝອກຄວັນ ທີ່ມີ ແຫລ່ງກໍາເນີດປ່ອຍມົນລະພິດຈາກ ການຜະລິດກະສິກໍາ, ເປົ້າໝາຍ ນະໂຍບາຍຂອບການລົງທຶນເພື່ອ ວຽກງານຫລຸດຜ່ອນມົນລະພິດ ໝອກຄວັນແມ່ນຈະຖືກຮັບຮອງ ໂດຍຂັ້ນການນໍາຂອງກະຊວງ ກະ ສິກໍາ ແລະ ສິ່ງແວດລ້ອມ. ກອງປະຊຸມປຶກສາຫາລືນີ້ ແມ່ນຈັດຂຶ້ນເປັນຄັ້ງທີສອງ ໂດຍ ໄດ້ສືບຕໍ່ຜັນຂະຫຍາຍໝາກຜົນ ຈາກກອງປະຊຸມປຶກສາຫາລືລະດັບ ຊາດຄັ້ງທີໜຶ່ງ ໃນເດືອນທັນວາ 2025 ທີ່ຜ່ານມາ, ນີ້ແມ່ນສ່ວນ ໜຶ່ງຂອງຂະບວນການທີ່ພວມຈັດ ຕັ້ງປະຕິບັດ ເພື່ອສະໜັບສະໜູນ ການພັດທະນາກອບການລົງທຶນ ແຫ່ງຊາດ (NIF) ດ້ານການຈັດ ການຄຸ້ມຄອງທີ່ດິນແບບຍືນຍົງ ໂດຍປາສະຈາກໝອກຄວັນ (AIFHFSLM) ຂອງ ສປປ ລາວ ໃຫ້ ສອດຄ່ອງກັບກອບການລົງທຶນ ຂອງອາຊຽນ. ຂໍ້ມູນ-ພາບ: ອາມຸດ ແສນທອນ ທ່ານ ເ ບັນຈາມິນ ວິນລຽມ ( B e n j a m i n W i l l i a m) ເລຂາທິການອົງການກາແດງ ສິງກະໂປ ພ້ອມດ້ວຍຄະນະ ໃນ ໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ. ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ສະແດງຄວາມຍິນດີ ຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາ ສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງ ທ່ານ ເບັນຈາມິນ ວິນລຽມ ແລະ ຄະນະ ຊຶ່ງເປັນການປະກອບສ່ວນ ສຳຄັນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ລາວ ແລະ ສິງກະໂປ ກໍຄື ການພົວພັນຮ່ວມມືຂອງ ສອງ ອົງການກາແດງແຫ່ງຊາດລາວ ແລະ ອົງການກາແດງສິງກະໂປ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ ແລະ ສືບຕໍ່ໃຫ້ການສະໜັບສະໜູນ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນ ດ້ານຕ່າງໆ ໂດຍສະເພາະໃນຂົງ ເຂດວຽກງານສົ່ງເສີມສຸຂະພາບ ຊຸມຊົນ, ການສ້າງອາສາສະໝັກ ກາແດງ, ການຂົນຂວາຍແຫລ່ງ ທຶນ, ການພັດທະນາອົງການ, ການ ຫັນປ່ຽນເປັນດີຈິຕອນ ແລະ ວຽກ ງານອື່ນໆ. ໃນໂອກາດດຽວກັນ, ທ່ານ ເບັນຈາມິນ ວິນລຽມ ກໍໄດ້ສະ ແດງຄວາມຂອບໃຈມາຍັງ ທ່ານ ສອນໄຊ ສີພັນດອນ ທີ່ໃຫ້ການ ຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງໄດ້ ລາຍງານເຖິງຜົນການດຳເນີນງານ ຂອງອົງການກາແດງສິງກະໂປ ໃນ ການຮ່ວມມືກັບພາກສ່ວນຕ່າງໆ ຂອງ ສປປ ລາວ ໃນໄລຍະຜ່ານມາ ແລະ ຖືໂອກາດນີ້, ລາຍງານຈຸດ ປະສົງຂອງການເດີນທາງມາຢ້ຽມ ຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້, ໃຫ້ທ່ານນາຍົກລັດຖະມົນຕີ ຮັບຊາບ. ນາຍົກລັດຖະມົນຕີ...ົັົີ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ
RkJQdWJsaXNoZXIy MTc3MTYxMQ==