10/03/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K xk rkIa j ',u ຂປລ.ໂຄງການເສີມການຂົນສົ່ງ ທາງລົດໄຟບໍ່ເຕນ-ນະຄອນຫລວງ ວຽງຈັນ(ນວ) ສຳລັບສະຖານີ ຫລວງພະບາງ ດຳເນີນໂດຍກຸ່ມ ບໍລິສັດທາງລົດໄຟຈີນ ເລກທີ 15 ຈຳກັດ ຊຶ່ງເປັນບໍລິສັດລູກຂອງ ບໍລິສັດກໍ່ສ້າງທາງລົດໄຟຈີນ ໄດ້ ເລີ່ມກໍ່ສ້າງຢ່າງເປັນທາງການໃນ ວັນທີ 2 ມີນາ 2026. ສະຖານີຫລວງພະບາງ ເປັນສູນ ກາງທີ່ສຳຄັນໃນເສັ້ນທາງລົດໄຟ ບໍ່ເຕນ-ນະຄອນຫລວງວຽງຈັນ ຊຶ່ງຮອງຮັບການຈະລາຈອນຜູ້ ໂດຍສານ ແລະ ສິນຄ້າຈຳນວນ ຫລວງຫລາຍດ້ວຍການແລກປ່ຽນ ທາງເສດຖະກິດ ແລະ ການຄ້າທີ່ ໃກ້ຊິດຂຶ້ນເລື້ອຍໆ, ພ້ອມທັງການ ພົວພັນດ້ານວັດທະນະທຳແລະການ ທ່ອງທ່ຽວລະຫວ່າງ ສປປ ລາວ ແລະ ສປ ຈີນ, ສິ່ງອຳນວຍຄວາມ ສະດວກທີ່ມີຢູ່ແລ້ວຂອງສະຖານີ ບໍ່ສາມາດຕອບສະໜອງຄວາມ ຕ້ອງການທີ່ເພີ່ມຂຶ້ນໄດ້ອີກຕໍ່ໄປ, ເຮັດໃຫ້ການປັບປຸງໃໝ່ເປັນສິ່ງຈຳ ເປັນຢ່າງຮີບດ່ວນ. ໂຄງການປັບປຸງສະຖານີຫລວງ ພະບາງ ແມ່ນສຸມໃສ່ການຂະຫຍາຍ ຄວາມອາດສາມາດຂອງສະຖານີ ແລະ ການຍົກລະດັບສິ່ງອຳນວຍ ຄວາມສະດວກ. ບໍລິສັດກຸ່ມບໍລິສັດ ທາງລົດໄຟຈີນຈຳກັດ ຮັບຜິດຊອບ ຕົ້ນຕໍໃນການກໍ່ສ້າງທາງລົດໄຟ c,j py ']k; ,u [q f[kfle7a o .odkoxtdv[lj ;olh k'lkra fmtokxtgmf-kf ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ໃຫ້ສຳພາດ ເນື່ອງໃນໂອກາດວັນແມ່ຍິງສາກົນ ຄົບຮອບ 166 ປີ ໃນວັນທີ 4 ມີນາ 2026 ໂດຍມີບາງຕອນວ່າ: ພາຍໃຕ້ ການນຳພາຂອງພັກ ແລະ ການ ຄຸ້ມຄອງຂອງລັດ ແມ່ຍິງລາວໄດ້ຮັບ ການສົ່ງເສີມ ແລະ ມີໂອກາດຫລາຍ ຂຶ້ນໃນການພັດທະນາຕົນເອງ, ມີ ສ່ວນຮ່ວມໃນການນຳພາ ແລະ ການຕັດສິນໃຈໃນຫລາຍລະດັບ. ປັດຈຸບັນ, ແມ່ຍິງລາວຫລາຍຄົນໄດ້ ມີຕຳແໜ່ງສຳຄັນໃນຫລາຍຂົງເຂດ, ກາຍເປັນຜູ້ນຳ ແລະ ຜູ້ຕັດສິນໃຈ ຂປລ. ການລ້ຽງປາ ແມ່ນ ອາຊີບໜຶ່ງທີ່ບໍ່ງ່າຍ ແລະ ກໍບໍ່ຍາກ, ເມື່ອເຮົາມີຄວາມມັກຮັກເອົາໃຈໃສ່ ຢ່າງຈິງຈັງ ແລະ ລ້ຽງໃຫ້ຫລາຍ ກໍຈະນຳເອົາລາຍຮັບເຂົ້າຄອບຄົວ ເປັນກອບເປັນກຳ. ແນວໃດກໍດີ, ມື້ ນີ້“ຄໍລຳ ພັດທະນາອາຊີບໜັງສືພິມ ປະເທດລາວ” ຂໍພາທ່ານຜູ້ອ່ານໄປ ຮູ້ກັບຄອບຄົວໜຶ່ງຢູ່ບ້ານປາກປຶງ ເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍຖືເອົາການລ້ຽງປາດຸກລັດເຊຍ ສະໜອງແກ່ຕະຫລາດພາຍໃນ ແຂວງບໍລິຄຳໄຊ, ຄຳມ່ວນ, ຊຽງ ຂວາງ ແລະ ແຂວງສະຫວັນນະເຂດ ຊຶ່ງເດືອນໜຶ່ງສາມາດສະໜອງປາ ໄດ້ 15-20 ໂຕນ. ເມື່ອບໍ່ດົນມານີ້, ທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມ ສື່ມວນຊົນ ຄະນະໂຄສະນາອົບຮົມ ສູນກາງພັກ ໄດ້ນຳພາຄະນະນັກ ຂ່າວຈາກສຳນັກຂ່າວສານປະເທດ ລາວ, ວິທະຍຸກະຈາຍສຽງແຫ່ງ ຊາດ ແລະ ໂທລະພາບແຫ່ງຊາດ ເຄື່ອນໄຫວລົງຈັດກິດຈະກຳເຜີຍແຜ່ ຜົນສຳເລັດການສະ ເຫລີມສະ ຫລອງ 3 ວັນປະຫວັດສາດຂອງ ຊາດລາວເຮົາຢູ່ວິທະຍາໄລເຕັກ ນິກ-ວິຊາຊີບແຂວງບໍລິຄຳໄຊ ໂດຍ ຄະນະພວກເຮົາກໍໄດ້ຮັບການຮ່ວມມື ເປັນຢ່າງດີຈາກຄະນະໂຄສະນາ ອົບຮົມແຂວງບໍລິຄຳໄຊ ໃນການນຳ ທາງໄປຈັດການກິດຈະກຳດັ່ງກ່າວ ແລະ ນຳທາງໄປຫາຄອບຄົວຕົວ ແບບໃນການລ້ຽງປາດຸກລັດເຊຍ ຂອງທ້າວ ກິຕ່າ ສົມວົງສັກ ເຈົ້າ ຂອງຟ້າໃສຟາມຢູ່ບ້ານປາກປຶງ ເມືອງປາກຊັນ. ພາຍຫລັງທີມງານນັກຂ່າວພວກ ເຮົາໄດ້ຊອກຖາມຄວາມເປັນມາ ຂອງການລ້ຽງປາດຸກລັດເຊຍ. ທ້າວ ກິຕ່າ ສົມວົງສັກ ໄດ້ເລົ່າສູ່ຟັງວ່່າ: ພາຍຫລັງຮຽນຈົບວິຊາຊີບກໍໄດ້ໄປ ສະໝັກເຮັດວຽກອາສາຢູ່ອາກອນ, ແຕ່ຍ້ອນຄວາມມັກຮັກໃນອາຊີບ ລ້ຽງປາ ຈຶ່ງໄດ້ມາທົດລອງລ້ຽງປາ ໂດຍໄດ້ເລີ່ມມາແຕ່ປີ 2016 ເປັນ ຕົ້ນມາ ຊຶ່ງໃນເບື້ອງຕົ້ນລ້ຽງພຽງ 3 ໜອງ ໂດຍຜ່ານການລ້ຽງມາ ໂດຍ: ຢ່າາົ່ຕົ່ງ່ງ ໄລຍະໜຶ່ງເຫັນວ່າສາມາດສ້າງ ລາຍຮັບເຂົ້າຄອບຄົວໄດ້ເປັນກອບ ເປັນກຳສາມາດເຮັດໃຫ້ຄອບຄົວ ມີລາຍໄດ້ໝັ້ນຄົງຈຶ່ງບໍ່ລໍຊ້າ ໂດຍ ນຳເອົາຜົນກຳໄລຈາກການຂາຍ ປາໃນໄລຍະຜ່ານມາຈົກໜອງເພີ່ມ ອີກເປັນ 9 ໜອງໃນປີ 2020. ໃນ ນັ້ນ, ການລ້ຽງປາແຕ່ລະຊຸດແມ່ນ ໄດ້ຊື້ລູກປາມາລ້ຽງໃນຈຳນວນ 3 ແສນກວ່າໂຕ, ໃຊ້ເວລາໃນການ ລ້ຽງ 4 ເດືອນ ແມ່ນສາມາດເອົາ ອອກຂາຍ ໂດຍຕະຫລາດຫລັກໃນ ການຈຳໜ່າຍແມ່ນພາຍໃນແຂວງ ບໍລິຄຳໄຊ, ຊຽງຂວາງ, ຄຳມ່ວນ ແລະ ຕະຫລາດແຂວງສະຫວັນນະ ເຂດ ໂດຍສະເລ່ຍແຕ່ລະເດືອນເອົາ ປາຂາຍອອກໄດ້ 15-20 ໂຕນ. ໃນນັ້ນ, ສ້າງລາຍຮັບເຂົ້າຄອບຄົວ 30-40 ລ້ານກີບຕໍ່ເດືອນ. ກິຕ່າ ສົມວົງສັກ ເລົ່າຕື່ມວ່າ: ການລ້ຽງປາດຸກ ແມ່ນເປັນປະເພດ ປາທີ່ລ້ຽງງ່າຍ. ອັນສຳຄັນແມ່ນ ການຖ່າຍເທນ້ຳໄດ້ສະດວກມັນຈະ ໃຫຍ່ໄວ. ນອກຈາກນີ້, ການເກືອ ອາຫານໃຫ້ປາແມ່ນເກືອມື້ 1 ສອງ ເທື່ອຄື: ເຊົ້າ-ແລງ. ສ່ວນອັດຕາ ການໃຫ້ອາຫານແມ່ນຢູ່ທີ່ 5% ຂອງນ້ຳໜັກປາ ໂດຍຕ້ອງຊັ່ງເບິ່ງ ທຸກໆອາທິດແລ້ວຄູນໃຫ້ 5% ເພີ່ມ ຕາມຄະໜາດຂອງປາແຕ່ລະເດືອນ. ນອກຈາກນີ້, ພະແນກກະສິກຳ ແລະ ສິ່ງແວດລ້ອມກໍຄືຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງປາກຊັນ ກໍໄດ້ເອົາໃຈໃສ່ລົງໃກ້ຊິດຕິດແທດ ໃຫ້ການແນະນຳທາງດ້ານວິຊາ ການເປັນປະຈຳ. ແນວໃດກໍຕາມ, ຖ້າທຽບຄວາມ ຕ້ອງການຂອງຕະຫລາດແມ່ນຍັງ ບໍ່ສາມາດຕອບສະໜອງພຽງພໍ ຊຶ່ງ ໃນຕໍ່ໜ້າຈະໄດ້ມີການຂະຫຍາຍ ໜອງຕື່ມອີກໃຫ້ໄດ້ 15-20 ໜອງ ເພື່ອສາມາດຕອບສະໜອງປາໃຫ້ ໄດ້ 20-30 ໂຕນຕໍ່ເດືອນ. ການ ຂະຫຍາຍໜອງຕື່ມ ແມ່ນມີແຜນ ລ້ຽງໃຫ້ຫລາຍ ແລະ ສົ່ງໄປຈຳ ໜ່າຍເອງ ໂດຍບໍ່ຜ່ານພໍ່ຄ້າແມ່ຄ້າ ຄົນກາງທັງນີ້ກໍເພື່ອໃຫ້ປະຊາຊົນ ໄດ້ບໍລິໂພກປາທີ່ມີລາຄາຖືກ. ທ້າວ ກິຕ່າ ສົມວົງສັກ ກ່າວ. ນອກຈາກການລ້ຽງປາແລ້ວ, ຄອບຄົວຂອງທ້າວ ກິຕ່າ ຍັງໄດ້ປູກ ຢາງພາລາ 6-7 ພັນຕົ້ນໄປພ້ອມໆ ກັບການປູກເຂົ້ານາປີ ແລະ ນາແຊງ ຕື່ມອີກ. ຂະນະທີ່ທ່ານ ນາງ ບຸນຮຽງ ໝັ່ນລຽມ ຮອງຫົວໜ້າຂະແໜງ ປູກຝັງພະແນກກະສິກຳ ແລະ ສິ່ງ ແວດລ້ອມກໍໄດ້ກ່າວວ່າ: ປະຊາຊົນ ຢູ່ພາຍໃນແຂວງບໍລິຄຳໄຊ ແມ່ນມີ ມູນເຊື້ອດຸໝັ່ນຂະຫຍັນພຽນຕໍ່ການ ປູກຝັງ-ລ້ຽງສັດ ອັນເຮັດໃຫ້ການ ປູກ-ການລ້ຽງ ມີການຂະຫຍາຍ ຕົວ ແລະ ເປັນຂະບວນຟົດຟື້ນ ໂດຍ ສະເພາະແມ່ນການປູກເຂົ້ານາປີ- ນາແຊງ, ມັນຕົ້ນ, ຢາງພາລາ, ພືດ ຜັກ ແລະ ການລ້ຽງນ້ອຍ-ໃຫຍ່ ແບບເປັນຟາມ ເພື່ອຮັບປະກັນດ້ານ ສະບຽງອາຫານພາຍໃນ ແລະ ເປັນສິນຄ້າສົ່ງອອກ. ດ້ວຍຄວາມ ດຸໝັ່ນຂອງປະຊາຊົນພາຍໃນ ແຂວງນັ້ນ, ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ກໍໄດ້ເອົາໃຈ ໃສ່ຊຸກຍູ້ສົ່ງເສີມທາງດ້ານເຕັກນິກ ວິຊາການລົງຊ່ວຍປະຊາຊົນ, ໃກ້ ຊິດຕິດແທດ-ນຳພາປະຕິບັດຕົວ ຈິງ ຊຶ່ງສະແດງອອກໃນການລ້ຽງ ແບບປະຖົມປະຖານກໍກ້າວສູ່ການ ລ້ຽງແບບເປັນຟາມ. ໜຶ່ງໃນນີ້ ກໍ ແມ່ນຟາມລ້ຽງປາດຸກພັນລັດເຊຍ ຂອງ “ຟ້າໃສຟາມ” ຢູ່ບ້ານປາກ ປຶງ ເມືອງປາກຊັນ ຊຶ່ງໃນປີ 2016 ລ້ຽງພຽງແຕ່ 3 ໜອງ, ແຕ່ຍ້ອນ ມີຕະຫລາດຮອງຮັບບວກໃສ່ການ ສົ່ງເສີມຢ່າງໃກ້ຊິດຕິດແທດເຮັດໃຫ້ ການລ້ຽງປາໄດ້ມີການຂະຫຍາຍ ຕົວຮອດ 9 ໜອງໃນປັດຈຸບັນ, ລ້ຽງ ປາແຕ່ຊຸດ ຫລື ໝວດ 3 ແສນໂຕ ແລະ ສາມາດຕອບສະໜອງປາສູ່ ຕະຫລາດໄດ້ 15-20 ໂຕນຕໍ່ເດືອນ ທັງແມ່ນຄອບຄົວໜຶ່ງທີ່ລ້ຽງຫລາຍ ກວ່າໝູ່ຂອງກຸ່ມລ້ຽງປາດຸກຢູ່ບ້ານ ປາກປຶງ ທີ່ໄດ້ສ້າງລາຍຮັບເຂົ້າ ຄອບຄົວ 30-40 ລ້ານກີບຕໍ່ເດືອນ. ລາຍຮັບດັ່ງກ່າວ ໄດ້ເຮັດໃຫ້ຊີວິດ ການເປັນຢູ່ຂອງຄອບຄົວນີ້ ມີການ ພັດທະນາດີຂຶ້ນເທື່ອລະກ້າວ. 37'dkoglu ,dko0q olqj 'mk']q fw2[+ g8o{o; le]a [lt4kou s];'rt[k' g]uj ,0B o1j k'gxa omk'dko ເຂົ້າ/ອອກສອງເສັ້ນທາງໃໝ່, ການ ຂະຫຍາຍເສັ້ນທາງລໍຖ້າລົດໄຟ, ສິ່ງອຳນວຍຄວາມສະດວກດ້ານ ລະບາຍນ້ຳ ແລະ ຄູລະບາຍນ້ຳ, ການຂະຫຍາຍທໍ່ລະບາຍນ້ຳ ແລະ ການກໍ່ສ້າງກຳແພງເວທີໃໝ່ ແລະ ການປ້ອງກັນຄວາມລາດຊັນ. ເພື່ອ ຮັບປະກັນຄວາມຄືບໜ້າຂອງໂຄງ ການດໍາເນີນຢ່າງລາບລື່ນ, ວິທີການ ຈັດຕັ້ງການກໍ່ສ້າງ “ຈຸດດຽວ ໜຶ່ງ ນະໂຍບາຍ” ຢ່າງລະອຽດໄດ້ຖືກ ຈັດຕັ້ງປະຕິບັດ. ການປະເມີນຜົນທີ່ ຄົບຖ້ວນໄດ້ຖືກດຳເນີນໃນແຕ່ລະ ພື້ນທີ່ເຮັດວຽກທີ່ສຳຄັນ, ລວມທັງ ເສັ້ນທາງລົດໄຟເຂົ້າ/ອອກໃໝ່, ເສັ້ນທາງລໍຖ້າລົດໄຟ ແລະ ການ ຂະຫຍາຍທໍ່ລະບາຍນ້ຳ ຊຶ່ງສົ່ງຜົນ ໃຫ້ມີແຜນການກໍ່ສ້າງທີ່ຄົບຖ້ວນ ແລະ ລະອຽດ. ມາດຕະການຄວບຄຸມເສັ້ນສີ ແດງເພື່ອຄວາມປອດໄພ “ການ ແຍກຕົວຢ່າງໜັກກ່ອນ” ໄດ້ຖືກ ຈັດຕັ້ງປະຕິບັດ ໂດຍໂຄງການໄດ້ ໃຫ້ຄວາມສຳຄັນກັບການກໍ່ສ້າງສິ່ງ ກີດຂວາງໂດດດ່ຽວຍາວ 1.460 ແມັດ ເພື່ອແຍກບຸກຄະລາກອນ, ເຄື່ອງຈັກ ແລະ ວັດສະດຸຢູ່ນອກ ເຂດແດນທາງລົດໄຟ, ຮັບປະກັນ ຄວາມປອດໄພໃນການດຳເນີນງານ ທາງລົດໄຟ ແລະ ຄວາມຄືບໜ້າ ຂອງການກໍ່ສ້າງທີ່ເປັນລະບຽບໃນ ລະຫວ່າງໄລຍະເວລາການກໍ່ສ້າງ. ເມື່ອກໍ່ສ້າງສຳເລັດ, ໂຄງການດັ່ງ ກ່າວ ຈະເສີມຂະຫຍາຍຄວາມສາ ມາດຂອງສະຖານີໃນການຮັບ ແລະ ສົ່ງລົດໄຟຢ່າງຫລວງຫລາຍ ແລະ ຮັບປະກັນການໄຫລວຽນຂອງ ການຈະລາຈອນທີ່ລາບລື່ນ, ເພີ່ມ ປະສິດທິພາບການດຳເນີນງານ ຂອງທາງລົດໄຟ ຈີນ-ລາວ, ຮັບ ໃຊ້ການພັດທະນາເສດຖະກິດສັງຄົມຂອງແຂວງຫລວງພະບາງ ແລະ ພາກເໜືອຂອງລາວໃຫ້ດີຂຶ້ນ, ປະກອບສ່ວນເຂົ້າໃນການພັດທະນາ ທີ່ມີຄຸນນະພາບສູງຂອງຂໍ້ລິເລີ່ມໜຶ່ງ ແລວທາງ ໜຶ່ງເສັ້ນທາງ ແລະ ການ ເຊື່ອມຕໍ່ການຄ້າ, ວັດທະນະທຳ ແລະ ການທ່ອງທ່ຽວລະຫວ່າງ ລາວ-ຈີນ ແລະ ເພີ່ມທະວີການກໍ່ສ້າງຊຸມຊົນ ລາວ-ຈີນ ທີ່ມີອະນາຄົດຮ່ວມກັນ ແລະ ມິດຕະພາບແບບດັ້ງເດີມ. ທັງໃນລະດັບຊາດ, ແຂວງ ແລະ ບ້ານ ໃນອົງການພັກ-ລັດ, ພາກ ທຸລະກິດ ແລະ ອົງການຈັດຕັ້ງສາ ກົນ. ນອກນັ້ນ, ລັດຖະບານຍັງ ໄດ້ມີນະໂຍບາຍສົ່ງເສີມຄວາມສະ ເໝີພາບຍິງ-ຊາຍ ແລະ ສ້າງ ເງື່ອນໄຂໃຫ້ແມ່ຍິງ ໄດ້ພັດທະນາ ຄວາມຮູ້, ທັກສະ ແລະ ພາວະຜູ້ນຳ. ສະເພາະໃນຂະແໜງປ່າໄມ້, ແມ່ ຍິງກໍໄດ້ມີບົດບາດສຳຄັນໃນການ ຄຸ້ມຄອງປ່າປົກປັກຮັກສາປ່າໄມ້, ການຟື້ນຟູປ່າໄມ້, ການປູກຕົ້ນໄມ້ ແລະ ການນຳໃຊ້ຊັບພະຍາກອນ ປ່າໄມ້ຢ່າງຍືນຍົງ, ບົດບາດຂອງ ແມ່ຍິງໃນຊຸມຊົນເປັນປັດໄຈສຳຄັນ ໃນການອະນຸລັກປ່າໄມ້ ແລະ ການ ອະນຸລັກສິ່ງແວດລ້ອມ. ເຖິງຢ່າງໃດກໍຕາມ, ແມ່ຍິງລາວ ຕ້ອງສືບຕໍ່ພັດທະນາຕົນເອງໃນ ຫລາຍດ້ານເຊັ່ນ: ການສືບຕໍ່ສຶກສາ ແລະ ຮຽນຮູ້ທັງດ້ານວິຊາການ, ວິຊາຊີບ, ດີຈິຕອນ ແລະ ພາສາ ຕ່າງປະເທດ ເພື່ອເພີ່ມທັກສະໃນ ການນໍາໃຊ້ປັນຍາປະດິດ ຫລື AI ແລະ ການແຂ່ງຂັນໃນຍຸກດີຈິຕອນ; ການພັດທະນາທັກສະການນຳພາ ໂດຍການເປັນຜູ້ນຳບໍ່ແມ່ນພຽງ ແຕ່ການມີຕຳແໜ່ງ, ແຕ່ຕ້ອງມີ ຄວາມກ້າຫານ, ຄວາມຮັບຜິດຊອບ ແລະ ຄວາມສາມາດໃນການຕັດສິນ ໃຈ; ການເຂົ້າຮ່ວມໃນການຕັດສິນ ໃຈຕ່າງໆແມ່ຍິງຄວນກ້າຫານ ເຂົ້າຮ່ວມໃນການຕັດສິນໃຈທັງໃນ ຄອບຄົວ, ຊຸມຊົນ, ແລະ ສັງຄົມ ໂດຍບໍ່ຢ້ານຕໍ່ຄວາມກົດດັນທາງ ສັງຄົມ; ການດູແລສຸຂະພາບ ແລະ ຄວາມເປັນຢູ່, ແມ່ຍິງທີ່ເຂັ້ມແຂງ ຕ້ອງມີສຸຂະພາບດີ ແລະ ຄວາມສະ ຫງົບໃນຈິດໃຈເພື່ອສາມາດເຮັດ ວຽກໄດ້ຢ່າງຕໍ່ເນື່ອງ; ຕ້ອງການ ສົ່ງເສີມຄຸນຄ່າທາງວັດທະນະທຳ, ຮີດຄອງປະເພນີອັນດີງາມ. ໃນຂະ ນະທີ່ຮຽນຮູ້ສິ່ງໃໝ່ ແມ່ຍິງລາວ ກໍຄວນຮັກສາ ແລະ ສົ່ງເສີມຄຸນ ລັກສະນະຂອງແມ່ຍິງລາວທີ່ດີງາມ ເຊັ່ນ: ມູນເຊື່ອຄວາມພິລະອາດ ຫານ, ຄວາມອົດທົນ, ຄວາມມີເຫດ ຜົນ, ຄວາມຮັກຄອບຄົວແລະຄວາມ ເຄົາລົບຕໍ່ຜູ້ໃຫຍ່. ຂ່າວ-ພາບ: ກິດຕາ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ
RkJQdWJsaXNoZXIy MTc3MTYxMQ==