@ 0j k; c]t gsfdko j 19/03/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ທ່ານ ໄຊສົມພອນ ພົມວິຫານ ພະບາດສົມເດັດ...ົັ ສະຫລຸບຖອດຖອນ...ຸ ສົ່ງເສີມສຸຂະພາບ...ົ່ີຸ ປະທານສະພາແຫ່ງຊາດ...່ ສະຫາຍ ໂພໄຊ ໄຊຍະສອນ ພັນລະຍາ ແລະ ຄະນະຜູ້ແທນທີ່ ກ່ຽວຂ້ອງຂອງທັງສອງຝ່າຍ. ໃນໂອກາດດັ່ງກ່າວ, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດ ລ້ອມ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ຂຶ້ນກ່າວລາຍງານ ໂດຍຫຍໍ້ ກ່ຽວກັບປະຫວັດຄວາມ ເປັນມາ ແລະ ຜົນສຳເລັດທີ່ພົ້ນເດັ່ນ ຂອງສູນພັດທະນາ ແລະ ບໍລິການ ດ້ານການກະເສດຫ້ວຍຊອນ-ຫ້ວຍ ຊົ້ວ ຊຶ່ງໄດ້ສ້າງຕັ້ງຂຶ້ນຢ່າງເປັນ ທາງການ ໃນວັນທີ 8 ເມສາ 1994 ໃນໂອກາດພະບາດສົມເດັດ ພຣະ ມະຫາພູມິພົນ ອະດຸນຍະເດດມະຫາ ຣາດ ບໍຣົມມະນາດບໍພິດ ສະເດັດ ມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ເປັນຄັ້ງທໍາອິດ. ຕະຫລອດ ໄລຍະ 32 ປີຜ່ານມາ, ສູນດັ່ງ ກ່າວເປັນສູນພັດທະນາກະສິກໍາຄົບ ວົງຈອນ ຊຶ່ງເປັນໂຄງການພະລາ ຊະດຳລິ ທີ່ໄດ້ຮັບຜົນສໍາເລັດຫລາຍ ດ້ານ ເຊັ່ນ: ການກໍ່ສ້າງອ່າງເກັບ ນໍ້າຫ້ວຍຊອນ ກໍຄື ໂຄງການພະ ລາດຊະດຳລິ ໄດ້ສ້າງພື້ນຖານໂຄງ ລ່າງອ່າງເກັບນໍ້າຫ້ວຍຊອນ ຊຶ່ງ ສາມາດເກັບນໍ້າໄດ້ປະມານ 2 ລ້ານ ກວ່າແມັດກ້ອນຕໍ່ປີ, ສາມາດສະ ໜອງນໍ້າໃຫ້ເນື້ອທີ່ການຜະລິດຂອງ ຊາວກະສິກອນ ພາຍໃນ 8 ບ້ານ ອ້ອມຂ້າງ ປະມານ 580 ເຮັກຕາ ຕໍ່ປີ; ວຽກງານການພັດທະນາທີ່ດິນ ໄດ້ມີການຈັດການດູແລປັບປຸງດິນ ໃນພື້ນທີ່ການຜະລິດ, ມີການປູກ ແລະ ຂະຫຍາຍເບ້ຍຫຍ້າແຝກເພື່ອ ປ້ອງກັນດິນເຈື່ອນ, ຜະລິດຝຸ່ນບົ່ມຊີ ວະພາບ, ນໍ້າໝັກສະໝຸນໄພຕ່າງໆ; ວຽກງານປູກຝັງ ໄດ້ຂະຫຍາຍແນວ ພັນເຂົ້າ, ແນວພັນໄມ້ໃຫ້ໝາກ, ເຫັດ ແລະ ພືດ-ຜັກຕ່າງໆ; ວຽກງານ ລ້ຽງສັດແລະການປະມົງໃນແຕ່ລະ ປີ, ສູນສາມາດຜະລິດລູກປາ, ລູກ ສັດນໍ້າ ແລະ ລູກສັດຕ່າງໆ ເພື່ອ ສະໜອງໃຫ້ແກ່ຊາວກະສິກອນໃນ ເຂດໂຄງການ, ບັນດາແຂວງຕ່າງໆ ແລະ ໄດ້ມີການຕອບຮັບຈາກສັງຄົມ ເປັນຢ່າງດີ; ວຽກງານການຊຸກຍູ້ ສົ່ງເສີມຊາວກະສິກອນ ໄດ້ເອົາໃຈ ໃສ່ໃນການສ້າງຄອບຄົວຕົວແບບ ດ້ານການປູກຝັງ-ລ້ຽງສັດ ແລະ ດ້ານການຜະລິດກະສິກຳແບບປະ ສົມປະສານ ຊຶ່ງເຮັດໃຫ້ເຂົາເຈົ້າ ສາມາດສ້າງລາຍຮັບໃຫ້ແກ່ຄອບ ຄົວໄດ້ສູງສົມຄວນ; ວຽກງານພັດ ທະນາບຸກຄະລາກອນ ໄດ້ເອົາໃຈ ໃສ່ຈັດຝຶກອົບຮົມໄລຍະສັ້ນ-ໄລຍະ ຍາວ, ການສາທິດທົດລອງ, ການ ຖ່າຍທອດເຕັກນິກ-ເຕັກໂນໂລຊີ ທາງດ້ານວິຊາການຕ່າງໆພ້ອມທັງ ການຈັດທັດສະນະສຶກສາແລກ ປ່ຽນບົດຮຽນໃຫ້ແກ່ພະນັກງານ ປະຈໍາສູນ, ສະຖານີ, ນັກຮຽນ-ນັກ ສຶກສາ ແລະ ຊາວກະສິກອນ ໃນ ຂອບເຂດທົ່ວປະເທດໃນແຕ່ລະປີ ບໍ່ຫລຸດ 1.500 ກວ່າຄົນ. ນອກ ຈາກນີ້, ຍັງໄດ້ສົ່ງພະນັກງານວິຊາ ການຂອງສູນ ໄປຍົກລະດັບວິຊາ ສະເພາະໃນລະດັບຕ່າງໆ ທັງພາຍ ໃນ ແລະ ຕ່າງປະເທດ. ຜົນສໍາເລັດຂອງໂຄງການຮ່ວມ ມືດັ່ງກ່າວ, ໄດ້ຢັ້ງຢືນໃຫ້ເຫັນໝາກ ຜົນຂອງການພົວພັນຮ່ວມມື ລາວໄທ ຊຶ່ງແມ່ນ ປະທານ ໄກສອນ ພົມວິຫານ ແລະ ພະບາດສົມເດັດ ພຣະມະຫາພູມິພົນ ອະດຸນຍະເດດ ມະຫາຣາດ ບໍຣົມມະນາດບໍພິດ ໄດ້ຮ່ວມກັນວາງຮາກຖານອັນ ແໜ້ນໜາ ແລະ ມີວິໄສທັດອັນສະ ຫລາດສ່ອງໄສໃຫ້ການຊ່ວຍເຫລືອ ສ້າງຕັ້ງສູນທີ່ສຳຄັນແຫ່ງນີ້ຂຶ້ນ ມາ. ຕະຫລອດໄລຍະ 32 ປີ ແຫ່ງ ການຈັດຕັ້ງປະຕິບັດວຽກງານຂອງ ສູນ, ທຸກພາກສ່ວນທີ່ກ່ຽວຂ້ອງທັງ ຝ່າຍລາວ ແລະ ຝ່າຍໄທ ໄດ້ສຸມກໍາ ລັງແຮງ ແລະ ຮ່ວມຈິດຮ່ວມໃຈ ໃນການປະກອບສ່ວນດ້ານສະຕິ ປັນຍາ ແລະ ທຶນຮອນ ເຂົ້າໃນການ ພັດທະນາສູນແຫ່ງນີ້ ດ້ວຍໄມຕີ ຈິດມິດຕະພາບ ແລະ ຄວາມຮັບ ຜິດຊອບສູງ. ສໍາລັບທິດທາງແຜນການພັດ ທະນາຂອງສູນໃນຕໍ່ໜ້າ ຈະສືບ ຕໍ່ສຸມໃສ່ພັດທະນາສູນແຫ່ງນີ້ໃຫ້ ເປັນບ່ອນຮຽນຮູ້, ເປັນສູນຕົ້ນແບບ ທີ່ດີໃນການຜະລິດກະສິກໍາ ເພື່ອ ເປັນບ່ອນຖ່າຍທອດຄວາມຮູ້ທາງ ວິຊາການ ແລະ ເຕັກໂນໂລຊີທີ່ທັນ ສະໄໝ ໃຫ້ແກ່ຊາວກະສິກອນ, ກຸ່ມ ຜູ້ຜະລິດ, ນັກຮຽນຮູ້, ນັກສຶກສາ ແລະ ຜູ້ອື່ນໆ ໃນທົ່ວປະເທດ; ສືບຕໍ່ ຊຸກຍູ້ສົ່ງເສີມການພົວພັນຮ່ວມມື ເພື່ອປະກອບສ່ວນເຂົ້າໃນການເສີມ ຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຖານ ບ້ານໃກ້ເຮືອນຄຽງ ທີ່ມີມາແຕ່ດົນ ນານ ແລະ ການເປັນຄູ່ຮ່ວມຍຸດທະ ສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະ ຫວ່າງ ສອງຊາດ ລາວ-ໄທ ໂດຍ ສະເພາະການພົວພັນຮ່ວມມືໃນ ດ້ານກະສິກໍາ ໃຫ້ແໜ້ນແຟ້ນຍິ່ງໆ ຂຶ້ນ ເພື່ອໃຫ້ເປັນສັນຍະລັກແຫ່ງ ການຮ່ວມມືທີ່ດີ ລະຫວ່າງ ສອງ ປະເທດ ລາວ-ໄທ. ໃນໂອກາດແຫ່ງຄວາມເປັນສິລິ ມຸງຄຸນນີ້, ທ່ານ ລິນຄໍາ ດວງສະ ຫວັນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ກໍຄື ສູນພັດທະ ນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ສະແດງ ຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນ ຢ່າງຍິ່ງ ຕໍ່ໂຄງການຊ່ວຍເຫລືອ ຊຶ່ງ ເປັນໂຄງການພະລາຊະດໍາລິ ທີ່ໄດ້ ສ້າງປະໂຫຍດແລະບົດຮຽນອັນລໍ້າ ຄ່າ ໃນການພັດທະນາສູນແຫ່ງນີ້ ແລະ ຊ່ວຍປັບປຸງຊີວິດການເປັນ ຢູ່ຂອງປະຊາຊົນລາວບັນດາເຜົ່າ ໃຫ້ນັບມື້ນັບດີຂຶ້ນເທື່ອລະກ້າວ. ຫລັງຈາກນັ້ນ, ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາ ຊິນີ ແຫ່ງ ລາຊະອານາຈັກໄທ ແລະ ທ່ານ ທອງລຸນ ສີສຸລິດ ປະທານ ປະເທດ ແຫ່ງ ສປປລາວ ພ້ອມດ້ວຍ ພັນລະຍາ ໄດ້ຢ້ຽມຊົມງານວາງ ສະແດງຜົນງານຂອງສູນແລະ ໂຄງ ການການກະເສດທິດສະດີແບບ ໃໝ່ ພ້ອມທັງໄດ້ຮ່ວມກັນປູກຕົ້ນໄມ້ ເພື່ອເປັນທີ່ລະນຶກໃຫ້ແກ່ສູນດັ່ງ ກ່າວ ອີກດ້ວຍ. ພາບ: ເກດສະໜາ ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ລາຊະອານາຈັກໄທ ປູກຕົ້ນໄມ້ ເພື່ອເປັນທີ່ລະນຶກໃຫ້ແກ່ສູນພັດທະນາ ແລະ ບໍລິການ ດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ປູກຕົ້ນໄມ້ ເພື່ອເປັນທີ່ລະນຶກໃຫ້ແກ່ສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ເປັນຂີດໝາຍອັນສໍາຄັນໃນການສືບ ຕໍ່ປັບປຸງບູລະນະລັດປະຊາທິປະໄຕ ປະຊາຊົນ ໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ ເຮັດໃຫ້ອໍານາດລັດ ຂອງພວກເຮົາ ກາຍເປັນລັດຂອງ ປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ ຢ່າງແທ້ຈິງ. ໃນກອງປະຊຸມສະຫລຸບຖອດ ຖອນບົດຮຽນ ກ່ຽວກັບການເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ຊຸດ ທີ X ແລະ ສະພາປະຊາຊົນຂັ້ນ ແຂວງ ຊຸດທີ V ຄັ້ງນີ້, ພວກເຮົາ ໄດ້ພ້ອມກັນຮັບຟັງການລາຍງານ ກ່ຽວກັບການກະກຽມແລະດໍາເນີນ ການເລືອກຕັ້ງ, ການປະກອບຄໍາ ເຫັນຈາກຜູ້ຕາງໜ້າອະນຸກຳມະ ການຢູ່ສູນກາງ ແລະ ທ້ອງຖິ່ນ ຈໍາ ນວນໜຶ່ງ ແລະ ມີການອະທິບາຍ ຊີ້ແຈງຕໍ່ຄວາມສົນໃຈ ຊຶ່ງມີເນື້ອ ໃນຄື: ຮັບຟັງການລາຍງານຂອງ ຄະນະກຳມະການເລືອກຕັ້ງລະດັບ ຊາດ ກ່ຽວກັບສະພາບການກະ ກຽມ ແລະ ດໍາເນີນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນ ຂັ້ນແຂວງ ຊຸດທີ V; ຮັບຟັງການປະກອບຄໍາ ເຫັນຂອງບັນດາອະນຸກໍາມະການ ຂອງຄະນະກໍາມະການເລືອກຕັ້ງ ລະດັບຊາດ; ຮັບຟັງການປະກອບ ຄໍາເຫັນ ຂອງຄະນະກໍາມະການ ເລືອກຕັ້ງຂັ້ນແຂວງ ຈໍານວນ 8 ແຂວງຄື: ນະຄອນຫລວງວຽງຈັນ, ແຂວງຜົ້ງສາລີ, ໄຊຍະບູລີ, ແຂວງ ຫົວພັນ, ສະຫວັນນະເຂດ, ຈໍາ ປາສັກ, ເຊກອງ ແລະ ແຂວງໄຊ ສົມບູນ. ທ່ານ ໄຊສົມພອນ ພົມວິຫານ ຍັງໄດ້ກ່າວອີກວ່າ: ບັນດາເນື້ອໃນ ທີ່ກອງປະຊຸມຂອງພວກເຮົາໄດ້ ນໍາມາພິຈາລະນາໃນຄັ້ງນີ້ ແມ່ນມີ ຄວາມສໍາຄັນຫລາຍ. ສະນັ້ນ, ຈຶ່ງ ສະເໜີໃຫ້ຜູ້ແທນກອງປະຊຸມ ຈົ່ງ ໄດ້ຍົກສູງຄວາມຮັບຜິດຊອບການ ເມືອງຂອງຕົນ ເຂົ້າໃນການຄົ້ນ ຄວ້າ ແລະ ປະກອບຄວາມເຫັນ ຢ່າງກົງໄປກົງມາ ເພື່ອຊອກໃຫ້ ເຫັນດ້ານດີ, ຂໍ້ຄົງຄ້າງ ກໍຄືບັນ ດາສາເຫດທີ່ພາໃຫ້ມີດ້ານດີ, ຂໍ້ຄົງ ຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ພ້ອມທັງສະເໜີມາດຕະການ ແລະ ວິທີການແກ້ໄຂ ເພື່ອເປັນບົດຮຽນ ທີ່ດີໃຫ້ແກ່ການກະກຽມການເລືອກ ຕັ້ງໃນຊຸດຕໍ່ໄປ. ຂ່າວ: ສົມຫວັງ ໃນໂອກາດດັ່ງກ່າວ, ທ່ານປະ ທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມປິຕິ ຍິນດີ ຮູ້ສຶກເປັນກຽດຢ່າງສູງທີ່ໄດ້ ມີໂອກາດເຂົ້າຢ້ຽມຂໍ່ານັບ ພະບາດ ສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍ ຣົມລາຊິນີ ໃນໂອກາດທີ່ມາຢ້ຽມ ຢາມລັດຖະກິດຢູ່ ສປປ ລາວ ໃນ ຄັ້ງນີ້, ພ້ອມທັງໄດ້ແຈ້ງໃຫ້ຊາບ ວ່າ ປະຊາຊົນລາວບັນດາເຜົ່າ ມີ ຄວາມປິຕິຍິນດີເປັນຢ່າງຍິ່ງ ແລະ ຄອງຄອຍໂອກາດອັນເປັນມົງຄຸນ ໃນການຕ້ອນຮັບການສະເດັດມາ ຢ້ຽມຢາມ ສປປ ລາວ ຂອງພະ ບາດສົມເດັດ ພຣະວະຊິຣະເກົ້າເຈົ້າ ຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ໃນຄັ້ງນີ້. ໂອກາດອັນເປັນສິລິມົງຄຸນນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍ ພົວພັນມິດຕະພາບ ແລະ ການຮ່ວມ ມືອັນໃກ້ຊິດ ລະຫວ່າງ ສປປ ລາວ ແລະ ລາຊະອານາຈັກໄທ ທີ່ໄດ້ຮັບ ການເສີມຂະຫຍາຍ ແລະ ພັດທະນາ ຢ່າງຕໍ່ເນື່ອງຕະຫລອດມາ ຊຶ່ງໄດ້ ສະແດງອອກ ໃນການແລກປ່ຽນ ການຢ້ຽມຢາມ ຂອງປະມຸກລັດ ທັງສອງປະເທດ ກໍຄື ການນຳໃນ ລະດັບຕ່າງໆ. ໃນໂອກາດດັ່ງກ່າວ, ທ່ານປະ ທານສະພາແຫ່ງຊາດ ໄດ້ສະແດງ ຄວາມຂອບໃຈຢ່າງສູງຕໍ່ການ ຊ່ວຍເຫລືອອັນໃຫຍ່ຫລວງ ຜ່ານ ໂຄງການພະລາຊະດໍາລິຕ່າງໆ ທີ່ ໄດ້ປະກອບສ່ວນອັນສໍາຄັນໃຫ້ແກ່ ການພັດທະນາ ສປປ ລາວ ແລະ ນໍາ ເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາ ຊົນລາວ. ປະທານສະພາແຫ່ງຊາດ ລາວ ຍັງໄດ້ແຈ້ງໃຫ້ພະບາດສົມ ເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງລາຊະອານາຈັກໄທຊາບກ່ຽວ ກັບຜົນສໍາເລັດຂອງການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ການເລືອກຕັ້ງສະມາຊິກ ສະພາປະຊາຊົນແຂວງ ຊຸດທີ V ແລະ ການກະກຽມກອງປະຊຸມຄັ້ງ ປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ທີ່ຈະມີຂຶ້ນໃນອາທິດໜ້ານີ້. ພະບາດສົມເດັດ ພຣະວະຊິຣະ ເກົ້າເຈົ້າຢູ່ຫົວແຫ່ງລາຊະອານາຈັກ ໄທ ກໍໄດ້ສະແດງຄວາມຂອບໃຈຕໍ່ ການຕ້ອນຮັບອັນອົບອຸ່ນ ແລະ ສະ ແດງຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ ໄດ້ສະເດັດມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ພ້ອມທັງໄດ້ອວຍພອນໃຫ້ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມື ທີ່ມີມູນເຊື້ອອັນດີງາມ ລະ ຫວ່າງສອງປະເທດໄທ-ລາວກໍຄືລະ ຫວ່າງອົງການນິຕິບັນຍັດຂອງສອງ ປະເທດ ຈົ່ງຈະເລີນຮຸ່ງເຮືອງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນເພື່ອ ຜົນປະໂຫຍດຂອງປະຊາຊົນສອງ ຊາດ ໄທ-ລາວ. ພາບ: ເກດສະໜາ ລາວສ້າງຊາດ, ມີຜູ້ຕາງໜ້າຈາກ ສູນກາງແນວລາວສ້າງຊາດ, ຄະ ນະໂຄສະນາອົບຮົມສູນກາງພັກ, ກະຊວງສາທາລະນະສຸກ, ສະຫະ ພັນແມ່ຍິງ, ອົງການອຸຍນີເຊບ ແລະ ຄູ່ຮ່ວມງານພາກສ່ວນອື່ນໆ ເຂົ້າ ຮ່ວມ. ການຝຶກອົບຮົມຄັ້ງນີ້, ໄດ້ສຸມ ໃສ່ຄວາມສໍາຄັນຂອງການສື່ສານ, ການລະດົມຊຸມຊົນ ແລະ ການຮ່ວມ ມືລະຫວ່າງພາກສ່ວນຕ່າງໆໃນ ການປັບປຸງຜົນໄດ້ຮັບສຸຂະພາບ ເດັກໃນທົ່ວປະເທດ ໂດຍຜູ້ເຂົ້າຮ່ວມ ໄດ້ທົບທວນຄືນຂໍ້ມູນກ່ຽວກັບສຸຂະ ພາບ ແລະ ການປ້ອງກັນພະຍາດ ຂອງເດັກ ໃນ ສປປ ລາວ, ພ້ອມ ທັງຊອກຫາວິທີເພື່ອແກ້ໄຂຂ່າວທີ່ ບໍ່ຖືກຕ້ອງ ແລະ ຄົ້ນຄວ້າເບິ່ງວ່າ ຜູ້ນຳຊຸມຊົນ ແລະ ອົງການຈັດຕັ້ງ ມະຫາຊົນ ສາມາດຊ່ວຍເພີ່ມຄວາມ ເຊື່ອໝັ້ນໃນບໍລິການສຸຂະພາບ ແລະ ວັກຊິນ ໄດ້ແນວໃດ. ໂອກາດນີ້, ທ່ານ ກິແກ້ວ ໄຂຄຳ ພິທູນ ໄດ້ເນັ້ນໃຫ້ເຫັນເຖິງຄວາມ ສໍາຄັນຂອງການຮ່ວມມືກັນຂອງ ທຸກພາກສ່ວນ ລວມເຖິງຊຸມຊົນ ເພື່ອປົກປ້ອງສຸຂະພາບຂອງເດັກ. “ການປົກປ້ອງສຸຂະພາບເດັກ ຮຽກຮ້ອງໃຫ້ມີການຮ່ວມມືຈາກ ທຸກຂະແໜງການ ແລະ ທຸກລະດັບ ຂອງສັງຄົມ, ຜ່ານເຄືອຂ່າຍຂອງ ສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ, ຜູ້ນຳ ຊຸມຊົນ ສາມາດມີບົດບາດສໍາຄັນ ໃນການປຸກລະດົມຄອບຄົວ, ແກ້ໄຂ ຂໍ້ມູນທີ່ບໍ່ຖືກຕ້ອງ ແລະ ເສີມສ້າງ ຄວາມໝັ້ນໃຈໃນການບໍລິການ ສຸຂະພາບ ເພື່ອໃຫ້ເດັກທຸກໆຄົນໄດ້ ຮັບວັກຊິນປ້ອງກັນຊີວິດ.” ທ່ານ ນາງ ອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາ ລະນະສຸກ ໄດ້ກ່າວວ່າ: ການໃຫ້ ວັກຊິນ ແມ່ນວິທີທາງໃນການປົກ ປ້ອງເດັກທີ່ມີປະສິດທິພາບທີ່ສຸດ ຈາກພະຍາດທີ່ອັນຕະລາຍຕໍ່ຊີວິດ, ກະຊວງສາທາລະນະສຸກ ໃຫ້ຄວາມ ສໍາຄັນຕໍ່ການສ້າງຄວາມເຂັ້ມແຂງ ດ້ານການບໍລິການສັກຢາວັກຊິນ ແລະ ເພື່ອຮັບປະກັນວ່າເດັກນ້ອຍ ປະຕິບັດຢ່າງຖືກຕ້ອງບັນດາຫລັກ ການພື້ນຖານດ້ານການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກ ນັ້ນກໍຄື ຫລັກການລວມສູນປະຊາທິປະໄຕ, ເວລາໃດກໍຖືສໍາຄັນການເສີມຂະ ຫຍາຍຄວາມສາມັກຄີ ເປັນເອກະ ພາບ ບົນພື້ນຖານແນວທາງແຜນ ນະໂຍບາຍຂອງພັກ. ພັກໄດ້ເປັນ ເຈົ້າການປັບປຸງປ່ຽນແປງຕົນເອງ ຢູ່ສະເໝີ, ເອົາໃຈໃສ່ບຳລຸງສ້າງ ຖັນແຖວສະມາຊິກພັກ ໃຫ້ມີຄວາມ ເປັນແບບຢ່າງນໍາໜ້າ, ເປັນກໍາລັງ ແຮງສູ້ຮົບໃນທຸກຂົງເຂດວຽກງານ ສໍາຄັນທີ່ສຸດຢູ່ໃນລາວ, ມັນບໍ່ພຽງ ແຕ່ເປັນ “ວັນຄຽດແຄ້ນ” ຂອງ ປະຊາຊົນລາວເທົ່ານັ້ນ ແຕ່ມັນຍັງ ສະແດງໃຫ້ເຫັນຄວາມສາມັກຄີຕໍ່ສູ້ ດ້ວຍເລືອດເນື້ອ ເປັນຕາຍນໍາກັນ ລະຫວ່າງ 2 ຊາດ ລາວ-ຫວຽດ ນາມ ອ້າຍນ້ອງທີ່ເປັນແວ່ນແຍງ ອັນເຫລື້ອມໃສຂອງນໍ້າໃຈສູ້ຮົບ ຢ່າງພິລະອາດຫານ ບໍ່ຍອມຈໍານົນ ຂອງກອງທັບ ແລະ ປະຊາຊົນ ເມືອງທ່າແຂກ ກໍຄື ການບັນຊາທີ່ ເດັດດ່ຽວໜຽວແໜ້ນຂອງປະທານ ສຸພານຸວົງ ເປັນຜູ້ນໍາໜ້າ ໄດ້ຝັງເລິກ ຢູ່ໃນດວງໃຈຂອງປະຊາຊົນລາວ ແລະ ຊາວຫວຽດນາມຕ່າງດ້າວ ທີ່ຮັກຊາດຊົ່ວກາລະນານ. ພາບ: ວັນເພັງ ຮສສ... ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຮາກຖານ, ຖືຄວາມສາມາດເປັນ ສິ່ງສໍາຄັນ ແລະ ຖືຄຸນທາດການ ເມືອງ, ຄຸນສົມບັດສິນທຳປະຕິວັດ ເປັນສິ່ງຕັດສິນໃນການເລືອກເຟັ້ນ ແລະ ນໍາໃຊ້ພະນັກງານ. ພ້ອມນີ້, ສະຫາຍ ໂພໄຊ ໄຊຍະ ສອນ ຍັງໄດ້ຍົກໃຫ້ເຫັນປະຫວັດ ຄວາມເປັນມາການກຳເນີດບັ້ນຮົບ ປ້ອງກັນຕົວເມືອງທ່າແຂກ; ສະພາບ ແລະ ການກະກຽມການຕໍ່ສູ້ຕ້ານ ພວກລ່າເມືອງຂຶ້ນແບບເກົ່າຂອງ ໜ່ວຍພັກເມືອງທ່າແຂກ; ເຫດການ ແລະ ການຕໍ່ສູ້ຢ່າງພິລະອາດຫານ ຂອງທະຫານ ແລະ ປະຊາຊົນຢູ່ ເມືອງທ່າແຂກ ຍ້ອນການກະທໍາທີ່ ໄຮ້ມະນຸດສະທໍາ ແລະ ໂຫດຮ້າຍ ປ່າເຖື່ອນຂອງພວກລ່າເມືອງຂຶ້ນ ແບບເກົ່າຜູ້ຮຸກຮານ ວັນທີ 21 ມີນາ ຈຶ່ງກາຍເປັນວັນຄຽດແຄ້ນຂອງ ປະຊາຊົນລາວ. ໃນນັ້ນ, ສະຫາຍ ຍັງຍົກໃຫ້ເຫັນຄວາມໝາຍຄວາມ ສໍາຄັນ ຂອງບັ້ນຮົບປ້ອງກັນຕົວ ເມືອງທ່າແຂກ ຊຶ່ງເປັນບັ້ນຮົບໜຶ່ງ ທຸກໆຄົນໃນ ສປປ ລາວ, ລວມທັງ ໃນເຂດຫ່າງໄກສອກຫລີກ ໄດ້ຮັບ ວັກຊິນຊ່ວຍຊີວິດ.
RkJQdWJsaXNoZXIy MTc3MTYxMQ==