gsfdko{dkora fmtok a xtgmf]k; ( 13/03/2026 g]0kra dc0;'w-pt[6 ]u 8h voIa [ m6 fvq flt8ik]u xt9e lxx ]k; g,n v'ly ' xtfa [s]Podk]tob d 70 xu ;a olh k'8A 'ra dxt-k-q oxt8y ;a f]k; .sh z6 h ,u zq o'ko ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານ ງານພັກແຂວງໄຊຍະບູລີ ພ້ອມ ດ້ວຍຄະນະ ຕ້ອນຮັບ ທ່ານ ນາງ ເມ ແກນ ຈອນສ ເອກອັກຄະລັດຖະທູດ ປະເທດ ອົດສະຕຣາລີ ປະຈໍາ ສປປ ລາວ ທີ່ຫ້ອງວ່າການແຂວງໄຊຍະ ບູລີ. ທ່ານ ນາງ ເມແກນ ຈອນສ ໄດ້ g-dv' -U c9'dj P;da [dkolt|v'oE,a omq j ;c0;' ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ສະພາບການສະ ໜອງນ້ຳມັນເຊື້ອໄຟກ່ອນໜ້ານີ້ ແຂວງເຊກອງ ມີບໍລິສັດນໍາເຂົ້າ 7 ບໍລິສັດ ເປັນຜູ້ນໍາເຂົ້້ານໍ້າມັນເຊື້ອ ໄຟ ໂດຍມີປໍ້າຕົວແທນຈໍາໜ່າຍທົ່ວ ແຂວງ 32 ປໍ້າ, ເປີດ 7 ປໍ້າ ໃນນີ້, ເມືອງທ່າແຕງ ມີ 13 ປໍ້າ, ເປີດ 2 ປໍ້າ; ລະມາມ 13 ປໍ້າ, ເປີດ 5 ປໍ້າ; ດາກຈຶງ 4 ປໍ້າ (ປິດ) ແລະ ເມືອງ ກະລຶຶມ 2 ປໍ້າ (ປິດ) ລໍຖ້າການ ສະໜອງນໍ້າມັນ. ທ່ານ ນາງ ວິລະຄອນ ບັນ ທະເວີ ຮອງຫົວໜ້າພະແນກອຸດ ສາຫະກໍາ ແລະ ການຄ້າແຂວງເຊ ກອງ ໄດ້ຊີ້ແຈງຕໍ່ສື່ມວນຊົນ ເມື່ອ ມໍ່ໆມານີ້ ກ່ຽວກັບສະພາບຄວາມ ເຄັ່ງຮ້ອນການສະໜອງນໍ້າມັນ ພາຍໃນແຂວງເຊກອງວ່າ: ທ່າມ ກາງສະພາບຄວາມເຄັ່ງຮ້ອນດັ່ງ ກ່າວ, ອົງການປົກຄອງແຂວງ ກໍຄື ຂະແໜງການອຸດສາຫະກໍາ ແລະ ການຄ້າ ແຂວງ ບໍ່ໄດ້ນິ້ງນອນໃຈກໍ ໄດ້ຕິດຕາມກວດກາ ເລີ່ມແຕ່ວັນທີ 3 ມີນາ ເປັນຕົ້ນມາ ເຫັນວ່າ: ມີສະ ພາບການບໍ່ປົກກະຕິ, ລາຄານໍ້າມັນ ມີການເໜັງຕີງ (ປັບລາຄາຂຶ້ນ), ບັນດາປໍ້ານໍ້າມັນ ມີການເປີດ-ປິດ, ໃນສະພາບເຄັ່ງຮ້ອນຄືແນວນັ້ນ, ກະຊວງອຸດສາຫະກໍາ ແລະ ການ ຄ້າ ກໍຄືກົມການຄ້າພາຍໃນ ໄດ້ຊີ້ ນໍາຂັ້ນທ້ອງຖິ່ນ ກໍຄືບັນດາແຂວງ, ເມືອງ ໂດຍການລົງຕິດຕາມຢ່າງ ໃກ້ຊິດຕິດແທດ ເພື່ອແກ້ໄຂບັນຫາ ຢ່າງຮີບດ່ວນ ທັງນີ້ກໍເພື່ອແນໃສ່ ເຮັດໃຫ້ປະຊາຊົນມີຄວາມເຊື່ອໝັ້ນ ຕໍ່ການຈັດຕັ້ງປະຕິບັດໜ້າທີ່ຂອງ ພາກລັດ ຊຶ່ງຈະມີກຸ່ມການປະສານ ງານຂັ້ນສູນກາງ ຕິດຕາມຄຸ້ມຄອງ ຂັ້ນທ້ອງຖິ່ນ ກໍຄືຂັ້ນແຂວງ, ຂັ້ນ ເມືອງ ແລະ ກຸ່ມບັນດາທຸລະກິດຊື້- ຂາຍນໍ້າມັນທົ່ວແຂວງ ໄດ້ມີການ ສົມທົບ-ປະສານງານ ເພື່ອລາຍງານ ອົງການປົກຄອງແຂວງ ແລະ ກົມ ການຄ້າພາຍໃນ ໃນແຕ່ລະວັນ, ໂດຍສາເຫດທີ່ປໍ້າເປີດ ແລະ ປິດ ບໍ່ ໝາຍຄວາມວ່າຈະປິດຖາວອນ ແຕ່ ປິດ ເພື່ອລໍຖ້າການລໍາລຽງຂົນສົ່ງ ນໍ້າມັນ ຊຶ່ງມີຄວາມຊັກຊ້າ ບໍ່ທ່ວງ ທັນກັບຄວາມຕ້ອງການແລະແຕ່ລະ ປໍ້າ ຈະມີການສະຫລັບສັບປ່ຽນ ກັນເປີດ-ປິດ ໂດຍອີງໃສ່ການດູນ ນໍ້າມັນ ຈາກບັນດາບໍລິສັດນໍາເຂົ້າ ມາໃຫ້ປໍ້າຕົວແທນພາຍໃນແຂວງ, ແຕ່ໃນປັດຈຸບັນ ເຫັນວ່າການສະ ໜອງນໍ້າມັນພາຍໃນແຂວງ ແມ່ນ ມີພໍໃຊ້ໃນແຕ່ລະວັນ, ການສະໜອງ ນໍ້າມັນແມ່ນບໍ່ໄດ້ຂາດ. ນອກນັ້ນ, g,n v'30' ln [8= j 0tspkpdq owd [= ]y skoxtdkflh k'8A '8kcl' ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີປະກາດ ສ້າງຕັ້ງ “ຕາແສງຫາດຊາຍຄູນ” ຂຶ້ນຢ່າງເປັນທາງການ ເມື່ອມໍ່ໆມາ ນີ້ ຊຶ່ງເປັນການສ້າງຕັ້ງຕາແສງ ແຫ່ງທີ 3 ຂອງເມືອງ ເພື່ອເປັນ ການຈັດຕັ້ງຜັນຂະຫຍາຍທິດທາງ ການປັບປຸງກົນ ໄກການປົກຄອງ ທ້ອງຖິ່ນ ໃຫ້ມີຄວາມເຂັ້ມແຂງ ແລະ ເພື່ອແນໃສ່ການບໍລິຫານລັດທີ່ໃກ້ ຊິດຕິດແທດກັບພໍ່ແມ່ປະຊາຊົນ ແລະ ຊຸກຍູ້ທ່າແຮງການຜະລິດກະສິກຳ ໃນເຂດດັ່ງກ່າວ. ໃຫ້ກຽດເຂົ້າຮ່ວມໃນພິທີມີ ທ່ານ ພັນເອກ ບຸນອ່ຽງ ພັນວົງ ສາ ກຳມະການປະຈຳພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງ ທັງເປັນຜູ້ຊີ້ນຳວຽກງານ ຮອບດ້ານເມືອງໂຂງ, ທ່ານ ແສງ ອາທິດ ຂັນດາລາ ຮອງຫົວໜ້າ ຄະນະຈັດຕັ້້ງແຂວງ, ທ່ານ ບຸນ ເນື່ອງ ສີລາຄົມ ຮອງເລຂາພັກ ເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຮອງຫົວໜ້າຫ້ອງການອ້ອມຂ້າງ ເມືອງ, ນາຍບ້ານ-ຮອງນາຍບ້ານ 24 ບ້ານທີ່ຂຶ້ນກັບຕາແສງ ພ້ອມ ດ້ວຍພໍ່ແມ່ປະຊາຊົນ ແລະ ແຂກ ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ, ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງ ເມືອງໂຂງ ໄດ້ກ່າວວ່າ: ການສ້າງ ຕັ້ງຕາແສງຫາດຊາຍຄູນ ແມ່ນມີ ຄວາມຈຳເປັນພາວະວິໄສ ໃນການ ຮອງຮັບການຂະຫຍາຍຕົວຂອງ ເສດຖະກິດ-ສັງຄົມ. ໂດຍຕາແສງ ໃໝ່ນີ້ ຈະເຮັດໜ້າທີ່ເປັນຂົວຕໍ່ທີ່ ສຳຄັນລະຫວ່າງເມືອງ ກັບບັນດາ ບ້ານ ເພື່ອໃຫ້ການແກ້ໄຂວຽກງານ ເອກະສານ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ການ ສົ່ງເສີມອາຊີບໃຫ້ປະຊາຊົນມີຄວາມ ວ່ອງໄວ ແລະ ມີປະສິດທິພາບ ກວ່າເກົ່າ. ຕາແສງຫາດຊາຍຄູນ ກວມເອົາ 24 ບ້ານ ໂດຍໄດ້ໂຮມ ເອົາບັນດາບ້ານທີ່ຂຶ້ນກັບກຸ່ມນາ ຝັ່ງ 15 ບ້ານ ແລະ ບ້ານທີ່ຂຶ້ນກັບ ກຸ່ມຫາດຊາຍຄູນ 9 ບ້ານ, ຊຶ່ງ ປະກອບມີ: ບ້ານຫາດຊາຍຄູນ, ນາ ເຊືອກ, ບ້ານປຸງ, ນາແສນພັນ, ສາມ ຄ້າງ, ສົງເປືອຍໃຕ້, ໂພນວິໄຊ, ນາ ສົ້ມໂຮງ, ຫ້ວຍໄຜ່, ນາຝັ່ງ, ໂພນ ສະອາດ, ທ່າໂພເໜືອ, ສົງເປືອຍ ເໜືອ, ດອນຂະເໝົານ້ອຍ, ບ້ານ ແກ້ງ, ບຸ່ນນ້ອຍ, ຫໍ່ເຂົ້າ, ບ້ານຈານ, ກົກປາແດກ, ເຕົ້າປຸງ, ລົມພັດ, ຫ້ວຍ ໄຮ, ນາລານ ແລະ ບ້ານນາແວງ, ມີ ພົນລະເມືອງທັງໝົດ 23.319 ຄົນ, ຍິງ 12.631 ຄົນ, ເປັນຊົນເຜົ່າ ລາວ ກວມ 93%, ເຜົ່າເບຣົາ ກວມ 7% ແລະ ນັບຖືສາສະໜາພຸດກວມ 100%, ສ່ວນໃຫຍ່ປະກອບອາຊີບ ຜະລິດກະສິກຳເປັນຫລັກ ເຊັ່ນ: ການປູກເຂົ້າ, ປູກພືດຜັກສຳຮອງ ແລະ ລ້ຽງສັດ; ປະກອບອາຊີບ ການບໍລິການດ້ານການຄ້າ-ຂາຍ, ຫັດຖະກຳຈັກສານ ແລະ ອື່ນໆຈໍາ ນວນໜຶ່ງ. ໃນພິທີຍັງໄດ້ຜ່ານຂໍ້ຕົກລົງ ແຕ່ງຕັ້ງ ຄະນະກຳມະການປົກຄອງ ຕາແສງຫາດຊາຍຄູນ ຊຸດໃໝ່ປະ ກອບມີ: ທ່ານ ພັນທະ ກິ່ງແກ້ວກອງ ມະນີ ເປັນປະທານ, ທ່ານ ພັນຕີ ວັນ ນາ ໄຊສົງຄາມ ແລະ ທ່ານນາງ ສຳລີ ພົມພັກດີ ເປັນຮອງປະທານ. ການປະກາດສ້າງຕັ້ງຕາແສງ ຫາດຊາຍຄູນໃນຄັ້ງນີ້ ແມ່ນການ ສືບຕໍ່ຄວາມສຳເລັດຈາກການສ້າງ ຕັ້ງ ຕາແສງກະດັນ ແລະ ຕາແສງ ຄອນ ທີ່ຜ່ານມາ ຊຶ່ງສະແດງໃຫ້ເຫັນ ເຖິງຄວາມມຸ່ງໝັ້ນ ຂອງຄະນະພັກອຳນາດການປົກຄອງເມືອງໂຂງ ໃນການສ້າງປະຫວັດສາດໜ້າໃໝ່ ດ້ານການບໍລິຫານ ເພື່ອເຮັດໃຫ້ ເມືອງໂຂງກາຍເປັນຕົວເມືອງທີ່ ທັນສະໄໝ ແລະ ໜ້າຢູ່ຢ່າງແທ້ຈິງ. ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ ກໍຈະມີການອັບເດດຂໍ້ມູນຂ່າວສານ ຜ່ານສືື່ຂອງແຂວງເຊກອງ ເພື່ອໃຫ້ ປະຊາຊົນບັນດາເຜົ່າ ຮັບຮູ້ຂໍ້ມູນທີ່ ມີມູນຄວາມຈິງວ່າ: ປໍ້າໃດມີນໍ້າມັນ, ເຮົາຈະຊື້ນໍ້າມັນໄດ້ຢູ່ປໍ້າໃດ ຂອງ ແຂວງ, ຂອງເມືອງ. ຕໍ່ກັບສະພາບຫາງສຽງສັງຄົມ ກໍຄື ປະຊາຊົນບັນດາເຜົ່າ ທີ່ມີຄວາມ ກັງວົນ ຢ້ານຂາດແຄນນໍ້າມັນນໍາໃຊ້ ອາດເກີດມີການຊື້ກັກຕຸນໄວ້ຈໍາ ນວນຫລາຍ ແລະ ເພື່ອບໍ່ໃຫ້ເກີດ ເຫດການດັ່ງກ່າວນັ້ນ, ພະແນກອຸດ ສາຫະກໍາ ແລະ ການຄ້າແຂວງເຊ ກອງ ກໍຄືຫ້ອງການອຸດສາຫະກໍາ ແລະການຄ້າແຕ່ລະເມືືອງໄດ້ມີການ ລົງປະຈໍາຢູ່ບັນດາປໍ້າໃນເທສະບານ ເພື່ອຕິດຕາມກວດກາຕົວຈິງ, ຕິດ ຕາມກ່ຽວກັບລາຄາ, ການຊົມໃຊ້ ພ້ອມທັງຕິດຕາມການຈໍາໜ່າຍ ເຂົ້າ-ອອກແຕ່ລະຄັ້ງ ແລະ ຖ້າປໍ້າ ທີ່ ມີການປິດການຈໍາໜ່າຍ, ເຈົ້າໜ້າທີ່ ໄດ້ມີການວັດແທກກວດເຊັກນໍ້າມັນ ຄັກແນ່ ເພື່ອໃຫ້ແນ່ໃຈວ່າ ປໍ້າດັ່ງ ກ່າວບໍ່ມີນໍ້າມັນຈໍາໜ່າຍແທ້ຈິງ ຫລີກລຽງການກັກຕຸນນໍ້າມັນ ໂດຍ ຜ່ານມາ ສັງເກດເຫັນວ່າ ການ ຈັດຕັ້ງປະຕິບັດ ລວມເຖິງຄວາມ ຮ່ວມມືລະຫວ່າງ ເຈົ້າຂອງປໍ້າ ນໍ້າມັນ ແລະ ພາກລັດພວກເຮົາ ໄດ້ ມີການປະສານງານດ້ວຍຄວາມ ໂປ່ງໃສ ຊຶ່ງໄດ້ມີການກວດກາຕົວ ຈິງທຸກຂັ້ນຕອນ, ການສັ່ງຊື້ືນໍ້າມັນ ແມ່ນມີຄວາມຫຍຸ້ງຍາກພໍສົມຄວນ ຕ້ອງໄດ້ລໍຖ້າການນໍາເຂົ້້ານໍ້າມັນ ຈາກບໍລິສັດນໍາເຂົ້້າ ເພື່ອຈະກະຈາຍ ໃຫ້ບັນດາປໍ້າຕົວແທນຂອງແຂວງ ເຊກອງ ເພາະການນໍາເຂົ້ານໍ້າມັນ ແມ່ນສູນກາງຄຸ້ມຄອງ. ໂອກາດນີ້, ທ່ານນາງວິລະຄອນ ບັນທະເວີ ໄດ້ຮຽກຮ້ອງມາຍັງພໍ່ແມ່ ປະຊາຊົນບັນດາເຜົ່າແຂວງເຊກອງ ໃຫ້ມີສະຕິໃນການຕິດຕາມຂໍ້ມູນ ຂ່າວສານ ເພື່ອບໍ່ໃຫ້ເກີດມີຄວາມ ວິຕົກກັງວົນວ່າ ຈະຂາດແຄນນໍ້າ ມັນນໍາໃຊ້ ເນື່ອງຈາກປັດຈຸບັນ, ແຂວງເຊກອງ ຍັງມີນໍ້າມັນສະໜອງ ໃຫ້ປະຊາຊົນໄດ້ຊົມໃຊ້ຢູ່, ພຽງ ແຕ່ວ່າ ລາຄານໍ້າມັນ ອາດຈະມີການ ເໜັງຕີງ ຂຶ້ນ-ລົງ ຕາມລາຄາຂອງ ຕະຫລາດໂລກ. ພ້ອມນີ້, ທາງພະ ແນກອຸດສະຫາກຳ ແລະ ການຄ້າ ແຂວງ ກໍໄດ້ມີການແຈ້ງຜ່ານສື່ທີ່ ເປັນທາງການ ຂອງແຂວງ ເປັນ ຕົ້ນ ເຟສບຸກ ຂ່າວເຊກອງ, ວິທະຍຸ- ໂທລະພາບ ເຖິງການເຄື່ອນໄຫວ ຂອງບັນດາປໍ້ານໍ້າມັນ ທີ່ມີການ ເປີດຈໍາໜ່າຍໃນແຕ່ລະວັນ. ຈາກ ນັ້ນ, ພວກເຮົາໄດ້ມີການລາຍງານ ໃຫ້ສູນກາງຮັບຊາບ ເພື່ອແກ້ໄຂ ສະພາບການດັ່ງກ່າວ ແລະ ຂໍໃຫ້ ປະຊາຊົນບັນດາເຜົ່າແຂວງເຊກອງ ເຊື່ອໝັ້ນຕໍ່ການນໍາພາ-ຊີ້ນໍາ ລວມ ທັງການຈັດຕັ້ງປະຕິບັດວຽກງານ ຂອງພາກລັດ. ຂ່າວ: ພຸດທະສອນ ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ເມືອງ ສິງ ແຂວງຫລວງນໍ້າທາ ຈັດພິທີ ປະດັບຫລຽນກາລະນຶກ 70 ປີ ວັນ ສ້າງຕັ້ງພັກປະຊາຊົນປະຕິວັດລາວ ແລະ ມອບໃບຢັ້ງຢືນໜ່ວຍພັກ ປອດ ໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2025 ໃນວັນທີ 11 ມີນາ 2026 ໂດຍມີ ທ່ານ ໜານມອນ ແກ້ວສີງ ໄຊ ກໍາມະການພັກແຂວງ ເລຂາພັກ ເມືອງ ປະທານປກສ-ປກຊ ເມືອງ ສິງ ພ້ອມດ້ວຍຄະນະພັກໜ່ວຍພັກ ຮາກຖານອ້ອມຂ້າງ, ຫ້ອງການ 2 ກອງບັນຊາການ ປກຊ-ປກສ, ພະນັກງານປະຕິວັດອາວຸໂສບໍາ ນານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ໄຊພອນ ເສົາຈັນຖາ ຄະນະປະຈໍາພັກເມືອງ ຫົວໜ້າ ຄະນະຈັດຕັ້ງເມືອງສິງ ໄດ້ລາຍງານ ການຈັດຕັ້ງປະຕິບັດ ການກໍ່ສ້າງ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກ ແໜ້ນ ຂອງບັນດາໜ່ວຍພັກອ້ອມ ຂ້າງ ແລະ ຮາກຖານພັກ ທົ່ວເມືອງ ປະຈໍາປີ 2025 ພ້ອມທັງຜ່ານມະຕິ ຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການປະດັບຫລຽນກາລະ ນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ໃຫ້ອົງຄະນະພັກ ເມືອງສີງ ຈໍານວນ 76 ສະຫາຍ, ຍິງ 6 ສະຫາຍ ແລະ ມະຕິຕົກລົງຂອງ ຄະນະປະຈໍາພັກແຂວງ ວ່າດ້ວຍ ການຮັບຮອງໜ່ວຍພັກປອດໃສ ເຂັ້ມແຂງໜັກແໜ້ນ ປະຈໍາປີ 2025 ໂດຍຮັບຮອງເອົາບັນດາໜ່ວຍພັກ ທີ່ ຂຶ້ນກັບອົງຄະນະພັກເມືອງຫລວງ ນໍ້າທາ, ເມືອງສິງ, ຄະນະພັກ 2 ກອງບັນຊາການ, ໜ່ວຍພັກທີ່ຂຶ້ນ ກັບຄະນະພັກຮາກຖານ ແລະ ໜ່ວຍ ພັກຮາກຖານອ້ອມຂ້າງແຂວງ ເປັນ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກ ແໜ້ນ ປະຈຳປີ 2025 ຈໍານວນ 317 ໜ່ວຍພັກ ໃນນີ້, ອົງຄະນະພັກ ເມືອງສິງ ມີ 111 ໜ່ວຍພັກ ໄດ້ຖືກ ຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມ ແຂງ ໜັກແໜ້ນ ປະຈໍາປີ 2025. ໂອກາດນີ້, ທ່ານ ໜານມອນ ແກ້ວສີງໄຊ ໄດ້ກ່າວຍ້ອງຍໍ້ຊົມເຊີຍ ຕໍ່ຜົນງານທີ່ຍາດມາໄດ້ ພ້ອມທັງໄດ້ ເນັ້ນໜັກບາງບັນຫາທີ່ສໍາຄັນ ໂດຍ ສະເພາະ ໃຫ້ເປັນເຈົ້າການສືບຕໍ່ ສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ສະມາຊິກພັກໃຫ້ປະຕິບັດກົດ ລະບຽບຂອງພັກລະບຽບກົດຂອງ ລັດຢ່າງເຂັ້ມງວດ ເປັນເຈົ້າການ ຕ້ານ ປະກົດການຫຍໍ້ທໍ້ ໃນສັງຄົມທີ່ ຫວັງມ້າງເພທໍາລາຍອົງການຈັດຕັ້ງ ພ້ອມກັນເພີ່ມທະວີຄວາມສາມັກຄີ ໃຫ້ໜັກແໜ້ນປັບປຸງແບບແຜນວິທີ ເຮັດວຽກໃນການນຳພາ-ຊີ້ນໍາເຮັດ ໃຫ້ເມືອງສິງ ມີຄວາມຈະເລີນຮຸ່ງ ເຮືອງຂຶ້ນໄປຢ່າງບໍ່ຢຸດຢັ້ງ. ຂ່າວ: ກີ່ງແກ້ວ ເສົາຈັນຖາ ສະເໜີຈຸດປະສົງທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ໄຊຍະບູ ລີ ຄັ້ງນີ້ ເພື່ອເຜີຍແຜ່ຂໍ້ມູນທຶນການ ສຶກສາຂອງລັດຖະບານ ອົດສະ ຕຣາລີ, ທັງນີ້ກໍເພື່ອຄັດເລືອກເອົາ ພະນັກງານທົ່ວໄປຂອງແຂວງໄຊ ຍະບູລີ ຜູ້ທີ່ມີມາດຖານເງື່ອນໄຂ ພຽງພໍທີ່ຈະໄດ້ຮັບທຶນການສຶກສາ ຕໍ່ທີ່ປະເທດ ອົດສະຕຣາລີ, ເພື່ອ ຢ້ຽມຢາມສູນພາສາອັງກິດທີ່ສ້າງ ຕັ້ງໂດຍສິດເກົ່າ, ຢ້ຽມຢາມໂຄງ ການຝຶກອົບຮົມທ່ານໝໍປົວຕາທີ່ ໂຮງໝໍແຂວງໄຊຍະບູລີ. ນອກນີ້, ຍັງໄດ້ຕິດຕາມບັນດາກິດຈະກໍາ ຕ່າງໆທີ່ໄດ້ຮ່ວມມືກັນ ລະຫວ່າງ ລັດຖະບານລາວ ແລະ ລັດຖະບານ ອົດສະຕຣາລີ ຢູ່ໃນຂະແໜງການ ສາທາລະນະສຸກ, ພະລັງງານ ແລະ ບໍ່ແຮ່, ກະສິກໍາ, ປ່າໄມ້ ແລະ ຊົນລະ ປະທານ. ໂອກາດດັ່ງກ່າວ, ທ່ານ ເພັງ ນິລັນ ຄໍາພັນເພັງ ກໍໄດ້ກ່າວສະແດງ ຄວາມຂອບໃຈມາຍັງເອກອັກຄະ ລັດຖະທູດອົດສະຕຣາລີ ທີ່ມາຢ້ຽມ ຢາມ ແລະ ເຮັດວຽກຢູ່ແຂວງໄຊຍະ ບູລີ, ພ້ອມທັງໄດ້ລາຍງານສະພາບ ຈຸດພິເສດ ແລະ ການຂະຫຍາຍຕົວ ດ້ານເສດຖະກິດຂອງແຂວງໂດຍ ສັງເຂບ ໃຫ້ທ່ານ ນາງ ເມແກນ ຈອນສ ພ້ອມດ້ວຍຄະນະໄດ້ຮັບ ຊາບ. ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ
RkJQdWJsaXNoZXIy MTc3MTYxMQ==