7230

gsfdko{dkora fmtok a xtgmf]k; ( 06/03/2026 g,n v'w-pt[6 ]u s;o7n o,6 og-N v;a oc,j py 'lkdq o 7q [Iv[ 116 xu c,j py '[a ofkgzq j k c0;'va f8txn oa [,N wfh Ia [dkora fmtokl6 'gfa j o0B o ຂປລ. ແຫ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ້າ: ໃນປັດຈຸບັນ ເອື້ອຍນ້ອງແມ່ຍິງບັນດາເຜົ່າ ພາຍ ໃນແຂວງອັດຕະປື ນັບມື້ໄດ້ຮັບ ການພັດທະນາໃນທຸກດ້ານ ພ້ອມ ທັງໄດ້ປະກອບສ່ວນສໍາຄັນຕໍ່ການ ພັດທະນາລວມຂອງແຂວງ ກໍຄື ການປົກປັກຮັກສາ ແລະ ພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງໃຫ້ ມີການຂະຫຍາຍຕົວຕໍ່ເນື່ອງຕະ ຫລອດມາ. ທ່ານ ນາງ ຈັນເພັດ ຈັນທະມາດ ກຳມະການພັກແຂວງ ປະທານສະ ຫະພັນແມ່ຍິງ ແຂວງອັດຕະປື ໄດ້ ໃຫ້ສໍາພາດຕໍ່ສື່ມວນຊົນຂອງແຂວງ ເມື່ອມໍ່ໆມານີ້ວ່າ: ຕະ ຫລອດໄລຍະ ຜ່ານມາ ຄະນະພັກ, ຄະນະນໍາຂອງ ແຂວງອັດຕະປື ໄດ້ໃຫ້ຄວາມສໍາຄັນ ຕໍ່ການພັດທະນາແມ່ຍິງບັນດາເຜົ່າ ພາຍໃນແຂວງ ເຮັດໃຫ້ບັນດາເອື້ອຍ ນ້ອງແມ່ຍິງ ໄດ້ມີການພັດທະນາ ໃນຫລາຍໆດ້ານ ທຽບເທົ່າກັບ oE,a og-N vw2 16 j c0;'v5 fq ,w- xa f95 [a opa '.sh dko[= ]y dkoxq ddt8y ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ຈາກເຫດການທີ່ ມີປະຊາຊົນຍາດແຍ່ງກັນຊື້ນ້ຳມັນ ເຊື້ອໄຟຢູ່ຫລາຍປໍ້າ ໃນເທສະບານ ເມືອງໄຊ ເພື່ອແຮໄວ້ໃຊ້ໃນຍາມ ວິກິດ ໃນລະຫວ່າງວັນທີ 2-3 ມີນາ 2026 ສາເຫດແມ່ນເນື່ອງມາຈາກ ຂ່າວລືຈາກປະເທດເພື່ອນບ້ານ ຕໍ່ ກັບສະພາບການຂອງໂລກ ອັນໄດ້ ສົ່ງຜົນໃຫ້ປະຊາຊົນ ພາຍໃນແຂວງ ອຸດົມໄຊ ແຕກຕື່ນ. ທ່ານ ສຸລິຍົງຍາ ສີຫາລາດ ຫົວໜ້າສາຂາລັດວິສາຫະກິດນໍ້າມັນ ເຊື້ອໄຟລາວ ສາຂາ ແຂວງອຸດົມໄຊ ໃຫ້ສຳພາດວ່າ: ຕໍ່ກັບສະພາບດັ່ງ ກ່າວ, ໄດ້ສົ່ງຜົນກະທົບເຮັດໃຫ້ ສັງຄົມແຕກຕື່ນ ແລະ ມີການຍາດ g-dv' sh k,[a ofkxEoE,a oda d85 o oE,a og-N vw2 grn j vgda 'dew] ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ພະແນກອຸດສາຫະ ກໍາ ແລະ ການຄ້າ ແຂວງເຊກອງ ອອກແຈ້ງການສະບັບເລກທີ 222/ ພອຄ.