13/03/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ມອບ-ຮັບ...ັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກສະບັບກ່ອນ***ໍ່ ຈັ ບ່ ອ ລັດຖະມົນຕີ...ັົີ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ໄລຍະປີ...ີ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ 2025 ໂດຍການເປັນປະທານ ຮ່ວມລະຫວ່າງ ທ່ານປະທານ ປະເທດ ແຫ່ງ ສປປ ລາວ ພ້ອມ ດ້ວຍພັນລະຍາ ແລະ ເຈົ້າຊີວິດ ພ້ອມດ້ວຍພະລາຊິນີ ແຫ່ງ ລາຊະ ອານາຈັກໄທ. ໃນໂອກາດດັ່ງກ່າວ, ທ່ານລັດ ຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ຢ່າງອົບອຸ່ນ ແລະ ສະແດງຄວາມ ຊົມເຊີຍຕໍ່ ທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ທີ່ໄດ້ຮັບການແຕ່ງຕັ້ງ ມາດຳລົງຕຳແໜ່ງເປັນເອກອັກຄະ ລາຊະທູດ ແຫ່ງ ລາຊະອານາຈັກ ໄທ ປະຈຳ ສປປ ລາວ ຄົນໃໝ່ ພ້ອມ ທັງສະແດງຄວາມຂອບໃຈ ຕໍ່ລັດ ຖະບານ ແລະ ປະຊາຊົນໄທ ທີ່ໄດ້ ໃຫ້ການສະໜັບສະໜູນ ແລະ ຊ່ວຍ ເຫລືອແກ່ ສປປ ລາວ ໃນດ້ານ ຕ່າງໆຕະຫລອດໄລຍະຜ່ານມາ ເປັນຕົ້ນ ການພັດທະນາພື້ນຖານ ໂຄງລ່າງ, ກະສິກໍາ, ສາທາລະນະ ສຸກ, ການພັດທະນາຊັບພະຍາກອນ ມະນຸດ ພາຍໃຕ້ຂອບການຮ່ວມມື ດ້ານວິຊາການ ລາວ-ໄທ ແລະ ໂຄງການໃນພະລາຊະດໍາລິ. ໃນຂະນະດຽວກັນ, ທ່ານເອກ ອັກຄະລາຊະທູດ ນາງ ຄຣອງຂະ ນິດ ຣັກຈະເລີນ ກໍໄດ້ສະແດງຄວາມ ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມໝາຍໝັ້ນ ວ່າ ຈະສືບຕໍ່ເຮັດວຽກຮ່ວມກັບ ຝ່າຍລາວຢ່າງໃກ້ຊິດ ໂດຍສະເພາະ ກັບກະຊວງການຕ່າງປະເທດ ເພື່ອ ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ອັນດີ ລະຫວ່າງ ໄທ ແລະ ລາວ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆ ຂຶ້ນ.