7233

12/03/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ pk,.f]a f4t[ko d= 4n gvq k;Pd'kodkolb dlkwxdj vo;Pd'kovn j o[kfdh k;|b j ' 3I'\= c0;';P'9a o gxa o3I'\= 8q ;c[[ dko]h P']6 dfh ;poq ,c,j xt9exu 2025 ຂປລ. ພິທີສະເຫລີມສະຫລອງ ໂຮງໝໍແຂວງວຽງຈັນ ເປັນໂຮງໝໍ ຕົວແບບການລ້ຽງລູກດ້ວຍນົມ ແມ່ ປະຈຳປີ 2025 ຈັດຂຶ້ນ ເມື່ອບໍ່ດົນມານີ້, ທີ່ໂຮງໝໍແຂວງ ວຽງຈັນ ໂດຍມີທ່ານ ດຣ ບຸນຊູ ແກ້ວມະຫາວົງ ຫົວໜ້າຫ້ອງການ ກະຊວງສາທາລະນະສຸກ, ທ່ານ ດຣ. ນາງ ວັນເພັງ ພັນທະນາໄລ ຫົວໜ້າພະແນກສາທາລະນະສຸກ ແຂວງວຽງຈັນ ພ້ອມດ້ວຍຜູ້ຕາງ ໜ້າຈາກອົງການຈັດຕັ້ງສາກົນ ແລະ ຜູ້ໃຫ້ການສະໜັບສະໜູນ ແລະ ພະນັກງານພາຍໃນໂຮງໝໍແຂວງ ເຂົ້າຮ່ວມ. ທ່ານ ດຣ ບຸນຊູ ແກ້ວມະຫາວົງ ໄດ້ໃຫ້ຮູ້ວ່າ: ພັກ ແລະ ລັດຖະບານ ໄດ້ໃຫ້ຄວາມສຳຄັນກ່ຽວກັບສຸຂະ ພາບຂອງປະຊາຊົນລາວ ກໍຄື ກະ ຊວງສາທາລະນະສຸກ ໄດ້ເອົາໃຈ ໃສ່ເບິ່ງແຍງຕໍ່ສຸຂະພາບ ໂດຍຖືເອົາ ການສົ່ງເສີມສຸຂະພາບ ແລະ ປິ່ນປົວ ເປັນສຳຄັນນ້ຳນົມແມ່ ແມ່ນສານ ອາຫານທີ່ຈຳເປັນທີ່ສຸດສຳລັບເດັກ ອ່ອນ ແລະ ເດັກນ້ອຍ ເພື່ອສ້າງພູມ ຕ້ານທານຫລຸດຜ່ອນອັດຕາການ (ແຫລ່ງຂ້ໍມູນຈາກ ແຂວງວຽງ) ເຈັບເປັນ, ການຕາຍຂອງເດັກຫລັງ ເກີດ, ພ້ອມທັງສາມາດຊ່ວຍຫລຸດ ຜ່ອນອັດຕາການຂາດສານອາຫານ ຂອງເດັກນ້ອຍ. ການຈັດຕັ້ງປະຕິບັດ ການປະເມີນ ແລະ ຮັບຮອງໂຮງໝໍ ຕົວແບບການລ້ຽງລູກດ້ວຍນ້ຳນົມ ແມ່ ເປັນບາດກ້າວສຳຄັນໃນການ ສົ່ງເສີມ ແລະ ປັບປຸງຄຸນນະພາບ ຂອງການບໍລິການວຽກງານສົ່ງ ເສີມການລ້ຽງລູກດ້ວຍນ້ຳນົມແມ່ ຢູ່ໃນສະຖານທີ່ບໍລິການສຸຂະພາບ ໃຫ້ມີການພັດທະນາໄປເທື່ອລະ ກ້າວ ຊຶ່ງພິທີປະກາດໂຮງໝໍຕົວ ແບບການລ້ຽງລູກດ້ວຍນົມແມ່ຄັ້ງ ນີ້ ຈະເປັນໂຮງໝໍຕົວແບບ ທີ່ສຳຄັນ ເພື່ອຈະເປັນການຜັນຂະຫຍາຍໃຫ້ ໂຮງໝໍປະເພດ ກ ຂັ້ນເມືອງ ທີ່ມີ ຄວາມພ້ອມເປັນໂຮງໝໍຕົວແບບ ເຊັ່ນດຽວກັນກັບໂຮງໝໍແຂວງ. ທ່ານ ດຣ ນາງ ວັນເ ພັງ ພັນທະນາໄລ ຫົວໜ້າພະແນກ ສາທາລະນະສຸກ ແຂວງວຽງຈັນ ກ່າວວ່າ: ໃນໄລຍະຜ່ານມາພະ ແນກສາທາລະນະສຸກແຂວງ ໄດ້ ເອົາໃຈໃສ່ ນຳພາ-ຊີ້ນຳ ແລະ ຊຸກ ຍູ້ໃຫ້ບັນດາສະຖານທີ່ບໍລິການ ສາທາລະນະສຸກ ຈັດຕັ້ງປະຕິບັດ ນະໂຍບາຍແຫ່ງຊາດ ວ່າດ້ວຍການ ສົ່ງເສີມການລ້ຽງລູກດ້ວຍນົມແມ່ ຢ່າງຕັ້ງໜ້າ ໂດຍສະເພາະການຜັນ ຂະຫຍາຍ “10 ຂັ້ນຕອນສູ່ການ ລ້ຽງລູກດ້ວຍນົມແມ່ທີ່ສຳເລັດ”. ການສ້າງຄວາມເຂັ້ມແຂງໃນການ ເປັນໂຮງໝໍສົ່ງເສີມລ້ຽງລູກດ້ວຍ ນົມແມ່ ນັບແຕ່ຂັ້ນແຂວງລົງຮອດ ສຸກສາລາ ແລະ ການມີສ່ວນຮ່ວມ ຂອງພາກສ່ວນອົງການປົກຄອງ ທ້ອງຖິ່ນ, 3 ອົງການຈັດຕັ້ງມະ ຫາຊົນໃນການເຜີຍແຜ່ໃຫ້ຊຸມຊົນ ຮັບຮູ້ຕໍ່ກັບຄວາມສຳຄັນຂອງການ ໃຫ້ນົມແມ່ແກ່ເດັກແຕ່ແລກເກີດ ເຖິງ 6 ເດືອນ ແລະ ສືບຕໍ່ຮອດ 2 ປີ. ນອກນັ້ນ, ກໍໄດ້ມີເປົ້າໝາຍຂະ ຫຍາຍໂຮງໝໍສົ່ງເສີມການລ້ຽງ ລູກດ້ວຍນົມແມ່ ໃນຂັ້ນໂຮງໝໍ ເມືອງ ໂດຍການຊຸກຍູ້ຕິດຕາມຈາກ ໂຮງໝໍແຂວງທີ່ມີປະສົບການໃນ ການຈັດຕັ້ງປະຕິບັດຜ່ານມາແລ້ວ ໂດຍມີແຜນຄາດຄະເນໃນປີ 2026 ໃຫ້ໄດ້ 1-2 ເມືອງ ທີ່ເປັນໂຮງໝໍ ສົ່ງເສີມການລ້ຽງລູກດ້ວຍນົມແມ່ ຂອງແຂວງວຽງຈັນ. ທ່ານນາງຈັນຫອມຄອນສະຫວັນ ຄະນະອຳນວຍການໂຮງໝໍແຂວງ ວຽງຈັນ ໃຫ້ຮູ້ວ່າ: ປີ 2022 ໂຮງໝໍ ແຂວງວຽງຈັນ ຖືກຮັບຮອງເປັນ ໂຮງໝໍຕົວແບບການລ້ຽງລູກດ້ວຍ ນົມແມ່ ຄັ້ງທີ I ແລະ ປີ 2025 ຖືກຮັບຮອງເປັນຄັ້ງທີ II. ນັບແຕ່ ປີ 2022 ຫາ ປັດຈຸບັນ, ຄະນະ ກຳມະການຮັບຜິດຊອບວຽກງານ ການສົ່ງເສີມການລ້ຽງລູກດ້ວຍນົມ ແມ່ ໄດ້ເຄື່ອນໄຫວປົກກະຕິມີການ ປະເມີນຕາມຕົວຊີ້ວັດ ເພື່ອພັດທະ ນາຮັກສາໄວ້ໃຫ້ໄດ້ຕົວແບບ ຄັ້ງທີ 2; ປັດຈຸບັນຄະນະກຳມະການຮັບ ຜິດຊອບວຽກງານລ້ຽງລູກດ້ວຍນົມ ແມ່ ມີທັງໝົດ 34 ທ່ານ. ຜົນການ ຈັດຕັ້ງປະຕິບັດໃນ ປີ 2025 ແມ່ຍິງ ທີ່ມາຝາກທ້ອງທັງໝົດ 3.524 ເທື່ອ ຄົນ, ເກີດລູກ 1.480 ຄົນ, ກວດ ເດັກດີ 15.343 ຄົນ, ເດັກນອນ ຫ້ອງມໍລະສຸມເດັກເກີດໃໝ່ 275 ຄົນ, ຮັບນົມບໍລິຈາກ ຈຳນວນ 5 ແມ່ 50 ຖົງ, ຮັບນົມຈາກໂຮງໝໍ ເພື່ອນລາວ 2 ຄັ້ງ 15 ກ່ອງ. ດ້ານ ການບໍລິການກັບຄົນເຈັບມີຜູ້ມານໍາ ໃຊ້ບໍລິການໃຫ້ຄໍາປຶກສາ 47 ຄົນ, ໄດ້ໃຫ້ຄໍາປຶກສາກັບທີ່ແລະ ຊ່ວຍແມ່ ດ້ວຍວິທີຕ່າງໆ ທີ່ຈໍາເປັນ 503 ຄົນ, ໄດ້ຊ່ວຍແມ່ໃນການເອົາລູກເຂົ້າເຕົ້າ ແລະ ທ່າອຸ້ມຕ່າງໆ 93 ຄົນ, ຊ່ວຍ ກະຕຸ້ນ, ນວດ, ບີບນໍ້ານົມຊ່ວຍແມ່ ພ້ອມແນະນໍາວິທີເກັບຮັກສານ້ຳນົມ ແມ່ 185 ຄົນ, ສອນ ແລະ ຊ່ວຍ ແມ່ວິທີປ້ອນນົມດ້ວຍບ່ວງ, ຈອກ ແລະ ສະແລ້ງ 275 ຄົນ. ສຳລັບ ແຜນການໃນຕໍ່ໜ້າສືບຕໍ່ນະໂຍບາຍ 162 ສາຍໃຍຮັກຈາກແມ່ ຫາ ລູກ; ປະຕິບັດນະໂຍບາຍສົ່ງເສີມການ ລ້ຽງລູກດ້ວຍນົມແມ່ ແລະ ວຽກ ໂພຊະນາການໃຫ້ມີຄວາມເຂັ້ມແຂງ ແລະ ຕໍ່ເນື່ອງຂຶ້ນ, ສືບຕໍ່ປະຕິບັດ ຕົວຊີ້ວັດໃໝ່ຂອງໂຮງໝໍຕົວແບບ ສົ່ງເສີມການລ້ຽງລູກດ້ວຍນົມແມ່ ໃຫ້ໄດ້ຕາມເປົ້າໝາຍທີ່ວາງໄວ້, ສ້າງຄວາມເຂັ້ມແຂງໃຫ້ທີມງານໃນ ໂຮງໝໍ ແລະ ຂະຫຍາຍວຽກງານ ລ້ຽງລູກດ້ວຍນົມແມ່ລົງສູ່ເມືອງ, ສຸກສາລາ ແລະ ຊຸມຊົນ, ສ້າງໂຮງ ໝໍເຄືອຂ່າຍໄດ້ 3 ໂຮງໝໍ ແລະ ຈະ ສືບຕໍ່ສ້າງຈົນໃຫ້ໄດ້ທຸກເມືອງທົ່ວ ແຂວງວຽງຈັນ. ໃນໂອກາດນີ້, ຍັງ ໄດ້ມີການມອບປ້າຍໂຮງໝໍຕົວແບບ ການລ້ຽງລູກດ້ວຍນົມແມ່ ປະຈຳປີ 2025 ໃຫ້ໂຮງໝໍແຂວງວຽງຈັນ ໂດຍການມອບຂອງທ່ານ ດຣ ບຸນຊູ ແກ້ວມະຫາວົງ ແລະ ຮັບໂດຍ ທ່ານ ດຣ ວົງເທວີ ຈັນຄຳມະວົງ ອ ຳ ນ ວ ຍ ກ າ ນ ໂ ຮ ງໝໍແ ຂ ວ ງ ວຽງຈັນ. ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ລັດຖະບານ ຍາມໃດກໍຖືວຽກງານການສຶກສາ ເປັນວຽກງານໜຶ່ງທີ່ສໍາຄັນ, ເອົາ ການສຶກສາໄປກ່ອນວຽກງານ ອື່ນບາດກ້າວໜຶ່ງ, ເອົາຄົນເປັນ ເປົ້າໝາຍ ແລະ ເປັນໃຈກາງ ໃນ ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ, ການສຶກສາເປັນການ ພັດທະນາຊັບພະຍາກອນມະນຸດ ສ້າງຄົນໃຫ້ມີຄວາມຮູ້-ຄວາມ ສາມາດ, ມີຄຸນສົມບັດສິນທໍາປະຕິ ວັດ, ມີສຸຂະພາບແຂງແຮງທາງ ດ້ານຮ່າງກາຍ ແລະ ຈິດໃຈ, ຮັກ ຄວາມກ້າວໜ້າ ແລະ ມີວິທະຍາ ສາດ ເພື່ອກາຍເປັນກໍາລັງແຮງງານ ທີ່ມີຄຸນນະພາບຕອບສະໜອງ ຄວາມຮຽກຮ້ອງຕ້ອງການຂອງ ການພັດທະນາປະເທດຊາດໃນໄລ ຍະໃໝ່. ທ່ານ ນາງ ສຸກຂະເສີດ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຄໍາມ່ວນ ໄດ້ກ່າວ ເມື່ອບໍ່ດົນມານີ້ວ່າ: ໃນສົກຮຽນ ຜ່ານມາຢູ່ແຂວງຄຳມ່ວນ ເຖິງວ່າ ຈະມີຄວາມຫຍຸ້ງຍາກຫລາຍຢ່າງ ທີ່ສົ່ງຜົນກະທົບໂດຍກົງຕໍ່ການ ປະຕິບັດວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ກໍຕາມ, ແຕ່ ຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ໄດ້ສຸມທຸກເຫື່ອແຮງ, ສະຕິປັນຍາປະຕິບັດໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ສາມາດ ຂັບເຄື່ອນປະຕິບັດແຜນພັດທະນາ ການສຶກສາ ແລະ ກິລາ ມີຜົນສໍາ ເລັດສໍາຄັນຫລາຍດ້ານ ແລະ ໄດ້ ຮັບຜົນສໍາເລັດທີ່ພົ້ນເດັ່ນເປັນຕົ້ນໄດ້ ຂະຫຍາຍການຈັດການຮຽນ-ການ ສອນສາຍສາມັນວິຊາຊີບ 9 ແຫ່ງຄື: ໂຮງຮຽນ ມປ ທ່າແຂກ, ໂຮງຮຽນ ສາມັນມິດຕະພາບ ຄໍາມ່ວນ-ກວາງ ບິ່ງ, ໂຮງຮຽນກິນນອນຊົນເຜົ່າ, ມສ ນາໂດນ, ມສ ມ່ວງສຸມ, ມສ ດົງໃຕ້, ມສ ຫົວນາ, ມສ ດົງກະແສນ ແລະ ມສ ຂົວໂດນ. ພ້ອມນີ້, ໄດ້ຈັດຕັ້ງ ການຮຽນ-ການສອນ ໃຫ້ນັກຮຽນ ຊັ້ນມັດທະຍົມສຶກສາ ມ3, ມ4, ມ5 ແລະ ມ6 ເຂົ້າຮຽນໃນຫລັກສູດ ສາມັນວິຊາຊີບ ໃນຮູບແບບພັກສິ້ນປີ ຮຽນໃນໄລຍະ 3 ເດືອນ ໃນຫລັກສູດ ຊັ້ນຕົ້ນ ລະດັບ C1 ທີ່ວິທະຍາໄລ ເຕັກນິກວິຊາຊີບ ແຂວງຄໍາມ່ວນ ຂ່າວ: ແດງສະຫວັດ ແສນພານິດ ຈໍານວນ 8 ສາຂາວິຊາຊີບຄື: ຊ່າງ ກໍ່-ໂບກ, ການປຸງແຕ່ງອາຫານ, ຕັດ ຫຍິບ, ສ້ອມແປງລົດຈັກ, ສ້ອມແປງ ໄຟຟ້າໃນອາຄານ, ສ້ອມແປງເຄື່ອງ ເຢັນ ແລະ ພື້ນຖານຄອມພິວເຕີ້. ນອກນັ້ນ, ຍັງໄດ້ເຂົ້າຮ່ວມມະຫະ ກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ ນະຄອນຫລວງວຽງຈັນເປັນເຈົ້າ ພາບໃນຄັ້ງນີ້ ຊຶ່ງແຂວງຄໍາມ່ວນ ໄດ້ສົ່ງປະເພດກິລາເຂົ້າຮ່ວມ 29 ປະເພດກິລາ ໃນຈໍານວນ 35 ປະ ເພດກິລາ ທີ່ຈັດການແຂ່ງຂັນທັງໝົດ ແລະ ວາງຄາດໝາຍ 50 ຫລຽນ ຄໍາ. ການແຂ່ງຂັນໃນຄັ້ງນີ້ ສາມາດ ຍາດໄດ້ 56 ຫລຽນຄໍາ, 41 ຫລຽນ ເງິນ, 77 ຫລຽນທອງ ລວມທັງໝົດ ໄດ້ 174 ຫລຽນ, ເກີນຄາດໝາຍ 6 ຫລຽນຄໍາຈັດຢູ່ໃນອັນດັບ 3 ຂອງ ປະເທດ ແລະ ໄດ້ເຂົ້າຮ່ວມມະຫະ ກໍາກິລາຄົນພິການແຫ່ງຊາດ ຄັ້ງ ທີ IV ທີ່ນະຄອນຫລວງວຽງຈັນ ຊຶ່ງໄດ້ສົ່ງປະເພດກິລາເຂົ້າຮ່ວມ 4 ປະເພດກິລາໃນຈໍານວນ 9 ປະເພດ ກິລາ ທີ່ຈັດການແຂ່ງຂັນທັງໝົດ ແລະ ວາງຄາດໝາຍ 10 ຫລຽນຄໍາ ຊຶ່ງສາມາດຍາດໄດ້ 16 ຫລຽນຄໍາ, 8 ຫລຽນເງິນ, 6 ຫລຽນທອງ ລວມ ທັງໝົດ 30 ຫລຽນ ຈັດຢູ່ອັນດັບທີ 4 ຂອງທົ່ວປະເທດ. ທ່ານນາງ ສຸກຂະເສີມສິດທິເດດ ກ່າວຕື່ມວ່າ: ໃນສົກຮຽນ 20242025 ຜ່ານການຈັດຕັ້ງປະຕິບັດ ຕົວຈິງເຫັນວ່າ ໃນ 15 ຄາດໝາຍ ທີ່ກໍານົດໄວ້ໃນມະຕິສະພາມີ 9 ຄາດໝາຍທີ່ສາມາດບັນລຸໄດ້ ແລະ ມີ 6 ຄາດໝາຍທີ່ບໍ່ບັນລຸໄດ້ ໃນ ນັ້ນ, ຈໍານວນ 9 ຄາດໝາຍທີ່ບັນລຸ ໄດ້ປະກອບມີ: ອັດຕາເຂົ້າຮຽນໃໝ່ ສຸດທິປ1 ທຽບໃສ່ເດັກ 6 ປີປະຕິບັດ ໄດ້ 96,1% (ແຜນແມ່ນ 95,5%) ລື່ນຄາດໝາຍ 0,6%; ອັດຕາປະລະ ການຮຽນຂອງນັກຮຽນຂັ້ນ ປ1 ປະຕິບັດໄດ້ 7,2% (ແຜນແມ່ນ 7,5%) ລື່ນຄາດໝາຍ 0,3%; ອັດຕາປະລະການຮຽນຊັ້ນປະຖົມ ສຶກສາ ປະຕິບັດໄດ້ 5% (ແຜນ ແມ່ນ 5%) ບັນລຸຄາດໝາຍ; ດັດ ສະນີຄວາມສະເໝີພາບຍິງ-ຊາຍ ອັດຕາເລື່ອນຊັ້ນ ປ5 ຫາ ມ1 (ທຽບ ໃສ່ນັກຮຽນຕົ້ນປີ ປ5) ປະຕິບັດ ໄດ້ 1,03% (ແຜນແມ່ນ 0,971,03) ມີຄວາມສະເໝີພາບຍິງຊາຍ; ປະຊາກອນໜຸ່ມ ແລະ ຜູ້ປະລະ ການຮຽນໃຫ້ໄດ້ບໍາລຸງຜ່ານການ ສຶກສານອກໂຮງຮຽນ ແລະ ຝຶກ ອົບຮົມວິຊາຊີບປະຕິບັດໄດ້ 1.417 