11/03/2026 gruj ,mt;u dkoIj ;,,n xa [x5 'dko,u lj ;oIj ;, .osh v'IPo c]t dkoIPoI6h 0v'oa dIPo gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກສະບັບກ່ອນ***ໍ່ ຈັ ບ່ ອ ອົງການ...ົ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຄະນະຜູ້ແທນ...ູ້ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ບັນດາແຂວງທົ່ວປະເທດ, ຜູ້ຕາງ ໜ້າຈາກອົງການແຮງງານສາກົນ ແລະ ສູນປະກັນສັງຄົມເມືອງວັງ ວຽງ ເຂົ້າຮ່ວມ. ຊຸດອົບຮົມຄັ້ງນີ້, ສໍາມະນາກອນ ໄດ້ຮຽນຮູ້ພາກທິດສະດີກ່ຽວກັບ ກອບແນວຄວາມຄິດ ແລະ ລະບົບ ກົດໝາຍ, ຍຸດທະສາດການປະຕິບັດ ລະບຽບ ແລະ ອຳນາດຂອງຜູ້ກວດ ກາ, ການວາງແຜນ ແລະ ການກະ ກຽມການລົງກວດກາ, ການດຳ ເນີນການກວດກາ, ການລາຍງານ ການປິດກອງປະຊຸມ ແລະ ການ ຕິດຕາມຜົນ, ຈັນຍາບັນ, ຂໍ້ຫ້າມ ແລະ ພັນທະໜ້າທີ່ຂອງເຈົ້າໜ້າທີ່ ກວດກາ. ນອກຈາກພາກທິດສະດີ ເຈົ້າໜ້າທີ່ກວດກາລົງໄດ້ລົງກວດ ກາຕົວຈິງ ໂດຍແບ່ງເປັນ 3 ກຸ່ມ ລົງຢ້ຽມຢາມ ແລະ ກວດກາ 3 ຫົວ ໜ່ວຍວິສາຫະກິດພາຍໃນເມືອງ ວັງວຽງ ແລະ ຕາງໜ້າກຸ່ມຂຶ້ນລາຍ ງານຜົນຂອງການກວດກາ ຊຶ່ງເຫັນ ໄດ້ວ່າ ເຈົ້າໜ້າທີ່ກວດກາປະກັນສັງ ຄົມ ໄດ້ນໍາເອົາບົດຮຽນທີ່ໄດ້ຮຽນ ມາ ໄປໝູນໃຊ້ເຂົ້າໃນການລົງກວດ ກາຕົວຈິງດ້ວຍຄວາມເອົາໃຈໃສ່ ສະແດງອອກໃນການສອບຖາມ, ເກັບກໍາຂໍ້ມູນສໍາຄັນ ເພື່ອສະຫລຸບ ລາຍງານໃນຊຸດຝຶກອົບຮົມ. ທ່ານ ໂຈມແຍງ ແພງທອງສະ ຫວັດ ໄດ້ກ່າວວ່າ: ວຽກງານກວດ ກາປະກັນສັງຄົມ ເປັນການກວດ ການຄຸນນະພາບຄວາມເອົາໃຈໃສ່ ໃນການປະກອບສ່ວນປະກັນສັງ ຄົມ ແນໃສ່ການປົກປ້ອງສິດຜົນປະ ໂຫຍດຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ. ການກວດກາທີ່ມີ ຄຸນນະພາບ ຮຽກຮ້ອງໃຫ້ມີການ ຮ່ວມມືກັບຫລາຍພາກສ່ວນ ເຊັ່ນ: ກົມຄຸ້ມຄອງແຮງງານ, ກວດກາ ແຮງງານ, ຈັດຫາງານ, ບັນດາ ກະຊວງ ແລະ ພາກສ່ວນກ່ຽວຂ້ອງ ເພື່ອສັງຮວມຂໍ້ມູນທີ່ຈໍາເປັນກ່ອນ ລົງກວດກາ. ພ້ອມກັນນັ້ນ, ທ່ານຍັງ ໄດ້ຮຽກຮ້ອງໃຫ້ເຈົ້າໜ້າທີ່ກວດກາ ສືບຕໍ່ຄົ້ນຄວ້າລົງເລິກກົດໝາຍວ່າ ດ້ວຍການປະກັນສັງຄົມ, ກົດໝາຍ ວ່າດ້ວຍແຮງງານ, ກົດໝາຍວ່າ ດ້ວຍການຈັດຫາງານ ແລະ ນິຕິກໍາ ກ່ຽວຂ້ອງ,ກໍາແໜ້ນສິດແລະພາລະ ບົດບາດຂອງເຈົ້າໜ້າທີ່ກວດກາປະ ກັນສັງຄົມ ຊຶ່ງຈະສ່ອງແສງໃຫ້ ເຫັນການປະຕິບັດງານຢ່າງເປັນມື ອາຊີບ ແລະ ມີຈັນຍາບັນ, ສາມາດ ໃຈແຍກບັນຫາສະລັບສັບຊ້ອນໃນ ເວລາລົງກວດກາ ເພື່ອເກັບກໍາຂໍ້ມູນ ສະຫລຸບລາຍງານທີ່ຊັດເຈນ, ສືບຕໍ່ ຄົ້ນຄວ້າບັນດາບົດຮຽນ ແລະ ກໍລະ ນີສຶກສາຕ່າງປະເທດ ທີ່ເປັນຈຸດ ສໍາຄັນ ແລະ ນໍາມາຜັນຂະຫຍາຍ, ວິເຄາະ, ວິໄຈ ເພື່ອຮັບປະກັນການ ຈັດຕັ້ງປະຕິບັດຢ່າງມີຜົນສໍາເລັດ. ຂໍ້ມູນ: ປະກົນສັງຄົມແຫ່ງຊາດ ແລະ ມຽນມາ-ລາວ ແລະ ພາກ ສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ. ກອງປະຊຸມໄດ້ສະຫລຸບຕີລາຄາ ຜົນການພົວພັນຮ່ວມມືໃນໄລຍະປີ 2025 ຜ່ານມາ ແລະ ວາງທິດທາງ ແຜນການ ປະຈໍາປີ 2026 ຂອງ ສອງສະມາຄົມ ເພື່ອເຄື່ອນໄຫວ ຮ່ວມກັນຕາມພາລະບົດບາດ ແລະ ເຜີຍແຜ່ໃຫ້ປະຊາຊົນສອງຊາດ ລາວ-ມຽນມາ ໄດ້ຮັບຮູ້ ແລະ ເຂົ້າ ໃຈຢ່າງເລິກເຊິ່ງ, ສະໜັບສະໜູນ ໃຫ້ມີການໄປມາຫາສູ່, ພົວພັນຮ່ວມ ມື, ສ້າງຄວາມຮັກແພງ, ຄວາມໄວ້ ເນື້ອເຊື່ອໃຈ ແລະ ສ້າງກິດຈະກໍາ ຮ່ວມກັນ ເພື່ອປະກອບສ່ວນເຂົ້າ ໃນການເສີມຂະຫຍາຍ ແລະ ເພີ່ມ ພູນຄູນສ້າງສາຍພົວພັນມິດຕະ ພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສສ ມຽນມາ ໃຫ້ນັບມື້ໄດ້ຮັບການພັດ ທະນາ ແລະ ກ້າວເຂົ້າສູ່ລະດັບໃໝ່. ໃນໂອກາດຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຄັ້ງນີ້, ສະມາ ຄົມມິດຕະພາບ ລາວ-ມຽນມາ ໄດ້ຮ່ວມກັນເຊັນບົດບັນທຶກຄວາມ ເຂົ້າໃຈ (MOU) ການພົວພັນ ການຮ່ວມມື ໄລຍະ 5 ປີ (20262030) ເພື່ອເປັນບ່ອນອີງໃນ ການຈັດຕັ້ງປະຕິບັດການພົວພັນ ຮ່ວມມື 2 ຝ່າຍໃນຕໍ່ໜ້າ. ພ້ອມນີ້, ຄະນະຜູ້ແທນສະມາຄົມມິດຕະພາບ ລາວ-ມຽນມາ ຍັງໄດ້ຢ້ຽມຂໍ່ານັບ ທ່ານ U Than Swe ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ການຕ່າງປະເທດ ສສ ມຽນມາ ໂດຍທ່ານໄດ້ຕີລາຄາສູງຕໍ່ການ ຢ້ຽມຢາມ ຂອງຄະນະຜູ້ແທນສະ ມາຄົມມິດຕະພາບ ລາວ-ມຽນມາ ໃນຄັ້ງນີ້ ແລະ ໄດ້ຕີລາຄາສູງຕໍ່ ສາຍພົວພັນ ແລະ ການຮ່ວມມືອັນ ດີງາມລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດລາວ ແລະ ມຽນມາ ອັນເປັນການເປີດກວ້າງ ການພົວພັນຮ່ວມມື, ຊຸກຍູ້ການ ພົວພັນການທູດປະຊາຊົນ ທັງເປັນ ການເສີມຂະຫຍາຍ, ຮັດແໜ້ນສາຍ ພົວພັນມິດຕະພາບ, ການຮ່ວມມື ແລະ ສ້າງຄວາມເຂົ້າອົກເຂົ້າໃຈລະ ຫວ່າງປະຊາຊົນສອງຊາດ ລາວ ແລະ ມຽນມາ ໂດຍສະເພາະສອງ ສະມາຄົມມິດຕະພາບ ລາວ-ມຽນ ມາ ແລະ ມຽນມາ-ລາວ ໃຫ້ມີບາດ ກ້າວໃໝ່. ນອກນັ້ນ, ຍັງໄດ້ແຈ້ງ ສະພາບການພັດທະນາອັນພົ້ນເດັ່ນ ຂອງ ສສ ມຽນມາ ໃຫ້ຄະນະຜູ້ ແທນຊາບ. ທ່ານ ຈັນທະວົງ ແສນອາມາດ ມົນຕີ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ການອໍານວຍຄວາມສະດວກ ໃຫ້ ແກ່ຄະນະຜູ້ແທນສະມາຄົມມິດຕະ ພາບ ລາວ-ມຽນມາ, ທັງໄດ້ລາຍ ງານການເຄື່ອນໄຫວອັນພົ້ນເດັ່ນ ຂອງສະມາຄົມມິດຕະພາບລາວມຽນມາ ແລະ ຍິນດີສືບຕໍ່ຮ່ວມກັບ ສະມາຄົມມິດຕະພາບ ມຽນມາລາວ ເພື່ອເສີມຂະຫຍາຍສາຍພົວ ພັນມິດຕະພາບໃຫ້ນັບມື້ນັບດີຂຶ້ນ. ນອກຈາກນີ້, ຄະນະຜູ້ແທນສະ ມາຄົມມິດຕະພາບ ມຽນມາ-ລາວ ຍັງໄດ້ຢ້ຽມຢາມສະຖານທີ່ທ່ອງ ທ່ຽວທາງປະຫັວດສາດ ແລະ ວັດ ທະນະທຳ ຈໍານວນໜຶ່ງ ຢູ່ນະຄອນ ຢ່າງກຸ້ງ ແລະ ນະຄອນຫລວງເນ ປີດໍ ສສ ມຽນມາ ຕື່ມອີກ. ຂ່າວ-ພາບ: ຄຕພ ຍທຂ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ໄດ້ຖືກຮັບຮອງຢ່າງເປັນທາງການ ຂອງອົງການປົກຄອງນະຄອນ ຫລວງວຽງຈັນ ຮັບຮອງເປັນແຕ່ ລະກໍລະນີສະເພາະໃນໄລຍະເວລາ ທີ່ແນ່ນອນ, ອະນຸຍາດໃຫ້ຜູ້ຂັບຂີ່ ພາຫະນະປະເພດອື່ນໆ ທີ່ຈຳເປັນ ນຳໃຊ້ເລນລົດເມດ່ວນBRT ໃນໄລ ຍະເວລາ 22:01-5:59 ໂມງ ແຕ່ ຕ້ອງໃຫ້ຮັບປະກັນຄວາມປອດໄພ, ຖ້າເກີດອຸບັດເຫດໃນຂອບເຂດສະ ຫງວນຂອງສະຖານີ BRT ເຮັດໃຫ້ ຊັບສິນຂອງລັດເສຍຫາຍ ຜູ້ກ່ຽວຈະ ຖືກປັບໃໝ10% ຂອງມູນຄ່າທີ່ເສຍ ຫາຍ ແລະ ຮັບຜິດຊອບໃຊ້ແທນ ຕາມມູນຄ່າເປ່ເພເສຍຫາຍຕົວຈິງ. ສະນັ້ນ, ຂໍເຊີນຊວນມາຍັງທຸກ ພາກສ່ວນໃນສັງຄົມ, ພະນັກງານລັດຖະກອນ, ທະຫານ, ຕຳຫລວດ, ນັກທຸລະກິດ, ນັກຮຽນ, ນັກສຶກ ສາ ແລະ ປະຊາຊົນບັນດາເຜົ່າ, ພົນ ລະເມືອງລາວ, ຊາວຕ່າງປະເທດ ຜູ້ມາເຄື່ອນໄຫວດຳລົງຊີວິດຢູ່ນະ ຄອນຫລວງວຽງຈັນ ຫັນມານໍາໃຊ້ ລົດຂົນສົ່ງສາທາລະນະ ໃນການ ເດີນທາງໃຫ້ຫລາຍຂຶ້ນ ແລະ ເອົາ ໃຈໃສ່ເປັນພິເສດ ຕໍ່ບັນດາທິດທາງ ການສັນຈອນ ທີ່ໄດ້ຮັບຮອງຄືນໃໝ່ ຈຳນວນໜຶ່ງຢູ່ໃນເຂດໃຈກາງຕົວ ເມືອງ. ຂ່າວ: ກິດຕາ 06:00 ໂມງ ຫາ 22:00 ໂມງ ຊຶ່ງ ສາຍທາງ ແລະ ຈຸດສະຖານີ ແມ່ນ ເລີ່ມຈາກສະຖານີດົງໂດກ (ໜ້າ ມະຫາວິທະຍາໄລແຫ່ງຊາດຫາ ສະຖານີຕະຫລາດເຊົ້າ ແລ່ນເຂົ້າອອກຕົວເມືອງ ຜ່ານທັງໝົດ 19 ສະຖານຄື: ດົງໂດກ ມຊ- ເຮືອນພັກ ຊີເກມ-ຊ້າງຄູ້-ສະພັງເມິກ-ທາງ 450 ປີ-ທະນາຄານສົ່ງເສີມກະສິ ກຳ-ທະນາຄານພົງສະຫວັນ-ພະ ຂາວ-ວິວມໍ-ໂຮງຮຽນSOS-ຫໍພິພິ ຕະພັນ ໄກສອນ ພົມວິຫານ-ສູນ ICTC-ໂພນພະເນົາ-ໂພນເຄັງຫໍພິພິທະພັນປ້ອງກັນຄວາມສະ ຫງົບ-ໂພນສະອາດ-ປະຕູໄຊ-ທາດ ຝຸ່ນ-ຕະຫລາດເຊົ້າ ແລ່ນເຂົ້າມາ ແລະ ກໍແລ່ນວຽນກັບຄືນ. ທ່ານ ຄໍາພັນ ວັນທະນາ ຫົວໜ້າ ໂຄງການຂົນສົ່ງແບບຍືນຍົງໃນຕົວ ເມືອງ ນະຄອນຫລວງວຽງ ໄດ້ໃຫ້ ຮູ້ວ່າ: ການເປີດບໍລິການແລ່ນທົດ ລອງລົດເມດ່ວນ BRT ແນໃສ່ແກ້ ໄຂບັນຫາການສັນຈອນແອອັດ, ອຸບັດເຫດຕາມທ້ອງຖະໜົນ ທັງ ເປັນການສົ່ງເສີມສະພາບແວດ ລ້ອມຕົວເມືອງຢູ່ນະຄອນຫລວງ ວຽງຈັນ ໂດຍຈະໃຫ້ບໍລິການທຸກໆ ວັນ ເລີ່ມແຕ່ເວລາ 06:00 ໂມງ ຫາ 22:00 ໂມງ. ໃນນັ້ນ, ຊົ່ວໂມງຮີບ ດ່ວນ ໃນຕອນເຊົ້າເວລາ 