xtgmf]k; 6 06/03/2025 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d (ຂໍ້ມູນຈາກແຂວງສະຫວັນນະເຂດ)ໍູ້ັ ໂດຍ: ມາລີດາີດ lxx ]k; wfh Ia []k';a odkomj v'mj P; c[[pn opq 'vk-Po 5 ]k';a o ຂປລ. ຈົບລົງດ້ວຍຄວາມປະ ທັບໃຈ ສໍາລັບບຸນ “ພະທາດດອກ ແກ້ວ” ປີ 2026 ລະຫວ່າງວັນທີ 2-3 ມີນາ 2026, ທີ່ວັດທາດດອກ ແກ້ວອັກຄະຣາມ, ເມືອງອາດສະ ພອນ ຊຶ່ງເປັນສິ່ງສັກສິດຄູ່ບ້ານຄູ່ ເມືອງ ໂດຍມີຈຸດປະສົງຫລັກເພື່ອ ສືບສານຮີດຄອງປະເພນີອັນດີງາມ ແລະ ຊຸກຍູ້ການທ່ອງທ່ຽວທາງ ດ້ານວັດທະນະທຳໃຫ້ກາຍເປັນທີ່ ຮູ້ຈັກຢ່າງກວ້າງຂວາງ. ໂດຍພາຍໃນງານກໍມີຫລາຍ ກິດຈະກໍາທີ່ສ້າງຄວາມເບີກບານ ມ່ວນຊື່ນໃຫ້ມວນຊົນທີ່ເຂົ້າຮ່ວມ ງານ ເປັນຕົ້ນແມ່ນຂະບວນແຫ່ຜາ ສາດເຜິ້ງ ແລະ ຕົ້ນກາລະພຶກ ອັນ ສວຍງາມຈາກຫ້ອງວ່າການເມືອງ ເຂົ້າສູ່ວັດທາດດອກແກ້ວ, ພິເສດ ກວ່ານັ້ນ, ຍັງມີການແຂ່ງຂັນ “ຕີ [5 o rtmkffvdcdh ; xu 2026 9a f0B o1j k'pyj '.spj “ ” ກອງຕຸ້ມ-ກອງຫາງ”ປະກອບການ ຟ້ອນ ຊຶ່ງເປັນເຄື່ອງດົນຕີເອກະລັກ ຂອງເຜົ່າຜູ້ໄທ ເມືອງອາດສະພອນ ໂດຍມີ 6 ບ້ານເຂົ້າຮ່ວມປະຊັນສີມື ແລະ ບ້ານທີ່ຄວ້າລາງວັນທີໜຶ່ງໄດ້ ແກ່ ບ້ານນາໝາກເກືອ, ລາງວັນທີ 2: ບ້ານນາຮັງນ້ອຍ, ລາງວັນທີ 3: ບ້ານນາກຸດຈານ. ພ້ອມດຽວກັນນີ້, ຍັງໄດ້ຮັບຊົມການສະແດງສິລະ ປະ-ວັນນະຄະດີ ທີ່ສ່ອງແສງເຖິງ ວິຖີຊີວິດ ເຊັ່ນ: ລຳຜູ້ໄທ, ບົດຟ້ອນ ຫັດຖະກຳຈັກສານ, ບົດຟ້ອນເຄື່ອງ ປັ້ນດິນເຜົາ ແລະ ລຳຕັງຫວາຍ ຈາກນ້ອງນັກຮຽນ ແລະ ສະຫະ ພັນແມ່ຍິງ, ເຮັດໃຫ້ບຸນປີນີ້ມີຊີວິດ ຊີວາ ແລະ ສ້າງຄວາມປະທັບໃຈ ໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງເມືອງ ແລະ ຈຸດເດັ່ນ ອີກຢ່າງໜຶ່ງຂອງງານແມ່ນ ການ ເລົ່າຂານເຖິງປະຫວັດອັນລ້ຳຄ່າ ຂອງ “ຍາທ່ານດອກ” ເກີດ ຄສ 1880, ພະເຖຣະຜູ້ມີພອນສະຫວັນ ດ້ານສິລະປະກຳຢ່າງວິຈິດພິດສະ ດານ. ທ່ານເປັນຜູ້ນຳພາສ້າງສາ ໄວ້ຫລາຍແຫ່ງ ເຊັ່ນ: ການຫລໍ່ ພະພຸດທະຮູບ, ການແກະສະຫລັກ ໄມ້ ແລະ ສ້າງຫໍແຈກ. ພະທາດ ດອກແກ້ວແຫ່ງນີ້ ຖືກສ້າງຂຶ້ນໃນ ປີ ພສ 2495 ເພື່ອບັນຈຸອັດຖິທາດ ຂອງເພິ່ນ ຕາມເຈດຈຳນົງທີ່ເພິ່ນ ໄດ້ບອກໄວ້ກ່ອນລະສັງຂານ ໃຫ້ ໄວ້ທີ່ສາມແຍກ ບ້ານຜັກຂະຫຍ່າ, ບ້ານນາກຸດຈານ ແລະ ບ້ານຊາຍ ມູນ ຊຶ່ງເປັນທີ່ຕັ້ງຂອງພະທາດໃນ ປັດຈຸບັນ. ການຈັດບຸນໃນທຸກໆປີບໍ່ພຽງ ແຕ່ເປັນການຂໍພອນເພື່ອຄວາມ ເປັນສິລິມົງຄຸນເທົ່ານັ້ນ ແຕ່ຍັງ ເປັນການເຕົ້າໂຮມຄວາມສາມັກຄີ ຂອງຊຸມຊົນ ແລະ ຄົນຮຸ່ນໃໝ່ໃຫ້ ປົກປັກຮັກສາຮີດຄອງປະເພນີ ທີ່ ຫາເບິ່ງໄດ້ຍາກໃຫ້ຍືນຍົງ. ພ້ອມ ດຽວກັນນີ້, ຍັງເປັນການຊຸກຍູ້ເສດ ຖະກິດ ຜ່ານການທ່ອງທ່ຽວວັດທະ ນະທຳ ແລະ ສົ່ງເສີມຜະລິດຕະພັນ ທ້ອງຖິ່ນ, ດຶງດູດນັກທ່ອງທ່ຽວມາ ທ່ຽວເມືອງອາດສະພອນ, ມາໄຫວ້ ພະທາດດອກແກ້ວ, ມາຟັງສຽງ ກອງຕຸ້ມ-ກອງຫາງ ແລະ ສຳຜັດ ມົນສະເໜ່ເຜົ່າຜູ້ໄທໃຫ້ຫລາຍຂຶ້ນ. ຂປລ. ຄໍລໍາ “ທ່ອງທ່ຽວເມືອງ ລາວ” ຫລາຍສະບັບຜ່ານມາໄດ້ ນໍາສະເໜີ ກ່ຽວກັບລາງວັນການ ທ່ອງທ່ຽວສະອາດອາຊຽນມາ ແລ້ວ, ສະບັບນີ້ ຈະພາບັນດາທ່ານ ມາຮູ້ຈັກລາງວັນການທ່ອງທ່ຽວ ແບບຍືນຍົງອາຊຽນ ຊຶ່ງເປັນອີກ ລາງໜຶ່ງທີ່ຈະຊ່ວຍໃຫ້ວຽກງານ ການທ່ອງທ່ຽວ ມີການພັດທະນາ ຂຶ້ນ ແລະ ເຮັດໃຫ້ນັກທ່ອງທ່ຽວມີ ຄວາມໝັ້ນໃຈໃນການບໍລິການໃນ ສະຖານທີ່ໄດ້ຮັບລາງວັນຫລາຍຂຶ້ນ ເພາະກ່ອນຈະໄດ້ຮັບລາງວັນ ສະ ຖານທີ່ທ່ອງທ່ຽວ ຕ້ອງຜ່ານການ ປະເມີນ ກໍານົດ 5 ໂຕຊີ້ວັດດ້ານ ການທ່ອງທ່ຽວ ຄື: ຫ້ອງນໍ້າສາທາ ລະນະສະອາດອາຊຽນ, ໂຮງແຮມ ຂຽວອາຊຽນ, ຮ້ານອາຫານ ແລະ ເຄື່ອງດື່ມ, ພະນັກງານນໍາທ່ຽວ ແລະ ບໍລິສັດທ່ອງທ່ຽວ ຫລື ເຮືອນ ພັກປະຊາຊົນອາຊຽນ, ການມີ ສ່ວນຮ່ວມຂອງປະຊາຊົນທ້ອງຖິ່ນ. ສຳລັບລາງວັນການທ່ອງທ່ຽວ ແບບຍືນຍົງ ແບ່ງອອກຄື : ເຂດຕົວ ເມືອງ ແລະ ເຂດຊົນນະບົດ. ໃນປີ 2026, ສປປ ລາວ ໄດ້ ຮັບລາງວັນການທ່ອງທ່ຽວແບບ ຍືນຍົງອາຊຽນ ພາຍໃຕ້ຫົວຂໍ້: ສະຖານທີ່ທ່ອງທ່ຽວທີ່ເປັນມິດຕໍ່ ສິ່ງແວດລ້ອມ ຈໍານວນ 5 ລາງວັນ (ລວມທັງເຂດຕົວເມືອງ ແລະ ເຂດຊົນນະບົດ) ດັ່ງນີ້: ພິພິຕະພັນ ແຫ່ງຊາດແຂວງຫລວງພະບາງ (ເຂດຕົວເມືອງ), ນ້ຳກັດຢໍລະປາ ແຂວງອຸດົມໄຊ (ເຂດຊົນນະບົດ), ຕາດຟານ ແຂວງຈໍາປາສັກ (ເຂດ ຊົນນະບົດ), ນໍ້າປຽນຢໍລະປາ ນະ ຄອນຫລວງວຽງຈັນ (ເຂດຊົນນະ ບົດ), THE ROCK VIEW POINT ແຂວງຄໍາມ່ວນ (ເຂດ ຊົນນະບົດ). ລາງວັນການທ່ອງທ່ຽວແບບ ຍືນຍົງອາຊຽນ ແມ່ນເລີ່ມຈັດຕັ້ງ ປະຕິບັດມາແຕ່ເດືອນມັງກອນ ປີ 2016, ຢູ່ທີ່ກອງປະຊຸມບັນດາລັດ ຖະມົນຕີທ່ອງທ່ຽວອາຊຽນ 10 ປະ ເທດ ໃນງານມະຫະກໍາການທ່ອງ ທ່ຽວອາຊຽນ ຄັ້ງທີ 35 ທີ່ນະຄອນ ຫລວງມະນິລາ, ປະເທດຟີລິບປິນ ທີ່ໄດ້ກໍານົດວິໄສທັດໃນແຜນຍຸດ ທະສາດການທ່ອງທ່ຽວອາຊຽນ ປີ 2016 - 2025 ໄວ້ວ່າ: “ພາຍໃນ ປີ 2025, ອາຊຽນຈະກາຍເປັນ ຈຸດໝາຍປາຍທາງການທ່ອງທ່ຽວ ທີ່ມີຄຸນນະພາບ, ໃຫ້ປະສົບການ ໃໝ່ທີ່ມີເອກະລັກ, ມີຄວາມຫລາກ ຫລາຍ ແລະ ຈະເນັ້ນໃສ່ການພັດທະ ນາການທ່ອງທ່ຽວໃນຮູບແບບມີ ຄວາມຮັບຜິດຊອບ, ມີຄວາມຍືນ ຍົງ, ມີສ່ວນຮ່ວມ ແລະ ເທົ່າທຽມ ກັນ ເພື່ອເປັນການປະກອບສ່ວນ ອັນສໍາຄັນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ແລະ ຊີວິດການ ເປັນຢູ່ຂອງປະຊາຊົນອາຊຽນ” ເພື່ອບັນລຸວິໄສທັດໃນແຜນຍຸດທະ ສາດ ການທ່ອງທ່ຽວອາຊຽນປີ 2016-2025 ດັ່ງກ່າວ10ປະເທດ ອາຊຽນ ໄດ້ເຫັນເຖິງຄວາມສໍາ ຄັນໃນການຈັດຕັ້ງປະຕິບັດ ມາດຕະ ຖານການທ່ອງທ່ຽວອາຊຽນ ເພື່ອ ຊຸກຍູ້ໃຫ້ບັນດາຜູ້ປະກອບການທຸລະ ກິດ ແລະ ບັນດາຜູ້ມີສ່ວນກ່ຽວ ຂ້ອງກັບການທ່ອງທ່ຽວ ສາມາດ ຍົກລະດັບຄຸນນະພາບຜະລິດຕະພັນ ແລະ ການບໍລິການການທ່ອງທ່ຽວ ແລະ ສົ່ງເສີມການບໍລິຫານການ ທ່ອງທ່ຽວໃນຮູບແບບທີ່ມີຄວາມ ຮັບຜິດຊອບ ເຮັດໃຫ້ອາຊຽນກາຍ ເປັນຈຸດໝາຍປາຍທາງການທ່ອງ ທ່ຽວຮ່ວມກັນ ທີ່ມີຄວາມສາມາດ ໃນການແຂ່ງຂັນຢ່າງຍືນຍົງ. ແນວໃດກໍດີ, ລາງວັນການທ່ອງ ທ່ຽວແບບຍືນຍົງອາຊຽນ ເປັນ ການຊຸກຍູ້ການຈັດຕັ້ງປະຕິບັດບັນ ດາມາດຕະຖານການທ່ອງທ່ຽວອາ ຊຽນ, ສົ່ງເສີມການຮ່ວມມືລະ ຫວ່າງພາກລັດ, ພາກທຸລະກິດ ແລະ ຊຸມຊົນທ້ອງຖິ່ນ ເພື່ອພັດທະນາ ຜະລິດຕະພັນການທ່ອງທ່ຽວຂອງ ບັນດາປະເທດສະມາຊິກອາຊຽນ ໂດຍແນໃສ່ຫລຸດຜ່ອນບັນຫາທາງ ດ້ານສິ່ງແວດລ້ອມ, ຊຸກຍູ້ສົ່ງເສີມ ວຽກງານວັດທະນະທໍາ-ສັງຄົມ ແລະ ຄວາມຍືນຍົງທາງດ້ານເສດ ຖະກິດ ຊຶ່ງລາງວັນດັ່ງກ່າວແມ່ນ ຈະໄດ້ມີການແຂ່ງຂັນໂດຍອີງຕາມ ຫົວຂໍ້ທີ່ແຕກຕ່າງກັນໃນແຕ່ລະປີ ບົນພື້ນຖານການຕົກລົງເຫັນດີເປັນ ເອກະພາບຂອງບັນດາປະເທດສະ ມາຊິກອາຊຽນ.
RkJQdWJsaXNoZXIy MTc3MTYxMQ==