7235

16/03/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ 75 xu ]k;{wm oE0v'g-nj v,.9F lh k'lkp.plkpz6 dra o “ ” 95 f\kpF my fmk'.odko[6 ]tot]t[v[xt-kmy xtw8xt-k-q odh k;0B ol6 j la '7q ,oy pq , ໂດຍ: ຄະນະ ບກ ຂປລ. ເດືອນທັນວາຜ່ານມາເປັນ ເດືອນທີ່ສຳຄັນຂອງສອງຊາດ ລາວ-ໄທ ເພາະເປັນວັນສະເຫລີມ ສະຫລອງວັນຊາດຂອງທັງສອງ ປະເທດໃນວັນທີ 2 ທັນວາ (ລາວ) ແລະ ວັນທີ 5 ທັນວາ (ປະເທດໄທ) ແຕ່ເດືອນທັນວາ 2025 ມີຄວາມ ພິເສດກວ່າທຸກປີຍ້ອນເປັນວັນ ຄົບຮອບ 50 ປີ ແຫ່ງການສະຖາປະ ນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ແລະ ວັນທີ 19 ທັນວາ ເປັນວັນ ຄົບຮອບ 75 ປີ ແຫ່ງການສ້າງຕັ້ງ ສາຍພົວພັນທາງການທູດລະຫວ່າງ ລາວ-ໄທ. ໃນໂອກາດພິເສດນີ້, ກົມວິຈິດ ສິນຂອງໄທ ໄດ້ຮ່ວມກັບພາກສ່ວນ ຂອງ ສປປ ລາວ ອອກແບບກາສັນ ຍະລັກທີ່ສະທ້ອນເຖິງເອກະລັກຂອງ ທັງສອງປະເທດຄື: ດອກຄູນ ຫລື ດອກລາຊະພຶກ ຊຶ່ງແມ່ນດອກໄມ້ ປະຈຳຊາດຂອງໄທ ແລະ ດອກຈຳ ປາ ຫລື ດອກລີລາວະດີ ດອກໄມ້ ປະຈຳຊາດຂອງລາວ. ນອກຈາກນີ້, ຍັງມີພະທາດສີສອງຮັກຄຽງຄູ່ກັບ ພະທາດຫລວງວຽງຈັນ ໃນກາສັນ ຍະລັກ. ພະທາດຫລວງວຽງຈັນ ເປັນ ສະຖານທີ່ສຳຄັນທາງສາສະໜາທີ່ ແຂກຕ່າງປະເທດຕ້ອງມາສັກກາ ລະບູຊາ ແລະ ໃນວັນທີ 16 ຕຸລາ 2025, ທ່ານອະນຸທິນຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ລາຊະອາ ນາຈັກໄທ ໄດ້ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການກໍໄດ້ມາ ສັກກາລະບູຊາພະທາດຫລວງ. ສຳລັບພະທາດສີສອງຮັກຕັ້ງຢູ່ ແຂວງເລີຍ ສ້າງຂຶ້ນໃນປີ 1560 ຂປລ.ໂຄງການການເມືອງຂອງ ພັກ ແມ່ນທິດສະດີປະຕິວັດ, ເປັນ ທວນໄຟອັນສະຫວ່າງສະໄຫວເຍືອງ ທາງໃຫ້ແກ່ພັກ ແລະ ທົ່ວປວງຊົນ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ; ສ້າງໄດ້ ບາດກ້າວເດີນ ແລະ ບາດລ້ຽວ ທີ່ໜັກແໜ້ນໃຫ້ແກ່ພາລະກິດແຫ່ງ ການສືບຕໍ່ບູລະນະລະບອບປະຊາ ທິປະໄຕປະຊາຊົນໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ ຊຶ່ງເນື້ອ ໃນພື້ນຖານຂອງການບູລະນະລະ ບອບປະຊາທິປະໄຕປະຊາຊົນກ້າວ ຂຶ້ນສູ່ສັງຄົມນິຍົມຢູ່ປະເທດເຮົາ ທີ່ໄດ້ບັນຈຸເຂົ້າໃນໂຄງການການ ເມືອງ ສະບັບທີ III ຂອງພັກ ໄດ້ ແກ່: ຈຸດໝາຍ, ທິດທາງ ໃນການ ບູລະນະລະບອບປະຊາທິປະໄຕ ປະຊາຊົນກ້າວຂຶ້ນສູ່ສັງຄົມນິຍົມ: ພວກເຮົາຕ້ອງມີຄວາມເປັນເອກະ ພາບຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງ ແລະ ເລິກເຊິ່ງກ່ຽວກັບລະບອບປະ ຊາທິປະໄຕປະຊາຊົນແມ່ນລະບອບ ຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ, ອຳນາດທັງໝົດ ເປັນຂອງປະຊາຊົນພາຍໃຕ້ການ ນຳພາຂອງພັກ. ໃນດ້ານຈຸດໝາຍ: ລະບອບປະຊາທິປະໄຕປະຊາຊົນທີ່ ປະຊາຊົນລາວບັນດາເຜົ່າສູ້ຊົນສ້າງ ໃນປັດຈຸບັນແມ່ນລະບອບສັງຄົມທີ່ ປະຊາຊົນຮັ່ງມີຜາສຸກ, ປະເທດຊາດ ມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາ ມັກເປັນປຶກແຜ່ນ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ; ເມື່ອຮອດ ປີ 2055 ທີ່ເປັນມື້ສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 100 ປີ ຈະສູ້ຊົນສ້າງປະເທດເຮົາ ໃຫ້ເປັນປະເທດກຳລັງພັດທະນາທີ່ ມີລາຍຮັບປານກາງສູງ ແລະ ໃຫ້ ຫຍັບເຂົ້າໃກ້ປະເທດທີ່ມີລາຍຮັບ ສູງ, ມີລະບົບການເມືອງທີ່ເຂັ້ມ ແຂງ, ມີພື້ນຖານເສດຖະກິດທີ່ທັນ ສະໄໝ, ກຳລັງການຜະລິດໄດ້ຮັບ ການພັດທະນາຢ່າງຮອບດ້ານ ໂດຍມີການພົວພັນການຜະລິດທີ່ ສອດຄ່ອງ ແລະ ກ້າວໜ້າ, ຊີວິດ ການເປັນຢູ່ຂອງປະຊາຊົນບັນດາ ເຜົ່າໄດ້ມີພື້ນຖານອັນໜັກແໜ້ນ ກ້າວສູ່ຄວາມອີ່ມໜໍາສຳລານ. ທິດ ທາງຂອງການບູລະນະລະບອບ ປະຊາທິປະໄຕປະຊາຊົນກ້າວຂຶ້ນ ສູ່ສັງຄົມນິຍົມແມ່ນຍົກສູງບົດບາດ ແລະ ຄວາມສາມາດນໍາພາທີ່ເຂັ້ມ ແຂງຂອງພັກ ແລະ ຄະນະພັກທຸກ ຂັ້ນ, ບູລະນະລະບອບປະຊາທິປະໄຕ ປະຊາຊົນໃຫ້ສົມບູນຍິ່ງຂຶ້ນ, ລະດົມ ກຳລັງແຮງຂອງທົ່ວປວງຊົນ ເຂົ້າ ໃນການພັດທະນາເສດຖະກິດເອກະ ລາດເປັນເຈົ້າຕົນເອງ, ສ້າງສັງຄົມ ທີ່ມີຄວາມສະເໝີພາບ, ສ້າງພື້ນ ຖານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບທີ່ເຂັ້ມແຂງ ແລະ ເປີດ ກວ້າງການພົວພັນຮ່ວມມືບົນພື້ນ ຖານທີ່ຮັບປະກັນດ້ານຫລັກການ ແລະ ຄວາມເປັນເຈົ້າຕົນເອງ. ສືບຕໍ່ຍູ້ແຮງການບູລະນະລະ ບອບປະຊາທິປະໄຕປະຊາຊົນກ້າວ ຂຶ້ນສູ່ສັງຄົມນິຍົມ: ເພື່ອເຮັດໃຫ້ ຈຸດໝາຍ, ທິດທາງ ໃນການບູລະນະ ລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມໄດ້ຮັບການ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃຫ້ເປັນຮູບປະທໍາຕົວຈິງນັ້ນ ໂຄງ ການການເມືອງ ສະບັບທີ III ໄດ້ວາງ 11 ແຜນນະໂຍບາຍໃຫຍ່ດັ່ງນີ້: 1. ພັດທະນາເສດຖະກິດຕະ ຫລາດຕາມທິດສັງຄົມນິຍົມໃຫ້ ເປັນລະບົບ, ທັນສະໄໝ, ປະກອບ ດ້ວຍຫລາຍພາກສ່ວນເສດຖະກິດ, ຫລາຍຮູບແບບກຳມະສິດ, ຫລາຍ ຮູບການຈັດຕັ້ງຜະລິດທຸລະກິດ ແລະ ຫລາຍຮູບການແຈກຢາຍ, ໃນນັ້ນ ພາກສ່ວນເສດຖະກິດລັດ ດຳລົງບົດບາດເປັນເຈົ້າພາທາງ, ພາກສ່ວນເສດຖະກິດອື່ນໆ ປະກອບ ເປັນກຳລັງແຮງຂອງພື້ນຖານເສດ ຖະກິດແຫ່ງຊາດ. 2. ຫັນເປັນອຸດສາຫະກໍາ, ຫັນ ເປັນທັນສະໄໝ, ຫັນເປັນດິຈິຕອນ ບົນພື້ນຖານການຄົ້ນຄວ້າ, ນຳໃຊ້ ວິທະຍາສາດ-ເຕັກໂນໂລຊີ, ເສີມ ຂະຫຍາຍທ່າແຮງໄດ້ປຽບ, ຄວາມ ສາມາດບົ່ມຊ້ອນຂອງປະເທດ; ນຳໃຊ້ເຕັກໂນໂລຊີດີຈິຕອນໃຫ້ ກາຍເປັນໂອກາດ, ເປັນກຳລັງແຮງ ແລະ ເປັນພື້ນຖານໃຫ້ແກ່ການຊຸກຍູ້ ຂະແໜງການຜະລິດ ແລະ ບໍລິການ ທີ່ເປັນປາຍແຫລມ. 3. ການປົກປັກຮັກສາ ແລະ ຟື້ນຟູສິ່ງແວດລ້ອມ, ຮັບມືກັບການ ປ່ຽນແປງດິນຟ້າອາກາດ;ຍຶດໝັ້ນທິດ ນຳຖືເອົາຄວາມກົມກຽວລະຫວ່າງ ການພັດທະນາເສດຖະກິດ-ສັງຄົມ ກັບການປົກປັກຮັກສາສິ່ງແວດລ້ອມ ຕາມທິດເສດຖະກິດສີຂຽວ, ເສດ ຖະກິດໝູນວຽນ ແລະ ຍືນຍົງ. 4. ພັດທະນາວັດທະນະທຳ-ສັງ ຄົມ, ປະຕິບັດຢ່າງສະເໝີຕົ້ນສະເໝີ ປາຍແນວທາງປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ; ພັດທະນາສັງຄົມຕາມທິດສັງຄົມ ມີປະຊາທິປະໄຕ, ຍຸຕິທຳ, ສີວິໄລ; ສ້າງສັງຄົມສາມັກຄີເປັນປຶກແຜ່ນ ຂອງບັນດາເຜົ່າ; ການເຄົາລົບສິດເສລີພາບຂອງປະຊາຊົນ; ການສ້າງ ຄວາມເປັນເອກະພາບລະຫວ່າງຊັ້ນ ຄົນ; ສືບຕໍ່ປະຕິບັດທິດນຳເອົາການ ສຶກສາໄປກ່ອນກ້າວໜຶ່ງ, ເອົາການ ພັດທະນາວິທະຍາສາດ-ເຕັກໂນໂລ ຊີເປັນຂໍກຸນແຈ ເຮັດໃຫ້ການສຶກສາ ມີຄຸນນະພາບສູງຂຶ້ນ; ປະຕິບັດ ນະໂຍບາຍສາທາລະນະສຸກທົ່ວ ປວງຊົນໃຫ້ນັບມື້ທົ່ວເຖິງ ແລະ ມີ ຄຸນນະພາບສູງ. 5. ພັດທະນາຄົນລາວຢ່າງຮອບ ດ້ານ, ຕອບສະໜອງໄດ້ຄວາມຮຽກ ຮ້ອງຕ້ອງການຂອງການພັດທະ ນາປະເທດຊາດໃນໄລຍະໃໝ່; ພັດ ທະນາຄົນລາວໃຫ້ມີນໍ້າໃຈຮັກຊາດ ອັນດູດດື່ມຕິດພັນກັບການຮັກລະ ບອບໃໝ່, ມີຄວາມກະຕັນຍູຮູ້ບຸນ ຄຸນຕໍ່ບັນພະບຸລຸດຂອງຊາດ, ສ້າງ ຄົນລາວໃຫ້ເປັນຄົນສັງຄົມນິຍົມ. 6. ສ້າງເຫງົ້າພະລັງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບທົ່ວ ປວງຊົນຮອບດ້ານທີ່ມີຄວາມໜັກ ແໜ້ນ, ເຂັ້ມແຂງ ແລະ ມີແບບແຜນ ທັນສະໄໝດ້ວຍການຍຶດໝັ້ນແນວ ທາງປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ, ສ້າງຄວາມອາດສາມາດ ບົ່ມຊ້ອນໃນແຕ່ລະດ້ານ, ສ້າງທ່າ ສະໜາມປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ໃຫ້ມີຄວາມໜັກ ແໜ້ນ, ເຂັ້ມແຂງ ພາຍໃຕ້ການ ນຳພາເດັດຂາດ, ໂດຍກົງ, ຮອບ ດ້ານຂອງພັກ. 7. ຍຶດໝັ້ນແນວທາງການຕ່າງ ປະເທດຂອງພັກ, ສ້າງເງື່ອນໄຂ ອຳນວຍໃຫ້ແກ່ພາລະກິດປົກປັກ ຮັກສາ ແລະ ສ້າງສາປະເທດຊາດ; ເປີດກວ້າງການພົວພັນກັບບັນດາ ປະເທດໃນພາກພື້ນ ແລະ ສາກົນ, ຖືສຳຄັນການຮ່ວມມືຮອບດ້ານ ກັບປະເທດໃກ້ຄຽງ, ເພື່ອນມິດ ຍຸດທະສາດ, ດຳເນີນການເຊື່ອມ ໂຍງ-ເຊື່ອມຈອດເຂົ້າກັບພາກພື້ນ ແລະ ສາກົນ ຢ່າງເປັນເຈົ້າການ ແລະ ເປັນເຈົ້າຕົນເອງຂະຫຍາຍ ການຮ່ວມມືແບບຫລາຍທິດ, ຫລາຍ ຝ່າຍ, ຫລາຍຮູບແບບ, ຫລາຍລະ ດັບທັງດ້ານພັກ, ດ້ານລັດ ແລະ ການທູດປະຊາຊົນ. 8. ສ້າງພັກໃຫ້ປອດໃສ, ເຂັ້ມ ແຂງ, ໜັກແໜ້ນຮັບປະກັນການ ກຳອຳນາດຂອງພັກ ໃຫ້ມີຄວາມ ໝັ້ນຄົງ; ສ້າງຄວາມໜັກແໜ້ນດ້ານ ລະບົບແນວຄິດ-ທິດສະດີຂອງພັກ; ສ້າງອົງການຈັດຕັ້ງພັກແຕ່ລະຂັ້ນ ໃຫ້ເຂັ້ມແຂງ, ປັບປຸງແບບແຜນວິທີ ນຳພາ ແລະ ການເຄື່ອນໄຫວຂອງ ການຈັດຕັ້ງພັກ ຕາມກົດລະບຽບ ຂອງພັກ, ຮັບປະກັນລັກສະນະວິ ທະຍາສາດ ແລະ ປະຕິວັດຢ່າງໜັກ ແໜ້ນ; ຕໍ່ສູ້ຕ້ານການເສື່ອມຖອຍ ທາງດ້ານແນວຄິດ-ການເມືອງ, ຄຸນ ສົມບັດສິນທໍາປະຕິວັດ, ແບບແຜນ ດຳລົງຊີວິດ, ບັນດາປາກົດການ “ຫັນປ່ຽນດ້ວຍຕົນເອງ”, “ເສື່ອມ ຄຸນປ່ຽນທາດເອງ” ພາຍໃນພັກ; ສ້າງຖັນແຖວພະນັກງານ, ສະມາ ຊິກພັກ ໃຫ້ສົມຄູ່ກັບໜ້າທີ່ການ ເມືອງ; ຍົກສູງປະສິດທິພາບການ ຕິດຕາມກວດກາການປະຕິບັດວິໄນ ຂອງພັກ, ກົດໝາຍຂອງລັດ ຢ່າງ ເຂັ້ມງວດ. 9. ສ້າງລັດປະຊາທິປະໄຕປະຊາ ຊົນທີ່ປົກຄອງດ້ວຍກົດໝາຍ, ສ້າງ ລັດທີ່ຖືລັດຖະທຳມະນູນ ແລະ ກົດ ໝາຍມີບົດບາດສູງສຸດ, ສ້າງລັດ ທີ່ຈັດຕັ້ງ ແລະ ເຄື່ອນໄຫວຕາມ ຫລັກການອຳນາດລັດເອກະພາບ, ມີການແບ່ງງານຢ່າງຈະແຈ້ງ, ສ້າງ ລັດໃຫ້ມີຄວາມໂປ່ງໃສ, ມີຄວາມ ຮັບຜິດຊອບ ແລະ ເຮັດຫລ້ອນ ພັນທະຕໍ່ພົນລະເມືອງທຸກຄົນ ແລະ ຮັບປະກັນໃຫ້ພົນລະເມືອງທຸກຄົນ ປະຕິບັດພັນທະຕໍ່ລັດຢ່າງຄົບຖ້ວນ. 10. ເສີມຂະຫຍາຍມະຫາສາມັກ ຄີທົ່ວປວງຊົນ, ປະຕິບັດແນວທາງ ມະຫາສາມັກຄີທົ່ວປວງຊົນຢ່າງ ໜັກແໜ້ນ; ປ່ຽນແປງໃໝ່ແບບແຜນ ວິທີເຮັດວຽກກັບມະຫາຊົນ, ວິທີປຸກ ລະດົມຂົນຂວາຍມະຫາຊົນ; ສ້າງ ແລະ ແນະນຳອົງການຈັດຕັ້ງມະຫາ ຊົນໃຫ້ເຄື່ອນໄຫວຖືກຕ້ອງຕາມ ພາລະບົດບາດ, ໜ້າທີ່ຂອງຕົນ. 11. ເສີມຂະຫຍາຍສິດເປັນ ເຈົ້າຂອງປະຊາຊົນຢ່າງບໍ່ຢຸດຢັ້ງ; ເສີມຂະຫຍາຍສິດເປັນເຈົ້າຂອງ ປະຊາຊົນ ໂດຍເປີດໂອກາດໃຫ້ປະ ຊາຊົນໄດ້ເຂົ້າຮ່ວມໃນການສ້າງ ແລະ ບູລະນະແນວທາງຂອງພັກ ແລະ ກົດໝາຍຂອງລັດ ຕາມທິດ ທີ່ວ່າ: ໃຫ້ປະຊາຊົນຮູ້, ປະຊາຊົນ ປຶກສາຫາລື, ປະຊາຊົນເຂົ້າຮ່ວມ ຈັດຕັ້ງປະຕິບັດ, ປະຊາຊົນຕິດຕາມ ກວດກາ ແລະ ປະຊາຊົນໄດ້ຮັບຜົນ ປະໂຫຍດຢ່າງຊອບທຳ. ຜັນຂະຫຍາຍມະຕິັ ນິ ກອງປະຊຸມມ່ໃຫຍຸ່ ຄັ້ງທີ XII ຂອງພັກັ້ ງີ ັ ກ ໂດຍ: ທ່ານ ນາງ ຄຣອງຂະນິດ ່ິ ຣັກຈະເລີນ ເອກອັກຄະລາຊະທູດ ແຫ່ງ ັີັູ່ ລາຊະອານາຈັກໄທ ປະຈຳ ສປປ ລາວັ ເປີດນຳໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 (ວຽງຈັນ-ໜອງຄາຍ) ໂດຍການເປັນີ້ົິ່ີັັ ປະທານຮ່ວມລະຫວ່າງທ່ານ ໜູຮັກ ພູມສະຫວັນ ແລະ ພະບາດສົມເດັດ ພຣະບໍຣົມຊະູ່່່ັູັົັໍົ ນະກາທິເບດ ມະຫາພູມິພົນອະດຸນຍະເດດມະຫາຣາດ ບໍຣົມມະນາດບໍພິດ, ປີ 1994ິູິົຸໍົໍິີ ເປີດນຳໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊ-ບຶງການ) ໂດຍການເປັນປະທານຮ່ວມລະຫວ່າງີ ດ້ ຂົວິ ດ່ ງີ ໍ ລິຄຶ ງັ ນ່ ວ່ າ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ພະບ​ າດສົມເ​ ດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ່ າຸ ນີ ສຸລິດ່ ງົ ມັ ດິ ຣົ້ າົ້ າູ່ ຫົວ່ ງ ລາຊະ​ອານາຈັກໄທ, ປີ 2025 ​ອັ ກີ (ພສ 2103) ເພື່ອເປັນການຢັ້ງ ຢືນເຖິງສາຍພົວພັນມິດຕະພາບ ລະຫວ່າງອານາຈັກອະຍຸທະຍາ ແລະ ອານາຈັກລ້ານຊ້າງ ເປັນຫລັກ ຖານສະແດງໃຫ້ເຫັນວ່າສາຍພົວ ພັນມິດຕະພາບ ແລະ ການຮ່ວມມື ລາວ-ໄທ ມີມາແຕ່ບູຮານນະການ ຍາວນານຫລາຍສະຕະວັດ. ສາຍພົວພັນອັນຍາວນານລະ ຫວ່າງ ລາວ-ໄທ, ໄທ-ລາວ ໄດ້ ເປັນມູນເຊື້ອໃນການສ້າງຕັ້ງສາຍ ພົວພັນທາງການທູດລະຫວ່າງສອງ ປະເທດໃນວັນທີ 19 ທັນວາ 1950 ຍິ່ງນັບມື້ນັບໄດ້ຮັບການພັດທະນາ ແລະ ເພີ່ມພູນຄູນສ້າງຢ່າງຕໍ່ເນື່ອງ ແລະ ໄດ້ຮັບການຍົກລະດັບຂຶ້ນເປັນ “ຄູ່ຮ່ວມຍຸດທະສາດ ເພື່ອການຈະ ເລີນເຕີບໂຕ ແລະ ການພັດທະນາ ແບບຍືນຍົງ” ໃນປີ 2022. ລາວ-ໄທ ໄດ້ມີການພົວພັນ ຮ່ວມມື ແລະ ແລກປ່ຽນການຢ້ຽມ ຢາມໃນທຸກລະດັບ, ໂດຍສະເພາະ ແມ່ນການປະກອບສ່ວນອັນລ້ຳ ຄ່າຂອງລາຊະວົງໄທ ໃນການພົວ ພັນ ໄທ-ລາວ. ເຫດການສໍາຄັນ ອັນໜຶ່ງແມ່ນການຢ້ຽມຢາມຂອງ ພະບາດສົມເດັດ ພຣະບໍຣົມຊະນະ ກາທິເບດ ມະຫາພູມິພົນອະດຸນຍະ ເດດມະຫາຣາດ ບໍຣົມມະນາດບໍພິດ ໄດ້ສະເດັດເປັນປະທານຮ່ວມໃນພິທີ ເປີດນໍາໃຊ້ຂົວມິດຕະພາບ ລາວໄທ, ແຫ່ງທຳອິດ (ວຽງຈັນ-ໜອງ ຄາຍ) ຮ່ວມກັບປະທານ ໜູຮັກ ພູມສະຫວັນ, ພ້ອມທັງໄດ້ສະເດັດ ຢ້ຽມຢາມທາງລັດຖະກິດຢູ່ ສປປ ລາວ ໃນວັນທີ 8-9 ເມສາ 1994 ແລະ ໄດ້ເປັນປະທານຮ່ວມໃນພິທີ ເປີດໂຄງການສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍ ຊອນ-ຫ້ວຍຊົ້ວ (ຫລັກ 22) ຊຶ່ງ ເປັນໂຄງການໃນພະລາຊະດຳລິ ໃນ ສປປ ລາວ ແຫ່ງທໍາອິດ ໂດຍ ການນໍາເອົາແບບຢ່າງຂອງສູນ ສຶກສາການພັດທະນາຫ້ວຍຮ່ອງ ໄຄ້ ອັນເນື່ອງມາຈາກພະລາຊະດຳ ລິ, ເມືອງດອຍສະເກັດ ແຂວງຊຽງ ໃໝ່, ປະເທດໄທ ມາຈັດຕັ້ງປະຕິບັດ ຢູ່ ສປປ ລາວ. ໃນປີ 2025 ຊຶ່ງເປັນ ປີຄົບຮອບ 75 ປີ ແຫ່ງການສ້າງຕັ້ງ ສາຍພົວພັນທາງການທູດ ລະຫວ່າງ ລາວ-ໄທ, ໄທ-ລາວ ໄດ້ມີເຫດການ ປະຫວັດສາດທີ່ສຳຄັນທີ່ສຸດແມ່ນ ຝັ່ງແມ່ນ້ຳຂອງ, ອຳນວຍຄວາມ ສະດວກໃນການໄປມາຫາສູ່ກັນ, ສ້າງໂອກາດທາງການຄ້າ ແລະ ການລົງທຶນ ພ້ອມທັງໄດ້ເຮັດໃຫ້ ຊາຍແດນ ລາວ-ໄທ, ໄທ-ລາວ ກາຍເປັນຊາຍແດນທີ່ມີທ່າແຮງສູງ, ຍົກລະດັບຄຸນນະພາບຊີວິດການ ເປັນຢູ່ຂອງປະຊາຊົນ, ເປີດປະຕູ ເສດຖະກິດສູ່ອະນຸພາກພື້ນແມ່ນ້ຳ ຂອງ ແລະ ຂັບເຄື່ອນສາຍພົວພັນ ທີ່ແໜ້ນແຟ້ນລະຫວ່າງ ລາວ-ໄທ, ໄທ-ລາວ ໃຫ້ກ້າວໄປຂ້າງໜ້າ ຢ່າງບໍ່ຢຸດຢັ້ງພາຍໃຕ້ວິໄສທັດ ຮ່ວມກັນໃນການເຊື່ອມໂຍງ ແລະ ເຊື່ອມຈອດ. ລາວ-ໄທ ມີຊາຍແດນຮ່ວມກັນ ປະມານ 1.800 ກິໂລແມັດ, ໂດຍ ມີແມ່ນ້ຳຂອງເປັນຊາຍແດນຫລາຍ ກວ່າເຄິ່ງໜຶ່ງ. ຂົວມິດຕະພາບ ລາວ-ໄທ ທຸກແຫ່ງໄດ້ນຳຜົນປະ ໂຫຍດໂດຍກົງມາສູ່ປະຊາຊົນທີ່ ອາໄສຢູ່ຕາມຊາຍແດນລຽບແມ່ ນ້ຳຂອງ. ໃນປີ 2024, ມູນຄ່າ ການຄ້າລະຫວ່າງປະເທດບັນລຸ ໄດ້ 290.000 ລ້ານບາດ (8,28 ຕື້ໂດລາສະຫະລັດ). ໃນນັ້ນ, 98% ແມ່ນການຄ້າຊາຍແດນ, ເຮັດໃຫ້ ໄທກາຍເປັນຄູ່ຄ້າອັນດັບໜຶ່ງຂອງ ລາວ. ປັດຈຸບັນທັງສອງຝ່າຍມີ ເປົ້າໝາຍທີ່ຈະເພີ່ມມູນຄ່າການ ຄ້າໃຫ້ໄດ້ 350.000 ລ້ານບາດ (11 ຕື້ໂດລາສະຫະລັດ) ພາຍໃນ ປີ 2027. ຂົວມິດຕະພາບລະຫວ່າງ ສອງປະເທດໄດ້ພິສູດໃຫ້ເຫັນແລ້ວ ວ່າ, ປະຊາຊົນສອງຊາດສາມາດ ໄປມາຫາສູ່ກັນໄດ້ສະດວກສະບາຍ ຂຶ້ນ ຊຶ່ງໃນປີ 2025 ຜ່ານມາ, ມີ ນັກທ່ອງທ່ຽວໄທເຂົ້າມາລາວ ແລະ ນັກທ່ອງທ່ຽວລາວໄປໄທ ລວມກັນ ຫລາຍກວ່າ 2 ລ້ານເທື່ອຄົນ ແລະ ສອງປະເທດມີເປົ້າໝາຍທີ່ຈະເພີ່ມ ຈຳນວນນັກທ່ອງທ່ຽວເປັນ 3 ລ້ານ ເທື່ອຄົນ/ປີໃນຊຸມປີຕໍ່ໜ້າ. ກ່ອນການກໍ່ສ້າງຂົວມິດຕະພາບ ການໄປມາຫາສູ່ລະຫວ່າງປະຊາ ຊົນຂອງສອງປະເທດບໍ່ໄດ້ມີຄວາມ ສະດວກຄືກັບໃນປັດຈຸບັນ, ແມ່ ນ້ຳເບິ່ງຄືວ່າກວ້າງໃຫຍ່ໄພສານ ແຕ່ສິ່ງນີ້ບໍ່ໄດ້ເປັນອຸປະສັກຕໍ່ການ ເຊື່ອມສຳພັນຂອງປະຊາຊົນສອງ ຊາດປຽບດັ່ງບົດເພງ “ລຳຂອງ ລຳຮັກ,” ທີ່ແຕ່ງໂດຍ ອາຈານເອື້ອ ສູນທອນສະໜານ ແລະ ອາຈານ ທາຕີ, ນັກແຕ່ງເພງທີ່ສຳຄັນຂອງ ວົງດົນຕີສູນທະຣາພອນ ວ່າ : “ຝັ່ງ ແມ່ຂອງນີ້ເບິ່ງກວ້າງໄກແຕ່ໃນ ຫົວໃຈເໝືອນໃກ້ພຽງວາ ຢູ່ຝັ່ງໃດ ເຫັນໄກພຽງຕາຫົວໃຈລອຍມາ ຄອຍຖ້າຫາກັນ” ເຈັດທົດສະວັດ ຜ່ານມາ, ຂົວມິດຕະພາບ ລາວ-ໄທ, ໄທ-ລາວ ທຸກແຫ່ງໄດ້ເຊື່ອມຕໍ່ສອງ ຝັ່ງແມ່ນ້ຳຂອງທີ່ເຄີຍໄກໃຫ້ຫຍັບ ໃກ້ເຂົ້າ. ສິ່ງດັ່ງກ່າວບໍ່ພຽງແຕ່ນຳ ເອົາຜົນປະໂຫຍດທາງເສດຖະກິດ ມາໃຫ້ແກ່ປະຊາຊົນສອງຊາດເທົ່າ ນັ້ນ ແຕ່ຍັງໄດ້ເຊື່ອມສາຍພົວພັນ ແລະ ອຳນວຍຄວາມສະດວກໃຫ້ແກ່ ປະຊາຊົນໄດ້ໄປມາຫາສູ່ ແລະ ສ້າງ ຄວາມສະໜິດສະໜົມນຳກັນ ຊຶ່ງ ແມ່ນຫົວໃຈຂອງ “ການທູດພາກ ປະຊາຊົນ.” ການເຂົ້າຮ່ວມເປັນປະທານຮ່ວມ ໃນພິທີເປີດນໍາໃຊ້ຂົວມິດຕະພາບ ໄທ-ລາວ ແຫ່ງທີ 5 (ບຶງການ- ບໍລິຄຳໄຊ) ຂອງພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ລາຊະອານາຈັກໄທ ຮ່ວມກັບທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໃນວັນທີ 25 ທັນວາ 2025 ຖືເປັນວັນແຫ່ງປະ ຫວັດສາດຂອງສາຍພົວພັນ ໄທລາວ ທີ່ຈະຖືກຈາລຶກຕະຫລອດໄປ. ມິດຕະພາບທີ່ໃກ້ຊິດລະຫວ່າງ ລາວ-ໄທ, ໄທ-ລາວ ບໍ່ພຽງແຕ່ ເກີດຈາກຄວາມໃກ້ຊິດທາງດ້ານ ພາສາ ແລະ ວັດທະນະທຳເທົ່ານັ້ນ, ແຕ່ຍັງເກີດຈາກການພັດທະນາຢ່າງ ຕໍ່ເນື່ອງຂອງເຄືອຂ່າຍການຂົນສົ່ງ ລະຫວ່າງປະເທດທີ່ອຳນວຍຄວາມ ສະດວກໃຫ້ແກ່ການໄປມາຫາສູ່ສຳ ລັບປະຊາຊົນທັງສອງຝັ່ງແມ່ນ້ຳ ຂອງ, ຂົວມິດຕະພາບແຫ່ງທຳອິດ ໄດ້ເປີດນຳໃຊ້ໃນປີ 1994 ແລະ ໄດ້ກໍ່ສ້າງຂົວມິດຕະພາບຂ້າມແມ່ ນ້ຳຂອງອີກ 4 ແຫ່ງ ໄດ້ແກ່: ຂົວ ມິດຕະພາບແຫ່ງທີສອງເຊື່ອມຕໍ່ ແຂວງມຸກດາຫານ ແລະ ແຂວງ ສະຫວັນນະເຂດ; ຂົວມິດຕະພາບ ແຫ່ງທີສາມ ເຊື່ອມຕໍ່ແຂວງນະຄອນ ພະນົມ ແລະ ແຂວງຄຳມ່ວນ; ຂົວ ມິດຕະພາບແຫ່ງທີສີ່ ເຊື່ອມຕໍ່ແຂວງ ຊຽງລາຍ ແລະ ແຂວງບໍ່ແກ້ວ ແລະ ຂົວມິດຕະພາບແຫ່ງທີ 5 ເຊື່ອມຕໍ່ ແຂວງບຶງການ ແລະ ແຂວງບໍລິ ຄຳໄຊ. ຍິ່ງໄປກວ່ານັ້ນ, ອາດມີ ໜ້ອຍຄົນຮູ້ວ່າຍັງມີຂົວມິດຕະພາບ ຂ້າມແມ່ນ້ຳເຫືອງຢູ່ ເມືອງທ່າລີ້ ແຂວງເລີຍ ກົງກັນຂ້າມກັບ ແຂວງ ໄຊຍະບູລີ. ເຖິງວ່າຂົວເຫລົ່ານີ້ຈະ ສ້າງຂຶ້ນດ້ວຍເຫລັກ ແລະ ຄອນກີດ ແຕ່ມີບົດບາດສຳຄັນໃນການເຊື່ອມ ຕໍ່ຫົວໃຈຂອງປະຊາຊົນທັງສອງ

RkJQdWJsaXNoZXIy MTc3MTYxMQ==