dq ,xj kw,h gzu pczj fe]a f;j kfh ;p1k'rk]k slop gzu pczj gvdtlko gruj ,mt;u cdh w0zq odtmq [9kd]k7koE,a og-N vw2 ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 18.03.2026 ປີທີ 25 ສະບັບທີ 6.398ັຸີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j pq dl6 '[q f[kfdkooerkmu j g0A ,c0' 0v'ra dxt-k-q oxt8y ;a f]k; ,v[{Ia [|h kmuj g9Q k7v'ot7vo s];';P'9a o z6h gdqj k c]t xtmko 7totde,tdkoxq d7v' o; z6h .\j okpq d]a f4t,q o8u g0Q k1h P,0=j koa [ rt[kflq ,gfa f rit;t-y itgdQ kg9Q k16j sq ; c]t lq ,gfa frtok'g9Q k rit[= iq ,]k-y ou csj ']k-tvkok9a dwm ]k;{wm ln [8+ Ia fc|h o c]t glu ,0tspkpdkorq ;ra oIj ;,,n lv'/j kp 9exkla d g]uj ,[= ]y dko c]j o]q fg,lkmk]tot3fp[+ glp7j k .ogmlt[koot7voxkdgra d xx ]k; oerkx;'-q o]k;ma '-kf fegou ork]tdy fxj Pocx'.\j 1j k'Iv[fh ko ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ Iv'okpq d]a f4t,q o8u goA o.sh dP,7;k,rh v,Iv[fh ko grn j vIa [,n da [wrry [a f.sh ma oltrk[dko xtdkfc8j '8A 'xtmko7totde,tdko xh v'da o-kf{xh v'da o7;k,lts'[ c0;'[+ cdh ; 7vlr g-nj v,-b ,,t8y dv'xt-5 ,.spj z6h cmomqj ;xtgmf 7A 'mu XII 0v'ra d F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ ຂປລ. ພິທີປະກາດການແຕ່ງ ຕັ້ງປະທານ, ຮອງປະທານ, ຜູ້ປະ ຈຳການ ແລະ ກຳມະການຄະນະ ກຳມະການປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ແຂວງບໍ່ແກ້ວ ຈັດຂຶ້ນໃນວັນທີ 16 ມີນາ 2026 ຢູ່ຫ້ອງວ່າການປົກຄອງແຂວງບໍ່ ແກ້ວ ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຄຳລຽງ ອຸທະ ໄກສອນ ກຳມະການກົມການເມືອງ ສູນກາງພັກ, ຄະນະກຳມະການ ປກຊ-ປກສ ຂັ້ນສູນກາງ, ລັດຖະ ມົນຕີກະຊວງປ້ອງກັນປະເທດ, ມີ ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ກຳມະການສູນກາງ ພັກ, ເລຂາຄະນະບໍລິຫານງານພັກ ຂປລ. ໂດຍຕອບສະໜອງຕາມ ຄໍາເຊື້ອເຊີນຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ, ພະບາດ ສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະສົມເດັດພະນາງເຈົ້າພຣະບໍຣົມ ລາຊິນີ ແຫ່ງ ລາຊະອານາຈັກໄທ ໄດ້ສະເດັດມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ໃນລະຫວ່າງວັນທີ 16-18 ມີນາ 2026 ເພື່ອສືບຕໍ່ເສີມ ຂະຫຍາຍສາຍພົວພັນມິດຕະພາບ ຂປລ. ໃນຕອນບ່າຍວັນທີ 16 ມີນາ 2026 ນີ້, ການນໍາຫ້ອງວ່າ ການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ພົບປະໂອ້ລົມ ແລະ ເຜີຍແຜ່ເອກະສານ ທີ່ຕິດພັນກັບ ການແກ້ໄຂຜົນກະທົບ ຈາກລາຄາ ນໍ້າມັນເຊື້ອໄຟ ໃຫ້ແກ່ພະນັກງານລັດຖະກອນ ພາຍໃນ ຫສນຍ, ພາຍ ໃຕ້ການເປັນປະທານຂອງ ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ, ຫົວໜ້າ ຫສນຍ, ມີທ່ານຮອງລັດ ຖະມົນຕີ, ຮອງຫົວໜ້າ ຫສນຍ, ບັນດາທ່ານຫົວໜ້າກົມ, ຫົວໜ້າ ຫໍປະຊຸມແຫ່ງຊາດແລະບັນດາຮອງ ຫົວໜ້າກົມ ພ້ອມດ້ວຍພະນັກງານລັດຖະກອນ ພາຍໃນ ຫສນຍ ເຂົ້າ ຮ່ວມ.ທັງນີ້ກໍເພື່ອແກ້ໄຂແລະຫລຸດ ຜ່ອນຜົນກະທົບຈາກລາຄານໍ້າມັນ ເຊື້ອໄຟ ໂດຍສະເພາະເພື່ອເຮັດໃຫ້ ຄຳສັ່ງຂອງນາຍົກລັດຖະມົນຕີ ສະ ຂປລ. ຄະນະໂຄສະນາອົບ ຮົມສູນກາງພັກ (ຄອສພ) ໄດ້ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ບັນດາເອກະສານສຳຄັນຕ່າງໆ ຂອງພັກ ແລະ ຫວນຄືນວັນສ້າງ ຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ ໃນວັນທີ 17 ມີນາ 2026 ໃຫ້ກຽດປາຖະກະຖາໂດຍ ນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນ ຕີ, ປະທານຄະນະກຳມະການຄຸ້ມ ຄອງໄພພິບັດຂັ້ນສູນກາງ ໄດ້ເນັ້ນ ໃຫ້ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ເອົາໃຈໃສ່ສືບ ຕໍ່ປັບປຸງກົນໄກ, ສ້າງຄວາມເຂັ້ມ ແຂງໃຫ້ແກ່ບຸກຄະລາກອນ, ກຽມ ຄວາມພ້ອມດ້ານພາຫະນະ-ອຸປະ ກອນ ເພື່ອກຽມພ້ອມຮັບມືກັບໄພພິ ບັດໃຫ້ທັນກັບສະພາບການ ໂດຍ ສະເພາະໃຫ້ເອົາໃຈໃສ່ກະກຽມໄວ້ ແຕ່ຕົ້ນປີ ເຂດໃດຄວນກຽມພ້ອມ ພາຫະນະ-ອຸປະກອນໃຫ້ເໝາະສົມ ຂປລ. ຕະຫລອດໄລຍະ 71 ປີ ຜ່ານມາ, ພັກປະຊາຊົນປະຕິວັດລາວ ໄດ້ນໍາພາປວງຊົນລາວ ບັນດາເຜົ່າ ດໍາເນີນການລົບລ້າງລະບອບລ່າ ເມືອງຂຶ້ນແບບເກົ່າ, ນໍາພາປະເທດ ຊາດຍາດໄດ້ໄຊຊະນະເປັນກ້າວໆ, ສະຖາປະນາ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງ ສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975 ແລະ ນໍາພາປວງຊົນລາວ ຂປລ. ພິທີປະກາດການຈັດ ຕັ້ງ ແລະ ມອບຮັບໜ້າທີ່ລະຫວ່າງ ເຈົ້າຄອງນະຄອນຫລວງວຽງ lh k'7;k,g0A ,c0'dj P;da []t[q [c]dxj Po0= h ,6 orkd]a f ຂປລ. ສູນບໍລິຫານລັດດີຈິ ຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຈັດສຳ ມະນາສ້າງຄວາມເຂັ້ມແຂງກ່ຽວ ກັບລະບົບແລກປ່ຽນຂໍ້ມູນພາກລັດ ( G o v e r n m e n t D a t a Exchange - GDX) ໃນວັນທີ ຂປລ. ໃນໂອກາດເຂົ້າຮ່ວມກອງ ປະຊຸມສະຫລຸບວຽກງານຄຸ້ມຄອງ ໄພພິບັດ ໃນວັນທີ 16 ມີນາ 2026 ຈັນ (ນວ) ຜູ້ເກົ່າ ແລະ ປະທານ ຄະນະກຳມະການປົກຄອງນະຄອນ ແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນ ຊາສອງກອງບັນຊາການ ທະຫານຕຳຫລວດ ແຂວງບໍ່ແກ້ວ ເຂົ້າຮ່ວມ. ໃນໂອກາດນີ້, ສະຫາຍ ພົນ ຈັດຕະວາ ຈິດຖະໜອມ ບຸນເລີດ ສະຫາຍ ຄຳພັນ ເຜີຍຍະວົງ ບັບເລກທີ 40/ນຍ, ລົງວັນທີ 13 ມີນາ 2026 ວ່າດ້ວຍການເພີ່ມທະ ວີແກ້ໄຂຜົນກະທົບຈາກລາຄານໍ້າ ມັນເຊື້ອໄຟ ໃຫ້ໄດ້ຮັບການຈັດຕັ້ງ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ສູ່ວຽກງານຕົວຈິງໂດຍໄວ. ກອງປະຊຸມໄດ້ເປີດກວ້າງໃຫ້ ຜູ້ຮ່ວມປະກອບຄຳເຫັນແລກປ່ຽນ ເພື່ອເປັນຂໍ້ມູນພື້ນຖານ ໃຫ້ແກ່ການ ກຳນົດນະໂຍບາຍຫລຸດຜ່ອນຜົນ ກະທົບ ຈາກລາຄານໍ້າມັນເຊື້ອໄຟ ຕໍ່ພະນັກງານ-ລັດຖະກອນ ຫສນຍ ເປັນຕົ້ນ ການຄົ້ນຄວ້ານະໂຍບາຍ ລົດໄຟຟ້າ; ການຄົ້ນຄວ້ານະໂຍບາຍ ດ້ານການບໍລິຫານວຽກງານ; ການ ຜັດປ່ຽນກັນປະຈຳການ ແລະ ເຮັດ ວຽກທາງໄກຜ່ານອອນລາຍ; ການ ກຳນົດນະໂຍບາຍສ້າງເສດຖະກິດ, ປັບປຸງຊີວິດການເປັນຢູ່ ແລະ ອື່ນໆ ຂປລ. ແຫລ່ງຂ່າວຈາກ ແຂວງ ຈຳປາສັກໃຫ້ຮູ້ວ່າ: ພະແນກໂຍທາ ທິການແລະຂົນສົ່ງ(ຍທຂ)ແຂວງ ຈໍາປາສັກ ເປີດບໍລິການແລ່ນລົດເມ ສາທາລະນະ ປະຈຳສາຍທາງ ພາຍໃນເທສະບານນະຄອນປາກ ເຊ ໂດຍບໍ່ເສຍຄ່າ ໃນວັນທີ 17 ມີນາ 2026 ທີ່ຫ້ອງວ່າການແຂວງ ໂດຍມີທ່ານ ສຸກສະຫວັນ ວິໄລວົງ ປະທານຄະນະກໍາມະການປົກຄອງ ຂປລ. ກົມປ່າໄມ້, ກະຊວງກະສິ ກໍາ ແລະ ສິ່ງແວດລ້ອມ ຈັດກອງ ປະຊຸມເຜີຍແຜ່ດໍາລັດ ວ່າດ້ວຍ ຢາງ ພາລາ ສະບັບເລກທີ 18/ລບ, ລົງ ວັນທີ 26 ກຸມພາ 2026 ໃນວັນທີ 16 ມີນາ 2026 ທີ່ນະຄອນຫລວງ ວຽງຈັນ ໂດຍການເປັນປະທານ ຂອງ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໂດຍມີທ່ານຫົວ ໜ້າ-ຮອງຫົວໜ້າກົມ, ຫົວໜ້າທ່ານ ຄຳພັນ ພົມມະທັດ (ກາງ) ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ (ຂວາ) ສະຫາຍ ພັນເອກ ສະແຫວງ ແດນນາມົນ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ ຂປລ. ໃນວັນທີ 17 ມີນາ 2026 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປລາວ ພ້ອມດ້ວຍພັນລະຍາ ໄດ້ເຂົ້າຢ້ຽມ ຂໍ່ານັບ ພະບາດສົມເດັດ ພຣະວະຊິ ຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະ ນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ລາຊະອານາຈັກໄທ ໃນໂອກາດ ສະເດັດມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ໃນລະຫວ່າງວັນທີ 16-18 ມີນາ 2026. F ອ່ານຕໍ່ໜ້າ 4່ າໍ່ ໜ້າ ທ່ານ ທອງລຸນ ສີສຸລິດ (ຊ້າຍ) ແລະ ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ກວດແຖວກຽດຕິຍົດ ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍພັນລະຍາ (ຊ້າຍ) ເຂົ້າຢ້ຽມຂໍ່ານັບ ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ q
@ 0j k; c]t gsfdko j 18/03/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ລາວ-ໄທ... ຫສນຍ... ທ່ານ ທອງລຸນ ສີສຸລິດ (ຜູ້ທີ 3 ນັບຈາກຊ້າຍຫາຂວາ) ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ (ຜູ້ທີ 2 ນັບຈາກຊ້າຍຫາຂວາ) ແລະ ການຮ່ວມມືທີ່ມີມູນເຊື້ອອັນດີ ງາມ ຖານບ້ານໃກ້ເຮືອນຄຽງທີ່ດີ ແລະ ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການ ພັດທະນາແບບຍືນຍົງ ລະຫວ່າງ ປະຊາຊົນລາວ ແລະ ໄທ ໃຫ້ນັບມື້ ນັບແຕກດອກອອກຜົນຍິ່ງໆຂຶ້ນ. ໃນຕອນເຊົ້າວັນທີ 17 ມີນາ 2026, ພິທີຕ້ອນຮັບຢ່າງເປັນທາງ ການໃຫ້ພະບາດສົມເດັດ ພຣະວະ ຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດ ພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ລາຊະອານາຈັກໄທ ພ້ອມດ້ວຍ ຄະນະ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດທີ່ທໍານຽບປະທານ ປະເທດ. ຫລັງຈາກນັ້ນ, ທ່ານ ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ພະບາດ ສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ລາຊະອານາຈັກໄທ ພ້ອມ ດ້ວຍ ສົມເດັດພະນາງເຈົ້າ ພຣະບໍ ຣົມລາຊິນີ ແລະ ຄະນະຜູ້ແທນຂັ້ນ ສູງຂອງສອງປະເທດ ໄດ້ດໍາເນີນ ການພົບປະສອງຝ່າຍຢ່າງເປັນ ທາງການ. ໃນໂອກາດນີ້, ທ່ານ ປະທານ ປະເທດ ທອງລຸນ ສີສຸລິດ ໄດ້ສະ ແດງຄວາມຍິນດີຕ້ອນຮັບຢ່າງ ອົບອຸ່ນ ແລະ ຕີລາຄາສູງຕໍ່ການ ສະເດັດມາຢ້ຽມຢາມຄັ້ງນີ້ ຊຶ່ງມີ ຄວາມໝາຍຄວາມສໍາຄັນທາງ ດ້ານປະຫວັດສາດ ແຫ່ງການພົວ ພັນ ລາວ-ໄທ ທີ່ສ່ອງແສງໃຫ້ເຫັນ ເຖິງຄວາມມຸ່ງມາດປາຖະໜາຂອງ ປະຊາຊົນສອງປະເທດ ເພື່ອສືບຕໍ່ ເສີມຂະຫຍາຍການພົວພັນຮ່ວມມື ອັນໃກ້ຊິດ ລະຫວ່າງສອງປະເທດ ໃນຕໍ່ໜ້າ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆ ຂຶ້ນ. ພ້ອມທັງຕາງໜ້າໃຫ້ລັດຖະ ບານ ແລະ ປະຊາຊົນລາວ ທຸກທົ່ວ ໜ້າ ສະແດງຄວາມເສົ້າສະຫລົດໃຈ ຢ່າງສຸດຊຶ້ງ ຕໍ່ການສິ້ນພະຊົນຂອງ ສົມເດັດພະບໍຣົມມະຣາດຊະຊົນ ນະນີ ພັນປີຫລວງ ໃນໄລຍະຜ່ານ ມາ ຊຶ່ງບໍ່ພຽງແຕ່ເປັນການສູນ ເສຍ ແມ່ຜູ້ຍິ່ງໃຫຍ່ ທີ່ເປັນມິ່ງຂວັນ, ເປັນທີ່ເຄົາລົບຮັກ ແລະ ເທີດທູນ ສັກກາລະບູຊາຂອງປວງຊົນຊາວ ໄທທັງຊາດເທົ່ານັ້ນ, ແຕ່ຍັງເປັນ ການສູນເສຍຍາດມິດທີ່ໃກ້ຊິດ ຜູ້ທີ່ ມີຄຸນງາມຄວາມດີອັນໃຫຍ່ຫລວງ ຂອງປະຊາຊົນລາວອີກດ້ວຍ. ນອກ ຈາກນັ້ນ, ທ່ານປະທານປະເທດ ແຫ່ງ ສປປ ລາວ ຍັງໄດ້ຕາງໜ້າ ໃຫ້ລັດຖະບານ ແລະ ປະຊາຊົນ ລາວ ສະແດງຄວາມຂອບໃຈຢ່າງ ສູງ ຕໍ່ບັນດາໂຄງການພະລາຊະດໍາ ລິຂອງພະບໍລົມວົງສານຸວົງ ແຫ່ງ ລາຊະອານາຈັກໄທ ທຸກພະອົງ ທີ່ ໄດ້ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນລາວ ກໍຄື ການປະ ກອບສ່ວນອັນໃຫຍ່ຫລວງເຂົ້າໃນ ການພັດທະນາ ສປປ ລາວ ໂດຍ ສະເພາະໃນຂະແໜງການສຶກສາ, ກະສິກໍາ ແລະ ສາທາລະນະສຸກ. ສອງຝ່າຍໄດ້ຕີລາຄາສູງຕໍ່ ການພົວພັນຮ່ວມມືສອງປະເທດ ຕະຫລອດໄລຍະ 76 ປີຜ່ານມາ (19/12/1950-19/12/2026) ຊຶ່ງໄດ້ຮັບການເສີມຂະຫຍາຍຢ່າງ ຕໍ່ເນື່ອງ ແລະ ມີຜົນສໍາເລັດອັນສໍາ ຄັນຫລາຍດ້ານ. ພະບາດສົມເດັດ ພຣະວະຊິຣະ ເກົ້າເຈົ້າຢູ່ຫົວ ແຫ່ງ ລາຊະອານາ ຈັກໄທ ໄດ້ສະແດງຄວາມປິຕິຍິນດີ ທີ່ໄດ້ສະເດັດມາຢ້ຽມຢາມລັດຖະ ກິດ ຢູ່ ສປປ ລາວ ໃນຄັ້ງນີ້ ແລະ ໄດ້ ສະແດງຄວາມຂອບໃຈຕໍ່ການຕ້ອນ ຮັບອັນອົບອຸ່ນຂອງລັດຖະບານ ແລະ ປະຊາຊົນລາວທຸກທົ່ວໜ້າ ຊຶ່ງ ເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ພ້ອມທັງໄດ້ອວຍພອນ ໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມ ຖານບ້ານໃກ້ເຮືອນຄຽງທີ່ດີ ແລະ ການເປັນຄູ່ຮ່ວມຍຸດທະສາດ ເພື່ອ ການຈະເລີນເຕີບໂຕ ແລະ ການ ພັດທະນາແບບຍືນຍົງ ລະຫວ່າງ ສອງປະເທດ ໄທ-ລາວ ຈົ່ງໝັ້ນຄົງ ຂະນົງແກ່ນຕະຫລອດກາລະນານ. ໃນໂອກາດດຽວກັນນີ້, ທ່ານປະ ທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ໄດ້ນໍາພາ ພະ ບາດສົມເດັດ ພຣະວະຊິຣະເກົ້າ ເຈົ້າຢູ່ຫົວ ແລະ ສົມເດັດພະນາງ ເຈົ້າ ພຣະບໍຣົມລາຊິນີ ແຫ່ງ ລາຊະ ອານາຈັກໄທ ພ້ອມດ້ວຍຄະນະ ໄປຢ້ຽມຊົມຕໍານັກຜ້າໄໝລາວບູ ຮານ ແລະ ຖືກຕ້ອນຮັບໂດຍ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາ ຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ. ສ່ວນໃນຕອນແລງຂອງວັນດຽວ ກັນ, ພະບາດສົມເດັດ ພຣະວະຊິ ຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດ ພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ລາຊະອານາຈັກໄທ ກໍໄດ້ ເຂົ້າຮ່ວມພິທີບາສີສູ່ຂວັນ ແລະ ງານລ້ຽງຕ້ອນຮັບ ທີ່ທໍານຽບປະ ທານປະເທດ ເປັນກຽດຈັດໂດຍ ທ່ານ ທອງລຸນ ສີສຸລິດ ປະທານ ປະເທດ ແຫ່ງ ສປປ ລາວ ພ້ອມ ດ້ວຍພັນລະຍາ ອີກດ້ວຍ. ພາບ: ຂັນໄຊ-ອ່າຍຄໍາ ຊຶ່ງບັນດານະໂຍບາຍເຫລົ່ານັ້ນ ແມ່ນຄຳນຶງບົນພື້ນຖານ ໄລຍະ ສັ້ນ-ໄລຍະຍາວ ແລະ ສອດຄ່ອງ ກັບກົດໝາຍ ແລະ ລະບຽບການທີ່ ກ່ຽວຂ້ອງ. ໃນໂອກາດດັ່ງກ່າວ, ທ່ານລັດ ຖະມົນຕີ, ຫົວໜ້າ ຫສນຍ ໄດ້ມີຄຳ ເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ຜູ້ ເຂົ້າຮ່ວມ ເອົາໃຈໃສ່ຕື່ມບາງບັນຫາ ເປັນຕົ້ນ ໃຫ້ກຳແໜ້ນເນື້ອໃນຄຳສັ່ງ ວ່າດ້ວຍການເພີ່ມທະວີການແກ້ໄຂ ຜົນກະທົບຈາກລາຄານໍ້າມັນເຊື້ອ ໄຟ ໂດຍສະເພາະບັນດາໜ້າວຽກ ແລະ ຄວາມຮັບຜິດຊອບ ການເປັນ ເສນາທິການ ໃຫ້ແກ່ລັດຖະບານ ໂດຍໃຫ້ຄົ້ນຄວ້າຜັນຂະຫຍາຍເປັນ ອັນລະອຽດ ແລະ ຖືກຈັດຕັ້ງປະຕິ ບັດໂດຍໄວ; ສືບຕໍ່ສຶກສາອົບຮົມ ການເມືອງ-ນຳພາແນວຄິດຂອງ ພະນັກງານ-ລັດຖະກອນ ໂດຍກຳ ໄດ້ແນວຄິດ, ຄວາມຫຍຸ້ງຍາກ ເພື່ອ ແກ້ໄຂບັນຫາໃຫ້ແທດເຖິງຕົວຈິງ; ໃຫ້ສືບຕໍ່ອຸ່ນອ່ຽນທຸ່ນທ່ຽງ, ເຊື່ອ ໝັ້ນຕໍ່ການນຳຂອງພັກ-ລັດ ແລະ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ ຕ່າງໆ; ສືບຕໍ່ປັບປຸງການຈັດຕັ້ງ ຕາມທິດກະທັດຮັດ ແລະ ສົມເຫດ ສົມຜົນ; ມີສະຕິ ແລະ ໃຫ້ທັດສະນະ ທີ່ຖືກຕ້ອງຕໍ່ບັນຫາຕ່າງໆ ທີ່ສັງຄົມ ແລະ ຊຸມຊົນທີ່ຢູ່ອາໄສຕັ້ງຂຶ້ນ; ປັບ ປຸງກົນໄກ ແລະ ແບບແຜນວິທີເຮັດ ວຽກສູ່ທັນສະໄໝ, ປະຢັດມັດທະຍັດ ແລະມີປະສິດທິຜົນສູງ;ພ້ອມກັນຮັກ ສາຄວາມສະຫງົບ-ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍ ໃນ ຫສນຍ. ສຳລັບການກຳນົດນະ ໂຍບາຍລະອຽດ ເພື່ອຫລຸດຜ່ອນຜົນ ກະທົບ ຈາກລາຄານໍ້າມັນເຊື້ອໄຟ ຕໍ່ພະນັກງານ-ລັດຖະກອນ ຫສນຍ ແມ່ນໃຫ້ຄະນະຮັບຜິດຊອບ ນຳໄປ ມອບ-ຮັບໜ້າທີ່...ັ້ີ່ ຫລວງວຽງຈັນຜູ້ໃໝ່ ແລະ ປະ ກາດຮອງເລຂາຄະນະພັກນະຄອນ ຫລວງວຽງຈັນ ຈັດຂຶ້ນວັນທີ 16 ມີນາ 2026 ທີ່ສູນການຮ່ວມມືສາ ກົນ ແລະ ຝຶກອົບຮົມ (ICTC) ເປັນ ກຽດເຂົ້າຮ່ວມຂອງ ທ່ານ ຄຳພັນ ພົມມະທັດ ກຳມະການກົມການ ເມືອງສູນກາງພັກ, ເລຂາຄະນະ ພັກ, ລັດຖະມົນຕີກະຊວງຍຸຕິທຳ, ພ້ອມດ້ວຍເລຂາ, ຮອງເລຂາຄະນະ ບໍລິງານພັກ ນວ, ຮອງປະທານສະ ພາປະຊາຊົນ ນວ, ປະທານ-ຮອງ ປະທານຄະນະກຳມະທິການປົກ ຄອງເມືອງ, ພະແນກການ ແລະ ພະນັກງານຫລັກແຫລ່ງເຂົ້າຮ່ວມ. ໃນພິທີ ທ່ານ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ, ເລຂາຄະນະພັກ, ເຈົ້າຄອງ ນວ ໄດ້ ຜ່ານບົດລາຍງານການນຳພາ-ຊີ້ ນຳຕະຫລອດໄລຍະ 5 ປີຜ່ານມາ ໂດຍໄດ້ຍົກໃຫ້ເຫັນຜົນງານອັນພົ້ນ ເດັ່ນຂອງແຕ່ລະຂະແໜງການ ແລະ ບັນຫາຄົງຄ້າງທີ່ຈະໄດ້ສືບຕໍ່ແກ້ໄຂ ໃນຕໍ່ໜ້າ, ພ້ອມທັງຍົກໃຫ້ເຫັນແຜນ ວຽກຈຸດສຸມໃສຕໍ່ໜ້າ, ຈາກນັ້ນ ຕາງໜ້າຄະນະຈັດຕັ້ງສູນກາງພັກກໍ ໄດ້ຜ່ານດຳລັດ ເລກທີ 52/ນຍ ລົງ ວັນທີ 10/3/2026 ວ່າດ້ວຍການ ແຕ່ງຕັ້ງປະທານຄະນະກໍາມະການ ປົກຄອງນະຄອນຫລວງວຽງຈັນ ໂດຍແຕ່ງຕັ້ງ ທ່ານ ສິລິລາດທົງສິນ ທອງເພັງ ຮອງເຈົ້າຄອງ ນວ ເປັນ ປະທານຄະນະກຳມະການປົກຄອງ ນະຄອນຫລວງວຽງຈັນ, ພ້ອມນັ້ນ ກໍໄດ້ຜ່ານມະຕິຕົກລົງວ່າດ້ວຍການ ບົ່ງໂຕແຕ່ງຕັ້ງຮອງເລຂາຄະນະ ບໍລິຫານງານພັກ ນະຄອນຫລວງ ວຽງຈັນ ໂດຍໄດ້ແຕ່ງຕັ້ງ ສະຫາຍ ທະວີໄຊ ເໝົາຊົມພູ ເປັນຮອງເລຂາ ຄະນະບໍລິຫານງານພັກ ນວ. ໂອກາດນີ້, ທ່ານ ຄຳພັນ ພົມມະ ທັດ ກໍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ຄະນະພັກ-ຄະນະນຳ ນວ ຍາດ ມາໄດ້ໃນໄລຍະຜ່ານມາ, ຈາກນັ້ນ ກໍໄດ້ຊີ້ນຳໃຫ້ສືບຕໍ່ເອົາໃຈໃສ່ເສີມ ຂະຫຍາຍມູນເຊື້ອຄວາມສາມັກຄີ, ຄວາມເປັນເອກະພາບພາຍໃນໃຫ້ ເພີ່ມທະວີຂຶ້ນ, ສ້າງຄວາມເຂັ້ມ ແຂງຮອບດ້ານໃຫ້ແກ່ກົງຈັກການ ຈັດຕັ້ງ, ສ້າງຄວາມເຂັ້ມແຂງທາງ ດ້ານການພັດທະນາພື້ນຖານໂຄງ ລ່າງ ພັດທະນາຕົວເມືອງໃນ ນວ ໃຫ້ມີຄວາມສະຫງົບ, ປອດໄພ ແລະ ໜ້າຢູ່, ສຸມໃສ່ແກ້ໄຂປະກົດການ ຫຍໍ້ທໍ້ໃນຖັນແຖວພະນັກງານ, ສະ ມາຊິກພັກ, ເອົາໃຈໃສ່ນຳພາ-ຊີ້ນຳ ບັນດາໜ່ວຍພັກຂັ້ນບ້ານ, ຕາແສງ; ປັບປຸງວິທີເຮັດວຽກໃຫ້ມີຄວາມ ໂລ່ງລ່ຽນ, ທັນສະໄໝ, ວ່ອງໄວ, ໂປ່ງໃສ ແລະ ອື່ນໆ. ຂ່າວ: ສົມຫວັງ; ພາບ: ຂັນໄຊ ແລະ ພຽງພໍ ເພື່ອໃຫ້ການຄວບຄຸມ ທີ່ມີຄວາມວ່ອງໄວ. ພ້ອມນີ້, ໃຫ້ສືບຕໍ່ຕິດຕາມສະ ພາບອາກາດ ເພື່ອຮັບປະກັນໃຫ້ ມີການແຈ້ງເຕືອນໄພລ່ວງໜ້າ ທັນ ກັບສະພາບ, ໃຫ້ທ້ອງຖິ່ນເປັນເຈົ້າ ການໃນການແຈ້ງເຕືອນ ໃຫ້ເຖິງປະ ຊາຊົນໃນພື້ນທີ່ ທີ່ມີຄວາມສ່ຽງ ໃຫ້ທົ່ວເຖິງ, ວ່ອງໄວ ເພື່ອການ ກຽມພ້ອມ ແລະ ຮັບມືກັບສະພາບ ໄພພິບັດທີ່ອາດເກີດຂຶ້ນໃຫ້ທັນ ສະພາບການ; ໃຫ້ສືບຕໍ່ເອົາໃຈໃສ່ ຈັດຕັ້ງຜັນຂະຫຍາຍບັນດານິຕິ ກຳ ແລະ ເຊື່ອມສານຍຸດທະສາດ ພ້ອມທັງຈັດສັນງົບປະມານ ຕາມ ຄວາມເໝາະສົມ; ສືບຕໍ່ຂະຫຍາຍ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ ກອງທຶນຄຸ້ມຄອງໄພພິບັດ ທັງຂັ້ນ ສູນກາງ ແລະ ທ້ອງຖິ່ນ ໂດຍການ ຄົ້ນຄວ້າຈັດສັນທຶນຈາກງົບປະ ມານຂອງລັດ ມາເຂົ້າໃສ່ກອງທຶນ ໃນແຕ່ລະປີ (ບ້ວງແຮລັດຖະບານ, ບ້ວງແຮຂອງແຂວງ ແລະ ເມືອງ), ພ້ອມທັງໃຫ້ຄະນະກຳມະການ ແຕ່ລະຂັ້ນເອົາໃຈໃສ່ລະດົມທຶນ ເຂົ້າໃນກອງທຶນຕາມແຫລ່ງທຶນ ທີ່ໄດ້ກໍານົດໄວ້ໃນກົດໝາຍ ວ່າ ດ້ວຍການຄຸ້ມຄອງໄພພິບັດ ແລະ ດຳລັດວ່າດ້ວຍກອງທຶນຄຸ້ມຄອງ ໄພພິບັດ ເພື່ອໃຫ້ກອງທຶນຂອງຕົນ ມີຄວາມເຂັ້ມແຂງສາມາດນຳໃຊ້ ເປັນທ່າແຮງໜຶ່ງໃນການແກ້ໄຂຟື້ນ ຟູສຸກເສີນໃນຂັ້ນຂອງຕົນ. ໃຫ້ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ຮີບຮ້ອນປັບ ປຸງດຳລັດພາລະບົດບາດຄະນະ ກຳມະການຄຸ້ມຄອງໄພພິບັດ ປະ ກອບບັນດາຂະແໜງການທີ່ກ່ຽວ ຂ້ອງ ຕາມການຕົກລົງໃນກອງປະ ຊຸມ ເພື່ອສະເໜີລັດຖະບານຮັບຮອງ ແລະ ສາມາດເປັນບ່ອນອີງ ໃນການ ຈັດຕັ້ງປະຕິບັດໃຫ້ທັນການ; ຄົ້ນ ຄວ້າກ່ຽວກັບແຈ້ງການຂອງຫ້ອງ ວ່າການລັດຖະບານ ໃນການແກ້ໄຂ ຜົນກະທົບຈາກພາຍຸບົວລອຍ ໃຫ້ ບັນດາແຂວງ ສາມາດນຳໃຊ້ບ້ວງ ແຮລັດຖະບານ ໃນການແກ້ໄຂໄດ້ ບໍ່. ພ້ອມນີ້, ກໍມອບໃຫ້ກະຊວງການ ເງິນ ສືບຕໍ່ສະໜອງງົບປະມານເຂົ້າ ໃສ່ກອງທຶນຄຸ້ມຄອງໄພພິບັດ ໃນ ແຕ່ລະປີໃຫ້ເໝາະສົມ ເພາະເປັນ ສິ່ງຈໍາເປັນ ເພື່ອສາມາດມີງົບປະ ມານໃນການແກ້ໄຂສຸກເສີນທັນ ສະພາບການ; ມອບໃຫ້ກະຊວງ ແຮງງານ ແລະ ສະຫວັດດີການ ສັງຄົມ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສົມທົບກັນ ວາງແຜນຕິດຕາມ, ກວດກາການ ຄຸ້ມຄອງບໍລິຫານຈັດການນໍາຂອງ ບັນດາເຂື່ອນຢ່າງໃກ້ຊິດ ເພື່ອບໍ່ໃຫ້ ເກີດມີເຫດການທີ່ບໍ່ຄາດຄິດຂຶ້ນ ແລະ ມີການລາຍງານການກວດ ກາໃຫ້ແກ່ລັດຖະບານຮັບຊາບເປັນ ແຕ່ລະໄລຍະ. ຂ່າວ: ກິດຕາ; ພາບ: ເກດສະໜາ ຮອງຫົວໜ້າຫ້ອງການຄະນະກຳ ມະການປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບສູນກາງ ໄດ້ຜ່ານ ມະຕິຕົກລົງວ່າດ້ວຍການແຕ່ງຕັ້ງ ປະທານ, ຮອງປະທານ, ຜູ້ປະຈຳ ການ ແລະ ກຳມະການ ຄະນະກຳ ມະການປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ແຂວງບໍ່ແກ້ວ. ໃນ ນີ້, ຄະນະເລຂາທິການສູນກາງ ພັກ ຕົກລົງແຕ່ງຕັ້ງ: ສະຫາຍ ພົນ ຈັດຕະວາ ແປ້ນຄຳ ບຸດຈັນແພງ ເປັນປະທານຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ແຂວງບໍ່ແກ້ວ, ສະຫາຍ ພົນຈັດຕະວາ ສຸກພະຈັນ ສີລາເພັດ ເປັນຮອງປະທານ, ສະຫາຍ ພັນ ເອກ ແສງເພັດ ແສງມະນີ ເປັນຮອງ ປະທານ ທັງເປັນຜູ້ປະຈຳການ, ສະຫາຍ ພົນຈັດຕະວາ ຈັນພອນ ເພັດ ຄຳສີ ເປັນຮອງປະທານ, ສະຫາຍ ຄຳແຍງ ຄອນໄຊຍະກິດ ເປັນກຳມະການ, ສະຫາຍ ຂັນທອງ ທຳມະວົງ ເປັນກຳມະການ,ສະຫາຍ ສີລັດ ແສງດາລາ ເປັນກຳມະການ, ສະຫາຍ ພັນເອກ ອຳພັນ ໄຊຍາ ສຸບັດ ເປັນກຳມະການ, ສະຫາຍ ພັນເອກ ບຸນຈັນ ສີທະບູນ ເປັນກຳ ມະການ. ຈາກນັ້ນ, ສະຫາຍ ພົນຈັດ ຕະວາ ແປ້ນຄຳ ບຸດຈັນແພງ ໄດ້ ລາຍງານໂດຍຫຍໍ້ ໃນການຈັດຕັ້ງ ປະຕິບັດວຽກງານ ປກຊ-ປກສ ຂອງແຂວງບໍ່ແກ້ວ ໃນໄລຍະຜ່ານ ມາ ສາມາດຮັກສາໄດ້ຄວາມສະ ຫງົບໂດຍພື້ນຖານ, ສ້າງເງື່ອນໄຂ ໃຫ້ແກ່ການພັດທະນາເສດຖະກິດສັງຄົມ ແລະ ການລົງທຶນຈາກຕ່າງ ປະເທດຫລາຍຂຶ້ນ. ໂອກາດນີ້, ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ໄດ້ເນັ້ນໜັກ ຫລາຍບັນຫາສຳຄັນຕໍ່ຜູ້ທີ່ໄດ້ຮັບ ການແຕ່ງຕັ້ງໜ້າທີ່ໃນຄັ້ງນີ້, ຈົ່ງ ພ້ອມກັນຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງ, ເປັນຄັນທຸງ ໜ້າໃນການປັກປັກຮັກສາຄວາມ ສະຫງົບຮຽບຮ້ອຍພາຍໃນແຂວງ, ການຫັນລົງຮາກຖານ ຕ້ອງໃກ້ຊິດ ກັບປະຊາຊົນ, ເສີມຂະຫຍາຍກຳ ລັງແຮງທົ່ວປວງຊົນເຂົ້າໃນວຽກ ງານ ປກຊ-ປກສ ຢ່າງແທ້ຈິງ, ຮັບ ປະກັນໃຫ້ເຂດຊາຍແດນ ແລະ ທ້ອງ ຖິ່ນມີຄວາມສະຫງົບ, ສຸມໃສ່ການ ສະກັດກັ້ນບັນຫາຢາເສບຕິດ, ການ ຄ້າມະນຸດ ແລະ ປະກົດການຫຍໍ້ທໍ້ ຕ່າງໆ ທີ່ເກີດຂຶ້ນໃນສັງຄົມໃຫ້ຫລຸດ ໜ້ອຍຖອຍລົງຢ່າງຕັ້ງໜ້າ, ເນັ້ນ ການເຮັດວຽກແບບລວມສູນປະຊາ ທິປະໄຕ, ມີການແບ່ງວຽກ-ແບ່ງ ຄວາມຮັບຜິດຊອບຢ່າງຈະແຈ້ງ ແລະ ມີການສະຫລຸບລາຍງານ ຢ່າງເປັນປະຈຳ ເພື່ອເຮັດໃຫ້ເຂດ ທີ່ຕົນຮັບຜິດຊອບມີຄວາມສະຫງົບ ປອດໄພ. ຂ່າວ-ພາບ: ໄກ່ນ໋ອດ ທັງຊາດ ດໍາເນີນພາລະກິດປ່ຽນ ແປງໃໝ່ຢ່າງຮອບດ້ານ ມີຫລັກ ການຂອງພັກ, ປົກປັກຮັກສາປະ ເທດຊາດໄວ້ໃຫ້ໝັ້ນຄົງ, ກໍ່ສ້າງ ລະບອບປະຊາທິປະໄຕປະຊາຊົນ ໃຫ້ບັນລຸຕາມຈຸດໝາຍສັງຄົມນິຍົມ. ເມື່ອບໍ່ດົນມານີ້, ສະຫາຍ ພັນ ເອກ ສະແຫວງ ແດນນາມົນ ອະດີດ ຫົວໜ້າການເມືອງ ໂຮງຮຽນວັດທະ ນະທຳຊົນເຜົ່າກອງທັບ ໄດ້ຍົກໃຫ້ ເຫັນບາງທັດສະນະ ໃນໂອກາດວັນ ສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ ວ່າ: ພັກປະຊາຊົນ ປະຕິວັດລາວ ປະກອບດ້ວຍບຸກຄົນ ທີ່ຕື່ນຕົວ, ຫ້າວຫັນປະຕິວັດ, ດີ ເດັ່ນກວ່າໝູ່ ແລະ ໄດ້ຮັບຄວາມ ໄວ້ວາງໃຈສູງກວ່າໝູ່ໃນຊົນຊັ້ນກຳ ມະກອນ, ຊາວກະສິກອນ, ຊັ້ນຄົນ ປັນຍາຊົນ ແລະ ຊາວຜູ້ອອກແຮງ ງານອື່ນໆໃນເຜົ່າຕ່າງໆຊຶ່ງໄດ້ຜ່ານ ການທົດສອບໃນຂະບວນການປົກ ປັກຮັກສາ ແລະ ພັດທະນາປະເທດ ຊາດ, ມີຄວາມສະໝັກໃຈເຂົ້າໃນ ອົງການຈັດຕັ້ງຂອງພັກ, ເພື່ອສູ້ຊົນ ປະຕິບັດວັດຖຸປະສົງ ແລະ ອຸດົມ ການຂອງພັກຢ່າງສຸດກົກສຸກປາຍ. ພັກປະຊາຊົນປະຕິວັດລາວ ແມ່ນ ນໍາພາປວງຊົນລາວທັງຊາດດໍາ ເນີນພາລະກິດປ່ຽນແປງໃໝ່ຢ່າງ ຮອບດ້ານ ມີຫລັກການຂອງພັກ, ປົກປັກຮັກສາປະເທດຊາດໄວ້ໃຫ້ ໝັ້ນຄົງ, ກໍ່ສ້າງລະບອບປະຊາທິ ປະໄຕປະຊາຊົນ ໃຫ້ບັນລຸຕາມ ຈຸດໝາຍສັງຄົມນິຍົມ. ພັກປະຊາຊົນປະຕິວັດລາວ ເປັນພັກກຳອຳນາດ, ເປັນແກນນໍາ ໃນລະບົບການເມືອງຂອງລະບອບ ປະຊາທິປະໄຕປະຊາຊົນ, ນໍາພາ ປວງຊົນລາວປະຕິບັດສອງໜ້າທີ່ ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມຈຸດໝາຍສັງຄົມນິຍົມ. ຜົນ ງານອັນໃຫຍ່ຫລວງ ແລະ ພົ້ນເດັ່ນ ທີ່ສຸດໃນໄລຍະໃໝ່ນີ້ແມ່ນ ພັກ ປະ ຊາຊົນປະຕິວັດລາວ ໄດ້ມີຄວາມສະ ດຸ້ງໄວ, ທັງສະຫລຽວສະຫລາດ, ມີໄຫວພິບ ຫັນປ່ຽນການນໍາພາ ຂອງຕົນໃຫ້ສອດຄ່ອງກັບສະພາບ, ຈຸດພິເສດ ແລະ ເງື່ອນໄຂສະພາບ ແວດລ້ອມຄວາມເປັນຈິງຂອງປະ ເທດຊາດ ແລະ ສະພາບສາກົນດ້ວຍ ການວາງແນວທາງປ່ຽນແປງ ໃໝ່ຮອບດ້ານ ມີຫລັກການຂອງ ພັກ ຊຶ່ງສາມາດປົກປັກຮັກສາ ຄວາມເປັນເອກະລາດ, ອຳນາດ ອະທິປະໄຕ ແລະ ຜືນແຜ່ນດິນອັນ ຄົບຖ້ວນຂອງຊາດໄວ້ໄດ້ຢ່າງໝັ້ນ ຄົງ, ເສດຖະກິດ-ສັງຄົມ ໄດ້ມີການ ຂະຫຍາຍຕົວຢ່າງຕໍ່ເນື່ອງຕາມທິດ ຫັນເປັນອຸດສາຫະກຳ, ຫັນເປັນ ທັນສະໄໝ, ຊີວິດການເປັນຢູ່ຂອງ ພະນັກງານ, ທະຫານ, ຕຳຫລວດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າໄດ້ ມີການພັດທະນາດີຂຶ້ນເປັນກ້າວໆ. ສຳລັບແນວທາງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ທົ່ວ ປວງຊົນຮອບດ້ານ ກໍໄດ້ຮັບການ ຈັດຕັ້ງປະຕິບັດຢ່າງຕັ້ງໜ້າຕິດ ພັນກັບການສ້າງບ້ານປ້ອມໝັ້ນ ແລະ ກຸ່ມບ້ານສູ້ຮົບຕິດລຽນ ກໍຄື ການປັບປຸງກໍ່ສ້າງກໍາລັງ ປກຊປກສ ຂັ້ນບ້ານ, ປະສົມກົມກຽວກັບ ການກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍຢູ່ຈຸດ ສຸມຕ່າງໆ ໃນຂອບເຂດທົ່ວປະເທດ; ກຳລັງ ປກຊ-ປກສ ໄດ້ຮັບການປັບ ປຸງ ແລະ ກໍ່ສ້າງໃຫ້ໜັກແໜ້ນທາງ ດ້ານການເມືອງ-ແນວຄິດ, ເຂັ້ມ ແຂງທາງດ້ານການຈັດຕັ້ງ; ຍົກລະ ດັບຄວາມສາມາດນໍາພາ-ບັນຊາ ປະຕິບັດໜ້າທີ່, ເປັນກໍາລັງປະຈັນ ບານໃນການຕ້ານ ແລະ ສະກັດກັ້ນ ຍຸດທະສາດ “ຫັນປ່ຽນໂດຍສັນຕິ” ຂອງອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ຫວັງດີ, ເປັນກຳລັງທີ່ມີ ຄວາມຮັບຜິດຊອບ ແລະ ຍົກລະດັບ ຄວາມສາມາດສູງຂຶ້ນໃນການກູ້ ໄພທຳມະຊາດ, ປະຕິບັດມາດຕະ ການສະກັດກັ້ນພະຍາດລະບາດ, ປະຕິບັດສອງວາລະແຫ່ງຊາດ, ຊ່ວຍເຫລືອປະຊາຊົນ ໃນກໍລະນີ ສຸກເສີນຕ່າງໆໄດ້ຢ່າງທັນການ. ຂໍ້ມູນ: ສະແຫວງ ແດນນາມົນ ຮອງນາຍົກ...ົ ປະກາດແຕ່ງຕັ້ງ...່ັ້ ພັກ ປປ ລາວ...ັ ຄົ້ນຄວ້າກຳນົດ ໃຫ້ສາມາດເລີ່ມຈັດ ຕັ້ງປະຕິບັດໄດ້ໂດຍໄວ. ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ.
18/03/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ ພາບປະກອບ ພາບປະກອບ ບົດສະເໜີົີ s;o7n o,6 og-N v;a omu 21 ,u ok ;a oglpvq '7t c]t ;a oglp-u ;y fgrnj vxtgmf-kf 75 xu ]k;{wm [kfdh k;l6j dkoIj ;,,n c[[pn opq ' ໂດຍ: ທ່ານ ນາງ ຄຣອງຂະນິດ ່ິ ຣັກຈະເລີນ ເອກອັກຄະລາຊະທູດ ແຫ່ງ ັີັູ່ ລາຊະອານາຈັກໄທ ປະຈຳ ສປປ ລາວັ ສປປ ລາວ ມອບເງິນຊ່ວຍເຫລືອໄພນໍ້າຖ້ວມຢູ່ພາກໃຕ້ຂອງລາຊະອານາຈັກໄທິ່ືໍູ້້່້ັ ຂປລ. ສາຍພົວພັນ ລາວ-ໄທ, ໄທ-ລາວ ໄດ້ພັດທະນາຢ່າງຕໍ່ເນື່ອງ ໃນໄລຍະ 75 ປີທີ່ຜ່ານມາ ແລະ ໄດ້ ຮັບການຖະນຸຖະໜອມ ແລະ ຍົກ ລະດັບໃຫ້ເປັນສາຍພົວພັນທີ່ປຽບ ເໝືອນພີ່ນ້ອງໃກ້ຊິດທີ່ໄວ້ວາງໃຈ ແລະ ເກື້ອກູນກັນ ແລະ ກັນຢ່າງ ແທ້ຈິງ. ຄວາມໃກ້ຊິດນີ້ບໍ່ພຽງແຕ່ເຫັນ ໄດ້ໃນໄລຍະເວລາປົກກະຕິເທົ່ານັ້ນ ແຕ່ຍັງເຫັນໄດ້ຈະແຈ້ງໃນໄລຍະ ເວລາທີ່ຫຍຸ້ງຍາກອີກດ້ວຍເຊັ່ນ: ໃນ ໄລຍະປີ 2024-2025 ໄທ ແລະ ສປປ ລາວ ປະສົບກັບໄພນໍ້າຖ້ວມ ຍ້ອນພາຍຸໄຕ້ຝຸ່ນຫລາຍຄັ້ງເຊັ່ນ: ໄຕ້ຝຸ່ນຍາກິ, ໄຕ້ຝຸ່ນຫວູ່ຕິບ ແລະ ໄຕ້ຝຸ່ນວິພາ ຊຶ່ງເຮັດໃຫ້ເກີດຄວາມ ເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງ ປະຊາຊົນ, ທັງສອງປະເທດໄດ້ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ທັງໃນ ຮູບແບບການຊ່ວຍເຫລືອທາງການ ເງິນ ແລະ ການມອບອຸປະກອນ ຊ່ວຍເຫລືອລວມເຖິງລັດຖະບານ ຂປລ. ວັນທີ 21 ມີນາ ເປັນ ວັນນັກຮົບເສຍອົງຄະ ແລະ ສະລະ ຊີວິດເພື່ອປະເທດຊາດ ຊຶ່ງໃນປີນີ້ ໄດ້ໝູນວຽນມາບັນຈົບຄົບຮອບ 80 ປີ (21 ມີນາ 1946-21 ມີນາ 2026). ໃນປະຫວັດສາດ, ຊາດລາວເຮົາເປັນຊາດໜຶ່ງທີ່ມີ ປະຫວັດການກຳເນີດ, ຄົງຕົວ ແລະ ຂະຫຍາຍຕົວຢູ່ໃນຜືນແຜ່ນດິນ ຕອນນີ້ ຊຶ່ງຖືກຈາລຶກໄວ້ໄດ້ຫລາຍ ພັນປີມາແລ້ວ; ບັນພະບຸລຸດ ແລະ ປະຊາຊົນລາວຜູ້ຮັກຊາດ ໄດ້ສືບ ຕໍ່ປົກປັກຮັກສາ ແລະ ສ້າງສາ ສືບທອດກັນມາຫລາຍເຊັ່ນຄົນ. ໃນປະຫວັດສາດອັນຍາວນານ ນັ້ນ, ຊາດລາວເຮົາບໍ່ເຄີຍຮຸກຮານ ປະເທດອື່ນ, ມີແຕ່ປະເທດອື່ນເຂົ້າ ມາລົບກວນຮຸກຮານ, ຍ້ອນແນວ ນັ້ນຊາດລາວເຮົາຈຶ່ງໄດ້ລຸກຂຶ້ນຕ້ານ ຜູ້ຮຸກຮານ ແລະ ການຢຶດຄອງຂອງ ຕ່າງດ້າວເລື້ອຍໆມາ ເພື່ອປົກປັກ ຮັກສາປິຕຸພູມອັນແສນຮັກເອົາໄວ້. ເມື່ອຫວນຄືນປະຫວັດສາດ ກ່ອນນີ້ 80 ປີ, ຊາດລາວເຮົາໄດ້ ເກີດເຫດການສຳຄັນທີ່ຄົນລາວບໍ່ ອາດລືມລົງໄດ້ນັ້ນແມ່ນເຫດການທີ່ ນັກຮົບປ້ອງກັນຕົວເມືອງທ່າແຂກ ຜູ້ພິລະອາດຫານໄດ້ອຸທິດຕົນຕໍ່ສູ້ເອົາ ເປັນເອົາຕາຍຕ້ານພວກຈັກກະພັດ ຕ່າງດ້າວທີ່ເຂົ້າມາບຸກລຸກຮຸກຮານ ແລະ ຢຶດຄອງລາວ ກັບບັນດາ ປະເທດໃນອິນດູຈີນ ເຫດການຄັ້ງ ນັ້ນຈົບລົງດ້ວຍການປາບປາມ ອັນໂຫດຮ້າຍປ່າເຖື່ອນທີ່ສຸດຂອງ ພວກລ່າເມືອງຂຶ້ນແບບເກົ່າ ຊຶ່ງມີ ຜູ້ບາດເຈັບ ແລະ ເສຍຊີວິດເປັນ ຈຳນວນຫລວງຫລາຍ. ຫລັງຈາກ ເຫດການນັ້ນ ຂະບວນການຕໍ່ສູ້ຂອງ ປະຊາຊົນລາວເຮົາ ໂດຍພາຍໃຕ້ ການນຳພາຂອງພັກແຄວ້ນລາວ ກໍໄດ້ຫັນກຳລັງອອກສູ່ຊົນນະບົດ, ກໍ່ສ້າງທີ່ໝັ້ນປະຕິວັດ, ປັບປຸງກໍ່ສ້າງ ແລະ ຂະຫຍາຍກຳລັງ, ດຳເນີນ ການຕໍ່ສູ້ຍືດເຍື້ອຍາວນານຍາດເອົາ ໄຊຊະນະເປັນແຕ່ລະບາດກ້າວ, ສ້າງເງື່ອນໄຂເພື່ອກ້າວຂຶ້ນປົດປ່ອຍ ຊາດຢ່າງສົມບູນໃນເວລາຕໍ່ມາ. ພາຍຫລັງພັກປະຊາຊົນລາວ (ຕໍ່ມາ ປ່ຽນເປັນພັກປະຊາຊົນປະຕິວັດ ລາວ) ໄດ້ຮັບການສ້າງຕັ້ງຂຶ້ນໃນ ວັນທີ 22 ມີນາ 1955 ກໍໄດ້ສືບຕໍ່ ໄທໄດ້ມອບເຮືອກູ້ໄພ ຊຶ່ງເປັນສັນ ຍະລັກແຫ່ງມິດຕະພາບ ໄທ-ລາວ ອີກດ້ວຍ. ເຫດການເຫລົ່ານີ້ສະທ້ອນ ໃຫ້ເຫັນວ່າທັງສອງປະເທດພ້ອມທີ່ ຈະຢືນຄຽງຂ້າງກັນເພື່ອແບ່ງປັນ ຄວາມສຸກ ແລະ ບັນເທົາຄວາມ ທຸກໃນທຸກໂອກາດ. ໃນໂອກາດ ຄົບຮອບ 75 ປີ ແຫ່ງການສ້າງຕັ້ງ ສາຍພົວພັນທາງການທູດ ລາວ-ໄທ ນີ້ ບໍ່ພຽງແຕ່ເປັນໂອກາດແຫ່ງການ ສະເຫລີມສະຫລອງເທົ່ານັ້ນ ແຕ່ ຍັງເປັນໂອກາດທີ່ສຳຄັນສຳລັບ ທັງສອງປະເທດທີ່ຈະຮ່ວມກັນ ກຳນົດທິດທາງການພົວພັນຮ່ວມມື ໃນຕໍ່ໜ້າເພື່ອຜົນປະໂຫຍດອັນຍິ່ງ ໃຫຍ່ ແລະ ຍືນຍົງມາສູ່ປະຊາຊົນ ທັງສອງຝັ່ງແມ່ນ້ຳຂອງ. ການ ສືບຕໍ່ ແລະ ເສີມຂະຫຍາຍການ ຮ່ວມມືດ້ານຄວາມໝັ້ນຄົງ ໂດຍ ສະເພາະຢູ່ຕາມເຂດຊາຍແດນຂອງ ສອງປະເທດເພື່ອສັນຕິພາບ ແລະ ຄວາມປອດໄພຂອງປະຊາຊົນ ເປັນ ວຽກງານຫລັກທີ່ທັງສອງຝ່າຍ ຕ້ອງສືບຕໍ່ເຮັດວຽກຮ່ວມກັນຢ່າງ ໃກ້ຊິດບໍ່ວ່າຈະເປັນການຮ່ວມມື ໃນການປ້ອງກັນ ແລະ ປາບປາມ ຢາເສບຕິດ, ການແລກປ່ຽນຂໍ້ມູນ ຂ່າວສານ, ການລາດຕະເວນຮ່ວມ ກັນ, ການສະກັດກັ້ນເຄືອຂ່າຍ ອາຊະຍາກຳຂ້າມຊາດ ແລະ ອາ ຊະຍາກຳທາງອອນລາຍ, ການ ແກ້ໄຂບັນຫາການຟອກເງິນ, ການ ພັດທະນາຊັບພະຍາກອນມະນຸດໃຫ້ ມີຄວາມຮູ້ທ່ວງທັນໄພຂົ່ມຂູ່ຮູບແບບ ໃໝ່ເຫລົ່ານີ້ ລວມເຖິງການສົ່ງເສີມ ໂຄງການພັດທະນາທາງເລືອກ ແລະ ການພັດທະນາແບບຍືນຍົງ ສຳລັບຊຸມຊົນຕາມຊາຍແດນເຊັ່ນ: ການສະໜັບສະໜູນສະຫະກອນ ກາເຟວັນໃໝ່ ແລະ ສະຫະກອນຜູ້ ຜະລິດຊາເມືອງເມິງ ເພື່ອແກ້ໄຂ ບັນຫາການລັກລອບປູກຝິ່ນໃນ ໄລຍະຍາວ. ໃນເວລາດຽວກັນ, ທ່າມກາງ ຄວາມບໍ່ແນ່ນອນຂອງເສດຖະກິດ ໂລກ ແລະ ພູມີສາດການເມືອງ, ການເສີມຂະຫຍາຍການເຊື່ອມຕໍ່ ດ້ານການຂົນສົ່ງຜ່ານພື້ນຖານໂຄງ ລ່າງເຊັ່ນ: ຖະໜົນຫົນທາງ, ທາງ ລົດໄຟ ຫລື ຂົວມິດຕະພາບ ຈຶ່ງ ເປັນເຄື່ອງມືທີ່ສຳຄັນທີ່ສາມາດ ຍົກລະດັບຄວາມຢູ່ດີກິນດີຂອງ ປະຊາຊົນໄດ້ ໂດຍສະເພາະການ ອຳນວຍຄວາມສະດວກໃຫ້ແກ່ການ ຄ້າຊາຍແດນ ໄທ-ລາວ ແລະ ການ ຂົນສົ່ງສິນຄ້າຜ່ານແດນຜ່ານ ສປປ ລາວ ໄປຍັງປະເທດອື່ນໆໃນພາກ ພື້ນເຊັ່ນ: ຫວຽດນາມ ແລະ ຈີນ ຊຶ່ງເປັນຕະຫລາດການຄ້າຂະໜາດ ໃຫຍ່. ດັ່ງນັ້ນ, ລັດຖະບານຂອງ ທັງສອງປະເທດ ຈຶ່ງມີແຜນທີ່ຈະ ພັດທະນາພື້ນຖານໂຄງລ່າງທີ່ສຳ ຄັນເພີ່ມຕື່ມເຊັ່ນ: ຂົວລົດໄຟຂ້າມ ນ້ຳຂອງ (ໜອງຄາຍ-ວຽງຈັນ) ແຫ່ງໃໝ່ ຊຶ່ງຄາດວ່າຈະສຳເລັດໃນ ປີ 2030 ເພື່ອເຊື່ອມຕໍ່ລະບົບທາງ ລົດໄຟໄທກັບທາງລົດໄຟ ລາວຈີນ. ນອກຈາກນັ້ນ, ຍັງມີໂຄງການ ກໍ່ສ້າງຂົວມິດຕະພາບ ໄທ-ລາວ ແຫ່ງທີ 6 (ອຸບົນລາຊະທານີ- ສາລະວັນ) ແລະ ການຍົກລະດັບ ເສັ້ນທາງ R12 ຊຶ່ງເປັນເສັ້ນທາງ ຂົນສົ່ງສິນຄ້າທີ່ສັ້ນທີ່ສຸດຈາກໄທ ໄປຫວຽດນາມ, ໂຄງການເຫລົ່າ ນີ້ສ່ອງແສງໃຫ້ເຫັນເຖິງຄວາມມຸ່ງ ໝັ້ນຂອງໄທ ແລະ ສປປ ລາວ ໃນ ການນຳໃຊ້ “ການເຊື່ອມຕໍ່ດ້ານ ການຂົນສົ່ງ” ເປັນແຮງຂັບເຄື່ອນ ເສດຖະກິດຮ່ວມກັນ. ໃນດ້ານສິ່ງແວດລ້ອມ ໄທ, ສປປ ລາວ ແລະ ມຽນມາ ໄດ້ດຳ ເນີນການຮ່ວມມື 3 ຝ່າຍ ພາຍໃຕ້ ຍຸດທະສາດທ້ອງຟ້າປອດໃສ (CLEAR Sky Strategy) ຕັ້ງແຕ່ປີ 2023 ເປັນຕົ້ນມາ ເພື່ອ ແກ້ໄຂບັນຫາ PM 2,5 ຢ່າງເປັນ ຮູບປະທໍາ. ໃນຕໍ່ໜ້ານີ້, ໄທ ແລະ ສປປ ລາວ ຈະຮ່ວມກັນພັດທະນາ ແອັບພລິເຄຊັນລາຍງານຄຸນນະພາບ ອາກາດ ແລະ ເຊື່ອມໂຍງເຄືອຂ່າຍ ໂທລະມາດ ເພື່ອເສີມສ້າງລະບົບ ເຕືອນໄພລ່ວງໜ້າ ແລະ ເພີ່ມປະ ສິດທິພາບການບໍລິຫານຈັດການແມ່ ນ້ຳຂອງລະຫວ່າງສອງຝັ່ງຂອງ. ພ້ອມນີ້, ສາຍພົວພັນ ລາວ-ໄທ ໃນ ປີ 2026 ຈຶ່ງເປັນທັງບາດກ້າວຂອງ ປະເທດເພື່ອນບ້ານທີ່ມີຊາຍແດນ ຕິດກັນ ແລະ ເປັນຄູ່ຮ່ວມທີ່ພ້ອມ ສົ່ງເສີມການຮ່ວມມືຢ່າງຮອບດ້ານ ເພື່ອຍົກລະດັບຄຸນນະພາບຊີວິດ, ຄວາມປອດໄພ ແລະ ຄວາມໝັ້ນ ຄົງຂອງປະຊາຊົນທັງສອງຝັ່ງແມ່ ນ້ຳຂອງຢ່າງຍືນຍົງ ໂດຍຍຶດໝັ້ນ ໃນຫລັກການທີ່ວ່າ “ຄວາມໝັ້ນຄົງ ແລະ ຄວາມຮັ່ງມີຂອງລາວ ແມ່ນ ຄວາມໝັ້ນຄົງ ແລະ ຄວາມຮັ່ງມີ ຂອງໄທ” . ນຳພາຂະບວນການຕໍ່ສູ້ກູ້ຊາດຂອງ ປະຊາຊົນລາວບັນດາເຜົ່າຢ່າງພິລະ ອາດຫານ, ລະອິດລະອ້ຽວທໍລະຫົດ ອົດທົນ, ເຕັມໄປດ້ວຍຄວາມເສຍ ສະລະຕະຫລອດຈົນສາມາດຍາດ ເອົາໄຊຊະນະຢ່າງສົມບູນ, ປົດປ່ອຍ ປະເທດຊາດອອກຈາກແອກປົກ ຄອງຂອງພວກລ່າເມືອງຂຶ້ນແບບ ໃໝ່, ລົບລ້າງລະບອບສັກດີນາຫລ້າ ຫລັງ ແລ້ວສ້າງລະບອບໃໝ່-ລະ ບອບປະຊາທິປະໄຕປະຊາຊົນ ແລະ ສະຖາປະນາເປັນປະເທດສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຂຶ້ນຢ່າງເອກອ້າງທະນົງໃຈ ແລະ ສະຫງ່າລາສີ ໃນວັນທີ 2 ທັນວາ ປີ 1975 . ເພື່ອກະກຽມໃຫ້ແກ່ການຕໍ່ສູ້ ຕ້ານກັບກຳລັງທະຫານຂອງພວກ ລ່າເມືອງຂຶ້ນແບບເກົ່າ ແລະ ພວກ ປະຕິການຂາຍຊາດ ທີ່ຈະຢຶດເອົາ ຕົວເມືອງທ່າແຂກ, ໃນຕົ້ນເດືອນ ກຸມພາ ປີ 1946 ໜ່ວຍພັກປະຈຳ ເມືອງທ່າແຂກ ໄດ້ຈັດກອງປະຊຸມ ແລະ ອອກມະຕິ ໂດຍລະບຸວ່າ: “ຕ້ອງເພີ່ມຄວາມສາມັກຄີລະ ຫວ່າງສອງກຳລັງປະກອບອາວຸດ ຂອງລາວ ແລະ ຊາວຫວຽດນາມ ຕ່າງດ້າວ ເພື່ອກະກຽມໃຫ້ແກ່ການ ຕໍ່ສູ້ປ້ອງກັນເມືອງທ່າແຂກ, ປົກປັກ ຮັກສາຊັບສົມບັດຂອງປະຊາຊົນ ແລະ ການທົດສອບໃນແປວໄຟ ເພື່ອ ສ້າງກຳລັງໃຫ້ເຕີບໃຫຍ່ຂະຫຍາຍ ຕົວ”. ປະຕິບັດມະຕິດັ່ງກ່າວ, ຄະນະ ບັນຊາການທະຫານ ແລະ ຄະນະ ຮັກສາຕົວເມືອງທ່າແຂກ ໂດຍ ແມ່ນປະທານ ສຸພານຸວົງ ເປັນຜູ້ ບັນຊາການສູງສຸດ ໄດ້ໂຮມປະຊຸມ ເພື່ອຜ່ານແຜນການສູ້ຮົບປ້ອງກັນ ຕົວເມືອງທ່າແຂກ ຢ່າງລະອຽດ ເພື່ອກຽມພ້ອມສູ້ຮົບກັບພວກສັດຕູ ໃນທຸກດ້ານພາຍໃຕ້ການບັນຊາ ຂອງທ່ານ ສິງກະໂປ ສີໂຄດຈຸນ ລະມະນີ ແລະ ທ່ານ ຫງວຽນແຈ້ງ ຮອງຫົວໜ້າຄະນະບັນຊາການ ຮັບຜິດຊອບເຂດຕາເວັນອອກສ່ຽງ ເໜືອ ແລະ ທິດຕາເວັນຕົກສ່ຽງ ໃຕ້ຂອງເມືອງທ່າແຂກ, ກຳລັງ ທະຫານ 800 ກວ່າຄົນ ໄດ້ຈັດຕັ້ງ ເປັນ 4 ກອງຮ້ອຍ (ລາວ 2 ກອງ ຮ້ອຍ ແລະ ຊາວຫວຽດນາມຕ່າງ ດ້າວ 2 ກອງຮ້ອຍ) ປະກອບອາວຸດ ແລະ ມີໜ້າທີ່ຮ່ວມກັບໜ່ວຍປ້ອງກັນ ຕົວກຽມພ້ອມຕໍ່ສູ້ກັບພວກສັດຕູໃນ ທຸກທິດ. ເພື່ອເພີ່ມທະວີຄວາມສາມັກຄີ ໃນການຕໍ່ສູ້, ກອງບັນຊາການໄດ້ ປຸກລະດົມທະຫານ ແລະ ປະຊາຊົນ ລາວທີ່ຮັກຊາດ-ຊາວຫວຽດນາມ ຕ່າງດ້າວກໍ່ສ້າງປ້ອມໝັ້ນ ແລະ ຂຸດຂຸມຄອງສູ້ຮົບ 3 ຊັ້ນ ອ້ອມ ຕົວເມືອງ. ໂດຍປະຕິບັດຕາມຄໍາ ຂວັນທີ່ວ່າ: “ຖວາຍເພື່ອກູ້ຊາດ” ປະຊາຊົນລາວ ແລະ ຊາວຫວຽດ ນາມຕ່າງດ້າວໄດ້ຈິງໃຈປະກອບ ເງິນ, ຄໍາຢ່າງຫລວງຫລາຍໄປປ່ຽນ ເອົາອາຫານ, ເຄື່ອງນຸ່ງຫົ່ມ, ເຄື່ອງ ໃຊ້ສອຍຕ່າງໆ ເພື່ອປະກອບໃຫ້ກໍາ ລັງປະກອບອາວຸດ; ສ່ວນສະມາຄົມ ແມ່ຍິງແມ່ນຮັບຜິດຊອບວຽກງານ ແຕ່ງກິນໃຫ້ບັນດາກົມກອງລວມໝູ່ ເພື່ອໃຫ້ມີເວລາຝຶກແອບ ແລະ ເຮັດ ໜ້າຕໍ່ໃນທຸກດ້ານ. ເວລາ 6 ໂມງເຊົ້າຂອງວັນທີ 21/3/1946 ເຮືອບິນຂອງພວກ ລ່າເມືອງຂຶ້ນແບບເກົ່າ ໄດ້ຫວ່ານ ໃບປີວລົງຕົວເມືອງທ່າແຂກ ຊຶ່ງ ມີເນື້ອໃນໃຫ້ທະຫານກູ້ຊາດວາງ ອາວຸດ ແລະ ຍອມຈຳນົນຕໍ່ກອງ ທະຫານພວກລ່າເມືອງຂຶ້ນແບບ ເກົ່າ, ພວກເຂົາໄດ້ເລີ່ມເປີດສາກບຸກ ໂຈມຕີດ້ວຍກຳລັງໄຟປືນໃຫຍ່ໜ້າ ດິນປະສານກັບເຮືອບິນຖິ້ມລະເບີດ ແລະ ຍິງປືນກົນກວາດລົງໃສ່ກາງ ເມືອງ ແລະ ຝູງຄົນໃນຕະຫລາດ, ຍິງໃສ່ກອງບັນຊາການ, ໂຮງຮຽນ ປະຖົມຊາວຫວຽດນາມຕ່າງດ້າວ ຢ່າງຮ້າຍແຮງ ແລະ ປ່າເຖື່ອນ ເຮັດ ໃຫ້ຕົວເມືອງລຸກເປັນໄຟ, ປະຊາຊົນ ຈຳນວນຫລາຍຮ້ອຍຄົນເສຍຊີວິດ ແລະ ຖືກບາດເຈັບ. ທາງພາກ ພື້ນດິນທະຫານສັດຕູໄດ້ບຸກຂົ້າມາ ຫ່າງຈາກປ້ອມຮັກສາເຂດເບື້ອງ ນອກປະມານ 100-150 ແມັດ, ກອງຮັກສາປ້ອມ ແລະ ກຳລັງ ປ້ອງກັນຕົວຂອງພວກເຮົາ ຊຶ່ງຕັ້ງ ຢູ່ສະໜາມກິລາໄດ້ຍິງສຸມໃສ່ກຳລັງ ຂອງສັດຕູຢ່າງແຂງແຮງ.
RkJQdWJsaXNoZXIy MTc3MTYxMQ==