06:0009:00 ໂມງ ແລະ ຕອນແລງ ແມ່ນ ເວລາ 16:00-18:00 ໂມງ, ຄວາມຖີ່ຂອງຖ້ຽວລົດຈະຢຸດຮັບສົ່ງຜູ້ໂດຍສານຢູ່ແຕ່ລະສະຖານີ ແມ່ນ 6-7 ນາທີ ແລະ ໃນຊົ່ວໂມງ ປົກກະຕິ ຄວາມຖີ່ຂອງຖ້ຽວລົດ ຈະ ຢຸດຮັບ-ສົ່ງຜູ້ໂດຍສານ ຢູ່ແຕ່ລະ ສະຖານີແມ່ນ 10-15 ນາທີ. ສໍາລັບ ຂໍ້ຫ້າມ ແລະ ຂໍ້ຍົກເວັ້ນ ການນໍາໃຊ້ເລນສະເພາະລົດເມ BRT ໃນໄລຍະເວລາລົດເມດ່ວນ BRT ໃຫ້ບໍລິການ ແມ່ນຫ້າມຜູ້ຂັບ ຂີ່ຍານພາຫະນະປະເພດອື່ນໆ ຂັບ ຂີ່ເຂົ້າໃນເລນສະເພາະຂອງລົດເມ ດ່ວນ BRT, ຜູ້ທີ່ລະເມີດຈະຖືຶກຕັກ ເຕືອນ ແລະ ປັບໃໝຕາມລະບຽບ ການ, ຍົກເວັ້ນແຕ່ລົດສຸກເສີນໂຮງ ໝໍ, ລົດກູ້ໄພ, ລົດດັບເພີງ ແລະ ລົດ ຂະບວນທາງລັດຖະການ ທີ່ມີລົດ ຕໍາຫລວດຈະລາຈອນນໍາທາງ ແລະ ລົດຂະບວນທາງການອື່ນໆ ທີ່ ຂປລ. ເມື່ອບໍ່ດົນມານີ້, ກະຊວງ ສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ (ສສກ) ໂດຍໄດ້ຮັບການສະໜັບ ສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນການ ສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ໄດ້ເລີ່ມຕົ້ນການ ຄົ້ນຄວ້າວິໄຈ ປີທີ 3 ເພື່ອລະບຸການ ປະຕິບັດທີ່ເສີມສ້າງຄວາມຮູ້ສຶກຜູກພັນ ຂອງນັກຮຽນກັບໂຮງຮຽນ, ການມີ ສ່ວນຮ່ວມ ແລະ ການຮຽນຮູ້ຂອງນັກ ຮຽນ ຜ່ານການສຶກສາຄົ້ນຄວ້າການ ຮຽນການສອນແບບຮຽນຮ່ວມ ໂດຍ ໄດ້ຈັດຕັ້ງປະຕິບັດໃນ 30 ເມືອງເປົ້າ ໝາຍຢູ່ 7 ແຂວງຄື: ຜົ້ງສາລີ, ຫລວງ ນ້ຳທາ, ບໍ່ແກ້ວ, ຫົວພັນ, ຊຽງຂວາງ, ຄຳມ່ວນ ແລະ ແຂວງສະຫວັນນະເຂດ. ການສຶກສາຄົ້ນຄວ້ານີ້ລວມມີ ການ ເກັບກຳຂໍ້ມູນກໍລະນີສຶກສາດ້ານຄຸນ ນະພາບທຸກປີ ໃນ 21 ໂຮງຮຽນດ້ວຍ ການປະເມີນທັກສະພາສາລາວນັກ ຮຽນຊັ້ນປະຖົມ(EGLA) ໃນ 120 ໂຮງຮຽນ. ການສຶກສາຄົ້ນຄວ້າໄດ້ຕິດ ຕາມການປ່ຽນແປງການປະຕິບັດໃນ ຫ້ອງຮຽນ, ວັດທະນະທຳແລະສະພາບ ແວດລ້ອມທາງກາຍະພາບ, ການມີ ສ່ວນຮ່ວມຂອງພໍ່ແມ່ ແລະ ຊຸມຊົນ ແລະ ຜົນການຮຽນຂອງນັກຮຽນ. ທ່ານ ເພັດມະນີ ສີລັດມີນາ ຮອງ ຫົວໜ້າກົມສ້າງຄູ ກະຊວງສຶກສາທິ ການ ແລະ ກິລາ ໄດ້ກ່າວວ່າ: ກົມສ້າງ ຄູໄດ້ນຳພາການຄັດເລືອກໂຮງຮຽນ ແລະ ການອອກແບບກິດຈະກຳການ ສຶກສາຄົ້ນຄວ້າພາກສະໜາມ ເພື່ອ ຮັບປະກັນດ້ານຫລັກຖານທີ່ສາມາດ ປຽບທຽບໄດ້ ແລະ ການສັງເກດການ ແຕ່ລະໄລຍະ. ການສຶກສານີ້, ໄດ້ຕິດ ຕາມຄວາມຄືບໜ້າຂອງນັກຮຽນໃນ ແຕ່ລະປີ ຍ້ອນວ່າຄູຂອງເຂົາເຈົ້າໄດ້ ເຂົ້າຮ່ວມໃນກິດຈະກຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງເປັນປະຈຳ ຊຶ່ງສິ່ງນີ້ຈະຊ່ວຍໃຫ້ຄູລະບຸໄດ້ວ່າວິທີ ການສອນໃດທີ່ດຶງດູດນັກຮຽນທຸກ ຄົນ ໃນການຮຽນຢ່າງມີປະສິດທິພາບ ໂດຍສະເພາະນັກຮຽນທີ່ຕ້ອງການ ສະໜັບສະໜູນເປັນພິເສດ ເພື່ອແກ້ໄຂ ສິ່ງທ້າທາຍດ້ານພາສາ, ການເຂົ້າຮຽນ ບໍ່ສະໝໍ່າສະເໝີ ແລະ ຄວາມພິການ. ຂໍ້ພົບເຫັນໃນປີທີ 3 ຈະເນັ້ນໃຫ້ເຫັນ ວິທີການປະຕິບັດຕົວຈິງທີ່ເຮັດໃຫ້ເດັກ ທຸກຄົນສາມາດມີສ່ວນຮ່ວມໃນການ ຮຽນ, ຮູ້ສຶກຜູກພັນກັບໂຮງຮຽນ ແລະ ຮຽນໄດ້ດີ. ທ່ານ ເພັດມະນີ ສີລັດມີນາ ໄດ້ອະ ທິບາຍຕື່ມວ່າ: ເມື່ອວຽກງານພາກສະ ໜາມສຳເລັດ ແລະ ຂໍ້ມູນໄດ້ຮັບການວິ ເຄາະແລ້ວ, ພວກເຮົາຄາດວ່າຈະສາ ມາດລະບຸວິທີການຮຽນແບບປະຕິບັດ ໄດ້ໃນຫ້ອງຮຽນ ຊຶ່ງຈະຊ່ວຍຫລຸດ ອຸປະສັກຕໍ່ການມີສ່ວນຮ່ວມ ແລະ ການ ຮຽນຮູ້ ແລະ ນຳໃຊ້ຄວາມເຂົ້າໃຈ ເຫລົ່ານັ້ນ ເພື່ອສົ່ງເສີມການສະໜັບສະ ໜູນຄູ. ຂໍ້ພົບເຫັນເຫລົ່ານີ້ ຈະເປັນ ຂໍ້ມູນໃຫ້ແກ່ການພັດທະນາວິຊາຊີບຄູ ແບບຕໍ່ເນື່ອງ ແລະ ຍຸດທະສາດໃນຂັ້ນ ໂຮງຮຽນ ທີ່ສົ່ງເສີມຄວາມຮູ້ສຶກຜູ້ພັນ ກັບໂຮງຮຽນ ແລະ ຜົນການຮຽນທີ່ດີ ຂຶ້ນ ສຳລັບເດັກທຸກຄົນ ຊຶ່ງສະທ້ອນ ໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມກັນ ຂອງກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ໃນ ການສົ່ງເສີມການສຶກສາຮຽນຮ່ວມ. ທ່ານ ໄມໂຄ ຄາຣີ ເລຂາເອກສະ ຖານທູດອົດສະຕຣາລີປະຈໍາລາວ ໄດ້ ກ່າວວ່າ: ໂດຍຮັບຮູ້ເຖິງຄວາມສຳຄັນ ທີ່ກະຊວງສຶກສາທິການ ແລະ ກິລາ ຕໍ່ ການສົ່ງເສີມການສຶກສາຮຽນຮ່ວມ, ລັດຖະບານອົດສະຕຣາລີ ມີຄວາມພູມ ໃຈທີ່ໄດ້ຮ່ວມມືກັບ ສສກ ໃນການສຶກ ສາຄົ້ນຄວ້າໄລຍະຍາວນີ້. ປີທີ 3 ແມ່ນ ຂັ້ນຕອນທີ່ສຳຄັນສຳລັບການລວມ ການຮຽນຮູ້ກ່ຽວກັບວິທີທີ່ທັດສະນະ ຄະຕິ ແລະ ພຶດຕິກຳຂອງນັກຮຽນໄດ້ ປ່ຽນແປງນັບຕັ້ງແຕ່ປີທຳອິດ ແລະ ເຂົ້າໃຈວ່າ ການປ່ຽນແປງເຫລົ່ານັ້ນ ສົ່ງຜົນຕໍ່ຄວາມຮູ້ສຶກຜູກພັນຂອງນັກ ຮຽນໃນໂຮງຮຽນ ແລະ ຜົນການຮຽນ. ການສຶກສາຈະກຳນົດວິທີການປະຕິ ບັດໃນຫ້ອງຮຽນ ແລະ ກົນໄກການສະ ໜັບສະໜູນຂອງໂຮງຮຽນ ທີ່ຊ່ວຍໃຫ້ ເດັກຜູ້ທີ່ບໍ່ເວົ້າພາສາລາວ ເປັນພາສາ ຫລັກຢູ່ເຮືອນ, ຜູ້ທີ່ມີຄວາມພິການ ຫລື ບໍ່ສາມາດເຂົ້າຮຽນເປັນປະຈຳ ໃຫ້ ສາມາດເຂົ້າຮ່ວມ ແລະ ເຕີບໃຫຍ່ໃນ ໂຮງຮຽນໄດ້. ວຽກພາກສະໜາມໃນປີທີ 3 ແມ່ນ ປະຕິບັດຕາມກຸ່ມນັກຮຽນ ແລະ ວິທີ ການດຽວກັນກັບທີ່ໃຊ້ໃນປີຜ່ານມາ, ລວມເຖິງການສຳພາດຜູ້ອຳນວຍ ການ, ຄູ, ຜູ້ເຮັດວຽກສຶກສານິເທດພາຍ ໃນ (IPS), ນັກຮຽນ, ຜູ້ປົກຄອງ ແລະ ຄະນະພັດທະນາການສຶກສາຂັ້ນບ້ານ (VEDC). ທີມງານຍັງຈະສັງເກດ ການຫ້ອງຮຽນຂັ້ນ ປ1-ປ3 ແລ້ວ ບັນທຶກລາຍລະອຽດກ່ຽວກັບສະພາບ ແວດລ້ອມແລະພື້ນຖານໂຄງລ່າງຂອງ ໂຮງຮຽນ. ຫລັງຈາກຂັ້ນຕອນການ ເກັບກຳຂໍ້ມູນດ້ານຄຸນນະພາບ, ນັກເກັບ ກຳຂໍ້ມູນ ທີ່ໄດ້ຮັບການຝຶກອົບຮົມຈະ ດຳເນີນການທົດສອບທັກສະພາສາ ລາວ ຂອງນັກຮຽນຂັ້ນປະຖົມ ໃນ 120 ໂຮງຮຽນທີ່ມີນັກຮຽນຂັ້ນ ປ1 ແລະ ປ3. ນັກຮຽນຂັ້ນ ປ3 ແມ່ນກຸ່ມ ດຽວກັນທີ່ໄດ້ເຂົ້າຮ່ວມໃນການສຶກສາ ຄົ້ນຄວ້າ ນັບແຕ່ພວກເຂົາເລີ່ມຮຽນໃນ ປີ 2024. ນັກຮຽນຂັ້ນ ປ1 ແມ່ນກຸ່ມ ໃໝ່ທີ່ເຂົ້າຮ່ວມການສຶກສາຄົ້ນຄວ້າ ເພື່ອໃຫ້ສາມາດປຽບທຽບຜົນໄດ້ຮັບ ຂອງການຮຽນຮູ້ຂອງເຂົາເຈົ້າກັບ ນັກຮຽນທີ່ເລີ່ມຮຽນໃນເວລາທີ່ການ ສຶກສາຄົ້ນຄວ້າໄດ້ເລີ່ມຕົ້ນຄັ້ງທຳອິດ.
RkJQdWJsaXNoZXIy MTc3MTYxMQ==