gsfdko{dkora fmtok a xtgmf]k; ( 10/03/2026 va f8txn lts]v';a oc,j py 'lkdq o 7q [Iv[ 116 xu s];'oEmk ,u 7;k,sp5 h 'pkd[k'fh ko.odko 9a f8A 'xt8y [a f;Pd'kovvd[a fxt9e8q ;fu 9y 8vo ຂປລ. ແຫລ່ງຂ່າວຈາກແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ການຈັດຕັ້ງ ປະຕິບັດວຽກງານອອກບັດປະຈໍາ ຕົວດີຈິຕອນ ຢູ່ຫລວງນໍ້າທາ ຍັງມີ ຂໍ້ຫຍຸ້ງຍາກບາງດ້ານເປັນຕົ້ນ ອຸປະກອນຮັບໃຊ້ບໍ່ພຽງພໍຕໍ່ກັບ ຄວາມຕ້ອງການຂອງຜູ້ມາໃຊ້ບໍລິ ການ; ລະບົບອອນລາຍຍັງຊ້າ ໂດຍ ສະເພາະ ເວລາສະແກນລາຍນິ້ວມື ແລະ ຖ່າຍຮູບບໍ່ຜ່ານ ຈຳເປັນຕ້ອງ ໄດ້ເຮັດຫລາຍເທື່ອ. ພ້ອມນີ້, ການ ລໍຖ້າບັດຄິວກໍຍັງຊັກຊ້າ ເຮັດໃຫ້ຜູ້ ມາໃຊ້ບໍລິການອັ່ງອໍ ຊຶ່ງສາມາດ ປ້ອນຂໍ້ມູນໄດ້ພຽງ 20-25 ຄົນຕໍ່ມື້ ເທົ່ານັ້ນ. ນອກຈາກນີ້, ຍັງມີພົນລະ ເມືອງຈຳນວນໜຶ່ງ ຍັງບໍ່ຮູ້ສະຖານ ທີ່, ລະບຽບການ, ຂັ້ນຕອນຕ່າງໆ 5 w22h ksq 'lk 4n le7a o;Pd'koly j 'c;f]h v, 7;k,xvfwr l5 0trk[vtokw,.o-5 ,-q o ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ກອງປະຊຸມ ເຜີຍແຜ່ນະໂຍບາຍ ວຽກງານດ້ານ ຄວາມປອດໄພ, ສຸຂະອະນາໄມແລະ ວຽກງານສິ່ງແວດລ້ອມ ຂອງບໍລິ ສັດໄຟຟ້າຫົງສາ ຈຳກັດ ຈັດຂຶ້ນໃນ ວັນທີ 5 ມີນາ 2026 ທີ່ຫ້ອງວ່າ ການເມືອງເງິນ ແຂວງໄຊຍະບູລີ ໂດຍມີ ທ່ານ ຫົງທອງ ຈັນທະວອນ ຮອງຫົວໜ້າຫ້ອງວ່າການເມືອງ, ມີ ທີມງານພັດທະນາສັງຄົມ, ທີມງານ ສິ່ງແວດລ້ອມ, ຄວາມປອດໄພສຸຂະ ພາບອະນາໄມ ແລະ ຄຸນນະພາບ ບໍລິ ສັດໄຟຟ້າຫົງສາ ຈຳກັດ, ທີມງານ ບໍລິສັດ ເມືອເງິນ ອິນເຕີໄພຣ້ ໂຮງ ໂມ້ຫີນປູນ ແລະ ນາຍບ້ານ ເທສະ ບານ ເຂົ້າຮ່ວມ. ທ່ານ ພົງພັດ ປັນຍາຄຳ ຕາງໜ້າ ທີມງານຂອງບໍລິສັດໄຟຟ້າຫົງສາ ຈຳກັດ ໄດ້ສະເໜີຂໍ້ມູນທົ່ວໄປບໍລິສັດ ໄຟຟ້າ ຫົງສາ ຈຳກັດ, ການບໍລິຫານ ຈັດການດ້ານສິ່ງແວດລ້ອມ ແລະ ສຸ ຂະອານະໄມ ຂອງໂຄງການຄວາມ ປອດໄພໃນຊຸມຊົນ, ການຄຸ້ມຄອງ ສາຍສົ່ງໄຟຟ້າແຮງສູງ, ການປະ ສານງານ ລະຫວ່າງ ບ້ານ ກັບ 7tot37ltokvq [Iq , c0;'g-dv' fegou o-u ;y fdkog,n v'mh kpltw\ ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງໃຫ້ຮູ້ວ່າ:ໜ່ວຍພັກຮາກຖານ ຄະນະໂຄສະນາອົບຮົມແຂວງເຊ ກອງ ເປີດກອງປະຊຸມດໍາເນີນຊີວິດ ການເມືອງທ້າຍສະໄໝ ແລະ ທາບ ທາມບຸກຄະລາກອນ ອອກສະໝັກ ຮັບເລືອກຕັ້ງເຂົ້າໃນຄະນະໜ່ວຍພັກ ສະໄໝທີ VI ຮອບທີ II ໃນວັນທີ 5 ມີນາ 2026 ໂດຍການເປັນປະທານ ຂອງ ສະຫາຍ ວົງເດືອນ ຈັນທະບຸດ ຊຽງ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງເຊກອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ແຂວງອັດຕະປື ຈັດພິທີສະເຫລີມສະຫລອງວັນແມ່ ຍິງສາກົນ ຄົບຮອບ 116 ປີ (8 ມີນາ 1910-8 ມີນາ 2026 ) ພາຍ ໃຕ້ຄໍາຂວັນ“ ສິດທິ, ຄວາມຍຸດຕິ ທໍາ ການລົງມືປະຕິບັດ ເພື່ອແມ່ ຍິງ ແລະ ເດັກຍິງທຸກຄົນ” ເມື່ອ ມໍ່ໆ ມ າ ນີ້ ທີ່ສ ວ ນ ສ າ ທ າ ລ ະ ນະແຂວງອັດຕະປືໂດຍມີທ່ານ ນາງ ມີນາພອນ ໄຊຊົມພູ ຮອງເລ ຂາ ພັກແຂວງ, ມີຄະນະບໍລິຫານງານ ສະຫະພັນແມ່ຍິງແຂວງ ພ້ອມ ດ້ວຍສະມາຊິກແມ່ຍິງ ຈາກໜ່ວຍ ສະຫະພັນແມ່ຍິງອ້ອມຂ້າງແຂວງ ເຂົ້າຮ່ວມ. ໃນພິທີ ທ່ານ ນາງ ມີນາພອນ ໄຊສົມພູ ໄດ້ຍົກໃຫ້ເຫັນເຖິງຕົ້້ນ ກໍາເນີດ ແລະ ຄວາມເປັນມາຂອງ ວັນແມ່ຍິງສາກົນ ວັນທີ 8 ມີນາ, ຊຶ່ງກໍາເນີດເກີດຂຶ້ນໃນທ່າມກາງ ສະພາບຄວາມຫຍຸ້ງຍາກສັບສົນ, ແມ່ຍິງຖືກກົດຂີ່ຂູດຮີດ ຈາກນາຍ ຈ້າງ, ເຮັດວຽກໜັກມື້ໜຶ່ງ 16-17 ຊົ່ວໂມງ, ຕໍ່ສະພາບການດັ່ງກ່າວ ເຮັດໃຫ້ແມ່ຍິງຢູ່ປະເທດຕ່າງໆ ລຸກຂຶ້ນຕໍ່ສູ້ຢ່າງເປັນຂະບວນໂດຍ ພາກັນລຸກຂຶ້ນປະທ້ວງດ້ວຍຫລາຍ ຮູບການເປັນຕົ້ນ ນັດຢຸດງານປະ ທ້ວງ ເພື່ອທວງໃຫ້ນາຍຈ້າງຫລຸດ ເວລາການເຮັດວຽກລົງ, ຍັງເຫລືອ ມື້ລະ 8 ຊົ່ວໂມງ, ຕໍ່ມາໃນວັນທີ 8 ມີນາ1910 ຄວາມພະຍາຍາມຂອງ ພວກແມ່ຍິງ ກໍໄດ້ຂະຫຍາຍໄປ ໃນວົງກວ້າງໄປສູ່ປະເທດຕ່າງໆ, ຈາກນັ້ນ ກອງປະຊຸມແມ່ຍິງສາກົນ ທີ່ນະຄອນ ໂກເປັນຮາກ (Copenhagen) ປະເທດເດັນມາກ (Denmark) ຈຶ່ງໄດ້ປະກາດ ຮັບຮອງເອົາຂໍ້ຮຽກຮ້ອງຂອງບັນ ບໍລິສັດ ແລະ ຂໍ້ມູນອື່ນໆ ຊຶ່ງໄລຍະ ຜ່ານມາ ບໍລິສັດໄຟຟ້າຫົງສາ ຈຳກັດ ແມ່ນໄດ້ໃຫ້ຄວາມສຳຄັນ ຕໍ່ກັບດ້ານຄວາມປອດໄພ, ດ້ານ ສຸຂະພາບ ຂອງພໍ່ແມ່ປະຊາຊົນ ໃນຂອບເຂດພື້ນທີ່ຂອງບໍລິສັດໄດ້ ດຳເນີນກິດຈະການດ້ານຄວາມ ປອດໄພ ໃນແຕ່ລະປີ ໄດ້ສົມທົບ ກັບຄະນະຮັບຜິດຊອບ ຂັ້ນເມືອງ ລົງໂຄສະນາກ່ຽວກັບກົດຈະລາ ຈອນ, ການນຳໃຊ້ລົດໃຊ້ຖະໜົນ, ດ້ານສຸຂະພາບ ກໍໄດ້ມີກອງທຶນ ການສົ່ງເສີມສຸຂະພາບເຝົ້າລະວັງ ຜົນກະທົບ ໂດຍສະເພາະ ກໍຄືເຂດ ຈັດສັນບ້ານກິ່ວງີ້ວ ໂດຍແມ່ນຂະ ແໜງສາທາລະນະສຸກເມືອງ ເປັນ ເຈົ້າການຮັບຜິດຊອບ. ພ້ອມນີ້, ບ້ານອື່ນໆ ພາຍໃນເມືອງ ກໍໄດ້ຮັບ ການລົງຕິດຕາມ, ການເກັບກຳ ດ້ານສຸຂະພາບຂອງປະຊາຊົນ ໃນ ແຕ່ລະປີ ແລະ ດ້ານສິ່ງແວດລ້ອມ ທາງບໍລິສັດ ໄດ້ເອົາໃຈໃສ່ໃນການ ສ້າງສິ່ງແວດລ້ອມ ປະກອບສ່ວນໃນ ການພັດທະນາເສດຖະກິດ-ສັງຄົມ ຂອງເມືອງ ສະໜອງທຶນໃນການ ພັດທະນາພື້ນຖານໂຄງລ່າງ, ທຶນ ການສຶກສາ, ວັນສຳຄັນຕ່າງໆ ເຊັ່ນ: ວັນປູກຕົ້ນໄມ້, ວັນປ່ອຍປາ ແລະ ສັດນ້ຳແຫ່ງຊາດ ແລະ ອື່ນໆ ນອກ ນີ້, ກໍແມ່ນບຸນປະເພນີຕ່າງໆ ຂອງ ບ້ານ ແລະ ເມືອງ. ໃນກອງປະຊຸມ, ຜູ້ເຂົ້າຮ່ວມຍັງ ໄດ້ປະກອບຄຳຄິດຄຳເຫັນ ແລກ ປ່ຽນຕໍ່ກອງປະຊຸມຢ່າງກົງໄປ ກົງມາ ຕໍ່ກັບການຈັດຕັ້ງປະຕິບັດ ບາງວຽກງານ ໂດຍສະເພາະວຽກ ງານຮັກສາສຸຂະພາບຂອງປະຊາ ຊົນ, ວຽກງານໄຟໄໝ້ລາມປ່າ, ການ ນຳໃຊ້ລົດ, ໃຊ້ຖະໜົນຂອງ ບໍລິສັດ ເມືອເງິນ ອິນເຕີໄພຣ້ ໃນການຂົນສົ່ງ ຫີນຈາກບ້ານບີໝີຫາໂຮງງານ ໄຟຟ້າ, ການຄຸ້ມຄອງສາຍສົ່ງໄຟຟ້າ ແຮງສູງ 500 ກິໂລໂວນ ທີ່ຜ່ານ 6 ບ້ານໃນຂອບເຂດເມືອງເງິນ ແລະ ອື່ນໆ ເພື່ອໃຫ້ບໍລິສັດໄຟຟ້າຫົງສາ ຈຳກັດ ນຳໄປຄົ້ນຄວ້າ ແລະ ແກ້ໄຂ ໃນຕໍ່ໜ້າໃຫ້ດີຂຶ້ນ ແລະ ມີຜົນສຳເລັດ ຕາມລະດັບຄາດໝາຍ. ຂ່າວ: ອິນແປງ ແຫວນຄໍາ ຂອງການຍື່ນເອກະສານເຮັດບັດ ປະຈຳຕົວດີຈິຕອນ. ທ່ານ ພັນເອກ ອາຄົມ ວົງພະຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫລວງນ້ຳທາ ໃຫ້ຮູ້ເມື່ອບໍ່ ດົນມານີ້ວ່າ: ຕໍ່ກັບບັນຫາດັ່ງກ່າວ ທາງຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ ຫລວງນ້ຳທາ ກໍໄດ້ມີການແນະນຳ ແກ່ຜູ້ມາໃຊ້ບໍລິການ ທັງນີ້ກໍເພື່ອ ຄວາມສະດວກຕໍ່ຜູ້ທີ່ປະຕິບັດໜ້າ ທີ່ພົນລະເມືອງທີ່ຈະເຂົ້າມາໃຊ້ບໍລິ ການ ໂດຍສະເພາະການກະກຽມເອ ກະສານຕ່າງໆ ເພື່ອບໍ່ໃຫ້ເປັນການ ເສຍເວລາ ຄື: ປຶ້ມສຳມະໂນຄົວ ຕົ້ນສະບັບ; ຖືບັດປະຈຳຕົວເກົ່າ ສີຂຽວ; ລະບຽບການນຸ່ງຖືຕ້ອງ ແຕ່ງກາຍສຸພາບແມ່ຍິງນຸ່ງສິ້ນ, ເສື້ອມີຄໍ (ຍົກເວັ້ນເສື້ອສີຂາວ); ຜູ້ຊາຍຕ້ອງນຸ່ງໂສ້ງຂາຍາວ, ເສື້ອ ມີຄໍ(ຍົກເວັ້ນສີຂາວ); ຕ້ອງມາຮັບ ບັດຄິວນໍາເຈົ້າໜ້າທີ່ຕໍາຫລວດທີ່ ຮັບຜິດຊອບຢູ່ແຕ່ລະຈຸດ. ພ້ອມນີ້, ຍັງມີຄະນະຮັບຜິດຊອບແຕ່ສູນກາງ ໄດ້ລົງມານຳພາ-ຊີ້ນຳ ເອົາໃຈໃສ່ ຊຸກຍູ້ ແລະ ໃກ້ຊິດຕິດແທດເປັນ ປະຈຳ; ມີອຸປະກອນທີ່ທັນສະໄໝ ທີ່ທາງຂັ້ນເທິງໄດ້ຕິດຕັ້ງໃຫ້ຄົບ ຊຸດ ຈາກໂຄງການສ້າງຖານຂໍ້ມູນ ສຳມະໂນຄົວ ແລະ ອອກບັດປະຈຳ ຕົວດີຈິຕອນ. ທ່ານ ພັນເອກ ອາຄົມ ວົງພະຈັນ ກ່າວຕື່ມວ່າ: ຢູ່ແຂວງຫລວງນ້ຳທາ ໄດ້ເລີ່ມບໍລິການໃຫ້ພົນລະເມືອງ ລາວ ເຮັດບັດປະຈຳຕົວດີຈິຕອນ ແຕ່ ວັນທີ 23 ມັງກອນ 2026 ເປັນຕົ້ນ ມາ. ສໍາລັັບສະຖານທີ່ໃຫ້ບໍລິການ ລວມມີ 6 ຈຸດຄື: ຫ້ອງຄຸ້ມຄອງສໍາ ມະໂນຄົວ ແລະ ກໍ່ສ້າງຮາກຖານ ຊັ້ນ 1 ຂອງກອງບັນຊາການ ປກສ ແຂວງຫລວງນ້ຳທາ; ກອງບັນຊາ ການ ປກສ ເມືອງຫລວງນ້ຳທາ; ກອງບັນຊາການ ປກສ ເມືອງວຽງ ພູຄາ; ກອງບັນຊາການ ປກສ ເມືອງ ສິງ; ກອງບັນຊາການ ປກສ ເມືອງ ລອງ ແລະ ຢູ່ທີ່ກອງບັນຊາການ ປກສ ເມືອງນາແລ. ໂອກາດນີ້, ທ່ານ ພັນເອກ ອາຄົມ ວົງພະຈັນ ຍັງໄດ້ຮຽກຮ້ອງ ແລະ ປຸກລະດົມຂົນຂວາຍ ພະນັກງານ, ທະຫານ-ຕຳຫລວດ, ປະຊາຊົນ ບັນດາເຜົ່າ, ພໍ່ຄ້າຊາວຂາຍ ແລະ ນັກທຸລະກິດ ໃຫ້ພ້ອມເຂົ້າມາເຮັດ ບັດປະຈຳຕົວໄດ້ຢູ່ 6 ຈຸດ ທີ່ໄດ້ກຳ ນົດໃຫ້ຕໍ່ເນື່ອງ ແລະ ໃຫ້ສຳເລັດ ຕາມເວລາທີ່ຂັ້ນເທິງໄດ້ກຳນົດໄວ້ ໃນປີ 2026 ນີ້. ຂ່າວ: ສີຄັນສໍ ດາກໍາມະກອນຍິງ ທີ່ໃຫ້ຫລຸດເວລາ ເຮັດວຽກລົງເຫລືອມື້ລະ 8 ຊົ່ວໂ ມງ, ຈາກວັນດັ່ງກ່າວນັ້ນ ເພິ່ນຈຶ່ງກໍານົດ ເອົາວັນທີ 8 ມີນາ ຂອງທຸກໆປີ ເປັນ ວັນແມ່ຍິງສາກົນ. ໂອກາດນີ້ ທ່ານ ນາງຈັນເພັດ ຈັນທ ະມາດ ກຳມ ະກ ານພັກແຂວງ, ປະທ ານສະຫະພັນແມ່ຍິງແຂວງ ໄດ້ ໃຫ້ຮູ້ວ່າ: ໄລຍະ 1 ປີຜ່ານມາ, ສະ ຫະພັນແມ່ຍິງແຂວງ, ໄດ້ນໍາພາສະ ມາຊິກສະຫະພັນແມ່ຍິງບັນດາເຜົ່າ ເຂົ້າຮ່ວມການເຜີຍແຜ່ເຊື່ອມຊຶມ ແນວທາງນະໂຍບາຍ, ມະຕິ, ຄໍາ ສັ່ງ ແລະ ເອກະສານສໍາຄັນຕ່າງໆ ຂອງຊາດ-ຂອງພັກ ທີ່ຄະນະນໍາ, ອົງການປົກຄອງທ້ອງຖິ່ນຈັດຂຶ້ນ ໄດ້ 19 ຄັ້ງ, ມີຜູ້ເຂົ້າຮ່ວມ 6.968 ເທື່ອຄົນ, ຍິງ 3.747 ເທື່ອຄົນ, ຊາຍ 3.221 ເທື່ອຄົນ,ປາຖະກະຖາມູນ ເຊື້ອປະຫວັດສາດຂອງພັກ-ຂອງ ຊາດ, ຂອງແມ່ຍິງສາກົນໄດ້ 15 ຄັ້ງ, ມີຜູ້ເຂົ້າຮ່ວມ 5.359 ເທື່ອຄົນ, ຍິງ 3.923 ເທື່ອຄົນ, ຊາຍ 586 ເທື່ອຄົນ, ຈັດກິດຈະກຳຍ່າງເພື່ອ ສຸຂະພາບ (ຍິງ-ຊາຍ) ສະເຫລີມ ສະຫລອງວັນແມ່ຍິງສາກົນ ວັນທີ 8 ມີນາ 2025 ຄົບຮອບ 115 ປີ ມີ ຜູ້ເຂົ້າຮ່ວມ 1.525 ຄົນ ຍິງ 298 ຄົນ, ການປັບປຸງ ແລະ ຂະຫຍາຍ ການຈັດຕັ້ງສະຫະພັນແມ່ຍິງ, ເປີດ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວ ແຂວງ ຄັ້ງທີ IX ຂັ້ນແຂວງ, ຂັ້ນ ເມືອງ ແລະ ຮາກຖານ 100%, ຂະ ຫຍາຍສະມາຊິກແມ່ຍິງ 176 ຄົນ ເທົ່າ 0,6%, ວຽກງານປົກປ້ອງສິດ ຜົນປະໂຫຍດຂອງແມ່ຍິງແລະ ເດັກ, ໂຄສະນາ, ເຜີຍແຜ່ລັດຖະທໍາມະນູນ, ກົດໝາຍ ແລະ ສົນທິສັ ນຍາສາກົນ ທີ່ພົວພັນເຖິງສິດຜົນປະໂຫຍດອັນ ຊອບທຳຂອງແມ່ຍິງ ແລະ ເດັກນ້ອຍ ມີ1 ຄັ້ງ 5 ບ້ານ, ມີຜູ້ເຂົ້າຮ່ ວມ 378 ຄົນ ຍິງ 193 ຄົນ, ໃຫ້ຄໍາປຶກສາ ແລະ ແກ້ໄຂບັນຫາໃນການຊ່ວຍ ເຫລືອ ເພື່ອປົກປ້ອງສິດ ແລະ ຜົນ ປະໂຫຍດອັນຊອບທໍາຂອງແມ່ຍິງ ແລະ ເດັກນ້ອຍ 1 ຄັ້ງ, ມີຜູ້ເຂົ້າຮ່ ວມ 8 ຄົນ ຍິງ 7 ຄົນ, ສະເຫລີມສະ ຫລອງວັນເດັກສາກົນ ວັນທີ 1 ມິຖຸນາ 2025 ຄົບຮອບ 100 ປີ, ມີ 6 ຈຸດ, ມີຜູ້ເຂົ້າຮ່ວມ 3.357 ຄົນ ຍິງ 3.068 ຄົນ, ວຽກສົ່ງ ເ ສີມ ຄ ວ າ ມ ສ ະ ເ ໝີພ າ ບ ຍິ ງ - ຊາຍ, ເຜີຍແຜ່ວຽກງານການລຶບ ລ້າງທຸກຮູບການຈໍາແນກຕໍ່ແມ່ ຍິງ, ການຕ້ານການໃຊ້ຄວາມຮຸນ ແຮງຕໍ່ແມ່ຍິງ ແລະ ເດັກ, ການສົ່ງ ເສີມ, ການພັດທະນາ, ປົກປ້ ອງ ແລະ ການມີສ່ວນຮ່ວມຂອງເດັກ ລວມ ທັງການປົກປ້ອງສິດ ແລະ ຜົນ ປະໂຫຍດຂອງແມ່ ແລະ ເດັກ 5 ບ້ານຜູ້ເຂົ້າຮ່ວມ 80 ຄົນ ຍິງ 556 ຄົນ, ປູກຈິດສໍານຶກກ່ຽວກັບ ກົດໝາຍຕ້ານການໃຊ້ຄວາມຮຸນ ແຮງຕໍ່ແມ່ຍິງ ແລະ ເດັກ ມີ 1 ຄັ້ງ, ມີ 15 ບ້ານ ມີຜູ້ເຂົ້າຮ່ວມ 321 ຄົນ, ຍິງ 242 ຄົນ, ຊາຍ 79 ຄົນ. ຂ່າວ: ມະນີວອນ ວຽງໄຊ ສະຫາຍ ຄໍາພາ ໄຊຍະແສງ ກໍາມະການພັກແຂວງ ເລຂາໜ່ວຍ ພັກ ຫົວໜ້າຄະນະໂຄສະນາອົບຮົມ ແຂວງ ໄດ້ກ່າວວ່າ: ກອງປະຊຸມ ຄັ້ງນີ້, ມີຄວາມໝາຍສໍາຄັນ ຊຶ່ງ ຈະໄດ້ພ້ອມກັນຕີລາຄາຄືນການ ນໍາພາ-ຊີ້ນໍາ, ການປະຕິບັດພາລະ ບົດບາດ, ສິດ ແລະໜ້າທີ່ຂອງໜ່ວຍ ພັກ ແລະ ບຸກຄົນໃນຄະນະໜ່ວຍພັກ ຕະຫລອດໄລຍະ 5 ປີຜ່ານມາ ເພື່ອ ເປັນບ່ອນອີງ ແລະ ເປັນບົດຮຽນ ໃນການປັບປຸງ, ແກ້ໄຂ, ສືບຕໍ່ ນໍາພາວຽກງານໃນຊຸມປີຕໍ່ໜ້າໃຫ້ ດີຂຶ້ນ. ພ້ອມນີ້, ສະມາຊິກພັກກໍ ຈະໄດ້ໃຊ້ສິດປ່ອນບັດທາບທາມ ເລືອກເອົາບຸກຄະລາກອນ ອອກສະ ໝັກຮັບເລືອກຕັ້ງເຂົ້າໃນຄະນະ ໜ່ວຍພັກ ສະໄໝທີ VI ຮອບທີ II, ພ້ອມທັງ ຮັບຟັງການລາຍງານຜົນ ການຄົ້ນຄວ້າ ແລະ ປັບປຸງເນື້ອ ໃນຮ່າງບົດລາຍງານການເມືອງ, ແຜນພັດທະນາວຽກງານໂຄສະນາ ອົບຮົມແຂວງໃນ5ປີຕໍ່ໜ້າ ແລະ ບົດ ສໍາຫລວດການນໍາພາລວມ ຂອງ ຄະນະໜ່ວຍພັກຊຸດເກົ່າ ຕາມການ ປະກອບຄໍາເຫັນ ຂອງຜູ້ແທນກອງ ປະຊຸມ ໃນກອງປະຊຸມທາບທາມ ຮອບທີ I ຜ່ານມາ. ໃນໂອກາດນີ້, ສະຫາຍວົງເດືອນ ຈັນທະບຸດຊຽງ ກໍໄດ້ມີຄໍາເຫັນຊີ້ນໍາ ໃຫ້ສະມາຊິກພັກ ຈົ່ງເຊີດຊູຄວາມ ຮັບຜິດຊອບການເມືອງຂອງຕົນ ເຂົ້າໃນການຄົ້ນຄວ້າ, ພິຈາລະນາ ແລະ ປະກອບຄໍາຄິດຄໍາເຫັນຕໍ່ຮ່າງ ເອກະສານ 3 ບົດ ແລະ ໃຊ້ສິດປະຊາ ທິປະໄຕທາບທາມ ເພື່ອເລືອກໄດ້ຜູ້ທີ່ ມີມາດຖານ, ມີເງື່ອນໄຂຄົບຖ້ວນ ແລະ ມີຄວາມຮູ້ຄວາມສາມາດຢ່າງ ແທ້ຈິງ ອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະໜ່ວຍພັກ ຄະນະໂຄສະ ນາອົບຮົມແຂວງ ສະໄໝທີ VI ເພື່ອ ເປັນໃຈກາງເຕົ້າໂຮມຄວາມສາມັກ ຄີ ແລະ ນໍາພາວຽກງານໃນຕໍ່ໜ້າໃຫ້ ມີຜົນສໍາເລັດ. ຂ່າວ-ພາບ: ສັນຍາ
RkJQdWJsaXNoZXIy MTc3MTYxMQ==