ຂ່າວ: ກົມການຂ່າວ, ກະຊວງ ການຕ່າງປະເທດ ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ໃຫ້ສໍາພາດ ຕໍ່ນັກຂ່າວສໍານັກຂ່າວສານປະເທດ ລາວເມື່ອບໍ່ດົນນີ້ວ່າ: ອີງຕາມການ ວິເຄາະຂໍ້ມູນ ລະບົບຕິດຕາມກວດ ກາ-ປະເມີນການທຳລາຍປ່າໄມ້ ແລະ ລະບົບຕິດຕາມໄຟໄໝ້ປ່າ ໃນ ຂອບເຂດທົ່ວປະເທດ ຜ່ານລະບົບ ດາວທຽມ ແລະ ການລົງສຳຫລວດ ພາກສະໜາມ ເພື່ອຕິດຕາມກວດກາ ການທໍາລາຍປ່າໄມ້, ພື້ນທີ່ເກີດໄຟ ໄໝ້ປ່າ ແລະ ການປ່ຽນແປງການ ນຳໃຊ້ທີ່ດິນ ໃນໄລຍະກາງເດືອນ ມັງກອນ ຫາ ວັນທີ 14 ກຸມພາ 2026 ທົ່ວປະເທດມີຈຸດຄວາມ ຮ້ອນຈາກໄຟໄໝ້ (ລວມທັງໄຟທີ່ ປະຊາຊົນຈູດຂຶ້ນ ແລະ ໄຟໄໝ້ປ່າ) ທັງໝົດ 761 ຈຸດ ທຽບໃສ່ໄລຍະ ດຽວກັນຂອງປີ 2025 ຫລຸດລົງ 34,57% (ປີ 2025 ມີ 1.163 ຈຸດ), ໃນປີນີ້ຝົນມາໄວ ແລະ ສະ ພາບອາກາດບໍ່ຮ້ອນອົບເອົ້າເຮັດ ໃຫ້ຈຸດຄວາມຮ້ອນ ແລະ ໄຟໄໝ້ປ່າ ຫລຸດລົງ. ເຖິງຢ່າງໃດກໍຕາມ, ຄ່າ ຂອງຝຸ່ນລະອອງ PM 2,5 ຍັງ ມີທ່າອ່ຽງເພີ່ມຂຶ້ນ ອາດເປັນຜົນ ມາຈາກໝອກຄວັນຂ້າມແດນ ຂອງ ບັນດາປະເທດເພື່ອນບ້ານ. ສໍາລັບ ປະກົດການໄຟໄໝ້ລາມປ່າໃນ ສປປ ລາວ ມັກຈະເກີດຂຶ້ນໃນຊ່ວງ ເດືອນກຸມພາ ຫາ ເມສາ ຂອງທຸກໆ ປີ ສາເຫດຕົ້ນຕໍ ເກີດຈາກກິດຈະກໍາ ຂອງມະນຸດ ເຊັ່ນ: ການອະນາໄມ ແລະ ກະກຽມພື້ນທີ່ ເພື່ອທຳການ ຜະລິດກະສິກໍາ, ການອະນາໄມຄັງ ລ້ຽງສັດ (ຈູດຫຍ້າເພື່ອລ້ຽງສັດ), ຈູດເພື່ອຊອກຢູ່ຫາກິນ (ເກັບເຫັດ ປ່າ ແລະ ລ່າສັດ) ຊຶ່ງການຈູດດັ່ງ ກ່າວ, ແມ່ນເຮັດແບບປະຖົມປະ ຖານ, ບໍ່ເຮັດຕາມເຕັກນິກວິຊາການ, ບໍ່ມີການຄວບຄຸມ ແລະ ຈູດພ້ອມກັນ ເປັນພື້ນທີ່ໃຫຍ່ຫລາຍຕອນ ໂດຍ ບໍ່ມີການສ້າງແລວກັນໄຟ. ທ່ານ ສົມຫວັງ ພິມມະວົງ ຍັງ ໃຫ້ຮູ້ອີກວ່າ: ສຳລັບ ມາດຕະການ ແລະ ວິທີການແກ້ໄຂໃນຕໍ່ໜ້າ ແມ່ນສະເໜີໃຫ້ອົງການປົກຄອງ ທ້ອງຖິ່ນ (ແຂວງ, ເມືອງ ແລະ ບ້ານ) ສືບຕໍ່ເອົາໃຈໃສ່ຊຸກຍູ້, ຕິດຕາມ, ກວດກາການຈັດຕັ້ງປະຕິ ບັດຄຳສັ່ງ ເລກທີ 