7232

@ 0j k; c]t gsfdko j 11/03/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ປະກາດແຕ່ງຕັ້ງ...່ັ້ ຮອງນາຍົກ...ົ ລັດຖະມົນຕີ...ັົີ ຄະນະບໍລິຫານງານພັກກະຊວງ ແລະພະນັກງານກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ ສະຫາຍ ວຽນທອງ ສິງ ຄຳພັນ ຄະນະພັກ, ຫົວໜ້າກົມຈັດ ຕັ້ງຄະນະຈັດຕັ້ງສູນກາງພັກ ໄດ້ ຜ່ານຄຳສັ່ງ ແລະ ມະຕິຕົກລົງຂອງ ກົມການເມືອງສູນກາງພັກ ວ່າ ດ້ວຍການຍົກຍ້າຍສະຫາຍ ໄພວີ ສີບົວລິພາ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ, ລັດ ຖະມົນຕີກະຊວງຍຸຕິທຳ ໄປຮັບໜ້າ ທີ່ໃໝ່ຢູ່ສານປະຊາຊົນສູງສຸດ ແລະ ແຕ່ງຕັ້ງ ສະຫາຍ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງ ພັກ ເປັນເລຂາຄະນະບໍລິຫານງານ ພັກ, ລັດຖະມົນຕີກະຊວງຍຸຕິທຳ (ຜູ້ໃໝ່). ຈາກນັ້ນກໍໄດ້ເຊັນມອບຮັບໜ້າທີ່ລະຫວ່າງລັດຖະມົນຕີກະ ຊວງຍຸຕິທຳຜູ້ເກົ່າ ແລະ ຜູ້ໃໝ່ ຢ່າງ ເປັນທາງການ, ໃຫ້ກຽດມອບໃບ ຍົກຍ້າຍ ແລະ ໃບແຕ່ງຕັ້ງ ໂດຍສະ ຫາຍ ພົນເອກ ວິໄລ ຫລ້າຄຳຟອງ. ໂອກາດນີ້, ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ໄດ້ໃຫ້ຄະນະ ພັກ-ຄະນະນໍາກໍຄືພະນັກງານຫລັກ ແຫລ່ງກະຊວງຍຸຕິທຳ ເອົາໃຈໃສ່ ຮັກສາຄວາມສາມັກຄີພາຍໃນ, ປະ ຕິບັດຖືກຕ້ອງຄົບຖ້ວນຕາມຫລັກ ການນຳພາຂອງພັກ ມີຄວາມເປັນ ເອກະພາບໃນການຄົ້ນຄວ້າຕັດສິນ ບັນຫາ, ແບບແຜນວິທີເຮັດວຽກ ຕ້ອງແທດຕົວຈິງ, ໂປ່ງໃສ; ມີການ ແບ່ງງານ, ມອບໝາຍຄວາມຮັບ ຜິດຊອບຢ່າງຈະແຈ້ງ; ເປັນແບບ ຢ່າງໃນການນຳພາ, ມີທັດສະນະ ແລະ ແບບແຜນດຳລົງຊີວິດທີ່ປອດ ໃສ, ປະຕິບັດໜ້າທີ່ດ້ວຍຄວາມບໍລິ ສຸດສັດຊື່, ມີຈັນຍາບັນ, ມີຄວາມສະ ດຸ້ງໄວຕໍ່ສະພາບການໃນເງື່ອນໄຂ ໃໝ່, ຍາມໃດກໍຕ້ອງມີສະຕິກຽມ ພ້ອມປະຕິບັດໜ້າທີ່ ທີ່ໄດ້ຮັບມອບ ໝາຍ ແລະ ຕ້ອງເຂັ້ມງວດຕໍ່ຕົນ ເອງ, ຕໍ່ໜ້າທີ່ການເມືອງທີ່ໄດ້ຮັບ ມອບໝາຍ. ສະຫາຍ ໄພວີ ສີບົວລິພາ ໄດ້ ຜ່ານບົດສະຫລຸບການນຳພາ-ຊີ້ນຳ ວຽກງານຮອບດ້ານໄລຍະຜ່ານມາ ວ່າ: ຜົນການຈັດຕັ້ງປະຕິບັດວຽກ ງານໄລຍະ 5 ປີຜ່ານມາ ໄດ້ຖືສຳ ຄັນວຽກງານສຶກສາອົບຮົມນຳພາ ການເມືອງ-ແນວຄິດໃຫ້ສະມາຊິກ ພັກ, ພະນັກງານ-ລັດຖະກອນ ດ້ວຍ ການຈັດຕັ້ງເຊື່ອມຊຶມບັນດາມະຕິ, ຄຳສັ່ງແລະເອກະສານສຳຄັນຕ່າງໆ ຂອງພັກ-ລັດ, ຜ່ານຜ່າຄວາມຫຍຸ້ງ ຍາກດ້ານຕ່າງໆ ໃຫ້ມີຄວາມສະ ຫງົບ ພ້ອມກັນເຮັດສຳເລັດໜ້າທີ່ ການເມືອງຂອງຕົນ ແລະ ສ້າງ ຄວາມເຊື່ອໝັ້ນຂອງສັງຄົມ ຕໍ່ວຽກ ງານຍຸຕິທຳນັບມື້ນັບຫລາຍຂຶ້ນ; ໄດ້ ເອົາໃຈໃສ່ນຳພາ-ຊີ້ນຳການສ້າງ ແລະ ປັບປຸງກົດໝາຍທີ່ຢູ່ໃນຄວາມ ຮັບຜິດຊອບຂອງກະຊວງຍຸຕິທໍາ ລວມມີ 5 ກົດໝາຍ, ໄດ້ຖືກຮັບຮອງ ແລະ ປະກາດໃຊ້ແລ້ວທັງ 5 ສະບັບ; ເອົາໃຈໃສ່ປະຕິບັດໜ້າທີ່ເປັນໃຈ ກາງປະສານສົມທົບກັບບັນດາ ກະຊວງ, ອົງການທີ່ຮັບຜິດຊອບ ໃນການສ້າງ ແລະ ປັບປຸງກົດໝາຍ ພ້ອມທັງຄົ້ນຄວ້າ, ຮຽບຮຽງ, ກວດ ກາຄວາມສອດຄ່ອງທາງດ້ານກົດ ໝາຍຂອງຮ່າງກົດໝາຍທັງໝົດ 87 ສະບັບ, ກົດໝາຍສ້າງໃໝ່ 24 ສະບັບ ແລະ ປັບປຸງ 63 ສະບັບ. ໃນ ນີ້, ມີກົດໝາຍທີ່ນອນໃນແຜນການ ສ້າງ ແລະ ປັບປຸງກົດໝາຍ 5 ປີ (2021-2025) ມີ 76 ສະບັບ, ກົດໝາຍສ້າງໃໝ່ 23 ສະບັບ ແລະ ປັບປຸງ 53 ສະບັບ. ນອກຈາກນີ້, ຍັງໄດ້ເຂົ້າຮ່ວມປັບປຸງລັດຖະທຳ ມະນູນ ສະບັບປີ 2025, ໄດ້ກວດ ກາຄວາມສອດຄ່ອງທາງດ້ານ ກົດໝາຍຂອງຮ່າງລັດຖະບັນຍັດ ໄດ້ 8 ສະບັບ, ຮ່າງດຳລັດໄດ້ 104 ສະບັບ, ໃນນີ້ມີດຳລັດທີ່ຢູ່ໃນຄວາມ ຮັບຜິດຊອບຂອງກະຊວງຍຸຕິທໍາ ຈໍານວນ 7 ສະບັບ; ຄົ້ນຄວ້າ ແລະ ປະກອບຄຳເຫັນຕໍ່ສັນຍາການລົງ ທຶນ, ສັນຍາສຳປະທານ ແລະ ສັນ ຍາກູ້ຢືມ ທີ່ລັດຖະບານເປັນຄູ່ສັນຍາ ໃຫ້ມີຄວາມສອດຄ່ອງກັບນະໂຍ ບາຍ ແລະ ກົດໝາຍໄດ້ທັງໝົດ 56 ສະບັບ; ເອົາໃຈໃສ່ຊີ້ນຳພະແນກຍຸຕິ ທຳຂັ້ນແຂວງ, ຫ້ອງການຍຸຕິທໍາ ເມືອງ ເຮັດໜ້າທີ່ເປັນເສນາທິການ ໃຫ້ອົງການປົກຄອງທ້ອງຖິ່ນ ໃນ ການກວດກາຮ່າງນິຕິກຳຕ່າງໆ ກ່ອນຈະສະເໜີອົງການ ຊຶ່ງເປັນ ການປະກອບສ່ວນສຳຄັນເຂົ້າໃນ ການຄຸ້ມຄອງລັດດ້ວຍກົດໝາຍ ເທື່ອລະກ້າວ. ຂ່າວ-ພາບ: ບຸນຕອມ ພາຍໃຕ້ການນຳ...້ ການລົງຢ້ຽມຢາມຄັ້ງນີ້, ຜູ້ຕາງ ໜ້າໂຄງການດັ່ງກ່າວ ໄດ້ລາຍງານ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງທາງປູ ຢາງ 2 ຊັ້ນ ແຕ່ຫ້ວຍຊາຍນ້ອຍ ຫາ ຫ້ວຍແອ່ນ ເປັນເສັ້ນທາງບຸລິມະສິດ ສໍາຄັນ ໃນການຂົນສົ່ງສິນຄ້າ ເພື່ອ ເຊື່ອມຕໍ່ຫາແຂວງໄຊຍະບູລີ ລົງສູ່ ນະຄອນຫລວງວຽງຈັນ ຊຶ່ງມີລວງ ຍາວ53ກິໂລແມັດ,ໜ້າທາງກວ້າງ 8 ແມັດ, ປູຢາງ 7 ແມັດ, ມີມູນຄ່າ ການກໍ່ສ້າງປະມານ 318 ກວ່າຕື້ ກີບ ໂດຍແມ່ນກຸ່ມບໍລິສັດ ດວງຈະ ເລີນ ເປັນຜູ້ຮັບເໝົາກໍ່ສ້າງ, ໄລຍະ ການຈັດຕັ້ງປະຕິບັດວຽກ48 ເດືອນ, ໂຄງການເລີ່ມຈັດຕັ້ງປະຕິບັດແຕ່ ວັນທີ 3 ກໍລະກົດ 2023 ຫາ 2 ກໍລະ ກົດ 2027 ແລະ ໂຄງການກໍ່ສ້າງ ປ້ອງກັນຕາຝັ່ງເຈື່ອນ ຈຸດຄຸ້ມມີໄຊ ສະຫວ່າງ ຫາບ້ານປ່າອ້ອຍ ເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວ, ຄວາມ ຍາວກວ່າ 3 ກິໂລແມັດ. ໃນໂອກາດດັ່ງກ່າວ, ທ່ານຮອງ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນ ຊີ້ນຳພາກສ່ວນກ່ຽວຂ້ອງ ເພີ່ມທະ ວີການຮ່ວມມື ແລະ ປະສານງານ ກັນຢ່າງໃກ້ຊິດ ເພື່ອດຳເນີນແຕ່ລະ ໜ້າວຽກ ໃຫ້ສຳເລັດຕາມແຜນ ການ; ໃຫ້ຄຳນຶງເຖິງຄຸນນະພາບ ຂອງວຽກງານເປັນຫລັກ, ມີການ ຄຸ້ມຄອງ ແລະ ກວດກາຢ່າງເຂັ້ມ ງວດ ເພື່ອໃຫ້ໂຄງການກໍ່ສ້າງເສັ້ນ ທາງ ແລະ ຕາຝັ່ງເຈື່ອນມີຄຸນນະ ພາບ, ຖືກຕ້ອງຕາມເຕັກນິກ ແລະ ສາມາດນຳໃຊ້ໄດ້ຍາວນານ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ ມີນາ 2026 ຢູ່ນະຄອນຫລວງຮ່າ ໂນ້ຍ ສສ ຫວຽດນາມ, ຕາງໜ້າ ໃຫ້ລັດຖະບານ ປະດັບຫລຽນ ໂດຍ ສະຫາຍ ພົນເອກ ຄໍາລຽງ ອຸທະ ໄກສອນ ກໍາມະການກົມການເມືອງ ສູນກາງພັກ, ລັດຖະມົນຕີກະຊວງ ປ້ອງກັນປະເທດ ແຫ່ງ ສປປ ລາວ, ມີສະຫາຍ ພົນເອກ ຟານ ວັນຢາງ ກໍາມະການກົມການເມືອງສູນກາງ ພັກ, ລັດຖະມົນຕີກະຊວງປ້ອງກັນ ປະເທດ ສສ ຫວຽດນາມ, ມີຄະນະ ນໍາກະຊວງປ້ອງກັນປະເທດກໍາ ປູເຈຍ, ເອກອັກຄະລັດຖະທູດ ສ ກູບາ ປະຈໍາຫວຽດນາມ ພ້ອມດ້ວຍ ຄະນະຜູ້ແທນ ສປປ ລາວ-ຫວຽດ ນາມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ພົນຈັດຕະ ວາ ວົງຈັນ ພັນຈັນທະມານ ຮອງ ຫົວໜ້າກົມໃຫຍ່ການເມືອງກອງ ທັບປະຊາຊົນລາວ ໄດ້ຜ່ານລັດຖະ ດໍາລັດຂອງປະທານປະເທດ ວ່າ ດ້ວຍການປະດັບຫລຽນໄຊອິດສະ ຫລະ, ຫລຽນໄຊແຮງງານ ແລະ ຂໍ້ ຕົກລົງຂອງກະຊວງປ້ອງກັນປະ ເທດ ແຫ່ງ ສປປ ລາວ ວ່າດ້ວຍການ ປະດັບຫລຽນໄຊພິລະອາດຫານ ໃຫ້ ກົມກອງລວມໝູ່ ແລະ ບຸກຄົນທີ່ມີ ຜົນງານ, ຄຸນງາມຄວາມດີປະກອບ ສ່ວນເຂົ້າໃນການຊ່ວຍເຫລືອສະ ໜັບສະໜູນອັນໃຫຍ່ຫລວງ ໃຫ້ ພັກ, ລັດຖະບານ, ກອງທັບ ແລະ ປະ ຊາຊົນລາວ ຕະຫລອດມາ. ໃນນີ້, ປະທານປະເທດ ແຫ່ງສາທາລະ ນະລັດ ປະຊາທິປະໄຕປະຊາຊົນ ລາວ ອອກລັດຖະດໍາລັດປະດັບ ຫລຽນໄຊອິດສະຫລະ ຊັ້ນ II ໃຫ້ຈໍາ ນວນ 2 ສະຫາຍ ແລະ 1 ກົມກອງ, ຫລຽນໄຊອິດສະຫລະ ຊັ້ນ III ຈໍາ ນວນ 2 ສະຫາຍ ແລະ 2 ກົມກອງ, ຫລຽນໄຊແຮງງານ ຊັ້ນ I ຈໍານວນ 6 ສະຫາຍ, ຫລຽນໄຊແຮງງານ ຊັ້ນ II ຈໍານວນ 4 ສະຫາຍ ແລະ 8 ກົມກອງ, ຫລຽນໄຊແຮງງານ ຊັ້ນ III ຈໍານວນ 12 ສະຫາຍ ແລະ 1 ກົມກອງ. ພ້ອມນີ້, ກະຊວງ ປ້ອງກັນປະເທດ ໄດ້ຕົກລົງປະດັບ ຫລຽນໄຊພິລະອາດຫານ ຊັ້ນ II ໃຫ້ ຈໍານວນ 7 ສະຫາຍ. ໂອກາດນີ້, ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ໄດ້ມີຄໍາ ເຫັນວ່າ: ການຍ້ອງຍໍໃນຄັ້ງນີ້, ບໍ່ ພຽງແຕ່ຢູ່ໃນທ່າມກາງຜົນສໍາເລັດ ທີ່ ສສ ຫວຽດນາມ ຍາດມາໄດ້ຕະ ຫລອດໄລຍະ 80 ປີ ແຫ່ງການ ສະຖາປະນາ ກໍຄື ໃນທ່າມກາງບັນ ຍາກາດຂອງການສະເຫລີມສະ ຫລອງວັນມູນເຊື້ອກົມໃຫຍ່ II ກະ ຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ຄົບຮອບ 80 ປີ ຊຶ່ງ ຕະຫລອດໄລຍະ 80 ປີທີ່ຜ່ານມາ, ກົມໃຫຍ່ II ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເອົາໃຈໃສ່ໃນການ ປະຕິບັດໜ້າທີ່ວິຊາສະເພາະຂອງ ຕົນຢ່າງມີຄວາມຮັບຜິດຊອບ ແລະ ມີຜົນສໍາເລັດຕະຫລອດມາ, ພ້ອມ ທັງສະແດງຄວາມຊົມເຊີຍຕໍ່ຜົນ ງານທີ່ກົມໃຫຍ່ II ກະຊວງປ້ອງກັນ ຊາດ ສສ ຫວຽດນາມ ຍາດມາໄດ້ ໃນຕະຫລອດໄລຍະ 80ປີທີ່ຜ່ານມາ ແລະ ຫວັງວ່າ ກົມໃຫຍ່ II ກະຊວງ ປ້ອງກັນຊາດ ສສ ຫວຽດນາມ ຈະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍ ເຫລືອ ແລະ ປະສານສົມທົບກັບກະ ຊວງປ້ອງກັນປະເທດ, ກອງທັບປະ ຊາຊົນລາວ ເຮັດສຳເລັດໜ້າທີ່ການ ເມືອງຂອງຕົນ ແລະ ໄດ້ອວຍພອນ ໃຫ້ສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຮຸ້ນ ສ່ວນຍຸດທະສາດ ລະຫວ່າງສອງ ພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນ ສອງຊາດ ລາວຫວຽດນາມ ໝັ້ນຄົງຂະໜົງແກ່ນ ຕະຫລອດກາລະນານ. ຂໍ້ມູນ-ພາບ: ສຸວັນໂນ ປີສະເຫລີມສະຫລອງສາຍພົວພັນ ການທູດ ຄົບຮອບ 65 ປີ ແລະ ເປັນ ປີມິດຕະພາບ ລາວ-ຈີນ. ສະເພາະ ສະຫະພັນແມ່ຍິງລາວ ແລະ ສະ ຫະພັນແມ່ຍິງຈີນ ໄດ້ມີການພົວພັນ ຮ່ວມມືຢ່າງເປັນປົກກະຕິ ໂດຍໄດ້ ແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນກ່ຽວກັບວຽກງານການ ສົ່ງເສີມ ແລະ ພັດທະນາແມ່ຍິງ, ການກໍ່ສ້າງຊັບພະຍາ ກອນມະນຸດ, ການປົກປ້ອງສິດທິຂອງແມ່ຍິງເດັກນ້ອຍ ແລະ ອື່ນໆ. ທ່ານນາງຟາງຫົງໄດ້ກ່າວວ່າ: ພາລະກິດຂອງແມ່ຍິງ ແມ່ນອົງ ປະກອບທີ່ສຳຄັນຂອງພັກ ແລະ ປະເທດຊາດ ເປັນສັນຍະລັກທີ່ສຳ ຄັນຂອງຄວາມກ້າວໜ້າຂອງອາ ລະຍະທຳມະນຸດ ແລະ ເປັນກຳລັງທີ່ ຂາດບໍ່ໄດ້ໃນການພັດທະນາໂລກ. ນັບແຕ່ກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດຄັ້ງທີ 18 ຂອງພັກ ກອມມູນິດຈີນ ເປັນຕົ້ນມາ ຄະນະ ກຳມະການສູນກາງພັກກອມມູນິດ ຈີນ ທີ່ມີ ສະຫາຍ ສີຈິ້ນຜິງ ເປັນ ແກນກາງ ໄດ້ໃຫ້ຄວາມສຳຄັນຕໍ່ ວຽກງານຂອງແມ່ຍິງ ຈາກທັດສະ ນະໂດຍລວມຂອງການພັດທະ ນາພັກ ແລະ ປະເທດ ໄດ້ຈັດແຈງ ວຽກງານຂອງແມ່ຍິງ, ສົ່ງເສີມ ການໃຊ້ສິດທິປະຊາທິປະໄຕ ຢ່າງ ເທົ່າທຽມກັນຂອງແມ່ຍິງຕາມ ກົດໝາຍ, ການມີສ່ວນຮ່ວມຢ່າງ ເທົ່າທຽມກັນ ໃນການພັດທະນາ ເສດຖະ ກິດ-ສັງຄົມ ແລະ ການຊົມ ໃຊ້ໝາກຜົນຂອງການປະຕິຮູບ ແລະ ການພັດທະນາຢ່າງເທົ່າທຽມ ກັນ. ນອກຈາກນີ້, ລັດຖະບານຈີນ ຍັງເລັ່ງແກ້ໄຂບັນຫາຄວາມທຸກ ຍາກ ໂດຍມີເປົ້າໝາຍເຮັດໃຫ້ແມ່ ຍິງສາມາດຊອກຫາວຽກເຮັດງານ ທຳ ຢູ່ໃກ້ບ້ານຂອງເຂົາເຈົ້າ ດ້ວຍ ການສະໜັບສະໜູນນະໂຍບາຍ ຕ່າງໆ ຊຶ່ງມີແມ່ຍິງ 8,7 ລ້ານຄົນ ໄດ້ເລີ່ມຕົ້ນທຸລະກິດຂອງຕົນເອງ ສາມາດເພີ່ມລາຍໄດ້ໃຫ້ເຂົາເຈົ້າ. ທ່ານນາງຟາງຫົງຍັງໃຫ້ຮູ້ອີກ ວ່າ: ຈີນ ແລະ ລາວ ລ້ວນແຕ່ຍຶດ ໝັ້ນເອົາ ປະຊາຊົນເປັນສູນກາງ ລວມທັງສິດສະເໝີພາບລະຫວ່າງ ຍິງ-ຊາຍ ເຂົ້າໃນລະບົບຂອງປະ ເທດຊາດ ເພື່ອຮັບປະກັນສິດທິຂອງ ແມ່ຍິງຢ່າງເຕັມທີ່ ແລະ ສະໜັບສະ ໜູນການມີສ່ວນຮ່ວມຂອງແມ່ຍິງ ໃນທຸກຂົງເຂດ, ການເພີ່ມທະວີການ ແລກປ່ຽນ ແລະ ການຮ່ວມມືໃນ ຂົງເຂດ ວຽກງານແມ່ຍິງລະຫວ່າງ ຈີນ ແລະ ລາວ ເປັນອົງປະກອບທີ່ ສຳຄັນ ຂອງມິດຕະພາບລະຫວ່າງ ສອງປະເທດ ແລະ ເປັນກຳລັງທີ່ສຳ ຄັນໃນການສົ່ງເສີມການພັດທະນາ ຮ່ວມກັນ. ຂ່າວ: ກິດຕາ; ພາບ: ເກດສະໜາ ປະທານກຸ່ມບໍລິສັດCNPສຳຫລວດ ຂຸດຄົ້ນບໍ່ແຮ່ ຂາອອກ-ຂາເຂົ້າ ຈຳ ກັດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນ ວັນທີ 6 ມີນາ 2026 ໂດຍໄດ້ຍົກໃຫ້ ເຫັນເຖິງຄວາມສຳຄັນ ແລະ ການ ເຕີບໃຫຍ່ຂະຫຍາຍຕົວຂອງແມ່ຍິງ ລາວ ຊຶ່ງມີບົດບາດສຳຄັນຫລາຍ ໃນສັງຄົມ ແລະ ໃນຄອບຄົວ ໂດຍ ສາມາດເຫັນໄດ້ໃນຫລາຍດ້ານ ເຊັ່ນ: ບົດບາດໃນຄອບຄົວ ແມ່ຍິງ ເປັນແມ່, ເປັນພັນລະຍາ ແລະ ເປັນ ຜູ້ດູແລຄອບຄົວ ຊ່ວຍລ້ຽງດູລູກ, ສອນລູກໃຫ້ເປັນຄົນດີ ແລະ ສ້າງ ຄວາມອົບອຸ່ນໃນຄອບຄົວ; ບົດບາດ ໃນເສດຖະກິດ ແມ່ຍິງຫລາຍຄົນ ກາຍເປັນຜູ້ປະກອບການ, ເປັນເຈົ້າ ຂອງບໍລິສັດ ສາມາດສ້າງລາຍໄດ້ ໃຫ້ຄອບຄົວ ແລະ ຊ່ວຍພັດທະນາ ເສດຖະກິດຂອງປະເທດຊາດ. ທ່ານ ນາງ ຈັນນະພາ ວົງສະໝໍ ລະພູມ ໃນນາມເປັນນັກທຸລະກິດຍິງ ທີ່ປະສົບຜົນສຳເລັດ ແລະ ເປັນຜູ້ນຳ ພາອົງກອນ ທີ່ມີພະນັກງານຫລາຍ ຮ້ອຍຊີວິດ ຮູ້ສຶກພູມໃຈທີ່ເປັນສ່ວນ ໜຶ່ງໃນການສ້າງສາປະເທດຊາດ ໃຫ້ຮຸ່ງເຮືອງ ແລະ ໝັ້ນຄົງ. ພ້ອມນີ້, ຍັງຝາກເຖິງແມ່ຍິງລາວ ໃນທົ່ວປະ ເທດຕ້ອງປັບປຸງແລະ ພັດທະນາຕົນ ເອງເລື້ອຍໆ, ກ້າຄິດ, ກ້າສະແດງ ອອກ, ມີຄວາມອົດທົນ ແລະ ໝັ່ນ ຊອກຮູ້ຮ່ຳຮຽນ ເພື່ອຍົກລະດັບຕົນ ເອງໃຫ້ເກັ່ງທຽບເທົ່າກັບແມ່ຍິງໃນ ພາກພື້ນອາຊຽນ ແລະ ສາກົນ. ໂອກາດນີ້,ທ່ານນາງຈັນທະພາ ວົງສະໝໍລະພູມ ໄດ້ສະແດງຄວາມ ຂອບໃຈຢ່າງສູງມາຍັງ ພັກ-ລັດ ຖະບານທີ່ຍາມໃດກໍໃຫ້ການສະໜັບ ສະໜູນ ແລະ ສ້າງເງື່ອນໄຂໃຫ້ແມ່ ຍິງລາວ ໄດ້ມີເວທີໃນການສ້າງສັນ ຜົນງານ ແລະ ປະກອບສ່ວນເຂົ້າໃນ ການພັດທະນາປະເທດຊາດ ຢ່າງມີ ກຽດສະຫງ່າ. ພ້ອມກັນນັ້ນ, ທ່ານກໍ ໄດ້ສົ່ງຄຳອວຍພອນໄຊອັນປະເສີດ ມາຍັງແມ່ຍິງລາວທົ່ວປະເທດ ຈົ່ງມີ ຄວາມສຸກກາຍສຸກໃຈ, ມີສຸຂະພາບ ເຂັ້ມແຂງ ແລະ ພ້ອມກັນເປັນກຳ ລັງແຮງຫລັກໃນການພັດທະນາ ສັງຄົມ ແລະ ປະເທດຊາດໃຫ້ກ້າວ ໄປຢ່າງບໍ່ຢຸດຢັ້ງ. ຂ່າວ-ພາບ: ກິດຕາ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນ ວັນທີ 7 ມີນາ 2026 ໂດຍໄດ້ຍົກ ໃຫ້ເຫັນເຖິງບົດບາດຄວາມສຳຄັນ ຂອງແມ່ຍິງລາວ ໃນສະໄໝຕໍ່ສູ້ກູ້ ຊາດ ຊຶ່ງໃນເວລານັ້ນ ແມ່ຍິງກໍໄດ້ ເຂົ້າຮ່ວມການສູ້ຮົບຮ່ວມຄຽງບ່າ ຄຽງໄຫລ່ກັບເພດຊາຍ ຈົນສາມາດ ປົດປ່ອຍປະເທດຊາດ ສາມາດຍາດ ໄດ້ເອກະລາດຈົນມາເຖິງໃນປັດຈຸ ບັນ. ດັ່ງນັ້ນ, ຈຶ່ງສາມາດ ເວົ້າໄດ້ວ່າ ບົດບາດຂອງແມ່ຍິງລາວ ບໍ່ໝາຍ ຄວາມວ່າ ເປັນແມ່ສີເຮືອນພຽງ ຢ່າງດຽວ, ແຕ່ແມ່ຍິງລາວ ຍັງເປັນ ຜູ້ນຳ, ເປັນນັກຮົບປະຕິວັດ, ວິລະ ຊົນ, ຜູ້ຕັດສິນໃຈ, ຜູ້ປະກອບສ່ວນ ທາງດ້ານເສດຖະກິດ-ສັງຄົມ ແລະ ເປັນເສົາຫລັກຂອງຄອບຄົວ ແລະ ສັງຄົມ. ໃນປັດຈຸບັນແມ່ຍິງໄດ້ມີບົດ ບາດຢ່າງກວ້າງຂວາງໃນທຸກຂົງ ເຂດວຽກງານເຊັ່ນ: ແມ່ຍິງໄດ້ດຳ ລົງຕຳແໜ່ງທີ່ສຳຄັນທັງສາຍພັກ ແລະ ສາຍລັດ, ເປັນຜູ້ປະກອບການ, ເປັນເຈົ້າຂອງບໍລິສັດ. ນອກຈາກ ນີ້, ແມ່ຍິງລາວບັນດາເຜົ່າ ຍັງເປັນ ຜູ້ອະນຸລັກຮັກສາ ແລະ ເຜີຍແຜ່ວັດ ທະນະທຳ ຮີດຄອງປະເພນີອັນດີ ງາມຂອງຊາດ ໃຫ້ສາກົນໄດ້ຮັບຮູ້ ຢ່າງທົ່ວເຖິງ ກໍຄື ໄດ້ເປັນຕົວແທນ ຂອງປະເທດ ໄປເຂົ້າຮ່ວມກອງ ປະຊຸມສຳຄັນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ຊຶ່ງສະແດງໃຫ້ ເຫັນວ່າ ແມ່ຍິງລາວມີບົດບາດສຳ ຄັນຫລາຍຕໍ່ການນຳພາປະເທດ ຊາດ ໃຫ້ຫລຸດພົ້ນອອກຈາກຄວາມ ດ້ວຍພັດທະນາ, ທັງໄດ້ປະກອບ ສ່ວນຊ່ວຍແກ້ໄຂຄວາມທຸກຍາກ ຂອງປະຊາຊົນລາວ ໃຫ້ມີຊີວິດ ການເປັນຢູ່ທີ່ດີຂຶ້ນເທື່ອລະກ້າວ. ທ່ານ ນາງ ຈິນຕະນາ ທະລັງສີ ໄດ້ອວຍພອນໃຫ້ການນຳພັກ-ລັດ ຖະບານ ຕະຫລອດຮອດແມ່ຍິງ ລາວບັນດາເຜົ່າໃນຂອບເຂດທົ່ວ ປະເທດ ຈົ່ງມີພະລານະໄມສົມບູນ, ປະສົບຜົນສຳເລັດໃນການປະຕິບັດ ໜ້າທີ່, ສືບຕໍ່ນຳພາ-ຊີ້ນຳປະເທດ ຊາດ ໃຫ້ຫລຸດພົ້ນອອກຈາກຄວາມ ດ້ວຍພັດ ທະນາ. ຂ່າວ-ພາບ: ກິດຕາ ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ໄດ້ກ່າວວ່າ: ການປາຖະກະຖາຄັ້ງ ນີ້, ເປັນໜຶ່ງໃນກິດຈະກໍາສະ ເຫ ລີມສະຫລອງວັນແມ່ຍິງສາກົນ ພວກເຮົາຈະໄດ້ພ້ອມກັນຮຽນຮູ້ ທັດສະນະກ່ຽວກັບວຽກງານແມ່ ຍິງ ຂອງ ສະຫາຍ ສີຈິ້ນຜິງ ຊຶ່ງ ເປັນຫົວຂໍ້ທີ່ມີຄວາມໝາຍສໍາຄັນ ສໍາລັບເອື້ອຍນ້ອງແມ່ຍິງລາວ ໂດຍ ສະເພາະການນໍາເພດຍິງໃນແຕ່ລະ ຂັ້ນ ເພື່ອຈະໄດ້ນໍາເອົາບົດຮຽນໄປ ໝູນໃຊ້ເຂົ້າໃນວຽກງານຕົວຈິງ ຢ່າງເໝາະສົມ ຕໍ່ການພັດທະນາແມ່ ຍິງລາວ ແລະ ຍັງເປັນການແລກ ປ່ຽນວັດທະນະທໍາ ທີ່ສວຍງາມ ແລະ ອຸດົມຮັ່ງມີຂອງຈີນ ທີ່ສະແດງ ອອກຜ່ານແມ່ຍິງ. ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ຍັງໃຫ້ຮູ້ອີກວ່າ: ໃນປີ 2026 ເປັນ ແມ່ຍິງ....່ິ ປາຖະກະຖາ...

RkJQdWJsaXNoZXIy MTc3MTYxMQ==