gsfdko{dkora fmtok a xtgmf]k; ( 12/03/2026 sq ;ra o za o0tspkpgoN v.o,t8y dv'xt-5 ,.spj 7A 'mu XII 0v'ra d.sh lt,k-y dra dlq ,[6 o dkooec0;'v5 fq ,w- ]q '8y f8k,dko[= ]y dko 9e|j kpoE,a og-N vw2 16 j gmlt[kog,n v'wຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ໃນທ້າຍອາທິດ ຜ່ານມາ, ການນຳແຂວງອຸດົມໄຊ ລົງຕິດຕາມ, ຊຸກຍູ້ການບໍລິການ ຈໍາໜ່າຍນໍ້າມັນເຊື້ອໄຟ ຢູ່ເທສະ ບານເມືອງໄຊ ແຂວງອຸດົມໄຊ ຊຶ່ງ ນຳພາໂດຍ ທ່ານ ວົງສະຫັວນ ໄຊ ຍະວົງ ປະທານຄະນະກຳມະການ ປົກຄອງແຂວງອຸດົມໄຊ, ມີທ່ານ ອາລຸນ ບຸນວິໄລ ຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າແຂວງ ພ້ອມດ້ວຍເຈົ້າໜ້າທີ່ກວດກາການ ຄ້າ. ການລົງຕິດຕາມ, ຊຸກຍູ້ການບໍ ລິການຈໍາໜ່າຍນໍ້າມັນເຊື້ອໄຟ ຄັ້ງນີ້ ກໍເພື່ອເປັນການລະດົມ ແລະ ກະຕຸກ ຊຸກຍູ້ ໃຫ້ລັດວິສາຫະກິດນໍ້າມັນເຊື້ອ ໄຟລາວ ສາຂາແຂວງອຸດົມໄຊ ແລະ ບັນດາປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ກະກຽມຄວາມພ້ອມໃນການແຮ ນໍ້າມັນ (ນໍາເຂົ້ານໍ້າມັນ) ມາສະ ໜອງໃຫ້ຜູ້ຊົມໃຊ້ພາຍໃນແຂວງ ໃຫ້ ເປັນປົກກະຕິ, ປ້ອງກັນການຂາດ ແຄນນໍ້າມັນເຊື້ອໄຟ ຊຶ່ງຈະກໍໃຫ້ເກີດ wrry [a fgdu f0B o16 j va f8txn glpskpgdn v[ 41 8N du [ ຂປລ. ແຫລ່ງຂ່າວຈາກ ແຂວງ ອັດຕະປື ໃຫ້ຮູ້ວ່າ: ໃນປີ 2025 ຜ່ານ ມາ, ແຂວງອັດຕະປື ມີເຫດການ ໄພພິບັດເກີດຂຶ້ນໂດຍກົງ ທີ່ສ້າງ ຄວາມເສຍຫາຍ ແລະ ມີຜົນກະທົບ ຕໍ່ສຸຂະພາບ, ຊັບສິນ, ເສດຖະກິດ ແລະ ການດຳລົງຊີວິດຂອງຄົນໃນ ສັງຄົມ ທັງໄລຍະສັ້ນ ແລະ ໄລຍະ ຍາວ ໂດຍມີໄພພິບັດເກີດຂຶ້ນທັງໝົດ 23 ຄັ້ງ ຄື: ນໍ້າຖ້ວມ 3 ຄັ້ງ, ລົມ ພະຍຸພັດ 4 ຄັ້ງ ແລະ ອັກຄີໄພ (ໄຟ ໄໝ້) ເກີດຂຶ້ນ 16 ຄັ້ງ ລວມມູນຄ່າ ເສຍຫາຍທັງໝົດເກືອບ 41 ຕື້ກີບ ໃນນີ້, ໄພນໍ້າຖ້ວມໄດ້ຮັບຄວາມ ເສຍຫາຍ ມີ 49 ບ້ານ, ປະຊາຊົນ ໄດ້ຮັບຜົນກະທົບ 5.296 ຄົນ ຍິງ 2.392 ຄົນ, ເນື້ອທີ່ທຳການຜະລິດ ເສຍຫາຍ 117.488,45 ເຮັກຕາ, ຖຽງນາໄຫລນໍ້າ 7 ຫລັງ, ໜອງ ປາ 16 ໜອງ. ນອກນີ້, ຍັງມີ ເສັ້ນທາງ ແລະ ສັດລ້ຽງ ໄດ້ຮັບ ຄວາມເສຍຫາຍ, ລົມພະຍຸພັດ ໄດ້ ຮັບຜົນກະທົບ 3 ເມືອງ ມີ 129 ຄອບຄົວ, ມີ 516 ຄົນ ຍິງ 211 ຄົນ, ເຮືອນເສຍຫາຍ 129 ຫລັງ, ເສຍຫາຍບາງສ່ວນ 125 ຫລັງ ແລະ ເສຍຫາຍ 90% ມີ 4 ຫລັງ; ອັກຄີໄພເກີດຂຶ້ນ 19 ບ້ານ, ເຮືອນ ເສຍຫາຍ 19 ຫລັງ, ປະຊາຊົນ ໄດ້ ຮັບຜົນກະທົບ 19 ຄອບຄົວ, ມີ 168 ຄົນ, ຍິງ 91 ຄົນ. ທ່ານ ສຸກສະເໝີ ແສນກັນຍາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ອັດຕະປື ໄດ້ລາຍງານຕໍ່ກອງປະຊຸມ ສະຫລຸບວຽກງານໄພພິບັດ ປະຈຳປີ 2025ແລະຜ່ານທິດທາງແຜນການ ປີ 2026 ໃນທ້າຍອາທິດຜ່ານ ຂປລ. ແຫລ່ງຂ່າວຈາກແຂວງ ຫົວພັນ ໃຫ້ຮູ້ວ່າ: ໃນທ້າຍອາທິດ ຜ່ານມາ, ຄະນະໂຄສະນາອົບຮົມ ແຂວງຫົວພັນ ຈັດຝຶກອົບຮົມໃຫ້ ສະມາຊິກພັກສົມບູນ ຊຸດທີ V ຈາກບັນດາພະແນກການກົມກອງ ແລະ ອົງການຈັດຕັ້ງມະຫາຊົນ ອ້ອມຂ້າງແຂວງ ເພື່ອຍົກລະດັບ ຄວາມຮັບຮູ້, ເຂົ້າໃຈ ເນື້ອໃນມະຕິ ກອງປະຊຸມໃຫຍ່ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ຢ່າງ ເລິກເຊິ່ງ ໂດຍສະເພາະ ການເສີມ ຂະຫຍາຍມູນເຊື້ອຂອງພັກ, ການ ຍົກສູງຄວາມສາມາດນໍາພາຂອງ ພັກ, ຝຶກຝົນຫລໍ່ຫລອມຄຸນສົມບັດ ສິນທຳປະຕິວັດ ຂອງສະມາຊິກພັກ, ສະກັດກັ້ນ ແລະ ແກ້ໄຂປະກົດການ ຫຍໍ້ທໍ້ຕ່າງໆ ພາຍໃນພັກ-ລັດ ກໍຄືຖັນ ແຖວສະມາຊິກພັກ ຢ່າງທັນການ. g]u j ,xt8y [a f]t[P[dkooe.-h ]q f{.-h 4t|q o grn j v7;k,gxa o]t[P[IP[Ih vp.og0f,= ]tfq d3]d ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ຫ້ອງການ ໂຍທາທິການ ແລະ ຂົນສົ່ງ ນະຄອນ ຫລວງພະບາງ ຮ່ວມກັບເຈົ້າໜ້າ ທີ່ຕໍາຫລວດຈະລາຈອນ ກອງບັນ ຊາການປ້ອງກັນຄວາມສະຫງົບ ນະຄອນຫລວງພະບາງ, ໄດ້ເລີ່ມ ຈັດຕັ້ງປະຕິບັດແຈ້ງການຂອງນະ ຄອນຫລວງພະບາງ ວ່າດ້ວຍການ ນຳໃຊ້ລົດ-ໃຊ້ຖະໜົນ ແລະ ຈຸດ ຈອດລົດລຽບຕາມເສັ້ນທາງ ເພື່ອ ຄວາມເປັນລະບຽບຮຽບຮ້ອຍ ໃນ ເຂດມໍລະດົກໂລກ ນະຄອນຫລວງ ພະບາງ. ທ່ານ ພັນຕີ ຄໍາມີ ແກ້ວອິນທະ ວົງ ຫົວໜ້າກອງຕໍາຫລວດຈະລາ ຈອນ ກອງບັນຊາການປ້ອງກັນ ມີຜົນກະທົບໃນທົ່ວສັງຄົມ. ໂອກາດດຽວກັນ, ທ່ານ ວົງສະ ຫວັນ ໄຊຍະວົງ ໄດ້ເນັ້ນໜັກໃຫ້ພະ ແນກອຸດສາຫະກຳ ແລະ ການຄ້າ ແຂວງ ເອົາໃຈໃສ່ຕິດຕາມ, ຊຸກຍູ້ ແລະ ອຳນວຍຄວາມສະດວກໃນ ການຊອກແຫລ່ງນໍາເຂົ້ານໍ້າມັນ ເຊື້ອໄຟ ໃຫ້ແກ່ຜູ້ປະກອບການປໍ້າ ນໍ້າມັນເຊື້ອໄຟ ໃຫ້ສາມາດມີນໍ້າມັນ ສະໜອງພຽງພໍ. ຄວາມສະຫງົບ ນະຄອນຫລວງ ພະບາງ ໄດ້ໃຫ້ສຳພາດຕໍ່ສື່ມວນ ຊົນແຂວງຫລວງພະບາງ ໃນວັນທີ 11 ມີນາ 2026 ນີ້ວ່າ: ນັບແຕ່ໄດ້ ຮັບແຈ້ງການ ເຈົ້າໜ້າທີ່ໄດ້ສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງ ປະຕິບັດວຽກງານສຶກສາອົບຮົມ ບັນດາສຳນັກງານ-ອົງການ, ບຸກ ຄົນ, ນິຕິບຸກຄົນ, ນັກທຸລະກິດ, ສະ ມາຄົມລົດຕູ້, ທຸລະກິດນຳທ່ຽວ, ອົງການປົກຄອງບ້ານ, ຕະຫລອດ ຮອດປະຊາຊົນຜູ້ນຳໃຊ້ລົດ-ໃຊ້ ຖະໜົນ ໃນເຂດມໍລະດົກໂລກ ໃຫ້ ປະຕິບັດລະບຽບ, ໂດຍກໍານົດໃຫ້ ລົດຕູ້ທຸກປະເພດສາມາດແລ່ນເຂົ້າ ເສັ້ນທາງແຄມນ້ຳຄານ-ແຄມນ້ຳ ຂອງ, ທັງຈອດ-ຮັບແຂກຊົ່ວຄາວ ຕາມປ້າຍທີ່ໄດ້ກຳນົດໄວ້, ບໍ່ເກີນ 5 ນາທີ (ຫ້າມຈອດລໍຖ້າ ຫລື ຈອດ ຖາວອນ), ກໍລະນີທີ່ຕ້ອງການຈອດ ໃຫ້ໄປຈອດຢູ່ເດີ່ນທາດຫລວງ ຫລື ຈຸດອື່ນທີ່ມີເງື່ອນໄຂ ຕາມຄະນະ ຮັບຜິດຊອບກຳນົດ. ສຳລັບລົດຂົນສົ່ງສິນຄ້າສາມາດ ຈອດໄດ້ຊົ່ວຄາວ ບໍ່ເກີນ 10-15 ນາທີ ເພື່ອສົ່ງເຄື່ອງ ທັງຫ້າມລົດ ຕູ້ທຸກປະເພດ, ລົດບໍລິການໂດຍສານ ທົ່ວໄປ ແລະ ລົດຕຸກໆ-ລົດຈຳ ໂບ້ ແລ່ນເຂົ້າເສັ້ນທາງກາງເມືອງ ຖະໜົນສີສະຫວ່າງວົງ ເລີ່ມແຕ່ 4 ແຍກໂຮງແຊກ ຫາ 3 ແຍກປາກ ຄານຢ່າງເດັດຂາດ (ຍົກເວັ້ນລົດ ທີ່ໄດ້ຮັບອະນຸຍາດ). ສ່ວນລົດທຸກ ປະເພດທີ່ມາສົ່ງແຂກໃສ່ບາດ ໃຫ້ ຈອດໄດ້ຊົ່ວຄາວຕາມເສັ້ນທາງ ແຄມນ້ຳຄານ-ແຄມນ້ຳຂອງ ແລະ ຕ້ອງອອກຈາກພື້ນທີ່ກ່ອນເວລາ 7 ໂມງເຊົ້າ; ຫ້າມລົດທຸກປະເພດ ແລ່ນຂຶ້ນເສັ້ນທາງສາມແຍກທ່າເຮືອ ເມ ຫາ ສີ່ແຍກໂຮງແຊກ; ຫ້າມ ລົດຈັກ, ລົດມໍເຕີໄຟຟ້າ ແລະ ລົດຖີບ ທຸກປະເພດ ຈອດຕາມເສັ້ນທາງ ກາງເມືອງ ຫລື ຂຶ້ນຈອດຕາມຄອງ ທາງຍ່າງ ໃນຖະໜົນສີສະຫວ່າງ ວົງ ແຕ່ 3 ແຍກຫໍພິພິທະພັນເບື້ອງ ເໜືອ (ເຂດບ້ານຈູມຄ້ອງ) ຫາ 4 ແຍກຕາດໝໍ້(ເຂດບ້ານຊຽງມ່ວນ) ຢ່າງເດັດຂາດ, ແຕ່ສາມາດໄປຈອດ ຢູ່ເຂດແຄມນ້ຳຄານ-ແຄມນ້ຳຂອງ ແລະ ຈຸດອື່ນໆ ທີ່ມີເງື່ອນໄຂນອກ ຈາກສະຖານທີ່ຫ້າມຈອດ ຕາມປ້າຍ ທີ່ໄດ້ກໍານົດ. ສຳລັບມາດຕະການປັບໃໝຕໍ່ຜູ້ ລະເມີດຄະນະຮັບຜິດຊອບໄດ້ກຳນົດ ມີຄື: ປະເພດລົດຖີບ ແລະ ລົດມໍເຕີ ໄຟຟ້າ ຄັ້ງທີ 1 ປັບໃໝ 100.000 ກີບຕໍ່ 1 ຄັນ; ຄັ້ງທີ 2 ປັບໃໝ 200.000 ກີບຕໍ່1 ຄັນ; ຄັ້ງທີ 3 300.000 ກີບຕໍ່ 1 ຄັນ; ລົດຈັກ ຄັ້ງ ທີ 1 ປັບໃໝ 200.000 ກີບຕໍ່1 ຄັນ; ຄັ້ງທີ 2 ປັບໃໝ 300.000 ກີບຕໍ່ 1 ຄັນ; ຄັ້ງທີ 3 ປັບໃໝ 400.000 ກີບຕໍ່ 1 ຄັນ; ລົດຈໍ່າໂບ້-ລົດຕຸກໆ 3 ລໍ້, 4 ລໍ້ ຄັ້ງທີ 1 ປັບໃໝ 300.000 ກີບຕໍ່ 1 ຄັນ; ຄັ້ງທີ 2 ປັບໃໝ 400.000 ກີບຕໍ່ 1 ຄັນ; ຄັ້ງທີ 3 ປັບ ໃໝ 500.000 ກີບຕໍ່ 1 ຄັນ; ລົດຕູ້, ລົດກະບະ, ລົດຈິບ, ລົດເກັງ ຄັ້ງທີ 1 ປັບໃໝ 300.000 ກີບຕໍ່ 1 ຄັນ; ຄັ້ງທີ 2 ປັບໃໝ 500.000 ກີບຕໍ່ 1 ຄັນ; ຄັ້ງທີ 3 ປັບໃໝ 1.000.000 ກີບຕໍ່ 1 ຄັນ. ສຳລັບລົດທຸກປະເພດ ທີ່ມີການລະເມີດເກີນກວ່າ 3 ຄັ້ງຂຶ້ນ ໄປ ຈະຖືກປັບໃໝຄູນ 2 ເທົ່າຂອງ ອັດຕາປັບໃໝຄັ້ງທີ 3 ພ້ອມທັງກັກ ໃບຂັບຂີ່ຂອງຜູ້ລະເມີດໄວ້ຊົ່ວຄາວ 3-6 ເດືອນ; ກໍລະນີທີ່ຮ້າຍແຮງໄປ ກວ່ານັ້ນ ຈະຖືກປັບໃໝສາມເທົ່າ ຂອງອັດຕາປັບໃໝ ພ້ອມກັກລົດໄວ 1-3 ເດືອນ ແລະ ດໍາເນີນຄະດີຕາມ ກົດໝາຍ. ຂ່າວ-ພາບ: ທະນູສິນ ອິດທິພົນ ທ່ານເພັດມະນີພອນກຳມະການ ພັກແຂວງ, ຫົວໜ້າຄະນະໂຄສະນາ ອົບຮົມແຂວງຫົວພັນ ໄດ້ກ່າວວ່າ: ການຈັດຝຶກອົບຮົມຄັ້ງນີ້, ກໍເພື່ອ ສຶກສາອົບຮົມສະມາຊິກພັກ ໃຫ້ ມີຄວາມຮັບຮູ້, ເຂົ້າໃຈມະຕິກອງ ປະຊຸມໃຫຍ່ຄັ້ງທີ XII ຂອງພັກ ຢ່າງ ເລິກເຊິ່ງ ໂດຍສະເພາະ ຄວາມຮັບຮູ້ ກ່ຽວກັບມູນເຊື້ອຂອງພັກ, ການຍົກ ສູງຄວາມສາມາດນໍາພາຂອງພັກ, ສະກັດກັ້ນ ແລະ ແກ້ໄຂປະກົດການ ຫຍໍ້ທໍ້ພາຍໃນພັກ ແລະ ການຝຶກ ຝົນຫລໍ່ຫລອມຄຸນສົມບັດສິນທຳ ປະຕິວັດ ບົນພື້ນຖານຄວາມຮັບຮູ້, ເຂົ້າໃຈດັ່ງກ່າວ ເຮັດໃຫ້ການຈັດຕັ້ງ ຂອງພັກ ມີຄວາມໜັກແໜ້ນເຂັ້ມ ແຂງ ສືບຕໍ່ເຮັດໜ້າທີ່ການເມືອງ ເປັນຢ່າງດີ. ເນື້ອໃນເອກະສານທີ່ນຳມາ ຝຶກອົບຮົມໃຫ້ສະມາຊິກພັກຄັ້ງນີ້, ປະກອບດ້ວຍ 4 ເນື້ອໃນຫລັກຄື: ເສີມຂະຫຍາຍມູນເຊື້ອຂອງພັກ, ຍົກ ສູງຄວາມສາມາດນໍາພາ ຂອງພັກ, ສະກັດກັ້ນ-ແກ້ໄຂປະກົດການຫຍໍ້ທໍ້ ແລະ ຝຶກຝົນຫລໍ່ຫລອມຄຸນສົມບັດ ສິນທຳປະຕິວັດ. ຂ່າວ-ພາບ: ໄອແກ້ວ ມານີ້ວ່າ: ຈາກເຫດການໄພພິບັດ ທີ່ເກີດຂຶ້ນໃນເບື້ອງຕົ້ນແຂວງໄດ້ ອະນຸມັດເງິນຕອບໂຕ້ສຸກເສີນ 200 ລ້ານກີບ ເພື່ອແກ້ໄຂສຸກເສີນໃນ ເວລາເກີດໄພພິບັດ, ແຂວງໄດ້ ປະສານສົມທົບກັບເມືອງ ເພື່ອລົງ ແກ້ໄຂສຸກເສີນເບື້ອງຕົ້ນ ແລະ ມອບ ເຄື່ອງຊ່ວຍເຫລືອບັນເທົາທຸກໃຫ້ ແກ່ຄອບຄົວຜູ້ປະສົບໄພເບື້ອງຕົ້ນ ປະກອບມີ: ເຂົ້າສານແຮ 5 ເມືອງ ຈໍານວນ 18 ໂຕນ, ສັງກະສີ 510 ແຜນ, ເຂົ້າສານ 5.150 ກິໂລ, ເຫລັກຕະປູ 100 ກັບ, ໝີ່ສຳເລັດຮູບ 100 ແກັດ, ນໍ້າດື່ມ 100 ແພັກ ແລະ ເຄື່ອງໃຊ້ຄົວເຮືອນອີກຈໍານວນໜຶ່ງ ລວມມູນຄ່າຊ່ວຍເຫລືອເບື້ອງຕົ້ນ 278 ລ້ານກວ່າກີບ. ໃນທີ່ປະຊຸມ ຍັງໄດ້ຮັບຟັງ ການລາຍງານ ການກະກຽມຄວາມ ພ້ອມແຜນຮັບມືກັບໄພພິບັດ ຂອງ ເຂື່ອນເຊຂະໜານ 1 ແລະ ຮັບຟັງ ການກຽມຄວາມພ້ອມ ໃນການ ວາງແຜນຮັບມືກັບໄພພິບັດ ຂອງ ເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ບໍລິສັດ ຜູ້ພັດທະນາເຂື່ອນເຊປ່ຽນເຊນໍ້ານ້ອຍ (PNPC). ພ້ອມນີ້, ຜູ້ເຂົ້າຮ່ວມຍັງໄດ້ປະກອບຄຳເຫັນ ແລກປ່ຽນ ເພື່ອເຮັດໃຫ້ແຜນຮັບມື ໄພພິບັດໃນປີ 2026 ໄດ້ຮັບການ ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ. ຂ່າວ: ວົງສະໄໝ
RkJQdWJsaXNoZXIy MTc3MTYxMQ==