7231

@ 0j k; c]t gsfdko j 10/03/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ຮອງນາຍົກ...ົ ມີທາງແລ່ນຂຶ້ນ-ລົງ ຂະໜາດ 2.500 ແມັດ x 45 ແມັດ, ສາມາດ ຮອງຮັບເຮືອບິນປະເພດ A-320, B-737, ມີ 3 ທາງຂັບເຄື່ອນ (Taxiway) ຄື: Alpha, Bravo ແລະ Cherie, ມີລານຈອດເຮືອບິນ ຂະໜາດ 130 ແມັດ x 220 ແມັດ, ປະກອບມີຂຸມຈອດເຮືອບິນ ທັງໝົດ 4 ຂຸມຈອດ, ສາມາດ ຮັບເຮືອບິນຂະໜາດ A-320, B-737 ໄດ້ພ້ອມກັນ 2 ລໍາ ແລະ ອີກ 2 ລໍາ ປະເພດເຮືອບິນ ATR72 ຫລື MA-60 ລົງມາ; ການ ບັນຊາການຈະລາຈອນເຮືອບິນ ຂຶ້ນ-ລົງ ແລະ ພື້ນຖານໂຄງລ່າງ ຕ່າງໆ ຢູ່ສະໜາມບິນ ແມ່ນລະດັບ ມາດຕະຖານຂອງອົງການການບິນ ພົນລະເຮືອນສາກົນ. ພາຍຫລັງການກໍ່ສ້າງສໍາເລັດ ແມ່ນໄດ້ເປີດນໍາໃຊ້ບໍລິການຜູ້ໂດຍ ສານພາຍໃນປະເທດ ໃນວັນທີ 5 ກຸມພາ2024ແລະ ໄດ້ສືບຕໍ່ກໍ່ສ້າງປັບປຸງບາງດ້ານເພີ່ມເຕີມໃຫ້ໄດ້ ຄົບຖ້ວນຕາມມາດຖານເຕັກນິກ ຂອງສະໜາມບິນສາກົນ ຊຶ່ງຄາດ ວ່າ ສະໜາມບິນດັ່ງກ່າວ ຈະປະ ກອບສ່ວນສຳຄັນຂອງຂະແໜງໂຍ ທາທິການ ແລະ ຂົນສົ່ງ ຕໍ່ການພັດ ທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍສະເພາະຕໍ່ການ ບໍລິການດ້ານການຄ້າ-ການທ່ອງ ທ່ຽວ, ການປະຕິບັດນະໂຍບາຍ ເຊື່ອມໂຍງ-ເຊື່ອມຈອດ ທັງພາຍໃນ ແລະ ພາກພື້ນ. ການເປີດນຳໃຊ້ສະໜາມບິນ ແຫ່ງນີ້ ເປັນສະໜາມບິນສາກົນ ແມ່ນໄດ້ປະກອບສ່ວນຈັດຕັ້ງຜັນ ຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ກໍຄື ມະຕິກອງ ປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະ ນະພັກກະຊວງ ຍທຂ ແລະ ແຜນ ພັດທະນາວຽກງານຂະແໜງ ຍທຂ ໄລຍະ 5 ປີ 2026-2030 ທີ່ໄດ້ ກໍານົດຄາດໝາຍການຂົນສົ່ງໂດຍ ສານ ແລະ ສິນຄ້າທາງອາກາດ ເພີ່ມຂຶ້ນສະເລ່ຍ 0,8% ຕໍ່ປີ ໃຫ້ ປະກົດຜົນເປັນຈິງ ໂດຍສະເພາະ ຈະສ້າງເງື່ອນໄຂໃຫ້ແກ່ການບໍລິ ການຖ້ຽວບິນສາກົນ ເຂົ້າມາ ສປປ ລາວ ນັບມື້ນັບເພີ່ມຂຶ້ນ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ຂອງແມ່ຍິງ ແລະ ເດັກນ້ອຍ ຕໍ່ສະ ພາບດັ່ງກ່າວ, ກຳມະກອນແມ່ຍິງ ຈຶ່ງໄດ້ສາມັກຄີກັນລຸກຂຶ້ນຕໍ່ສູ້, ໂຮມ ຊຸມນຸມປະທ້ວງ. ວັນທີ 8 ມີນາ ຈຶ່ງ ເປັນຂີດໝາຍແຫ່ງໄຊຊະນະພື້ນ ຖານ ຂອງຂະບວນການແມ່ຍິງສາ ກົນ ໃນການຕໍ່ສູ້ທວງເອົາສິດຜົນ ປະໂຫຍດອັນເປັນທໍາ ຈົນມາເຖິງ ປັດຈຸບັນ, ສະເພາະ ສປປ ລາວ ພັກ ແລະ ລັດຖະບານລາວ ໄດ້ກຳນົດ ແນວທາງນະໂຍບາຍຕໍ່ການພັດ ທະນາ, ການປົກປ້ອງສິດຜົນປະ ໂຫຍດຂອງແມ່ຍິງ, ການສົ່ງເສີມ ຄວາມກ້າວໜ້າຂອງແມ່ຍິງ ແລະ ຄວາມສະເໝີພາບຍິງ-ຊາຍ ຢູ່ໃນ ລັດຖະທຳມະນູນ ແລະ ກົດໝາຍ ຫລາຍສະບັບ; ໄດ້ສ້າງຕັ້ງບັນດາ ກົນໄກ ເພື່ອເປັນບ່ອນອີງໃນການ ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເຊັ່ນ: ສະຫະພັນແມ່ຍິງລາວ, ຄະນະ ກໍາມາທິການແຫ່ງຊາດ ເພື່ອຄວາມ ກ້າວໜ້າຂອງແມ່ຍິງ ແລະ ແມ່- ເດັກ ແລະ ຄະນະສະມາຊິກສະພາ ແຫ່ງຊາດເພດຍິງ. ໃນແຜນພັດທະນາເສດຖະກິດສປປ ລາວ... ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໄດ້ກຳນົດໃນເປົ້າ ໝາຍ ວຽກຈຸດສຸມ ເຊັ່ນ: ສູ້ຊົນເຮັດ ໃຫ້ຄ່າດັດສະນີຄວາມບໍ່ສະເໝີພາບ ຍິງ-ຊາຍ ຫລຸດລົງຈາກ 0,467 ໃນ ປີ 2024 ເປັນ 0,436 ໃນປີ 2030, ດັດສະນີການພັດທະນາຄວາມສະ ເໝີພາບຍິງ-ຊາຍ ໃຫ້ເພີ່ມຂຶ້ນຈາກ 0,919 ໃນປີ 2024 ມາເປັນ 0,927 ໃນປີ 2030; ຊຸກຍູ້ສ້າງ ເງື່ອນໄຂໃຫ້ແມ່ຍິງເປັນ ສສຊສສຂ ກວມ 30% ຂຶ້ນໄປ, ເປັນ ການນໍາຂັ້ນສູນກາງ ກວມ 30% ຂຶ້ນໄປ, ເປັນການນໍາຂັ້ນແຂວງ ກວມ 20% ຂຶ້ນໄປ, ເປັນການນໍາ ຂັ້ນຕາແສງ, ບ້ານກວມ10%. ເຫັນ ວ່າເປັນຄາດໝາຍສູ້ຊົນທີ່ສູງຫລາຍ ສໍາລັບເອື້ອຍນ້ອງແມ່ຍິງພວກເຮົາ ທີ່ຈະຕ້ອງພ້ອມກັນສູ້ຊົນບຸກບືນ ໃຫ້ບັນລຸຕົວເລກຄາດໝາຍທີ່ວາງ ໄວ້ ເພື່ອບັນລຸເປົ້າໝາຍດັ່ງກ່າວ ກໍບໍ່ອາດປາສະຈາກໄດ້ການໃຫ້ ຄວາມຊ່ວຍເຫລືອ, ຊຸກຍູ້ ຈາກທຸກ ພາກສ່ວນໃນສັງຄົມ ທັງພາກລັດ, ອົງການຈັດຕັ້ງສາກົນ ແລະ ບັນດາ ຄູ່ຮ່ວມພັດທະນາ, ການສົ່ງເສີມແມ່ ຍິງໃຫ້ມີບົດບາດໃນການນໍາພາ ແມ່ນສໍາຄັນຫລາຍ ຕໍ່ການຊຸກຍູ້ ຂະບວນການພັດທະນາໃນປະເທດ ກໍຄື ທົ່ວໂລກ. ດັ່ງນັ້ນ, ບັນຫາຂອງ ແມ່ຍິງ ຈຶ່ງຖືກກໍານົດໃນເປົ້າໝາຍ ສະຫັດສະວັດດ້ານການພັດທະນາ ຫລື SDG ໃນເປົ້າໝາຍທີ 5 ບັນລຸ ຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ສ້າງຄວາມເຂັ້ມແຂງໃຫ້ ແກ່ແມ່ຍິງ ແລະ ໄວໜຸ່ມຍິງ. ປີ2025ຜ່ານມາ,ສະຫະພັນແມ່ ຍິງລາວ ໄດ້ເຄື່ອນໄຫວຕາມແຜນ ງານ, ໂຄງການຂອງຕົນຕິດພັນ ກັບຂະບວນການລວມ ຂອງພັກ, ຂອງລັດ, ຂອງຊາດ ແລະ ສາກົນ, ໄດ້ເພີ່ມທະວີ ແລະ ເສີມຂະຫຍາຍ ສາຍພົວພັນຢ່າງຕັ້ງໜ້າຮ່ວມກັບ ແມ່ຍິງໃນຂອບສອງຝ່າຍ, ຂົງເຂດ ອາຊຽນ ແລະ ພົວພັນອົງການຈັດ ຕັ້ງສາກົນ ໃນການແລກປ່ຽນບົດ ຮຽນ ໂດຍສະເພາະວຽກງານທີ່ ຕິດພັນກັບການພັດທະນາ, ການ ປົກປ້ອງສິດ ແລະ ຜົນປະໂຫຍດອັນ ຊອບທໍາຂອງແມ່ຍິງ-ເດັກນ້ອຍ, ການສົ່ງເສີມບົດບາດຍິງ-ຊາຍ, ການສ້າງຄວາມເຂັ້ມແຂງໃຫ້ແກ່ ແມ່ຍິງ ມີຜົນສໍາເລັດເປັນຕົ້ນ. ຂ່າວ: ກິດຕາ; ພາບ: ເກດສະໜາ ລັດຖະມົນຕີ...ັົີ ແມ່ນທາງດ້ານການຄ້າ, ການລົງ ທຶນ, ການທ່ອງທ່ຽວ, ບໍ່ແຮ່ ແລະ ກະສິກໍາ. ນອກຈາກນັ້ນ, ສອງຝ່າຍ ຍັງເຫັນດີຈະສືບຕໍ່ໃຫ້ການສະໜັບ ສະໜູນເຊິ່ງກັນ ແລະ ກັນ ໃນເວທີ ພາກພື້ນ ແລະ ສາກົນ. ໃນໂອກາດນີ້, ທ່ານລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະ ແດງຄວາມຍິນດີຕ້ອນຮັບຢ່າງ ອົບອຸ່ນ ແລະ ສະແດງຄວາມຊົມ ເຊີຍຕໍ່ການປະກອບສ່ວນຂອງ ທ່ານເອກອັກຄະລັດຖະທູດ ໃນການ ຮັດແໜ້ນສາຍພົວພັນ ແລະ ການ ຮ່ວມມືລະຫວ່າງສອງປະເທດໃນ ໄລຍະຜ່ານມາ ພ້ອມທັງສະແດງ ຄວາມເຊື່ອໝັ້ນວ່າ ທ່ານເອກອັກຄະ ລັດຖະທູດ ຈະສືບຕໍ່ສົ່ງເສີມການ ພົວພັນຮ່ວມມືສອງຝ່າຍ ໃຫ້ແໜ້ນ ແຟ້ນຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະ ໂຫຍດມາສູ່ປະຊາຊົນສອງຊາດ ລາວ-ອາຟຣິກາໃຕ້. ຝ່າຍລາວ ໂດຍ ສະເພາະກະຊວງການຕ່າງປະເທດ ສະແດງຄວາມພ້ອມທີ່ ຈະໃຫ້ການ ຊ່ວຍເຫລືອ, ສະໜັບສະໜູນ ແລະ ອໍານວຍຄວາມສະດວກ ໃຫ້ແກ່ ການເຄື່ອນໄຫວວຽກງານຂອງ ທ່ານເອກອັກຄະລັດຖະທູດ ຢູ່ ສປປ ລາວ. ໃນຂະນະດຽວກັນ, ທ່ານເອກ ອັກຄະລັດຖະທູດ ດາກີ ອີຟີມ ອາຟຣິກາ ກໍໄດ້ສະແດງຄວາມ ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມໝາຍໝັ້ນ ວ່າ ຈະສືບຕໍ່ເຮັດວຽກຮ່ວມກັບ ຝ່າຍລາວຢ່າງໃກ້ຊິດ ໂດຍສະເພາະ ກັບກະຊວງການຕ່າງປະເທດ ເພື່ອ ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນ ດີ ລະຫວ່າງ ອາຟຣິກາໃຕ້ ແລະ ສປປ ລາວ ໃຫ້ນັບມື້ນັບຂະຫຍາຍ ຕົວຍິ່ງໆຂຶ້ນ. ທ່ານ ທອງສະຫວັນ ພົມວິຫານ (ຂວາ) ສະຫະພັນແມ່ຍິງກະຊວງ...ັ່ິ ກະຊວງການຕ່າງປະເທດ ເຂົ້າ ຮ່ວມ. ການສໍາມະນາແລກປ່ຽນວິຊາ ການຄັ້ງນີ້ ແມ່ນໜຶ່ງໃນກິດຈະກຳ ສະເຫລີມສະຫລອງວັນສ້າງຕັ້ງ ສະຫະພັນແມ່ຍິງສາກົນ ຄົບຮອບ 116 ປີ ຂອງສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ຊຶ່ງປະ ກອບມີ 3 ຫົວຂໍ້ ຄື: ບົດບາດຂອງ ແມ່ຍິງໃນວຽກງານເກັບກູ້ລະເບີດ ທີ່ຍັງບໍ່ທັນແຕກ ແລະ ການເປັນ ປະທານກອງປະຊຸມທົບທວນສົນທິ ສັນຍາວ່າດ້ວຍການເກືອດຫ້າມ ລະເບີດລູກຫວ່ານ (Convention on Cluster Munitions-CCM) ຮອບວຽນທີ 3; ບົດບາດຂອງ ນັກການທູດຍິງໜຸ່ມນ້ອຍຈາກປະ ສົບການຕົວຈິງ; ການສ້າງຄວາມ ເຂົ້າໃຈກົດໝາຍສາກົນ-ສົນທິສັນ ຍາ ແລະ ສັນຍາສາກົນ. ທັງນີ້, ກໍເພື່ອສ້າງທັກສະວິຊາການໃຫ້ ແກ່ພະນັກງານການທູດຍິງ ຂອງ ກະຊວງການຕ່າງປະເທດ ແລະ ຄະນະພົວພັນການຕ່າງປະເທດສູນ ກາງພັກ ໃຫ້ມີຄວາມເຂັ້ມແຂງດ້ານ ວິຊາການຍິ່ງຂຶ້ນ ແລະ ເປັນການ ສົ່ງເສີມການສ້າງຄວາມສາມັກຄີ ລະຫວ່າງນັກການທູດເພດຍິງ ແລະ ສາມອົງການຈັດຕັ້ງມະຫາຊົນໄປ ພ້ອມໆກັນ. ໃນໂອກາດນີ້, ທ່ານຮອງລັດ ຖະມົນຕີ ໄມທອງ ທໍາມະວົງສາ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍ ຄວາມສໍາຄັນ ແລະ ປະຫວັດຄວາມ ເປັນມາໂດຍຫຍໍ້ ຂອງວັນແມ່ຍິງ ສາກົນ, ລວມເຖິງບົດບາດຄວາມ ສໍາຄັນຂອງແມ່ຍິງລາວທີ່ໄດ້ປະ ກອບສ່ວນອັນສຳຄັນໃນທຸກໆຂົງ ເຂດວຽກງານ ລວມທັງວຽກງານ ການຕ່າງປະເທດ ໂດຍຄຽງບ່າ ຄຽງໄຫລ່ກັບເພດຊາຍອັນໄດ້ເຮັດ ໃຫ້ບົດບາດຂອງແມ່ຍິງລາວ ໂດດ ເດັ່ນຂຶ້ນທັງໃນວຽກງານການເປັນ ເສນາທິການຄົ້ນຄວ້າວິຊາສະເພາະ ໃຫ້ແກ່ຄະນະພັກ-ຄະນະນໍາ ຕະ ຫລອດຮອດການເຄື່ອນໄຫວວຽກ ງານການທູດໃນເວທີພາກພື້ນ ແລະ ສາກົນ. ໃນນັ້ນ,ແມ່ຍິງກະຊວງການ ຕ່າງປະເທດ ໄດ້ມີບົດບາດສໍາຄັນ ໃນການເຄື່ອນໄຫວການທູດ ຂອງ ສປປ ລາວ ຊຶ່ງປັດຈຸບັນມີຕົວແທນ ຂອງເພດຍິງ ໃນຂັ້ນຄະນະບໍລິຫານ ງານພັກກະຊວງການຕ່າງປະເທດ, ມີແມ່ຍິງທີ່ໄດ້ດຳລົງຕໍາແໜ່ງ ຮອງ ລັດຖະມົນຕີ 1 ທ່ານ, ເປັນເອກອັກ ຄະລັດຖະທູດ 3 ທ່ານ, ຫົວໜ້າກົງ ສຸນ 2 ທ່ານ, ຄະນະກົມ 13 ທ່ານ ແລະ ຄະນະພະແນກ 89 ທ່ານ. ພ້ອມນັ້ນ, ທ່ານຮອງລັດຖະ ມົນຕີ ຍັງໄດ້ສະເເດງຄວາມຊົມເຊີຍ ຢ່າງຈິງໃຈຕໍ່ບັນດາເອື້ອຍນ້ອງພະ ນັກງານເພດຍິງທຸກທ່ານ ທີ່ໄດ້ທຸ່ມ ເທເຫື່ອແຮງ ແລະ ສະຕິປັນຍາ ເຂົ້າ ໃນການປະຕິບັດໜ້າທີ່ວຽກງານ ການທູດ ບໍ່ວ່າຈະຢູ່ພາຍໃນ ຫລື ຢູ່ ຕ່າງປະເທດ ໂດຍສະເພາະໄດ້ສະ ແດງຄວາມຊົມເຊີຍ ທີ່ສະຫະພັນ ແມ່ຍິງກະຊວງການຕ່າງປະເທດ ໄດ້ຈັດສໍາມະນາແລກປ່ຽນຂໍ້ມູນ ຂ່າວສານທີ່ສໍາຄັນ ແລະ ຈໍາເປັນ ສໍາລັບນັກການທູດ ເພື່ອນໍາໃຊ້ເຂົ້າ ໃນການປະຕິບັດວຽກງານຕົວຈິງ ໃນອະນາຄົດ. ນອກຈາກນັ້ນ ສະຫະພັນແມ່ ຍິງກະຊວງການຕ່າງປະເທດ ຍັງ ໄດ້ຈັດກິດຈະກໍາປີ່ນອ້ອມ ໂດຍຈັດ ໃຫ້ໄປຢ້ຽມຢາມທັດສະນະກ່ຽວກັບ ວິຖີການດໍາລົງຊີວິດ ແລະ ວັດທະ ນະທໍາທ້ອງຖິ່ນ ຂອງປະຊາຊົນ ໃນເມືອງວັງວຽງ ແຂວງວຽງຈັນ ອີກດ້ວຍ. ຝຶກອົບຮົມ...ຶົົ ຂປລ. ຊຸດຝຶກອົບຮົມວຽກງານ ການນໍາໃຊ້ລະບົບຖານຂໍ້ມູນ ການ ບໍລິຫານການເງິນພາກລັດ (ໂປຣ ແກຣມ ບັນຊີ) ໃຫ້ແກ່ຜູ້ຮັບຜິດ ຊອບວຽກງານການເງິນ ຂອງບັນ ດາກົມ, ທຽບເທົ່າກົມ ພາຍໃນຄະ ນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 2-4 ມີນາ 2026 ຢູ່ຄະນະໂຄສະນາອົບຮົມສູນກາງ ພັກ ໂດຍການເປັນປະທານ ຂອງ ທ່ານ ບຸນເພັງ ຈັນທະດາລາ ຫົວໜ້າ ຫ້ອງການຄະນະໂຄສະນາອົບຮົມ ສູນກາງພັກ, ມີຫົວໜ້າພະແນກ, ຮອງພະແນກ ຜູ້ຮັບຜິດຊອບວຽກ ງານການເງິນ ຂອງບັນດາກົມ, ທຽບເທົ່າກົມ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ທ່ານ ສົດ ວົງພະຈັນ ຫົວໜ້າ ພະແນການເງິນ ຫ້ອງການຄະນະ ໂຄສະນາອົບຮົມສູນກາງພັກ ໄດ້ ຜ່ານບົດສະຫລຸບກ່ຽວກັບຜົນການ ຝຶກອົບຮົມການນໍາໃຊ້ລະບົບຖານ ຂໍ້ມູນການບໍລິຫານການເງິນພາກ ລັດ ໃນຄັ້ງນີ້. ຜ່ານການຝຶກອົບຮົມ ເຮັດໃຫ້ສໍາມະນາກອນມີຄວາມ ຮັບຮູ້ ແລະ ເຂົ້າໃຈກ່ຽວກັບລະບົບ ການບໍລິຫານການເງິນພາກລັດ, ກໍາແໜ້ນຂັ້ນຕອນການປ້ອນຂໍ້ມູນ, ການນຳໃຊ້ເຄື່ອງມື ແລະ ແບບ ຟອມຕ່າງໆໃນລະບົບໃຫ້ຖືກຕ້ອງ ຕາມເຕັກນິກວິຊາສະເພາະຂອງ ການເຄື່ອນໄຫວບັນຊີ , ຮູ້ຈັກ ວິທີການຕິດຕາມ, ກວດກາຄວາມ ຖືກຕ້ອງຂອງການເຄື່ອນໄຫວ ແລະ ການສະຫລຸບລາຍງານລາຍຮັບລາຍຈ່າຍງົບປະມານ ໃຫ້ມີຄວາມ ຊັດເຈນ, ສາມາດສ້າງເອກະສານ ລາຍງານ ການເງິນ ແລະ ສະຫລຸບ ຕົວເລກຜົນການຈັດຕັ້ງປະຕິບັດ ໃຫ້ມີຄວາມວ່ອງໄວ, ຖືກຕ້ອງ ແລະ ທັນຕາມກຳນົດເວລາ. ພ້ອມ ນັ້ນ, ສໍາມະນາກອນ ຍັງໄດ້ມີການ ແລກປ່ຽນຄໍາຄິດຄໍາເຫັນຕໍ່ບັນຫາ ທີ່ມີຄວາມສົນໃຈ ດ້ວຍຄວາມຮັບ ຜິດຊອບສູງ ແລະ ເຕັມໄປດ້ວຍເນື້ອ ໃນຄົບຖ້ວນ. ໃນໂອກາດນີ້, ທ່ານ ບຸນເພັງ ຈັນທະດາລາ ກໍໄດ້ມີຄໍາເຫັນວ່າ: ການຫັນເປັນທັນສະໄໝ ດ້ວຍ ການນໍາໃຊ້ລະບົບຖານຂໍ້ມູນການ ບໍລິຫານການເງິນພາກລັດ (ໂປຣ ແກຣມບັນຊີ) ແມ່ນມີຄວາມສໍາ ຄັນ ແລະ ຈຳເປັນຮີບດ່ວນໃນ ເງື່ອນໄຂປັດຈຸບັນ ເພື່ອເຮັດໃຫ້ ການຄຸ້ມຄອງບໍລິຫານລັດ ກ້າວໄປ ສູ່ລະບົບທີ່ທັນສະໄໝໃນການລວມ ສູນຂໍ້ມູນພາກລັດ ເພື່ອຍົກລະດັບ ປະສິດທິພາບໃນການບໍລິຫານ ແລະ ການຄຸ້ມຄອງງົບປະມານລັດ ໃຫ້ມີຄວາມສະດວກ, ວ່ອງໄວ, ພ້ອມທັງເນັ້ນໃຫ້ສໍາມະນາກອນຜູ້ ຮັບຜິດຊອບວຽກງານບັນຊີ-ການ ເງິນຂອງບັນດາກົມ, ທຽບເທົ່າກົມ ພາຍໃນ ຄອສພ ຈົ່ງພ້ອມກັນນຳ ເອົາບົດຮຽນທິດສະດີ ແລະ ພຶດຕິ ກໍາຕົວຈິງ ທີ່ໄດ້ຝຶກອົບຮົມໃນຄັ້ງ ນີ້ໄປຈັດຕັ້ງຜັນຂະຫຍາຍ ແລະ ໝູນໃຊ້ເຂົ້າໃນໜ້າທີ່ວຽກງານໃນ ຂອບເຂດທີ່ຕົນເອງຮັບຜິດຊອບ ໃຫ້ສອດຄ່ອງກັບສະພາບ ແລະ ຄວາມຮຽກຮ້ອງຕ້ອງການ ຂອງ ວຽກງານຕົວຈິງ. ຂ່າວ-ພາບ: ພະແນກການເງິນ ຫ້ອງການ ຄອສພ

RkJQdWJsaXNoZXIy MTc3MTYxMQ==