@ 0j k; c]t gsfdko j 12/03/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ລັດຖະມົນຕີ...ັົີ ລາວ-ຈີນ...ີ ກົມຕຳຫລວດ...ົ ແລກປ່ຽນປະສົບການ ໃນການສົ່ງ ເສີມການລົງທຶນທັງພາຍໃນ ແລະ ຕ່າງປະເທດ, ສຶກສາແລກປ່ຽນ ການປະຕິບັດນະໂຍບາຍພາສີ-ອາ ກອນແລະ ການປະຕິບັດນະໂຍບາຍ ພັນທະຄ່າທໍານຽມ ໃຫ້ແກ່ບັນດາ ບໍລິສັດນັກລົງທຶນຂະໜາດນ້ອຍ ແລະ ຂະໜາດໃຫຍ່. ການພົບປະຄັ້ງນີ້, ສອງຝ່າຍ ໄດ້ພ້ອມກັນປຶກສາຫາລືແລກປ່ຽນ ແນວທາງການຈັດຕັ້ງປະຕິບັດນະ ໂຍບາຍການເງິນສີຂຽວ, ສິນເຊື່ອ ກາກບອນ, ນະໂຍບາຍການສົ່ງ ເສີມພັນທະບັດສີຂຽວ ແລະ ອື່ນໆ ຊຶ່ງຖືເປັນອີກເວທີໜຶ່ງ ໃນການຊຸກຍູ້ ສົ່ງເສີມຜັນຂະຫຍາຍການຮ່ວມມື ໃນການລົງທຶນທາງດ້ານການເງິນ ແລະ ສົ່ງເສີມຕະຫລາດຄໍາ ອອກສູ່ ຕະຫລາດສາກົນ, ສຶກສາແລກປ່ຽນ ນະໂຍບາຍການຊື້-ຂາຍຄໍາໃນຕະ ຫລາດສາກົນ, ການຊໍາລະສະສາງ ຕ່າງໆ ແລະ ສາງຄວາມປອດໄພ ໃນການເກັບຮັກສາຄໍາ. ຜົນໄດ້ຮັບໃນການປຶກສາຫາລື ແລກປ່ຽນບົດຮຽນຄັ້ງນີ້, ເຫັນວ່າ ສໍານັກງານສົ່ງເສີມການລົງທຶນ ເປັນອົງການໜຶ່ງທີ່ສໍາຄັນຂອງ ລັດຖະບານເຂດປົກຄອງພິເສດຮົງ ກົງ ສປ ຈີນ ທີ່ເຮັດໜ້າທີ່ເປັນຜູ້ ຊຸກຍູ້ສົ່ງເສີມນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ, ທັງເປັນຜູ້ຈັດ ຕັ້ງປະຕິບັດນະໂຍບາຍຂອງລັດຖະ ບານ ເພື່ອສ້າງລາຍຮັບ ແລະ ຜົນ ປະໂຫຍດອັນສູງສຸດໃຫ້ແກ່ລັດຖະ ບານ ເຂດປົກຄອງພິເສດຮົງກົງ ສປ ຈີນ. ໃນນັ້ນ, ສາມາດສຶກສາ ໄດ້ວ່າ ເຂດປົກຄອງພິເສດຮົງກົງ ສປ ຈີນ ເປັນສູນລວມທາງດ້ານ ການເງິນ ແລະ ການລົງທຶນສາກົນ ເປັນປະຕູດ່ານໜ້າເຂົ້າສູ່ຕະຫລາດ ສາກົນ ທີ່ມີບັນດາບໍລິສັດໃຫຍ່ໆ ຈາກທົ່ວໂລກ ໃຫ້ຄວາມສໍາຄັນໃນ ການລົງທຶນໃນຂົງເຂດການເງິນ ແລະ ຕະຫລາດຄໍາສາກົນ ແລະ ເຫັນວ່າເປັນບາດກ້າວອັນສໍາຄັນ ໃນການສ້າງຜົນປະໂຫຍດໃຫ້ແກ່ ສປປ ລາວ ແລະ ສາມາດຜັນຂະ ຫຍາຍການຮ່ວມມື ຊຸກຍູ້ສົ່ງເສີມ ການລົງທຶນໃນຂະແໜງການເງິນ, ຂະແໜງອຸດສາຫະກໍາຄໍາ, ການ ເງິນສີຂຽວ, ພັນທະບັດສີຂຽວ, ສິນເຊື່ອກາກບອນ ແລະ ບັນດາຂະ ແໜງການອື່ນໆ ຢູ່ ສປປ ລາວ ໃນ ອານະຄົດຂ້າງໜ້າ. ໃນໂອກາດດຽວກັນ, ທ່ານລັດ ຖະມົນຕີກະຊວງການເງິນ ຍັງໄດ້ ພົບປະກັບບັນດາສະຖາບັນການ ເງິນ ສໍາຄັນຂອງເຂດປົກຄອງພິ ເສດຮົງກົງ ສປ ຈີນ ຈຳນວນໜຶ່ງ ຕື່ມອີກ. ຂ່າວ: ກະຊວງການເງິນ ສະຫລອງການພົວພັນຮ່ວມມືອາ ຊຽນ-ການາດາ ຄົບຮອບ 50 ປີ ໃນປີ 2027 ແລະ ການຮັດແໜ້ນ ການຮ່ວມມືໃນບັນດາຂົງເຂດທີ່ ສອງຝ່າຍມີທ່າແຮງ ແລະ ມີຄວາມ ສົນໃຈຮ່ວມກັນ ເປັນຕົ້ນແມ່ນການ ຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ, ພະລັງງານສະອາດ, ບໍ່ແຮ່, ການສຶກສາ ແລະ ການສ້າງ ຂີດຄວາມສາມາດ, ການພັດທະນາ ແບບຍືນຍົງ ແລະ ການທ່ອງທ່ຽວ ແບບອະນຸລັກ. ໂອກາດນີ້, ທ່ານເອກອັກຄະລັດ ຖະທູດ ການາດາ ປະຈໍາອາຊຽນ ໄດ້ສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບອັນອົບອຸ່ນ ແລະ ການພົວ ພັນຮ່ວມມືອັນດີ ໃນນາມປະເທດ ປະສານງານໃຫ້ແກ່ການພົວພັນ ຮ່ວມມືອາຊຽນ-ການາດາ ສໍາລັບ ສົກປີ 2024-2027 ພ້ອມທັງ ສະແດງຄວາມໝາຍໝັ້ນໃນການ ສືບຕໍ່ເຮັດວຽກຢ່າງໃກ້ຊິດກັບ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນ ການຮັດແໜ້ນ ແລະ ເສີມຂະຫຍາຍ ການພົວພັນຮ່ວມມືອາຊຽນ-ກາ ນາດາ ໃຫ້ນັບມື້ນັບຂະຫຍາຍຕົວ ຍິ່ງໆຂຶ້ນ. ວ່າ: ໄລຍະ 1ປີຜ່ານມາ, ຄະນະພັກຄະນະບັນຊາແຕ່ລະຂັ້ນ ໄດ້ເອົາໃຈ ໃສ່ນຳພາ-ຊີ້ນຳຢ່າງໃກ້ຊິດ ໃນການ ປັບປຸງກຳລັງໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ. ປັດຈຸບັນ, ມີຜູ້ຖືກຄຸມຂັງ ທົ່ວປະເທດ ເກືອບ 40 ພັນຄົນ ຊຶ່ງຄະນະບັນຊາໄດ້ເອົາໃຈໃສ່ຄົ້ນ ຄວ້າປະຕິບັດນະໂຍບາຍອະໄພຍະ ໂທດ-ຜ່ອນໂທດ ໃຫ້ແກ່ນັກໂທດ ທີ່ມີຄວາມກ້າວໜ້າໃນວັນຊາດທີ 2 ທັນວາ ຈຳນວນ 2.858 ຄົນ ແລະ ປ່ອຍຕົວຜູ້ພົ້ນໂທດ 670 ຄົນ. ນອກຈາກນັ້ນ, ຍັງໄດ້ຖືເອົາວຽກ ງານສຶກສາອົບຮົມການເມືອງແນວຄິດເປັນກົກ ໂດຍສາມາດ ອົບຮົມເປົ້າໝາຍຕ່າງໆໄດ້ກວ່າ 57.000 ເທື່ອຄົນ, ພ້ອມທັງຊຸກຍູ້ ການຝຶກວິຊາຊີບ ແລະ ການອອກ ແຮງງານຜະລິດໃນຂະແໜງຫັດ ຖະກຳ, ກະສິກຳ ແລະ ບໍລິການ ຊຶ່ງ ມີນັກໂທດເຂົ້າຮ່ວມ 15.785 ຄົນ, ສາມາດສ້າງລາຍຮັບເພື່ອມາປັບ ປຸງຊີວິດການເປັນຢູ່ ແລະ ບູລະນະ ກົມກອງ, ໄດ້ເອົາໃຈໃສ່ຊີ້ນຳການ ພັດທະນາພື້ນຖານໂຄງລ່າງ, ສາ ມາດສຳເລັດ 7 ໂຄງການໃຫຍ່ ເປັນຕົ້ນ ການສ້າງເຮືອນນອນ, ໂຮງໝໍຄ້າຍ ແລະ ລະບົບເຕັກນິກ ຢູ່ຄ້າຍຄຸມຂັງແຂວງຈຳປາສັກ, ສະ ຫວັນນະເຂດ ແລະ ຫລັກ 62 ເພື່ອ ແກ້ໄຂບັນຫາຄວາມແອອັດ ແລະ ຍົກລະດັບຄຸນນະພາບຊີວິດຂອງຜູ້ ຖືກຄຸມຂັງໃຫ້ດີຂຶ້ນກວ່າເກົ່າ. ສຳລັບທິດທາງແຜນການຈຸດ ສຸມໃນປີ 2026 ສືບຕໍ່ສຸມໃສ່ ປັບປຸງກົງຈັກການຈັດຕັ້ງໃຫ້ເຂັ້ມ ແຂງ, ກໍ່ສ້າງພະນັກງານໃຫ້ມີ ຄວາມຮູ້ຄວາມສາມາດ ແລະ ມີລະ ບຽບວິໄນເຂັ້ມງວດ, ເພີ່ມທະວີ ການປ້ອງກັນເວນຍາມ 24 ຊົ່ວ ໂມງ ເພື່ອຮັບປະກັນຄວາມສະຫງົບ ຮຽບຮ້ອຍ ແລະ ສະກັດກັ້ນທຸກປະ ກົດການຫຍໍ້ທໍ້ພາຍໃນຄ້າຍ. ພ້ອມ ກັນນັ້ນ, ຈະເລັ່ງຫັນການຄຸ້ມຄອງ ສຳນວນເອກະສານນັກໂທດເຂົ້າສູ່ ລະບົບດີຈິຕອນທີ່ທັນສະໄໝ, ສືບ ຕໍ່ຊຸກຍູ້ການຝຶກວິຊາຊີບໃຫ້ກາຍ ເປັນຂະບວນການຟົດຟື້ນ ເພື່ອໃຫ້ ນັກໂທດມີອາຊີບທີ່ໝັ້ນຄົງພາຍ ຫລັງພົ້ນໂທດອອກໄປສູ່ສັງຄົມ, ເອົາໃຈໃສ່ປະຕິບັດນະໂຍບາຍ ຕ່າງໆ ໃຫ້ຖືກຕ້ອງຕາມລະບຽບ ກົດໝາຍ ແລະ ສືບຕໍ່ພັດທະນາ ພື້ນຖານໂຄງລ່າງຄ້າຍຄຸມຂັງໃຫ້ ມີຄວາມພ້ອມ ເພື່ອແກ້ໄຂບັນຫາ ຄວາມແອອັດ ແລະ ຮັບປະກັນໃຫ້ ວຽກງານວິຊາສະເພາະມີປະສິດທິ ຜົນສູງສຸດ. ຂ່າວ: ແກ້ວ ເປີດມະຫະກຳໜັງສື...ີັື ນະທໍາ ແລະ ການທ່ອງທ່ຽວ. ທ່ານ ສົມໄໝ ພົມມະຈັນ ອຳ ນວຍການສຳນັກພິມດີບຸກ ໄດ້ໃຫ້ຮູ້ ວ່າ: ມະຫະກຳໜັງສືແລະວັດທະນະ ທຳນານາຊາດ ຄັ້ງນີ້, ມີຫ້ອງວາງ ສະແດງ ທັງໝົດ 75 ຫ້ອງ. ໃນນີ້, ມີ ຫ້ອງວາງສະແດງຈາກສະຖານທູດ ຫວຽດນາມ, ການາດາ, ອິນເດຍ ແລະ ກຳປູເຈຍ ແລະ ອີກຫລາຍໆ ພາກສ່ວນສາກົນ ໄດ້ນໍາເອົາວັດທະ ນະທຳ ແລະ ແຫລ່ງທຶນການສຶກສາ ມາເປີດໂລກໃຫ້ແກ່ຊາວໜຸ່ມລາວ ຕື່ມອີກ. ງານຄັ້ງນີ້, ຍັງເປັນເວທີ ທີ່ສອດຄ່ອງກັບແຜນຍຸດທະສາດ ການພັດທະນາຊັບພະຍາກອນມະ ນຸດຂອງລັດຖະບານ ເພື່ອສົ່ງເສີມ ຈິດໃຈສຳຄັນຂອງແນວທາງການ ເມືອງ ແລະ ແນວທາງການຈັດຕັ້ງ ທີ່ໄດ້ກຳນົດອອກໃນກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກຢ່າງເປັນລະບົບ; ເຊື່ອມ ຊຶມກຳແໜ້ນເນື້ອໃນທີ່ຈະໄດ້ເອົາ ມານຳພາ-ຊີ້ນຳ ແລະ ປະຕິບັດຕົວ ຈິງຢູ່ ສນຫລ; ເພື່ອໃຫ້ບັນດາສະ ຫາຍຮູ້ຫັນເອົາເນື້ອໃນຈິດໃຈມະຕິ ດັ່ງກ່າວ ມາສ້າງເປັນແຜນດຳເນີນ ງານ, ແຜນປະຕິບັດງານລະອຽດ, ກຳນົດໜ້າວຽກ, ແຜນຄົນ, ແຜນ ເງິນ, ຄວາມຮັບຜິດຊອບ, ກຳນົດ ເວລາອັນຊັດເຈນ, ແທດຕົວຈິງກັບ ໜ້າທີ່ການເມືອງຂອງສະຫະພັນ ນັກຮົບເກົ່າ ແລະ ສາມາດຈັດຕັ້ງ ປະຕິບັດໃຫ້ມີຜົນສຳເລັດເປັນຮູບ ປະທຳ; ເພື່ອໃຫ້ບັນດາສະຫາຍມີ ກົນໄກ, ລະບອບແບບແຜນໃນການ ຜັນຂະຫຍາຍ, ການຕິດຕາມ, ກວດ ກາ, ການຊຸກຍູ້, ຈັດຕັ້ງປະຕິບັດທີ່ ຖືກຕ້ອງແທດເຖິງ ແລະ ມີວິທະຍາ ສາດ; ເພື່ອໃຫ້ມີຄວາມເປັນເອກະ ພາບສູງພາຍໃນ, ມີຄວາມຕັດສິນ ໃຈອັນເດັດດ່ຽວ, ກ້າຫານ, ປະດິດ ສ້າງເພື່ອຜັນຂະຫຍາຍ ແລະ ຈັດຕັ້ງ ປະຕິບັດມະຕິດັ່ງກ່າວໃຫ້ເຂົ້າສູ່ ລວງເລິກ ແລະ ເປັນຮູບປະທຳ. ໃນ ນີ້, ຜູ້ເຂົ້າຮ່ວມຍັງຈະໄດ້ກວດກາຄືນ ສນຫລ... ບັນດາທິດທາງ, ຄາດໝາຍ ແລະ ໜ້າວຽກອັນລະອຽດຂອງສະຫະ ພັນນັກຮົບເກົ່າ ທີ່ເຫັນວ່າອັນໃດ ສອດຄ່ອງກັບເນື້ອໃນຈິດໃຈມະຕິ ຂອງພັກແລ້ວ ແມ່ນໃຫ້ຮີບຮ້ອນ ລົງມືຈັດຕັ້ງປະຕິບັດ; ແຕ່ອັນໃດບໍ່ ທັນສອດຄ່ອງ, ຂັດກັບມະຕິຂອງ ພັກ ແລະ ບໍ່ແມ່ນໜ້າທີ່ການເມືອງ ຂອງນັກຮົບເກົ່າ ກໍຈຳເປັນຕ້ອງ ໄດ້ປັບປຸງ, ປ່ຽນແປງ, ແກ້ໄຂໂດຍ ໄວຈຶ່ງຈັດຕັ້ງປະຕິບັດ. ຈາກນັ້ນ, ສະຫາຍ ພົນໂທ ວົງຄໍາ ພົມມະ ກອນ ຮອງເລຂາຄະນະບໍລິຫານ ງານພັກ ຮອງປະທານ ສນຫລ ໄດ້ ໃຫ້ກຽດເຜີຍແຜ່, ເຊື່ອມຊຶມເນື້ອ ໃນຈິດໃຈເອກະສານສຳຄັນຂອງ ໂຄງການ ການເມືອງສະບັບທີ 3 ຂອງພັກ; ຮ່າງລາຍງານການ ເມືອງ; ມະຕິກອງປະຊຸມໃຫຍ່ ຄັ້ງ ທີ XII ຂອງພັກ. ໃນນັ້ນ, ຍັງໄດ້ ຮັບຟັງແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030). ການເຊື່ອມຊຶມເອກະສານຄັ້ງນີ້, ເພື່ອເປັນການສືບຕໍ່ບຸກທະລຸດ້ານ ຈິນຕະນາການ, ຍົກສູງຫລັກໝັ້ນ ການເມືອງ, ຄວາມເດັດດ່ຽວໜຽວ ແໜ້ນ ພ້ອມທັງເປັນການຕ້ານ ແລະ ແກ້ໄຂທັດສະນະຜິດເຂວຕ່າງໆ, ລັດທິຄຳພີກົນຈັກ, ຮັກສາຄວາມ ສາມັກຄີພາຍໃນພັກໃຫ້ບັນດາຄະ ນະບໍລິຫານງານພັກ, ຄະນະປະຈຳ ພັກ, ຄະນະໜ່ວຍພັກ, ສະມາຊິກ ພັກຢູ່ ສນຫລ ໄດ້ກຳແໜ້ນແນວ ທາງຂອງພັກ; ແຜນພັດທະນາ ເສດຖະກິດ-ສັງຄົມຂອງລັດ ເພື່ອ ສືບຕໍ່ໄປຄົ້ນຄວ້າ, ຜັນຂະຫຍາຍ ເຂົ້າສູ່ວຽກງານຕົວຈິງຂອງຕົນໃຫ້ ເປັນຮູບປະທຳຕໍ່ໄປ. ພາບ: ວັນເພັງ ສະໂມສອນໃຫຍ່ ມະຫາວິທະຍາໄລ ແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍການຮ່ວມຈັດງານລະຫວ່າງ ສຳນັກພິມດີບຸກ ກັບ ມະຫາວິທະຍາ ໄລແຫ່ງຊາດ ແລະ ກົມວັນນະຄະດີ ແລະ ພິມຈຳໜ່າຍ ກະຊວງວັດທະ ໃຫ້ປະຊາກອນລາວ 2 ໃນ 3 ກາຍ ເປັນຜູ້ທີ່ຮັກການອ່ານ ພາຍໃນປີ 2030; ທັງເປັນການສົ່ງເສີມວັດທະ ນະທຳການອ່ານແລະຍົກລະດັບວົງ ການໜັງສືລາວສູ່ເວທີສາກົນ ແລະ ເປັນການຮ່ວມສະເຫລີມສະຫລອງ ວັນສຳຄັນຕ່າງໆ ເຊັ່ນ: ວັນສ້າງ ຕັ້ງມະຫາວິທະຍາໄລແຫ່ງຊາດ ຄົບຮອບ 30 ປີ, ວັນແມ່ຍິງສາກົນ, ວັນກະວີໂລກ ແລະ ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ອີກດ້ວຍ. ພາຍໃນງານດັ່ງກ່າວ, ນອກ ຈາກຈຳໜ່າຍໜັງສືແລ້ວ, ຍັງມີກິດ ຈະກຳຕ່າງໆອີກຫລາຍລາຍການ ເຊັ່ນ:ການເປີດໂຕປຶ້ມໃໝ່18ເຫລັ້ມ, ການເສວະນາ ແລະ ບັນຍາຍພິເສດ 8 ລາຍການ (ຈາກນັກທຸລະກິດ, ນັກຂຽນລາງວັນຊີໄຣ ແລະ ວິທະ ຍາກອນຊົງຄຸນວຸທິ). ພ້ອມນີ້, ຍັງ ຈະເປີດໂຄງການ “ເສີມສ້າງຄວາມ ພ້ອມດ້ານການລົງທຶນ ສຳລັບຜູ້ ປະກອບການຍິງ ໃນ ສປປ ລາວ”, ກິດຈະກຳເດີນແບບປຶ້ມ ແລະ ການ ສະແດງສິລະປະວັດທະນະທຳຈາກ ນ້ອງນັກຮຽນ-ນັກສຶກສາ. ງານມະຫະກຳໜັງສື ແລະ ວັດ ທະນະທຳນານາຊາດ ຄັ້ງທີ VI ປະຈຳປີ 2026 ເລີ່ມເປີດເວລາ 09:00-17:00 ໂມງ, ເປີດໃຫ້ເຂົ້າ ຮ່ວມທ່ຽວຊົມ, ຊື້ໜັງສື ແລະ ຮ່ວມ ກິດຈະກຳຕ່າງໆໄດ້ໂດຍບໍ່ມີຄ່າ ເຂົ້າຊົມ. ຂ່າວ: ທະນູທອງ ເສດຖະສາດສາທາລະນະສຸກແບບ ປະຍຸກໃຊ້; ການປະເມີນຄວາມຄຸ້ມ ຄ່າທາງການແພດ ແລະ ສາທາ ລະນະສຸກ ແລະ ການປະເມີນເຕັກ ໂນໂລຊີທາງການແພດ. ຈາກນັ້ນ, ໄດ້ມີການເຮັດໝູນວຽນກຸ່ມສົນທະ ລິເລີ່ມພັດທະນາ...ິີ່ັ ນາ ເພື່ອປຶກສາຫາລື ແລະ ຮ່ວມ ກັນພັດທະນາຫລັກສູດຝຶກອົບຮົມ ໄລຍະສັ້ນ. ພ້ອມນັ້ນ, ໄດ້ການນໍາ ສະເໜີລາຍວິຊາທີ່ກ່ຽວຂ້ອງກັບ ເສດຖະສາດ-ການເງິນ ສາທາ ລະນະສຸກ ທີ່ມີໃນຫລັກສູດປະລິນ ຍາໂທ ຂອງຄະນະສາທາລະນະ ສຸກສາດ ແລະ ເຮັດການໝູນວຽນ ກຸ່ມສົນທະນາ ເພື່ອປຶກສາຫາລື ການເຊື່ອມສານລາຍວິຊາຂອງ ເສດຖະສາດ-ການເງິນ ສາທາ ລະນະສຸກ ເຂົ້າໃນຫລັກສູດລະດັບ ປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ຂອງ ມວສ. ຂໍ້ມູນ-ພາບ: ກະຊວງສາທາລະນະສຸກ
RkJQdWJsaXNoZXIy MTc3MTYxMQ==