@ 0j k; c]t gsfdko j 18/03/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ລາວ-ໄທ... ຫສນຍ... ທ່ານ ທອງລຸນ ສີສຸລິດ (ຜູ້ທີ 3 ນັບຈາກຊ້າຍຫາຂວາ) ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ (ຜູ້ທີ 2 ນັບຈາກຊ້າຍຫາຂວາ) ແລະ ການຮ່ວມມືທີ່ມີມູນເຊື້ອອັນດີ ງາມ ຖານບ້ານໃກ້ເຮືອນຄຽງທີ່ດີ ແລະ ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການ ພັດທະນາແບບຍືນຍົງ ລະຫວ່າງ ປະຊາຊົນລາວ ແລະ ໄທ ໃຫ້ນັບມື້ ນັບແຕກດອກອອກຜົນຍິ່ງໆຂຶ້ນ. ໃນຕອນເຊົ້າວັນທີ 17 ມີນາ 2026, ພິທີຕ້ອນຮັບຢ່າງເປັນທາງ ການໃຫ້ພະບາດສົມເດັດ ພຣະວະ ຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດ ພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ລາຊະອານາຈັກໄທ ພ້ອມດ້ວຍ ຄະນະ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດທີ່ທໍານຽບປະທານ ປະເທດ. ຫລັງຈາກນັ້ນ, ທ່ານ ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ພະບາດ ສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ລາຊະອານາຈັກໄທ ພ້ອມ ດ້ວຍ ສົມເດັດພະນາງເຈົ້າ ພຣະບໍ ຣົມລາຊິນີ ແລະ ຄະນະຜູ້ແທນຂັ້ນ ສູງຂອງສອງປະເທດ ໄດ້ດໍາເນີນ ການພົບປະສອງຝ່າຍຢ່າງເປັນ ທາງການ. ໃນໂອກາດນີ້, ທ່ານ ປະທານ ປະເທດ ທອງລຸນ ສີສຸລິດ ໄດ້ສະ ແດງຄວາມຍິນດີຕ້ອນຮັບຢ່າງ ອົບອຸ່ນ ແລະ ຕີລາຄາສູງຕໍ່ການ ສະເດັດມາຢ້ຽມຢາມຄັ້ງນີ້ ຊຶ່ງມີ ຄວາມໝາຍຄວາມສໍາຄັນທາງ ດ້ານປະຫວັດສາດ ແຫ່ງການພົວ ພັນ ລາວ-ໄທ ທີ່ສ່ອງແສງໃຫ້ເຫັນ ເຖິງຄວາມມຸ່ງມາດປາຖະໜາຂອງ ປະຊາຊົນສອງປະເທດ ເພື່ອສືບຕໍ່ ເສີມຂະຫຍາຍການພົວພັນຮ່ວມມື ອັນໃກ້ຊິດ ລະຫວ່າງສອງປະເທດ ໃນຕໍ່ໜ້າ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆ ຂຶ້ນ. ພ້ອມທັງຕາງໜ້າໃຫ້ລັດຖະ ບານ ແລະ ປະຊາຊົນລາວ ທຸກທົ່ວ ໜ້າ ສະແດງຄວາມເສົ້າສະຫລົດໃຈ ຢ່າງສຸດຊຶ້ງ ຕໍ່ການສິ້ນພະຊົນຂອງ ສົມເດັດພະບໍຣົມມະຣາດຊະຊົນ ນະນີ ພັນປີຫລວງ ໃນໄລຍະຜ່ານ ມາ ຊຶ່ງບໍ່ພຽງແຕ່ເປັນການສູນ ເສຍ ແມ່ຜູ້ຍິ່ງໃຫຍ່ ທີ່ເປັນມິ່ງຂວັນ, ເປັນທີ່ເຄົາລົບຮັກ ແລະ ເທີດທູນ ສັກກາລະບູຊາຂອງປວງຊົນຊາວ ໄທທັງຊາດເທົ່ານັ້ນ, ແຕ່ຍັງເປັນ ການສູນເສຍຍາດມິດທີ່ໃກ້ຊິດ ຜູ້ທີ່ ມີຄຸນງາມຄວາມດີອັນໃຫຍ່ຫລວງ ຂອງປະຊາຊົນລາວອີກດ້ວຍ. ນອກ ຈາກນັ້ນ, ທ່ານປະທານປະເທດ ແຫ່ງ ສປປ ລາວ ຍັງໄດ້ຕາງໜ້າ ໃຫ້ລັດຖະບານ ແລະ ປະຊາຊົນ ລາວ ສະແດງຄວາມຂອບໃຈຢ່າງ ສູງ ຕໍ່ບັນດາໂຄງການພະລາຊະດໍາ ລິຂອງພະບໍລົມວົງສານຸວົງ ແຫ່ງ ລາຊະອານາຈັກໄທ ທຸກພະອົງ ທີ່ ໄດ້ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນລາວ ກໍຄື ການປະ ກອບສ່ວນອັນໃຫຍ່ຫລວງເຂົ້າໃນ ການພັດທະນາ ສປປ ລາວ ໂດຍ ສະເພາະໃນຂະແໜງການສຶກສາ, ກະສິກໍາ ແລະ ສາທາລະນະສຸກ. ສອງຝ່າຍໄດ້ຕີລາຄາສູງຕໍ່ ການພົວພັນຮ່ວມມືສອງປະເທດ ຕະຫລອດໄລຍະ 76 ປີຜ່ານມາ (19/12/1950-19/12/2026) ຊຶ່ງໄດ້ຮັບການເສີມຂະຫຍາຍຢ່າງ ຕໍ່ເນື່ອງ ແລະ ມີຜົນສໍາເລັດອັນສໍາ ຄັນຫລາຍດ້ານ. ພະບາດສົມເດັດ ພຣະວະຊິຣະ ເກົ້າເຈົ້າຢູ່ຫົວ ແຫ່ງ ລາຊະອານາ ຈັກໄທ ໄດ້ສະແດງຄວາມປິຕິຍິນດີ ທີ່ໄດ້ສະເດັດມາຢ້ຽມຢາມລັດຖະ ກິດ ຢູ່ ສປປ ລາວ ໃນຄັ້ງນີ້ ແລະ ໄດ້ ສະແດງຄວາມຂອບໃຈຕໍ່ການຕ້ອນ ຮັບອັນອົບອຸ່ນຂອງລັດຖະບານ ແລະ ປະຊາຊົນລາວທຸກທົ່ວໜ້າ ຊຶ່ງ ເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ພ້ອມທັງໄດ້ອວຍພອນ ໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມ ຖານບ້ານໃກ້ເຮືອນຄຽງທີ່ດີ ແລະ ການເປັນຄູ່ຮ່ວມຍຸດທະສາດ ເພື່ອ ການຈະເລີນເຕີບໂຕ ແລະ ການ ພັດທະນາແບບຍືນຍົງ ລະຫວ່າງ ສອງປະເທດ ໄທ-ລາວ ຈົ່ງໝັ້ນຄົງ ຂະນົງແກ່ນຕະຫລອດກາລະນານ. ໃນໂອກາດດຽວກັນນີ້, ທ່ານປະ ທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ໄດ້ນໍາພາ ພະ ບາດສົມເດັດ ພຣະວະຊິຣະເກົ້າ ເຈົ້າຢູ່ຫົວ ແລະ ສົມເດັດພະນາງ ເຈົ້າ ພຣະບໍຣົມລາຊິນີ ແຫ່ງ ລາຊະ ອານາຈັກໄທ ພ້ອມດ້ວຍຄະນະ ໄປຢ້ຽມຊົມຕໍານັກຜ້າໄໝລາວບູ ຮານ ແລະ ຖືກຕ້ອນຮັບໂດຍ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາ ຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ. ສ່ວນໃນຕອນແລງຂອງວັນດຽວ ກັນ, ພະບາດສົມເດັດ ພຣະວະຊິ ຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດ ພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ລາຊະອານາຈັກໄທ ກໍໄດ້ ເຂົ້າຮ່ວມພິທີບາສີສູ່ຂວັນ ແລະ ງານລ້ຽງຕ້ອນຮັບ ທີ່ທໍານຽບປະ ທານປະເທດ ເປັນກຽດຈັດໂດຍ ທ່ານ ທອງລຸນ ສີສຸລິດ ປະທານ ປະເທດ ແຫ່ງ ສປປ ລາວ ພ້ອມ ດ້ວຍພັນລະຍາ ອີກດ້ວຍ. ພາບ: ຂັນໄຊ-ອ່າຍຄໍາ ຊຶ່ງບັນດານະໂຍບາຍເຫລົ່ານັ້ນ ແມ່ນຄຳນຶງບົນພື້ນຖານ ໄລຍະ ສັ້ນ-ໄລຍະຍາວ ແລະ ສອດຄ່ອງ ກັບກົດໝາຍ ແລະ ລະບຽບການທີ່ ກ່ຽວຂ້ອງ. ໃນໂອກາດດັ່ງກ່າວ, ທ່ານລັດ ຖະມົນຕີ, ຫົວໜ້າ ຫສນຍ ໄດ້ມີຄຳ ເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ຜູ້ ເຂົ້າຮ່ວມ ເອົາໃຈໃສ່ຕື່ມບາງບັນຫາ ເປັນຕົ້ນ ໃຫ້ກຳແໜ້ນເນື້ອໃນຄຳສັ່ງ ວ່າດ້ວຍການເພີ່ມທະວີການແກ້ໄຂ ຜົນກະທົບຈາກລາຄານໍ້າມັນເຊື້ອ ໄຟ ໂດຍສະເພາະບັນດາໜ້າວຽກ ແລະ ຄວາມຮັບຜິດຊອບ ການເປັນ ເສນາທິການ ໃຫ້ແກ່ລັດຖະບານ ໂດຍໃຫ້ຄົ້ນຄວ້າຜັນຂະຫຍາຍເປັນ ອັນລະອຽດ ແລະ ຖືກຈັດຕັ້ງປະຕິ ບັດໂດຍໄວ; ສືບຕໍ່ສຶກສາອົບຮົມ ການເມືອງ-ນຳພາແນວຄິດຂອງ ພະນັກງານ-ລັດຖະກອນ ໂດຍກຳ ໄດ້ແນວຄິດ, ຄວາມຫຍຸ້ງຍາກ ເພື່ອ ແກ້ໄຂບັນຫາໃຫ້ແທດເຖິງຕົວຈິງ; ໃຫ້ສືບຕໍ່ອຸ່ນອ່ຽນທຸ່ນທ່ຽງ, ເຊື່ອ ໝັ້ນຕໍ່ການນຳຂອງພັກ-ລັດ ແລະ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ ຕ່າງໆ; ສືບຕໍ່ປັບປຸງການຈັດຕັ້ງ ຕາມທິດກະທັດຮັດ ແລະ ສົມເຫດ ສົມຜົນ; ມີສະຕິ ແລະ ໃຫ້ທັດສະນະ ທີ່ຖືກຕ້ອງຕໍ່ບັນຫາຕ່າງໆ ທີ່ສັງຄົມ ແລະ ຊຸມຊົນທີ່ຢູ່ອາໄສຕັ້ງຂຶ້ນ; ປັບ ປຸງກົນໄກ ແລະ ແບບແຜນວິທີເຮັດ ວຽກສູ່ທັນສະໄໝ, ປະຢັດມັດທະຍັດ ແລະມີປະສິດທິຜົນສູງ;ພ້ອມກັນຮັກ ສາຄວາມສະຫງົບ-ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍ ໃນ ຫສນຍ. ສຳລັບການກຳນົດນະ ໂຍບາຍລະອຽດ ເພື່ອຫລຸດຜ່ອນຜົນ ກະທົບ ຈາກລາຄານໍ້າມັນເຊື້ອໄຟ ຕໍ່ພະນັກງານ-ລັດຖະກອນ ຫສນຍ ແມ່ນໃຫ້ຄະນະຮັບຜິດຊອບ ນຳໄປ ມອບ-ຮັບໜ້າທີ່...ັ້ີ່ ຫລວງວຽງຈັນຜູ້ໃໝ່ ແລະ ປະ ກາດຮອງເລຂາຄະນະພັກນະຄອນ ຫລວງວຽງຈັນ ຈັດຂຶ້ນວັນທີ 16 ມີນາ 2026 ທີ່ສູນການຮ່ວມມືສາ ກົນ ແລະ ຝຶກອົບຮົມ (ICTC) ເປັນ ກຽດເຂົ້າຮ່ວມຂອງ ທ່ານ ຄຳພັນ ພົມມະທັດ ກຳມະການກົມການ ເມືອງສູນກາງພັກ, ເລຂາຄະນະ ພັກ, ລັດຖະມົນຕີກະຊວງຍຸຕິທຳ, ພ້ອມດ້ວຍເລຂາ, ຮອງເລຂາຄະນະ ບໍລິງານພັກ ນວ, ຮອງປະທານສະ ພາປະຊາຊົນ ນວ, ປະທານ-ຮອງ ປະທານຄະນະກຳມະທິການປົກ ຄອງເມືອງ, ພະແນກການ ແລະ ພະນັກງານຫລັກແຫລ່ງເຂົ້າຮ່ວມ. ໃນພິທີ ທ່ານ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ, ເລຂາຄະນະພັກ, ເຈົ້າຄອງ ນວ ໄດ້ ຜ່ານບົດລາຍງານການນຳພາ-ຊີ້ ນຳຕະຫລອດໄລຍະ 5 ປີຜ່ານມາ ໂດຍໄດ້ຍົກໃຫ້ເຫັນຜົນງານອັນພົ້ນ ເດັ່ນຂອງແຕ່ລະຂະແໜງການ ແລະ ບັນຫາຄົງຄ້າງທີ່ຈະໄດ້ສືບຕໍ່ແກ້ໄຂ ໃນຕໍ່ໜ້າ, ພ້ອມທັງຍົກໃຫ້ເຫັນແຜນ ວຽກຈຸດສຸມໃສຕໍ່ໜ້າ, ຈາກນັ້ນ ຕາງໜ້າຄະນະຈັດຕັ້ງສູນກາງພັກກໍ ໄດ້ຜ່ານດຳລັດ ເລກທີ 52/ນຍ ລົງ ວັນທີ 10/3/2026 ວ່າດ້ວຍການ ແຕ່ງຕັ້ງປະທານຄະນະກໍາມະການ ປົກຄອງນະຄອນຫລວງວຽງຈັນ ໂດຍແຕ່ງຕັ້ງ ທ່ານ ສິລິລາດທົງສິນ ທອງເພັງ ຮອງເຈົ້າຄອງ ນວ ເປັນ ປະທານຄະນະກຳມະການປົກຄອງ ນະຄອນຫລວງວຽງຈັນ, ພ້ອມນັ້ນ ກໍໄດ້ຜ່ານມະຕິຕົກລົງວ່າດ້ວຍການ ບົ່ງໂຕແຕ່ງຕັ້ງຮອງເລຂາຄະນະ ບໍລິຫານງານພັກ ນະຄອນຫລວງ ວຽງຈັນ ໂດຍໄດ້ແຕ່ງຕັ້ງ ສະຫາຍ ທະວີໄຊ ເໝົາຊົມພູ ເປັນຮອງເລຂາ ຄະນະບໍລິຫານງານພັກ ນວ. ໂອກາດນີ້, ທ່ານ ຄຳພັນ ພົມມະ ທັດ ກໍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ຄະນະພັກ-ຄະນະນຳ ນວ ຍາດ ມາໄດ້ໃນໄລຍະຜ່ານມາ, ຈາກນັ້ນ ກໍໄດ້ຊີ້ນຳໃຫ້ສືບຕໍ່ເອົາໃຈໃສ່ເສີມ ຂະຫຍາຍມູນເຊື້ອຄວາມສາມັກຄີ, ຄວາມເປັນເອກະພາບພາຍໃນໃຫ້ ເພີ່ມທະວີຂຶ້ນ, ສ້າງຄວາມເຂັ້ມ ແຂງຮອບດ້ານໃຫ້ແກ່ກົງຈັກການ ຈັດຕັ້ງ, ສ້າງຄວາມເຂັ້ມແຂງທາງ ດ້ານການພັດທະນາພື້ນຖານໂຄງ ລ່າງ ພັດທະນາຕົວເມືອງໃນ ນວ ໃຫ້ມີຄວາມສະຫງົບ, ປອດໄພ ແລະ ໜ້າຢູ່, ສຸມໃສ່ແກ້ໄຂປະກົດການ ຫຍໍ້ທໍ້ໃນຖັນແຖວພະນັກງານ, ສະ ມາຊິກພັກ, ເອົາໃຈໃສ່ນຳພາ-ຊີ້ນຳ ບັນດາໜ່ວຍພັກຂັ້ນບ້ານ, ຕາແສງ; ປັບປຸງວິທີເຮັດວຽກໃຫ້ມີຄວາມ ໂລ່ງລ່ຽນ, ທັນສະໄໝ, ວ່ອງໄວ, ໂປ່ງໃສ ແລະ ອື່ນໆ. ຂ່າວ: ສົມຫວັງ; ພາບ: ຂັນໄຊ ແລະ ພຽງພໍ ເພື່ອໃຫ້ການຄວບຄຸມ ທີ່ມີຄວາມວ່ອງໄວ. ພ້ອມນີ້, ໃຫ້ສືບຕໍ່ຕິດຕາມສະ ພາບອາກາດ ເພື່ອຮັບປະກັນໃຫ້ ມີການແຈ້ງເຕືອນໄພລ່ວງໜ້າ ທັນ ກັບສະພາບ, ໃຫ້ທ້ອງຖິ່ນເປັນເຈົ້າ ການໃນການແຈ້ງເຕືອນ ໃຫ້ເຖິງປະ ຊາຊົນໃນພື້ນທີ່ ທີ່ມີຄວາມສ່ຽງ ໃຫ້ທົ່ວເຖິງ, ວ່ອງໄວ ເພື່ອການ ກຽມພ້ອມ ແລະ ຮັບມືກັບສະພາບ ໄພພິບັດທີ່ອາດເກີດຂຶ້ນໃຫ້ທັນ ສະພາບການ; ໃຫ້ສືບຕໍ່ເອົາໃຈໃສ່ ຈັດຕັ້ງຜັນຂະຫຍາຍບັນດານິຕິ ກຳ ແລະ ເຊື່ອມສານຍຸດທະສາດ ພ້ອມທັງຈັດສັນງົບປະມານ ຕາມ ຄວາມເໝາະສົມ; ສືບຕໍ່ຂະຫຍາຍ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ ກອງທຶນຄຸ້ມຄອງໄພພິບັດ ທັງຂັ້ນ ສູນກາງ ແລະ ທ້ອງຖິ່ນ ໂດຍການ ຄົ້ນຄວ້າຈັດສັນທຶນຈາກງົບປະ ມານຂອງລັດ ມາເຂົ້າໃສ່ກອງທຶນ ໃນແຕ່ລະປີ (ບ້ວງແຮລັດຖະບານ, ບ້ວງແຮຂອງແຂວງ ແລະ ເມືອງ), ພ້ອມທັງໃຫ້ຄະນະກຳມະການ ແຕ່ລະຂັ້ນເອົາໃຈໃສ່ລະດົມທຶນ ເຂົ້າໃນກອງທຶນຕາມແຫລ່ງທຶນ ທີ່ໄດ້ກໍານົດໄວ້ໃນກົດໝາຍ ວ່າ ດ້ວຍການຄຸ້ມຄອງໄພພິບັດ ແລະ ດຳລັດວ່າດ້ວຍກອງທຶນຄຸ້ມຄອງ ໄພພິບັດ ເພື່ອໃຫ້ກອງທຶນຂອງຕົນ ມີຄວາມເຂັ້ມແຂງສາມາດນຳໃຊ້ ເປັນທ່າແຮງໜຶ່ງໃນການແກ້ໄຂຟື້ນ ຟູສຸກເສີນໃນຂັ້ນຂອງຕົນ. ໃຫ້ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ຮີບຮ້ອນປັບ ປຸງດຳລັດພາລະບົດບາດຄະນະ ກຳມະການຄຸ້ມຄອງໄພພິບັດ ປະ ກອບບັນດາຂະແໜງການທີ່ກ່ຽວ ຂ້ອງ ຕາມການຕົກລົງໃນກອງປະ ຊຸມ ເພື່ອສະເໜີລັດຖະບານຮັບຮອງ ແລະ ສາມາດເປັນບ່ອນອີງ ໃນການ ຈັດຕັ້ງປະຕິບັດໃຫ້ທັນການ; ຄົ້ນ ຄວ້າກ່ຽວກັບແຈ້ງການຂອງຫ້ອງ ວ່າການລັດຖະບານ ໃນການແກ້ໄຂ ຜົນກະທົບຈາກພາຍຸບົວລອຍ ໃຫ້ ບັນດາແຂວງ ສາມາດນຳໃຊ້ບ້ວງ ແຮລັດຖະບານ ໃນການແກ້ໄຂໄດ້ ບໍ່. ພ້ອມນີ້, ກໍມອບໃຫ້ກະຊວງການ ເງິນ ສືບຕໍ່ສະໜອງງົບປະມານເຂົ້າ ໃສ່ກອງທຶນຄຸ້ມຄອງໄພພິບັດ ໃນ ແຕ່ລະປີໃຫ້ເໝາະສົມ ເພາະເປັນ ສິ່ງຈໍາເປັນ ເພື່ອສາມາດມີງົບປະ ມານໃນການແກ້ໄຂສຸກເສີນທັນ ສະພາບການ; ມອບໃຫ້ກະຊວງ ແຮງງານ ແລະ ສະຫວັດດີການ ສັງຄົມ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສົມທົບກັນ ວາງແຜນຕິດຕາມ, ກວດກາການ ຄຸ້ມຄອງບໍລິຫານຈັດການນໍາຂອງ ບັນດາເຂື່ອນຢ່າງໃກ້ຊິດ ເພື່ອບໍ່ໃຫ້ ເກີດມີເຫດການທີ່ບໍ່ຄາດຄິດຂຶ້ນ ແລະ ມີການລາຍງານການກວດ ກາໃຫ້ແກ່ລັດຖະບານຮັບຊາບເປັນ ແຕ່ລະໄລຍະ. ຂ່າວ: ກິດຕາ; ພາບ: ເກດສະໜາ ຮອງຫົວໜ້າຫ້ອງການຄະນະກຳ ມະການປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບສູນກາງ ໄດ້ຜ່ານ ມະຕິຕົກລົງວ່າດ້ວຍການແຕ່ງຕັ້ງ ປະທານ, ຮອງປະທານ, ຜູ້ປະຈຳ ການ ແລະ ກຳມະການ ຄະນະກຳ ມະການປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ແຂວງບໍ່ແກ້ວ. ໃນ ນີ້, ຄະນະເລຂາທິການສູນກາງ ພັກ ຕົກລົງແຕ່ງຕັ້ງ: ສະຫາຍ ພົນ ຈັດຕະວາ ແປ້ນຄຳ ບຸດຈັນແພງ ເປັນປະທານຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ແຂວງບໍ່ແກ້ວ, ສະຫາຍ ພົນຈັດຕະວາ ສຸກພະຈັນ ສີລາເພັດ ເປັນຮອງປະທານ, ສະຫາຍ ພັນ ເອກ ແສງເພັດ ແສງມະນີ ເປັນຮອງ ປະທານ ທັງເປັນຜູ້ປະຈຳການ, ສະຫາຍ ພົນຈັດຕະວາ ຈັນພອນ ເພັດ ຄຳສີ ເປັນຮອງປະທານ, ສະຫາຍ ຄຳແຍງ ຄອນໄຊຍະກິດ ເປັນກຳມະການ, ສະຫາຍ ຂັນທອງ ທຳມະວົງ ເປັນກຳມະການ,ສະຫາຍ ສີລັດ ແສງດາລາ ເປັນກຳມະການ, ສະຫາຍ ພັນເອກ ອຳພັນ ໄຊຍາ ສຸບັດ ເປັນກຳມະການ, ສະຫາຍ ພັນເອກ ບຸນຈັນ ສີທະບູນ ເປັນກຳ ມະການ. ຈາກນັ້ນ, ສະຫາຍ ພົນຈັດ ຕະວາ ແປ້ນຄຳ ບຸດຈັນແພງ ໄດ້ ລາຍງານໂດຍຫຍໍ້ ໃນການຈັດຕັ້ງ ປະຕິບັດວຽກງານ ປກຊ-ປກສ ຂອງແຂວງບໍ່ແກ້ວ ໃນໄລຍະຜ່ານ ມາ ສາມາດຮັກສາໄດ້ຄວາມສະ ຫງົບໂດຍພື້ນຖານ, ສ້າງເງື່ອນໄຂ ໃຫ້ແກ່ການພັດທະນາເສດຖະກິດສັງຄົມ ແລະ ການລົງທຶນຈາກຕ່າງ ປະເທດຫລາຍຂຶ້ນ. ໂອກາດນີ້, ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ໄດ້ເນັ້ນໜັກ ຫລາຍບັນຫາສຳຄັນຕໍ່ຜູ້ທີ່ໄດ້ຮັບ ການແຕ່ງຕັ້ງໜ້າທີ່ໃນຄັ້ງນີ້, ຈົ່ງ ພ້ອມກັນຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງ, ເປັນຄັນທຸງ ໜ້າໃນການປັກປັກຮັກສາຄວາມ ສະຫງົບຮຽບຮ້ອຍພາຍໃນແຂວງ, ການຫັນລົງຮາກຖານ ຕ້ອງໃກ້ຊິດ ກັບປະຊາຊົນ, ເສີມຂະຫຍາຍກຳ ລັງແຮງທົ່ວປວງຊົນເຂົ້າໃນວຽກ ງານ ປກຊ-ປກສ ຢ່າງແທ້ຈິງ, ຮັບ ປະກັນໃຫ້ເຂດຊາຍແດນ ແລະ ທ້ອງ ຖິ່ນມີຄວາມສະຫງົບ, ສຸມໃສ່ການ ສະກັດກັ້ນບັນຫາຢາເສບຕິດ, ການ ຄ້າມະນຸດ ແລະ ປະກົດການຫຍໍ້ທໍ້ ຕ່າງໆ ທີ່ເກີດຂຶ້ນໃນສັງຄົມໃຫ້ຫລຸດ ໜ້ອຍຖອຍລົງຢ່າງຕັ້ງໜ້າ, ເນັ້ນ ການເຮັດວຽກແບບລວມສູນປະຊາ ທິປະໄຕ, ມີການແບ່ງວຽກ-ແບ່ງ ຄວາມຮັບຜິດຊອບຢ່າງຈະແຈ້ງ ແລະ ມີການສະຫລຸບລາຍງານ ຢ່າງເປັນປະຈຳ ເພື່ອເຮັດໃຫ້ເຂດ ທີ່ຕົນຮັບຜິດຊອບມີຄວາມສະຫງົບ ປອດໄພ. ຂ່າວ-ພາບ: ໄກ່ນ໋ອດ ທັງຊາດ ດໍາເນີນພາລະກິດປ່ຽນ ແປງໃໝ່ຢ່າງຮອບດ້ານ ມີຫລັກ ການຂອງພັກ, ປົກປັກຮັກສາປະ ເທດຊາດໄວ້ໃຫ້ໝັ້ນຄົງ, ກໍ່ສ້າງ ລະບອບປະຊາທິປະໄຕປະຊາຊົນ ໃຫ້ບັນລຸຕາມຈຸດໝາຍສັງຄົມນິຍົມ. ເມື່ອບໍ່ດົນມານີ້, ສະຫາຍ ພັນ ເອກ ສະແຫວງ ແດນນາມົນ ອະດີດ ຫົວໜ້າການເມືອງ ໂຮງຮຽນວັດທະ ນະທຳຊົນເຜົ່າກອງທັບ ໄດ້ຍົກໃຫ້ ເຫັນບາງທັດສະນະ ໃນໂອກາດວັນ ສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ ວ່າ: ພັກປະຊາຊົນ ປະຕິວັດລາວ ປະກອບດ້ວຍບຸກຄົນ ທີ່ຕື່ນຕົວ, ຫ້າວຫັນປະຕິວັດ, ດີ ເດັ່ນກວ່າໝູ່ ແລະ ໄດ້ຮັບຄວາມ ໄວ້ວາງໃຈສູງກວ່າໝູ່ໃນຊົນຊັ້ນກຳ ມະກອນ, ຊາວກະສິກອນ, ຊັ້ນຄົນ ປັນຍາຊົນ ແລະ ຊາວຜູ້ອອກແຮງ ງານອື່ນໆໃນເຜົ່າຕ່າງໆຊຶ່ງໄດ້ຜ່ານ ການທົດສອບໃນຂະບວນການປົກ ປັກຮັກສາ ແລະ ພັດທະນາປະເທດ ຊາດ, ມີຄວາມສະໝັກໃຈເຂົ້າໃນ ອົງການຈັດຕັ້ງຂອງພັກ, ເພື່ອສູ້ຊົນ ປະຕິບັດວັດຖຸປະສົງ ແລະ ອຸດົມ ການຂອງພັກຢ່າງສຸດກົກສຸກປາຍ. ພັກປະຊາຊົນປະຕິວັດລາວ ແມ່ນ ນໍາພາປວງຊົນລາວທັງຊາດດໍາ ເນີນພາລະກິດປ່ຽນແປງໃໝ່ຢ່າງ ຮອບດ້ານ ມີຫລັກການຂອງພັກ, ປົກປັກຮັກສາປະເທດຊາດໄວ້ໃຫ້ ໝັ້ນຄົງ, ກໍ່ສ້າງລະບອບປະຊາທິ ປະໄຕປະຊາຊົນ ໃຫ້ບັນລຸຕາມ ຈຸດໝາຍສັງຄົມນິຍົມ. ພັກປະຊາຊົນປະຕິວັດລາວ ເປັນພັກກຳອຳນາດ, ເປັນແກນນໍາ ໃນລະບົບການເມືອງຂອງລະບອບ ປະຊາທິປະໄຕປະຊາຊົນ, ນໍາພາ ປວງຊົນລາວປະຕິບັດສອງໜ້າທີ່ ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມຈຸດໝາຍສັງຄົມນິຍົມ. ຜົນ ງານອັນໃຫຍ່ຫລວງ ແລະ ພົ້ນເດັ່ນ ທີ່ສຸດໃນໄລຍະໃໝ່ນີ້ແມ່ນ ພັກ ປະ ຊາຊົນປະຕິວັດລາວ ໄດ້ມີຄວາມສະ ດຸ້ງໄວ, ທັງສະຫລຽວສະຫລາດ, ມີໄຫວພິບ ຫັນປ່ຽນການນໍາພາ ຂອງຕົນໃຫ້ສອດຄ່ອງກັບສະພາບ, ຈຸດພິເສດ ແລະ ເງື່ອນໄຂສະພາບ ແວດລ້ອມຄວາມເປັນຈິງຂອງປະ ເທດຊາດ ແລະ ສະພາບສາກົນດ້ວຍ ການວາງແນວທາງປ່ຽນແປງ ໃໝ່ຮອບດ້ານ ມີຫລັກການຂອງ ພັກ ຊຶ່ງສາມາດປົກປັກຮັກສາ ຄວາມເປັນເອກະລາດ, ອຳນາດ ອະທິປະໄຕ ແລະ ຜືນແຜ່ນດິນອັນ ຄົບຖ້ວນຂອງຊາດໄວ້ໄດ້ຢ່າງໝັ້ນ ຄົງ, ເສດຖະກິດ-ສັງຄົມ ໄດ້ມີການ ຂະຫຍາຍຕົວຢ່າງຕໍ່ເນື່ອງຕາມທິດ ຫັນເປັນອຸດສາຫະກຳ, ຫັນເປັນ ທັນສະໄໝ, ຊີວິດການເປັນຢູ່ຂອງ ພະນັກງານ, ທະຫານ, ຕຳຫລວດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າໄດ້ ມີການພັດທະນາດີຂຶ້ນເປັນກ້າວໆ. ສຳລັບແນວທາງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ທົ່ວ ປວງຊົນຮອບດ້ານ ກໍໄດ້ຮັບການ ຈັດຕັ້ງປະຕິບັດຢ່າງຕັ້ງໜ້າຕິດ ພັນກັບການສ້າງບ້ານປ້ອມໝັ້ນ ແລະ ກຸ່ມບ້ານສູ້ຮົບຕິດລຽນ ກໍຄື ການປັບປຸງກໍ່ສ້າງກໍາລັງ ປກຊປກສ ຂັ້ນບ້ານ, ປະສົມກົມກຽວກັບ ການກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍຢູ່ຈຸດ ສຸມຕ່າງໆ ໃນຂອບເຂດທົ່ວປະເທດ; ກຳລັງ ປກຊ-ປກສ ໄດ້ຮັບການປັບ ປຸງ ແລະ ກໍ່ສ້າງໃຫ້ໜັກແໜ້ນທາງ ດ້ານການເມືອງ-ແນວຄິດ, ເຂັ້ມ ແຂງທາງດ້ານການຈັດຕັ້ງ; ຍົກລະ ດັບຄວາມສາມາດນໍາພາ-ບັນຊາ ປະຕິບັດໜ້າທີ່, ເປັນກໍາລັງປະຈັນ ບານໃນການຕ້ານ ແລະ ສະກັດກັ້ນ ຍຸດທະສາດ “ຫັນປ່ຽນໂດຍສັນຕິ” ຂອງອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ຫວັງດີ, ເປັນກຳລັງທີ່ມີ ຄວາມຮັບຜິດຊອບ ແລະ ຍົກລະດັບ ຄວາມສາມາດສູງຂຶ້ນໃນການກູ້ ໄພທຳມະຊາດ, ປະຕິບັດມາດຕະ ການສະກັດກັ້ນພະຍາດລະບາດ, ປະຕິບັດສອງວາລະແຫ່ງຊາດ, ຊ່ວຍເຫລືອປະຊາຊົນ ໃນກໍລະນີ ສຸກເສີນຕ່າງໆໄດ້ຢ່າງທັນການ. ຂໍ້ມູນ: ສະແຫວງ ແດນນາມົນ ຮອງນາຍົກ...ົ ປະກາດແຕ່ງຕັ້ງ...່ັ້ ພັກ ປປ ລາວ...ັ ຄົ້ນຄວ້າກຳນົດ ໃຫ້ສາມາດເລີ່ມຈັດ ຕັ້ງປະຕິບັດໄດ້ໂດຍໄວ. ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ.
RkJQdWJsaXNoZXIy MTc3MTYxMQ==