7231

10/03/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ແສງສະຫວັນັ gvdt]a d;a fmtotme0v'-q ogzqj kdt86 lqj 'glu ,dkolh k'76j Ij ;,-k8kde ]k;{9u o fh ;pdkoIj ;,,n fh kolnj ,;o-q o ]k;{9u o ຂປລ. ການເວລາໝູນວຽນປ່ຽນ ໄປ, ແຕ່ມິດຕະພາບຍິ່ງເລິກເຊິ່ງຂຶ້ນ. ປີ 2026 ແມ່ນປີທີສອງປະເທດ ລາວ ແລະ ຈີນ ສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ. ໃນຕົ້ນປີນີ້, ການ ນຳສູງສຸດຂອງສອງປະເທດ ລາວຈີນ ໄດ້ປະກາດຮ່ວມກັນກຳນົດໃຫ້ປີ ນີ້ເປັນ “ປີມິດຕະພາບ ລາວ-ຈີນ”. ນັບແຕ່ສ້າງສາຍພົວພັນການທູດມາ 65 ປີ, ສາຍພົວພັນລະຫວ່າງສອງ ປະເທດແມ່ນໝັ້ນຄົງເຂັ້ມແຂງປຽບ ( ລູກສາວແຫ່ງພູດອຍ ) ( ຄ້ອງບັ້ງວິເສດ ) ( ການຊຸກຍູ້ມິດຕະພາບລາວ-ຈີນ ) ( ເລື່ອງລາວແຫ່ງການເວລາ ) ຂປລ. ປະເທດລາວ ມີອະລິຍະ ທຳທີ່ເກົ່າແກ່ໃນອາຊີຕາເວັນອອກ ສຽງໃຕ້ແລະ ມີຄວາມຫລາກຫລາຍ ທາງດ້ານຊົນເຜົ່າ, ວັດທະນະທຳ, ຮີດຄອງປະເພນີ ແລະ ຮູບແບບ ການດຳລົງຊີວິດ, ມີວົງຄະນາຍາດ ແຫ່ງຊາດລາວ ເຖິງ 50 ຊົນເຜົ່າ ຊຶ່ງ ໃນນັ້ນ ຊົນເຜົ່າກະຕູ ກໍເປັນໜຶ່ງ ແລະ ນອນຢູ່ໃນກຸ່ມຊົນເຜົ່າທີ່ປາກເວົ້າ ພາສາມອນ-ຂະແມ ແລະ ມີຮູບແບບ ການດຳລົງຊີວິດທີ່ເປັນເອກະລັກ ອັນໄດ້ກາຍເປັນມົນສະເໜ່ສະເພາະ ຂອງເຂົາເຈົ້າ. ຊົນເຜົ່າກະຕູ ໄດ້ມາຕັ້ງຖ່ິນຖານ ເໝືອນຫີນຜາ. ໃນເສັ້ນທາງແຫ່ງ ການກ້າວເດີນໄປຮ່ວມກັນຢ່າງສະ ໜິດແໜ້ນຂອງສອງປະເທດ, ສື່ ມວນຊົນຂອງທັງສອງຝ່າຍບໍ່ພຽງ ແຕ່ເປັນຜູ້ບັນທຶກປະຈັກພະຍານເທົ່າ ນັ້ນ, ຫາກຍັງເປັນຜູ້ເຂົ້າຮ່ວມ ແລະ ຜູ້ຊຸກຍູ້ອີກດ້ວຍ ໂດຍສະເພາະໃນ ຊຸມປີຜ່ານມາ, ສະຖານີໂທລະພາບ ແຫ່ງຊາດລາວ ແລະ ຄູ່ຮ່ວມງານສື່ ມວນຊົນຈີນ ໂດຍມີສະຖານີວິທະຍຸ ແລະ ໂທລະພາບກວາງຊີ ເປັນຕົວ ແທນໄດ້ຂະຫຍາຍຮູບແບບການ ຮ່ວມມືຢ່າງບໍ່ຢຸດຢັ້ງ, ປະຕິບັດການ ຮ່ວມມືທີ່ມີປະສິດທິຜົນຊຸດໜຶ່ງ, ເຮັດ ໃຫ້ເລື່ອງລາວມິດຕະພາບຂອງສອງ ປະເທດໄດ້ເຂົ້າເຖິງຄອບຄົວ ແລະ ປະຊາຊົນ ລາວ-ຈີນ ຢ່າງຕໍ່ເນື່ອງ. ນັບແຕ່ປີ 2014 ເປັນຕົ້ນມາ, ສະຖານີພວກເຮົາ ແລະ ສະຖານີ ວິທະຍຸ ແລະ ໂທລະພາບກວາງຊີ ໄດ້ຮ່ວມກັນຈັດລາຍການ “ໂຮງ ລະຄອນຈີນ”, “ກາຕູນຈີນ” ເປັນ ຕົ້ນມາ, ຮອດປັດຈຸບັນໄດ້ອອກອາ ກາດເນື້ອໃນຫລາຍກວ່າ 3.000 ຕອນ. ລະຄອນເລື່ອງ “ຫົງເລົາ ເມີ້ງ” (ຄວາມຝັນໃນຫໍແດງ), “ລູກສາວແຫ່ງພູດອຍ”, “ເພື່ອ ແສງສະຫວ່າງຊີວິດ ມ ປາຍ” ແລະ ອື່ນໆ ໄດ້ເຮັດໃຫ້ພວກເຮົາເຫັນພາບ ລວມຂອງຈີນທີ່ແທ້ຈິງ, ຫລາຍມິຕິ ແລະ ຫລາກຫລາຍ. ກາຕູນເລື່ອງ “ຄ້ອງບັ້ງວິເສດ”, “ການພະຈົນໄພ ຖອດລະຫັດ”, “ຕໍານານມັງກອນ ດອກ ກັບ ຂົວລົມຝົນ” ແລະ ອື່ນໆ ໄດ້ເປີດໜ້າຕ່າງໃຫ້ເດັກນ້ອຍລາວ ໄດ້ຮູ້ຈັກກວາງຊີ, ຮູ້ຈັກຈີນ. ປີ 2016, ສະຖານີພວກເຮົາ ແລະ ສະຖານີວິທະຍຸ ແລະ ໂທລະພາບ ກວາງຊີ ໄດ້ຮ່ວມກັນຖ່າຍທຳສາລະ ຄະດີ “ເລື່ອງລາວແຫ່ງການເວລາ” ເພື່ອສະເຫລີມສະຫລອງວັນສ້າງ ຕັ້ງສາຍພົວພັນການທູດ ລາວຈີນ ຄົບຮອບ 55 ປີ ຊຶ່ງໄດ້ຮັບຜົນ ຕອບຮັບຢ່າງກວ້າງຂວາງຢູ່ສອງ ປະເທດ. ເສັ້ນທາງການຮ່ວມມືໜຶ່ງທົດ ສະວັດ, ຍ້ອນມີອຸດົມການຮ່ວມກັນ ຈຶ່ງໄດ້ເດີນຕາມເສັ້ນທາງດຽວກັນ. 10 ປີຜ່ານມາ, ສອງສະຖານີ ໄດ້ຮ່ວມກັນຖ່າຍທຳສາລະຄະດີ ຫລາຍເລື່ອງ ທີ່ສະທ້ອນໃຫ້ເຫັນ ມິດຕະພາບ ລາວ-ຈີນ, ບັນທຶກ ເລື່ອງລາວອັນອົບອຸ່ນ ແລະ ໝາກ ຜົນອັນໜ້າຊົມຊື່ນໃນການຮ່ວມກັນ ສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ທີ່ ມີຄຸນນະພາບສູງ ແລະ ການສ້າງຄູ່ ຮ່ວມຊາຕາກຳ ລາວ-ຈີນ ດ້ວຍເລນ ກ້ອງ. ໃນໄລຍະນີ້, ພວກເຮົາຍັງໄດ້ ຮ່ວມກັນຈັດກິດຈະກຳຕ່າງໆເຊັ່ນ: ການແຂ່ງຂັນຄວາມຮູ້ກ່ຽວກັບວັນ ສ້າງຕັ້ງສາຍພົວພັນການທູດ ລາວຈີນ ຄົບຮອບ 60 ປີ, ກິດຈະກຳຕ້ອນ ຮັບປີໃໝ່ຂ້າມຊາດ “ສີ່ທະເລຮ່ວມ ຂັບຂັນສາຍໄໝສຽງປະສານ”; ຜ່ານການຮ່ວມມືຢ່າງໜາແໜ້ນກັບ ສະຖານີວິທະຍຸ ແລະ ໂທລະພາບ ກວາງຊີ, ພາບພົດຂອງຊາດລາວໄດ້ ຮັບການເຜີຍແຜ່ຢ່າງກວ້າງຂວາງ ໃນປະເທດຈີນ. ໃນຊຸດກິດຈະກຳຂອງສື່ມວນ ຊົນບັນດາປະເທດລ້ານຊ້າງ-ແມ່ ນ້ຳຂອງປີ 2025 ທີ່ຈັດຂຶ້ນຢູ່ນະ ຄອນໜານໜິງ ກວາງຊີ ເມື່ອເດືອນ ພະຈິກ ປີ 2025, ຜູ້ຕາງໜ້າສະ ຖານີພວກເຮົາໄດ້ຢືນຢັນຢ່າງຈະ ແຈ້ງວ່າ: “ການຊຸກຍູ້ມິດຕະພາບ ລາວ-ຈີນ ໃຫ້ກ້າວເດີນໄປຂ້າງໜ້າ ຢ່າງບໍ່ຢຸດຢັ້ງ, ນີ້ແມ່ນໜ້າທີ່ ແລະ ພາລະກິດອັນມີກຽດຮ່ວມກັນຂອງ ພວກເຮົາຜູ້ເຮັດວຽກງານສື່ມວນ ຊົນ”. ເມື່ອບໍ່ດົນມານີ້, ກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ດຳເນີນໄປຢ່າງສຳເລັດຜົນ. ປີນີ້ ຍັງກົງກັບປີທຳອິດຂອງການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15 ຂອງຈີນ. ທັງລາວ ແລະ ຈີນ ລ້ວນ ແຕ່ໄດ້ວາງແຜນໄລຍະຍາວ ເພື່ອ ການພັດທະນາທີ່ດີງາມກວ່າເກົ່າ ຂອງຕົນ, ໃນຂະບວນການກ້າວ ເດີນໄປຂ້າງໜ້ານັ້ນ, ຍ່ອມມີເນື້ອ ໃນທີ່ໜ້າສົນໃຈຫລາຍຢ່າງທີ່ສື່ມວນ ຊົນສອງປະເທດຄວນຮ່ວມກັນຊອກ ຄົ້ນ, ບັນທຶກ ແລະ ເຜີຍແຜ່. ປີນີ້, ພວກເຮົາຈະຮ່ວມມືກັບ ສະຖານີວິທະຍຸ ແລະ ໂທລະພາບ ກວາງຊີ ໃນຂົງເຂດປັນຍາປະດິດ ຫລື AI ແບບທົດລອງ, ເພື່ອສ້າງ ພະລັງຂັບເຄື່ອນໃໝ່ໃຫ້ແກ່ການ ຜະລິດເນື້ອໃນຂອງພວກເຮົາ. ພ້ອມດຽວກັນນີ້, ຍັງຈະໄດ້ເສີມ ຂະຫຍາຍທ່າແຮງໄດ້ປຽບດ້ານ ການຮ່ວມມືສື່ມວນຊົນຂອງພວກ ເຮົາ, ສ້າງກິດຈະກຳແລກປ່ຽນ ວັດທະນະທຳ-ສັງຄົມ ທີ່ເນັ້ນໃສ່ ການພົວພັນແລກປ່ຽນລະຫວ່າງ ຊາວໜຸ່ມ ລາວ-ຈີນ ໃຫ້ຫລາຍຂຶ້ນ, ເພື່ອຊຸກຍູ້ການສືບທອດ ແລະ ເສີມ ຂະຫຍາຍມິດຕະພາບ ລາວ-ຈີນ. 65 ປີ ຜ່ານຟ້າຝົນລົມແຮງຮ່ວມ ກັນ, ສາຍພົວພັນລາວ-ຈີນ ຍິ່ງ ເຕີບໃຫຍ່ເຂັ້ມແຂງ. ໃນຖານະເປັນ ນັກຮົບສື່ມວນຊົນ, ພວກເຮົາມີກຽດ ທີ່ໄດ້ຢືນຢູ່ໃນຖານະຜູ້ບັນທຶກ ແລະ ຜູ້ ກໍ່ສ້າງຂອງຍຸກສະໄໝອັນຍິ່ງໃຫຍ່. ສະຖານີໂທລະພາບແຫ່ງຊາດລາວ ຈະສືບຕໍ່ຖືໝັ້ນຈິດໃຈ “ເພື່ອນບ້ານ ທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ, ຄູ່ຮ່ວມງານທີ່ດີ” ທັງ 4 ປະການ, ເດີນຄຽງບ່າຄຽງໄຫລ ກັບສະຖານີ ວິທະຍຸ ແລະ ໂທລະພາບກວາງ ຊີ ແລະ ຄູ່ຮ່ວມງານສື່ມວນຊົນຈີນ ອື່ນໆ, ປະກອບສ່ວນດ້ານສື່ມວນຊົນ ເຂົ້າໃນການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ໄດ້ມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງ. ຂໍອວຍພອນໃຫ້ມິດຕະພາບ ລາວຈີນ ຈົ່ງດຳລົງຄົງຢູ່ຄູ່ກັນດັ່ງແມ່ ນ້ຳຂອງ ແລະ ແມ່ນ້ຳລ້ານຊ້າງ ທີ່ໄຫລຫລັງບໍ່ຢຸດຢັ້ງ ແລະ ຍືນຍົງ ຕະຫລອດການ.! -u ;y f{;a fmtotme u y a ພູມລຳເນົາຢູ່ລາວເຮົາໄດ້ຫລາຍ ຮ້ອຍປີ ຢູ່ບັນດາແຂວງພາກໃຕ້ຂອງ ລາວເຮົາເປັນຕົ້ນ ເມືອງກະລຶມ, ເມືອງດາກຈຶງ ແລະ ເມືອງທ່າແຕງ ແຂວງເຊກອງ; ເມືອງເລົາງາມ, ເມືອງສາລະວັນ ແຂວງສາລະວັນ; ເມືອງປາກຊ່ອງ ແລະ ເມືອງບາ ຈຽງຈະເລີນສຸກ ແຂວງຈຳປາສັກ. ສ່ວນປະຫວັດຄວາມເປັນມາ ແລະ ຕົ້ນກຳເນີດຂອງຊົນເຜົ່ານີ້ແມ່ນຄ້າຍ ຄືກັບບັນດາຊົນເຜົ່າໃນໝວດພາສາ ມອນ-ຂະແມ ຊຶ່ງນັກຄົ້ນຄວ້າຫລາຍ ຄົນໄດ້ສັນນິຖານວ່າ: ໄດ້ອົບພະຍົບ ແລະ ເຄື່ອນຍ້າຍມາຈາກພາກ ຕາເວັນອອກສ່ຽງໃຕ້ຂອງອິນເດຍ ແລະ ບໍລິເວນຕອນໃຕ້ຂອງ ສປ ຈີນ ເພາະຢູ່ເຂດນີ້ຍັງປະກົດມີກຸ່ນ ຄົນທີ່ປາກເວົ້າພາສາມອນ-ຂະແມ ຄື: ພວກມູນດະ ແລະ ພວກໂກນ. ຊົນເຜົ່ານີ້ປະກອບມີຫລາຍແຊງ ດ້ວຍກັນຄື: ຕຣີວ, ດາກກັງ (ບັນ ເດງ), ອັຣນາອາສານ ແລະ ເຟືອງ. ສ່ວນຫລາຍເຂົາເຈົ້າດຳລົງຊີວິດຢູ່ ເຂດພູດອຍທີ່ຫ່າງໄກສອກຫລີກ, ເຂົາເຈົ້າມີອາຊີບຫລັກໃນການເຮັດ ໄຮ່, ປູກພືດຜັກ, ລ້ຽງສັດ ແລະ ອື່ນໆ ເພື່ອໄວ້ບໍລິໂພກໃນຄົວເຮືອນ ໂດຍ ທົ່ວໄປແລ້ວ, ວິທີການດຳລົງຊີວິດ ປະຈຳວັນຂອງເຂົາເຈົ້າຍັງຕິດພັນ ກັບທຳມະຊາດເປັນສ່ວນໃຫຍ່. ຕາມປະເພນີເຂົາເຈົ້າແລ້ວ, ມັກ ຈະປຸກສ້າງເຮືອນແບບເປັນວົງມົນ ອ້ອມສາລາກວານ ແລະ ໃຫ້ຢູ່ໃກ້ ກັບຕະກຸນ ຫລື ເຊື້ອສາຍຂອງຕົນ, ລັກສະນະເປັນເຮືອນຮ້ານຕ່ຳ ແລະ ເປັນເຮືອນຍາວ ໂດຍອາໄສຢູ່ນຳ ກັນຫລາຍຄອບຄົວ ແລະ ຫລາຍ ເຊັ່ນຄົນໝາຍຄວາມວ່າ: ໃນບ້ານ ຂອງຊົນເຜົ່າກະຕູ ຈະມີເຮືອນສາ ລາກວານຢູ່ໃຈກາງ ຊຶ່ງສາລາ ກວານນີ້ເຂົາເຈົ້າຈະໃຊ້ເປັນສະຖານ ທີ່ໂຮມຊຸມນຸມ, ເປັນບ່ອນຮັບແຂກ, ຈັດງານພິທີກຳຕ່າງໆກ່ຽວກັບ ຄວາມເຊື່ອຖື ເພື່ອປະຕິບັດຕາມຮີດ ຄອງປະເພນີຂອງຊົນເຜົ່າກະຕູ ໃນ ບ້ານ, ເຮືອນຂອງເຂົາເຈົ້າມີການ ຄະລຳ ແລະ ຂໍ້ຫ້າມຄື: ກ່ອນເຂົ້າ ບ້ານຕ້ອງສັງເກດເບິ່ງປະຕູໂຂງວ່າ ມີຟົດໄມ້ ຫລື ບໍ່, ຖ້າມີຟົດໄມ້ດິບ ສະແດງວ່າຫ້າມເຂົ້າບ້ານ, ກ່ອນ ຈະຮູດເຂົ້າ, ກ່ຽວເຂົ້າມີການຄະລຳ ບ້ານໂດຍຄົນໃນບໍ່ໃຫ້ອອກ, ຄົນ ນອກບໍ່ໃຫ້ເຂົ້າ, ຫ້າມຂຶ້ນເຮືອນໃນ ເວລາມີຟົດໄມ້ດິບຕິດຢູ່ຝາເຮືອນ ຫລື ປະຕູ, ບໍ່ໃຫ້ນັ່ງອີງເສົາເຮືອນ, ບໍ່ໃຫ້ນອນຂວາງເຮືອນ ແລະ ການ ເຂົ້າ-ອອກເຮືອນຂອງແຂກ ຕ້ອງ ເຂົ້າອອກປະຕູທີ່ໃຊ້ສຳລັບຮັບແຂກ ເທົ່ານັ້ນ. ເຖິງແນວໃດກໍດີ, ແຕ່ລະປີຊົນ ເຜົ່ານີ້ ຈະມີພິທີກຳໃຫຍ່ ແລະ ນ້ອຍ ຫລາຍຄັ້ງ ເພື່ອຂໍຄວາມສັກສິດ, ຄວາມຢູ່ເຢັນເປັນສຸກໃນການດຳລົງ ຊີວິດ ກໍຄື ການຜະລິດ. ສ່ວນບຸນປະ ເພນີທີ່ສຳຄັນໄດ້ແກ່ການເຮັດບຸນ ຂວັນເຂົ້າ, ພາສາກະຕູ ເອີ້ນວ່າ: “ອາຢາ”, ບຸນກ່ອນລົງມືປູກຝັງ, ບຸນກ່ອນການຮູດ ຫລື ກ່ຽວເຂົ້າ, ບຸນສາລາກວານ ແລະ ພິທີກຳອື່ນໆ. ການເຮັດບຸນ ແລະ ພິທີກຳຕ່າງໆ ທີ່ໄດ້ວ່າມານັ້ນມີທັງເຮັດຢູ່ໃນຄອບ ຄົວ ແລະ ເຮັດລວມບ້ານ; ໃນເວລາ ເຮັດພິທີນັ້ນເຂົາເຈົ້າມັກຂ້າໄກ່, ໝູ ຫລື ຄວາຍ ເພື່ອຖວາຍແກ່ສິ່ງ ສັກສິດ ແລະ ເປັນອາຫານສຳລັບ ແຂກຄົນທີ່ມາຮ່ວມງານ. ນອກນັ້ນ. ການນຸ່ງຖືກໍມີເອກະລັກສະເພາະ ຂອງຕົນ ຊຶ່ງເມື່ອກ່ອນຜູ້ຊາຍມັກ ນຸ່ງກະຕ່ຽວ, ປັດຈຸບັນໄດ້ມີການ ປ່ຽນແປງໂດຍຫັນມານຸ່ງເຄື່ອງທີ່ ຊື້ຕາມຕະຫລາດແທນ. ສຳລັບແມ່ ຍິງ ຈະສາມາດຮັກສາເຄື່ອງນຸ່ງ ແລະ ການເອ້ຢ້ອງທີ່ເປັນເອກະລັກ ດີກວ່າຜູ້ຊາຍ ຊຶ່ງຈະເຫັນໃນເວລາມີ ພິທີກຳ ແລະ ງານບຸນຕ່າງໆ. ພ້ອມ ນັ້ນ ຍັງມີສິລະປະ-ວັນນະຄະດີຂອງ ຊົນເຜົ່າ,ມີການຂັບລຳ, ເນື້ອຮ້ອງ ທຳນອງເສບ ແລະ ນິທານຕ່າງໆ ທີ່ເປັນເອກະລັກຂອງຊົນເຜົ່າຕ່ືມອີກ.

RkJQdWJsaXNoZXIy MTc3MTYxMQ==