ຊກ ລົງວັນທີ 4 ມີນາ 2026 ກ່ຽວກັບການຈໍາໜ່າຍນໍ້າມັນເຊື້ອ ໄຟຂອງບໍລິສັດຈໍາໜ່າຍພາຍໃນ ແລະ ປໍ້າ ໃນໄລຍະມີຄວາມບໍ່ສະ ຫງົບໃນພາກພື້ນຕາເວັນອອກກາງ. ໂດຍເນື້ອໃນສໍາຄັນຂອງແຈ້ງ ການລະບຸວ່າ: ໃຫ້ຂະແໜງການຄ້າ ພາຍໃນ ປະສານສົມທົບກັບຫ້ອງ ການອຸດສາຫະກຳ ແລະ ການຄ້າ 4 ເມືອງ ເຄື່ອນໄຫວເກັບກຳຂໍ້ມູນ ສະພາບການສະໜອງ ແລະ ການ ເປີດ-ປິດນໍ້າມັນເຊື້ອໄຟ ຂອງ ແຕ່ລະປໍ້າ ແລ້ວລາຍງານພະແນກ ອຸດສາຫະກຳ ແລະ ການຄ້າແຂວງ ແລະ ອົງການປົກຄອງແຂວງ ປະຈຳວັນ ບໍ່ໃຫ້ກາຍ 16:00 ໂມງ ຂອງແຕ່ລະວັນ; ບໍລິສັດຈຳໜ່າຍ ພາຍໃນຕ້ອງຮັບປະກັນການສະ ໜອງນໍ້າມັນເຊື້ອໄຟ ໂດຍໃຫ້ບຸລິ ມະສິດການສະໜອງໃຫ້ປໍ້າສາຂາ ແລະ ປໍ້າຕົວແທນກ່ອນ ເພື່ອຮັບໃຊ້ ສັງຄົມຢ່າງເປັນປົກກະຕິ; ບັນດາ ປໍ້າທີ່ມີສັນຍາການສະໜອງນໍ້າມັນ ເຊື້ອໄຟ ໃຫ້ກັບລັດວິສາຫະກິດ ແລະ ບັນດາໂຄງການຕ້ອງແຈ້ງສັນຍາ ໃຫ້ຂະແໜງການຄ້າພາຍໃນພະ ແນກອຸດສາຫະກຳ ແລະ ການຄ້າ ແຂວງຮັບຊາບ ເພື່ອຊີ້ແຈງໃຫ້ສັງ ຄົມເຂົ້າໃຈ ແລະ ຮັບຊາບ. ພ້ອມນີ້, ຫ້າມບໍ່ໃຫ້ບັນດາປໍ້າ ຈໍາ ໜ່າຍນໍ້າມັນເຊື້ອໄຟໃສ່ກະຕຸກ ຫລື ຖັງບັນຈຸທຸກປະເພດຂະໜາດທີ່ມີ ບໍລິມາດກາຍ 5 ລິດຂຶ້ນໄປ (ໜ້ອຍ ກວ່າ 5 ລິດ) ໂດຍເດັດຂາດ ເພື່ອ ຫລີກລ່ຽງການກັກຕຸນ ແລະ ການ ເກີດອັກຄີໄພ; ຫ້າມບັນດາປໍ້າກັກຕຸນ ນໍ້າມັນເຊື້ອໄຟເພື່ອເກັງກຳໄລ ຫລື ປັ່ນປ່ວນຕະຫລາດ ຫລື ປະຕິເສດ ການສະໜອງນໍ້າມັນເຊື້ອໄຟໂດຍ ບໍ່ມີເຫດຜົນ; ໃຫ້ເປີດບໍລິການເປັນ ປົກກະຕິ, ກໍລະນີປິດ ຫລື ຢຸດໃຫ້ ບໍລິການຊົ່ວຄາວ ຕ້ອງແຈ້ງເຫດຜົນ ໃຫ້ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ບ່ອນທີ່ປໍ້າຕັ້ງຢູ່ ແລະ ຕ້ອງຕິດປ້າຍແຈ້ງໃຫ້ຜູ້ຊົມໃຊ້ຮັບ ຊາບກ່ອນ 3 ວັນ. ຫາກເຈົ້າໜ້າກວດກາພົບເຫັນ ແມ່ນຈະໃຊ້ມາດຕະການ ຕາມດຳ ລັດຂອງນາຍົກລັດຖະມົນຕີ ສະ ບັບເລກທີ 559/ລບ, ລົງວັນທີ 09 ກັນຍາ 2025 ວ່າດ້ວຍທຸລະກິດ ນໍ້າມັນເຊື້ອໄຟ ທີ່ລະບຸໄວ້ໃນມາດຕາ 79 ຂອງດຳລັດສະບັບນີ້ຢ່າງເດັດ ຂາດ ແລະ ມອບໃຫ້ຂະແໜງການ ຄ້າພາຍໃນ, ຫ້ອງການອຸດສາຫະກຳ ແລະ ການຄ້າ 4 ເມືອງເປັນເຈົ້າ ການໃນການຕິດຕາມ, ກວດກາ ແລະ ລາຍງານຕໍ່ຂັ້ນເທິງຮັບຊາບ. ຂ່າວ: ສັນຍາ ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ເມືອງໄຊຍະບູ ລີ ຈັດປາຖະກະຖາຫວນຄືນມູນເຊື້ອ ວັນແມ່ຍິງສາກົນ ຄົບຮອບ 116 ປີ (8 ມີນາ 1910-8 ມີນາ 2026) ພາຍໃຕ້ຄຳຂວັນ “ສິດທິຄວາມຍຸ ຕິ ທຳ ການລົງມືປະຕິບັດເພື່ອແມ່ ຍິງ ແລະ ເດັກຍິງທຸກຄົນ’’ ເມື່ອ ບໍ່ດົນມານີ້ ທີ່ວ່າການເມືອງ ໂດຍ ການເປັນປະທານຂອງ ທ່ານ ຄຳ ຫລ້າ ຜິວວັນນາ ເລຂາພັກເມືອງ ໄຊຍະບູລີ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫ້ອງການ, ຄະນະບໍລິຫານງານສະຫະພັນແມ່ ຍິງເມືອງ, ປະທານສະຫະພັນແມ່ຍິງ ບ້ານເທສະບານເຂົ້າຮ່ວມ. ທ່ານ ຄຳຫລ້າ ຜິວວັນນາ ໄດ້ ຍົກໃຫ້ເຫັນປະຫວັດການກຳເນີດ ແລະ ຂະຫຍາຍຕົວຂອງ ວັນແມ່ ຍິງສາກົນ ຊຶ່ງວັນແມ່ຍິງສາກົນ ແຍ່ງກັນຊື້ນ້ຳມັນເຊື້ອໄຟ ເພື່ອກັກ ຕຸນໄວ້ຂາຍຕໍ່ໃນລາຄາທີ່ແພງຂຶ້ນ ກວ່າເກົ່າ. ລັດວິສາຫະກິດນ້ຳມັນ ເຊື້ອໄຟລາວ ແມ່ນວິສາຫະກິດຂອງ ລັດ ມີພາລະບົດບາດ ສະໜອງນ້ຳ ມັນເຊື້ອໄຟ ໃຫ້ແກ່ 2 ແຂວງ ພາກ ເໜືອ ຄື: ແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ. ນອກນີ້, ຍັງມີ ເມືອງເງິນ ແຂວງໄຊຍະບູລີ ຕື່ມ ອີກ. ປັດຈຸບັນ ທາງສາຂາແມ່ນຍັງ ສາມາດສະໜອງນໍ້າມັນໃຫ້ທາງ ປໍ້າຕົວແທນໄດ້ສະໝໍ່າສະເໝີ. ພ້ອມ ດຽວກັນ, ທາງທີມສະເພາະກິດ ຂອງລັດວິສາຫະກິດ ນ້ຳມັນເຊື້ອໄຟ ລາວ ຍັງລົງຕິດຕາມສະພາບການ ຢູ່ບັນດາປ້ຳຕ່າງໆ ພາຍໃນແຂວງ ຢ່າງໃກ້ຊິດ. ທ່ານ ສຸລິຍົງຍາ ສີຫາລາດ ຍັງໄດ້ຮຽກຮ້ອງ ແລະ ຝາກເຖິງ ຜູ້ບໍລິໂພກ ກໍຄື ສັງຄົມ ພາຍໃນ ແຂວງອຸດົມໄຊ ຢ່າໄດ້ວິຕົກກັງວົນ ຈົນເກີນໄປ ຈົ່ງພ້ອມກັນຢູ່ໃນຄວາມ ສະຫງົບ, ເສບຂ່າວຢ່າງມີສະຕິ. ພ້ອມດຽວກັນ, ທາງລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ ສາຂາແຂວງອຸ ດົມໄຊ ກໍຈະຕິດຕາມສະພາບການ ຢ່າງໃກ້ຊິດ ແລະ ສະໜອງນໍ້າມັນ ໃຫ້ພໍ່ແມ່ປະຊາຊົນທ່ວງທັນຕາມ ປົກກະຕິຜ່ານມາໃນລາຄາທີ່ໄດ້ ກຳນົດໄວ້. ຂ່າວ: ໄມພອນ ໄດ້ກຳເນີດເກີດຂຶ້ນໃນທ່າມກາງ ສະພາບເສດຖະກິດ ຂອງພວກສັກ ດີນາ ແລະ ນາຍທຶນຂະຫຍາຍຕົວ ໄດ້ສ້າງຄວາມຮັ່ງມີໃຫ້ພວກນາຍ ທຶນຊ້ຳພັດຍິ່ງເພີ່ມຄວາມທຸກຍາກ ລຳບາກໃຫ້ແກ່ຊາວຜູ້ອອກແຮງ ງານ ໂດຍສະເພາະ ກຳມະກອນ ເພດຍິງ ຖືກກົດຂີ່ຂູດຮີດຢ່າງໜັກ ໜ່ວງ, ເຮັດວຽກຫລາຍຊົ່ວໂມງ ແຕ່ໄດ້ຮັບຄ່າຈ້າງແຮງງານລາຄາ ຖືກ, ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບອບປົກປັກຮັກສາສຸຂະພາບ ຂອງແມ່ຍິງ ແລະ ເດັກນ້ອຍ ຕໍ່ໜ້າ ສະພາບການ ແລະ ຄວາມທຸກ ທໍລະມານດັ່ງກ່າວ ກຳມະກອນ ແມ່ຍິງ ຮູ້ສຶກຄຽດແຄ້ນ ຈຶ່ງໄດ້ ສາມັກຄີກັນລຸກຂຶ້ນຕໍ່ສູ້ທວງໃຫ້ພວກ ນາຍທຶນ ຕ້ອງແກ້ໄຂຊີວິດການເປັນ ຢູ່ຂອງເຂົາເຈົ້າ. ມາເຖິງປີ 1910 ຂະບວນການຕໍ່ສູ້ຂອງແມ່ຍິງ ໄດ້ແຜ່ ຂະຫຍາຍກວ້າງອອກໄປສູ່ປະເທດ ນາຍທຶນ ແລະ ໄດ້ຈັດກອງປະຊຸມ ສາກົນ ກ່ຽວກັບບັນຫາແມ່ຍິງຂຶ້ນ ເປັນຄັ້ງທຳອິດ ຢູ່ໂກເປນຮາກ, ນະຄອນຫລວງປະເທດເດນມາກ ມີຜູ້ແທນ 100 ກວ່າຄົນ, ຈາກ 17 ປະເທດເຂົ້າຮ່ວມ, ກອງປະຊຸມດັ່ງ ກ່າວ ໄດ້ຕົກລົງຮັບຮອງເອົາ ວັນທີ 8 ມີນາ ຂອງທຸກໆປີ ເປັນວັນແມ່ ຍິງສາກົນ ຊຶ່ງແມ່ນເຫດການການ ເມືອງທີ່ສຳຄັນ, ເປັນຂີດໝາຍແຫ່ງ ໄຊຊະນະ ຂອງຂະບວນການແມ່ຍິງ ສາກົນ ໃນການຕໍ່ສູ້ທວງເອົາສິດຜົນ ປະໂຫຍດອັນເປັນທຳໃຫ້ແກ່ແມ່ຍິງ ຊາວຜູ້ອອກແຮງງານໃນທົ່ວໂລກ ແລະ ທວງໃຫ້ມີສິດສະເໝີພາບ ປະຊາທິປະໄຕ ຄືກັບເພດຊາຍ, ທວງໃຫ້ພວກນາຍທຶນແກ້ໄຂຊີວິດ ການເປັນຢູ່ ພາຍໃຕ້ຄຳຂວັນ ຜູ້ໜຶ່ງ ເຮັດວຽກມື້ລະ 8 ຊົ່ວໂມງ ແມ່ ຍິງ ແລະ ເພດຊາຍ ເຮັດວຽກຄື ກັນ ຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບ ຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານ ສົງຄາມຮຸກຮານ ແລະ ປົກປັກ ຮັກສາສັນຕິພາບຂອງໂລກ, ນັບ ແຕ່ນັ້ນມາ ວັນທີ 8 ມີນາ ຈຶ່ງເປັນ ວັນແມ່ຍິງສາກົນຈົນເຖິງປັດຈຸບັນ. ການປາຖະກະຖາໃນຄັ້ງນີ້, ກໍເພື່ອ ເຮັດໃຫ້ເອື້ອຍນ້ອງແມ່ຍິງ ມີຄວາມ ຮັບຮູ້ເຂົ້າໃຈເລິກເຊິ່ງ ຕໍ່ກັບການ ຕໍ່ສູ້ຮຽກຮ້ອງເອົາສິດຜົນປະໂຫຍດ ອັນເປັນທຳ, ເທົ່າທຽມກັບເພດຊາຍ ແລະ ການເຄື່ອນໄຫວດ້ານຕ່າງໆ ຂອງແມ່ຍິງສາກົນ. ພ້ອມດຽວກັນນີ້, ເມືອງໄຊຍະບູ ລີ ຍັງໄດ້ສ້າງກິດຈະກຳ ແຂ່ງຂັນ ກິລາປະເພດຕ່າງໆ ເປັນຕົ້ນ ກິລາ ໜີບປຸມເປົ້າໃຫ້ແຕກ ມີທີມເຂົ້າ ຮ່ວມ ແຂ່ງຂັນ 18 ທີມ, ກິລາດູດນົມ ຈາກ ເຕົ້າມີທີມເຂົ້າຮ່ວມແຂ່ງຂັນ 16 ທີມ ແລະ ກິລາປິດຕາກິນກ້ວຍມີຜູ້ ເຂົ້າຮ່ວມແຂ່ງຂັນ 19 ທີມ. ຂ່າວ-ພາບ: ສົມພົງ ສີສະຫວັດ ເພດຊາຍ, ສະແດງອອກແມ່ຍິງ ໄດ້ມີການພັດທະນາຕົນເອງ, ຕິດ ພັນກັບການພັດທະນາລວມຂອງ ແຂວງ, ພະນັກງານ, ສະມາຊິກ ແມ່ຍິງ ໄດ້ຮັບຍົກລະດັບທາງດ້ານ ທິດສະດີການເມືອງ, ຍົກລະດັບດ້ານ ວິຊາສະເພາະນັບມື້ນັບມີຈຳນວນ ເພີ່ມຂຶ້ນ, ໃນທຸກຂົງເຂດວຽກງານ ເຫັນວ່າແມ່ຍິງໄດ້ເປັນພະນັກງານ ຂັ້ນນໍາພາ-ຄຸ້ມຄອງ, ເປັນສະມະ ຊິກສະພາແຫ່ງຊາດ ແລະ ສະມາຊິກ ສະພາປະຊາຊົນແຂວງຫລາຍຂຶ້ນ. ພ້ອມນັ້ນ, ແມ່ຍິງບັນດາເຜົ່າຍັງ ໄດ້ຮັບການຊຸກຍູ້ສົ່ງເສີມດ້ານການ ພັດທະນາສີມືແຮງງານ, ພັດທະນາ ດ້ານອາຊີບຕ່າງໆ ແລະ ວຽກງານ ອື່ນໆ ກໍເຫັນວ່າບັນດາເອືື້ອຍນ້ອງ ແມ່ຍິງເຮົາ ໄດ້ເຂົ້າຮ່ວມຢ່າງເປັນ ຂະບວນການ ແລະ ເຮັດໄດ້ຄືກັນກັບ ເພດຊາຍນັບມື້ສູງເດັ່ນຂຶ້ນເລື້ອຍໆ. ຄຽງຄູ່ກັບຈຸດເດັ່ນນັ້ນ, ກໍຍັງ ພົບ ວ່າ ມີຫລາຍຂໍ້ຄົງຄ້າງທີ່ບັນດາ ເອື້ອຍນ້ອງແມ່ຍິງເຮົາ ຕ້ອງໄດ້ຮັບ ການປັບປຸງຕົນເອງຕໍ່ປະກົດການ ຫຍໍ້ທໍ້ຕ່າງໆ ເປັນຕົ້ນມີຫລາຍບັນຫາ ທີ່ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ ແນວຄິດຈິດໃຈຕໍ່ການດໍາລົງຊີວິດ ຂອງແມ່ຍິງບັນດາເຜົ່າ ນັ້ນກໍຄື ບັນ ຫາເງິນເຟີ້, ພະຍາດລະບາດ, ຜົນ ຮ້າຍຂອງຢາເສບຕິດ, ການຫລິ້ນ ກິນຟຸມເຟືອຍ, ການນຸ່ງຖືແຕ່ງກາຍ ທີ່ຂັດຕໍ່ຮີດຄອງປະເພນີອັນດີງາມ ຂອງຊາດ-ຂອງເຜົ່າ, ການພົວພັນ ສັງຄົມ ທີ່ບໍ່ຖືກຕ້ອງ, ບັນຫາການ ໃຊ້ຄວາມຮຸນແຮງພາຍໃນຄອບຄົວ, ການຢ່າຮ້າງ, ການຄ້າຂາຍເຖື່ອນ, ການຫລິ້ນການພະນັນ ແລະ ອື່ນໆ. ຊຶ່ງປະກົດການຫຍໍ້ທໍ້ດັ່ງກ່າວນີ້ ບັນ ດາເອື້ອຍນ້ອງແມ່ຍິງເຮົາຕ້ອງໄດ້ ພ້ອມກັນສູ້ຊົນແກ້ໄຂໃຫ້ໄດ້ ເພື່ອ ຍົກສະຖານະບົດບາດແມ່ຍິງໃຫ້ສູງ ເດັ່ນຂຶ້ນໃນທຸກຂະບວນການພັດ ທະນາ. ທ່ານ ນາງ ຈັນເພັດ ຈັນທະມາດ ຍັງໄດ້ໃຫ້ທັດສະນະວ່າ: ເນື່ອງໃນ ໂອກາດວັນແມ່ຍິງສາກົນ ຄົບຮອບ 116 ປີ ທີ່ຈະມາເຖິງນີ້, ພາຍໃຕ້ຄຳ ຂວັນ ສິດທິ, ຄວາມຍຸຕິທຳ, ການ ລົງມືປະຕິບັດ, ເພື່ອແມ່ຍິງ ແລະ ເດັກ ຍິງທຸກຄົນ, ຮຽກຮ້ອງມາຍັງບັນດາ ສະຫາຍ, ສະມາຊິກສະຫະພັນແມ່ ຍິງ ແລະ ແມ່ຍິງບັນດາເຜົ່າຈົ່ງ ເພີ່ມທະວີຄວາມສາມັກຄີເປັນປຶກ ແຜນແໜ້ນໜາ, ສືບຕໍ່ປະຕິບັດໜ້າທີ່ ຄຽງບ່າຄຽງໄຫລ່ກັບເພດຊາຍ ຕັ້ງໜ້າເສີມຂະຫຍາຍມູນເຊື້ອຮັກ ຊາດ, ຮັກລະບອບປະຊາທິປະໄຕ ປະຊາຊົນ, ສືບຕໍ່ເສີມຂະຫຍາຍມູນ ເຊື້ອສາມັກຄີປອງດອງຊາດ, ມູນ ເຊື້ອວັດທະນະທຳອັນດີງາມຂອງ ຊາດ, ຂຸດຄົ້ນກຳລັງແຮງສັງລວມ ຂອງແມ່ຍິງ ພ້ອມກັນປະຕິບັດຄໍາ ຂວັນ “ຮັກຊາດ ແລະ ພັດທະນາ” ປະກອບສ່ວນເຂົ້າໃນພາລະກິດປົກ ປັກຮັກສາ ແລະ ພັດທະນາແຂວງ ອັດຕະປື ໃຫ້ມີຄວາມຈະເລີນ ແລະ ສີວິໄລ. ຂ່າວ: ມະນີວອນ

RkJQdWJsaXNoZXIy MTc3MTYxMQ==