7231

4k,{8v[;y mtpklkf 37ltokx6 d9y fleob d cdj -k;|5j ,{w;|5j , dj P;da [dkogxa ooa d;y mtpklkf 10/03/2026 Iv']a f4t,q o8u dt-;'dko8j k'xtgmf 8h voIa [z6h veo;pdko vq 'dkovtokw,3]d xt9erkdrN ovk-u {xk-u 2y d8kg;a ovvd gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກສະບັບກ່ອນ***ໍ່ ຈັ ບ່ ອ ການພັດທະນາ ແລະ ການຮ່ວມມື ແຫ່ງປະເທດສະວິດ, ທ່ານ ມາກ ອານເດຣ ໂປຣ ຜູ້ຕາງໜ້າ ແລະ ອຳນວຍການອົງການອາຫານໂລກ ປະຈຳ ສປປ ລາວ ພ້ອມຄະນະຢ້ຽມ ຢາມກິດຈະກຳ ທີ່ທັງສອງພາກ ສ່ວນໃຫ້ການສະໜັບສະໜູນ ຢູ່ ເມືອງໄຊ ແຂວງອຸດົມໄຊ ໃນວັນທີ 5-6 ມີນາ 2026 ຊຶ່ງຈັດຕັ້ງປະຕິ ບັດໂດຍອົງການອາຫານໂລກ. ໂອກາດນີ້, ຄະນະຜູ້ແທນດັ່ງ ກ່າວ ກໍໄດ້ເຂົ້າພົບປະກັບ ທ່ານ ສຸຫວັດ ມະຫາວົງສະນັ່ນ ຮອງ ປະທານຄະນະກຳມະການປົກຄອງ ແຂວງອຸດົມໄຊ ເພື່ອລາຍງານຈຸດ ປະສົງຂອງການມາເຄື່ອນໄຫວ ວຽກງານຄັ້ງນີ້ ຊຶ່ງກິດຈະກຳຫລັກ ຂອງອົງການອາຫານໂລກທີ່ຈັດຕັ້ງ ປະຕິບັດຢູ່ ແຂວງອຸດົມໄຊ ປະກອບ ມີ: ອາຫານທ່ຽງໃນໂຮງຮຽນ ແລະ ການເຊື່ອມໂຍງຊາວກະສິກອນ ປະຊາຊົນສູງສຸດ, ຕາງໜ້າຄະນະ ກົມ ຈາກກົມຕຳຫລວດຄຸມຂັງ-ດັດ ສ້າງ, ກົມຕໍາຫລວດສືບສວນ-ສອບ ສວນ, ກົມຕໍາຫລວດປ້ອງກັນປາບປາມຢາເສບຕິດ ກະຊວງປ້ອງ ກັນຄວາມສະຫງົບ, ກົມຄຸ້ມຄອງ ປະຕິບັດຄໍາຕັດສິນຂອງສານ ກະ ຊວງຍຸຕິທໍາ ແລະ ພາກສ່ວນກ່ຽວ ຂ້ອງ ເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້, ເພື່ອປະ ສານສົມທົບກັນລະຫວ່າງ ບັນດາ ອົງການຈັດຕັ້ງທີ່ດໍາເນີນຄະດີຕາມ ຂະບວນຍຸຕິທໍາແຕ່ລະຂັ້ນທີ່ຜ່ານມາ ແມ່ນສາມາດຈັດຕັ້ງປະຕິບັດໄດ້ດີ ແລະ ໄດ້ຖືເອົາການນຳພາ-ຊີ້ນຳ ຂອງຄະນະນໍາບັນຊາຂັ້ນຂອງຕົນ ແລະກົດໝາຍເປັນບ່ອນອີງໃນການ ຈັດຕັ້ງປະຕິບັດ, ພ້ອມນີ້ກໍໄດ້ມີການ ປະສານສົມທົບກັບຂະແໜງການ ພາຍໃນຕົນເອງ ແລະ ພາກສ່ວນທີ່ ຄະນະຜູ້ແທນ...ູ້ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ອອປສ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ກ່ຽວຂ້ອງ ເພື່ອພ້ອມກັນຈັດຕັ້ງປະ ຕິບັດກົດໝາຍ ໃຫ້ມີຄວາມເປັນເອ ກະພາບໃນການຄຸ້ມຄອງຜູ້ຖືກຫາ, ນັກໂທດ. ແຕ່ເຖິງຢ່າງໃດກໍຕາມ, ໃນການຈັດຕັ້ງປະຕິບັດຜ່ານມາ ກໍ ຍັງມີບັນຫາຄົງຄ້າງເຊັ່ນ: ການ ກັກຂັງຜູ້ຖືກຫາເກີນກໍານົດ ແລະ ນັກໂທດຈໍານວນໜຶ່ງຖືກສານຕັດ ສິນແລ້ວພັດໄດ້ຮັບຄໍາຕັດສິນຊັກ ຊ້າ. ສະນັ້ນ, ໃນກອງປະຊຸມໃນຄັ້ງ ນີ້, ຖືວ່າເປັນເວທີໃນການແລກ ປ່ຽນຄຳຄິດຄຳເຫັນ ແລະ ປະສານ ງານລະຫວ່າງອົງການທີ່ດໍາເນີນ ຄະດີຕາມຂະບວນຍຸຕິທໍາ ໃນການ ແກ້ໄຂບັນຫາທີ່ຍັງຄົງຄ້າງ ເພື່ອ ເຮັດໃຫ້ການຄຸມຂັງຜູ້ຖືກຫາ, ນັກ ໂທດມີຄວາມເປັນລະບຽບຮຽບ ຮ້ອຍ, ຍຸຕິທຳ, ໂປ່ງໃສ ແລະ ສອດ ຄ່ອງກັບກົດໝາຍ. ພ້ອມນີ້, ກອງປະຊຸມຍັງໄດ້ພ້ອມ ກັນຊອກຫາສາເຫດ ແລະ ເອົາຂໍ້ມູນ ຕົວຈິງຈາກແຕ່ລະພາກສ່ວນ ວ່າສາ ເຫດທີ່ຄົງຄ້າງນັ້ນ ແມ່ນຍ້ອນຫຍັງ ແທ້ ແລະ ທັງໄດ້ພ້ອມກັນວິເຄາະ ວິໄຈບັນຫາ ເພື່ອຊອກຫາວິທີ ແກ້ໄຂທີ່ເປັນຈຸດສຸມ, ມີຄວາມເປັນ ເອກະພາບ ສາມາດນໍາເຂົ້າສູ່ວຽກ ງານຕົວຈິງໄດ້ ແລະ ກ່ອນຈະປະຕິ ບັດຕ້ອງໄດ້ລາຍງານ, ສະເໜີຕໍ່ຄະ ນະນໍາ ເພື່ອມີທິດຊີ້ນໍາໃນການຈັດ ຕັ້ງປະຕິບັດຕົວຈິງ. ໂອກາດນີ້, ທ່ານ ບົວລີ ເພັດ ມີໄຊ ຍັງໄດ້ຮຽກຮ້ອງໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ເຮັດໜ້າທີ່ການເມືອງ ດ້ວຍຄວາມຮັບຜິດຊອບສູງ, ມີ ຄວາມສາມັກຄີເປັນປຶກແຜ່ນ ກັບ ພາກສ່ວນອົງການກ່ຽວຂ້ອງ ເພື່ອ ປະສານສົມທົບຮ່ວມກັນສ້າງກົນ ໄກ ແລະ ແບບແຜນວິທີເຮັດວຽກ ໃນການປະຕິບັດໜ້າທີ່ວຽກງານ ຕົວຈິງ ໃຫ້ມີຄວາມເປັນເອກະພາບ ແລະ ຖືກກົດໝາຍ ໂດຍມີການຕິດ ຕາມກວດກາເຊິ່ງກັນ ແລະ ກັນ, ສະຫລຸບ, ຖອດຖອນບົດຮຽນ ແລະ ລາຍງານ, ຂໍຄຳເຫັນຊີ້ນຳ ຈາກ ຂັ້ນເທິງຂອງຕົນຢ່າງເປັນປົກກະຕິ. ກັບໂຮງຮຽນ ໂດຍຜ່ານການສະ ໜອງອາຫານພາຍໃນທ້ອງຖິ່ນ; ກິດຈະກຳທີ່ຕິດພັນກັບໂພຊະນາ ການ ດ້ວຍການສ້າງຈິດສຳນຶກ ແລະ ການຝຶກອົບຮົມໃຫ້ຊຸມຊົນ, ການວາງແຜນໂພຊະນາການຂັ້ນ ບ້ານແລະ ໂຄງການຊ່ວຍເຫລືອທຶນ ຂະໜາດນ້ອຍ; ການສ້າງຄວາມ ເຂັ້ມແຂງໃຫ້ກັບຊຸມຊົນ ແລະ ກິດ ຈະກຳຫລຸດຜ່ອນຄວາມສ່ຽງຈາກ ໄພພິບັດ; ການຮ່ວມມືກັບສະມາ ຄົມຊາວກະສິກອນລາວ, ການເຂົ້າ ຮ່ວມໃນເຄືອຂ່າຍສິນຄ້າ ແລະ ສະ ຫະກອນຜູ້ຜະລິດເພື່ອເຊື່ອມຕໍ່ກັບ ຕະຫລາດ, ລວມທັງວຽກປິ່ນອ້ອມ ດ້ານບົດບາດຍິງ-ຊາຍ, ຜູ້ທີ່ມີ ຄວາມບົກຜ່ອງທາງຮ່າງກາຍ, ການມີສ່ວນຮ່ວມຂອງທຸກພາກ ສ່ວນແລະການປົກປ້ອງທີ່ຖືກເຊື່ອມ ເຂົ້າໃນທຸກໆກິດຈະກຳ. ການລົງເຄື່ອນໄຫວຄັ້ງນີ້, ຄະ ນະຜູ້ແທນ ໄດ້ໄປຢ້ຽມຢາມໂຮງ ຮຽນປະຖົມຫົວນ້ຳບາກ ເມືອງໄຊ ໂດຍ ທ່ານ ໄຊ ອຸ່ນທະຈັນ ຮອງ ອຳນວຍການໂຮງຮຽນປະຖົມຫົວ ນ້ຳບາກ ກໍລາຍງານສະພາບໂດຍ ລວມຂອງໂຮງຮຽນ ພາຍຫລັງ ໄດ້ຮັບໂຄງການອາຫານທ່ຽງ ໃນ ປີ 2008 ເປັນຕົ້ນມາ ເຫັນໄດ້ວ່າ ຈຳນວນນັກຮຽນແມ່ນເພີ່ມຂຶ້ນ ແຕ່ລະປີ ໂດຍສະເພາະການສຶກສາ ກ່ອນໄວຮຽນ ເຂົາເຈົ້າມີຄວາມກະ ຕືລືລົ້ນໃນການກິນອາຫານທ່ຽງໃນ ໂຮງຮຽນ, ຜົນການຮຽນກໍມີການ ພັດທະນາດີຂຶ້ນ, ອັດຕາການປະລະ ການຮຽນກໍຫລຸດລົງຖ້າທຽບໃສ່ ເມື່ອກ່ອນ. ໃນສົກຮຽນ 20252026 ນີ້, ມີນັກຮຽນ 276 ຄົນ, ຍິງ 127 ຄົນ, ທຽມໃສ່ສົກຮຽນ ຜ່ານມາ ເພີ່ມຂຶ້ນ 70 ຄົນ, ຍິງ 30 ກວ່າຄົນ. ຈາກນັ້ນ, ຜູ້ແທນດັ່ງກ່າວກໍໄດ້ ສືບຕໍ່ລົງຕິດຕາມເບິ່ງກິດຈະກຳ ການປູກຜັກ ແລະ ລ້ຽງໄກ່ພັນໄຂ່ ຂອງຊາວກະສິກອນ ບ້ານຫົວນ້ຳ ບາກ ທີ່ສະໜອງໃຫ້ກິດຈະກຳອາ ຫານທ່ຽງໃນໂຮງຮຽນ, ພ້ອມທັງ ໄດ້ຮັບຟັງການລາຍງານສະພາບ ການຜະລິດພືດຜັກຂອງກຸ່ມຊາວກະ ສິກອນ ຈາກທ່ານ ພອນຄຳ ພອນ ມາລີ ຫົວໜ້າກຸ່ມຊາວກະສິກອນ ບ້ານຫົວນ້ຳບາກ ຊຶ່ງກິດຈະກຳ ການປູກຜັກ ແລະ ລ້ຽງໄກ່ພັນໄຂ່ ກໍແມ່ນກິດຈະກໍາໜຶ່ງທີ່ໄດ້ຮັບການ ສະໜັບສະໜູນຈາກອົງການອາ ຫານໂລກ ເປັນຕົ້ນ ອຸປະກອນການ ຜະລິດ, ແນວພັນພືດ, ເຮືອນຮົ່ມ ແລະ ອື່ນໆ. ທັງນີ້ ກໍເພື່ອຮັບປະກັນ ໃຫ້ແກ່ການສະໜອງຜົນຜະລິດ ໃຫ້ ກິດຈະກຳອາຫານທ່ຽງໃນໂຮງ ຮຽນ ຢ່າງພຽງພໍ. ຂ່າວ-ພາບ: ສຸກທະວີ ຂປລ. ໃນວັນທີ 5 ມີນາ 2026, ທີ່ກະຊວງການຕ່າງປະເທດ, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດ ຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ໄຊອາ ມາອຸ ປິວກາລາ ຜູ້ອໍານວຍການ ອົງການອະນາໄມ ໂລກ ປະຈຳພາກພື້ນອາຊີ-ປາຊີຟິກ ຕາເວັນຕົກ. ໃນໂອກາດດັ່ງກ່າວ, ທ່ານ ອານຸພາບ ວົງໜໍ່ແກ້ວ ໄດ້ສະແດງ ຄວາມຍິນດີຕ້ອນຮັບອັນອົບອຸ່ນ ຕໍ່ ການເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ໄຊອາ ມາອຸ ປິວກາລາ ຄັ້ງນີ້ ຊຶ່ງ ເປັນຄັ້ງທີສອງ ໃນຖານະເປັນຜູ້ອໍາ ນວຍການອົງການອະນາໄມໂລກ ປະຈຳພາກພື້ນອາຊີ-ປາຊີຟິກຕາ ເວັນຕົກ, ພາຍຫລັງທີ່ເຄີຍມາຢ້ຽມ ຢາມ ສປປ ລາວ ໃນປີ 2024 ໃນ ໄລຍະທີ່ ສປປ ລາວ ເປັນປະທານ ກອງປະຊຸມສຸດຍອດອາຊຽນ ອັນ ເປັນການຢັ້ງຢືນ ເຖິງຄວາມເອົາ ໃຈໃສ່ ແລະ ການໃຫ້ຄວາມສຳຄັນ ຕໍ່ກັບການຮ່ວມມື ລະຫວ່າງ ອົງ ການ ອະນາໄມໂລກ ແລະ ສປປ ລາວ ຕະຫລອດມາ. ທ່ານຮອງລັດ ຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈ ຢ່າງຈິງໃຈ ແລະ ຕີລາຄາສູງຕໍ່ ອົງ ການອະນາໄມໂລກ ທີ່ໄດ້ໃຫ້ການ ສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໂດຍໄດ້ສ້າງຕັ້ງຫ້ອງ ການຂອງຕົນ ປະຈໍາຢູ່ ສປປ ລາວ ໃນປີ 1962 ເປັນຕົ້ນມາ. ອົງ ການ ອະນາໄມໂລກ ໄດ້ມີບົດບາດປະ ກອບສ່ວນປັບປຸງວຽກງານໃນຂະ ແໜງສາທາລະນະສຸກ, ຊຶ່ງໄດ້ມີຜົນ ງານອັນ ພົ້ນເດັ່ນຫລາຍດ້ານ ເປັນ ທາງດ້ານວຽກງານວິທະຍາສາດ ທີ່ຕິດພັນກັບການສຶກສາຮໍ່າຮຽນ, ເສີມທັກສະຫົວຄິດປະດິດສ້າງ, ໃຫ້ ຂໍ້ມູນໃໝ່ໆທີ່ມີລັກວິທະຍາສາດ, ສ້າງຄວາມຮັບຮູ້ຄວາມເຂົ້າໃຈ ແລະ ຮັກໃນວຽກງານວິທະຍາສາດ ຂອງນັກຮຽນ, ນັກສຶກສາ ຊຶ່ງຈະ ເປັນເປັນກໍາລັງແຮງໃນອະນາຄົດ ຂອງປະເທດຊາດ. ນອກຈາກນັ້ນ, ຍັງໃຫ້ເຂົາເຈົ້າມີຄວາມກະຕືລືລົ້ນ ໃນການຍົກລະດັບຄວາມຮູ້, ຄວາມ ສາມາດ, ຊອກທຸກເງື່ອນໄຂ ເພື່ອ ໃຫ້ມີຄວາມຮັບຜິດຊອບໃນການ ພັດທະນາຕົນເອງ ໃຫ້ກາຍເປັນນັກ ວິທະຍາສາດໜຸ່ມນ້ອຍໃນສະເພາະ ໜ້າ ແລະ ຍາວນານ. ການຈັດກິດຈະກໍາດັ່ງກ່າວ ກໍ ເພື່ອປູກຈິດສໍານຶກໃຫ້ແກ່ຊາວໜຸ່ມ ນັກຮຽນ, ນັກສຶກສາ ກ່ຽວກັບການ ເປັນນັກວິທະຍາສາດ ຢູ່ບັນດາໂຮງ ຮຽນມັດທະຍົມສຶກສາສົມບູນ ພາຍ ໃນນະຄອນຫລວງວຽງຈັນ ໃຫ້ ຄວາມຮູ້ພື້ນຖານທາງດ້ານວິທະຍາ ສາດ, ຈັດການແຂ່ງຂັນຖາມ-ຕອບ ກ່ຽວກັບວຽກງານວິທະຍາສາດ ແລະ ຈະໄດ້ສອບຖາມຄວາມຄິດ ເຫັນຈາກນັກຮຽນ ກ່ຽວກັບການ ຢາກເປັນນັກວິທະຍາສາດໃນອະ ນາຄົດ ຊຶ່ງກິດຈະກໍາໂຄສະນາປູກ ຈິດສໍານຶກໃຫ້ແກ່ຊາວໜຸ່ມ, ໄວໜຸ່ມ ນັກຮຽນ-ນັກສຶກສາກ່ຽວກັບການ ເປັນນັກວິທະຍາສາດຂອງຄຊປປລ ກະຊວງສຶກສາທິການ ແລະ ກິລາ ຈະໄດ້ດໍາເນີນຢູ່ບັນດາໂຮງຮຽນ 5 ແຫ່ງ ປະກອບມີ: ໂຮງຮຽນມັດ ທະຍົມສຶກສາສົມບູນ ພອນສະຫວັນ ແຫ່ງຊາດ; ໂຮງຮຽນມັດທະຍົມ ສຶກສາສົມບູນ ປາດຖະໜາ; ໂຮງ ຮຽນມັດທະຍົມສຶກສາສົມບູນວຽງ ຈັນ; ໂຮງຮຽນມັດທະຍົມສຶກສາ ສົມບູນ ຕານມີໄຊ ແລະ ໂຮງຮຽນ ມັດທະຍົມສຶກສາສົມບູນເພຍວັດ. ຖາມ-ຕອບວິທະຍາສາດ ຄັ້ງນີ້ ມີນັກຮຽນເຂົ້າຮ່ວມແຂ່ງຂັນທັງ ໝົດ 8 ທີມ, ທີມລະ 3 ຄົນ ແຕ່ຊັ້ນ ມ1-ມ7. ຜ່ານການແຂ່ງຂັນ ຊະນະ ເລີດ ອັນດັບທີ 1 ໄດ້ແກ່ທີມ ມ5 ໄດ້ ຮັບເງິນ 1.000.000 ກີບ, ພ້ອມ ຫລຽນ ແລະ ໃບຍ້ອງຍໍ, ອັນດັບທີ 2 ໄດ້ແກ່ທີມ ມ6 ໄດ້ຮັບເງິນ ຈໍາ ນວນ 700.000 ກີບ ພ້ອມຫລຽນ ແລະ ໃບຍ້ອງຍໍ ແລະ ອັນດັບທີ 3 ໄດ້ແກ່ທີມ ມ7 ໄດ້ຮັບເງິນ ຈໍາ ນວນ 500.000 ກີບ ພ້ອມຫລຽນ ລາງວັນ ແລະ ໃບຍ້ອງຍໍ. ຂ່າວ-ພາບ: ບົວລະພາ ຕົ້ນແມ່ນການລົບລ້າງພະຍາດຂາ ຊ້າງ, ພະຍາດຕາສານ ແລະ ພະ ຍາດໄຂ້ມາລາເຣຍ, ການພັດທະ ນາວຽກງານການໃຫ້ວັກຊິນທົ່ວ ປະເທດ, ການໂຕ້ຕອບຕໍ່ການແພ່ ລະບາດຂອງພະຍາດໂຄວິດ-19 ແລະ ວຽກງານການຊຸກຍູ້ໃຫ້ອັດຕາ ການເສຍຊີວິດຂອງແມ່ຫລຸດລົງ ເກືອບ 80%. ປັດຈຸບັນ, ສປປ ລາວ ແລະ ອົງການອະ ນາໄມໂລກ ພວມ ຮ່ວມກັນຈັດຕັ້ງປະຕິບັດບັນດາ ແຜນງານສາທາລະນະສຸກ ຕາມ ຍຸດທະສາດການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການອະນາໄມ ໂລກ (2024-2028), ຊຶ່ງກວມ ເອົາ 4 ບູລິມະສິດດ້ານຍຸດທະສາດ: ການສົ່ງ ເສີມລະບົບສາທາລະນະ ສຸກໃຫ້ມີຄວາມຍືນຍົງ ແລະ ສາ ມາດປັບຕົວຕາມສະພາບ ເພື່ອກ້າວ ໄປສູ່ການປົກຄຸມສຸຂະພາບທົ່ວ ປວງຊົນ; ການສະໜອງການຄຸ້ມ ຄອງປະຊາຊົນຈາກເຫດການສຸກ ເສີນດ້ານສາທາລະນະສຸກ ແລະ ການເຈັບ ເປັນຈາກພະຍາດຕ່າງໆ; ວິໄສທັດດ້ານສາທາລະນະສຸກຂອງ ສປປ ລາວ ແມ່ນສຸຂະພາບແຂງ ແຮງທຸກຖ້ວນໜ້າ; ການມີສຸຂະພາບ ແລະ ຄວາມເປັນຢູ່ທີ່ດີສຳລັບທຸກ ຄົນ. ຄຽງຄູ່ກັນນັ້ນ, ກໍຍັງໄດ້ກຳນົດ ແຜນບຸລິມະສິດວຽກງານສາທາ ລະນະສຸກ ເພື່ອຈັດຕັ້ງປະຕິບັດຄຽງ ຄູ່ກັບແຜນພັດທະນາເສດຖະກິດສັງຄົມ ແລະ ເປົ້າໝາຍພັດທະນາ ແບບຍືນຍົງ. ໂອກາດນີ້, ທ່ານ ໄຊອາ ມາອຸ ປິວກາລາ ກໍໄດ້ສະແດງຄວາມ ຂອບໃຈຕໍ່ການຕ້ອນຮັບຢ່າງອົບ ອຸ່ນ ແລະ ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດອັນຈົບງາມ ໃນການ ເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ແລະ ຄວາມຄືບ ໜ້າຂອງ ສປປ ລາວ ໃນການກະ ກຽມອອກຈາກສະຖານະພາບປະ ເທດດ້ອຍພັດທະນາ. ນອກຈາກນັ້ນ, ທ່ານ ໄຊອາ ມາອຸ ປິວກາລາ ກໍໄດ້ ສະແດງຄວາມຊົມເຊີຍຕໍ່ກັບຄວາມ ກ້າວໜ້າຢ່າງຕໍ່ເນື່ອງຂອງລັດຖະ ບານ ສປປ ລາວ ໃນການຮັບປະກັນ ໃຫ້ປະຊາຊົນລາວ ມີສຸຂະພາບ ແລະ ຊີວິດການເປັນຢູ່ທີ່ດີ, ເຂົ້າຮ່ວມ ແລະ ປະກອບສ່ວນຢ່າງຕັ້ງໜ້າໃນ ຂອບວຽກງານສາທາລະນະສຸກທັງ ໃນເວທີພາກພື້ນ ແລະ ສາກົນ. ທ່ານ ໄຊອາ ມາອຸ ປິວກາລາ ໄດ້ໃຫ້ຄຳ ໝາຍໝັ້ນສັນຍາທີ່ຈະສືບຕໍ່ໃຫ້ການ ສະໜັບສະໜູນ ກະຊວງສາທາລະ ນະສຸກ ກໍຄື ລັດ ຖະບານ ແຫ່ງ ສປປ ລາວ ຢ່າງເຕັມສ່ວນ ເພື່ອສົ່ງເສີມ ໃຫ້ປະຊາຊົນລາວມີສຸຂະພາບແຂງ ແຮງໃນທຸກຖ້ວນໜ້າ. ຂປລ. ຄະນະບໍລິຫານງານ ຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ຄຊປປລ) ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກິດຈະກໍາ ໂຄສະນາປູກຈິດສໍານຶກໃຫ້ແກ່ຊາວ ໜຸ່ມ, ໄວໜຸ່ມ ນັກຮຽນ-ນັກສຶກສາ ກ່ຽວກັບການເປັນນັກວິທະຍາສາດ ໃນວັນທີ4ມີນາ 2026ຢູ່ໂຮງຮຽນ ມັດທະຍົມສຶກສາສົມບູນ ຕານມີໄຊ ໂດຍມີ ສະຫາຍ ນາງ ເພັດສະໝອນ ແກ້ວໂສພາ ກຳມະການສູນກາງ ຊາວໜຸ່ມ, ຮອງເລຂາຄະນະບໍລິ ຫານງານຊາວໜຸ່ມ ປະຊາຊົນ ປະຕິ ວັດລາວ ກະຊວງ ສສກ, ສະຫາຍ ນາງ ແກ້ວລັດ ມະນີແສງ ຜູ້ອຳ ນວຍການໂຮງຮຽນ ມສ ຕານ ມີໄຊ, ພ້ອມດ້ວຍຄະນະບໍລິຫານ ງານຊາວໜຸ່ມ, ສະຫະພັນແມ່ຍິງ, ສະຫະພັນກໍາມະບານ, ຄະນະ ຮັບຜິດຊອບຈັດກິດຈະກໍາ ສສກ, ຄູ- ອາຈານ ແລະ ນ້ອງນັກຮຽນ ເຂົ້າ ຮ່ວມແຂ່ງຂັນຖາມ-ຕອບທາງດ້ານ ວິທະຍາສາດ ເຂົ້າຮ່ວມ. ນາງ ເພັດສະໝອນ ແກ້ວໂສພາ ໄດ້ກ່າວວ່າ: ໃນໄລຍະຜ່ານມາ, ກິດ ຈະກໍານ້ອງຢາກເປັນນັກວິທະຍາ ສາດ ໄດ້ຈັດຕັ້ງປະຕິບັດຢູ່ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ໃນ ເມື່ອກ່ອນ ເພື່ອສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ປູກຈິດສໍານຶກ ທາງດ້ານວຽກງານໃນຂະແໜງ ວິທະຍາສາດໃຫ້ແກ່ນັກຮຽນ, ນັກ ສຶກສາ ສາມາດເຂົ້າເຖິງຂໍ້ມູນໄດ້ ຢ່າງກວ້າງຂວາງ ດ້ວຍຮູບການ ລົງເຜີຍແຜ່ບັນດາໂຮງຮຽນທັງ ພາກລັດ ແລະ ເອກະຊົນ ຊຶ່ງເຫັນ ວ່າມີຜົນຕອບຮັບເປັນຢ່າງດີ, ພາຍ ຫລັງມີການປັບປຸງກົງຈັກການຈັດ ຕັ້ງໂດຍໂຮມເອົາວຽກງານວິທະຍາ ສາດ ມາຂຶ້ນກັບກະຊວງສຶກສາທິ ການ ແລະ ກິລາ ນັບທັງອົງການ ຈັດຕັ້ງຊາວໜຸ່ມ. ສະນັ້ນ, ເພື່ອ ເປັນການສືບຕໍ່ກິດຈະກໍາດັ່ງກ່າວ ແລະ ເຫັນໄດ້ເຖິງຄວາມສໍາຄັນ

RkJQdWJsaXNoZXIy MTc3MTYxMQ==