11/ນຍ, ແຈ້ງ ການເລກທີ 0120/ກສ ແລະ ນິຕິ ກຳອື່ນ ທີ່ກ່ຽວຂ້ອງ ໂດຍສະເພາະ ບັນດາມາດຕະການປ້ອງກັນ ແລະ ສະກັດກັ້ນໄຟໄໝ້ລາມປ່າ ໃນຂອບ ເຂດຄວາມຮັບຜິດຊອບຕົນ ຢ່າງ ເປັນປົກກະຕິ ແລະ ມີປະສິດທິພາບ, ພ້ອມທັງລາຍງານຂັ້ນເທິງຕົນ ແລະ ກະຊວງກະສິກຳ ແລະ ສິ່ງແວດ ລ້ອມ ໃນນາມເສນາທິການໃຫ້ລັດ ຖະບານ ກໍຄື ຂະແໜງການກ່ຽວ ຂ້ອງຮັບຊາບ; ດໍາເນີນການຝຶກອົບ ຮົມດ້ານວິຊາການກ່ຽວກັບວິທີ ການນຳໃຊ້ລະບົບການຕິດຕາມ, ກວດກາຈຸດຄວາມຮ້ອນ, ພື້ນທີ່ໆ ຖືກຜົນກະທົບຈາກໄຟປ່າ, ເຕັກນິກ ການດັບໄຟປ່າ ແລະ ການຕິດຕາມ ກວດກາ ແລະ ປະເມີນການທໍາລາຍ ປ່າໄມ້ ດ້ວຍລະບົບ PDMS ໃນ ຂອບເຂດທົ່ວປະເທດ; ຊຸກຍູ້ ແລະ ຕິດຕາມການຈັດຕັ້ງປະຕິບັດຂອງ ຄະນະຮັບຜິດຊອບ ທີ່ໄດ້ແຕ່ງຕັ້ງ ໂດຍສະເພາະຂະແໜງກະສິກຳ ແລະ ສິ່ງແວດລ້ອມ ໃນການລົງ ເຄື່ອນໄຫວຈັດຕັ້ງປະຕິບັດຢູ່ບັນດາ ແຂວງ, ເມືອງ ແລະ ບ້ານເປົ້າໝາຍ ໂດຍສະເພາະວຽກເຝົ້າລະວັງ, ປ້ອງກັນ ແລະ ສະກັດກັ້ນໄຟໄໝ້ ລາມປ່າ; ດຳເນີນການສຳຫລວດ, ກວດກາຄືນ ແລະ ແກ້ໄຂບັນຫາ ການຈັບຈອງ, ບຸກລຸກ ແລະ ການ ອອກເອກະສານສິດນຳໃຊ້ທີ່ດິນ ປ່າໄມ້, ການດໍາເນີນໂຄງການທີ່ ບໍ່ຖືກຕ້ອງສອດຄ່ອງຕາມການອະ ນຸມັດ ແລະ ລະເມີດກົດໝາຍ ເພື່ອ ສະເໜີມາດຕະການ ຢ່າງເຂັ້ມງວດ; ສ້າງແຜນດຳເນີນງານການຄຸ້ມ ຄອງໄຟປ່າ ແລະ ແຜນດຳເນີນງານ ລະບົບຕິດຕາມກວດການປ່າໄມ້ ແຫ່ງຊາດ ໃນ ສປປ ລາວ ໃຫ້ສຳ ເລັດໃນທ້າຍ ປີ 2026. ຂ່າວ-ພາບ: ກິດຕາ ທີ 1 ໂຄງການພະລັງງານແສງ ຕາເວັນ 1.000 ເມກາວັດ ຂອງ ບໍລິສັດ CGN ລາວ, ໃຫ້ກຽດເຂົ້າ ຮ່ວມມີທ່ານມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ບຸນຄົງ ຫລ້າ ຈຽມພອນ ເລຂາຄະນະບໍລິຫານ ງານພັກແຂວງອຸດົມໄຊ, ມີຄະນະ ນຳຂອງແຂວງ, ຕາງໜ້າບໍລິສັດ CGN ລາວ, ວິສາຫະກິດຈີນ ທີ່ ດຳເນີນທຸລະກິດໃນລາວ, ຄະນະ ອຳນວຍການ, ຄູ-ອາຈານ ແລະ ນ້ອງນັກຮຽນໂຮງຮຽນ ມສ ເມືອງ ໄຊ ເຂົ້າຮ່ວມ. ໂຄງການກໍ່ສ້າງ ແລະ ປັບປຸງ ໂຮງຮຽນມັດທະຍົມສົມບູນເມືອງ ໄຊ ບໍ່ພຽງແຕ່ເປັນມາດຕະການ ສຳຄັນຂອງບໍລິສັດ CGN ໃນ ການປະຕິບັດຄວາມຮັບຜິດຊອບຕໍ່ ສັງຄົມຂອງລັດວິສາຫະກິດ ຫາກ ຍັງເປັນການຈັດຕັ້ງປະຕິບັດຕົວ ຈິງພາຍໃຕ້ກອບ “ປີມິດຕະພາບ ລາວ-ຈີນ” ຂອງຝ່າຍຈີນ ໃນການ ສືບສານມິດຕະພາບທີ່ມີມູນເຊື້ອ ລະຫວ່າງ ລາວ-ຈີນ ແລະ ສະໜັບ ສະໜູນການພັດທະນາການສຶກສາ ຂອງ ສປປ ລາວ ໃຫ້ມີໝາກຜົນ ທີ່ດີຢ່າງເປັນຮູບປະທຳ. ທັງເປັນ ການຈັດຕັ້ງປະຕິບັດທີ່ສຳຄັນຂອງ “ໂຄງການຫິ່ງຫ້ອຍເຮືອງແສງ” (CGN Shimmer Plan) ຊຶ່ງ ແມ່ນຄວາມຮັບຜິດຊອບຕໍ່ສັງຄົມ ຂອງ ບໍລິສັດ CGN ໃນດ້ານການ ຊ່ວຍເຫລືອການສຶກສາໃນຕ່າງ ປະເທດ ກໍຄື ສປປ ລາວ ແລະ ຍັງ ເປັນໜຶ່ງໃນມາດຕະການສັນຍະລັກ ຂອງ ບໍລິສັດ CGN ໃນການປະຕິ ບັດແນວຄິດ “ຮ່ວມກັນປຶກສາຫາ ລື, ຮ່ວມກັນກໍ່ສ້າງ ແລະ ຮ່ວມກັນ ໄດ້ຮັບຜົນປະໂຫຍດ” ເພື່ອຊຸກຍູ້ ການ “ເຊື່ອມໂຍງຈິດໃຈ” ລາວຈີນໃຫ້ເລິກເຊິ່ງ ແລະ ເປັນຮູບປະ ທຳ. ຕະຫລອດໄລຍະກໍ່ສ້າງ, ທີມ ງານໂຄງການຍຶດໝັ້ນຫລັກການ “ມາດຕະຖານສູງ, ຍືນຍົງ, ເປັນປະ ໂຫຍດຕໍ່ປະຊາຊົນ” ໄດ້ດຳເນີນ ການກໍ່ສ້າງແລະ ປັບປຸງຫ້ອງຮຽນ, ຍົກລະດັບສິ່ງອຳນວຍຄວາມສະ ດວກດ້ານການສຶກສາ, ປັບປຸງສະ ພາບແວດລ້ອມຂອງໂຮງຮຽນດ້ວຍ ຄຸນນະພາບ ແລະ ປະສິດທິພາບສູງ. ນອກນັ້ນ, ຍັງໄດ້ນຳໃຊ້ເຕັກໂນໂລຊີ ແກ້ວໂຊລາເຊວຢ່າງສ້າງສັນ ບັນລຸ ການປະສົມປະສານຢ່າງເລິກເຊິ່ງ ລະຫວ່າງການຈ່າຍໄຟຟ້າ ດ້ວຍ ພະລັງງານສະອາດ ແລະ ການກໍ່ ສ້າງໂຮງຮຽນສີຂຽວ, ທັງຫລຸດຄ່າ ໃຊ້ຈ່າຍໄຟຟ້າຂອງໂຮງຮຽນ, ແບ່ງ ເບົາພາລະດ້ານການສຶກສາ, ທັງ ນຳພາແນວຄິດພະລັງງານສີຂຽວ ເຂົ້າສູ່ຫ້ອງຮຽນ ແລະ ຊີວິດປະ ຈຳວັນ, ເປັນການປູກຝັງແນວຄິດ ການພັດທະນາຢ່າງຍືນຍົງໃຫ້ແກ່ ເຍົາວະຊົນລາວ. ໂອກາດນີ້, ທ່ານ ສຸຫວັດ ມະ ວົງສະນັ່ນ ຮອງປະທານຄະນະ ກຳມະການປົກຄອງແຂວງອຸດົມ ໄຊ ກ່າວວ່າ: ການສຳເລັດ ແລະ ມອບ-ຮັບໂຄງການກໍ່ສ້າງ ແລະ ປັບປຸງໂຮງຮຽນ ມສ ເມືອງໄຊ ຖືເປັນເຫດການສຳຄັນໃນການ ພັດທະນາການສຶກສາຂອງແຂວງ ອຸດົມໄຊ ແລະ ຍັງເປັນການຂຽນ ໜ້າປະຫວັດສາດອັນອົບອຸ່ນໃຫ້ ແກ່ຄວາມຮ່ວມມືດ້ານພະລັງງານ ສະອາດ ແລະ ການສ້າງຄູ່ຮ່ວມຊາ ຕາກໍາ ລາວ-ຈີນ. ໂຄງການໄລຍະ ທີ 1 ໂຄງການພະລັງງານແສງ ຕາເວັນ ຂອງ ບໍລິສັດ CGN ລາວ ບໍ່ພຽງແຕ່ຊຸກຍູ້ການຈ້າງງານໃນ ທ້ອງຖິ່ນ, ສ້າງລະບົບນິເວດອຸດສາ ຫະກຳ ແລະ ຊຸກຍູ້ການຫັນປ່ຽນ ດ້ານພະລັງງານ ຫາກຍັງໄດ້ສ້າງ ຜົນດີສອງທາງ ລະຫວ່າງຄຸນຄ່າ ອຸດສາຫະກຳ ແລະ ຄຸນຄ່າດ້ານສະ ຫວັດດີການຂອງປະຊາຊົນ ໂດຍ ຜ່ານຮູບແບບສ້າງສັນ “ພະລັງງານ ບວກການສຶກສາ”. ແຂວງອຸດົມ ໄຊ ຈະສືບຕໍ່ສະໜັບສະໜູນການ ກໍ່ສ້າງຖານພະລັງງານສະອາດ ຂອງ CGN ຢ່າງເປັນລຳດັບຂັ້ນ, ເຮັດໃຫ້ການຮ່ວມມືໃນຫລາຍດ້ານ ແລະ ຫລາຍລະດັບເລິກເຊິ່ງຍິ່ງຂຶ້ນ ເພື່ອບັນລຸຜົນປະໂຫຍດຮ່ວມ ແລະ ການພັດທະນາຮ່ວມກັນ. ໃນຖານະ ເປັນຊ່ອງທາງຫລັກຂອງໂຄງການ ຊ່ວຍເຫລືອດ້ານການສຶກສາໃນ ຄັ້ງນີ້, ໂຄງການດັ່ງກ່າວ ຖືເປັນ ໂຄງການພະລັງງານແສງຕາເວັນ ຂະໜາດໃຫຍ່ ໂຄງການທຳອິດ ຂອງລາວ ແລະ ຍັງເປັນແຫລ່ງ ໄຟຟ້າສຳຄັນທີ່ຮອງຮັບການເຊື່ອມ ໂຍງລະບົບໄຟຟ້າ ລາວ-ຈີນ ໂດຍ ໄດ້ເຊື່ອມຕໍ່ເຂົ້າລະບົບສາຍສົ່ງ ແລະ ຜະລິດໄຟຟ້າໄດ້ສຳເລັດໃນ ວັນທີ 13 ທັນວາ 2025 ຜ່ານມາ. ນັບແຕ່ໂຄງການໄດ້ດຳເນີນ ການ, ໄດ້ສ້າງວຽກເຮັດງານທຳ ໃຫ້ແກ່ຄົນໃນທ້ອງຖິ່ນຫລາຍກວ່າ 1.000 ຕຳແໜ່ງ ແລະ ໄດ້ສົ່ງຖ່າຍ ເຕັກໂນໂລຊີ, ມາດຕະຖານ ແລະ ປະສົບການຈາກຈີນ ເຂົ້າສູ່ການ ພັດທະນາຂະແໜງພະລັງງານລາວ ຢ່າງເລິກເຊິ່ງ, ຊ່ວຍສ້າງຄວາມ ສົມບູນ ແລະ ຍົກລະດັບລະບົບ ຕ່ອງໂສ້ອຸດສາຫະກຳພະລັງງານ ສະອາດຂອງລາວ ຊຸກຍູ້ການປ່ຽນ ຄວາມໄດ້ປຽບດ້ານຊັບພະຍາກອນ ທຳມະຊາດ ທີ່ອຸດົມສົມບູນດ້ານ ພະລັງງານລົມ ແລະ ແສງຕາເວັນ ໃຫ້ກາຍເປັນຄວາມໄດ້ປຽບທາງ ເສດຖະກິດ ແລະ ຄວາມໄດ້ປຽບ ດ້ານສີຂຽວ ບັນລຸການສ້າງຜົນດີ ສອງທາງ ທັງການພັດທະນາສີຂຽວ ແລະ ການຍົກລະດັບເສດຖະກິດ. ທ່ານ ຈັນເພັງ ປັນຍາສັກ ຜູ້ອຳ ນວຍການໂຮງຮຽນມັດທະຍົມສົມ ບູນເມືອງໄຊ ກ່າວວ່າ: ໂຄງການ ດັ່ງກ່າວ, ໄດ້ປັບປຸງເງື່ອນໄຂການ ຈັດການສຶກສາຢ່າງຈະແຈ້ງ, ການ ອອກແບບໂຊລາເຊວ ບໍ່ພຽງແຕ່ ຫລຸດຜ່ອນພາລະດ້ານການດຳເນີນ ງານຂອງໂຮງຮຽນ ຫາກຍັງເຮັດ ໃຫ້ ຄູ-ອາຈານ ແລະ ນັກຮຽນໄດ້ ສຳຜັດກັບຄວາມໜ້າສົນໃຈຂອງ ພະລັງງານສະອາດ ແລະ ສ້າງແນວ ຄິດການພັດທະນາສີຂຽວ. ທາງ ໂຮງຮຽນຈະບຳລຸງຮັກສາ ແລະ ນຳໃຊ້ສິ່ງອຳນວຍຄວາມສະດວກ ໃໝ່ເປັນຢ່າງດີ, ທຸ້ມເທຍົກລະດັບ ຄຸນນະພາບການສຶກສາ ສ້າງຄົນ ຮຸ່ນໃໝ່ຂອງຍຸກສະໄໝ, ສືບທອດ ມູນເຊື້ອມິດຕະພາບ ລາວ-ຈີນ ແລະ ຕອບແທນຄວາມຫ່ວງໃຍແລະການ ສະໜັບສະໜູນຂອງທຸກພາກສ່ວນ ດ້ວຍການກະທຳຕົວຈິງ. ທ່ານ ເຈ່ຍຊ້ຽນຢູ ປະທານບໍລິ ສັດ CGN ລາວ ໃຫ້ຮູ້ວ່າ: CGN ຍາມໃດກໍຍຶດໝັ້ນຫລັກການ “ກໍ່ ສ້າງໂຄງການໃຫ້ດີ, ດຳເນີນທຸລະ ກິດໃຫ້ດີ, ສ້າງປະໂຫຍດໃຫ້ປະຊາ ຊົນເຂດນັ້ນ” ໂດຍຈະຖືເອົາການ ກໍ່ສ້າງຖານພະລັງງານສະອາດ ພາກເໜືອລາວເປັນໂຕເຊື່ອມຕໍ່, ສືບຕໍ່ຊຸກຍູ້ການເຊື່ອມໂຍງວັດຖຸ, ໂຄງສ້າງພື້ນຖານພະລັງງານ ແລະ ການເຊື່ອມໂຍງຈິດໃຈຂອງປະຊາ ຊົນໃຫ້ດຳເນີນໄປຄຽງຄູ່ກັນ. ໃນ ອະນາຄົດ ຈະສືບຕໍ່ລົງເລິກໃນດ້ານ ການຊ່ວຍເຫລືອຂົງເຂດການພັດ ທະນາຊີວິດການເປັນຢູ່ຂອງປະຊາ ຊົນ ເຊັ່ນ: ການສຶກສາ ແລະ ອື່ນໆ. ພ້ອມທັງນຳໃຊ້ພະລັງງານສະອາດ ຊຸກຍູ້ການພັດທະນາທ້ອງຖິ່ນ ພາຍ ໃຕ້ພູມຫລັງທີ່ຍິ່ງໃຫຍ່ຂອງ “ປີມິດ ຕະພາບ ລາວ-ຈີນ” ຮ່ວມກັນສ້າງ ຄູ່ຮ່ວມຊາຕາກໍາ ລາວ-ຈີນ. ພາບ: ທະນູທອງ
RkJQdWJsaXNoZXIy MTc3MTYxMQ==