18/03/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຄອສພ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກສະບັບກ່ອນ***ໍ່ ຈັ ບ່ ອ ສະຫາຍ ຄຳພັນ ເຜີຍຍະວົງ ກໍາມະ ການກົມການເມືອງສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະ ໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງ ພັກ, ມີບັນດາກົມ, ທຽບເທົ່າທີ່ຂຶ້ນ ກັບຄະນະໂຄສະນາອົບຮົມສູນກາງ ພັກ ເຂົ້າຮ່ວມຮັບຟັງ. ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ຜູ້ ແທນທົ່ວປະເທດຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ຈັດຂຶ້ນ ພາຍໃຕ້ຄໍາຂວັນ “ຍົກສູງບົດບາດ ການນໍາພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດ ເອກະລາດ ເປັນເຈົ້້າຕົນເອງ, ສືບຕໍ່ບູລະນະລະ ບອບປະຊາທິປະໄຕປະຊາຊົນ ໃຫ້ ໜັກແໜ້ນກ້າວຂຶ້ນສູ່ສັງຄົມນິຍົມ”. ກອງປະຊຸມດັ່ງກ່າວ ໄດ້ຄົ້ນຄວ້າ, ຕົກລົງຮັບຮອງເອົາບັນຫາສໍາຄັນ ຂອງພັກ ແລະ ຂອງຊາດ ດ້ວຍ ຄວາມເປັນເອກະພາບສູງ ໂດຍສະ ເພາະໄດ້ພິຈາລະນາ ແລະ ຮັບຮອງ ເອົາໂຄງການການເມືອງຂອງພັກ ສະບັບທີ III ກ່ຽວກັບບູລະນະລະ ບອບປະຊາທິປະໄຕປະຊາຊົນ ກ້າວ ຂຶ້ນສູ່ສັງຄົມນິຍົມ ຊຶ່ງເປັນເອກະ ສານສໍາຄັນ, ແມ່ນທິດສະດີປະຕິວັດ ຂອງພັກ, ເປັນທວນໄຟເຍືອງທາງ ໃຫ້ແກ່ພັກ ແລະ ທົ່ວປວງຊົນໃນ ພາລະກິດປົກປັກຮັກສາ ແລະ ພັດ ທະນາປະເທດຊາດ. ໂຄງການການ ເມືອງ ເປັນຂີດໝາຍສຳຄັນປະຫວັດ ສາດ, ສ່ອງແສງໃຫ້ເຫັນຢ່າງມີ ຊີວິດຊີວາ ເຖິງການເຕີບໃຫຍ່ຂະ ຫຍາຍຕົວ ຂອງພັກເຮົາຕະຫລອດ ໄລຍະ 70 ປີ ແຫ່ງການນໍາພາພາ ລະກິດຕໍ່ສູ້ກູ້ຊາດ, ນໍາພາພາລະກິດ ປົກປັກຮັກສາ ແລະ ພັດທະນາປະ ເທດຊາດ ກໍຄື ນໍາພາພາລະກິດປ່ຽນ ແປງໃໝ່. ນອກຈາກນີ້, ກອງປະຊຸມ ໃຫຍ່ໄດ້ພິຈາລະນາແລະ ເປັນເອກະ ພາບສູງຮັບຮອງເອົາບົດລາຍງານ ການເມືອງ ທີ່ໄດ້ຕີລາຄາຢ່າງເລິກ ເຊິ່ງ, ກົງໄປກົງມາຕໍ່ໝາກຜົນແຫ່ງ ການຈັດຕັ້ງປະຕິບັດ ມະຕິກອງປະ ຊຸມໃຫຍ່ ຄັ້ງທີ XI ໃນ 5 ປີ ຜ່ານມາ ພາຍໃຕ້ການນຳພາ-ຊີ້ນຳ ຂອງຄະ ນະບໍລິຫານງານສູນກາງພັກ. ພ້ອມ ກັນນັ້ນ, ໄດ້ຕີລາຄາຢ່າງພາວະວິໄສ ຕໍ່ຂໍ້ຄົງຄ້າງ, ຂໍ້ຂາດຕົກບົກພ່ອງ ຈຳນວນໜຶ່ງ ແລະ ຖອດໄດ້ 6 ບົດ ຮຽນແຫ່ງການນໍາພາ ຜ່ານພຶດຕິ ກໍາຕົວຈິງໃນໄລຍະ 5 ປີ ຜ່ານມາ ເພື່ອເປັນບ່ອນອີງສໍາຄັນ ໃນການ ປັບປຸງການນໍາພາ-ຊີ້ນໍາ ແລະ ການ ຈັດຕັ້ງປະຕິບັດແນວທາງ, ນະໂຍ ບາຍຂອງພັກ ໃນຊຸມປີຕໍ່ໜ້າ; ກອງ ປະຊຸມໃຫຍ່ ໄດ້ວາງທິດທາງເພື່ອ ຜັນຂະຫຍາຍເນື້ອໃນ ຂອງໂຄງ ການການເມືອງຂອງພັກ ສະບັບ ທີ 3 ໃຫ້ເປັນລະບົບ, ຕໍ່ເນື່ອງ, ໜັກ ແໜ້ນ; ວາງທິດທາງໄລຍະແຕ່ ປີ 2026-2035 ສ້າງບັນດາປະ ຖົມປັດໄຈທີ່ຍູ້ແຮງການບູລະນະ ລະບອບປະຊາທິປະໄຕປະຊາຊົນ ໃຫ້ໄດ້ຮັບການຍົກລະດັບຂຶ້ນຢ່າງ ໜັກແໜ້ນ, ມີຄວາມສາມັກຄີທົ່ວ ປວງຊົນ, ຮັບປະກັນສະຖຽນລະ ພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນ ສັງຄົມ, ອໍານາດອະທິປະໄຕແຫ່ງ ຊາດ ໄດ້ຮັບການປົກປັກຮັກສາໄວ້ ໄດ້ຢ່າງໝັ້ນຄົງ, ພັດທະນາເສດຖະ ກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ; ເສດຖະກິດມະຫາພາກມີ ສະຖຽນລະພາບ ສຸມໃສ່ສ້າງເສດ ຖະກິດເອກະລາດ ເປັນເຈົ້າຕົນເອງ ໃຫ້ເຂັ້ມແຂງ, ປະເທດຊາດພົ້ນຈາກ ສະຖານະພາບ ປະເທດດ້ອຍພັດທະ ນາ, ຮັບປະກັນຄວາມໝັ້ນຄົງ. ຈາກນັ້ນ, ສະຫາຍ ລາວປາວ ຊົ່ງ ນະວົງໄຊ ກໍາມະການສູນກາງ ພັກ, ຮອງຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ ກໍໄດ້ເຜີຍແຜ່ ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ X ຂອງລັດ ແລະ ເຜີຍແຜ່ກົດ ລະບຽບຂອງພັກປະຊາຊົນປະຕິວັດ ລາວ ສະໄໝທີ XII ຊຶ່ງກົດລະບຽບ ດັ່ງກ່າວ ໄດ້ຖືກປັບປຸງເພື່ອໃຫ້ສອດ ຄ່ອງ, ຮອງຮັບການຈັດຕັ້ງປະຕິ ບັດແນວທາງການເມືອງຂອງພັກ, ຊຸກຍູ້ວຽກງານກໍ່ສ້າງພັກ ເຮັດໃຫ້ ພັກເຮົາມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ, ມີຄວາມສາມາດພຽງພໍ ໃນການນໍາພາພາລະກິດປົກປັກຮັກ ສາ ແລະ ພັດທະນາປະເທດຊາດ ໃນ ໄລຍະໃໝ່ ກ້າວຂຶ້ນສູ່ສັງຄົມນິຍົມ ຢ່າງໜັກແໜ້ນ. ສ້າງຄວາມເຂັ້ມແຂງ...້ັ້ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ 17 ມີນາ 2026 ໂດຍການເປັນ ປະທານຂອງ ທ່ານ ສັນຕິສຸກ ສິມ ມາລາວົງ ລັດຖະມົນຕີ ກຕສ, ມີຜູ້ ຕາງໜ້າຈາກບັນດາກະຊວງ-ອົງ ການຂັ້ນສູນກາງ, ຊ່ຽວຊານທາງ ດ້ານເຕັກໂນໂລຊີ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ທັງນີ້, ກໍເພື່ອ ປະຕິບັດຕາມທິດທາງແຜນການພັດ ທະນາເສດຖະກິດດີຈິຕອນ ແລະ ແຜນຍຸດທະສາດລວມຂອງລັດຖະ ບານ ທີ່ແນໃສ່ຍົກລະດັບການບໍລິ ຫານລັດ ໃຫ້ມີຄວາມໂປ່ງໃສ, ວ່ອງ ໄວແລະທັນສະໄໝຊຶ່ງລະບົບGDX ຈະເຂົ້າມາມີບົດບາດເປັນສູນກາງ ໃນການເຊື່ອມໂຍງຂໍ້ມູນພາກລັດ ທີ່ເຮັດໜ້າທີ່ເຊື່ອມໂຍງຖານຂໍ້ມູນ ຂອງແຕ່ລະກະຊວງ ທີ່ເຄີຍເຮັດ ວຽກແບບແຍກສ່ວນ ໃຫ້ສາມາດ ແລກປ່ຽນ ແລະ ສື່ສານຫາກັນໄດ້ ບົນມາດຕະຖານດຽວກັນ. ທ່ານ ສັນຕິສຸກ ສິມມາລາວົງ ໄດ້ກ່າວວ່າ: ລະບົບ GDX ຈະ ກາຍເປັນຂົວຕໍ່ທີ່ສຳຄັນ ທີ່ຈະເຮັດ ໜ້າທີ່ເປັນສູນກາງການເຊື່ອມຕໍ່ (Integrator) ທີ່ໄດ້ມາດຕະຖານ ແລະ ມີຄວາມປອດໄພສູງ ເພື່ອ ເຊື່ອມໂຍງຖານຂໍ້ມູນຂອງທຸກກະ ຊວງ ເຂົ້າຫາກັນແບບທັນທີ ແນໃສ່ ໃນການພັດທະນາລະບົບການບໍລິ ການແບບປະຕູດຽວ (One-Stop ໜ້າສໍານັກງານປົກຄອງນະຄອນ ປາກເຊ, ໜ້າສະໜາມແດງ, ຕະ ຫລາດສະບາຍດີ, ໜ້າສະໜາມ ກິລາ, ໜ້າວິທະຍາໄລຄູ ປາກເຊ, ໂຮງງານ ຊີບີເອັບ, ວິທະຍາໄລ, ກະສິກຳ ຫລັກ 6 ແລະ ສະຖານີ ຫລັກ 8 ໃຕ້. ສາຍທາງ ນະຄອນປາກເຊ ຫາ ບັນດາເມືອງ ມີ 1 ສາຍທາງ, ຈໍາ ນວນ 2 ຄັນ ຄື: ສາຍທາງຕະຫລາດ ໃໝ່ປາກເຊ(ຕະຫລາດດາວເຮືອງ) ຫາ ຕະຫລາດຫລັກ 14 ເມືອງ ບາຈຽງຈະເລີນສຸກ, ຈໍານວນລົດ ແລ່ນ 2 ຄັນ, ແລ່ນໄປທາງສາລາ ຂຽວ-ກັບທາງສາລາຂຽວ, ເວລາ ເລີ່ມຕົ້ນ 6 ໂມງ, ສິ້ນສຸດ 17:30, ໜຶ່ງຮອບ 2 ຊົ່ວໂມງ, ຈຸດຈອດລົດ ຮັບຜູ້ໂດຍສານດັ່ງນີ້: ຕະຫລາດໃໝ່ ປາກເຊ (ຕະຫລາດດາວເຮືອງ), ໜ້າໂຮງຮຽນ ມສ ປາກເຊ, ສາມ ແຍກທາງເຂົ້າບັງເຢາະ, ໜ້າຮ້ານ ມະຫາໄຊ, ໜ້າສູນໂຕໂຢຕ້າ, ໜ້າ ຮ້ານສຸວັນນີ, ໜ້າໂຮງຮຽນປະຖົມ ບ້ານພັດທະນາ, ທາງເຂົ້າມະຫາ ວິທະຍາໄລຈຳປາສັກ, 3 ແຍກ ໂຮງ ຮຽນ ມ ປາຍພອນສະຫວັນ, ວິທະ ຍາໄລເຕັກນິກວິຊາຊີບ ແຂວງຈໍາ ປາສັກ (ຫລັກ 9), ໜ້າວັດຫລັກ 10, ໜ້າວັດຫລັກ 12, ໜ້າຄ້າຍ ທະຫານກອງພົນທີ 5 (ຫລັກ 13) ແລະ ຕະຫລາດຫລັກ 14. ໂອກາດນີ້, ທ່ານ ສຸກສະຫວັນ ວິໄລວົງ ໄດ້ມີຄໍາເຫັນວ່າ: ການ ເປີດໃຫ້ບໍລິການລົດເມໂດຍສານ ສາທາລະນະໂດຍບໍ່ເສຍຄ່າຄັ້ງນີ້ ສຸດທີ່ມີຄວາມໝາຍສໍາຄັນ ໂດຍອີງ ຕາມທິດຊີ້ນໍາຂອງທ່ານເລຂາຄະ ນະບໍລິຫານພັກແຂວງຈໍາປາສັກ ຄັ້ງວັນທີ 11 ມີນາ 2026 ທັງເປັນ ການຈັດຕັ້ງປະຕິບັດຄໍາສັ່ງຂອງ ນາຍົກລັດຖະມົນຕີ ເລກທີ 40/ນຍ, ລົງວັນທີ 13 ມີນາ 2026 ວ່າດ້ວຍ ການເພີ່ມທະວີແກ້ໄຂບັນຫາຜົນ ກະທົບຈາກລາຄານໍ້າມັນເຊື້ອໄຟ. ສໍາລັບຄ່າໃຊ້ຈ່າຍໃນການເປີດບໍລິ ການລົດເມສາທາລະນະໂດຍບໍ່ສາ ຄ່າຄັ້ງນີ້ ແມ່ນຄະນະພັກ-ອົງການ ປົກຄອງແຂວງ ເປັນຜູ້ຮັບຜິດຊອບ. ຈຸດປະສົງ ກໍເພື່ອເປັນການແບ່ງ ເບົາພາລະຄ່າໃຊ້ຈ່າຍໃນລະດັບໜຶ່ງ ແລະ ອໍານວຍຄວາມສະດວກໃນ ການສັນຈອນໄປ-ມາ ຂອງພໍ່ແມ່ ປະຊາຊົນ, ພະນັກງານ, ທະຫານ, ຕຳຫລວດ ແລະ ນັກຮຽນ-ນັກສຶກ ສາ ໃນສະພາບວິກິດການຂາດ ແຄນນໍ້າມັນເຊື້ອໄຟ ແລະ ລາຄາ ນໍ້າມັນເພີ່ມຂຶ້ນສູງທັງເປັນການ ຮ່ວມກັນປະຢັດພະລັງງານ ແລະ ຫລຸດຜ່ອນການນໍາໃຊ້ພາຫະນະ ສ່ວນຕົວໃນໄລຍະວິກິດການນີ້. ນະໂຍບາຍນີ້ຈະປະຕິບັດໄປຈົນ ກວ່າສະພາບການຂາດແຄນນໍ້າມັນ ຈະຜ່ອນຄາຍລົງ ແລະ ລາຄານໍ້າ ມັນກັບຄືນສູ່ສະພາບປົກກະຕິ. ໃນຕໍ່ໜ້າ, ຖ້າວ່າສະພາບການ ຂາດແຄນນໍ້າມັນຍັງບໍ່ທັນຜ່ອນ ຄາຍ, ພະແນກ ຍທຂ ແຂວງ ຈະ ສືບຕໍ່ເປີດບໍລິການລົດເມສາທາລະ ນະໂດຍບໍ່ເສຍຄ່າຕື່ມອີກ 2 ສາຍ ຄື: ສາຍທາງ ທ່າສາລາຄໍາ ຫາ ຕະຫລາດດາວເຮືອງ ແລະ ສາຍ ທາງຕະຫລາດໃໝ່ປາກເຊ (ຕະ ຫລາດດາວເຮືອງ) ຫາ ຫ້ອງວ່າ ການປົກຄອງເມືອງຊະນະສົມບູນ. ຂ່າວ: ທູນທອງໃຈ ແຂວງຈຳປາສັກ, ທ່ານ ສິດທິພອນ ບຸດຕິວົງ ຫົວໜ້າພະແນກ ຍທຂ ແຂວງ ພ້ອມດ້ວຍການນໍາຫ້ອງ ວ່າການແຂວງ, ການນໍາພະແນກ ການກົມກອງອ້ອມຂ້າງແຂວງ, ພະແນກ, ຂະແໜງ, ກອງ ແລະ ພະນັກງານວິຊາການພາຍໃນພະ ແນກ ຍທຂ ແຂວງ ເຂົ້າຮ່ວມ. ໃນພິທີ, ທ່ານ ສິດທິພອນ ບຸດ ຕິວົງ ໄດ້ລາຍງານວ່າ: ການເປີດ ບໍລິການແລ່ນລົດເມສາທາລະນະ ປະຈຳສາຍທາງພາຍໃນເທສະ ບານນະຄອນປາກເຊ ໂດຍບໍ່ເສຍ ຄ່າຄັ້ງນີ້ ຂອບເຂດ ແລະ ເສັ້ນທາງ ບໍລິການຈະເນັ້ນໃສ່ເສັ້ນທາງສາຍ ຫລັກພາຍໃນເທສະບານແຂວງ ແລະ ເສັ້ນທາງເຊື່ອມຕໍ່ເຂດຊານ ເມືອງ ທີ່ເປັນຈຸດຈຳເປັນໃນການ ໄປ-ມາ. ສ່ວນແຜນການນໍາໃຊ້ລົດ ເມ ແລະ ກຳນົດສາຍທາງນັ້ນ, ພະ ແນກ ຍທຂ ແຂວງ ໄດ້ສ້າງແຜນ ນໍາໃຊ້ ແລະ ກຳນົດສາຍທາງ ໃນ ເທສະບານນະຄອນປາກເຊ ແລະ ສາຍທາງນະຄອນປາກເຊ ຫາ ບັນດາເມືອງໃກ້ຄຽງ ຄື: ສາຍທາງ ໃນເທສະບານນະຄອນປາກເຊ ມີ 1 ສາຍທາງ ຄື: ສາຍທາງຫລັກ 7 ເໜືອ-ຫລັກ 8 ໃຕ້, ຈໍານວນລົດ ແລ່ນ 2 ຄັນ, ແລ່ນຕາມທາງ 13 ໃຕ້, ຈຸດເລີ່ມຕົ້ນສະຖານີຂົນສົ່ງ ໂດຍສານຫລັກ 7 ເໜືອ ແລະ ສະ ຖານີຂົນສົ່ງໂດຍສານ ຫລັກ 8 ໃຕ້, ເວລາເລີ່ມຕົ້ນ 6 ໂມງ ຫາ 20:30 ໂມງ, ໜຶ່ງຮອບ 2 ຊົ່ວໂມງ, 7 ຖ້ຽວ ຕໍ່ມື້, ຈຸດຈອດລົດຮັບຜູ້ໂດຍສານ ມີດັ່ງນີ້: ຄິວຫລັກ 7 ເໜືອ, ທາງ ເຂົ້າບ້ານດອນເຂາະ, ທາງເຂົ້າໂຮງ ຮຽນຂັບຂີ່ໂພຊີໄຄ, ໜ້າສະໜາມ ບິນ, ຕະຫລາດມີໄຊ (ທ່າຫີນ), ຈຳປາສັກ...ັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ Service) ຊຶ່ງປະຊາຊົນຈະບໍ່ ຈຳເປັນຕ້ອງຖືເອກະສານຊ້ຳຊ້ອນ ໄປ-ມາລະຫວ່າງຂະແໜງການ, ແຕ່ຍັງສາມາດເຮັດທຸກຢ່າງຜ່ານ ລະບົບອອນລາຍໄດ້ທຸກທີ່, ທຸກ ເວລາ ແລະ ສຳຄັນທີ່ສຸດ ຄືສ້າງ ຄວາມໂປ່ງໃສ ແລະ ວ່ອງໄວ, ຫລຸດ ຜ່ອນຂັ້ນຕອນທີ່ຊ້ຳຊ້ອນ, ປະຢັດ ງົບປະມານ ແລະ ເຮັດໃຫ້ການວາງ ແຜນນະໂຍບາຍຂອງລັດຖະບານ ມີຄວາມຊັດເຈນ ບົນພື້ນຖານຂໍ້ມູນ ທີ່ຖືກຕ້ອງ. ພ້ອມນີ້, ຍັງຮຽກຮ້ອງ ໃຫ້ທຸກກະຊວງ-ອົງການ ກຽມ ຄວາມພ້ອມທາງດ້ານຖານຂໍ້ມູນ ພາຍໃນຂອງຕົນ ໃຫ້ໄດ້ມາດຕະ ຖານ ເພື່ອກຽມພ້ອມເຊື່ອມຕໍ່ເຂົ້າ ສູ່ລະບົບ GDX ໃນອະນາຄົດອັນ ໃກ້ນີ້, ຮ່ວມກັນສ້າງປະຫວັດສາດ ໜ້າໃໝ່ ໃຫ້ແກ່ການບໍລິຫານລັດດີ ຈິຕອນ ຂອງ ສປປ ລາວ. ການສຳມະນາຄັ້ງນີ້, ມີຕາງ ໜ້າ ຂອງບໍລິສັດ VNPT ສສ ຫວຽດນາມ ໄດ້ນຳສະເໜີບົດຮຽນ ການພັດທະນາ ແລະ ຄວາມສຳເລັດ ຂອງການນຳໃຊ້ລະບົບ GDX, ພ້ອມທັງແນະນຳບົດຮຽນໃຫ້ແກ່ ສປປ ລາວ ແລະ ຕາງໜ້າຂອງ ສູນບໍລິຫານລັດດີຈິຕອນ ກໍໄດ້ນຳ ສະເໜີແຜນການພັດທະນາລະບົບ GDX ຂອງ ສປປ ລາວ. ພ້ອມ ນັ້ນ, ບັນດາຜູ້ເຂົ້າຮ່ວມໄດ້ຮ່ວມກັນ ປຶກສາຫາລື ແລະ ແລກປ່ຽນບົດ ຮຽນຢ່າງກົງໄປກົງມາ. ມີຄວາມເຂົ້າໃຈຢ່າງກວ້າງຂວາງ. ດໍາລັດວ່າດ້ວຍຢາງພາລາ ສະ ບັບນີ້ແມ່ນກໍານົດຫລັກການ, ລະ ບຽບການ ແລະ ມາດຕະການ ກ່ຽວ ກັບການຄຸ້ມຄອງ, ຕິດຕາມ, ກວດ ກາ ວຽກງານຢາງພາລາ ໃຫ້ມີປະ ສິດທິພາບ ແລະ ປະສິດທິຜົນແນ ໃສ່ຮັບປະກັນການຜະລິດ ແລະ ສະ ໜອງຢາງພາລາທີ່ມີຄຸນນະພາບ ໃຫ້ແກ່ໂຮງງານ ແລະ ຕະຫລາດ ເພື່ອຍົກລະດັບ ແລະ ປັບປຸງມາດຕະ ຖານຂອງຢາງພາລາ ກໍຄືປະຊາຊົນ ຜູ້ທີ່ປູກຢາງພາລາ ໃຫ້ດີຂຶ້ນ, ພ້ອມ ທັງເພີ່ມຄວາມປົກຫຸ້ມຂອງປ່າໄມ້ ແລະ ສາມາດເຊື່ອມໂຍງກັບພາກ ພື້ນ ແລະ ສາກົນ, ປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດສັງຄົມ ຂອງຊາດຕາມທິດສີຂຽວ ແລະ ຍືນຍົງ, ຮັບປະກັນໃນການຈັດ ຕັ້ງປະຕິບັດວຽກງານ ໃນຕໍ່ໜ້າ. ໂອກາດນີ້, ທ່ານ ລິນຄໍາ ດວງ ສະຫວັນ ໄດ້ມີຄໍາເຫັນໂອ້ລົມ ໂດຍ ມອບໃຫ້ກົມປ່າໄມ້, ພະແນກກະ ສິກໍາ ແລະ ສິ່ງແວດລ້ອມແຂວງ/ ນະຄອນຫລວງ ສືບຕໍ່ໂຄສະນາ ເຜີຍແຜ່ດໍາລັດວ່າດ້ວຍ ຢາງພາ ລາ ໃຫ້ພາກສ່ວນຕ່າງໆຢ່າງກວ້າງ ຂວາງ, ໃຫ້ມີຄວາມຮັບຮູ້ ແລະ ເຂົ້າ ໃຈ ຕໍ່ເນື້ອໃນຈິດໃຈ ຂອງດໍາລັດສະ ບັບນີ້ຢ່າງລະອຽດ, ສືບຕໍ່ຕິດຕາມ ແລະ ຊຸກຍູ້ວຽກງານຢາງພາລາ ໃຫ້ ສາມາດສ້າງຕັ້ງເປັນກຸ່ມ, ເປັນສະ ຫະກອນ ຕິດພັນກັບການຊຸກຍູ້ໃຫ້ ປະຊາຊົນ ຜູ້ທີ່ມີຕົ້ນຢາງພາລາ ເປັນ ຂອງຕົນເອງ ໄປຂຶ້ນທະບຽນໄມ້ປູກ ໃຫ້ຖືກຕ້ອງຕາມລະບຽບການທີ່ໄດ້ ກໍານົດໄວ້. ພ້ອມນີ້້, ໃຫ້ສືບຕໍ່ຕິດ ຕາມການຈັດຕັ້ງປະຕິບັດບັນດາຂໍ້ ຫ້າມຕ່າງໆ ທີ່ຢູ່ໃນດໍາລັດສະບັບນີ້ ໃຫ້ປະກົດຜົນເປັນຈິງ ແລະ ໄດ້ຮັບ ຜົນສໍາເລັດຕາມລະດັບຄາດໝາຍທີ່ ວາງໄວ້. ຂ່າວ: ສອນເພັດ ກົມປ່າໄມ້...ົ່້ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງນະຄອນຫລວງ, ສະມາຄົມຢາງພາລາ, ຜູ້ປະກອບ ການ ພ້ອມດ້ວຍພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ ທັງແບບເຊິ່ງໜ້າ ແລະ ແບບອອນລາຍ. ທັງນີ້, ກໍເພື່ອ ເປັນການໂຄສະນາເຜີຍແຜ່ກ່ຽວກັບ ວຽກງານຢາງພາລາໃນປັດຈຸບັນ ໃຫ້ສັງຄົມໄດ້ມີຄວາມຮັບຮູ້ ແລະ ໃນຕອນບ່າຍວັນດຽວກັນ, ສະ ຫາຍ ນາງ ວິລະວອນ ພັນທະວົງ ກໍາມະການປະຈໍາພັກ, ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ ກໍໄດ້ຍົກໃຫ້ເຫັນຂະບວນວິວັດ ແຫ່ງ ການກຳເນີດຂອງພັກປະຊາຊົນ ປະຕິວັດລາວ ຕະຫລອດ 71 ປີ ຜ່ານມາ ຊຶ່ງພັກເຮົາໄດ້ມີການນໍາ ພາ-ຊີ້ນໍາເດັດດ່ຽວ, ມີວິທະຍາສາດ ແລະ ມີຄວາມສະຫລາດສ່ອງໃສ, ນໍາພາປວງຊົນລາວບັນດາເຜົ່າ ຕໍ່ສູ້ ຕ້ານສັດຕູຜູ້ຮຸກຮານຈົນສາມາດ ນໍາພາປວງຊົນລາວ ປົດປ່ອຍຊາດ ແລະ ປະກາດເອກະລາດ ແລະ ອະ ທິປະໄຕ ຂອງຕົນຂຶ້ນໃນວັນທີ 2 ທັນວາ 1975, ພາຍຫລັງປົດປ່ອຍ ຊາດ ພັກເຮົາກໍໄດ້ນໍາພາປວງຊົນ ລາວ ດໍາເນີນການປົວແປງຮຳບາດ ແຜສົງຄາມ ແລະ ປະຕິບັດສອງ ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ. ຂ່າວ: ກິດຕາ; ພາບ: ແສງຈັນ ນາຍົກລັດຖະມົນຕີ...ົັົີ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ສອງຝ່າຍ ໄດ້ຕີລາຄາສູງຕໍ່ການ ພົວພັນຮ່ວມມື ລະຫວ່າງ ລັດຖະ ບານຂອງສອງປະເທດ ໃນໄລຍະ ຜ່ານມາ ທີ່ມີການພົວພັນຮ່ວມມືກັນ ຢ່າງໃກ້ຊິດ, ສະໜັບສະໜູນ ແລະ ຮ່ວມມືກັນຢ່າງສະເໝີຕົ້ນສະເໝີ ປາຍ, ການນຳຂັ້ນສູງຂອງສອງ ປະເທດໄດ້ມີການເດີນທາງໄປຢ້ຽມ ຢາມແລກປ່ຽນເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິໃນແຕ່ລະປີ ເພື່ອ ເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມືອັນດີງາມ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການ ພັດທະນາແບບຍືນຍົງ ລະຫວ່າງ ສອງປະເທດ ໃຫ້ນັບມື້ນັບຂະຫຍາຍ ຕົວ ແລະ ມີໝາກຜົນສຳເລັດເປັນ ກ້າວໆ ບົນພື້ນຖານຕ່າງຝ່າຍຕ່າງ ໄດ້ຮັບຜົນປະໂຫຍດຮ່ວມກັນ. ອັນ ພົ້ນເດັ່ນແມ່ນການຮ່ວມມືດ້ານການ ເມືອງ-ຄວາມໝັ້ນຄົງ, ດ້ານເສດຖະ ກິດ-ການຄ້າ, ການພັດທະນາພື້ນ ຖານໂຄງລ່າງ ເພື່ອການເຊື່ອມໂຍງເຊື່ອມຈອດ ກໍຄື ການຮ່ວມມືເພື່ອ ການພັດທະນາດ້ານຕ່າງໆ ເພື່ອນໍາ ເອົາຜົນປະໂຫຍດສູງສຸດ, ຄວາມ ຈະເລີນຜາສຸກ ແລະ ຄວາມສີວິໄລ ມາສູ່ປະຊາຊົນຂອງສອງຊາດ ລາວ-ໄທຢ່າງບໍ່ຢຸດຢັ້ງ.ພິເສດ,ໃນປີ 2025 ທີ່ຜ່ານມາ, ສອງປະເທດ ໄດ້ຮ່ວມກັນຈັດກິດຈະກໍາສະເຫລີມ ສະຫລອງການສ້າງຕັ້ງສາຍພົວພັນ ທາງການທູດ ລະຫວ່າງ ສປປ ລາວ ແລະ ລາຊະອານາຈັກໄທ ຄົບຮອບ 75 ປີ ຢ່າງຟົດຟື້ນ ຊຶ່ງ ອັນສໍາຄັນທີ່ສຸດແມ່ນພິທີເປີດນໍາ ໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງ ທີ 5 (ບໍລິຄໍາໄຊ-ບຶງການ) ໂດຍ ການໃຫ້ກຽດເປັນປະທານຮ່ວມ ຂອງ ພະບາດສົມເດັດ ພຣະວະຊິຣະ ເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະ ນາງເຈົ້າພຣະບໍຣົມລາຊິນີ ແຫ່ງ ລາຊະອານາຈັກໄທ ແລະ ທ່ານປະ ທານປະເທດ ແຫ່ງ ສປປ ລາວ ພ້ອມ ດ້ວຍພັນລະຍາ ໃນທ້າຍປີ 2025, ການສະເດັດຢ້ຽມຢາມ ສປປ ລາວ ຂອງກົມສົມເດັດພະເທບ ໃນເດືອນ ເມສາ 2025, ການແລກປ່ຽນການ ຢ້ຽມຢາມ ລະຫວ່າງ ສອງນາຍົກ ລັດຖະມົນຕີ ພ້ອມທັງຮ່ວມເປີດໂຕ ກາສັນຍະລັກ ຄົບຮອບ 75 ປີ ແລະ ກິດຈະກຳປິ່ນອ້ອມອື່ນໆ. ໃນໂອກາດນີ້, ທ່ານນາຍົກລັດ ຖະມົນຕີ ສອນໄຊ ສີພັນດອນ ໄດ້ ສະແດງຄວາມຮູ້ສຶກເປັນກຽດຢ່າງ ສູງ ທີ່ໄດ້ໃຫ້ໂອກາດເຂົ້າຢ້ຽມຂໍ່າ ນັບ ພະບາດສົມເດັດ ພຣະວະຊິຣະ ເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະ ນາງເຈົ້າພຣະບໍຣົມລາຊິນີ ແຫ່ງ ລາຊະອານາຈັກໄທ ພ້ອມທັງໄດ້ ສະແດງຄວາມຍິນດີຕ້ອນຮັບອັນ ອົບອຸ່ນ ແລະ ຕີລາຄາສູງຕໍ່ການ ຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນນິມິດໝາຍທາງ ປະຫວັດສາດອັນສຳຄັນ ແຫ່ງການ ພົວພັນຮ່ວມມືລະຫວ່າງສອງຊາດ ລາວ ແລະ ໄທ ໃນຖານະປະເທດ ເພື່ອນມິດ-ບ້ານໃກ້ເຮືອນຄຽງ ທີ່ດີ, ພາຍຫລັງພະບາດສົມເດັດ ພະເຈົ້າຢູ່ຫົວ ລາຊະການທີ 9 ໄດ້ ສະເດັດຢ້ຽມຢາມ ສປປ ລາວ ໃນປີ 1994 ແລະ ເປັນການເພີ່ມພູນຄູນ ສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງ ຊາດ ໃຫ້ນັບມື້ນັບຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ພ້ອມກັນນັ້ນ, ທ່ານນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງ ຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ຄໍາອວຍພອນໄຊອັນປະເສີດ ໄປຍັງ ພະບໍຣົມວົງສານຸວົງ ທຸກ ພະອົງ, ພ້ອມທັງຕາງໜ້າໃຫ້ແກ່ ລັດຖະບານ ແຫ່ງ ສປປ ລາວ ສະ ແດງຄວາມຂອບໃຈຢ່າງສູງ ຕໍ່ ການຊ່ວຍເຫລືອອັນລໍ້າຄ່າ ໂດຍ ຜ່ານບັນດາໂຄງການພະລາຊະດໍາ ລິຂອງພະບໍລົມວົງສານຸວົງ ແຫ່ງ ລາຊະອານາຈັກໄທ ທຸກພະອົງ ທີ່ ຮ່ວມກັບລັດຖະບານລາວ ຈັດຕັ້ງ ປະຕິບັດຢູ່ ສປປ ລາວ ຊຶ່ງໄດ້ນຳ ເອົາຜົນປະໂຫຍດຕົວຈິງມາສູ່ປະ ຊາຊົນລາວ. ພະບາດສົມເດັດ ພຣະວະຊິຣະ ເກົ້າເຈົ້າຢູ່ຫົວແຫ່ງລາຊະອານາຈັກ ໄທ ກໍໄດ້ສະແດງຄວາມປິຕິຍິນດີ ເປັນຢ່າງຍິ່ງ ທີ່ໄດ້ສະເດັດມາຢ້ຽມ ຢາມ ສປປ ລາວ ໃນຄັ້ງນີ້ ແລະ ສະ ແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ການ ຕ້ອນຮັບຢ່າງອົບອຸ່ນ ແລະ ເຕັມໄປ ດ້ວຍໄມຕີຈິດມິດຕະພາບ ພ້ອມທັງ ໄດ້ອວຍພອນໃຫ້ສາຍພົວພັນມິດ ຕະພາບ ແລະ ການຮ່ວມມືອັນດີ ງາມ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ຈົ່ງໝັ້ນຄົງ ຂະໜົງແກ່ນ ແລະ ຈະເລີນຮຸ່ງເຮືອງ ຍິ່ງໆຂຶ້ນ. ພາບ: ເກດສະໜາ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ລາຊະອານາຈັກໄທ
RkJQdWJsaXNoZXIy MTc3MTYxMQ==