13/03/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K [= ]y 7ew- ;k'7kf\kpl6 h -q o.sh wfh 3 g,n v' g0A ,c0'Iv[fh ko 2 g,n v'.sh rQ om5 d (ແຫລ່ງຂ່າວ: ໜັງສືພິມບໍລິຄຳໄຊ)່ ງ່ າັ ງື ພິມໍ ລິຄ ໂດຍ: ຢ່າາົ່ຕົ່ງ່ງ ຜັນຂະຫຍາຍມະຕິັ ນິ ກອງປະຊຸມມ່ໃຫຍຸ່ ຄັ້ງທີ XII ຂອງພັກັ້ ງີ ັ ກ g0A ,';f xh v'da oltda fdA ow2w\h ]k,xj k c]t 7;[75 , ,q o]try fmk'vkdkf (/5j o PM 2,5) .o0v[g0fmqj ;xtgmf ໂດຍ: ເຂົ້າາ້ຈານນ້ຳົ້ຳ ຂປລ. ໃນກາງເດືອນມັງກອນ 2026 ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກແຈ້ງການ ກ່ຽວກັບເພີ່ມທະວີຄວາມເຂັ້ມງວດ ໃນການປ້ອງກັນສະກັດກັ້ນໄຟໄໝ້ ລາມປ່າ ແລະ ຄວບຄຸມມົນລະພິດ ທາງອາກາດ (ຝຸ່ນ PM2,5) ໃນ ຂອບເຂດທົ່ວປະເທດ. ເພື່ອກະກຽມ ຄວາມພ້ອມ ໃນການຮັບມືກັບສະ ພາບໄຟໄໝ້ລາມປ່າ ທີ່ຄາດວ່າເກີດ ຂຶ້ນໃນໄລຍະເດືອນມັງກອນ ຫາ ເດືອນເມສາ ໂດຍມີສາເຫດຫລັກ ແມ່ນມາຈາກການຈູດໂດຍບໍ່ມີການ ຄວບຄຸມ (ການຈູດໄຮ່, ສວນ, ນາ ເຂົ້າ ເພື່ອກະກຽມພື້ນທີ່ທໍາການຜະ ລິດ ແລະ ການຈູດຫຍ້າເພື່ອລ້ຽງ ສັດ), ການຈູດພ້ອມກັນຫລາຍໆ ຕອນ, ການທີ່ບໍ່ສ້າງແລວກັນໄຟ, ລວມທັງການຈູດເພື່ອລ່າເນື້ອ. ການກະທໍາເຫລົ່ານີ້ ກໍໃຫ້ເກີດບັນ ຫາມົນລະພິດທາງອາກາດ (ໝອກ ຄວັນ) ເຊັ່ນ: ຝຸ່ນລະອອງຂະໜາດ ນ້ອຍກວ່າ 2,5 ໄມຄຣອນ (ຝຸ່ນ PM2,5) ເພີ່ມຂຶ້ນຢ່າງຫລວງ ຫລາຍ, ຊຶ່ງສົ່ງຜົນກະທົບອັນຮ້າຍ ແຮງຕໍ່ສຸຂະພາບ ແລະ ການດໍາລົງ ຊີວິດຂອງປະຊາຊົນ. ເນື້ອໃນແຈ້ງການໄດ້ລະບຸວ່າ: ໃຫ້ກົມປ່າໄມ້, ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ແລະ ນະຄອນຫລວງ ເປັນເຈົ້າການປະ ສານພາກສ່ວນກ່ຽວຂ້ອງ ຈັດຝຶກ ອົບຮົມສ້າງຄວາມເຂັ້ມແຂງການ ນໍາໃຊ້ລະບົບຕິດຕາມຈຸດຄວາມ ຮ້ອນໄຟ (Fire Hotspot) ເພື່ອ ສະກັດກັ້ນໄຟໄໝ້ລາມປ່າໃຫ້ທັນ ກັບສະພາບການ. ສ້າງແຜນທີ່ຜົນ ກະທົບຈາກໄຟໄໝ້ລາມປ່າເຂົ້າໃນ ການລາຍງານປະຈໍາອາທິດ, ປະ ຈໍາເດືອນ ແລະ ປະຈໍາປີ ໃນລະດັບ ທ້ອງຖິ່ນ ແລະ ສ້າງແຜນທີ່ຄວາມ ສ່ຽງໄຟໄໝ້ລາມປ່າ ເພື່ອເປັນ ບ່ອນອີງໃນການວາງແຜນງົບປະ ມານ ແລະ ກໍານົດມາດຕະການ ປ້ອງກັນ. ນອກຈາກນີ້, ຕ້ອງໄດ້ ແຈ້ງເຫດການໄຟໄໝ້ໃນເຂດທີ່ດິນ ປ່າໄມ້ ແລະ ທີ່ດິນກະສິກໍາ ໃຫ້ແກ່ ປະຊາຊົນ, ພະນັກງານ, ທະຫານ, ຕໍາຫລວດ ໄດ້ຮັບຊາບເປັນປົກກະຕິ ຜ່ານສື່ຕ່າງໆ (ອອນລາຍ, ວິດີໂອ, ໂປສະເຕີ, ປະຕິທິນ, ວິທະຍຸ, ໂທ ລະພາບ ແລະ ສື່ສິ່ງພິມອື່ນໆ ຕາມ ຄວາມເໝາະສົມ); ໃຫ້ຫ້ອງການ ກະຊວງເປັນໃຈກາງໃນການຈັດ ຕັ້ງຄະນະວິຊາການສະເພາະກິດໃນ ການຕິດຕາມ, ປ້ອງກັນ ແລະ ຄວບ ຄຸມທຸກແຫລ່ງກໍາເນີດມົນລະພິດ ທາງອາກາດ (ໝອກຄວັນ) ໃນ ໄລຍະຂອງການເຝົ້າລະວັງຂອງ ລະດູການ 2025-2026; ໃຫ້ຫ້ອງ ການກອງທຶນປົກປັກຮັກສາສິ່ງ ແວດລ້ອມແລະປ່າໄມ້ຄົ້ນຄວ້າແລະ ຈັດສັນງົບປະມານສະເພາະ ເພື່ອ ສະໜັບສະໜູນແຜນດໍາເນີນງານ ສໍາລັບການປ້ອງກັນ ແລະ ຄວບ ຄຸມມົນລະພິດທາງອາກາດໃນແຕ່ ລະປີ; ໃຫ້ກົມປ່າໄມ້ ດໍາເນີນການ ຢັ້ງຢືນຈຸດຮ້ອນໄຟ ແລະ ສ້າງແຜນ ທີ່ໄຟໄໝ້ປ່າໃນພື້ນທີ່ສ່ຽງ, ເພື່ອຈັດ ລຽງບຸລິມະສິດ ໃນການສ້າງມາດ ຕະການສະກັດກັ້ນແລະຮັບມື. ມາດ ຕະການເຫລົ່ານັ້ນລວມມີ: ການ ສ້າງແລວກັນໄຟ(ຊົ່ວຄາວແລະຖາ ວອນ), ການຈຸດກັບ (Control Burning) ແລະ ການນໍາໃຊ້ຫລັກ ການເຕັກນິກອື່ນໆທີ່ເໝາະສົມ; ໃຫ້ ກົມກວດກາຊັບພະຍາກອນທໍາມະ ຊາດ ແລະ ສິ່ງແວດລ້ອມ ແລະ ກົມ ປ່າໄມ້ ເອົາໃຈໃສ່ສືບຕໍ່ປະສານສົມ ທົບກັບຄະນະຮັບຜິດຊອບ ເພື່ອ ຕິດຕາມ ແລະ ຈັດຕັ້ງປະຕິບັດຄໍາ ສັ່ງຂອງນາຍົກລັດຖະມົນຕີ ສະບັບ ເລກທີ 11/ນຍ ລົງວັນທີ 21 ກໍລະ ກົດ 2023 ຂອງບັນດາແຂວງ, ນະ ຄອນຫລວງວຽງຈັນ. ຈຸດປະສົງ ຫລັກ ແມ່ນເພື່ອລົງຊຸກຍູ້ພາກສ່ວນ ກ່ຽວຂ້ອງຂັ້ນທ້ອງຖິ່ນ ໃຫ້ເພີ່ມທະ ວີໃນການສະກັດກັ້ນ ແລະ ຕ້ານໄຟ ໄໝ້ລາມປ່າ ລວມທັງບັນຫາຝຸ່ນ PM2,5 ຢ່າງເຂັ້ມງວດ; ໃຫ້ກົມ ກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ລົງກວດກາ ການຈັດຕັ້ງປະຕິບັດຄໍາສັ່ງຂອງ ນາຍົກລັດຖະມົນຕີ ສະບັບເລກທີ 11/ນຍ, ລົງວັນທີ 21 ກໍລະກົດ 2023; ໃຫ້ກົມປ່າໄມ້ດໍາເນີນການ ສ້າງແຜນດໍາເນີນງານວຽກງານສະ ກັດກັ້ນໄຟໄໝ້ລາມປ່າທັງໄລຍະສັ້ນ ແລະ ໄລຍະຍາວຂອງ ສປປ ລາວ ໃຫ້ເປັນລະບົບທີ່ເປັນຮູບປະທໍາ (Systematic Forest Fire Management), ມີຄວາມເປັນ ເອກະພາບ, ມີປະສິດທິຜົນສູງ ແລະ ທ່ວງທັນກັບສະພາບການ. ແຜນ ງານນີ້ ຈະເປັນບ່ອນອີງທີ່ສໍາຄັນໃນ ການຄົ້ນຄວ້າຊອກຫາແຫລ່ງທຶນ ສະໜັບສະໜູນ ຈາກພາຍໃນ ແລະ ຕ່າງປະເທດ; ໃຫ້ກົມສິ່ງແວດລ້ອມ ເປັນໃຈກາງປະສານສົມທົບກັບທຸກ ພາກສ່ວນກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ເພື່ອຈັດຕັ້ງຜັນຂະ ຫຍາຍບັນດານິຕິກໍາ ແລະ ແຜນດໍາ ເນີນງານ ເພື່ອຫລຸດຜ່ອນ, ປ້ອງກັນ ແລະ ຄວບຄຸມແຫລ່ງປ່ອຍ ແລະ ກໍາ ເນີດມົນລະພິດທາງອາກາດ ພ້ອມ ທັງຄົ້ນຄວ້າແລະສະເໜີສ້າງນິຕິກໍາ ໃໝ່ທີ່ຈໍາເປັນ ພາຍໃຕ້ກົດໝາຍວ່າ ດ້ວຍການປົກປັກຮັກສາສິ່ງແວດ ລ້ອມ ແລະ ປັບປຸງບັນດານິຕິກໍາທີ່ມີ ຢູ່ແລ້ວໃນການຈັດຕັ້ງປະຕິບັດແຜນ ດໍາເນີນງານແຫ່ງຊາດ ເພື່ອແກ້ໄຂ ບັນຫາມົນລະພິດທາງອາກາດ ທີ່ ເກີດຂຶ້ນຈາກຂະແໜງການກະສິກໍາ ແລະ ສິ່ງແວດລ້ອມ ແລະ ຂະແໜງ ການຕ່າງໆທີ່ກ່ຽວຂ້ອງ; ໃຫ້ພະ ແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງ ແລະ ນະຄອນຫລວງວຽງ ຈັນ ເປັນເຈົ້າການປະສານສົມທົບ ກັບຂະແໜງການທີ່ກ່ຽວຂ້ອງ (ຂັ້ນ ແຂວງ, ເມືອງ, ບ້ານ) ເພື່ອດໍາເນີນ ການກວດກາ, ເກັບກໍາຂໍ້ມູນ ແລະ ແກ້ໄຂການບຸກລຸກປ່າໄມ້, ການຈັບ ຈອງ, ຊື້-ຂາຍທີ່ດິນປ່າໄມ້ ແລະ ການດໍາເນີນກິດຈະການ ຫລື ທຸລະ ກິດຂອງບຸກຄົນ ຫລື ການຈັດຕັ້ງຢູ່ ໃນເຂດປ່າໄມ້ ແລະ ທີ່ດິນປ່າໄມ້. ກໍ ລະນີພົບການກະທໍາທີ່ບໍ່ໄດ້ຮັບອະ ນຸຍາດ ຫລື ເຄື່ອນໄຫວບໍ່ຖືກຕ້ອງ, ຕ້ອງດໍາເນີນການຢຸດຕິ, ຍຸບເລີກ, ຮື້ຖອນ ປະຕິບັດມາດຕະການ ແລະ ດໍາເນີນຄະດີຕໍ່ຜູ້ລະເມີດຕາມກົດ ໝາຍຢ່າງເຂັ້ມງວດ; ໃຫ້ພະແນກ ກະສິກໍາ ແລະ ສິ່ງແວດລ້ອມ ແຂວງ ແລະ ນະຄອນຫລວງວຽງຈັນ ເປັນ ເຈົ້າການຄຸ້ມຄອງໃນການປ້ອງກັນ ແລະ ສະກັດກັ້ນການຈູດປ່າແບບຊະ ຊາຍຂອງປະຊາຊົນ. ພ້ອມກັນນັ້ນ, ຕ້ອງເປັນເຈົ້າການດັບມອດໄຟໄໝ້ ລາມປ່າທີ່ເກີດຂຶ້ນໃນທ້ອງຖິ່ນທີ່ຕົນ ເອງຮັບຜິດຊອບ ເພື່ອຮັບປະກັນບໍ່ໃຫ້ ໄຟແຜ່ລາມອອກເປັນບໍລິເວນກວ້າງ ແລະ ເກີດຄວາມເສຍຫາຍຮ້າຍ ແຮງ; ໃຫ້ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ແລະ ນະຄອນ ຫລວງວຽງຈັນ ປະສານສົມທົບ ກັບຄະນະກໍາມະການຄຸ້ມຄອງໄພ ພິບັດຂັ້ນແຂວງ ເພື່ອຖືເອົາວຽກ ງານສະກັດກັ້ນໄຟໄໝ້ລາມປ່າ ແລະ ມົນລະພິດທາງອາກາດ (ຝຸ່ນ PM 2,5) ເປັນວຽກງານບຸລິມະສິດໜຶ່ງ ຂອງໄພພິບັດແຫ່ງຊາດ ພ້ອມທັງ ສະເໜີຂໍງົບປະມານ ແລະ ກະກຽມ ວັດຖຸອຸປະກອນທີ່ຈໍາເປັນ ໃນການ ສະກັດກັ້ນ, ຕ້ານ ແລະ ດັບມອດ ໄຟໄໝ້ລາມປ່າ ໃຫ້ຢູ່ໃນທ່າກຽມ ພ້ອມຢ່າງຕໍ່ເນື່ອງ ແລະ ອື່ນໆ. ຂປລ. ເມື່ອມໍ່ໆມານີ້ ທີ່ພະແນກ ກະສິກໍາ ແລະ ສິ່ງແວດລ້ອມແຂວງ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມ ຮັບຮອງຜົນການປະເມີນໄລຍະ ທ້າຍສະໄໝຕາມດໍາລັດ 348 ວ່າ ດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາຂອງແຂວງ ບໍລິຄໍາໄຊ ປີ 2025 ພາຍໃຕ້ການ ເປັນປະທານຂອງທ່ານ ເລື່ອນວິໄລ ຈັນທະລາພັນຮອງເລຂາພັກແຂວງ, ຮອງປະທານສະພາປະຊາຊົນ ແຂວງ, ມີຕາງໜ້າພະແນກການ ທີ່ກ່ຽວຂ້ອງຂອງແຂວງ, ກອງ ກໍ່ສ້າງຮາກຖານຂັ້ນແຂວງ-ເມືອງ ແລະ ແຂກຖືກເຊີນຈາກພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ໂພຄໍາ ຈັນທະສຸກ ຫົວໜ້າ ພະແນກກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຂຶ້ນຜ່ານບົດລາຍງານການປະ ເມີນໄລຍະທ້າຍສະໄໝ ຕາມດໍາລັດ 348 ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາຂອງ ແຂວງບໍລິຄໍາໄຊ ປີ 2025 ແລະ ທິດທາງແຜນການ 2026-2030 ຫລັງຈາກນັ້ນບັນດາຄະນະປະທານ ພ້ອມດ້ວຍແຂກທີ່ເຂົ້າຮ່ວມກອງ ປະຊຸມໄດ້ພ້ອມກັນສຸມສະຕິປັນຍາ ໃນການຄົ້ນຄວ້າປະກອບຄໍາຄິດຄໍາເຫັນແລກປ່ຽນບົດຮຽນຈາກ ປະສົບການ ແລະ ພຶດຕິກໍາຕົວຈິງຕໍ່ ກັບການຈັດຕັ້ງປະຕິບັດວຽກງານທີ່ ຄະນະຮັບຜິດຊອບໃນແຕ່ລະຂັ້ນໄດ້ ກວມ 93,31%. ສ້າງເມືອງທ່າ ພະບາດ-ປາກກະດິງ-ບໍລິຄັນ ເປັນ ເມືອງເຂັ້ມແຂງຮອບດ້ານ ແລະ ສູ້ ຊົນສ້າງບ້ານໃຫຍ່, ບ້ານບົວແວງ ຄໍາ ແລະ ບ້ານປາກທວາຍ ໃຫ້ເປັນ ຕົວເມືອງໃນຊົນນະບົດ. ໃນກອງປະຊຸມຄັ້ງນີ້ ຍັງໄດ້ ຮັບຟັງການຜ່ານມະຕິຕົກລົງຂອງ ຄະນະກໍາມະການປົກຄອງແຂວງ ສະບັບເລກທີ46 ວ່າດ້ວຍການຍ້ອງ ຍໍສັນລະເສີນຕໍ່ກັບຜູ້ທີ່ມີຜົນງານດີ ເດັ່ນໃນການປະກອບສ່ວນເຂົ້າໃນ ການສ້າງສາພັດທະນາແຂວງບໍລິ ຄໍາໄຊ ໃຫ້ແກ່ກົມກອງທີ່ມີຜົນງານ ດີເດັ່ນປະກອບສ່ວນເຂົ້າໃນການ ປະເມີນໄລຍະທ້າຍສະໄໝຕາມດໍາ ລັດ 348 /ລບ ວ່າດ້ວຍມາດຕະຖານ ພົ້ນທຸກ ແລະ ພັດທະນາໃຫ້ກັບ 16 ພາກສ່ວນ. ໃນນີ້, ປະກອບມີພະແນກ ກະສິກໍາແລະປ່າໄມ້ແຂວງ,ຂະແໜງ ພັດທະນາຊົນນະບົດ ແລະ ຫລຸດຜ່ອນ ຄວາມທຸກຍາກ, ອົງການປົກຄອງ ເມືອງ 7 ເມືອງ ແລະ ຫົວໜ້າຫ້ອງ ການກະສິກໍາ ແລະ ສິ່ງແວດລ້ອມ 7 ເມືອງ, ຕາງໜ້າຄະນະກໍາມະການ ປົກຄອງແຂວງໃຫ້ກຽດຂຶ້ນມອບໃບ ຍ້ອງຍໍໃຫ້ແຕ່ລະພາກສ່ວນໃນຄັ້ງ ນີ້ ໂດຍແມ່ນທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ. ພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດ ວຽກງານດັ່ງກ່າວຢ່າງຕັ້ງໜ້າ ແລະ ມີຜົນສໍາເລັດຕະຫລອດໄລຍະຜ່ານ ມາ ເພື່ອຮັບຮອງເອົາບັນດາທິດທາງ ແຜນການຕົວເລກຄາດໝາຍສູ້ຊົນ ໃນການແກ້ໄຂຄວາມທຸກຍາກ ແລະ ການພັດທະນາຕິດພັນກັບການສ້າງ ບ້ານໃຫຍ່ ໃຫ້ກາຍເປັນຕົວເມືອງໃນ ຊົນນະບົດຮອດປີ 2030 ຄື ການ ສ້າງຕັ້ງໃຫ້ຕາແສງມີຄວາມເຂັ້ມ ແຂງໃນການນໍາພາຊຸມຊົນຢູ່ຂັ້ນ ບ້ານ. ອີງຕາມມະຕິກອງປະຊຸມເປີດ ກວ້າງຂອງຄະນະບໍລິຫານງານພັກ ແຂວງ ໄດ້ຮັບຮອງເອົາຄາດໝາຍສູ້ ຊົນຮອດປີ 2030 ຕ້ອງສູ້ຊົນແກ້ໄຂ ຄວາມທຸກຍາກຂອງຄອບຄົວໃຫ້ຍັງ ເຫລືອ 1,08%ຂອງບ້ານທຸກຍາກ. ສ້າງເງື່ອນໄຂໃຫ້ເມືອງວຽງທອງ ບັນລຸມາດຕະຖານເມືອງພົ້ນທຸກໃນ ປີ 2029 ແລະ ເມືອງໄຊຈໍາພອນ ພົ້ນທຸກ ໃນປີ 2030. ສ້າງຄອບຄົວ ພັດທະນາໃຫ້ບັນລຸກວມ 95,98%. ສ້າ ງບ້ານພັດທະນາ ໃຫ້ບັນລຸ
RkJQdWJsaXNoZXIy MTc3MTYxMQ==