18/03/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ ພາບປະກອບ ພາບປະກອບ ບົດສະເໜີົີ s;o7n o,6 og-N v;a omu 21 ,u ok ;a oglpvq '7t c]t ;a oglp-u ;y fgrnj vxtgmf-kf 75 xu ]k;{wm [kfdh k;l6j dkoIj ;,,n c[[pn opq ' ໂດຍ: ທ່ານ ນາງ ຄຣອງຂະນິດ ່ິ ຣັກຈະເລີນ ເອກອັກຄະລາຊະທູດ ແຫ່ງ ັີັູ່ ລາຊະອານາຈັກໄທ ປະຈຳ ສປປ ລາວັ ສປປ ລາວ ມອບເງິນຊ່ວຍເຫລືອໄພນໍ້າຖ້ວມຢູ່ພາກໃຕ້ຂອງລາຊະອານາຈັກໄທິ່ືໍູ້້່້ັ ຂປລ. ສາຍພົວພັນ ລາວ-ໄທ, ໄທ-ລາວ ໄດ້ພັດທະນາຢ່າງຕໍ່ເນື່ອງ ໃນໄລຍະ 75 ປີທີ່ຜ່ານມາ ແລະ ໄດ້ ຮັບການຖະນຸຖະໜອມ ແລະ ຍົກ ລະດັບໃຫ້ເປັນສາຍພົວພັນທີ່ປຽບ ເໝືອນພີ່ນ້ອງໃກ້ຊິດທີ່ໄວ້ວາງໃຈ ແລະ ເກື້ອກູນກັນ ແລະ ກັນຢ່າງ ແທ້ຈິງ. ຄວາມໃກ້ຊິດນີ້ບໍ່ພຽງແຕ່ເຫັນ ໄດ້ໃນໄລຍະເວລາປົກກະຕິເທົ່ານັ້ນ ແຕ່ຍັງເຫັນໄດ້ຈະແຈ້ງໃນໄລຍະ ເວລາທີ່ຫຍຸ້ງຍາກອີກດ້ວຍເຊັ່ນ: ໃນ ໄລຍະປີ 2024-2025 ໄທ ແລະ ສປປ ລາວ ປະສົບກັບໄພນໍ້າຖ້ວມ ຍ້ອນພາຍຸໄຕ້ຝຸ່ນຫລາຍຄັ້ງເຊັ່ນ: ໄຕ້ຝຸ່ນຍາກິ, ໄຕ້ຝຸ່ນຫວູ່ຕິບ ແລະ ໄຕ້ຝຸ່ນວິພາ ຊຶ່ງເຮັດໃຫ້ເກີດຄວາມ ເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງ ປະຊາຊົນ, ທັງສອງປະເທດໄດ້ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ທັງໃນ ຮູບແບບການຊ່ວຍເຫລືອທາງການ ເງິນ ແລະ ການມອບອຸປະກອນ ຊ່ວຍເຫລືອລວມເຖິງລັດຖະບານ ຂປລ. ວັນທີ 21 ມີນາ ເປັນ ວັນນັກຮົບເສຍອົງຄະ ແລະ ສະລະ ຊີວິດເພື່ອປະເທດຊາດ ຊຶ່ງໃນປີນີ້ ໄດ້ໝູນວຽນມາບັນຈົບຄົບຮອບ 80 ປີ (21 ມີນາ 1946-21 ມີນາ 2026). ໃນປະຫວັດສາດ, ຊາດລາວເຮົາເປັນຊາດໜຶ່ງທີ່ມີ ປະຫວັດການກຳເນີດ, ຄົງຕົວ ແລະ ຂະຫຍາຍຕົວຢູ່ໃນຜືນແຜ່ນດິນ ຕອນນີ້ ຊຶ່ງຖືກຈາລຶກໄວ້ໄດ້ຫລາຍ ພັນປີມາແລ້ວ; ບັນພະບຸລຸດ ແລະ ປະຊາຊົນລາວຜູ້ຮັກຊາດ ໄດ້ສືບ ຕໍ່ປົກປັກຮັກສາ ແລະ ສ້າງສາ ສືບທອດກັນມາຫລາຍເຊັ່ນຄົນ. ໃນປະຫວັດສາດອັນຍາວນານ ນັ້ນ, ຊາດລາວເຮົາບໍ່ເຄີຍຮຸກຮານ ປະເທດອື່ນ, ມີແຕ່ປະເທດອື່ນເຂົ້າ ມາລົບກວນຮຸກຮານ, ຍ້ອນແນວ ນັ້ນຊາດລາວເຮົາຈຶ່ງໄດ້ລຸກຂຶ້ນຕ້ານ ຜູ້ຮຸກຮານ ແລະ ການຢຶດຄອງຂອງ ຕ່າງດ້າວເລື້ອຍໆມາ ເພື່ອປົກປັກ ຮັກສາປິຕຸພູມອັນແສນຮັກເອົາໄວ້. ເມື່ອຫວນຄືນປະຫວັດສາດ ກ່ອນນີ້ 80 ປີ, ຊາດລາວເຮົາໄດ້ ເກີດເຫດການສຳຄັນທີ່ຄົນລາວບໍ່ ອາດລືມລົງໄດ້ນັ້ນແມ່ນເຫດການທີ່ ນັກຮົບປ້ອງກັນຕົວເມືອງທ່າແຂກ ຜູ້ພິລະອາດຫານໄດ້ອຸທິດຕົນຕໍ່ສູ້ເອົາ ເປັນເອົາຕາຍຕ້ານພວກຈັກກະພັດ ຕ່າງດ້າວທີ່ເຂົ້າມາບຸກລຸກຮຸກຮານ ແລະ ຢຶດຄອງລາວ ກັບບັນດາ ປະເທດໃນອິນດູຈີນ ເຫດການຄັ້ງ ນັ້ນຈົບລົງດ້ວຍການປາບປາມ ອັນໂຫດຮ້າຍປ່າເຖື່ອນທີ່ສຸດຂອງ ພວກລ່າເມືອງຂຶ້ນແບບເກົ່າ ຊຶ່ງມີ ຜູ້ບາດເຈັບ ແລະ ເສຍຊີວິດເປັນ ຈຳນວນຫລວງຫລາຍ. ຫລັງຈາກ ເຫດການນັ້ນ ຂະບວນການຕໍ່ສູ້ຂອງ ປະຊາຊົນລາວເຮົາ ໂດຍພາຍໃຕ້ ການນຳພາຂອງພັກແຄວ້ນລາວ ກໍໄດ້ຫັນກຳລັງອອກສູ່ຊົນນະບົດ, ກໍ່ສ້າງທີ່ໝັ້ນປະຕິວັດ, ປັບປຸງກໍ່ສ້າງ ແລະ ຂະຫຍາຍກຳລັງ, ດຳເນີນ ການຕໍ່ສູ້ຍືດເຍື້ອຍາວນານຍາດເອົາ ໄຊຊະນະເປັນແຕ່ລະບາດກ້າວ, ສ້າງເງື່ອນໄຂເພື່ອກ້າວຂຶ້ນປົດປ່ອຍ ຊາດຢ່າງສົມບູນໃນເວລາຕໍ່ມາ. ພາຍຫລັງພັກປະຊາຊົນລາວ (ຕໍ່ມາ ປ່ຽນເປັນພັກປະຊາຊົນປະຕິວັດ ລາວ) ໄດ້ຮັບການສ້າງຕັ້ງຂຶ້ນໃນ ວັນທີ 22 ມີນາ 1955 ກໍໄດ້ສືບຕໍ່ ໄທໄດ້ມອບເຮືອກູ້ໄພ ຊຶ່ງເປັນສັນ ຍະລັກແຫ່ງມິດຕະພາບ ໄທ-ລາວ ອີກດ້ວຍ. ເຫດການເຫລົ່ານີ້ສະທ້ອນ ໃຫ້ເຫັນວ່າທັງສອງປະເທດພ້ອມທີ່ ຈະຢືນຄຽງຂ້າງກັນເພື່ອແບ່ງປັນ ຄວາມສຸກ ແລະ ບັນເທົາຄວາມ ທຸກໃນທຸກໂອກາດ. ໃນໂອກາດ ຄົບຮອບ 75 ປີ ແຫ່ງການສ້າງຕັ້ງ ສາຍພົວພັນທາງການທູດ ລາວ-ໄທ ນີ້ ບໍ່ພຽງແຕ່ເປັນໂອກາດແຫ່ງການ ສະເຫລີມສະຫລອງເທົ່ານັ້ນ ແຕ່ ຍັງເປັນໂອກາດທີ່ສຳຄັນສຳລັບ ທັງສອງປະເທດທີ່ຈະຮ່ວມກັນ ກຳນົດທິດທາງການພົວພັນຮ່ວມມື ໃນຕໍ່ໜ້າເພື່ອຜົນປະໂຫຍດອັນຍິ່ງ ໃຫຍ່ ແລະ ຍືນຍົງມາສູ່ປະຊາຊົນ ທັງສອງຝັ່ງແມ່ນ້ຳຂອງ. ການ ສືບຕໍ່ ແລະ ເສີມຂະຫຍາຍການ ຮ່ວມມືດ້ານຄວາມໝັ້ນຄົງ ໂດຍ ສະເພາະຢູ່ຕາມເຂດຊາຍແດນຂອງ ສອງປະເທດເພື່ອສັນຕິພາບ ແລະ ຄວາມປອດໄພຂອງປະຊາຊົນ ເປັນ ວຽກງານຫລັກທີ່ທັງສອງຝ່າຍ ຕ້ອງສືບຕໍ່ເຮັດວຽກຮ່ວມກັນຢ່າງ ໃກ້ຊິດບໍ່ວ່າຈະເປັນການຮ່ວມມື ໃນການປ້ອງກັນ ແລະ ປາບປາມ ຢາເສບຕິດ, ການແລກປ່ຽນຂໍ້ມູນ ຂ່າວສານ, ການລາດຕະເວນຮ່ວມ ກັນ, ການສະກັດກັ້ນເຄືອຂ່າຍ ອາຊະຍາກຳຂ້າມຊາດ ແລະ ອາ ຊະຍາກຳທາງອອນລາຍ, ການ ແກ້ໄຂບັນຫາການຟອກເງິນ, ການ ພັດທະນາຊັບພະຍາກອນມະນຸດໃຫ້ ມີຄວາມຮູ້ທ່ວງທັນໄພຂົ່ມຂູ່ຮູບແບບ ໃໝ່ເຫລົ່ານີ້ ລວມເຖິງການສົ່ງເສີມ ໂຄງການພັດທະນາທາງເລືອກ ແລະ ການພັດທະນາແບບຍືນຍົງ ສຳລັບຊຸມຊົນຕາມຊາຍແດນເຊັ່ນ: ການສະໜັບສະໜູນສະຫະກອນ ກາເຟວັນໃໝ່ ແລະ ສະຫະກອນຜູ້ ຜະລິດຊາເມືອງເມິງ ເພື່ອແກ້ໄຂ ບັນຫາການລັກລອບປູກຝິ່ນໃນ ໄລຍະຍາວ. ໃນເວລາດຽວກັນ, ທ່າມກາງ ຄວາມບໍ່ແນ່ນອນຂອງເສດຖະກິດ ໂລກ ແລະ ພູມີສາດການເມືອງ, ການເສີມຂະຫຍາຍການເຊື່ອມຕໍ່ ດ້ານການຂົນສົ່ງຜ່ານພື້ນຖານໂຄງ ລ່າງເຊັ່ນ: ຖະໜົນຫົນທາງ, ທາງ ລົດໄຟ ຫລື ຂົວມິດຕະພາບ ຈຶ່ງ ເປັນເຄື່ອງມືທີ່ສຳຄັນທີ່ສາມາດ ຍົກລະດັບຄວາມຢູ່ດີກິນດີຂອງ ປະຊາຊົນໄດ້ ໂດຍສະເພາະການ ອຳນວຍຄວາມສະດວກໃຫ້ແກ່ການ ຄ້າຊາຍແດນ ໄທ-ລາວ ແລະ ການ ຂົນສົ່ງສິນຄ້າຜ່ານແດນຜ່ານ ສປປ ລາວ ໄປຍັງປະເທດອື່ນໆໃນພາກ ພື້ນເຊັ່ນ: ຫວຽດນາມ ແລະ ຈີນ ຊຶ່ງເປັນຕະຫລາດການຄ້າຂະໜາດ ໃຫຍ່. ດັ່ງນັ້ນ, ລັດຖະບານຂອງ ທັງສອງປະເທດ ຈຶ່ງມີແຜນທີ່ຈະ ພັດທະນາພື້ນຖານໂຄງລ່າງທີ່ສຳ ຄັນເພີ່ມຕື່ມເຊັ່ນ: ຂົວລົດໄຟຂ້າມ ນ້ຳຂອງ (ໜອງຄາຍ-ວຽງຈັນ) ແຫ່ງໃໝ່ ຊຶ່ງຄາດວ່າຈະສຳເລັດໃນ ປີ 2030 ເພື່ອເຊື່ອມຕໍ່ລະບົບທາງ ລົດໄຟໄທກັບທາງລົດໄຟ ລາວຈີນ. ນອກຈາກນັ້ນ, ຍັງມີໂຄງການ ກໍ່ສ້າງຂົວມິດຕະພາບ ໄທ-ລາວ ແຫ່ງທີ 6 (ອຸບົນລາຊະທານີ- ສາລະວັນ) ແລະ ການຍົກລະດັບ ເສັ້ນທາງ R12 ຊຶ່ງເປັນເສັ້ນທາງ ຂົນສົ່ງສິນຄ້າທີ່ສັ້ນທີ່ສຸດຈາກໄທ ໄປຫວຽດນາມ, ໂຄງການເຫລົ່າ ນີ້ສ່ອງແສງໃຫ້ເຫັນເຖິງຄວາມມຸ່ງ ໝັ້ນຂອງໄທ ແລະ ສປປ ລາວ ໃນ ການນຳໃຊ້ “ການເຊື່ອມຕໍ່ດ້ານ ການຂົນສົ່ງ” ເປັນແຮງຂັບເຄື່ອນ ເສດຖະກິດຮ່ວມກັນ. ໃນດ້ານສິ່ງແວດລ້ອມ ໄທ, ສປປ ລາວ ແລະ ມຽນມາ ໄດ້ດຳ ເນີນການຮ່ວມມື 3 ຝ່າຍ ພາຍໃຕ້ ຍຸດທະສາດທ້ອງຟ້າປອດໃສ (CLEAR Sky Strategy) ຕັ້ງແຕ່ປີ 2023 ເປັນຕົ້ນມາ ເພື່ອ ແກ້ໄຂບັນຫາ PM 2,5 ຢ່າງເປັນ ຮູບປະທໍາ. ໃນຕໍ່ໜ້ານີ້, ໄທ ແລະ ສປປ ລາວ ຈະຮ່ວມກັນພັດທະນາ ແອັບພລິເຄຊັນລາຍງານຄຸນນະພາບ ອາກາດ ແລະ ເຊື່ອມໂຍງເຄືອຂ່າຍ ໂທລະມາດ ເພື່ອເສີມສ້າງລະບົບ ເຕືອນໄພລ່ວງໜ້າ ແລະ ເພີ່ມປະ ສິດທິພາບການບໍລິຫານຈັດການແມ່ ນ້ຳຂອງລະຫວ່າງສອງຝັ່ງຂອງ. ພ້ອມນີ້, ສາຍພົວພັນ ລາວ-ໄທ ໃນ ປີ 2026 ຈຶ່ງເປັນທັງບາດກ້າວຂອງ ປະເທດເພື່ອນບ້ານທີ່ມີຊາຍແດນ ຕິດກັນ ແລະ ເປັນຄູ່ຮ່ວມທີ່ພ້ອມ ສົ່ງເສີມການຮ່ວມມືຢ່າງຮອບດ້ານ ເພື່ອຍົກລະດັບຄຸນນະພາບຊີວິດ, ຄວາມປອດໄພ ແລະ ຄວາມໝັ້ນ ຄົງຂອງປະຊາຊົນທັງສອງຝັ່ງແມ່ ນ້ຳຂອງຢ່າງຍືນຍົງ ໂດຍຍຶດໝັ້ນ ໃນຫລັກການທີ່ວ່າ “ຄວາມໝັ້ນຄົງ ແລະ ຄວາມຮັ່ງມີຂອງລາວ ແມ່ນ ຄວາມໝັ້ນຄົງ ແລະ ຄວາມຮັ່ງມີ ຂອງໄທ” . ນຳພາຂະບວນການຕໍ່ສູ້ກູ້ຊາດຂອງ ປະຊາຊົນລາວບັນດາເຜົ່າຢ່າງພິລະ ອາດຫານ, ລະອິດລະອ້ຽວທໍລະຫົດ ອົດທົນ, ເຕັມໄປດ້ວຍຄວາມເສຍ ສະລະຕະຫລອດຈົນສາມາດຍາດ ເອົາໄຊຊະນະຢ່າງສົມບູນ, ປົດປ່ອຍ ປະເທດຊາດອອກຈາກແອກປົກ ຄອງຂອງພວກລ່າເມືອງຂຶ້ນແບບ ໃໝ່, ລົບລ້າງລະບອບສັກດີນາຫລ້າ ຫລັງ ແລ້ວສ້າງລະບອບໃໝ່-ລະ ບອບປະຊາທິປະໄຕປະຊາຊົນ ແລະ ສະຖາປະນາເປັນປະເທດສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຂຶ້ນຢ່າງເອກອ້າງທະນົງໃຈ ແລະ ສະຫງ່າລາສີ ໃນວັນທີ 2 ທັນວາ ປີ 1975 . ເພື່ອກະກຽມໃຫ້ແກ່ການຕໍ່ສູ້ ຕ້ານກັບກຳລັງທະຫານຂອງພວກ ລ່າເມືອງຂຶ້ນແບບເກົ່າ ແລະ ພວກ ປະຕິການຂາຍຊາດ ທີ່ຈະຢຶດເອົາ ຕົວເມືອງທ່າແຂກ, ໃນຕົ້ນເດືອນ ກຸມພາ ປີ 1946 ໜ່ວຍພັກປະຈຳ ເມືອງທ່າແຂກ ໄດ້ຈັດກອງປະຊຸມ ແລະ ອອກມະຕິ ໂດຍລະບຸວ່າ: “ຕ້ອງເພີ່ມຄວາມສາມັກຄີລະ ຫວ່າງສອງກຳລັງປະກອບອາວຸດ ຂອງລາວ ແລະ ຊາວຫວຽດນາມ ຕ່າງດ້າວ ເພື່ອກະກຽມໃຫ້ແກ່ການ ຕໍ່ສູ້ປ້ອງກັນເມືອງທ່າແຂກ, ປົກປັກ ຮັກສາຊັບສົມບັດຂອງປະຊາຊົນ ແລະ ການທົດສອບໃນແປວໄຟ ເພື່ອ ສ້າງກຳລັງໃຫ້ເຕີບໃຫຍ່ຂະຫຍາຍ ຕົວ”. ປະຕິບັດມະຕິດັ່ງກ່າວ, ຄະນະ ບັນຊາການທະຫານ ແລະ ຄະນະ ຮັກສາຕົວເມືອງທ່າແຂກ ໂດຍ ແມ່ນປະທານ ສຸພານຸວົງ ເປັນຜູ້ ບັນຊາການສູງສຸດ ໄດ້ໂຮມປະຊຸມ ເພື່ອຜ່ານແຜນການສູ້ຮົບປ້ອງກັນ ຕົວເມືອງທ່າແຂກ ຢ່າງລະອຽດ ເພື່ອກຽມພ້ອມສູ້ຮົບກັບພວກສັດຕູ ໃນທຸກດ້ານພາຍໃຕ້ການບັນຊາ ຂອງທ່ານ ສິງກະໂປ ສີໂຄດຈຸນ ລະມະນີ ແລະ ທ່ານ ຫງວຽນແຈ້ງ ຮອງຫົວໜ້າຄະນະບັນຊາການ ຮັບຜິດຊອບເຂດຕາເວັນອອກສ່ຽງ ເໜືອ ແລະ ທິດຕາເວັນຕົກສ່ຽງ ໃຕ້ຂອງເມືອງທ່າແຂກ, ກຳລັງ ທະຫານ 800 ກວ່າຄົນ ໄດ້ຈັດຕັ້ງ ເປັນ 4 ກອງຮ້ອຍ (ລາວ 2 ກອງ ຮ້ອຍ ແລະ ຊາວຫວຽດນາມຕ່າງ ດ້າວ 2 ກອງຮ້ອຍ) ປະກອບອາວຸດ ແລະ ມີໜ້າທີ່ຮ່ວມກັບໜ່ວຍປ້ອງກັນ ຕົວກຽມພ້ອມຕໍ່ສູ້ກັບພວກສັດຕູໃນ ທຸກທິດ. ເພື່ອເພີ່ມທະວີຄວາມສາມັກຄີ ໃນການຕໍ່ສູ້, ກອງບັນຊາການໄດ້ ປຸກລະດົມທະຫານ ແລະ ປະຊາຊົນ ລາວທີ່ຮັກຊາດ-ຊາວຫວຽດນາມ ຕ່າງດ້າວກໍ່ສ້າງປ້ອມໝັ້ນ ແລະ ຂຸດຂຸມຄອງສູ້ຮົບ 3 ຊັ້ນ ອ້ອມ ຕົວເມືອງ. ໂດຍປະຕິບັດຕາມຄໍາ ຂວັນທີ່ວ່າ: “ຖວາຍເພື່ອກູ້ຊາດ” ປະຊາຊົນລາວ ແລະ ຊາວຫວຽດ ນາມຕ່າງດ້າວໄດ້ຈິງໃຈປະກອບ ເງິນ, ຄໍາຢ່າງຫລວງຫລາຍໄປປ່ຽນ ເອົາອາຫານ, ເຄື່ອງນຸ່ງຫົ່ມ, ເຄື່ອງ ໃຊ້ສອຍຕ່າງໆ ເພື່ອປະກອບໃຫ້ກໍາ ລັງປະກອບອາວຸດ; ສ່ວນສະມາຄົມ ແມ່ຍິງແມ່ນຮັບຜິດຊອບວຽກງານ ແຕ່ງກິນໃຫ້ບັນດາກົມກອງລວມໝູ່ ເພື່ອໃຫ້ມີເວລາຝຶກແອບ ແລະ ເຮັດ ໜ້າຕໍ່ໃນທຸກດ້ານ. ເວລາ 6 ໂມງເຊົ້າຂອງວັນທີ 21/3/1946 ເຮືອບິນຂອງພວກ ລ່າເມືອງຂຶ້ນແບບເກົ່າ ໄດ້ຫວ່ານ ໃບປີວລົງຕົວເມືອງທ່າແຂກ ຊຶ່ງ ມີເນື້ອໃນໃຫ້ທະຫານກູ້ຊາດວາງ ອາວຸດ ແລະ ຍອມຈຳນົນຕໍ່ກອງ ທະຫານພວກລ່າເມືອງຂຶ້ນແບບ ເກົ່າ, ພວກເຂົາໄດ້ເລີ່ມເປີດສາກບຸກ ໂຈມຕີດ້ວຍກຳລັງໄຟປືນໃຫຍ່ໜ້າ ດິນປະສານກັບເຮືອບິນຖິ້ມລະເບີດ ແລະ ຍິງປືນກົນກວາດລົງໃສ່ກາງ ເມືອງ ແລະ ຝູງຄົນໃນຕະຫລາດ, ຍິງໃສ່ກອງບັນຊາການ, ໂຮງຮຽນ ປະຖົມຊາວຫວຽດນາມຕ່າງດ້າວ ຢ່າງຮ້າຍແຮງ ແລະ ປ່າເຖື່ອນ ເຮັດ ໃຫ້ຕົວເມືອງລຸກເປັນໄຟ, ປະຊາຊົນ ຈຳນວນຫລາຍຮ້ອຍຄົນເສຍຊີວິດ ແລະ ຖືກບາດເຈັບ. ທາງພາກ ພື້ນດິນທະຫານສັດຕູໄດ້ບຸກຂົ້າມາ ຫ່າງຈາກປ້ອມຮັກສາເຂດເບື້ອງ ນອກປະມານ 100-150 ແມັດ, ກອງຮັກສາປ້ອມ ແລະ ກຳລັງ ປ້ອງກັນຕົວຂອງພວກເຮົາ ຊຶ່ງຕັ້ງ ຢູ່ສະໜາມກິລາໄດ້ຍິງສຸມໃສ່ກຳລັງ ຂອງສັດຕູຢ່າງແຂງແຮງ.
RkJQdWJsaXNoZXIy MTc3MTYxMQ==