gsfdko{dkora fmtok a xtgmf]k; ( 16/03/2026 va f8txn -U c9'dj P;da [ dkolt|v'oE,a o.omq j ;c0;' ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ແຂວງອັດຕະປື ມີ7ບໍລິສັດນໍາເຂົ້້ານໍ້າມັນເຊື້ອໄຟ, ທົ່ວແຂວງມີ 48 ປໍ້າຕົວແທນຈໍາ ໜ່າຍນໍ້າມັນເຊື້ອໄຟ ໃນນີ້, ເມືອງ ສາມັກຄີໄຊ ມີ 20 ປໍ້າ, ເປີດ 5 ປໍ້າ,ເມືອງພູວົງ ມີ 5 ປໍ້າ, ເປີດ 3 ປໍ້າ, ເມືອງ ຊານໄຊ 3 ປໍ້າ, ເປີດ 1ປໍ້າ,ເມືອງໄຊເສດຖາ ມີ9 ປໍ້າ, ເປີດ 5 ປໍ້າ ແລະ ເມືອງສະໜາມ ໄຊ ມີ11 ປໍ້າ,ເປີດ 2 ປໍ້າ ຊຶ່ງໃນ ເບື້ອງຕົ້ນທັງ 7ບໍລິສັດໄ ດ້ມີຄວາມ ພະຍາຍາມຍາດແຍ່ງນໍ້າມັນ ເພື່ອ ມາສະໜອງພາຍໃນແຂວງອັດຕະ ປືແຕ່ເນື່ອງຈາກວ່າສະພາບຄວາມ ບໍ່ສະຫງົບໃນຂົງເຂດຕາເວັນອອກ ກາງເຮັດໃຫ້ທາງບໍລິສັດບໍ່ສາມາດ ສະໜອງນໍ້າມັນໄດ້ຕາມແຜນນໍາ ເຂົ້າຫລື ເຮັດໃຫ້ການນໍາເຂົ້ານໍ້າມັນ ເຊື້ອໄຟຫລຸດລົງເຖິງ 60% ຂອງ ແຜນການນໍາເຂົ້າ,ສະນັ້ນຈຶ່ງເຮັດ ໃຫ້ການສະໜອງນໍ້າມັນໃນໄລຍະ ນີ້ພົບຄວາມຫຍຸ້ງຍາກ. ແຕ່ແນວ rtoa d'kos]a dcs]j 'mq j ;c0;'s];'rt[k' 8h v'gvq k.9.lj lu [ 8= j oerk{-U oe8q ;9y '.odkoza o0tspkp,t8y 0v'ra d ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ກອງປະ ຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມ ໃຫຍ່ ຄັ້ງທີ IX ຂອງອົງຄະນະພັກ ແຂວງຫລວງພະບາງ ໄດ້ສຳເລັດ ໃນວັນທີ 11 ມີນາ 2026 ໂດຍ ການເປັນປະທານຂອງ ສະຫາຍ ບຸນເລື່ອມ ມະນີວົງ ເລຂາຄະນະ ບໍລິຫານງານພັກແຂວງຫລວງ ພະບາງ, ມີການນຳຂອງແຂວງ, ເມືອງ-ນະຄອນຫລວງພະບາງ ເຂົ້າຮ່ວມ. ຕະຫລອດໄລຍະການດໍາ ເນີນກອງປະຊຸມຜູ້ເຂົ້າຮ່ວມ ໄດ້ຍົກ ສູງຄວາມຮັບຜິດຊອບການເມືອງ ຂອງຕົນ, ເຂົ້າໃນຄົ້ນຄວ້າ, ແລກ ປ່ຽນຄໍາເຫັນຕໍ່ເນື້ອໃນເອກະສານ ທີ່ສໍາຄັນຂອງກອງປະຊຸມດ້ວຍ lk]t;a o lts]5 [;Pd'kod= j lh k'Ikd4kodkog,n v' 8y fra o;Pdra fmtok-q oot[q fIv[fh ko ຂປລ. ແຫລ່ງຂ່າວຈາກແຂວງ ສາລະວັນ ໃຫ້ຮູ້ວ່າ: ແຂວງສາລະ ວັນ ໄຂກອງປະຊຸມສະຫລຸບການ ຈັດຕັ້ງປະຕິບັດວຽກງານກໍ່ສ້າງ ຮາກຖານການເມືອງ ຕິດພັນກັບ ວຽກງານພັດທະນາຊົນນະບົດຮອບ ດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ປະຈໍາປີ 20212025 ແລະ ທິດທາງແຜນການປີ 2026-2030 ເມື່ອມໍ່ໆມານີ້ ໂດຍ ການເປັນປະທານຂອງ ສະຫາຍ ດາວວົງ ພອນແກ້ວ ກຳມະການ ສູນກາງພັກ, ເລຂາຄະນະບໍລິຫານ ພັກແຂວງ , ມີພະແນກການ , ອົງການທຽບເທົ່າ, ກົມກອງ ແລະ ເລຂາ-ຮອງເລຂາພັກເມືອງ 8 ເມືອງ, ຕະຫລອດຂະແໜງການທີ່ ກ່ຽວຂ້ອງອ້ອມຂ້າງແຂວງ, ເມືອງ ເຂົ້າຮ່ວມ. ບັນຍາກາດຟົດຟື້ນ, ມີເນື້ອໃນເລິກ ເຊິ່ງ, ເປັນການເສີມຂະຫຍາຍປະ ຊາທິປະໄຕ ຫົວຄິດປະດິດສ້າງ ແລະ ລວມຍອດແຫ່ງສະຕິປັນຍາ ຂອງພະນັກງານນໍາພາ-ຄຸ້ມຄອງ, ພະນັກງານຫລັກແຫລ່ງຂອງແຂວງ ຢ່າງຕັ້ງໜ້າ. ໂອກາດນີ້, ສະຫາຍ ບຸນເລື່ອມ ມະນີວົງ ໄດ້ໃຫ້ທິດຊີ້ນໍາວ່າ: ພາຍ ຫລັງສໍາເລັດກອງປະຊຸມເຊື່ອມຊຶມ ຊຸດນີ້ແລ້ວ, ຄະນະບໍລິຫານງານພັກ ແຂວງ, ເລຂາຄະນະບໍລິຫານພັກ ນະຄອນ-ເມືອງ, ເລຂາຄະນະພັກ ຮາກຖານ-ເລຂາໜ່ວຍພັກພະແນກ ການ, ຄະນະພັກແຕ່ລະຂັ້ນ ຕ້ອງ ເອົາໃຈໃສ່ສືບຕໍ່ນໍາພາ-ຊີ້ນໍາຕົວຈິງ ໃນການຈັດຕັ້ງການເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກ ແລະ ມະຕິກອງປະຊຸມໃຫຍ່ຜູ້ ແທນອົງຄະນະພັກແຂວງ ຄັ້ງທີ IX ໃຫ້ເລິກເຊິ່ງ, ທົ່ວເຖິງ ແລະ ຕໍ່ເນື່ອງ, ແນໃສ່ເຮັດໃຫ້ພະນັກງານ, ສະມາຊິກພັກ, ທະຫານ, ຕໍາຫລວດ ແລະ ປະຊາຊົນບັນດາເຜົ່າ ໃນທົ່ວ ແຂວງ ຮັບຮູ້ໄດ້ເຖິງຜົນສໍາເລັດ ແຫ່ງການນໍາພາ-ຊີ້ນໍາຂອງສູນ ກາງພັກ, ອົງຄະນະພັກແຂວງ ໃນ ໄລຍະ 5 ປີຜ່ານມາ, ຮັບຮູ້, ເຊື່ອມ ຊຶມ, ເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວ ທາງການເມືອງ ແລະ ແນວທາງ ການຈັດຕັ້ງປະຕິບັດທີ່ໄດ້ກໍານົດ ອອກ ໃນມະຕິ IX ຂອງແຂວງ ແລະ ມະຕິ XII ຂອງພັກ ຢ່າງເລິກ ເຊິ່ງ ຊຶ່ງການຈັດຕັ້ງເຊື່ອມຊຶມ, ຜັນ ຂະຫຍາຍ ໃຫ້ມີການຄົ້ນຄວ້າວາງ ແຜນການ, ໂຄງການ, ກິດຈະກໍາ ຢ່າງລະອຽດໃນທຸກຂົງເຂດ, ແນ ໃສ່ແກ້ໄຂວຽກງານຈຸດສຸມທີ່ເປັນ ບຸລິມະສິດ ແລະ ທ່າແຮງບົ່ມຊ້ອນ ຂອງແຕ່ລະຂະແໜງການ, ກົມ ກອງ, ບັນດາເມືອງ-ນະຄອນຫລວງ ພະບາງ ແລະ ມູນເຊື້ອຂອງແຕ່ລະ ບ້ານ, ໃຫ້ເອົາໃຈໃສ່ແກ້ໄຂຄວາມ ທຸກຍາກຂອງປະຊາຊົນເປັນຫລັກ ຕິດພັນກັບການພັດທະນາພື້ນຖານ ໂຄງລ່າງ ເຊັ່ນ: ໄຟຟ້າ, ນໍ້າປະປາ, ຫົນທາງ ແລະ ອື່ນໆ. ສະຫາຍ ບຸນເລື່ອມ ມະນີວົງ ເນັ້ນຕື່ມວ່າ: ການເຊື່ອມຊຶມໃນຊຸດ ຕໍ່ໄປ ມອບໃຫ້ສະຫາຍຄະນະປະຈໍາ ພັກແຂວງ ຜູ້ຊີ້ນໍາແຕ່ລະຂົງເຂດ ຮັບຜິດຊອບໂດຍກົງ, ສ່ວນການ ເຊື່ອມຊຶມ ຢູ່ຂັ້ນເມືອງ-ນະຄອນ ຫລວງພະບາງ ແລະ ສໍານັກງານ ອ້ອມຂ້າງ ໃຫ້ສືບຕໍ່ປະຕິບັດຕາມ ແຜນການທີ່ກຳນົດ ຄື: ໃຫ້ສໍາເລັດ ພາຍໃນເດືອນ ມີນາ 2026 ນີ້. ຂ່າວ-ພາບ: ດາວອນ ມະນີວັນ ສະຫາຍ ນາງ ບຸນທະວີ ດວງ ລາສີ ຮອງເລຂາພັກແຂວງ ຜູ້ຊີ້ນຳ ວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ ໄດ້ສະຫລຸບ ຕີລາຄາການຈັດຕັ້ງປະຕິບັດວຽກ ງານ ໄລຍະ 5 ປີຜ່ານມາ ໂດຍ ໄດ້ຖືສຳຄັນວຽກງານການສຶກສາ ອົບຮົມການເມືອງແນວຄິດ, ນຳ ເອົາແນວທາງແຜນນະໂຍບາຍ, ມະຕິ, ຄຳສັ່ງຕ່າງໆ ຜັນຂະຫຍາຍ ດ້ວຍຫລາຍຮູບແບບ ໃຫ້ເລິກເຊິ່ງ ແລະ ກວ້າງຂວາງ ເພື່ອເຮັດໃຫ້ ຖັນແຖວພະນັກງານ ມີຄວາມໜັກ ແໜ້ນ, ເຂັ້ມແຂງຮອບດ້ານສາມາດ ຍາດໄດ້ຜົນສໍາເລັດຫລາຍດ້ານ, ພາຍໃຕ້ການນຳພາ-ຊີ້ນຳຂອງກົມ ການເມືອງສູນກາງພັກ ແລະ ຄວາມ ຮັບຜິດຊອບສູງຂອງຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ໄດ້ ຖືເອົາ 4 ເນື້ອໃນ 4 ຄາດໝາຍ ເປັນ ພື້ນຖານຂອງການຈັດຕັ້ງປະຕິບັດ ອັນໄດ້ເຮັດໃຫ້ສະພາບໃນທົ່ວ ແຂວງ ມີສະຖຽນລະພາບທາງດ້ານ ການເມືອງ, ສັງຄົມມີຄວາມສະ ຫງົບ, ເປັນລະບຽບຮຽບຮ້ອຍໂດຍ ພື້ນຖານ ແລະ ໜັກແໜ້ນດີຂຶ້ນ, ເສດຖະກິດມີການຂະຫຍາຍຕົວປົກ ກະຕິຕໍ່ເນື່ອງ, ພື້ນຖານໂຄງລ່າງໄດ້ ຮັບການພັດທະນາຢ່າງທົ່ວເຖິງ, ປະ ຊາຊົນມີອາຊີບໝັ້ນທ່ຽງ, ມີລາຍໄດ້ ປົກກະຕິ, ມີການຜະລິດສິນຄ້າ ແລະ ມີໜໍ່ແໜງຕົວແບບເກີດຂຶ້ນ, ຄວາມ ທຸກຍາກໄດ້ຮັບການແກ້ໄຂດີຂຶ້ນ, ລະບົບການເມືອງແຕ່ລະຂັ້ນໄດ້ຮັບ ການປັບປຸງບູລະນະ ແລະ ມີຄວາມ ໜັກແໜ້ນເຂັ້ມແຂງ, ປະຊາຊົນໄດ້ ຮັບການສຶກສາອົບຮົມການເມືອງແນວຄິດ ໂດຍການນໍາເອົາແນວ ທາງ-ນະໂຍບາຍຂອງພັກ, ລະບຽບ ກົດໝາຍຂອງລັດ ໂຄສະນາ, ເຜີຍ ແຜ່ ຢ່າງກວ້າງຂວາງທົ່ວເຖິງ ແລະ ປະຊາຊົນມີຄວາມຕື່ນຕົວມີຄວາມ ສາມັກຄີເປັນປຶກແຜ່ນ, ຄະນະພັກ, ອົງການປົກຄອງແຕ່ລະຂັ້ນໄດ້ເປັນ ເຈົ້າການຊຸກຍູ້, ປະກອບສ່ວນຢ່າງ ຕັ້ງໜ້າ ໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ສ້າງ ເມືອງເປັນຫົວໜ່ວຍເຂັ້ມແຂງຮອບ ດ້ານ ແລະ ສ້າງບ້ານ ເປັນຫົວ ໜ່ວຍພັດທະນາ, ສ້າງບ້ານໃຫຍ່ ໃຫ້ມີສີສັນຕົວເມືອງນ້ອຍຢູ່ໃນ ຊົນນະບົດ ແລະ ສ້າງແຂວງເປັນ ຫົວໜ່ວຍຍຸດທະສາດ, ສ້າງເມືອງ ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະ ນາເຮັດໃຫ້ແຂວງໄດ້ຮັບການພັດ ທະນາດີຂຶ້ນ. ແຂວງສາລະວັນ ປະກອບມີ 8 ເມືອງ, ມີ578ບ້ານ, ການສ້າງຄອບ ຄົວພົ້ນທຸກ ຕາມແຜນການ 5 ປີ ມີ 7.535 ຄອບຄົວ, ປະຕິບັດ ໄດ້ 5.338 ຄອບຄົວ, ກວມເອົາ 70,84%ຂອງແຜນການ, ປັດຈຸບັນ ມີຄອບຄົວທຸກຍາກ 6.065 ຄອບ ຄົວ, ກວມເອົາ 7,88% ຂອງຄອບ ຄົວໃນທົ່ວແຂວງ, ສ້າງບ້ານພົ້ນ ທຸກຕາມແຜນການ 5 ປີ ມີ 119 ບ້ານ, ປະຕິບັດໄດ້ 54 ບ້ານ, ກວມ ເອົາ 45,38%, ປັດຈຸບັນມີບ້ານ ທຸກຍາກ 123 ບ້ານ, ກວມເອົາ 21,28%ຂອງຈໍານວນ 578 ບ້ານ ໃນທົ່ວແຂວງ, ມີເມືອງທຸກຍາກ 3 ເມືອງຄື: ຕຸ້ມລານ, ຕະໂອ້ຍ ແລະ ສະໝ້ວຍ. ຕະຫລອດໄລຍະຜ່ານມາເຫັນ ໄດ້ວ່າ ຫລາຍບ້ານກໍໄດ້ຮັບການ ປັບປຸງ ແລະ ໄດ້ຮັບການຍົກລະດັບ ຂອງການບໍລິຫານບ້ານດີຂຶ້ນ ປະ ຊາຊົນບັນດາເຜົ່າໄດ້ຮັບການແກ້ໄຂ ເຊິ່ງມັນໄດ້ສະແດງອອກໂຄງລ່າງ ຫ້ອງການບ້ານ, ສະໂມສອນບ້ານ, ໂຮງຮຽນ, ສຸກສາລາ, ວັດວາ ອາຮາມ, ເສັ້ນທາງ ແລະ ອື່ນໆ ໄດ້ ຮັບການປັບປຸງບູລະນະ, ພ້ອມກັນ ນັ້ນ ດ້ານບັນຫາສັງຄົມ ແລະ ບັນຫາ ປະກົດການຫຍໍ້ທໍ້ຕ່າງໆກໍໄດ້ຮັບ ການແກ້ໄຂເປັນກ້າວໆ. ຂ່າວ-ພາບ: ວິໄລວອນ ສິດທິໄຊ ໃດກໍຕາມຂໍໃຫ້ປະຊາຊົນພາຍໃນ ແຂວງອັ ດຕະປື ເຊື່ອໝັ້ນຕໍ່ພາກລັດ, ໂດຍຈະພະຍາຍາມປະສານສົມທົບ ກັບທາງກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ພາກສ່ວນຕົວແທນ ນໍາເຂົ້ານໍ້າມັນເຊື້ອໄຟ ເພື່ອໃຫ້ໄດ້ມີ ນໍ້າມັນມາສະໜອງພາຍໃນແຂວງ ບໍ່ໃຫ້ຂາດ. ທ່ານ ພູໄຊ ວໍລະລາດ ຮອງຫົວ ໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງອັດຕະປື ໄດ້ອອກ ມາຊີ້ແຈງຜ່ານສື່ມວນຊົນຂອງ ແຂວງ ກ່ຽວກັບສະພ າບຄວາມເຄັ່ງ ຮ້ອນການສະໜອງນໍ້າມັນ ພາຍໃນ ແຂວງອັດຕະປື ເມື່ອບໍ່ດົນມານີ້ ວ່າ: ຕໍ່ສະພາບການດັ່ງກ່າວ, ທາງ ພະແນກອຸດສາຫະກໍາ ແລະ ການ ຄ້າແຂວງ ແລະ ຫ້ອງ ການອຸດ ສາຫະກໍາ ແລະ ການຄ້າແຕ່ ລະ ເມືືອງ ຈະໄດ້ລົງປະຈໍາຢູ່ບັນດາປໍ້າ ໃນເທສະບານ ເພື່ອຕິດຕາມກວດ ກາຕົວຈິງ, ຕິດຕາມກ່ຽວກັບລາຄາ, ການຊົມໃຊ້ ພ້ອມທັງຕິດຕາມການ ຈໍາໜ່າຍເຂົ້າ-ອອກແຕ່ລະຄັ້ງ ແລະ ຖ້າປໍ້າ ທີ່ມີການປິດການຈໍາໜ່າຍ, ເຈົ້າໜ້າທີ່ ໄດ້ມີການວັດແທກກວດ ເຊັກນໍ້າມັນຄັກແນ່ ເພື່ອໃຫ້ແນ່ໃ ຈວ່າ ປໍ້າດັ່ງກ່າວບໍ່ມີນໍ້າມັນຈໍາໜ່າຍແທ້ ຈິງ ຫລີກລຽງການກັກຕຸນນໍ້າມັນ ໂດຍຜ່ານມາ ສັງເກດເຫັນວ່າ ການ ຈັດຕັ້ງປະຕິບັດ ລວມເຖິງຄວາມ ຮ່ວມມືລະຫວ່າງ ເຈົ້າຂອງປໍ້ານໍ້າ ມັນ ແລະ ພາກລັດພວກເຮົາ ໄດ້ມີ ການປະສານງານດ້ວຍຄວາມໂປ່ງ ໃສ ຊຶ່ງໄດ້ມີການກວດກາຕົວຈິງທຸກ ຂັ້ນຕອນ, ການສັ່ງຊື້ືນໍ້າມັນແມ່ນມີ ຄວາມຫຍຸ້ງຍາກພໍສົ ມຄວນ ຕ້ອງໄດ້ ລໍຖ້າການນໍາເຂົ້້ານໍ້າມັນຈາກບໍລິສັດ ນໍາເຂົ້້າ ເພື່ອຈະກະຈາຍໃຫ້ບັນດາ ປໍ້າຕົວແທນຂອງແຂວງ ເນື່ອງຈາກ ການນໍາເຂົ້ານໍ້າມັນແມ່ນສູນກາງ ຄຸ້ມຄອງ. ທ່ານ ພູໄຊ ວໍລະລາດ ຍັງໄດ້ ຮຽກຮ້ອງມາຍັງບັນດາປໍ້ານໍ້າມັນ ທົ່ວແຂວງໃຫ້ເປັນເຈົ້າກ ານປະຕິບັດ ຕາມແຈ້ງການທີ່ທາງກະຊວງອຸດ ສາຫະກຳແລະການຄ້າ ວາງອອກ ຢ່າງເຂັ້ມງວດ, ຮຽກຮ້ອງມາຍັງ ປະຊາຊົນບັນດາເຜົ່າແຂວງອັດຕະ ປື ໃຫ້ມີສະຕິໃນການຕິດຕາມຂໍ້ມູນ ຂ່າວສານ ເພື່ອບໍ່ໃຫ້ເກີດມີຄວາມ ວິຕົກກັງວົນວ່າຈະຂາດແຄນນໍ້າມັນ ນໍາໃຊ້. ປັດຈຸບັນ ແຂວງອັດຕະປື ກໍ ຍັງມີນໍ້າມັນສະໜອງໃຫ້ປະຊາຊົນ ໄດ້ຊົມໃຊ້ ຊຶ່ງມີຢູ່ 120.900 ລິດ ໃນນີ້, ນໍ້າມັນແອັດຊັງ ມີ71.900 ລິດແລະກະຊວນ ມີ49.000 ລິດ. ນອກນີ້, ທາງແຂວງ ຍັງມີແຜນ ນໍາເຂົ້ານໍ້າມັນຕື່ມອີກ 291.000 ລິດ. ສໍາລັບລາຄານໍ້າມັນ ອາດຈະ ມີການເໜັງຕີງ ຂຶ້ນ-ລົງ ຕາມລາຄາ ຂອງຕະຫລາດໂລກ. ດັ່ງນັ້ນ, ຂໍໃຫ້ ປະຊາຊົນບັນດາເຜົ່າແຂວງອັດຕະ ປືເຊື່ອໝັ້ນຕໍ່ການບໍລິຫານຈັດການ ນໍ້າມັນ ເພື່ອໃຫ້ພຽງພໍຕໍ່ການຊົມໃຊ້. ຂ່າວ: ມະນີວອນ g]0kra dc0;'-P'0;k' 8h voIa [ m6 f9u oxt9e lxx ]k; g0Q krq [xt ຂປລ. ແຫລ່ງຂ່າວຈາກແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ທ່ານ ພູວົງ ອຸ່ນຄຳແສນ ເລຂາພັກແຂວງຊຽງ ຂວາງ ພ້ອມດ້ວຍຄະນະ ໄດ້ຕ້ອນ ຮັບ ທ່ານ ນາງ ຟາງຫົງ ເອກອັກຄະ ລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ ພ້ອມ ດ້ວຍຄະນະ ໂອກາດໄດ້ມາຢ້ຽມ ຢາມ ແລະ ເຮັດວຽກຢູ່ແຂວງຊຽງ ຂວາງ ໃນອາທິດຜ່ານມາ. ທ່ານນາງຟາງຫົງໄດ້ລາຍງານ ຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ ຄັ້ງນີ້ ເນື່ອງໃນວັນສ້າງຕັ້ງສາຍ ພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ທັງເປັນປີມິດຕະພາບ ລາວ-ຈີນ ພ້ອມທັງພົບປະໂອ້ລົມ ກັບນັກທຸລະກິດຊາວຈີນທີ່ມາລົງທຶນ ແລະ ດຳລົງຊີວິດຢູ່ແຂວງຊຽງ ຂວາງ ແລະ ຕິດຕາມເບິ່ງພາກສະ ໜາມຕົວຈິງ ໃນການເກັບກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ທີ່ຍັງ ຕົກຄ້າງມາແຕ່ປາງສົງຄາມ ຢູ່ ແຂວງຊຽງຂວາງ. ພ້ອມນີ້, ທ່ານ ທູດຈີນ ຍັງໄດ້ກ່າວສະແດງຄວາມ ຊົມເຊີຍໃນການສ້າງສາພັດທະນາ ເສດຖະກິດ-ສັງຄົມຂອງແຂວງຊຽງ ຂວາງ ເນື່ອງຈາກເປັນແຂວງໜຶ່ງທີ່ ມີອາກາດດີ, ມີແຮ່ທາດນາໆຊະນິດ, ມີທ່າແຮງຢ່າງຫລວງຫລາຍໃນ ການພັດທະນາ ແລະ ເປັນທີ່ສົນໃຈ ຂອງບັນດານັກລົງທຶນຕ່າງປະເທດ ໂດຍສະເພາະນັກລົງທຶນຈີນ, ພ້ອມ ທັງໃຫ້ແຂວງຊຽງຂວາງ ຈົ່ງຊີ້ນຳ, ໃຫ້ຄຳປຶກສາ, ຕຳນິສົ່ງຂາວ ບັນດາ ນັກທຸລະກິດຊາວຈີນທີ່ມາລົງທຶນຢູ່ ພາຍໃນແຂວງ ຊຶ່ງສະຖານທູດຈີນ ໄດ້ມີການຊຸກຍູ້ສົ່ງເສີມ, ນຳພາຊີ້ນຳໃຫ້ບັນດານັກທຸລະກິດຈົ່ງປະ ຕິບັດຕາມສັນຍາ, ກົດລະບຽບ ກົດ ໝາຍຂອງ ສປປ ລາວ, ຫັນການດຳ ເນີນທຸລະກິດໃຫ້ເປັນທຸລະກິດສີຂຽວ ຍືນຍົງ. ນອກນີ້, ທ່ານທູດຈີນ ຍັງ ໄດ້ມອບເງິນ 10.000 ໂດລາສະ ຫະລັດ ໃຫ້ແຂວງຊຽງຂວາງ ນຳ ໄປຊ່ວຍເຫລືອປະຊາຊົນ ຜູ້ທີ່ໄດ້ຮັບ ຜົນກະຈາກລະເບີດບໍ່ທັນແຕກ ແລະ ມອບ 5.000 ໂດລາສະຫະລັດໃຫ້ ເປັນທຶນການສຶກສາແກ່ນັກຮຽນ ແຂວງຊຽງຂວາງ ທີ່ຈະໄປສຶກສາ ຢູ່ ສປ ຈີນ ຕື່ມອີກ. ໂອກາດນີ້, ທ່ານ ພູວົງ ອຸ່ນຄຳ ແສນ ໄດ້ລາຍງານການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງ, ການພົວພັນຮ່ວມມືກັບບັນດາແຂວງ ແຮກສ່ຽວຂອງ ສປ ຈີນ, ການ ພົວພັນ ຮ່ວມມື ຄຸ້ມຄອງບັນດານັກ ທຸລະກິດຊາວຈີນ ທີ່ມາດຳລົງຊີວິດ ຢູ່ແຂວງຊຽງຂວາງ ໂດຍເນັ້ນໃຫ້ ຮັກສາສິ່ງແວດລ້ອມປະຕິບັດຕາມ ລະບຽບ, ກົດໝາຍຂອງ ສປປ ລາວ, ມີສ່ວນຮ່ວມໃນການປະກອບສ່ວນ ພັດທະນາ, ສະແດງຄວາມຂອບໃຈ ທີ່ໃຫ້ທຶນການສຶກສາ ແລະ ທຶນ ຊ່ວຍເຫລືອຜູ້ໄດ້ຮັບຜົນກະທົບຈາກ ລະເບີດບໍ່ທັນແຕກ, ພ້ອມທັງໄດ້ ເຊີນຊວນນັກທຸລະກິດ ນັກລົງທຶນ ຊາວຈີນ ເຂົ້າມາລົງທຶນຢູ່ແຂວງ ຊຽງຂວາງ ໃຫ້ຫລາຍຂຶ້ນ. ໂອກາດດັ່ງກ່າວ, ຄະນະທູດ ຈີນ ຍັງໄດ້ໄປວາງພວງມາລາຢູ່ຕໍ່ ໜ້າສຸສານທີ່ລະນຶກເຖິງວິລະກຳ ຈີນ ທີ່ບ້ານຮົວະ ເມືອງແປກ ເພື່ອ ລະນຶກເຖິງຄຸນງາມຄວາມດີ ນ້ຳໃຈ ອັນເດັດດ່ຽວຂອງພວກເພິ່ນຕື່ມອີກ. ຂ່າວ: ບຸນມີ ແສງທຸມມີ
RkJQdWJsaXNoZXIy MTc3MTYxMQ==