11/03/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K c0;'w-lq ,[6 o ;k's]kpmy fmk'.odkora fmtokglf4tdy f{la '7q ,csj '-kf 5 xu 7A 'mu X ໂດຍ: ຢ່າາົ່ຕົ່ງ່ງ ຜັນຂະຫຍາຍມະຕິັ ນິ ກອງປະຊຸມມ່ໃຫຍຸ່ ຄັ້ງທີ XII ຂອງພັກັ້ ງີ ັ ກ ຂປລ. “ຄໍລຳຜັນຂະຫຍາຍ ມະຕິ” ໜັງສືພິມປະເທດລາວ ສະ ບັບອາທິດຜ່ານມາ ໄດ້ສະເໜີບົດ ກ່ຽວກັບ “ການພັດທະນາເສດຖະ ກິດ 5 ປີຜ່ານມາ ຢູ່ແຂວງໄຊສົມບູນ ມີຫລາຍດ້ານຂະຫຍາຍຕົວ” ຂອງ ທ່ານ ນາງ ເພັດສະໃໝ ໂພໄຊຍະວົງ ຄະນະປະຈໍາພັກແຂວງ, ຮອງປະ ທານຄະນະກໍາມະການປົກຄອງ ແຂວງໄຊສົມບູນ ໃຫ້ທ່ານຜູ້ອ່ານ ແລ້ວ ແລະ ມາສະບັບນີ້ ແມ່ນຂໍ ສະເໜີກ່ຽວກັບທິດທາງ, ວິໄສ ທັດຕໍ່ແຜນພັດທະນາເສດຖະກິດ- ສັງຄົມແຫ່ງຊາດ 5 ປີຄັ້ງທີ X (2026-2030) ຂອງທ່ານ ນາງ ເພັດສະໃໝ ໂພໄຊຍະວົງ ໃຫ້ທ່ານ ຜູ້ອ່ານຕື່ມ. ທ່ານ ເພັດສະໃໝ ໂພໄຊຍະວົງ ໄດ້ໃຫ້ສຳພາດຕໍ່ນັກຂ່າວເມື່ອບໍ່ດົນ ມານີ້ວ່າ: ສໍາລັບແຂວງໄຊສົມບູນ ຄະນະພັກ, ຄະນະກໍາມະການປົກ ຄອງແຂວງ ໄດ້ເນັ້ນໃສ່ບາງວຽກ ງານສໍາຄັນໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ [k'95 fl5 ,lh k'glf4tdy fgvdt]kf gxa og9Q k8q ogv' ຂປລ. ພາຍຫລັງຄະນະບໍລິຫານ ງານສູນກາງພັກໄດ້ອອກມະຕິວ່າ ດ້ວຍການສ້າງເສດຖະກິດເອກະ ລາດເປັນເຈົ້າຕົນເອງໃນໄລຍະໃໝ່ (ສອຈ) ສະບັບເລກທີ 05/ຄບສພ, ລົງວັນທີ 5 ກັນຍາ 2024 ຜ່ານມາ ແລະ ມາຮອດປັດຈຸບັດມີຫລາຍ ທ້ອງຖິ່ນ, ຫລາຍກະຊວງ, ອົງການ ກໍໄດ້ມີການຫັນເອົາມະຕິດັ່ງກ່າວ ໄປ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຢ່າງມີຈຸດສຸມ. ຂະນະດຽວກັນກໍໄດ້ ມີການກຳນົດເອົາຜະລິດຕະພັນທີ່ ພົ້ນເດັ່ນຂອງທ້ອງຖິ່ນຕົນ ເປັນທ່າ ແຮງໃນການຈັດຕັ້ງປະຕິບັດ ເພື່ອ ເຮັດໃຫ້ເສດຖະກິດມີການຂະຫຍາຍ ຕົວຕໍ່ເນື່ອງ. ຢູ່ໃນມະຕິວ່າດ້ວຍການສ້າງ ເສດຖະກິດເອກະລາດ ເປັນເຈົ້າ ຕົນເອງໃນໄລຍະໃໝ່ ໄດ້ຊີ້ໃຫ້ເຫັນ ແຈ້ງວ່າ: ຢາກສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ ໃນ ເງື່ອນໄຂເຊື່ອມໂຍງກັບພາກພື້ນ ແລະ ສາກົນໄດ້ດີນັ້ນ, ນອກຈາກ ການເປັນເຈົ້າການພັດທະນາຊັບ ພະຍາກອນມະນຸດແລ້ວຍັງຕ້ອງ ມີການພັດທະນາພື້ນຖານການ ຜະລິດ, ການບໍລິການ, ສ້າງໃຫ້ ມີຜະລິດຕະພັນທີ່ຫລາກຫລາຍ, ພັດທະນາລະບົບການເງິນ-ເງິນຕາ ໃຫ້ເຂັ້ມແຂງ ແລະ ເປັນເຈົ້າການ ເຊື່ອມໂຍງເຂົ້າກັບສາກົນ. ສຸມ ໃສ່ສ້າງພື້ນຖານການຜະລິດໃຫ້ ໜັກແໜ້ນ, ເຂັ້ມແຂງ, ມີສິນຄ້າ ອຸປະໂພກ-ບໍລິໂພກພຽງພໍຕອບ ສະໜອງພື້ນຖານການດໍາລົງຊີວິດ ຂອງສັງຄົມລາວ ໂດຍບໍ່ເພິ່ງພາ ຈາກພາຍນອກດ້ານດຽວກ້າວສູ່ ການຜະລິດເພື່ອສົ່ງອອກ ແລະ ເກາະກ່າຍເປັນຕ່ອງໂສ້ໃນລະບົບ ການຜະລິດຂອງພາກພື້ນ ແລະ ສາກົນ, ສ້າງມູນຄ່າເພີ່ມໃຫ້ແກ່ ການສົ່ງອອກສິນຄ້າ, ປຸງແຕ່ງຊັບ ພະຍາກອນ ທີ່ເປັນທ່າແຮງຂອງ ປະເທດ ໂດຍນໍາໃຊ້ເຕັກນິກ-ເຕັກ ໂນໂລຊີທີ່ທັນສະໄໝ. ປັບປຸງລະບົບ ການເງິນ-ເງິນຕາໃຫ້ເຂັ້ມແຂງ, ຖື ເປັນໝາກຫົວໃຈ ຫລື ເສັ້ນເລືອດ ໃຫຍ່ຂອງລະບົບເສດຖະກິດຂອງ ປະເທດ; ບົນພື້ນຖານນັ້ນ ຕ້ອງດໍາ ເນີນທຸກມາດຕະການ ເພື່ອໃຫ້ມີ ລະບົບການເກັບລາຍຮັບເຂົ້າງົບ ປະມານໃຫ້ໄດ້ຫລາຍເທົ່າທີ່ຈະ ຫລາຍໄດ້, ສ້າງແຫລ່ງລາຍຮັບໃໝ່ ໃຫ້ຫລາຍໜັກແໜ້ນ, ຂຸດຄົ້ນແຫລ່ງ ລາຍຮັບຈາກບ່ອນທີ່ມີຄວາມສາ ມາດຂຸດຄົ້ນໄດ້ ແລະ ເກັບໄດ້ຕາມ ກົດໝາຍ ແລະ ລະບຽບການຢ່າງ ຍືດຍຸ່ນ, ທັງມີການປັບປຸງ ແລະ ພັດທະນາລະບົບ, ກົນໄກຢ່າງເປັນ ປະຈໍາຕາມຫລັກວິທະຍາສາດທີ່ ປ່ຽນແປງໄດ້ຕາມສະຖານະການ ຕົວຈິງໃນແຕ່ລະໄລຍະ; ຕ້ອງຮູ້ ວາງແຜນໃຊ້ຈ່າຍງົບປະມານຢ່າງ ເຄັ່ງຄັດ, ມີປະສິດທິຜົນ, ເກີດດອກ ອອກຜົນໃນການພັດທະນາຫລາຍ ກວ່າເກົ່າ ແລະ ສ້າງສິ່ງຕອບແທນ ທີ່ຄຸ້ມຄ່າກວ່າເກົ່າ. ຕັ້ງໜ້າຍົກສູງຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເສີມຂະຫຍາຍຄວາມບາກບັ່ນສູ້ຊົນ ສູງສຸດຂອງຕົນເອງເປັນສິ່ງຕັດສິນ ຕົ້ນຕໍໃນການຮັບປະກັນຄວາມເປັນ ເອກະລາດ, ເປັນເຈົ້າຕົນເອງໃຫ້ ສະແດງອອກຢ່າງເປັນຮູບປະທໍາ ທາງດ້ານເສດຖະກິດ, ການຮ່ວມມື ດ້ານເສດຖະກິດກັບພາຍນອກ ແລະ ການເຊື່ອມໂຍງສາກົນ, ທັງເປັນ ການສ້າງເງື່ອນໄຂ, ຄວາມເຊື່ອໝັ້ນ ອັນໜັກແໜ້ນໃນການຍາດແຍ່ງ ແລະ ຮັບເອົາການສະໜັບສະໜູນ ຊ່ວຍເຫລືອຈາກເພື່ອນມິດສາກົນ ໃຫ້ກາຍເປັນແຫລ່ງທຶນຮອນ ເພື່ອ ພັດທະນາ ຫລື ນໍາໃຊ້ຢ່າງມີປະສິດທິ ຜົນສູງສຸດ. ເປົ້າໝາຍທີ່ຕ້ອງບັນລຸຂອງການ ສ້າງເສດຖະກິດເອກະລາດເປັນ ເຈົ້າຕົນເອງແມ່ນເຮັດໃຫ້ຄົນລາວ, ສັງຄົມລາວໃຫ້ໄດ້ຍົກລະດັບວິຖີ ຊີວິດ ແລະ ວິທີການທໍາມາຫາກິນ ແບບໃໝ່, ສາມາດເສີມຂະຫຍາຍ ຫົວຄິດປະດິດສ້າງ, ຄວາມດຸໝັ່ນ ຂະຫຍັນພຽນ, ເປັນຜູ້ປະກອບການ ທີ່ເຂັ້ມແຂງ, ເປັນເຈົ້າຕົນເອງ; ຍົກ ສູງສະມັດຕະພາບການຜະລິດ, ຮູ້ ສ້າງສາພັດທະນາດ້ວຍສະຕິປັນ ຍາ. ດ້ວຍຄວາມສາມາດທີ່ຢືນ ຢູ່ ແລະ ເດີນໜ້າດ້ວຍລໍາຂາຂອງ ຕົນເອງຢ່າງເປັນເຈົ້າການ ແລະ ສາມາດແຂ່ງຂັນໄດ້; ມີຄ່ານິຍົມ ສິນຄ້າລາວໃຫ້ຫລາຍຂຶ້ນ; ຮູ້ນໍາໃຊ້ ຊັບພະຍາກອນທີ່ພວກເຮົາມີຢູ່ໃຫ້ ເປັນທຶນຮອນ, ແຕ່ຊັບພະຍາກອນ ຂອງຊາດຕ້ອງໄດ້ຮັບການປົກປັກ ຮັກສາ ແລະ ສາມາດນໍາໃຊ້ໄດ້ຢ່າງ ຍືນຍົງ ແລະ ຍາວນານ, ເຮັດໃຫ້ ປະຊາຊົນລາວໄດ້ຮັບຜົນປະໂຫຍດ ຈາກການພັດທະນາຢ່າງຍຸຕິທໍາ, ສ້າງຄວາມຮັ່ງມີທົ່ວເຖິງ ແລະ ມີ ຄວາມຍືນຍົງໄປຕາມໆກັນ. ຂະນະທີ່ເມື່ອມໍ່ໆມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ໄດ້ເຜີຍແຜ່ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ວ່າ: ລັດຖະບານໄດ້ກຳ ນົດວຽກຈຸດສຸມທີ່ສຳຄັນ ໂດຍສະ ເພາະແມ່ນການສົ່ງເສີມການຜະລິດ ກະສິກຳ ເພື່ອຄໍ້າປະກັນສະບຽງ ອາຫານໃຫ້ສາມາດກຸ້ມຕົນເອງ ສໍາລັບການຊົມໃຊ້ພາຍໃນ ແລະ ສົ່ງອອກໃຫ້ຫລາຍຂຶ້ນ, ສົ່ງເສີມ ອຸດສາຫະກຳປຸງແຕ່ງຕິດພັນກັບ ຜະລິດຕະພັນກະສິກຳເປັນຕົ້ນໂຮງ ງານປຸງແຕ່ງຢາງພາລາ, ໂຮງງານ ຂ້າສັດທັນສະໄໝ, ໂຮງງານປຸງ ແຕ່ງປາ, ໂຮງງານປຸງແຕ່ງມັນ ຕົ້ນ, ອ້ອຍ, ໂຮງງານຜະລິດຝຸ່ນ ຊີວະພາບ ແລະ ປຸ໋ຍເຄມີ, ອາຫານ ສັດ, ສູນຜະລິດແນວພັນ, ໂຮງງານ ປຸງແຕ່ງ 7 ໝາກໄມ້ ແລະ ອາຫານ ເພື່ອສ້າງອຸດສາຫະກຳປຸງແຕ່ງ ກະສິກຳຢູ່ເຂດຊົນນະບົດ, ສ້າງ ຕະຫລາດແຮງງານ, ຖານເກັບ ລາຍຮັບໃໝ່, ຍົກສູງຄຸນນະພາບ, ສ້າງມູນຄ່າເພີ່ມ ແລະ ເປັນຍີ່ຫໍ້ ຂອງລາວ; ສຸມໃສ່ພັດທະນາບັນດາ ໂຄງການພະລັງງານສະອາດ ແລະ ພະລັງງານທາງເລືອກ ຕາມ ທິດສີຂຽວ ແລະ ຍືນຍົງເປັນຕົ້ນ ໂຄງການພະລັງງານໄຟຟ້ານໍ້າຕົກ, ເເສງຕາເວັນ, ລົມ, ຊີວະມວນ ແລະ ອື່ນໆ. ຄຽງຄູ່ກັນນັ້ນ, ກໍສຸມໃສ່ ພັດທະນາລະບົບສາຍສົ່ງໄຟຟ້າ ແຫ່ງຊາດ ພາກເໜືອ, ກາງ ແລະ ໃຕ້ ໃຫ້ເປັນລະບົບດຽວ ແລະ ຂະຫຍາຍ ສາຍສົ່ງລະບົບສູ່ລະບົນເພື່ອເຊື່ອມ ກັບປະເທດໃກ້ຄຽງ ແລະ ພາກພື້ນ ເພື່ອສະໜັບສະໜູນການຄ້າ ແລະ ແລກປ່ຽນຊື້ຂາຍພະລັງງານ; ສຸມ ໃສ່ຊຸກຍູ້ສົ່ງເສີມໃຫ້ມີການຜະລິດ ປຸງແຕ່ງແຮ່ທາດ ໂດຍຈຳກັດການ ສົ່ງອອກເປັນວັດຖຸດິບ ເພື່ອໃຫ້ ເປັນຜະລິດຕະພັນເຄິ່ງສໍາເລັດຮູບ ແລະ ສໍາເລັດຮູບ ເພື່ອສ້າງມູນຄ່າ ເພີ່ມເປັນຕົ້ນໂຮງງານຫລອມຄໍາ, ຫລອມເຫລັກ, ຫລອມທອງ, ໂຮງ ງານອາລູມີນຽມ, ໂຮງງານເກືອ ໂປຕາສ, ແຮ່ຫາຍາກ ແລະ ອື່ນໆ. ສົ່ງເສີມການລົງທຶນໃນຂະແໜງ ອຸດສາຫະກຳປຸງແຕ່ງທີ່ເປັນຕ່ອງ ໂສ້ຄົບວົງຈອນ ເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກເປັນຕົ້ນການຜະລິດ ຊິ້ນສ່ວນເຄື່ອງໃຊ້ໄຟຟ້າ, ອຸປະກອນ ເອເລັກໂຕຣນິກ, ສິ້ນສ່ວນພາຫະນະ ແລະ ອຸດສາຫະກຳປຸງແຕ່ງອື່ນໆ ທີ່ເປັນຕ່ອງໂສ້ການຜະລິດພາກ ພື້ນ ແລະ ສາກົນ ທີ່ນອນໃນເຂດ ເສດຖະກິດພິເສດ ແລະ ນິຄົມອຸດ ສາຫະກຳ. ພ້ອມນີ້, ກໍໃຫ້ສົ່ງເສີມ ການຜະລິດເພື່ອທົດແທນການນໍາ ເຂົ້າ ໂດຍສະເພາະເຄື່ອງອຸປະໂພກ ແລະ ບໍລິໂພກ; ສຸມໃສ່ພັດທະນາ ການທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ, ປະຫວັດສາດ, ກະ ສິກຳ, ກິລາ, ການຈັດງານວາງສະ ແດງ, ຕະຫລາດນັດ ແລະ ອື່ນໆ ທີ່ເຮົາມີທ່າແຮງໃຫ້ມີຄຸນນະພາບ ຕາມທິດສີຂຽວ ແລະ ຍືນຍົງ, ສຸມ ໃສ່ພັດທະນາສະຖານທີ່ທ່ອງທ່ຽວ, ພື້ນຖານໂຄງລ່າງ, ສິ່ງອໍານວຍ ຄວາມສະດວກ, ຮັບປະກັນຄວາມ ປອດໄພ ແລະ ຜະລິດຕະພັນທ່ອງ ທ່ຽວໃຫ້ໄດ້ມາດຕະຖານ; ສຸມໃສ່ ປັບປຸງ ແລະ ພັດທະນາລະບົບຂົນ ສົ່ງໂລຈິສຕິກ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ທັນສະໄໝ ເພື່ອ ສ້າງໃຫ້ກາຍເປັນໃຈກາງຈຸດຢຸດ ພັກ, ກະຈາຍສິນຄ້າ ແລະ ການຂົນ ສົ່ງຜ່ານແດນລະຫວ່າງບັນດາປະ ເທດອາຊຽນ ແລະ ພາກພື້ນ ໂດຍ ສຸມໃສ່ປັບປຸງລະບົບຂົນສົ່ງໂລຈິສ ຕິກ (Logistic) ຢູ່ທ່າບົກທີ່ ກໍ່ສ້າງ ສຳເລັດແລ້ວ 4 ແຫ່ງຄື: ທ່ານາ ແລ້ງ ນະຄອນຫລວງວຽງຈັນ, ທ່າ ບົກສະຫວັນນະເຂດ, ທ່າບົກຄໍາ ມ່ວນ ແລະ ທ່າບົກຈຳປາສັກ ໃຫ້ ມີຄວາມທັນສະໄໝ ແລະ ປັບປຸງ ນິຕິກຳຈຳນວນໜຶ່ງທີ່ກ່ຽວຂ້ອງ ເພື່ອອຳນວຍຄວາມສະດວກການ ຄ້າ ແລະ ການຂົນສົ່ງ, ສືບຕໍ່ສຸມໃສ່ ພັດທະນາເຂດໂລຈິສຕິກ(ທ່າບົກ) ຕາມແຜນການຢ່າງມີຈຸດສຸມເປັນ ຕົ້ນ ທ່າບົກຂົວມິດຕະພາບ 5 ບໍລິ ຄໍາໄຊ-ບຶງການ, ທ່າບົກແຂວງຄໍາ ມ່ວນ ແລະ ທ່າບົກຫ້ວຍຊາຍ ແລະ ຈຸດເຕົ້າໂຮມ ແລະ ຄ່ຽນຖ່າຍສິນຄ້າ (ICD) ຢູ່ແດນສະຫວັນ ແຂວງ ສະຫວັນນະເຂດ ແລະ ຢູ່ເຂດກວມ ລວມໄຊເສດຖາ ນະຄອນຫລວງ ວຽງຈັນ ແລະ ພັດທະນາຢູ່ຈຸດ ອື່ນໆທີ່ມີເງື່ອນໄຂ. ພັດທະນາພື້ນຖານໂຄງລ່າງ ໂທລະຄົມມະນາຄົມ, ອິນເຕີເນັດ ຄວາມໄວສູງ, ການພັດທະນາສູນ ຂໍ້ມູນແຫ່ງຊາດ, ຖານຂໍ້ມູນໃຫຍ່ (Big data), ສ້າງລັດຖະບານດີ ຈິຕອນ, ລະບົບຄຸ້ມຄອງທີ່ດິນດີຈິ ຕອນ, ລະບົບການຄ້າເອເລັກໂຕຣ ນິກ, ລະບົບການເງິນເອເລັກໂຕຣ ນິກ ແລະ ອື່ນໆ; ສຸມໃສ່ຄຸ້ມຄອງ ເສດຖະກິດມະຫາພາກໃຫ້ມີຖຽນລະ ພາບ ໂດຍຄຸ້ມຄອງການເກັບລາຍຮັບ ງົບປະມານດ້ວຍເຄື່ອງມືທັນສະໄໝ ແນໃສ່ເກັບລາຍຮັບໃຫ້ຄົບຖ້ວນ ແລະ ຂະຫຍາຍຖານລາຍຮັບໃໝ່ທີ່ຍືນ ຍົງ, ຫລຸດຜ່ອນການຍົກເວັ້ນພາສີ- ອາກອນ, ເພີ່ມທະວີການປະຕິບັດ ລະບຽບວິໄນແຜນການ-ການເງິນ ໃຫ້ເຂັ້ມງວດ; ຄຸ້ມຄອງ ແລະ ແກ້ໄຂ ໜີ້ສິນສາທາລະນະຢ່າງມີປະສິດທິ ຜົນ ແລະ ສ້າງຍຸດທະສາດແກ້ໄຂໜີ້ ສິນໃນໄລຍະສັ້ນ ແລະ ໄລຍະຍາວ; ໃຫ້ດໍາເນີນນະໂຍບາຍເງິນຕາ ແລະ ນະໂຍບາຍອັດຕາແລກປ່ຽນຕາມ ກົນໄກຕະຫລາດທີ່ມີການຄຸ້ມຄອງ ຂອງລັດ ໃຫ້ມີປະສິດທິຜົນ, ຄຸ້ມຄອງ ອັດຕາເງິນເຟີ້ໃຫ້ໄປຕາມເປົ້າໝາຍທີ່ ກຳນົດໄວ້, ເພີ່ມຄັງສຳຮອງເງິນຕາ ຕ່າງປະເທດດ້ວຍການຄຸ້ມຄອງ ເງິນຕາຕ່າງປະເທດ ໃຫ້ມີຄວາມເຂັ້ມ ແຂງ, ທັນສະໄໝ ແລະ ເປັນລະບົບ ຄົບຊຸດຕິດພັນກັບຍົກສູງປະສິດທິ ຜົນການລົງທຶນຂອງລັດ, ພັດທະ ນາພື້ນຖານໂຄງລ່າງ, ປັບປຸງ ແລະ ອໍານວຍຄວາມສະດວກໃຫ້ການ ລົງທຶນ ແລະ ການດໍາເນີນທຸລະ ກິດຂອງພາກເອກະຊົນ, ສຸມໃສ່ປະ ຕິຮູບ, ຄຸ້ມຄອງ ແລະ ພັດທະນາ ວິສາຫະກິດລັດລົງທຶນໃຫ້ມີຄວາມ ເຂັ້ມແຂງຫລາຍຂຶ້ນ, ສ້າງຜົນກຳໄລ ແລະ ສ້າງລາຍຮັບເຂົ້າງົບປະມານ ໂດຍສະເພາະລັດວິສາຫະກິດໄຟຟ້າ ລາວ, ລັດວິສາຫະກິດນໍ້າມັນເຊື້ອໄຟ ລາວ, ລັດວິສາຫະກິດການບິນລາວ, ລັດວິສາຫະກິດພັດທະນາແຮ່ທາດ ລາວ ແລະ ອື່ນໆ; ສືບຕໍ່ພັດທະນາຈຸນ ລະວິສາຫະກິດ, ວິສາຫະກິດຂະໜາດ ນ້ອຍ ແລະ ກາງໃຫ້ມີຄວາມເຂັ້ມ ແຂງ ແລະ ສາມາດແຂ່ງຂັນກັບພາກ ພື້ນ ແລະ ສາກົນ. ໂດຍ: ເຂົ້າຈານນ້ຳ ຂອງແຂວງກໍຄືຂອງຊາດ. ໃນ ນັ້ນ, ຫລັກໆແມ່ນຈະສຸມໃສ່ນໍາ ພາເຮັດໃຫ້ແຂວງໄຊສົມບູນ ມີ ຄວາມສະຫງົບປອດໄພຢ່າງໜັກ ແໜ້ນ, ສັງຄົມມີຄວາມເປັນລະບຽບ ຮຽບຮ້ອຍໂດຍພື້ນຖານ, ປະຕິບັດ ແນວທາງປ້ອງກັນຊາດປ້ອງກັນ ຄວາມສະຫງົບ ໃຫ້ກາຍເປັນຂອງ ທົ່ວປວງຊົນຮອບດ້ານ, ປະຊາຊົນ ມີຄວາມສາມັກຄີປອງດອງເປັນ ປຶກແຜ່ນ; ສຸມໃສ່ຈັດຕັ້ງປະຕິບັດ ວາລະແຫ່ງຊາດ ກ່ຽວກັບການ ແກ້ໄຂບັນຫາຢາເສບຕິດໃຫ້ຫລຸດ ລົງເທື່ອລະກ້າວ. ສ້າງຄອບຄົວ ແລະ ບ້ານປ້ອງກັນຊາດ ເຂັ້ມແຂງ ປ້ອງກັນຄວາມສະຫງົບດີ, ສ້າງ ຕາໜ່າງປ້ອງກັນຊາດປ້ອງກັນ ຄວາມສະຫງົບ ຕາມທິດກໍ່ສ້າງທ່າ ສະໜາມສົງຄາມ ປະຊາຊົນ 3 ຂັ້ນ ມີຄວາມເຂັ້ມແຂງ; ສູ້ຊົນເຮັດໃຫ້ ເສດຖະກິດຂອງແຂວງ ຂະຫຍາຍ ຕົວບໍ່ຫລຸດ 7% ຂຶ້ນໄປ, ຈັດຕັ້ງ ປະຕິບັດດໍາລັດ 414/ລບ (ຕາມ 5 ທ່າແຮງ), ວາລະແຫ່ງຊາດວ່າ ດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດການເງິນໃຫ້ບັນລຸ ຕາມຄາດໝາຍທີ່ວາງໄວ້, ຊຸກຍູ້, ສົ່ງເສີມທຸລະກິດຂະໜາດນ້ອຍ, ຂະໜາດກາງໃຫ້ມີການຂະຫຍາຍ ຕົວກວ້າງຂວາງ ໄປພ້ອມກັບການ ສົ່ງເສີມການສ້າງເສດຖະກິດເອກະ ລາດເປັນເຈົ້າຕົນເອງ (ສອຈ) ໃຫ້ ມີຜົນສໍາເລັດເປັນກ້າວໆ; ໂຄງລ່າງ ພື້ນຖານເສັ້ນທາງຄົມມະນາຄົມ ໄດ້ຮັບການກໍ່ສ້າງ, ເປັນໃຈກາງ ທາງຜ່ານຕາມທິດເຊື່ອມຈອດເຊື່ອມໂຍງ, ສ້າງເມືອງອະນຸວົງ ໃຫ້ກາຍເປັນສູນກາງດ້ານການ ເມືອງ, ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ເສດຖະກິດ, ວັດ ທະນະທໍາ-ສັງຄົມ, ພັດທະນາເມືອງ ອະນຸວົງ ແລະ ເມືອງລ້ອງແຈ້ງ ໃຫ້ ເປັນເມືອງທ່ອງທ່ຽວຕາມທິດສີ ຂຽວ ແລະ ຍືນຍົງ. ພ້ອມນີ້, ກໍສຸມໃສ່ສູ້ຊົນຈັດຕັ້ງ ປະຕິບັດເປົ້າໝາຍການພັດທະນາ ແບບຍືນຍົງທີ່ຍັງມີບາງຕົວຊີ້ບອກບໍ່ ທັນບັນລຸໃຫ້ສໍາເລັດຕາມຄາດໝາຍ ທີ່ວາງໄວ້. ໃນນີ້, ເອົາໃຈໃສ່ປັບປຸງ, ຍົກລະດັບການສຶກສາທຸກຊັ້ນຮຽນ ໃຫ້ມີຄຸນນະພາບ, ຂະຫຍາຍອາຄານ ຮຽນ-ຫ້ອງຮຽນ, ແກ້ໄຂການຂາດ ຄູອາຈານ, ສະໜອງອຸປະກອນການ ຮຽນ-ການສອນໃຫ້ພຽງພໍ, ປັບປຸງຍົກລະດັບໂຮງຮຽນວິຊາຊີບຂອງ ແຂວງໃນການພັດທະນາສີມືແຮງ ງານ, ສ້າງວຽກເຮັດງານທໍາໃຫ້ແກ່ ພົນລະເມືອງຫລາຍຂຶ້ນ, ຍົກລະດັບ ການປິ່ນປົວໂຮງໝໍແຂວງ, ໂຮງໝໍ ເມືອງ, ສຸກສາລາໃຫ້ດີຂຶ້ນກວ່າເກົ່າ. ຮັບປະກັນໃຫ້ປະຊາຊົນບັນດາເຜົ່າ ໄດ້ຮັບການບໍລິການຢ່າງທົ່ວເຖິງ, ພັດທະນາຊັບພະຍາກອນມະນຸດ ໃຫ້ກາຍເປັນແຮງງານທີ່ມີຄວາມຮູ້ ຄວາມສາມາດ ແລະ ເປັນແຮງງານ ທີ່ມີສີມືທີ່ດີໃຫ້ໄດ້ທັງດ້ານປະລິມານ ແລະ ຄຸນນະພາບ; ສຸມໃສ່ລົງກໍ່ສ້າງ ຮາກຖານການເມືອງຕິດພັນກັບ ການພັດທະນາຊົນນະບົດຮອບດ້ານ ແລະ ລຶບລ້າງຄວາມທຸກຍາກຂອງ ປະຊາຊົນຕາມທິດ 3 ສ້າງຢ່າງ ແຂງແຮງ ແລະ ຕໍ່ເນື່ອງ; ປັບປຸງ ກົງຈັກການຈັດຕັ້ງ ແລະ ບຸກຄະລາ ກອນແຕ່ລະຂັ້ນໃຫ້ເຕີບໃຫຍ່, ເຂັ້ມ ແຂງ, ສາມາດເຄື່ອນໄຫວປະຕິບັດ ພາລະບົດບາດ, ໜ້າທີ່ຂອງຕົນ ຢ່າງມີປະສິດທິພາບ, ປະສິດທິຜົນ; ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍລະບຽບກົດໝາຍໄດ້ຮັບການ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ແລະ ກາຍເປັນສະຕິຂອງພົນລະເມືອງທຸກ ຄົນ. ຍົກສູງປະສິດທິພາບວຽກງານ ກວດກາໃຫ້ເຂັ້ມງວດກວ່າເກົ່າ ທັງ ສືບຕໍ່ສ້າງເງື່ອນໄຂການພົວພັນ ຮ່ວມມືກັບບັນດາປະເທດໃນພາກ ພື້ນ ແລະ ສາກົນໃຫ້ຫລາຍຂຶ້ນ, ໂດຍ ສະເພາະແມ່ນ ສສຫວຽດນາມ ແລະ ສປ ຈີນ. ໃນນີ້, ສູ້ຊົນໃຫ້ໄດ້ເຊັນບົດ ບັນທຶກຄວາມເຂົ້າໃຈ (MOU) ການພົວພັນຮ່ວມມືແຮກສ່ຽວກັບ ແຂວງໃໝ່ຂອງ ສສ ຫວຽດນາມ, ແຂວງ, ນະຄອນຂອງ ສປ ຈີນ.
RkJQdWJsaXNoZXIy MTc3MTYxMQ==