12/03/2026 m6 f]k; pnj olko8k8A '8+ xtmkokmy [= fu g1p]t,a o gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກສະບັບກ່ອນ***ໍ່ ຈັ ບ່ ອ ເປີດງານວາງສະແດງ...ີ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ລັດຖະບານ...ັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຄະນະຜູ້ແທນລາວ...ູ້ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຂປລ. ໃນວັນທີ 6 ມີນາ 2026 ນີ້, ທ່ານ ກະເສມສັກ ສາຍສຸລິຍາ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ທ່ານຝຣັງວານເຕີ້ ສະຕ້າຍມາຍເຍີ້ (FrankWalter Steinmeier) ປະທາ ນາທິບໍດີ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ເພື່ອດຳລົງ ຕໍາແໜ່ງເປັນເອກອັກຄະລັດຖະ ທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະ ນະລັດ ສະຫະພັນ ເຢຍລະມັນ ຊຶ່ງ ມີສຳນັກງານສະຖານທູດ ຕັ້ງຢູ່ ນະຄອນຫລວງແບກແລງ, ປະເທດ ເຢຍລະມັນ. ໃນໂອກາດດັ່ງກ່າວ, ທ່ານ ກະ ເສມສັກ ສາຍສຸລິຍາ ໄດ້ສະແດງ ຄວາມຂອບໃຈ ແລະ ນຳເອົາຄວາມ ຢື້ຢາມຖາມຂ່າວອັັນອົບອຸ່ນພ້ອມ ດ້ວຍພອນໄຊອັນປະເສີດຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ຝາກເຖິງທ່ານ ຝຣັງ-ວານເຕີ້ ສະຕ້າຍມາຍເຍີ້ ປະທານາທິບໍດີເຢຍລະມັນ ແລະ ປະ ຊາຊົນເຢຍລະມັນ ທຸກຖ້ວນໜ້າ. ທ່ານ ຝຣັງ-ວານເຕີ້ ສະຕ້າຍ ມາຍເຍີ້ ໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບຕໍ່ ທ່ານ ກະ ເສມສັກ ສາຍສຸລິຍາ ທີ່ໄດ້ຖືກ ແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວຄົນໃໝ່ປະຈໍາສາທາລະນະລັດ ສະຫະພັນ ເຢຍລະມັນ ເພື່ອປະຕິບັດ ໜ້າທີ່ອັນຊົງກຽດ ແລະ ສູງສົ່ງ, ພ້ອມທັງອວຍພອນໃຫ້ທ່ານເອກ ອັກຄະລັດຖະທູດ ຈົ່ງປະສົບຜົນສຳ ເລັດໃນການເຄື່ອນໄຫວວຽກງານ ການທູດຂອງຕົນ. ພ້ອມກັນນີ້, ທ່ານປະທານາທິບໍດີ ຝຣັງ-ວານເຕີ້ ສະຕ້າຍ ມາຍເຍີ້ ຍັງໄດ້ຝາກຄວາມ ຢື້ຢາມຖາມຂ່າວ ແລະ ຄວາມຜາ ສຸກ ມາຍັງທ່ານປະທານປະເທດ ທອງລຸນ ສີສຸລິດ ແລະ ຜ່ານທ່ານ ໄປ ຍັງປະຊາຊົນລາວທຸກຖ້ວນໜ້າ. ໃນໂອກາດການຍື່ນສານ, ທ່ານ ທູດ ກະເສມສັກ ສາຍສຸລິຍາ ໄດ້ ກ່າວສະແດງຄວາມຍິນດີ ຕໍ່ການ ພົວພັນອັນດີ, ການຮ່ວມມືອັນມີ ໝາກຜົນ ແລະ ມີຄວາມຕໍ່ເນື່ອງ ມາເປັນເວລາຍາວນານລະຫວ່າງ ສອງປະເທດ ໃນໄລຍະຜ່ານມາ, ບໍ່ວ່າຈະຢູ່ໃນຂອບສອງຝ່າຍ ແລະ ຂອບຫລາຍຝ່າຍ ເປັນຕົ້ນການເສີມ ຂະຫຍາຍການພົວພັນຮ່ວມມືໃນ ຂະແໜງການສຶກສາ, ວັດທະນະທໍາ ແລະ ການທ່ອງທ່ຽວ, ການປົກ ປັກຮັກສາສິ່ງແວດລ້ອມ, ລວມທັງ ການຊ່ວຍເຫລືອສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີສາກົນ ໂດຍສະເພາະໃນອົງການສະຫະປະ ຊາຊາດ ແລະ ການພົວພັນຮ່ວມມື ໃນຂອບອາຊຽນ-ອີຢູ ຊຶ່ງໄດ້ເປັນ ການປະກອບສ່ວນທີ່ສຳຄັນເຂົ້າ ໃນການສ້າງສາ ພັດທະນາປະເທດ ແລະ ການພັດທະນາແບບຍືນຍົງ ໃນພາກພື້ນ. ທ່ານທູດ ກະເສມສັກ ສາຍສຸລິຍາ ໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ກ່າວສະແດງ ຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນ ເຢຍລະມັນ ທີ່ໄດ້ໃຫ້ການ ຊ່ວຍເຫລືອ ສປປ ລາວ ຕະຫລອດ ໄລຍະຜ່ານມາ. ສປປ ລາວ ແລະ ສສ ເຢຍລະມັນ ໄດ້ສ້າງຕັ້ງສາຍພົວພັນການທູດນຳ ກັນ ໃນວັນທີ 31 ມັງກອນ 1958 ຊຶ່ງໃນປີ 2026 ນີ້ ຈະຄົບຮອບ 68 ປີແຫ່ງການສ້າງຕັ້ງສາຍພົວພັນ ການທູດລະຫວ່າງສອງປະເທດ ແລະ ຄົບຮອບ 63 ປີຂອງການພົວ ພັນຮ່ວມມືຊ່ວຍເຫລືອດ້ານເຕັກນິກ ລະຫວ່າງສອງຝ່າຍ. ຂ່າວ-ພາບ: ກຕທ 10 ມີນາ ແລະ ຈະປິດລົງໃນວັນທີ 15 ມີນາ 2026 ຢູ່ສູນການຄ້າ ລາວ-ໄອເຕັກ (ຕຶກເກົ່າ) ນະຄອນ ຫລວງວຽງຈັນ ໂດຍມີທ່ານຈັນທະ ບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການ ຄ້າ, ທ່ານ ພານະລິນ ສຸວັນນະວົງ ປະທານບໍລິສັດ ອີລີເກັ້ນ ອີເວັ້ນ ຈຳກັດຜູ້ດຽວ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ນາງ ມະນີ ວອນ ວົງໄຊ ຫົວໜ້າກົມສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດ ຂະໜາດນ້ອຍ ແລະ ກາງ ໄດ້ກ່າວ ວ່າ: ງານວາງສະແດງໃນຄັ້ງນີ້, ຈັດຂຶ້ນເປັນຄັ້ງທີ 2 ພາຍໃຕ້ການ ຮ່ວມມືລະຫວ່າງ ພາກລັດ ແລະ ເອກະຊົນ ໄດ້ຮວບຮວມເອົາບັນດາ ຄ້າຍລົດ ຫລາຍກວ່າ 10 ກວ່າ ຄ້າຍມາວາງສະແດງ ແລະ ຈັດ ຈຳໜ່າຍ, ນຳສະເໜີເຕັກໂນໂລຊີ ທີ່ທັນສະໄໝ, ປະຢັດພະລັງງານ ແລະ ເປັນມິດກັບສິ່ງແວດລ້ອມ ເພື່ອເປັນຂໍ້ມູນໃຫ້ຜູ້ຊົມໃຊ້ ແລະ ຜູ້ທີ່ກຳລັງຈະຕັດສິນໃຈຊື້ລົດ. ປັດຈຸບັນ, ທົ່ວໂລກຢູ່ໃນທ່າມກາງ ສະພາບວິກິດລາຄານໍ້າມັນ ທີ່ສົ່ງ ຜົນກະທົບຕໍ່ຕົ້ນທຶນໃນການຂົນສົ່ງ ແລະ ການຜະລິດຂອງພາກທຸລະ ກິດ. ຕໍ່ສະພາບການດັ່ງກ່າວ, ມັນ ບໍ່ແມ່ນເປັນບັນຫາຂອງບຸກຄົນໃດ ໜຶ່ງ ແຕ່ແມ່ນບັນຫາສຳຄັນທີ່ພາກ ລັດ ແລະ ເອກະຊົນ ຕ້ອງໄດ້ຮ່ວມມື ກັນແກ້ໄຂ ເຮັດແນວໃດພວກເຮົາ ຈຶ່ງຈະສາມາດປຸກລະດົມໃຫ້ສັງຄົມ ປະຢັດນໍ້າມັນເພື່ອຊາດ ແລະ ເພື່ອ ສັງຄົມ. ສະນັ້ນ, ການຈັດງານໃນ ຄັ້ງນີ້ ຈຶ່ງບໍ່ພຽງແຕ່ເປັນບ່ອນວາງ ສະແດງການຂາຍລົດ ຄືຜ່ານມາ ເທົ່ານັ້ນ, ແຕ່ຍັງເປັນເວທີແຫ່ງ ການແກ້ໄຂທາງອອກ ແລະ ທັນຕໍ່ ສະພາບການ ເພື່ອແກ້ໄຂວິກິດການ ພະລັງງານໃນປັດຈຸບັນ ໃນການ ປະຢັດພະລັງງານ. ພາຍໃນງານຍັງມີກິດຈະກຳປິ່ນ ອ້ອມອີກຫລາກຫລາຍ ເຊັ່ນ: ການ ທົດລອງຂັບຂີ່ (Test Drive), ການສ້າງຈິດສຳນຶກຄວາມປອດ ໄພທາງບົກ ແລະ ເວທີສະແດງ ຄວາມສາມາດຂອງໄວໜຸ່ມ. ຄຽງ ຄູ່ນັ້ນ, ຍັງເນັ້ນໃສ່ສົ່ງເສີມທຸລະກິດ ພາຍໃນ ໂດຍມີຫ້ອງວາງສະແດງ ສິນຄ້າທ່າແຮງ ແລະ ສິນຄ້າໜຶ່ງ ເມືອງໜຶ່ງຜະລິດຕະພັນ, ພ້ອມກັບ ເທສະການອາຫານ ຫລື Street Food ເພື່ອຊຸກຍູ້ໃຫ້ຄົນລາວ ຫັນ ມາຊົມໃຊ້ຜະລິດຕະພັນລາວໃຫ້ນັບ ມື້ຫລາຍຂຶ້ນ. ຂ່າວ-ພາບ: ກິດຕາ ຫົວຂໍ້ປິ່ນອ້ອມ ທີ່ສໍານັກງານໃຫຍ່ ອົງການສະຫະປະຊາຊາດ ນິວຢອກ ສະຫະລັດອາເມລິກາ ຊຶ່ງເປັນເວທີ ປຶກສາຫາລືປະຈຳປີລະດັບສູງຂອງ ຫົວໜ້າອົງການສະຖິິຕິເພື່ອກໍານົດ ທິດທາງ, ແລກປ່ຽນການຈັດຕັ້ງ ປະຕິບັດວຽກງານດັ່ງກ່າວ ແລະ ເສີມສ້າງການຮ່ວມມື ສືບຕໍ່ຜະລິດ ຂໍ້ມູນສະຖິຕິທີ່ມີຄຸນນະພາບ, ສະຖິຕິ ສາມາດຕອບສະໜອງການກໍານົດ ນະໂຍບາຍ ແລະ ການພັດທະນາ ຢ່າງຍືນຍົງໃນລະດັບໂລກ, ພາກ ພື້ນ ແລະ ປະເທດ. ໂອກາດດັ່ງກ່າວ, ຄະນະຜູ້ແທນ ສປປ ລາວ ໄດ້ປະກອບຄຳເຫັນ ໂດຍລາຍງານຄວາມຄືບໜ້າວຽກ ງານສະຖິຕິໃນຂົງເຂດຕ່າງໆ ແລະ ຄວາມໝາຍໝັ້ນຂອງ ສປປ ລາວ ໃນການປັບປຸງມາດຕະຖານດ້ານ ວຽກງານສະຖິຕິເສດຖະກິດ, ສັງ ຄົມ ແລະ ສະຖິຕິສິ່ງແວດລ້ອມ ເພື່ອ ຕອບສະໜອງຂໍ້ມູນສໍາຄັນໃນການ ຕີລາຄາການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ, ເປົ້າໝາຍການພັດທະນາແບບ ຍືນຍົງ, ທັງເຂົ້າຮ່ວມຂະບວນການ ປະຕິບັດຫລັກການ ແລະ ມາດຕະ ຖານດ້ານສະຖິຕິ. ພິເສດຄະນະຜູ້ ແທນໄດ້ເຂົ້າຮ່ວມປະກອບຄຳເຫັນ ກ່ຽວກັບການຈັດຕັ້ງປະຕິບັດ ການ ຄິດໄລ່ສະຖິຕິຕົວຊີ້ບອກດ້ານຄວາມ ຢູ່ດີກິນດີ ແລະ ຕົວຊີ້ບອກດ້ານ ສັງຄົມ ແລະ ສິ່ງແວດລ້ອມອື່ນໆ ທີ່ສຳຄັນ ຄຽງຄູ່ກັບຕີລາຄາການ ຂະຫຍາຍຕົວ ລວມຍອດຜະລິດ ຕະ ພັນ GDP. ນອກນັ້ນ, ຄະນະຜູ້ແທນລາວ ຍັງໄດ້ພົບປະສອງຝ່າຍ ການຮ່ວມມື ດ້ານວິຊາການສະຖິຕິ ກັບຄະນະ ຜູ້ແທນຈາກສະຖິຕິລຸກຊຳບວກ, ອີຕາລີ, ສສ ຫວຽດນາມ ແລະ ກຳປູ ເຈຍ ເພື່ອປຶກສາຫາລືທົບທວນ ໂຄງການແລະ ແຜນການຈັດຕັ້ງປະ ຕິບັດບັນດາກິດຈະກຳຮ່ວມມືໃນ ຂົງເຂດວຽກງານສະຖິຕິໃນຕໍ່ໜ້າ. ໃນໂອກາດດັ່ງກ່າວ, ຄະນະ ຜູ້ແທນໄດ້ເຂົ້າພົບ ແລະ ລາຍງານ ວຽກງານສະຖິຕິ ໂດຍສະເພາະ ໃນນາມກອງເລຂາແຫ່ງຊາດ ປະຕິ ບັດເປົ້າໝາຍການພັດທະນາແບບ ຍືນຍົງຕໍ່ປະທານຜູ້ຕາງໜ້າຖາ ວອນແຫ່ງ ສປປ ລາວ ປະຈຳອົງ ການສະຫະປະຊາຊາດທີ່ ນິວຢອກ ຕື່ມອີກ. ຂ່າວ: ກະຊວງການເງິນ ໄດ້ມີມາດຕະການສຸກເສີນ ແລະ ສະເພາະໜ້າ ເປັນຕົ້ນ ໄລຍະ 1-30 ວັນ, ໄລຍະ 3-12 ເດືອນ ໄວ້ແລ້ວ ຊຶ່ງບັນດາມາດຕະການດັ່ງກ່າວ ອາດຕ້ອງໄດ້ປັບປຸງໃຫ້ລະອຽດ ແລະ ແທດເໝາະກັບການຜັນແປ ຂອງສະພາບການໃນແຕ່ລະວັນ, ທັງຈະໄດ້ສືບຕໍ່ຕິດຕາມ ແລະ ວາງ ມາດຕະການແກ້ໄຂບັນຫາຕ່າງໆ ໃນຕໍ່ໜ້າ ຢ່າງຮອບຄອບ, ຮັດກຸມ ແລະ ທັນກັບສະພາບການ. ໃນວັນທີ 11 ມີນາ 2026 ນີ້, ທ່ານ ສອນໄຊ ສິດພະໄຊ ລັດ ຖະມົນຕີປະຈຳສໍານັກງານນາຍົກ ລັດຖະມົນຕີ, ໂຄສົກລັດຖະບານ ພ້ອມດ້ວຍ ທ່ານ ຈັນທະບູນ ສຸກ ອາລຸນ ຮອງລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ ຖະແຫລງຂ່າວຕໍ່ສື່ມວນຊົນ ກ່ຽວ ກັບສະພາບການສະໜອງນໍ້າມັນ ເຊື້ອໄຟໃຫ້ສັງຄົມໄດ້ຊົມໃຊ້ ມາ ຍັງພໍ່ແມ່ປະຊາຊົນລາວໃນທົ່ວປະ ເທດຊາບທົ່ວເຖິງກັນວ່າ: ຈາກ ສະພາບຄວາມບໍ່ສະຫງົບທີ່ເກີດຂຶ້ນ ຢູ່ເຂດຕາເວັນອອກກາງ ຊຶ່ງເປັນ ເຂດບັນດາປະເທດທີ່ຜະລິດ ແລະ ສົ່ງອອກນໍ້າມັນເຊື້ອໄຟລາຍໃຫຍ່ ຂອງໂລກ ນັບແຕ່ທ້າຍເດືອນກຸມພາ 2026 ເຖິງປັດຈຸບັນ ໄດ້ເຮັດໃຫ້ ການຜະລິດ ແລະ ສົ່ງອອກນໍ້າມັນ ເຊື້ອໄຟ ຈາກແຫລ່ງດັ່ງກ່າວ ມີ ຄວາມຈຳກັດ ແລະ ສົ່ງຜົນກະທົບ ຕໍ່ຫລາຍໆປະເທດໃນໂລກ ລວມ ທັງ ສປປ ລາວ ພວກເຮົາຢ່າງຫລີກ ລ່ຽງບໍ່ໄດ້ ໂດຍສະເພາະລາຄາ ນໍ້າມັນເຊື້ອໄຟ ທີ່ເພີ່ມສູງຂຶ້ນ ແລະ ປະລິມານຄວາມສາມາດນໍາເຂົ້າ ນໍ້າມັນ ກໍມີທ່າອ່ຽງຫລຸດລົງ, ຖ້າ ຫາກສະພາບການດັ່ງກ່າວຍັງສືບຕໍ່ ແກ່ຍາວ ກໍຈະສົ່ງຜົນກະທົບຫລາຍ ດ້ານຕໍ່ເສດຖະກິດ-ສັງຄົມ ລວມທັງ ການປະຕິບັດຄາດໝາຍຕ່າງໆ ທີ່ ກຳນົດໄວ້ໃນແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ. ທ່ານ ສອນໄຊ ສິດພະໄຊ ໄດ້ ໃຫ້ຮູ້ວ່າ: ຕໍ່ສະພາບການດັ່ງກ່າວ, ລັດຖະບານ ແມ່ນບໍ່ໄດ້ນິ້ງເສີຍ ໂດຍ ໄດ້ສົມທົບກັບອົງການປົກຄອງທຸກ ຂັ້ນ ເອົາໃຈໃສ່ຕິດຕາມ ແລະ ເຝົ້າ ລະວັງຢ່າງໃກ້ຊິດ ເພື່ອນໍານໍ້າມັນ ມາສະໜອງໃຫ້ແກ່ສັງຄົມ ແລະ ໂຄງການພັດທະນາຕ່າງໆ ໄດ້ໂດຍ ພື້ນຖານ ແລະ ພະຍາຍາມບໍ່ໃຫ້ເກີດ ມີສະພາບການຂາດແຄນນໍ້າມັນ, ທີ່ ຜ່ານມາບາງປໍ້າ ແມ່ນນໍ້າມັນຂາດ ຊົ່ວຄາວ ຍ້ອນການຂົນສົ່ງຈາກ ສາງ ຫາປໍ້າ ບໍ່ທ່ວງທັນ. ພ້ອມກັນ ນັ້ນ, ກໍໄດ້ສົມທົບກັບບັນດາປະເທດ ອ້ອມຂ້າງ ທີ່ມີກົນໄກການຮ່ວມມື ກັນມາກ່ອນແລ້ວ ເພື່ອຮັບມືກັບ ສະພາບການທີ່ອາດເກີດຂຶ້ນ ເຖິງ ວ່າ ລາຄາຈະເພີ່ມຂຶ້ນກໍຕາມ. ສະ ນັ້ນ, ໃນໂອກາດນີ້ ຈຶ່ງຮຽກຮ້ອງ ມາຍັງພະນັກງານ, ທະຫານ, ຕໍາ ຫລວດ ຕະຫລອດຮອດພໍ່ແມ່ປະ ຊາຊົນບັນດາເຜົ່າ ຈົ່ງຊ່ວຍກັນ ປະຢັດມັດທະຍັດໃຊ້ຈ່າຍໃນສິ່ງທີ່ ຈໍາເປັນ ໂດຍສະເພາະແມ່ນການ ຊົມໃຊ້ນໍ້າມັນເຊື້ອໄຟ, ການນຳໃຊ້ ຍານພາຫະນະ ໂດຍຫັນໄປນຳໃຊ້ ລົດໄຟຟ້າ, ລົດສາທາລະນະ ໂດຍ ສານມວນຊົນ ແລະ ໃນຕໍ່ໜ້າ ລັດ ຖະບານ ຈະພິຈາລະນານະໂຍບາຍ ປິ່ນອ້ອມ ເຊັ່ນ: ການເຮັດວຽກ ແບບທາງໄກ ເປັນຕົ້ນ. ໃນຂະນະ ດຽວກັນ ກໍຮຽກຮ້ອງມາຍັງບັນດາ ຜູ້ປະກອບການທຸລະກິດຕ່າງໆ ຈົ່ງຢ່າໄດ້ສວຍໂອກາດຂຶ້ນລາຄາ ສິນຄ້າຕາມລໍາພັງໃຈ ຫລື ກັກຕຸນ ສິນຄ້າ ກໍຄື ນໍ້າມັນເຊື້ອໄຟ ຫາກພົບ ເຫັນ ການສວຍໂອກາດຂຶ້ນລາຄາ ສິນຄ້າ ແມ່ນສາມາດ ໂທແຈ້ງສາຍ ດ່ວນ 1510 ແລະ ເວັບໄຊປົກປ້ອງ ຜູ້ຊົມໃຊ້WWW.lcp.gov.la ໄດ້. ຂ່າວ: ສົມຫວັງ; ພາບ: ຂັນໄຊ ທ່ານ ສອນໄຊ ສິດພະໄຊ (ຊ້າຍ) ທ່ານ ກະເສມສັກ ສາຍສຸລິຍາ (ຊ້າຍ)
RkJQdWJsaXNoZXIy MTc3MTYxMQ==