7238

ການຕໍ່ສູ້ຍິ່ງດຸເດືອດຂຶ້ນສູ່ລະດັບ ສູງ, ທະຫານລ່າເມືອງຂຶ້ນແບບເກົ່າ ກໍຍິ່ງພະຍາຍາມຈະຜ່າຂ້າມແນວ ປ້ອງກັນເຂົ້າໄປໃຫ້ໄດ້ ຊຶ່ງພວກເຂົາ ໄດ້ໃຊ້ລົດລາດຕະເວນຕິດອາວຸດ, ລົດຫຸ້ມເກາະແລ່ນຕາມທາງເລກທີ 13 ບຸກເຂົ້າຕົວເມືອງ, ແຕ່ການບຸກ ໂຈມຕີຂອງທະຫານສັດຕູແຕ່ລະປີກ ລ້ວນແຕ່ຖືກກຳລັງທະຫານຂອງ ພວກເຮົາຕີຕ້ານ, ສະກັດກັ້ນຢ່າງ ເດັດດ່ຽວ ແລະ ອາດຫານ. ທະຫານ ສັດຕູປີກໜຶ່ງໄດ້ຕີເຂົ້າທາງທິດຕາ ເວັນອອກຂອງຕົວເມືອງ, ແຕ່ກໍ່ຖືກ ທະຫານພວກເຮົາທໍາລາຍຈໍາຕ້ອງ ຖອຍຄົນເພື່ອຈັດຕັ້ງກໍາລັງໂຈມຕີ ຄັ້ງໃໝ່. ສ່ວນທະຫານຂອງພວກ ເຮົາແມ່ນຍາດໂອກາດປົວແປງ ຂຸມຄອງປ່ອນໝັ້ນ. ຫລັງຈາກນັ້ນ, ສັດຕູກໍບຸກໂຈມຕີຄັ້ງໃໝ່, ຕີຢຶດເອົາ ຫ້ອງການຂົວທາງ, ທັງປິດລ້ອມ ທິດເໜືອເຂດເຮືອນ ເລວັນຢູ ຢ່າງ ແໜ້ນໜາ ແລະ ໃຊ້ລົດຫຸ້ມເກາະ ບຸກໂຈມຕີເບື້ອງທາງເລກທີ 12, ເມື່ອຮອດເຂດຫ້ອງການຂົວທາງ ທະຫານສັດຕູຖືກທະຫານເຮົາຕີ ສະກັດກັ້ນໄວ້ຢ່າງແຂງແຮງ, ຈຸ ລົດລາດຕະເວນຕິດອາວຸດກໍຈຳ ຕ້ອງໄດ້ຢຸດສະງັດເພາະບຸກເຂົ້າ ບໍ່ໄດ້, ສ່ວນທະຫານຫຸ່ນລາວ 1 ໝວດຢ້ານກົວຈຶ່ງລ່າຖອຍໄປເບື້ອງ ເສັ້ນທາງເລກທີ 12. ທະຫານສັດຕູ ທີ່ຢູ່ປີກສາຍທາງເລກທີ 13 ຈະບຸກ ເຂົ້າຕົວເມືອງກໍຖືກທະຫານເຮົາ ລັດຕີ, ຈຳຕ້ອງຢຸດຫ່າງຈາກເຂດ ປ້ອງກັນປະມານ 400 ແມັດ, ຈົນ ຮອດເວລາ 9 ໂມງ ພວກເຂົາຈຶ່ງ ຜ່ານເຂົ້າມາໄດ້, ແຕ່ມາຮອດ 4 ແຍກຕາເວັນຕົກຊ້ຳພັດຖືກກອງ ກຳລັງໄຟທະຫານພວກເຮົາສະກັດ ກັ້ນໄວ້. ປີກທະຫານສັດຕູຢູ່ທາງທິດ ໃຕ້ໄດ້ບຸກແຕ່ເມືອງເກົ່າຂຶ້ນມາຕາມ ແຄມແມ່ນ້ຳຂອງເຂົ້າຕົວເມືອງກໍ ຖືກທະຫານພວກເຮົາສະກັດກັ້ນໄວ້ ເຊ່ັນດຽວກັນ, ສັດຕູຈຳນວນໜຶ່ງ ທີ່ຖືກບາດເຈັບຕ້ອງນອນຢູ່ທີ່ນັ້ນ 10 ກວ່າຊົ່ວໂມງ. ພາຍຫລັງທີ່ໄດ້ ໃຊ້ກຳລັງປືນໃຫຍ່ຍິງທຳລາຍ 2 ຊົ່ວໂມງແລ້ວ, ປີກທະຫານສັດຕູທີ່ ຢູ່ທາງຕາເວັນອອກກໍບຸກເຂົ້າຕົວ ເມືອງໄດ້ 500 ກວ່າແມັດ. ພວກ ເຂົາໃຫ້ກອງຮ້ອຍຕີພິເສດຢຶດເອົາ ທິດເໜືອຂອງຕົວເມືອງແລ້ວຕິດຕໍ່ ພົວພັນກັບກອງຮ້ອຍທະຫານລ່າ ເມືອງຂຶ້ນຝຣັ່ງ ແລະ ທະຫານຫຸ່ນ ລາວຢູ່ຫີນບູນໃຫ້ມາຊ່ວຍ. ສ່ວນ 19/03/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ອ່ານຕໍ່ຈາກສະບັບກ່ອນ*** ່ າໍ່ ຈັ ບ່ ອ ບົດສະເໜີົີ s;o7n o,6 og-N v;a omu 21 ,u ok ;a oglpvq '7t c]t ;a oglp-u ;y fgrnj vxtgmf-kf s;o7n o,6 og-N vdkodegou fra dxt-k-q oxt8y ;a f]k; ໂດຍ: ຄະນະ ບກ ພວກທີ່ຢູ່ທິດໃຕ້ ພ້ອມກັບລົດລາດ ຕະເວນຕິດອາວຸດຈຳນວນໜຶ່ງ ບຸກເຂົ້າມໍ່ເຂດຕະຫລາດ, ພວກ ຢູ່ປີກທາງເລກທີ 13 ໄດ້ບຸກເຂົ້າ ໂຮງຮຽນປະຖົມຊາວຫວຽດນາມ ຕ່າງດ້າວ, ຢຶດເອົາເຮືອນແດງ ແລະ ເຂດວັດຄຸນພໍ່ ແຕ່ຖືກທຳລາຍໜັກ, ໜ່ວຍໜຶ່ງທີ່ລອດເຂົ້າໄປຖືກກອງ ທະຫານພວກເຮົາອ້ອມຕີດັບກ້ຽງ. ສັດຕູກອງຮ້ອຍໜຶ່ງຈາກຫີນບູນ ເຄື່ອນເຂົ້າມາສົມທົບຊ້ຳຖືກທະຫານ ເຮົາລັດຕີ, ຍິງນາຍຮ້ອຍໂທ ຣາເມີ ເສຍຊີວິດ ແລະ ທະຫານຈຳນວນ ໜຶ່ງຖືກບາດເຈັບ.ໃນເວລານັ້ນ ຢູ່ ກາງຕະຫລາດພະນັກງານ-ນັກຮົບ ຂອງພວກເຮົາ 20 ກວ່າຄົນ ໄດ້ໃຊ້ ປືນ ແລະ ປາຍກະບີ່ຕໍ່ສູ້ຕ້ານສັດຕູໂຕ ຕໍ່ໂຕຢ່າງກ້າຫານ, ໄດ້ຍິງຮ້ອຍເອກ ຊາດໄຊ ຕາຍຄາທີ່ ແລະ ຈຳນວນ ໜຶ່ງຕາຍຄາສະໜາມຮົບ. ຮອດ 17 ໂມງຂອງວັນ 21 ມີນາ 1946, ທະຫານປີກຕ່າງໆ ຂອງສັດຕູ ໄດ້ເຄື່ອນເຂົ້າມາຕົວ ເມືອງໝົດ ຊຶ່ງເຮັດໃຫ້ພວກເຮົາບໍ່ ສາມາດຮັກສາຕົວເມືອງທ່າແຂກ ໄວ້ໄດ້ເພາະ “ເຫລັກຫລາຍກວ່າ ຖ່ານ”, ທະຫານຂອງພວກເຮົາ ທັງ ຕ້ານ ແລະ ຖອຍໄປທາງແຄມແມ່ ນ້ຳຂອງພ້ອມກັບປະຊາຊົນໃຊ້ເຮືອ ພາຍ, ເຮືອຈັກ, ໄມ້ທ່ອນ ເພື່ອລອຍ ຂ້າມແມ່ນ້ຳຂອງໄປແຂວງນະຄອນ ພະນົມ ປະເທດໄທ. ພວກສັດຕູໄດ້ ໃຊ້ເຮືອບິນ, ປືນໃຫຍ່, ປືນກົນຈັກ ແລະ ປືນອື່ນໆ ຍິງໃສ່ປະຊາຊົນ ແລະ ທະຫານຂອງພວກເຮົາທີ່ພວມ ຂ້າມແມ່ນ້ຳຂອງຢ່າງໂຫດຮ້າຍ ສາມານທີ່ສຸດເຮັດໃຫ້ພະນັກງານນັກຮົບ ແລະ ປະຊາຊົນຖືກບາດ ເຈັບລົ້ມຕາຍຢ່າງຫລວງຫລາຍ; ເຮືອຈັກທີ່ປະທານ ສຸະພານຸວົງ ແລະ ພະນັກງານຈຳນວນໜຶ່ງໄດ້ ຖືກເຮືອບິນສັດຕູຍິ່ງຢູ່ກາງແມ່ນ້ຳ ຂອງ, ນັກຮົບປະຕິວັດລາວຜູ້ໜຶ່ງ ແລະ ຊາວຫວຽດນາມຕ່າງດ້າວ 2 ຄົນ ໄດ້ເອົາຮ່າງຄີງບັງລູກປືນໃຫ້ ປະທານ ສຸພານຸວົງ ນັ້ນ ຖືກເສຍຊີ ວິດທັນທີ. ທ້າວທອງລາຍ“ສາຍຍາ ນົກຮົບໜັງໜຽວ”. ຟ້າວລຸກຂຶ້ນຢືນ ກົງໂກະກວມບັງປະທານ ສຸພານຸວົງ ເອົາໄວ້, ໃນຂະນະດຽວກັນເຄື່ອງ ຈັກເຮືອເພນັກຮົບທີ່ເຫລືອ 2 ຄົນ ຟ້າວໂຕນລົງນ້ຳລອຍຊວ້ານຊູ ເອົາເຮືອໄປເຖິງຝັ່ງໄທ, ປະທານ ສຸພານຸວົງ ຖືກບາດເຈັບສາຫັດ ແລະ ໄດ້ນຳເອົາເພິ່ນໄປປິ່ນໄປຢູ່ໂຮງໝໍ ປະເທດໄທ. ພາຍຫລັງພວກລ່າເມືອງຂຶ້ນ ແບບເກົ່າ ແລະ ລູກແຫລ້ງຕີນມື ຂອງພວກເຂົາຢຶດຄອງຕົວເມືອງ ທ່າແຂກໄດ້ແລ້ວ, ພວກເຂົາໄດ້ ສ້າງໂທດກຳທີ່ບໍ່ມີວັນຈະລືມໄດ້ ໃຫ້ປະຊາຊົນລາວ ໂດຍພວກເຂົາ ໄດ້ເຂັ່ນຂ້າປະຊາຊົນລາວ ແລະ ຊາວຫວຽດນາມຕ່າງດ້າວຜູ້ບໍລິສຸດ ດ້ວຍວິທີທີ່ໂຫດຫ້ຽມ, ເຂັ່ນຂ້າແມ່ ມານດ້ວຍການເອົາກະບີ່ແທງທ້ອງ, ຈັບເອົາເດັກນ້ອຍຍັດໃສ່ກະເປົາ ປ່ານມັດປາກ ແລ້ວຖິ້ມລົງນ້ຳຂອງ ແລະ ໃສ່ຄົກມອງຕຳຈົນຕາຍ, ເອົາ ປືນຍິງກວາດໃສ່ຝູງຄົນແລ້ວໂຍນ ລົງນ້ຳຂອງ ຊຶ່ງເຮັດໃຫ້ນ້ຳຂອງ ເວລານັ້ນເຕັມໄປດ້ວຍເລືອດ ແລະ ຊາກສົບ. ປະຊາຊົນຜູ້ບໍລິສຸດ ລວມ ທັງແມ່ຍິງ ແລະ ເດັກນ້ອຍ ຈຳນວນ 3.000 ກວ່າຄົນ ຖືກຂ້າຕາຍ, ເຮືອນຊານບ້ານຊ່ອງ ແລະ ພື້ນຖານ ໂຄງລ່າງຖືກທຳລາຍເປັນຈຳນວນ ຫລວງຫລາຍ, ຄອບຄົວ, ຜົວ-ເມຍ, ພໍ່, ແມ່, ລູກ ຖືກພັດພາກຈາກກັນ, ລູກກາຍເປັນກໍ່າພ້າ-ກໍ່າພອຍ. ເພື່ອເປັນການລະນຶກວັນຄຽດ ແຄ້ນວັນທີ 21 ມີນາ 1946 ນັ້ນ, ກໍໄດ້ດຳເນີນການລະນຶກດ້ວຍ ຫລາຍຮູບການເຊັ່ນ: ໂຮມຊຸມນຸມ, ປາຖະກະຖາ, ວາງພວງມາລາຢູ່ ສຸສານແຫ່ງຊາດ ແລະ ອະນຸສາວະລີ ນັກຮົບນິລະນາມແຫ່ງຕ່າງໆ. ສູນ ເສຍອົງຄະ, ໂຄສະນາສຶກສາອົບ ຮົມຜ່ານສື່ຕ່າງໆ. ພ້ອມນີ້, ພວກ ເຮົາຄວນຈົດຈຳ ແລະ ຮັບຮູ້ເຂົ້າໃຈ ຄວາມໝາຍສຳຄັນຂອງບັ້ນຮົບ ປ້ອງກັນຕົວເມືອງທ່າແຂກ ຊຶ່ງ ບັ້ນຮົບດັ່ງກ່າວ ແມ່ນໜຶ່ງໃນບັ້ນ ຮົບຕໍ່ສູ້ທີ່ສຳຄັນທີ່ສຸດໃນລາວ ຊຶ່ງ ບໍ່ພຽງແຕ່ເປັນ “ວັນຄຽດແຄ້ນ” ຂອງປະຊາຊົນລາວ ຕໍ່ພວກລ່າ ເມືອງຂຶ້ນແບບເກົ່າຜູ້ຮຸກຮານເທົ່າ ນັ້ນ, ແຕ່ຫາກຍັງເປັນວັນສາມັກຄີ ຕໍ່ສູ້ດ້ວຍເລືອດເນື້ອເປັນຕາຍນຳ ກັນລະຫວ່າງສອງຊາດ ລາວຫວຽດນາມອ້າຍນ້ອງທີ່ເປັນແວ່ນ ແຍງອັນເຫລື້ອມໃສຂອງນ້ຳໃຈສູ້ ຮົບຢ່າງພິລະອາດຫານບໍ່ຍອມ ຈຳນົນຂອງກອງທັບ ແລະ ປະຊາ ຊົນເມືອງທ່າແຂກ ກໍຄື ການບັນຊາ ທີ່ເດັດດ່ຽວໜຽວແໜ້ນຂອງຄະນະ ກອງບັນຊາການກຳລັງປະກອບ ອາວຸດຂອງພວກເຮົາ ໂດຍແມ່ນ ປະທານ ສຸພານຸວົງ ເປັນຜູ້ນຳໜ້າ, ມັນໄດ້ຝັງເລິກໃນດວງໃຈຂອງປະ ຊາຊົນລາວ ແລະ ຫວຽດນາມຕ່າງ ດ້າວທີ່ຮັກຊາດຈົນຊົ່ວກາລະນານ. ພາບປະກອບ ພາບປະກອບ ຂປລ. ຊາດລາວເປັນຊາດໜຶ່ງ ທີ່ມີປະຫວັດແຫ່ງການກຳເນີດ, ຄົງ ຕົວ ແລະ ຂະຫຍາຍຕົວຍາວນານ ມາຫລາຍພັນປີ, ມີປະຫວັດສາດ ອັນເກົ່າແກ່, ມີມູນເຊື້ອທີ່ສະຫງ່າ ອົງອາດ ແລະ ຈົບງາມມາແຕ່ ບູຮານນະການ ໂດຍສະເພາະ ແມ່ນມູນເຊື້ອດຸໝັ່ນໃນການອອກ ແຮງງານ, ມູນເຊື້ອສາມັກຄີຮັກ ປອງດອງ, ມູນເຊື້ອຮັກເຊື້ອແພງ ຊາດ, ມູນເຊື້ອວັດທະນະທຳທີ່ເປັນ ເອກະລັກອັນດີງາມ ແລະ ອັນພົ້ນ ເດັ່ນກວ່າໝູ່ແມ່ນມູນເຊື້ອແຫ່ງການ ຕໍ່ສູ້ບໍ່ຍອມຈຳນົນຕ້ານການຮຸນຮານ ຂອງສັດຕູຢ່າງເດັດດ່ຽວໜຽວແໜ້ນ ຂອງບັນດາບັນພະບູລຸດລາວເຮົາໃນ ການທ້ອນໂຮມ, ປົກປັກຮັກສາ ແລະ ສ້າງສາປະເທດຊາດ ເພື່ອຄວາມ ຢູ່ເຢັນເປັນສຸກຂອງປະຊາຊົນລາວ ບັນດາເຜົ່າໃນແຕ່ລະຍຸກ ແຕ່ລະ ສະໄໝສືບທອດກັນມາຈົນເຖິງທຸກ ວັນນີ້. ໃນທ້າຍສະຕະວັດທີ XIX 3 ປະເທດອິນດູຈີນ ໄດ້ຖືກພວກລ່າ ເມືອງຂຶ້ນເຂົ້າມາຮຸກຮານ, ປະຊາ ຊົນອິນດູຈີນຖືກກົດຂີ່ຂູດຮີດຢ່າງ ແສນສາຫັດ. ດັ່ງນັ້ນ ສາມປະເທດ ອິນດູຈີນ ຈຶ່ງໄດ້ຕໍ່ສູ້ຢ່າງພິລະອາດ (ເນື່ອງໃນໂອກາດວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ ວັນທີ 22 ມີນາ 1955-22 ມີນາ 2026)ື່ັ້ັ້ັົິັົີັີີີ ຫານ, ເດັດຂາດບໍ່ຍອມເປັນຂ້ອຍ ຂ້າ, ບໍ່ຍອມເສຍບ້ານເມືອງ, ແຕ່ ລະປະເທດໄດ້ພ້ອມກັນຕໍ່ສູ້ຢ່າງທໍລະ ຫົດອົດທົນ. ຢູ່ປະເທດລາວເຮົາກໍມີ ຫລາຍຂະບວນການຕໍ່ສູ້ນັບແຕ່ນ້ອຍ ຫາໃຫຍ່ ແລະ ບາງຂະບວນການກໍ ຍືດເຍື້ອຍາວນານຫລາຍປີ, ແຕ່ລະ ຂະບວນການເຫລົ່ານັ້ນລ້ວນແຕ່ ຖືກປາບປາມຍ້ອນຫລາຍສາເຫດ ນັບທັງສະພາບແວດລ້ອມບໍ່ເອື້ອ ອຳນວຍ. ປີ 1930 ກອງປະຊຸມໃຫຍ່ ຜູ້ແທນຈາກບັນດາພັກກອມມູນິດ ໄດ້ໄຂຂຶ້ນຢູ່ທີ່ຈິວລົງ (ຮົງກາລີ) ພາຍໃຕ້ການເປັນປະທານຂອງທ່ານ ຫງວຽນອາຍກວັກ, ກອງປະຊຸມ ໄດ້ຜ່ານບົດລາຍງານການເມືອງ, ແນວທາງຍຸດທະສາດ ແລະ ຍຸດໂທ ບາຍຂອງພັກ, ກົດລະບຽບພັກ ແລະ ມະຕິອື່ນໆ. ກອງປະຊຸມໄດ້ອັດລົງ ໃນວັນທີ 7 ກຸມພາປີ 1930 ດ້ວຍ ຜົນສຳເລັດອັນສະຫງ່າງາມ. ນັບ ແຕ່ນັ້ນເປັນຕົ້ນມາຂະບວນການ ປະຕິວັດໃນອິນດູຈີນ ໄດ້ຂະຫຍາຍ ຕົວຢ່າງແຮງແຂງ. ນັບແຕ່ພັກ ກອມມູນິດອິນດູຈີນໄດ້ສ້າງຕັ້ງ ຂຶ້ນ, ພັກກອມມູນິດອິນດູຈີນ ໄດ້ ວາງແນວທາງຍຸດທະສາດ, ຍຸດໂທ ບາຍການປະຕິວັດອິນດູຈີນອອກ ຢ່າງສອດຄ່ອງ ແລະ ນໍາພາການ ປະຕິວັດຢູ່ອິນດູຈີນຕໍ່ສູ້ຕ້ານການ ຮຸກຮານຂອງພວກລ່າເມືອງຂຶ້ນ ແລະ ຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ ຈາກໄຊຊະນະນີ້ໄປສູ່ໄຊຊະນະໃໝ່ ຢ່າງບໍ່ຢຸດຢັ້ງ ໂດຍພາຍໃຕ້ການນໍາ ພາຂອງພັກກອມມູນິດອິນດູຈີນ, ການປະຕິວັດຂອງປະເທດເຮົາກໍ ໄດ້ກໍ່ຕັ້ງເຕີບໃຫຍ່ຂະຫຍາຍຕົວຢ່າງ ບໍ່ຢຸດຢັ້ງອັນເປັນເງື່ອນໄຂສໍາຄັນ ໃຫ້ແກ່ການສ້າງຕັ້ງພັກມາກຊິດຢູ່ ປະເທດເຮົາໃນໄລຍະຕໍ່ມາ. ໃນຕົ້ນ ເດືອນຕຸລາ ປີ 1930 ກອງປະຊຸມ ສູນກາງພັກຄັ້ງທີໜຶ່ງ ໄດ້ໄຂຂຶ້ນ ເພື່ອສັງເກດຕີລາຄາສະພາບການ ແລະ ວາງທິດທາງການຕໍ່ສູ້ປະຕິວັດ ໃນໄລຍະໃໝ່. ມາເຖິງປີ 1934, ອົງຄະນະພັກແຄວ້ນລາວໄດ້ສ້າງ ຕັ້ງຂຶ້ນ ຊຶ່ງເປັນບາດກ້າວທໍາອິດ ແຫ່ງການປັບປຸງຂະຫຍາຍການ ຈັດຕັ້ງພັກ ແລະ ອົງການຈັດຕັ້ງ ມະຫາຊົນ. ຈາກນັ້ນອົງຄະນະພັກ ແຄວ້ນລາວໄດ້ຍູ້ແຮງການປຸກ ລະດົມຂົນຂວາຍກໍາລັງປະຕິວັດ ໂດຍຖືເອົາຊາວໄຮ່ນາ ແລະ ຊັ້ນຄົນ ຕ່າງໆຢູ່ເຂດຊົນນະບົດ ແລະ ບໍລິ ເວນຊົນເຜົ່າເປັນກໍາລັງພື້ນຖານ ຂອງການປະຕິວັດ. ກໍາລັງການ ປະຕິວັດໄດ້ຂະຫຍາຍຕົວແຕ່ໜ້ອຍ ຫາຫລາຍ, ການຕໍ່ສູ້ໄດ້ເກີດຂຶ້ນ ແຕ່ຕໍ່າຫາສູງໃນທົ່ວປະເທດຈົນສາ ມາດຍຶດອໍານາດ 23 ສິງຫາ1945 ແລະ ກ້າວໄປສູ່ປະກາດເອກະລາດ ອັນເປັນປະຫວັດສາດຂອງຊາດ ລາວ ໃນວັນທີ 12 ຕຸລາ 1945. ຕໍ່ຈາກນັ້ນບໍ່ເທົ່າໃດປີກ່ໍໄດ້ສ້າງຕັ້ງ ກອງທັບປະຊາຊົນລາວຂ້ຶນໃນວັນທີ 20 ມັງກອນ 1949 ແລະ ສ້າງຕັ້ງ ແນວລາວອິດສະລະຂຶ້ນໃນ ວັນທີ 13 ສິງຫາ 1950. ນັບແຕ່ນັ້ນມາ, ການຈັດຕັ້ງແນວລາວອິດສະລະໄດ້ ກາຍເປັນຄັນທຸງສໍາຄັນເຕົ້າໂຮມ, ດຶງດູດເອົາທຸກຊັ້ນຄົນເຂົ້າຮ່ວມການ ປະຕິວັດໄດ້ຢ່າງກວ້າງຂວາງ ແລະ ແຂງແຮງ. ປີ 1951 ກອງປະຊຸມ ໃຫຍ່ ຄັ້ງທີ II ຂອງພັກກອມມູນິດ ອິນດູຈີນ ໄດ້ມີມະຕິຕົກລົງໃຫ້ແຕ່ລະ ປະເທດສ້າງຕັ້ງພັກເອກະລາດຂອງ ຕົນຂຶ້ນບົນພື້ນຖານນັ້ນ, ບັນດາ ສະຫາຍສະມາຊິກພັກກອມມູນິດ ອິນດູຈີນ ທີ່ເປັນຄົນລາວກໍ່ໄດ້ຈັດຕັ້ງ “ຄະນະກໍາມະການປະຊາຊົນລາວ” ຂຶ້ນ ເພ່ືອສືບຕ່ໍນໍາພາການປະຕິວັດ ຢູ່ລາວ ແລະ ກະກຽມຄວາມພ້ອມ ດ້ານຕ່າງໆເປັນເວລາ 4 ປີ ຈຶ່ງສາ ມາດດໍາເນີນກອງປະຊຸມໃຫຍ່ຄັ້ງ ທໍາອິດ ( ຄັ້ງທີ I) ຂອງຕົນຂຶ້ນໃນ ວັນທີ 22 ມີນາ 1955 ຢູ່ບ້ານນາ ແມວ ເມືອງວຽງໄຊ ແຂວງຫົວ ພັນ ຊ່ຶງເປັນເຂດທ່ີໝ້ັນຂອງການ ປະຕິວັດໃນເວລານັ້ນ ແລະ ໄດ້ເອ້ີນ ວ່າ: “ພັກປະຊາຊົນລາວ” ໂດຍ ແມ່ນປະທານ ໄກສອນ ພົມວິຫານ ເປັນເລຂາທິການໃຫຍ່ຂອງພັກ ປະຊາຊົນລາວ. ສັງລວມແລ້ວການສ້າງຕັ້ງພັກ ປະຊາຊົນລາວໃນວັນທີ 22 ມີນາ 1955 ແມ່ນຄວາມຈໍາເປັນພາວະ ວິໄສ ເພື່ອໃຫ້ມີການຈັດຕັ້ງຂອງ ພັກປະຕິວັດເປັນຜູ້ນໍາພາຢ່າງລວມ ສູນ-ເປັນເອກະພາບຕໍ່ຂະບວນການ ປະຕິວັດຂອງປະຊາຊົນລາວ ທີ່ພວມ ຟົດເດືອດ ແລະ ແຜ່ຂະຫຍາຍຢ່າງ ກວ້າງຂວາງໃນທົ່ວປະເທດໃນ ເວລານັ້ນ. ບົນພື້ນຖານການກໍາເນີດເກີດ ຂຶ້ນຂອງພັກປະຊາຊົນ ປະຕິວັດລາວ ຄືດັ່ງກ່າວມານັ້ນ ໄດ້ສະທ້ອນໃຫ້ ເຫັນວ່າ ພັກປະຊາຊົນປະຕິວັດລາວ ແມ່ນພັກປະຕິວັດຂອງປະຊາຊົນ ທີ່ມາຈາກປະຊາຊົນ ແລະ ເພື່ອ ປະຊາຊົນ, ເປັນພັກ ຖືເອົາຫລັກ ມູນພື້ນຖານຂອງລັດທິມາກ-ເລນິນ ແລະ ຕໍ່ມາໄດ້ເພີ່ມແນວຄິດ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມ ຂອງພັກ ເປັນພື້ນຖານແຫ່ງແນວ ຄິດ-ທິດສະດີຂອງພັກເຮົາ.

RkJQdWJsaXNoZXIy MTc3MTYxMQ==