7234

@ 0j k; c]t gsfdko j 13/03/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ມອບ-ຮັບ ແລະ ...ັ ຮອງນາຍົກ...ົ ຂປລ. ກົມຄວາມປອດໄພທາງ ໄຊເບີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ບໍລິສັດ ຈີເອັມ ໂອ ແຊັດດ໋ອດຄອມລາວ ຈໍາກັດ ຈັດສຳມະນາ ຍົກລະດັບຄວາມຮູ້ ໃນການປ້ອງກັນໄພຄຸກຄາມທາງ ໄຊເບີ ແລະ ຄວາມປອດໄພຂອງ ຍີ້ຫໍ້ (ແບຣນ) ຫລື ຄວາມປອດໄພ ຂອງລະບົບເຄືອຂ່າຍໃນອົງກອນ ໃນວັນທີ 11 ມີນາ 2026 ໂດຍ ການເປັນປະທານຂອງ ທ່ານ ຄຳ ຫລ້າ ສູນນະລັດ ຫົວໜ້າກົມຄວາມ ປອດໄພທາງໄຊເບີ ກະຊວງເຕັກ ໂນໂລຊີ ແລະ ການສື່ສານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ຄຳຫລ້າ ສູນນະລັດ ໃຫ້ ຮູ້ວ່າ: ການປ້ອງກັນໄພຄຸກຄາມ ທາງໄຊເບີ ເປັນວຽກໜຶ່ງທີ່ສໍາຄັນ ແລະ ສະທ້ອນໃຫ້ເຫັນເຖິງຄວາມ ມຸ່ງໝັ້ນທີ່ຈະແກ້ໄຂບັນຫາໄພຄຸກ 3,5 ແມັດ, ຄວາມກວ້າງຄູກາງ 2 ແມັດ, ຄວາມກວ້າງຂອງຄອງ ລະບາຍ ເບື້ອງລະ 0,7 ແມັດ ຊຶ່ງ ລວມຄວາມກວ້າງຂອງໜ້າທາງ ແມ່ນ 14 ແມັດ ແລະ ລວມຄວາມ ກວ້າງຂອງພື້ນທາງ17,4ແມັດ.ສຳ ລັບເສັ້ນທາງເຂດນອກເທສະບານ ເມືອງ ມີຄວາມຍາວ 33 ກິໂລແມັດ ມີຂະໜາດໜ້າທາງກວ້າງ 5,5 ແມັດ ແບ່ງເປັນ 2 ຊ່ອງຈະລາຈອນ (ຂຶ້ນ ແລະ ລ່ອງ), ຄວາມກວ້າງ ບ່າທາງ ເບື້ອງລະ 1 ແມັດ, ລວມ ຄວາມກວ້າງຂອງພື້ນທາງ 7,5 ແມັດ. ຕະຫລອດໄລຍະຄວາມຍາວ 35 ກິໂລແມັດນັ້ນ ໄດ້ມີການກໍ່ສ້າງ ຂົວເບຕົງເສີມເຫລັກ ທີ່ມີຄວາມ ກວ້າງ 9,4 ແມັດ ຈໍານວນ 2 ແຫ່ງ ລວມຄວາມຍາວ 154,8 ແມັດ ແລະ ທໍ່ລະບາຍນໍ້າ 1 ແຫ່ງ ຊຶ່ງ ລວມມູນຄ່າໂຄງການທັງໝົດ 260 ຕື້ກີບ ໂດຍແມ່ນທຶນຊ່ວຍເຫລືອລ້າ ຈາກບໍລິສັດ ຫຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານ ຫວຽດນາມລາວ ກໍຄືຜູ້ລົງທຶນໃນກຸ່ມໂຄງການ ໄຟຟ້າພະລັງງານລົມ ເຈືອງເຊີນ ຢູ່ແຂວງບໍລິຄຳໄຊ ໂດຍມີໄລຍະ ເວລາໃນການກໍ່ສ້າງແມ່ນ 6 ເດືອນ (ທ້າຍປີ 2025), ພາຍຫລັງ ມອບ-ຮັບ ແລະ ເປີດນຳໃຊ້ຢ່າງ ເປັນທາງການ, ບໍລິສັດຜູ້ໃຫ້ທຶນ ແລະ ຮັບເໝົາກໍ່ສ້າງ ຈະສືບຕໍ່ໃຫ້ ການບຳລຸງຮັກສາເສັ້ນທາງດັ່ງ ກ່າວຕື່ມອີກ ເປັນໄລຍະເວລາ 5 ປີ. ການຊ່ວຍເຫລືອກໍ່ສ້າງເສັ້ນ ທາງດັ່ງກ່າວ ເປັນການປະກອບ ສ່ວນອັນໃຫຍ່ຫລວງຂອງບໍລິສັດ ຫຸ້ນສ່ວນລົງທຶນ ແລະ ພັດທະນາ ພະລັງງານ ຫວຽດນາມ-ລາວ ເຂົ້າ ໃນການພັດທະນາເສດຖະກິດ-ສັງ ຄົມຂອງແຂວງ ກໍຄື ການພັດທະນາ ພື້ນຖານໂຄງລ່າງເມືອງໄຊຈຳພອນ ທີ່ຍັງເປັນເມືອງທຸກຍາກຂອງ ແຂວງ ຊຶ່ງຕັດຂາດການເດີນທາງ ເຂົ້າ-ອອກບາງໄລຍະໃນລະດູຝົນ (ກ່ອນກໍ່ສ້າງເສັ້ນທາງ), ກາຍ ເປັນເມືອງທີ່ສາມາດທຽວໄປມາ ໄດ້ສະດວກທັງສອງລະດູ, ເຮັດ ໃຫ້ການເດີນທາງສູ່ບັນດາເມືອງ ອ້ອມຂ້າງ ໃຊ້ເວລາສັ້ນກວ່າເກົ່າ ຫລາຍຊົ່ວໂມງ, ປະກອບສ່ວນເຮັດ ໃຫ້ປະຊາຊົນທ້ອງຖິ່ນ ມີເງື່ອນໄຂ ສະດວກໃນການພັດທະນາຊີວິດ ການເປັນຢູ່ໃຫ້ດີຂຶ້ນ. ສະນັ້ນ, ຜົນ ສຳເລັດດັ່ງກ່າວ ຈຶ່ງຖືເປັນບາດ ກ້າວສຳຄັນ ທີ່ເອື້ອອຳນວຍ ແລະ ກະຕຸກຊຸກຍູ້ ເມືອງໄຊຈຳພອນ ເປີດ ປະຕູສູ່ບັນດາເມືອງໃກ້ຄຽງ ຂອງ ສປປ ລາວ ແລະ ສສ ຫວຽດນາມ ຫລາຍຂຶ້ນ ໂດຍສະເພາະ ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການ ພັດທະນາເສດຖະກິດ ເຂດຊາຍ ແດນ ແລະ ອື່ນໆ ຊຶ່ງຈະຊ່ວຍເຮັດ ໃຫ້ ເສດຖະກິດ-ສັງຄົມ ຂອງເມືອງ ໄຊຈຳພອນ ໄດ້ຮັບການພັດທະນາ ດີຂຶ້ນຢ່າງຕໍ່ເນື່ອງ, ຊີວິດການເປັນ ຢູ່ຂອງປະຊາຊົນ ຈະໄດ້ຮັບການ ປັບປຸງ ແລະ ພັດທະນາດີຂຶ້ນ ເປັນ ກ້າວໆ. ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ. ຜ່ານມາຄະນະພັກ, ສະພາປະ ຊາຊົນ, ອົງການປົກຄອງແຂວງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ແນວທາງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ທົ່ວປວງຊົນຮອບ ດ້ານ ຄຽງຄູ່ກັບການຈັດຕັ້ງເຜີຍ ແຜ່ເຊື່ອມຊຶມບັນດານິຕິກຳຕ່າງໆ ໃຫ້ຖັນແຖວສະມາຊິກພັກ, ພະນັກ ງານ-ລັດຖະກອນ, ກຳລັງປະ ກອບອາວຸດ ແລະ ປະຊາຊົນບັນ ດາເຜົ່າໃນທົ່ວແຂວງ ຢ່າງເປັນ ຂະບວນກວ້າງຂວາງ, ເລິກເຊິ່ງ ແລະ ທົ່ວເຖິງເປົ້າໝາຍ, ນໍາພາ ສ້າງບ້ານປ້ອງກັນຊາດເຂັ້ມແຂງ ໄດ້10ບ້ານ ເທົ່າກັບ200%ຂອງ ແຜນປີ, ສ້າງບ້ານປ້ອງກັນຄວາມ ສະຫງົບດີ ໄດ້ 11 ບ້ານ ເທົ່າກັບ 137,5% ຂອງແຜນປີ; ແກ້ໄຂ ປະກົດການຫຍໍ້ທໍ້ຕ່າງໆພາຍໃນ ແຂວງ ເປັນຕົ້ນ ການຕັ້ງຄັງສັດ ຢູ່ເຂດຫວງຫ້າມ, ລັກລອບຂຸດຄົ້ນ ແຮ່ຄໍາ, ຕັດໄມ້, ຂີ້ລັກງັດແງະ, ອາວຸດບໍ່ຖືກຕ້ອງ, ບັນຫາອຸບັດ ເຫດ ແລະ ອື່ນໆ ຫລຸດໜ້ອຍຖອຍ ລົງເທື່ອລະກ້າວ. ພ້ອມກັນນັ້ນ, ໄດ້ ເປັນເຈົ້າການສຸມໃສ່ຈັດຕັ້ງປະຕິ ບັດວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດຢ່າງແຂງ ແຮງ; ເອົາໃຈໃສ່ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງ ຄົມ, ແຜນງົບປະມານ-ການເງິນ ຄັ້ງທີ IX ຂອງລັດຖະບານ ກໍຄື ການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ, ແຜນງົບ ປະມານ-ການເງິນປະຈຳປີ2025 ຂອງແຂວງ ຕິດພັນກັບການຈັດ ຕັ້ງປະຕິບັດດຳລັດ 414/ລບ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂຄວາມຫຍຸ້ງຍາກດ້ານເສດຖະ ກິດ-ການເງິນ ຢ່າງມີແຜນການ, ມີຈຸດສຸມລະອຽດ ເຮັດໃຫ້ເສດຖະ ກິດມະຫາພາກຂອງແຂວງ ຍັງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ ຕາມທິດຫັນເປັນ ທັນສະໄໝ ຊຶ່ງລວມຍອດຜະລິດ ຕະພັນພາຍໃນ (GDP) ຢູ່ໃນ ລະດັບ 7,6%, ສະເລ່ຍໃສ່ຫົວຄົນ ບັນລຸໄດ້ 27,97 ລ້ານກີບ; ໄດ້ ເອົາໃຈໃສ່ນໍາພາຄຸ້ມຄອງການລົງ ທຶນຂອງລັດ, ການລົງທຶນຂອງ ເອກະຊົນພາຍໃນ ແລະ ຕ່າງປະ ເທດ ໃຫ້ເຄື່ອນໄຫວຖືກຕ້ອງຕາມ ກົດໝາຍ, ລະບຽບການ ແລະ ສັນ ຍາ, ໄປພ້ອມກັບການປັບປຸງລະ ບອບ, ລະບຽບການ, ກົນໄກການ ຄຸ້ມຄອງ ແລະ ສົ່ງເສີມການຄ້າ, ການລົງທຶນມີຄວາມສະດວກ, ວ່ອງໄວຂຶ້ນກວ່າເກົ່າ, ອັນໄດ້ເຮັດ ໃຫ້ການລົງທຶນ ຂອງເອກະຊົນ ຢູ່ ພາຍໃນແຂວງ ນັບມື້ເພີ່ມຂຶ້ນ. ໃນໂອກາດດັ່ງກ່າວ, ສະຫາຍ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ ກຽດໂອ້ລົມໂດຍໄດ້ສະແດງຄວາມ ຊົມເຊີຍ ຕໍ່ບັນດາຜົນສຳເລັດທີ່ ແຂວງ ໄດ້ມີຄວາມພະຍາຍາມບຸກ ບືນຕະຫລອດໄລຍະຜ່ານມາພ້ອມ ທັງໄດ້ເນັ້ນໜັກຕື່ມບາງດ້ານ ເປັນ ຕົ້ນ ໃຫ້ສືບຕໍ່ຫັນກໍາລັງລົງກໍ່ສ້າງ ຮາກຖານການເມືອງ; ແກ້ໄຂໜໍ່ ແໜງ ທີ່ຈະພາໃຫ້ເກີດມີຄວາມ ບໍ່ສະຫງົບ ດ້ວຍຫລາຍມາດຕະ ການ, ຫລາຍວິທີການ ຢ່າງມີຈຸດ ສຸມ ແລະ ແທດເຖິງຕົວຈິງ; ຈັດຕັ້ງ ເຊື່ອມຊຶມແນວທາງຂອງພັກ, ລະ ບຽບກົດໝາຍຂອງລັດ; ເປັນເຈົ້າ ການຕ້ານ ແລະ ສະກັດກັ້ນປະກົດ ການຫຍໍ້ທໍ້ຕ່າງໆ; ເອົາໃຈໃສ່ຈັດ ຕັ້ງຜັນຂະຫຍາຍມະຕິກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃຫ້ເຂົ້າສູ່ວຽກງານຕົວ ຈິງ; ປັບປຸງກໍ່ສ້າງພະນັກງານ ໃຫ້ ມີຄຸນນະພາບ, ມີຄວາມໜັກແໜ້ນ ທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີຄວາມຊື່ສັດ, ຈົງຮັກພັກດີຕໍ່ປະ ເທດຊາດ, ມີນໍ້າໃຈພິລະອາດ ຫານ, ເສຍສະລະສູງ; ໃຫ້ຄະນະ ພັກແຕ່ລະຂັ້ນເອົາໃຈໃສ່ປັບປຸງ ກົງຈັກການຈັດຕັ້ງ ແລະ ກໍ່ສ້າງ ພະນັກງານສືບທອດ ໃຫ້ມີຄວາມ ຕໍ່ເນື່ອງ; ເປັນເຈົ້າການກຳສະພາບ ຂອງກຸ່ມຄົນບໍ່ດີ ທີ່ຫວັງມ້າງເພ ທຳລາຍປະເທດຊາດ; ສືບຕໍ່ເອົາ ໃຈໃສ່ວຽກງານປ້ອງກັນພາຍໃນ; ເພີ່ມທະວີການພົວພັນຮ່ວມມືກັບ ຕ່າງປະເທດ ເພື່ອດຶງດູດການລົງ ທຶນຢູ່ແຂວງນັບມື້ນັບຫລາຍຂຶ້ນ ກວ່າເກົ່າ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ການປ້ອງກັນເຄື່ອນທີ່ ກະຊວງ ປກສ ໄດ້ປະສານສົມທົບກັບອົງ ການກ່ຽວຂ້ອງທັງຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອແກ້ໄຂຫລາຍ ບັນຫາ ເປັນຕົ້ນ ການແກ້ໄຂບັນຫາ ຢາເສບຕິດ, ລັກຊັບ, ຊີງຊັບ, ປຸ້ນຈີ້, ການຄ້າມະນຸດ, ອຸບັດເຫດຕາມ ທ້ອງຖະໜົນ, ການຄຸ້ມຄອງນໍາໃຊ້ ສື່ອອນລາຍ, ການຄຸ້ມຄອງໂຄງ ການຂອງບັນດາອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບລັດຖະບານ, ອົງການ ຈັດຕັ້ງສັງຄົມພົນລະເຮືອນ ເຫັນ ວ່າຍັງເປັນຊ່ອງວ່າງເຮັດໃຫ້ອິດ ທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ ດີສວຍໃຊ້ການໂຄສະນາທັບຖົມ ໂຈມຕີ, ໃສ່ຮ້າຍປ້າຍສີແນວທາງ ນະໂຍບາຍຂອງພັກ-ລັດ ເພື່ອສ້າງ ຄວາມສັບສົນໃນສັງຄົມ. ຢ່າງໃດ ກໍຕາມ, ກຳລັງປ້ອງກັນເຄື່ອນທີ່ ໄດ້ ສືບຕໍ່ລົງແກ້ໄຂປະກົດການຫຍໍ້ທໍ້ ໃນນະຄອນຫລວງວຽງຈັນ ແລະ ບັນດາແຂວງ, ສົມທົບກັບກຳລັງ ອ້ອມຂ້າງເຮັດໃຫ້ສະພາບການຄ້າ ຂາຍຢາເສບຕິດ, ລັກຊັບ, ຊີງຊັບ, ປຸ້ນຈີ້ ໄດ້ຫລຸດໜ້ອຍຖອຍລົງ. ທ່ານ ພົຕ ສຸລິນະ ແກ້ວປະເສີດ ຮອງລັດຖະມົນຕີກະຊວງ ປກສ ໄດ້ມີຄຳເຫັນຊີ້ນຳ ໃນກອງປະຊຸມ ສະຫລຸບວຽກງານວິຊາສະເພາະ ປ້ອງກັນເຄື່ອນທີ່ ປະຈຳປີ 2025 ແລະ ວາງທິດທາງແຜນການວຽກ ງານຈຸດສຸມ ປີ 2026 ໃນວັນທີ 11 ມີນາ 2026 ຜ່ານມາໂດຍທ່ານ ໄດ້ໃຫ້ທິດຊີ້ນໍາ ຄະນະພັກ-ຄະນະ ບັນຊາແຕ່ລະຂັ້ນ, ນາຍ ແລະ ພົນ ຕຳຫລວດທຸກສະຫາຍ ຈົ່ງຍົກສູງ ຄວາມຮັບຜິດຊອບ, ເອົາໃຈໃສ່ສືບ ຕໍ່ຄົ້ນຄວ້າ, ຕີລາຄາຢ່າງພາວະວິ ໄສ ເພື່ອເປັນບ່ອນອີງພື້ນຖານໃຫ້ ການນໍາພາ-ຊີ້ນຳກົມກອງ, ຂົງ ເຂດວຽກງານທີ່ນອນໃນຄວາມ ຮັບຜິດຊອບ ພ້ອມທັງຍົກສູງສະຕິ ລະວັງຕົວໃຫ້ສູງກວ່າເກົ່າ, ເດັດ ດ່ຽວສະກັດກັ້ນ ແລະ ທັບມ້າງບັນ ຫາໜໍ່ແໜງຄວາມບໍ່ສະຫງົບ, ເດັດ ຂາດບໍ່ໃຫ້ມີເຫດການວຸ້ນວາຍເກີດ ຂຶ້ນໃນຂອບເຂດທົ່ວປະເທດ; ເພີ່ມ ທະວີການສຶກສາອົບຮົມ, ການເມືອງ ນໍາພາແນວຄິດ ໂດຍແນໃສ່ທາດ ແທ້ມູນເຊື້ອປະຕິວັດ ຂອງກໍາລັງ ປ້ອງກັນຄວາມສະຫງົບປະຊາ ຊົນ, ມີຄຸນສົມບັດ, ມີນໍ້າໃຈເສຍສະ ລະຮັບໃຊ້ປະຊາຊົນໃຫ້ສູງຢູ່ສະ ເໜີ, ເປັນກໍາລັງຂອງພັກ, ຂອງ ປະຊາຊົນຢ່າງແທ້ຈິງ ຕິດພັນກັບ ການປັບປຸງຍົກລະດັບຄວາມອາດ ສາມາດນໍາໃຊ້ເຄື່ອງມື, ອຸປະກອນ ທີ່ທັນສະໄໝ ໃຫ້ເໝາະສົມກັບ ເງື່ອນໄຂປັດຈຸບັນ; ເອົາໃຈໃສ່ຊີ້ນໍາ ວຽກງານກຽມພ້ອມສູ້ຮົບດ້ວຍ ການສືບຕໍ່ກໍ່ສ້າງ, ປັບປຸງກໍາລັງ, ລະບົບສູນບັນຊາ, ພາຫະນະ, ວຽກ ງານຮັບປະກັນ, ແຜນການກຽມ ພ້ອມສູ້ຮົບຕະຫລອດ 24 ຊົ່ວໂມງ, ເອົາໃຈໃສ່ສ້າງ-ປັບປຸງນິຕິກຳທີ່ ກ່ຽວຂ້ອງກັບກົມກອງ, ລະບຽບ ການ, ກົນໄກກວດກາ-ຄຸ້ມຄອງ ການປະຕິບັດໜ້າທີ່ຂອງພະນັກ ງານ ແຕ່ລະຂັ້ນໃຫ້ຮັດກຸມ, ເອົາໃຈ ກຳລັງປ້ອງກັນ...ັ້ັ ໃສ່ໃນການແກ້ໄຂປະກົດການຫຍໍ້ ທໍ້ໃນສັງຄົມ ຕາມແຜນການທີ່ໄດ້ ກຳນົດໄວ້ນັ້ນ ໃຫ້ກາຍເປັນຂະ ບວນການທົ່ວສັງຄົມຢ່າງແທ້ຈິງ ຮັບປະກັນເຮັດໃຫ້ສັງຄົມມີຄວາມ ປອດໄພຮອບດ້ານ; ເອົາໃຈໃສ່ຈັດ ຕັ້ງຜັນຂະຫຍາຍບັນດາມະຕິ, ຄຳ ສັ່ງຕ່າງໆ ທີ່ຄະນະພັກກະຊວງວາງ ອອກໃຫ້ມີຜົນສໍາເລັດສູງຂຶ້ນ. ຂໍ້ມູນ-ພາບ: ໜັງສືພິມຄວາມສະຫງົບ ອາວຸໂສ ພາຍໃຕ້ຫົວຂໍ້ “ພູມສາດ ເສດຖະກິດ” ໃນວັນທີ 12 ມີນາ 2026 ໂດຍການເປັນປະທານ ຂອງ ທ່ານ ສະຖາບັນດິດ ອິນສີ ຊຽງໃໝ່ ຮອງສະຖາບັນວິທະ ຍາສາດເສດຖະກິດ ແລະ ສັງຄົມ ແຫ່ງຊາດ ແລະ ທ່ານ ນາງ ເບນິ ຕາ ຊຳເມີວິວ ຮອງເອກອັກຄະ ລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ສະຖາບັນດິດ ອິນສີຊຽງ ໃໝ່ ໄດ້ກ່າວວ່າ: ກອງປະຊຸມໃນ ຄັ້ງນີ້ ໄດ້ຮັບການສະໜັບສະໜູນ ຮ່ວມມື ລະຫວ່າງ ສະຖາບັນວິທະ ຍາສາດເສດຖະກິດ ແລະ ສັງຄົມ ແຫ່ງຊາດ ແລະ ສະຖານທູດອົດ ສະຕຣາລີ ປະຈໍາ ສປປ ລາວ, ພ້ອມດ້ວຍ ສະມາຄົມມິດຕະພາບ ລາວ-ອົດສະຕຣາລີ ຊຶ່ງຖືເປັນຄັ້ງ ທີ 2 ທີ່ໄດ້ຮ່ວມກັນຈັດ ໂດຍຄັ້ງ ທໍາອິດແມ່ນຈັດໃນປີ 2025 ຮ່ວມ ກັບມະຫາວິທະຍາໄລແຫ່ງຊາດ ອົດສະຕຣາລີ (ANU). ສໍາລັບ ກອງປະຊຸມ ຄັ້ງນີ້ ໄດ້ກຳນົດຫົວຂໍ້ “ພູມມີເສດຖະສາດ” ຊຶ່ງພວກ ເຮົາໄດ້ຮັບກຽດບັນຍາຍ ສົນທະ ນາ ແລກປ່ຽນຈາກ ທ່ານ Peter Draper ຈາກມະຫາວິທະຍາໄລ ອາດີເລດ (Adelaide University) ທີ່ມີຄວາມຊ່ຽວຊານດ້ານ ຄວາມສໍາພັນການເມືອງ ແລະ ເສດຖະກິດລະຫວ່າງປະເທດ, ການເຊື່ອມໂຍງດ້ານເສດຖະກິດ , ການຄ້າ ແລະ ການລົງທຶນ. ຄວາມໜ້າສົນໃຈຂອງຫົວຂໍ້ນີ້ ແມ່ນຕິດພັນໂດຍກົງກັບສະພາບ ທີ່ເກີດຂຶ້ນໃນປັດຈຸບັນ ທີ່ຫລາຍ ປະເທດໄດ້ນໍາໃຊ້ເຄື່ອງມືດ້ານ ການຄ້າ, ເຕັກໂນໂລຊີ ແລະ ການ ເງິນ ບໍ່ພຽງແຕ່ເປັນປັດໄຈຂັບ ເຄື່ອນເສດຖະກິດເທົ່ານັ້ນ, ແຕ່ຍັງ ເປັນເຄື່ອງມືຫລັກໃນການສ້າງ ຄວາມໝັ້ນຄົງຂອງຊາດ ໂດຍ ສະເພາະແມ່ນເພື່ອບັນລຸເປົ້າໝາຍ ທາງການເມືອງຂອງຕົນ ຊຶ່ງ ບາງເຄື່ອງມືກໍມີຜົນທັງທາງ ບວກ ແລະ ທາງລົບຕໍ່ປະເທດໃດ ໜຶ່ງໂດຍກົງ, ຕໍ່ພາກພື້ນ ແລະ ໂລກ. ຕົວຢ່າງທີ່ເຮົາເຫັນໃນໄລ ຍະຜ່ານມາ ແມ່ນການນໍາໃຊ້ການ ຄວບຄຸມການສົ່ງອອກ, ການ ຂ້ວມບາດ, ການອຸດໜູນອຸດສາ ຫະກຳ ແລະ ການຍ້າຍຖານການ ຜະລິດໄປຍັງປະເທດພັນທະມິດ (Friend-shoring) ເພື່ອປົກ ປ້ອງຕ່ອງໂສ້ການຜະລິດ ແລະ ຄວາມໄດ້ປຽບທາງເຕັກໂນໂລຊີ. ທ່ານ ສະຖາບັນດິດ ອິນສີ ຊຽງໃໝ່ ຍັງໃຫ້ຮູ້ອີກວ່າ: ການ ປ່ຽນແປງທາງພູມສາດເສດຖະ ກິດ ໄດ້ກາຍເປັນຄວາມສ່ຽງໃນ ລະດັບສາກົນ ເຮັດໃຫ້ພາກທຸລະ ກິດ ແລະ ຜູ້ວາງນະໂຍບາຍໃນ ປະເທດນ້ອຍ ຕ້ອງປັບຕົວເຂົ້າກັບ ສະພາບແວດລ້ອມທີ່ມີແຕກແຍກ ຄືທີ່ເປັນຢູ່ໃນປັດຈຸບັນ. ນອກຈາກ ນີ້, ຍັງມີຫລາຍເຫດການທີ່ພົ້ນ ເດັ່ນໄດ້ເກີດຂຶ້ນທັງຢູ່ໃນສາກົນ ແລະ ພາກພື້ນ ທີ່ເປັນສິ່ງທ້າທາຍ ຕໍ່ເສດຖະກິດໂລກ ລວມທັງ ສປປ ລາວ ເປັນຕົ້ນແມ່ນຄວາມຂັດ ແຍ່ງທາງການທະຫານ, ຂໍ້ຂັດ ແຍ່ງ ແລະ ຄວາມບໍ່ສະຫງົບໃນ ເຂດຕາເວັນອອກກາງ ແລະ ສົງ ຄາມການຄ້າທີ່ຮຸນແຮງຂຶ້ນຈາກ ນະໂຍບາຍການຄ້າຂອງປະເທດ ມະຫາອຳນາດ ທີ່ກະທົບຕໍ່ການ ຄ້າ ແລະ ການລົງທຶນ ຢູ່ໃນຫລາຍ ຂົງເຂດ ລວມທັງ ສປປ ລາວ. ສະພາບເຫລົ່ານັ້ນ ລ້ວນແລ້ວແຕ່ ແມ່ນໜຶ່ງໃນບັນດາສາເຫດທີ່ເຮັດ ໃຫ້ ສປປ ລາວ ປະສົບກັບຄວາມ ຫຍຸ້ງຍາກທາງດ້ານເສດຖະກິດການເງິນ ໂດຍສະເພາະບັນຫາ ກ່ຽວກັບການສົ່ງເສີມການຄ້າ, ອັດຕາແລກປ່ຽນ, ບັນຫາໜີ້ສິນ, ການຂາດແຄນແຮງງານ ແລະ ບັນຫາລາຄາສິນຄ້າ-ຄ່າບໍລິການ ທີ່ເພີ່ມຂຶ້ນ ຊຶ່ງໄດ້ສ້າງຄວາມທ້າ ທາຍດ້ານການຄຸ້ມຄອງເສດຖະ ກິດມະຫາພາກພໍສົມຄວນ. ຂ່າວ: ສົມຫວັງ ສຳມະນາ... ຍົກລະດັບ...ົັ ຄາມ ດ້ານຄວາມປອດໄພທາງໄຊ ເບີຮ່ວມກັນ ລວມເຖິງການປ້ອງກັນ ໄພຄຸກຄາມຕ່າງໆ ຈາກການໂຈມ ຕີທາງໄຊເບີ, ໂດຍສະເພາະຄວາມ ປອດໄພຂອງລະບົບເຄືອຂ່າຍ ໃນ ອົງກອນໃຫ້ມີຄວາມປອດໄພ, ເນື່ອງຈາກປັດຈຸບັນໄພຄຸກຄາມ ທາງໄຊເບີ ໄດ້ກາຍເປັນສິ່ງທ້າ ທາຍທົ່ວໂລກ ຊຶ່ງກໍໃຫ້ເກີດການ ສູນເສຍທາງດ້ານການເງິນທີ່ຮ້າຍ ແຮງ ແລະ ກີດຂວາງການບໍລິ ການທີ່ສໍາຄັນຕ່າງໆຂອງຊາດ ໄພ ຄຸກຄາມດັ່ງກ່າວ, ບໍ່ພຽງແຕ່ແນ ໃສ່ບັນດາສະຖາບັນຂອງລັດຖະ ບານເທົ່ານັ້ນ, ແຕ່ຍັງແນໃສ່ບັນດາ ບໍລິສັດ, ວິສາຫະກິດ ແລະ ທະນາ ຄານ ອີກດ້ວຍ. ການສໍາມະນາຄັ້ງນີ້, ບໍ່ພຽງ ແຕ່ເປັນການສ້າງຄວາມຮ່ວມມື ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ກໍຄື ກົມຄວາມ ປອດໄພໄຊເບີ, ບັນດາບໍລິສັດ, ບັນ ດາວິສາຫະກິດ, ບັນດາທະນາຄານ ແລະ ຂະແໜງການທີ່ເຮັດວຽກ ຕິດພັນເທົ່ານັ້ນ, ແຕ່ຍັງເປັນການ ສົ່ງເສີມການສ້າງທັກສະຄວາມ ຮູ້ຄວາມສາມາດວິຊາການດ້ານ ໄຊເບີໃຫ້ກັບບຸກຄະລາກອນຂອງ ປະເທດລາວ ໃຫ້ພັດທະນາຂຶ້ນໄປ ເລື້ອຍໆ. ຂ່າວ-ພາບ: ພຸດດາວອນ ພາສຸວັນ

RkJQdWJsaXNoZXIy MTc3MTYxMQ==