ຄົນ (ແຜນແມ່ນ 1.046 ຄົນ) ລື່ນ ຄາດໝາຍ 371 ຄົນ; ຄູຊັ້ນປະຖົມ ແລະ ມັດທະຍົມສຶກສາໄດ້ຮັບການ ຝຶກອົບຮົມ ປະຕິບັດໄດ້ 40,9% (ແຜນແມ່ນ 31%) ລື່ນຄາດໝາຍ 9,9%; ອັດຕາປະລະການຮຽນ ຊັ້ນປະຖົມສຶກສາປະຕິບັດໄດ້ 5% (ແຜນແມ່ນ 5%) ບັນລຸຄາດ ໝາຍ; ອັດຕາສ່ວນນັກຮຽນຈົບ ຊັ້ນມັດທະຍົມຕອນປາຍເຂົ້າຮຽນ ຕໍ່ລະດັບຕ່າງໆພາຍໃນ ແລະ ຕ່າງ ປະເທດປະຕິບັດໄດ້ 54,4% (ແຜນ ແມ່ນ 54%) ລື່ນຄາດໝາຍ 0,4%; ສູ້ຊົນໃຫ້ນັກຮຽນທີ່ຈົບຊັ້ນມັດທະຍົມ ຕອນຕົ້ນ ໄດ້ເຂົ້າຮຽນຕໍ່ໃນສາຍອາຊີ ວະສຶກສາ ແລະ ຝຶກອົບຮົມວິຊາຊີບ ປະຕິບັດໄດ້ 14,6% (ແຜນແມ່ນ 1,2%) ລື່ນຄາດໝາຍ 13,4%; ສົ່ງເສີມໃຫ້ມວນຊົນທຸກເພດ, ທຸກ ໄວໄດ້ເຂົ້າຮ່ວມການຫັດກາຍະ ບໍລິຫານ, ການອອກກໍາລັງກາຍ ແລະ ການຫລິ້ນກິລາເພື່ອສຸຂະພາບ, ເຂົ້າຮ່ວມການສ້າງຂະບວນການ ເຄື່ອນໄຫວຈັດກິດຈະກຳການ ແຂ່ງຂັນກິລາປະຈໍາປີ, ກິລາວັນ ບຸນປະເພນີ ແລະ ກິລາວັນບຸນສໍາ ຄັນຕ່າງໆຂອງຊາດ ແລະ ສາກົນ ປະຕິບັດໄດ້ 37,4% (ແຜນແມ່ນ 36%) ລື່ນຄາດໝາຍ 1,4%. ສ່ວນວ່າ 6 ຄາດໝາຍທີ່ບໍ່ສາ ມາດບັນລຸໄດ້ຕາມແຜນອັດຕາເຂົ້າ ຮຽນຂອງເດັກອາຍຸ 5 ປີ ໃນຊັ້ນ ການສຶກສາກ່ອນໄວຮຽນປະຕິບັດ ໄດ້ 79,3% (ແຜນແມ່ນ 89%) ຫລຸດຄາດໝາຍ 6,2%; ອັດຕາ ເຂົ້າຮຽນໃໝ່ລວມ ປ5 ປະຕິບັດໄດ້ 93,8% (ແຜນແມ່ນ 97,5%) ຫລຸດຄາດໝາຍ 3,7%; ອັດຕາ ຈົບຊັ້ນປະຖົມ (ອັດຕາເລື່ອນ ຂັ້ນ-ຈົບຊັ້ນປະຖົມ) ປະຕິບັດໄດ້ 93,1% (ແຜນແມ່ນ 94%) ຫລຸດ ຄາດໝາຍ 0,9%; ອັດຕາການ ເລື່ອນຊັ້ນ ປ5 ຂຶ້ນ ມ1 (ທຽບ ໃສ່ນັກຮຽນຕົ້ນປີ) ປະຕິບັດໄດ້ 80,1% (ແຜນແມ່ນ 82%) ຫລຸດຄາດໝາຍ 1,9%; ອັດຕາ ເຂົ້າຮຽນໃໝ່ລວມ ມ4 ປະຕິບັດ ໄດ້ 52,2% (ແຜນແມ່ນ 64%) ຫລຸດຄາດໝາຍ 11,8%; ອັດຕາ ປະລະການຮຽນຂອງນັກຮຽນ ຊັ້ນມັດທະຍົມຕອນຕົ້ນປະຕິບັດໄດ້ 15% (ແຜນແມ່ນ 12,9%) ຫລຸດ ຄາດໝາຍ 2,1%.

RkJQdWJsaXNoZXIy MTc3MTYxMQ==