16/03/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp -k;r5 f Ij ;,gmmv's]+ rtr5 fmtI6 [ ເປີດໂຄງການ...ີ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກສະບັບກ່ອນ***ໍ່ ຈັ ບ່ ອ ສຳມະນາ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ສິລະປິນແຫ່ງຊາດ, ນັກຄົ້ນຄວ້າ ແລະ ພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມ. ການສໍາມະນາດັ່ງກ່າວຈັດຂຶ້ນ ເປັນຄັ້ງທຳອິດ ຊຶ່ງຜູ້ເຂົ້າຮ່ວມ ກໍຄື ນັກວິຊາການ ໄດ້ຍົກບັນຫາສຳຄັນ ຂອງວຽກງານການພັດທະນາດ້ານ ສິລະປະ ເປັນຕົ້ນ ການຂາດແຄນຄູ- ອາຈານ ແລະ ຜູ້ສືບທອດດ້ານດົນຕີ ພື້ນເມືອງລາວ, ນະໂຍບາຍການ ສົ່ງເສີມສິລະປິນລາວ, ການເກັບ ກຳຂໍ້ມູນເພື່ອບັນທຶກປະຫວັດສາດ ດົນຕີລາວ ແລະ ການສະເໜີໃຫ້ ແຄນລາວເຂົ້າສູ່ຫລັກສູດການ ຮຽນ-ການສອນ ແລະ ສຳຄັນ ທີ່ສຸດແມ່ນການຄົ້ນຄວ້າສະເໜີບົດ ເພງທີ່ຊົງຄຸນຄ່າຂອງລາວ ເພື່ອ ຄັດເອົາ 10 ບົດເພງ ທີ່ຈະນໍາມາ ປະພັນດົນຕີຄືນໃໝ່ ໃນຮູບແບບ ຮ່ວມສະໄໝແນວ ເ ພງ Ep i c Orchestra ໂດຍນັກປະພັນດົນຕີ ອັນດັບຕົ້ນໆລາວ, ເມື່ອສຳເລັດ ການປະພັນ ເດິ ເປຍນິສ ວຽງຈັນ ຈະຈັດການສະແດງຄອນເສີດໃຫຍ່ ອໍແກັສຕາປະຈຳປີຂຶ້ນ ໃນວັນທີ 28 ມິຖຸນາ 2026 ທີ່ຈະມາເຖິງ ນີ້ ໃຫ້ມວນຊົນໄດ້ຮັບຊົມຢ່າງ ກວ້າງຂວາງ. ບັນດາຜູ້ໃຫ້ທຶນ...ັູ້້ຶ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ອຳນວຍການອົງການອາຫານໂລກ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ ລົງຢ້ຽມຢາມກິດຈະກຳ ທີ່ທັງສອງ ພາກສ່ວນໃຫ້ການສະໜັບສະໜູນ ຢູ່ ເມືອງລະມາມ ແລະ ເມືອງທ່າແຕງ ແຂວງເຊກອງ. ໂອກາດນີ້, ຄະນະຜູ້ແທນດັ່ງ ກ່າວ ກໍໄດ້ເຂົ້າພົບປະກັບ ທ່ານ ຂັນຕີ ສີລະວົງສາ ປະທານຄະນະ ກຳມະການປົກຄອງແຂວງເຊກອງ ເພື່ອລາຍງານຈຸດປະສົງຂອງການ ມາເຄື່ອນໄຫວວຽກງານຄັ້ງນີ້ ຊຶ່ງກິດຈະກຳຫລັກຂອງອົງການ ອາຫານໂລກ ທີ່ຈັດຕັ້ງປະຕິບັດຢູ່ ແຂວງເຊກອງ ປະກອບມີ: ອາຫານ ທ່ຽງໃນໂຮງຮຽນ ແລະ ການເຊື່ອມ ໂຍງຊາວກະສິກອນກັບໂຮງຮຽນ ໂດຍຜ່ານການສະໜອງອາຫານ ພາຍໃນທ້ອງຖິ່ນ; ກິດຈະກຳທີ່ຕິດ ປະຈຳ ສປປ ລາວ, ທ່ານ ບໍ່ແສງຄຳ ວົງດາລາ ປະທານຄະນະກຳມະ ການດ້ານວັດທະນະທຳ-ສັງຄົມ ສະພາທິດສະດີສູນກາງພັກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ ທ່ານ ນາງ ມຸກດາວັນ ຄັດທິຍະ ປະທານບໍລິສັດ The Pianist Vientiane ໄດ້ໃຫ້ຮູ້ວ່າ: ເດິ ເປຣຍນິສ ວຽງຈັນ ໄດ້ກ້າວເຂົ້າ ສູ່ປີທີ 6 ໃນການບຸກເບີກສ້າງສັນ ຜົນງານ ແລະ ສ້າງກິດຈະກຳທີ່ ຕິດພັນກັບການພັດທະນາດົນຕີປະ ສານສຽງອໍແກັສຕາ ທີ່ກໍ່ຕັ້ງຂຶ້ນ ໂດຍກຸ່ມຄົນທີ່ມີຄວາມສາມາດດ້ານ ດົນຕີສາກົນ ແລະ ມີຈິດໃຈມັກຮັກ ໃນດົນຕີປະສານສຽງ. ຜ່ານການ ຝຶກຝົນຫລໍ່ຫລອມ ແລະ ພັດທະນາ ຕົນເອງຢ່າງບໍ່ຢຸດຢັ້ງ ໂດຍຢຶດຖື ແນວຄວາມຄິດ “ພັດທະນາ ແຕ່ບໍ່ ລືມຄວາມເປັນລາວ”, ໝາຍເຖິງ ການນໍາສະເໜີເຄື່ອງດົນຕີພື້ນເມືອງ ລາວ ໃນຮູບແບບການບັນເລງ ດົນຕີປະສານສຽງອໍແກັສຕາແບບ ສາກົນ, ນຳມາປະສົມປະສານຢ່າງ ລົງຕົວ ເພື່ອເຮັດໃຫ້ຄົນຕ່າງປະເທດ ໄດ້ສຳຜັດເຖິງຄວາມສວຍງາມ ອັນເປັນເອກະລັກຂອງສິລະປະວັດທະນະທຳລາວ ກໍຄື ດົນຕີລາວ ແລະ ເຮັດໃຫ້ຄົນລາວໄດ້ຮຽນຮູ້ ແລະ ເຂົ້າເຖິງດົນຕີສາກົນອໍແກັສຕາ ຫລາຍຂຶ້ນ. ສະເພາະປີ 2026 ນີ້, The Pianist Vientiane ໄດ້ຮັບທຶນ ສະໜັບສະໜູນຈາກອົງການເພື່ອ ການພັດທະນາ ແລະ ການຮ່ວມມື ປະເທດສະວິດ ຫລື SDC ເພື່ອດໍາ ເນີນ 3 ກິດຈະກໍາຫລັກຄື: ສໍາມະ ນາວິທະຍາສາດເພື່ອຮ່ວມກັນແລກ ປ່ຽນປະສົບການ ແລະ ທິດທາງ ການພັດທະນາໃນຕໍ່ໜ້າ ໃນຂົງເຂດ ວຽກງານສິລະປະວັດທະນະທຳ ແລະ ພ້ອມທັງຄັດເລືອກບົດເພງອັນ ຊົງຄຸນຄ່າຂອງລາວ ເພື່ອນຳມາ ປະພັນດົນຕີຄືນໃໝ່ ຈຳນວນ 10 ບົດເພງ ຜ່ານການແລກປ່ຽນກັບບັນ ດາອາຈານຜູ້ຊົງຄຸນນະວຸດດ້ານ ດົນຕີລາວຜ່ານມາ; ເຜີຍແຜ່ຄວາມ ຮູ້ດ້ານດົນຕີຢູ່ຕ່າງແຂວງເພື່ອເຜີຍ ແຜ່ຄວາມຮູ້, ແລກປ່ຽນປະສົບ ການ, ຈັດການສະແດງເພື່ອສ້າງ ແຮງບັນດານໃຈໃຫ້ແກ່ເດັກນ້ອຍ ຍຸກໃໝ່ໄດ້ມີຈິນຕະນາການ ແລະ ຄວາມຝັນທີ່ຈະເປັນສິລະປິນມືອາ ຊີບ; ການຈັດສະແດງຄອນເສີດ ປະຈຳປີ ຂອງ The Pianist Vientiane ໂດຍຈະນຳເອົາ 10 ບົດເພງ ທີ່ໄດ້ປະພັນດົນຕີໃໝ່ມາ ສະແດງສົດໃຫ້ມວນຊົນໄດ້ຮັບຊົມ. ຈຸດພິເສດຂອງຄອນເສີດໃນຄັ້ງນີ້ ເປັນຄອນເສີດເພື່ອການກຸສົນ ໂດຍ ລາຍໄດ້ຈາກການຂາຍບັດຄອນເສີດ ທັງໝົດ ຈະນຳມາບູລະນະສ້ອມ ແປງຫ້ອງຊ້ອມເປຍໂນ ແລະ ຊື້ອຸປະ ກອນດົນຕີທີ່ຍັງບໍ່ພຽງພໍໃຫ້ແກ່ ວິທະຍາໄລສິລະປະແຫ່ງຊາດ ຊຶ່ງ ເປັນບ່ອນສຳຄັນໃນການກໍ່ສ້າງບຸກ ຄະລາກອນດ້ານສິລະປະຂອງຊາດ. ຄອນເສີດໃນຄັ້ງນີ້ SDC ຍັງ ໄດ້ເຊື້ອເຊີນນັກໄວໂອລິນທີ່ມີຊື່ ສຽງຈາກປະເທດສະວິດ ເພື່ອເຂົ້າ ຮ່ວມສະແດງບັນເລງເພງລາວກັບ ພວກເຮົາ ແລະ ຈະຈັດ Viol in Master Class ໃຫ້ແກ່ສິລະປິນ ແລະນັກຮຽນViolinຂອງລາວຕື່ມ ອີກ. ພ້ອມນີ້, ເດິ ເປຣຍນິສ ວຽງຈັນ ກໍຈະໄດ້ດຳເນີນກິດຈະກຳພິເສດ ກໍຄື ການຖ່າຍທຳວິດີໂອບົດເພງ ຈຳປາເມືອງລາວ ທີ່ແຂວງຈຳປາ ສັກ ໃນທ້າຍປີ 2026 ນີ້ ຊຶ່ງເປັນ ອີກຜົນງານໜຶ່ງທີ່ມີເປົ້າໝາຍສົ່ງ ເສີມ-ໂຄສະນາແຫລ່ງທ່ອງທ່ຽວທີ່ ສຳຄັນຂອງ ແຂວງຈຳປາສັກ ແລະ ເປັນການໂຄສະນາເຜີຍແຜ່ດ້ານວັດ ທະນະທຳ, ການທ່ອງທ່ຽວ ຂອງ ສປປ ລາວ ຜ່ານດົນຕີອໍແກັສຕາ ອີກດ້ວຍ. ເຊື່ອມຕໍ່ກັບຕະຫລາດ, ລວມທັງ ວຽກປິ່ນອ້ອມດ້ານບົດບາດຍິງຊາຍ, ຜູ້ທີ່ມີຄວາມບົກຜ່ອງທາງ ຮ່າງກາຍ, ການມີສ່ວນຮ່ວມຂອງ ທຸກພາກສ່ວນ ແລະ ການປົກປ້ອງ ທີ່ຖືກເຊື່ອມເຂົ້າໃນທຸກໆກິດຈະກຳ. ການລົງເຄື່ອນໄຫວຄັ້ງນີ້, ຄະ ນະຜູ້ແທນ ໄດ້ໄປຢ້ຽມຢາມໂຮງ ຮຽນປະຖົມບ້ານຈະກຳໃຫຍ່ ເມືອງ ທ່າແຕງ ໂດຍ ທ່ານ ພິດທະນູສອນ ຄຳພູວົງ ອຳນວຍການໂຮງຮຽນ ປະຖົມບ້ານຈະກຳໃຫຍ່ ໄດ້ລາຍ ງານສະພາບໂດຍລວມຂອງໂຮງ ຮຽນພາຍຫລັງໄດ້ຮັບໂຄງການ ອາຫານທ່ຽງ ໃນປີ 2022 ເປັນຕົ້ນ ມາ ເຫັນໄດ້ວ່າ ຈຳນວນນັກຮຽນ ແມ່ນເພີ່ມຂຶ້ນແຕ່ລະປີ ໂດຍສະເພາະ ການສຶກສາກ່ອນໄວຮຽນ ເຂົາເຈົ້າ ມີຄວາມກະຕືລືລົ້ນໃນການກິນອາ ຫານທ່ຽງໃນໂຮງຮຽນ, ຜົນການ ຮຽນກໍມີການພັດທະນາດີຂຶ້ນ, ອັດ ຕາການປະລະການຮຽນກໍຫລຸດລົງ ຖ້າທຽບໃສ່ເມື່ອກ່ອນ. ໃນສົກຮຽນ 2025-2026 ນີ້, ມີນັກຮຽນ 125 ຄົນ, ຍິງ 66 ຄົນ, ທຽບໃສ່ສົກຮຽນ ຜ່ານມາ ແມ່ນເພີ່ມຂຶ້ນ. ຈາກນັ້ນ, ຜູ້ແທນດັ່ງກ່າວ ກໍ ໄດ້ສືບຕໍ່ຕິດຕາມເບິ່ງກິດຈະກຳ ການປູກຜັກ ແລະ ລ້ຽງໄກ່ພັນໄຂ່ ຂອງຊາວກະສິກອນ ທີ່ສະໜອງໃຫ້ ກິດຈະກຳອາຫານທ່ຽງໃນໂຮງ ຮຽນ, ພ້ອມທັງໄດ້ຮັບຟັງການລາຍ ງານສະພາບການຜະລິດພືດຜັກ ຂອງກຸ່ມຊາວກະສິກອນ ຈາກກຸ່ມ ຊາວກະສິກອນ ຊຶ່ງກິດຈະກຳການ ປູກຜັກ ແລະ ລ້ຽງໄກ່ພັນໄຂ່ ກໍແມ່ນ ກິດຈະກໍາໜຶ່ງທີ່ໄດ້ຮັບການສະໜັບ ສະໜູນຈາກອົງການອາຫານໂລກ ເປັນຕົ້ນ ການຝຶກອົບຮົມວິທີປູກຝັງ, ລ້ຽງສັດ, ອຸປະກອນການຜະລິດ, ແນວພັນພືດ, ເຮືອນຮົ່ມ ແລະ ອື່ນໆ. ຂ່າວ-ພາບ: ວິນນາລີ ຂປລ. ສຳນັກປະຕິບັດວິປັດ ສະນາກຳມະຖານ ວັດປ່ານາຄູນ ນ້ອຍ ເມືອງນາຊາຍທອງ ນະຄອນ ຫລວງວຽງຈັນ ຈັດພິທີເທທອງຫລໍ່ ພະພຸດທະຮູບ 6 ອົງ ເພື່ອປະດິດ ສະຖານໄວ້ວັດປ່ານາຄູນນ້ອຍ ໃນ ວັນທີ 14 ມີນາ 2026 ນີ້, ນຳໂດຍ ພະອາຈານໃຫຍ່ ມະຫາເວດ ມະເສ ໄນ ປະທານສູນກາງອົງການພຸດ ທະສາສະໜາສຳພັນ ແຫ່ງ ສປປ ລາວ, ມີພະເຖລານຸເຖລະ, ເຈົ້າ ພາບ, ເຈົ້າສັດທາ, ພ້ອມດ້ວຍພຸດ ທະສາສະນິກະຊົນລາວບັນດາເຜົ່າ ເຂົ້າຮ່ວມ. ໂອກາດນີ້, ພະອາຈານໃຫຍ່ ສີ ທົນ ໄຊຍະວົງສອນ ເຈົ້າອະທິການ ວັດປ່ານາຄູນນ້ອຍ ໄດ້ໃຫ້ຮູ້ວ່າ: ພະ ພຸດທະຮູບ 6 ອົງ ທີ່ຫລໍ່ໃນຄັ້ງນີ້, ມີ ພະພຸດທະຮູບ ປາງສໍາມະທິ ແລະ ປາງຊະນະມານ, ພາຍຫລັງຫລໍ່ສຳ ເລັດ ຈະໄດ້ສືບຕໍ່ຈັດພິທີກຳທາງພຸດ ທະສາສະໜາ ກໍຄື ສູດສົມໂພດພະ, ຫລັງຈາກນັ້ນ, ຈະນໍາໄປປະດິດສະ ຖານໄວ້ປະຕູໂຂງເຂົ້າວັດປ່ານາຄູນ ນ້ອຍ ເພື່ອເປັນສິລິມຸງຄຸນ, ປະຕິບັດ ຕາມຮີດຄອງປະເພນີລາວ. ການຫລໍ່ພະພຸດທະຮູບ ເປັນພິທີ ກຳ ແລະ ປະເພນີອັນດີງາມ ຂອງ ຊາດລາວເຮົາ ທີ່ໄດ້ປະຕິບັດກັນ ມາແຕ່ດົນນານ ເພື່ອໃຫ້ລູກຫລານ ຊາວພຸດ ທີ່ມີຈິດໃຈເຫລື້ອມໃສສັດ ທາ ໄດ້ມາກາບໄຫວ້ສັກກະລະບູຊາ ເພື່ອເປັນບຸນເປັນກຸສົນ, ຍຶດໜ່ຽວ ຈິດໃຈ ໃຫ້ຢູ່ໃນຄວາມສະຫງົບ, ໂປ່ງໃສ, ມີສິນ, ມີທຳ, ຄິດດີ, ທຳ ດີ, ປະຕິບັດແຕ່ສິ່ງດີໆ. ທັງເປັນການ ເຕົ້າໂຮມຊາວພຸດທະສາສະນິກະ ຊົນລາວບັນດາເຜົ່າ ໃຫ້ມີຄວາມ ສາມັກຄີປອງດອງ, ຊ່ວຍເຫລືອເຊິ່ງ ກັນ ແລະ ກັນ ເພື່ອຄ້ຳຈູນພະພຸດ ທະສາສະໜາໃຫ້ຈະເລີນງອກງາມ ເປັນທີ່ເພິ່ງທາງໃຈຂອງຊາວພຸດ ລາວບັນດາເຜົ່າຕະຫລອດໄປ. ສຳລັບ ຕອນເຊົ້າວັນທີ 15 ມີນາ 2026 ຊາວພຸດທະສາສະນິກະຊົນ ລາວບັນດາເຜົ່າ ຍັງໄດ້ຮ່ວມໃສ່ ບາດຖວາຍສັງຄະທານ ແດ່ພະສົງ 80 ອົງ ເພື່ອອຸທິດສ່ວນບຸນ, ສ່ວນ ກຸສົນ ເຖິງດວງວິນຍານຂອງບັນ ພະບູລຸດ, ໃຫ້ສຳພະເວສີ (ຜີເຜດ) ຫລື ໃຫ້ຍາດຕິພີ່ນ້ອງ, ເຈົ້າກຳນາຍ ເວນ, ຜີບໍ່ມີຍາດ, ເພື່ອນມິດສະຫາຍ ທີ່ໄດ້ລ່ວງລັບໄປແລ້ວ ເພື່ອເປັນ ບຸນ, ເປັນກຸສົນ ແລະ ອື່ນໆ. ຂ່າວ: ທະນູທອງ ພາບ: ຂັນໄຊ ພັນກັບໂພຊະນາການ ດ້ວຍການ ສ້າງຈິດສຳນຶກ ແລະ ການຝຶກອົບ ຮົມໃຫ້ຊຸມຊົນ, ການວາງແຜນໂພ ຊະນາການຂັ້ນບ້ານ ແລະ ໂຄງການ ຊ່ວຍເຫລືອທຶນຂະໜາດນ້ອຍ; ການ ສ້າງຄວາມເຂັ້ມແຂງໃຫ້ກັບຊຸມຊົນ ແລະ ກິດຈະກຳຫລຸດຜ່ອນຄວາມ ສ່ຽງຈາກໄພພິບັດ; ການຮ່ວມມື ກັບສະມາຄົມຊາວກະສິກອນລາວ, ການເຂົ້າຮ່ວມໃນເຄືອຂ່າຍສິນຄ້າ ແລະ ສະຫະກອນຜູ້ຜະລິດເພື່ອ
RkJQdWJsaXNoZXIy MTc3MTYxMQ==