gsfdko{dkora fmtok a xtgmf]k; ( 18/03/2026 ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ໃນທ້າຍ ອາທິດຜ່ານມາ, ສ່ວຍສາອາກອນ ປະຈໍາແຂວງຫລວງພະບາງ ຮ່ວມ ກັບ ສ່ວຍສາອາກອນປະຈໍານະຄອນ ຫລວງພະບາງ ແລະ ເຈົ້າໜ້າທີ່ ຈະລາຈອນ ເຄື່ອນໄຫວຕັ້ງຈຸດບໍລິ ການເກັບຄ່າທໍານຽມທາງ ປະຈໍາປີ 2026 ທີ່ເສັ້ນທາງ ບ້ານນາຫລວງ ນະຄອນຫລວງພະບາງ. ການເຄື່ອນໄຫວຄັ້ງນີ້ ເພື່ອເຮັດ ໃຫ້ການເສຍຄ່າທໍານຽມທາງ ປະ ຈໍາປີ 2026 ໄດ້ຈັດຕັ້ງປະຕິບັດຕາມ ກໍານົດເວລາ ແລະ ມີຄວາມເປັນ ເອກະພາບກັນໃນທົ່ວແຂວງ ຊຶ່ງ ໄລຍະເວລາຂອງການເສຍຄ່າທໍາ s];'rt[k' 8A '95 f[= ]y dkogda [7j kmeoP,mk' xt9exu 2026 ltrkxt-k-q oc0;'g-dv' lts]5 [ ;Pd'kodkog]n vd8A ' ll- c]t ll0 ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ກອງປະຊຸມສະ ຫລຸບຖອດຖອນບົດຮຽນກ່ຽວ ກັບການກະກຽມ ແລະ ດຳເນີນ ການເລືອກຕັ້ງ ສະມາຊິກສະພາ ແຫ່ງຊາດ (ສສຊ) ຊຸດທີ X ປະຈຳ ເຂດເລືອກຕັ້ງທີ 16 ແຂວງເຊກອງ ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງ (ສສຂ) ຊຸດທີ V ຈັດຂຶ້ນ ໃນທ້າຍອາທິດຜ່ານມາ ທີ່ສະພາ ປະຊາຊົນແຂວງເຊກອງ ໂດຍເປັນ ປະທານຂອງ ທ່ານ ບຸນຫລາຍ ບຸດ ທິ ກຳມະການສູນກາງພັກ, ເລຂາ ພັກແຂວງເຊກອງ ພ້ອມດ້ວຍຄະນະ ກຳມະການເລືອກຕັ້ງຂັ້ນແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ໃຈເພັດ ພັນທະວົງ ກຳມະ ການພັກແຂວງ, ຫົວໜ້າອະນຸ ກຳມະການເລຂານຸການ, ຄະນະ ກຳມະການເລືອກຕັ້ງຂັ້ນແຂວງ ເຊກອງ ລາຍງານວ່າ: ຜ່ານການ ຈັດຕັ້ງປະຕິບັດການກະກຽມ ແລະ ດຳເນີນການເລືອກຕັ້ງ ສສຊ ແລະ ສສຂ ເຫັນໄດ້ຜົນສຳເລັດຫລາຍ ດ້ານ ພ້ອມທັງຖືກຕ້ອງສອດຄ່ອງ ຕາມລະບຽບການ ແລະ ຮັບປະກັນ ຄວາມສະຫງົບຄວາມປອດໄພ ໂດຍພື້ນຖານໃນນັ້ນ, ຄະນະປະ ຈຳສະພາປະຊາຊົນ ແຂວງ ແລະ ຄະນະກຳມະການເລືອກຕັ້ງຂັ້ນ ແຂວງໄດ້ສໍາເລັດການຜັນຂະຫຍາຍ ເນື້ອໃນຂອງກົດໝາຍວ່າດ້ວຍການ ເລືອກຕັ້ງ ສສຊ ແລະ ສສຂ, ບັນດາ ເອກະສານຂອງຄະນະກຳມະການ ເລືອກຕັ້ງລະດັບຊາດ ມາເປັນນິຕິ ກຳຂອງຄະນະກຳມະການເລືອກ ຕັ້ງຂັ້ນແຂວງ ໄດ້ທັງໝົດ 110 ສະບັບ, ໄດ້ເອົາໃຈໃສ່ປຸກລະດົມ ຂົນຂວາຍໂຄສະນາປະຊາສຳພັນ ເຜີຍແຜ່ບັນດານິຕິກຳຢ່າງກວ້າງ ຂວາງ, ເອົາໃຈໃສ່ລົງເຄື່ອນໄຫວ ຕິດຕາມຊຸກຍູ້ການກະກຽມຢູ່ບັນດາ ໜ່ວຍປ່ອນບັດ, ໄດ້ຮ່າງບັນດານິຕິ ກຳໃນຂົງເຂດວຽກງານທີ່ຕົນຮັບ ຜິດຊອບ. ພ້ອມນີ້, ອະນຸກຳມະການ ໂຄງປະກອບ ແລະ ບຸກຄະລາກອນ ໄດ້ເອົາໃຈໃສ່ຄົ້ນຄວ້າໂຄງປະກອບ ຂປລ. ແຫລ່ງຂ່າວຈາກແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ທ່ານ ບຸນ ເຮືອງ ສຸລິໄຊ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກພັກ-ພະນັກງານ ພ້ອມ ດ້ວຍຄະນະໄດ້ຕ້ອນຮັບ ທ່ານ ສຸ ພາວະດີ ຫລ້າຄຳສາຍ ຫົວໜ້າ ກົມຄຸ້ມຄອງການຮຽນ-ການສອນ ສະຖາບັນການເມືອງ ແລະ ການ ປົກຄອງແຫ່ງຊາດ (ສມປຊ) ພ້ອມ ດ້ວຍຄະນະ ເຂົ້າພົບປະ ໃນວັນທີ 16 ມີນາ 2026 ທີ່ຫ້ອງວ່າການແຂວງ ຊຽງຂວາງ. ທ່ານ ສຸພາວະດີ ຫລ້າຄຳສາຍ ໄດ້ລາຍງານຈຸດປະສົງຂອງການ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງຊຽງຂວາງ ໃນຄັ້ງນີ້ ກໍ Iv'g]0kra d c0;'-P'0;k' 8h voIa [7tot l,x- g0Q krq [xt ເພື່ອເກັບກຳຂໍ້ມູນ ສົ້ນເຂົ້າ-ສົ້ນ ອອກ ຂອງນັກສຶກສາທີ່ສຳເລັດ ການສຶກສາຄົ້ນຄວ້າຈາກສະຖາບັນ ການເມືອງ ແລະ ການປົກຄອງ ແຫ່ງຊາດ, ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໄລຍະປີ 2023-2025, ເພື່ອຕອບສະໜອງ ວຽກງານແຜນບຳລຸງ-ກໍ່ສ້າງພະ ນັກງານນຳພາ-ຄຸ້ມຄອງ, ສ້າງພະ ນັກງານ-ລັດຖະກອນຢູ່ທ້ອງຖິ່ນ ໃຫ້ ມີຄຸນທາດການເມືອງໜັກແໜ້ນ, ມີລະດັບຄວາມຮູ້ຄວາມສາມາດ ໃນການຄຸ້ມຄອງ ແລະ ຈັດຕັັ້ງຜັນ ຂະຫຍາຍແນວທາງຂອງພັກ, ປະຕິ ບັດນະໂຍບາຍຂອງລັດໃຫ້ເກີດດອກ ອອກຜົນຢ່າງແທ້ຈິງ ພ້ອມທັງເຮັດ ພະນັກງານ-ລັດຖະກອນ ມີຄວາມ ຮູ້ ແລະ ຮູ້ໝູນໃຊ້ທາງດ້ານທິດສະດີ ແລະ ພຶດຕິກຳ ເຂົ້າໃນວຽກງານ ຂອງຕົນຮັບຜິດຊອບໃຫ້ມີປະສິດທິ ຜົນສູງ. ນອກນີ້, ຈະໄດ້ເຮັດວຽກ ຮ່ວມກັບຄະນະຈັດຕັ້ງແຂວງ, ໂຮງ ຮຽນການເມືອງ ແລະ ການປົກຄອງ ແຂວງ ຕໍ່ກັບວຽກງານດັ່ງກ່າວ. ໂອກາດນີ້, ທ່ານ ບຸນເຮືອງ ສຸລິ ໄຊ ໄດ້ສະແດງຄວາມດີໃຈຕໍ່ການ ມາຢ້ຽມຢາມ ແລະ ເຮັດວຽກຂອງ ຄະນະດັ່ງກ່າວ ຊຶ່ງຈະເປັນບາດກ້າວ ອັນສຳຄັນໃນການພັດທະນາຄວາມ ຮູ້ຄວາມສາມາດ ຂອງພະນັກງານລັດຖະກອນ ເພື່ອເປັນບ່ອນອີງໃນ ການຈັດຕັ້ງປະຕິບັດໜ້າທີ່ວຽກ ງານໃຫ້ມີຜົນສຳເລັດມີຄວາມຮັບ ຜິດຊອບຕໍ່ໜ້າທີ່ວຽກງານອັນສຳ ຄັນຂອງພັກ-ລັດ ມອບໝາຍໃຫ້. ພ້ອມນີ້, ຍັງສະເໜີໃຫ້ສມປຊເພີ່ມໂກ ຕາການຮຽນໃຫ້ ແຂວງຊຽງຂວາງ ເພື່ອໃຫ້ພະນັກງານ-ລັດຖະກອນ ໄດ້ຍົກລະດັບທິດສະດີມີຄວາມຮູ້ ທາງການເມືອງ-ການປົກຄອງໃຫ້ ຫລາຍຂຶ້ນ. ຂ່າວ: ບຸນມີ ແສງທຸມມີ ແລະ ບຸກຄະລາກອນຂອງສະພາ ປະຊາຊົນແຂວງ ຖືກຕ້ອງຕາມກົດ ໝາຍ ແລະ ສອດຄ່ອງກັບໜ້າທີ່ການ ເມືອງ, ອະນຸກຳມະການໂຄສະນາ ແລະ ປຸກລະດົມຂະບວນການໄດ້ ຈັດຕັ້ງເຊື່ອມຊຶມມະຕິຂອງກົມການ ເມືອງສູນກາງພັກ, ຝຶກອົບຮົມ ເຜີຍແຜ່ເອກະສານສຳຄັນຕ່າງໆ ກ່ຽວກັບວຽກງານເລືອກຕັ້ງ, ອະນຸ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບໄດ້ສ້າງແຜນການກ່ຽວກັບ ການກະກຽມວຽກງານປ້ອງກັນ, ຜັນຂະຫຍາຍຄຳແນະນຳຂອງຄະ ນະກຳມະການເລືອກຕັ້ງລະດັບ ຊາດ, ໄດ້ແຕ່ງຕັ້ງແພດ-ໝໍ ຈຳນວນ 6 ທ່ານ ເຄື່ອນໄຫວຕິດຕາມ ແລະ ຮັກສາສຸຂະພາບຄະນະຜູ້ສະໝັກ ເລືອກຕັ້ງ, ອະນຸກຳມະການບໍລິຫານ ພິທີການ ແລະ ງົບປະມານ ໄດ້ເອົາ ໃຈໃສ່ ສ້າງແຜນງົບປະມານຮັບໃຊ້, ອອກຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວ, ຮ່າງແຈ້ງ ການແນະນຳຕ່າງໆ ເພື່ອເປັນບ່ອນ ອີງໃນການຈັດຕັ້ງປະຕິບັດ, ອະນຸ ກຳມະການເລຂານຸການ ສຳເລັດ ການກະກຽມດ້ານເນືິ້ອໃນ ໃຫ້ແກ່ ການດຳເນີນກອງປະຊຸມທັງ 5 ຄັ້ງ, ຂຶ້ນແຜນຈັດຊື້ອຸປະກອນ ແລະ ສຳ ເລັດການສັງລວມສະຖິຕິ ຄະນະ ຮັບຜິດຊອບການກະກຽມໃຫ້ແກ່ ການເລືອກຕັ້ງ ຈຳນວນ 550 ຄົນ ໂດຍມີຄະນະກຳມະການເລືອກຕັ້ງ ຂັ້ນແຂວງ 19 ທ່ານ, ບັນດາອະນຸ ກຳມະການຂອງຄະນະກຳມະການ ເລືອກຕັ້ງຂັ້ນແຂວງ ລວມມີ 48 ທ່ານ, ຂັ້ນເມືອງ 90 ທ່ານ, ມີໜ່ວຍ ປ່ອນບັດເລືອກຕັ້ງ 106 ໜ່ວຍ ໃນ ນັ້ນ, ເມືອງກະລຶມ 21 ໜ່ວຍ, ດາກ ຈຶງ 31 ໜ່ວຍ, ທ່າແຕງ 20 ໜ່ວຍ ແລະ ເມືອງລະມາມ 34 ໜ່ວຍ, ມີ ຖົງປ່ອນບັດເຄື່ອນທີ່ 212 ຖົງ. ທ່ານ ໃຈເພັດ ພັນທະວົງ ລາຍ ງານຕື່ມວ່າ: ສຳລັບຜົນການປ່ອນ ບັດເລືິອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ແມ່ນສຳເລັດຕາມ ຄາດໝາຍທີ່ວາງໄວ້ ໂດຍສັງລວມ ຜູ້ມີສິດປ່ອນບັດເລືອກຕັ້ງ ໄດ້ທັງໝົດ 87.503 ຄົນ, ຍິງ 42.160 ຄົນ (ຕາມສຳມະໂນຄົວ) ຜູ້ມາປ່ອນບັດ ຕົວຈິງ 79.985 ຄົນ, ຍິງ 38.653 ຄົນ ຖ້າທຽບໃສ່ຜູ້ໄປໃຊ້ສິດປ່ອນບັດ ເລືອກຕັ້ງຊຸດຜ່ານມາ ແມ່ນເພີ່ມຂຶ້ນ 644 ຄົນ. ສ່ວນຜົນການເລືອກ ຕັ້ງ ສສຊ ຊຸດທີ X ເຂດເລືອກຕັ້ງ ທີ 16 ແຂວງເຊກອງ ເລືອກໄດ້ 7 ທ່ານ, ຍິງ 2 ທ່ານ ແລະ ຜົນການ ເລືອກຕັ້ງ ສສຂ ຊຸດທີ V ເລືອກໄດ້ 25 ທ່ານ, ຍິງ 7 ທ່ານ (ຜູ້ສະໝັກ ຈາກຂັ້ນເມືອງ 16 ທ່ານ, ຍິງ 4 ທ່ານ). ຈາກຜົນສຳເລັດເຫລົ່ານັ້ນ ເຮັດໃຫ້ການເລືອກຕັ້ງ ສສຊ, ສສຂ ບັນລຸຜົນສຳເລັດຕາມສີ່ຄາດໝາຍ ຄື: ຜູ້ມີສິດປ່ອນບັດເລືອກຕັ້ງ ມາ ໃຊ້ສິດໃນວັນເລືອກຕັ້ງໄດ້ 100%; ຜູ້ມາໃຊ້ສິດປ່ອນບັດເລືອກຕັ້ງ ຖືກ ຕ້ອງຕາມລະບຽບການເລືອກຕັ້ງ ຮັບປະກັນບໍ່ມີບັດເສຍ, ບັດຕາຍ ໄດ້ 100%; ວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ໃຫ້ ແກ່ການເລືອກຕັ້ງ ມີຄວາມສະຫງົບ ປອດໄພ 100%; ການດໍາເນີນການ ປ່ອນບັດເລືອກຕັ້ງ ມີຄວາມໂປ່ງໃສ, ຍຸຕິທຳ ແລະ ສໍາເລັດຕາມ ກໍານົດ ເວລາ 100%. ໃນກອງປະຊຸມບັນດາຜູ້ເຂົ້າ ຮ່ວມຍັງໄດ້ປະກອບຄໍາຄິດຄໍາເຫັນ ແລະ ຖອດຖອນແລກປ່ຽນບົດຮຽນ ໂດຍສະເພາະ ບັນຫາຄວາມຫຍຸ້ງ ຍາກ ໃນໄລຍະຈັດຕັ້ງປະຕິບັດ ທັງນີ້ ກໍເພື່ອເປັນການແລກປ່ຽນບົດຮຽນ ແນວທາງແກ້ໄຂຕໍ່ການປະຕິບັດ ໃນຊຸມປີຕໍ່ໜ້າ ໃຫ້ມີຜົນສຳເລັດດີ ຂຶ້ນກວ່າເກົ່າ. ຂ່າວ: ອັດສະວິນ 7e,j ;o 9a fdy f9tde0u j ]q f4u [ lts]v'v5 my pkocsj '-kfsu o|k,|= j gxa o,= ]tfq d3]d mk'me,t-kf ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ແຂວງຄຳມ່ວນ ຈັດກິດຈະກໍາຂີ່ລົດຖີບ ເພື່ອສຸຂະ ພາບ ແລະ ຄວາມສາມັກຄີ ແລະ ເພື່ອເປັນການຂໍ່ານັບຮັບຕ້ອນພິທີສະ ເຫລີມສະຫລອງອຸທິຍານແຫ່ງຊາດ ຫີນໜາມໜໍ່ເປັນມໍລະດົກໂລກ ທາງ ທໍາມະຊາດແຫ່ງທໍາອິດຂອງ ສປປ ລາວ, ວັນເສຍອົງຄະ ແລະ ເສຍສະ ລະຊີວິດເພື່ອຊາດ ຄົບຮອບ 80 ປີ (21 ມີນາ 1946-21 ມີນາ 2026) ໃນວັນທີ 14 ມີນາ 2026 ທີ່ເຂດອະນຸສອນສະຖານປະທານ ສຸພານຸວົງ ແຂວງຄຳມ່ວນ ໂດຍມີ ທ່ານ ໄຊຊະນະ ໂຄດພູທອນ ເລຂາ ພັກແຂວງຄໍາມ່ວນ ພ້ອມດ້ວຍຄະນະ ນໍາຂັ້ນແຂວງ, ພະແນກການອ້ອມ ຂ້າງແຂວງ, ສະມາຄົມຂີ່ລົດຖີບ, ສະໂມສອນຂີ່ລົດຖີບ ແລະ ປະຊາຊົນ ຜູ້ມັກຮັກໃນກິລາຂີ່ລົດຖີບເຂົ້າຮ່ວມ ເປັນຈໍານວນຫລາຍ. ໃນພິທີ ທ່ານ ໝັ້ນຍືນ ຄິນສະ ໝອນ ຮອງປະທານຄະນະກໍາມະ ການປົກຄອງແຂວງ ໄດ້ກ່າວວ່າ: ຈຸດປະສົງຂອງການຈັດກິດຈະກໍາ ຂີ່ລົດຖີບຄັ້ງນີ້, ເພື່ອເປັນການຮັກສາ ສຸຂະພາບແລະຄວາມສາມັກຄີແລະ ເພື່ອເປັນການຂໍ່ານັບຮັບຕ້ອນພິທີ ສະເຫລີມສະຫລອງອຸທິຍານແຫ່ງ ນຽມທາງ ແມ່ນເລີ່ມແຕ່ເດືອນ ມັງກອນເປັນຕົ້ນມາ ແລະ ຈະສິ້ນສຸດ ໃນເດືອນມີນານີ້, ຄະນະຮັບຜິດຊອບ ຂັ້ນແຂວງ, ເມືອງ, ນະຄອນຫລວງ ພະບາງ, ຈຶ່ງໄດ້ເຄື່ອນໄຫວຈັດຕັ້ງ ປະຕິບັດຕົວຈິງເກັບຄ່າທໍານຽມ ທາງ ສຳລັບລົດຈັກ ແລະ ລົດໃຫຍ່ ເພື່ອເຮັດໃຫ້ທຸກພາກສ່ວນໃນສັງຄົມ ໄດ້ມີປະກອບສ່ວນການເສຍພັນທະ ອາກອນຄ່າທຳນຽມທາງ ຖືກຕ້ອງ ຕາມລະບຽບການ, ພ້ອມມີການ ແນະນຳໃຫ້ທຸກພາກສ່ວນ ສາມາດ ເສຍຄ່າທໍານຽມທາງ ໄດ້ດ້ວຍຕົນ ເອງ ໂດຍຜ່ານການຊຳລະໃນທະ ນາຄານ, ຜ່ານລະບົບບີຊີແອວວັນ ແລະ ຕູ້ຊໍາລະຄ່າທຳນຽມທາງ ທີ່ ຕັ້ງຢູ່ບ່ອນໃຫ້ບໍລິການ. ໂອກາດນີ້, ທ່ານຄໍາມ່ວນຄໍາບຸນ ມີ ຫົວໜ້າສ່ວຍສາອາກອນ ປະຈຳ ແຂວງຫລວງພະບາງ ໄດ້ຮຽກຮ້ອງ ໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການ ຈັດຕັ້ງທີ່ເປັນເຈົ້າຂອງ ຫລື ນໍາໃຊ້ ຍານພາຫະນະທຸກປະເພດ ຖ້າບໍ່ ທັນໄດ້ເສຍຄ່າທໍານຽມທາງ ໃຫ້ ຮີບຮ້ອນມາເສຍຄ່າທໍານຽມທາງ ຕາມກໍານົດເວລາ, ຖ້າກາຍກໍານົດ ເວລາ ຄື ຫລັງເດືອນມີນາ 2026 ຈະຖືກປັບໃໝຕາມແຕ່ລະກໍລະນີ ທີ່ໄດ້ກໍານົດໄວ້ໃນຄໍາສັ່ງແນະນໍາ ຂອງກະຊວງການເງິນ ກ່ຽວກັບ ການຈັດຕັ້ງປະຕິບັດ ລັດຖະບັນຍັດ ວ່າດ້ວຍຄ່າທໍານຽມທາງ ແລະ ມອບໃຫ້ເຈົ້າໜ້າທີ່ຈະລາຈອນ ຊ່ວຍ ຊຸກຍູ້,ຕິດຕາມ,ກວດກາແລະສະກັດ ກັ້ນການຫລົບຫລີກການເສຍຄ່າ ທໍານຽມທາງສຳລັບຜູ້ໃຊ້ຍານ ພາຫະນະ ເພື່ອເຮັດວຽກງານມີ ຄວາມໂປ່ງໃສ ແລະ ຮັບປະກັນການ ເກັບລາຍຮັບເຂົ້າງົບປະມານແຫ່ງ ລັດ ຖືກຕ້ອງ, ຄົບຖ້ວນ ຕາມລະ ບຽບການ. ໂອກາດເຄື່ອນໄຫວຕັ້ງຈຸດບໍລິ ການເກັບຄ່າທໍານຽມທາງ ປະຈໍາ ປີ 2026 ຄັ້ງນີ້ ສ່ວຍສາອາກອນ ປະຈຳແຂວງຫລວງພະບາງ ໄດ້ ມອບເຄື່ອງເອເລັກໂຕຣນິກ ເພື່ອ ນຳໃຊ້ການຈັດເກັບຄ່າທຳທຽມ ທາງໃຫ້ສ່ວຍສາອາກອນ ນະຄອນ ຫລວງພະບາງ ນຳໃຊ້ເຂົ້າໃນວຽກ ງານເສຍຄ່າທາງ ຈໍານວນ 1 ຊຸດ ຕື່ມອີກ. ຂ່າວ-ພາບ: ທະນູສິນ ອິດທິພົນ ຊາດຫີນໜາມໜໍ່ເປັນມໍລະດົກ ໂລກ ທາງທໍາມະຊາດແຫ່ງທໍາອິດ ຂອງ ສປປ ລາວ, ວັນເສຍອົງຄະ ແລະ ເສຍສະລະຊີວິດເພື່ອຊາດ ຄົບຮອບ 80 ປີ ຊຶ່ງການຂີ່ລົດຖີບ ແມ່ນໄດ້ເຄື່ອນຂະບວນຂຶ້ນໄປຕາມ ເສັ້ນທາງຫລວງແຫ່ງຊາດເລກທີ 13 ນັບແຕ່ຈຸດເລີ່ມຕົ້ນຄື ອະນຸສອນ ສະຖານປະທານສຸພານຸວົງ ໄປຫາ ຈຸດປາຍທາງຄື ໂຮງຮຽນສາມັນ ກິນນອນຊົນເຜົ່າ ລວມໄລຍະທາງ ໄປ-ກັບປະມານ 20 ກວ່າກິໂລ ແມັດ. ໂອກາດດັ່ງກ່າວ, ຍັງໄດ້ມີກິດ ຈະກໍາແຂ່ງຂັນຂີ່ລົດຖີບເພື່ອຊີງຂັນ ແລະ ລາງວັນຂອງທ່ານເລຂາພັກ ແຂວງຄຳມ່ວນ ໂດຍມີນັກຂີ່ລົດຖີບ ເຂົ້າຮ່ວມແຂ່ງຂັນ 35 ຄົນ ໃນ 2 ປະເພດຄື: ປະເພດເສືອພູເຂົາຮຸ່ນ ອາວຸໂສນັບແຕ່ອາຍຸ 60 ປີຂຶ້ນໄປ 11 ຄົນ, ໄລຍະທາງແຂ່ງຂັນ 8 ກິໂລແມັດ ແລະ ປະເພດເສືອໝອບ ຮຸ່ນຊາວໜຸ່ມນັບແຕ່ອາຍຸ 20 ປີ ຂຶ້ນໄປ ມີ 24 ຄົນ, ໄລຍະທາງ ແຂ່ງຂັນ 20 ກິໂລແມັດ. ຜ່ານການ ແຂ່ງຂັນ, ປະເພດເສືອພູເຂົາຮຸ່ນ ອາວຸໂສອັນດັບທີ 1 ໄດ້ແກ່ທ່ານ ອຸປະກອນ ສີບຸນເຮືອງ; ອັນດັບທີ 2 ໄດ້ແກ່ ທ່ານ ກົງສີ ຖາຊານົນ; ອັນດັບທີ 3 ໄດ້ແກ່ທ່ານ ຄໍາພອງ ວົງພະຈັນ; ອັນດັບທີ 4 ໄດ້ແກ່ທ່ານ ທອງຄູນ ສີລິຈັນທາ; ອັນດັບທີ 5 ໄດ້ແກ່ທ່ານ ຄໍາໝູນ ໄພຍະລາດ. ສ່ວນປະເພດເສືອໝອບ ຮຸ່ນຊາວໜຸ່ມ ອັນດັບທີ 1 ໄດ້ແກ່ທ່ານ ພູຄູນ ຈັນ ສີດາ; ອັນດັບທີ 2 ໄດ້ແກ່ທ່ານ ນິວັດ ເພົ່າພົງສະຫວັດ; ອັນດັບທີ 3 ໄດ້ແກ່ ທ່ານ ສົມບູນ ຈັນສີດາ; ອັນດັບທີ 4 ໄດ້ແກ່ທ່ານ ສົມສັກ ດວງປັນຍາ; ອັນດັບທີ 5 ໄດ້ແກ່ທ່ານ ສຸລິຍາພອນ ພິລາຈັນ. ໃນພິທີຍັງໄດ້ມີການມອບລົດຖີບ ໃຫ້ແກ່ນັກກິລາແຂ່ງລົດຖີບແຂວງ ຄໍາມ່ວນ ເພື່ອໄປແຂ່ງຂັນຢູ່ປະເທດ ໄທ ໃນວັນທີ 27 ມີນາ 2026 ຕາງໜ້າມອບໂດຍທ່ານ ວັດທະນາ ມາດມະນີສອນ ຕາງໜ້າກຸ່ມບໍລິສັດ ດີເອັມ ຈໍາກັດ ແລະ ຕາງໜ້າຮັບໂດຍ ທ່ານ ນາງ ຈັນທະພອນ ໄຊຍະຈັກ ຕາງໜ້ານັກກິລາແຂວງຄໍາມ່ວນ.
RkJQdWJsaXNoZXIy MTc3MTYxMQ==