7230

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 06/03/2026 xtgmf]k; ປະກອບຄໍາເຫັນໃສ່ໂຄງຮ່າງ...ໍັ່່ ສໍາເລັດກອງປະຊຸມຄົບຄະນະ...ໍັຸົ ຮອງປະທານສານປະຊາຊົນ...ົ ລັດຖະບານກໍານົດ 10 ວຽກ...ັໍົ ຂປລ. ກອງເລຂາຄະນະກໍາມະ ການອະໄພຍະໂທດ ລະດັບຊາດ ຈັດກອງປະຊຸມປະກອບຄໍາເຫັນໃສ່ ການປັບປຸງໂຄງຮ່າງລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍການ ໃຫ້ອະໄພຍະໂທດ (ສະບັບປັບປຸງ) ສໍາລັບການຊົມໃຊ້ພາຍໃນ ແລະ ສົ່ງອອກໃຫ້ຫລາຍຂຶ້ນ; ສົ່ງເສີມ ອຸດສາຫະກຳປຸງແຕ່ງຕິດພັນກັບ ຜະລິດຕະພັນກະສິກຳເປັນຕົ້ນ ໂຮງງານປຸງແຕ່ງຢາງພາລາ, ໂຮງ ງານຂ້າສັດທັນສະໄໝ, ໂຮງງານ ປຸງແຕ່ງປາ, ໂຮງງານປຸງແຕ່ງ ມັນຕົ້ນ, ອ້ອຍ, ໂຮງງານຜະລິດຝຸ່ນ ຊີວະພາບ ແລະ ປຸ໋ຍເຄມີ, ອາຫານ ສັດ, ສູນຜະລິດແນວພັນ, ໂຮງງານ ປຸງແຕ່ງ 7 ໝາກໄມ້ ແລະ ອາຫານ ເພື່ອສ້າງອຸດສາຫະກຳປຸງແຕ່ງ ກະສິກຳຢູ່ເຂດຊົນນະບົດ, ສ້າງ ຕະຫລາດແຮງງານ, ຖານເກັບ ລາຍຮັບໃໝ່, ຍົກສູງຄຸນນະພາບ, ສ້າງມູນຄ່າເພີ່ມ ແລະ ເປັນຍີ່ຫໍ້ຂອງ ລາວ. ຈຸດສຸມທີ 2 ສຸມໃສ່ພັດທະນາ ບັນດາໂຄງການພະລັງງານສະອາດ ແລະ ພະລັງງານທາງເລືອກຕາມ ທິດສີຂຽວ ແລະ ຍືນຍົງ ເປັນຕົ້ນ ໂຄງການພະລັງງານໄຟຟ້ານໍ້າຕົກ, ເເສງຕາເວັນ, ລົມ, ຊີວະມວນ ແລະ ອື່ນໆ. ຄຽງຄູ່ກັນນັ້ນ, ກໍສຸມໃສ່ ພັດທະນາລະບົບສາຍສົ່ງໄຟຟ້າ ແຫ່ງຊາດພາກເໜືອ, ກາງ ແລະ ໃຕ້ ໃຫ້ເປັນລະບົບດຽວ ແລະ ຂະຫຍາຍ ສາຍສົ່ງລະບົບສູ່ລະບົນເພື່ອເຊື່ອມ ກັບປະເທດໃກ້ຄຽງ ແລະ ພາກພື້ນ ເພື່ອສະໜັບສະໜູນການຄ້າ ແລະ ແລກປ່ຽນຊື້ຂາຍພະລັງງານ. ຈຸດ ສຸມທີ 3 ສຸມໃສ່ຊຸກຍູ້ສົ່ງເສີມໃຫ້ ມີການຜະລິດປຸງແຕ່ງແຮ່ທາດ ໂດຍ ຊົມເຊີຍ, ຕີລາຄາສູງຕໍ່ການເຮັດ ວຽກຢ່າງຫ້າວຫັນແລະບົດບາດອັນ ສຳຄັນຂອງທ່ານນາງ ປານີ ຢາທໍ່ຕູ້ ຖືເປັນກຳລັງແຮງອັນສຳຄັນໃນ ການນຳພາປະເທດຊາດ ກໍຄື ປະ ກອບສ່ວນເຂົ້າໃນການສ້າງສາ ພັດທະນາປະເທດຊາດ ຕະຫລອດ ໄລຍະຜ່ານມາ, ເປັນແບບຢ່າງອັນ ດີງາມໃຫ້ແກ່ແມ່ຍິງລາວບັນດາ ເຜົ່າ. ພ້ອມກັນນັ້ນ, ກໍໄດ້ອວຍພອນ ທ່ານຮອງປະທານປະເທດ ລວມ ທັງເອື້ອຍນ້ອງແມ່ຍິງ ຫ້ອງວ່າ ການສໍານັກງານປະທານປະເທດ ຈົ່ງມີສຸຂະພາບແຂງແຮງ, ມີຄວາມ ຜາສຸກ ແລະ ປະສົບຜົນສຳເລັດໃນ ໜ້າທີ່ວຽກງານ ເພື່ອສືບຕໍ່ປະກອບ ສ່ວນອັນລ້ຳຄ່າເຂົ້າໃນພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ. ໂອກາດດຽວກັນ, ທ່ານ ນາງ ປານີ ຢາທໍ່ຕູ້ ກໍໄດ້ສະແດງຄວາມ ຍິນດີຕ້ອນຮັບຢ່າງອົບອຸ່ນ, ພ້ອມ ທັງສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການມາອວຍພອນ ໃນໂອກາດວັນແມ່ຍິງສາກົນຄັ້ງນີ້ ຊຶ່ງເປັນການສະແດງເຖິງການສັນ ລະເສີນຕໍ່ຜົນຂອງເອື້ອຍນ້ອງແມ່ ຍິງ ທີ່ໄດ້ປະກອບສ່ວນພັດທະນາ ປະເທດຊາດໄລຍະຜ່ານມາ, ເຫັນ ໄດ້ຄວາມສຳຄັນຂອງບົດບາດແມ່ ຍິງລາວ, ທັງເປັນການສະແດງ ຄວາມເປັນຫວງເປັນໄຍ ແລະ ການ ໃຫ້ກຽດເຊິ່ງກັນ ແລະ ກັນ ພາຍໃນ ການນຳຂອງພັກ-ລັດ ກໍຄື ການເສີມ ຂະຫຍາຍຄຸນຄ່າຂອງແມ່ຍິງ ໃນ ສັງຄົມລາວ. ຂ່າວ: ກິດຕາ ໜ້າ, ທັງເປັນບ່ອນອີງໃນການສ້າງ ແຜນປະຕິບັດງານ, ແຜນວຽກ ຈຸດສຸມຂອງແຕ່ລະຂະແໜງການ ສູນກາງ ແລະ ທ້ອງຖິ່ນ; ໄດ້ຮັບຮອງ ເອົາແບບແຜນວິທີເຮັດວຽກຂອງ ຄະນະບໍລິຫານງານສູນກາງພັກ ໂດຍມອບໃຫ້ບັນດາສະຫາຍໃນ ຄະນະບໍລິຫານງານສູນກາງພັກ ຮີບຮ້ອນປັບປຸງ, ແກ້ໄຂແບບແຜນ ເຮັດວຽກ ແລະ ວິທີນຳພາຂອງຕົນ ໃຫ້ມີຄວາມສອດຄ່ອງກວ່າເກົ່າ, ການເຮັດວຽກຕ້ອງມີແຜນການ, ມີຈຸດປະສົງ, ລະດັບຄາດໝາຍ ຈະແຈ້ງ, ມີການແບ່ງວຽກ, ແບ່ງ ຄວາມຮັບຜິດຊອບໃຫ້ໝູ່ຄະນະ ຢ່າງລະອຽດ, ຈະແຈ້ງ, ຮູ້ນຳໃຊ້ ກົງຈັກ ແລະ ພະນັກງານໃຫ້ມີປະ ສິດທິຜົນ, ເຄົາລົບ ແລະ ປະຕິບັດ ຫລັກການລວມສູນປະຊາທິປະໄຕ ໃຫ້ເຂັ້ມງວດ, ເສີມຂະຫຍາຍສະຕິ ປັນຍາ ແລະ ກໍາລັງແຮງຂອງໝູ່ ຄະນະ, ຫລີກເວັ້ນສະພາບທີ່ມີແຕ່ ເລຂາຄະນະພັກ ໃຊ້ສິດ, ໃຊ້ອຳ ນາດແບບອາດຍາສິດໃນການຕົກ ລົງບັນຫາ; ໄດ້ໃຫ້ທິດຊີ້ນໍາ ຕໍ່ ແຜນຜັນຂະຫຍາຍແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ເພື່ອໃຫ້ລັດຖະບານນຳໄປຜ່ານ ກອງປະຊຸມສະພາແຫ່ງຊາດ ຮັບ ຮອງ ແລະ ເຂົ້າສູ່ການຈັດຕັ້ງປະຕິ ບັດໃຫ້ມີປະສິດທິຜົນ; ກຳນົດໃຫ້ ແຈ້ງຕື່ມກ່ຽວກັບພາລະບົດບາດ, ສິດໜ້າທີ່ ແລະ ສາຍພົວພັນລະ ຫວ່າງເລຂາພັກແຂວງກັບປະທານ ຄະນະກໍາມະການປົກຄອງນະຄອນ ຫລວງ, ແຂວງ ລະຫວ່າງເລຂາ ພັກເມືອງກັບປະທານຄະນະກໍາມະ ການປົກຄອງເມືອງຕ້ອງຮັບປະ ກັນລັກສະນະເສີມຂະຫຍາຍປະຊາ ທິປະໄຕ, ບໍ່ກ້າວກ່າຍສິດ, ໜ້າທີ່ ຂອງກັນ ແລະ ກັນ, ເລຂາພັກ ແຂວງ ໃນນາມເປັນປະທານສະພາ ປະຊາຊົນແຂວງມີໜ້າທີ່ຕິດຕາມ, ກວດກາການຈັດຕັ້ງປະຕິບັດໜ້າທີ່ ວຽກງານຂອງອົງການບໍລິຫານ ທ້ອງຖິ່ນໃຫ້ມີຄວາມເຂັ້ມງວດ, ເດັດ ຂາດ ແລະ ໂປ່ງໃສ; ໃຫ້ແຕ່ລະ ທ້ອງຖິ່ນຮີບຮ້ອນໃນການສ້າງຕັ້ງ ຕາແສງໃຫ້ສໍາເລັດຕາມແຜນທີ່ ກໍານົດໄວ້, ຢ່າງຊ້າໃຫ້ສຳເລັດໃນ ກາງປີ 2027 ໃຫ້ສາມາດເຄື່ອນ ໄຫວຈັດຕັ້ງປະຕິບັດທົ່ວປະເທດ, ຮັບປະກັນການຈັດຕັ້ງປະຕິບັດ ວຽກງານ ກໍຄື ເປັນເຈົ້າການໃນ ການຜັນຂະຫຍາຍແນວທາງ, ນະໂຍບາຍຂອງພັກ-ລັດ ໂດຍສະ ເພາະແມ່ນການຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ ໃຫ້ເຂົ້າເຖິງຮາກຖານຢ່າງທົ່ວ ເຖິງ; ສືບຕໍ່ປັບປຸງການຈັດຕັ້ງບ້ານ, ມີການແບ່ງຄວາມຮັບຜິດຊອບລະ ຫວ່າງຕາແສງ ແລະ ບ້ານຢ່າງ ຈະແຈ້ງ, ເຮັດໃຫ້ບ້ານກາຍເປັນ ອົງການຈັດຕັ້ງຊຸມຊົນທີ່ເຂັ້ມແຂງ ຮອບດ້ານ, ນຳພາການພັດທະນາ ຢູ່ຂັ້ນບ້ານ; ເສີມຂະຫຍາຍບົດບາດ ຂອງສະພາທິດສະດີສູນກາງພັກ, ສະຖາບັນການເມືອງ ແລະ ການ ປົກຄອງແຫ່ງຊາດ, ບັນດາສະຖາ ບັນຄົ້ນຄວ້າ, ມະຫາວິທະຍາໄລ ແຫ່ງຊາດ ເຂົ້າໃນການຄົ້ນຄວ້າ ບັນຫາຍຸດທະສາດ, ວາງ ແລະ ບູລະ ນະແນວທາງ, ນະໂຍບາຍຊ່ວຍ ສູນກາງພັກ; ເພີ່ມທະວີການຕິດ ຕາມ, ກວດກາ, ສະຫລຸບຕີລາຄາ ແລະ ຖອດຖອນບົດຮຽນຢ່າງເປັນ ປະຈຳ. ພ້ອມນີ້, ບັນດາສະຫາຍ ຊົມເຊີຍວັນແມ່ຍິງສາກົນ...ົີັ່ິົ ໃຫ້ແກ່ຊາວຜູ້ອອກແຮງງານ ໂດຍສະເພາະກໍາມະກອນແມ່ຍິງຢູ່ພາຍໃຕ້ ລະບອບສັກດີນານາຍທຶນ, ແມ່ຍິງຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ເຮັດ ວຽກຫລາຍຊົົ່ວໂມງ ແຕ່ໄດ້ຮັບຄ່າຈ້າງແຮງງານດ້ວຍລາຄາຖືກ, ເຮັດ ວຽກບໍ່ມີການຮັບປະກັນ, ບໍ່ມີລະບອບປົກປັກຮັກສາສຸຂະພາບຂອງແມ່ ຍິງ ແລະ ເດັກນ້ອຍ. ນອກຈາກນັ້ນ, ແມ່ຍິງຍັງຖືກດູຖູກ, ໝິ່ນປະໝາດ, ຖືກທຸບຕີ, ຂົ່ມຂູ່ ແລະ ຖືກໄລ່ອອກຈາກວຽກ. ໃນວັນທີ 8 ມີນາ 1908, ແມ່ຍິງຈໍານວນ 15.000 ຄົນ ໄດ້ເດີນຂະບວນຢູ່ເມືອງນິວຢອກ ເພື່ອ ທວງໃຫ້ນາຍທຶນຫລຸດຜ່ອນຊົ່ວໂມງເຮັດວຽກ, ຢຸດເຊົາການຂູດຮີດ ແຮງງານເດັກ ແລະ ທວງໃຫ້ແມ່ຍິງມີສິດໃນການອອກສຽງເລືອກຕັ້ງ ແລະ ການຮັບສະໝັກເລືອກຕັ້ງ. ມາຮອດປີ 1910, ກອງປະຊຸມສາກົນ ກ່ຽວກັບບັນຫາແມ່ຍິງຄັ້ງທຳອິດໄດ້ຈັດຂຶ້ນຢູ່ປະເທດເດນມາກ ກອງ ປະຊຸມໄດ້ຮັບຮອງເອົາວັນທີ 8 ມີນາ ຂອງທຸກປີເປັນວັນແມ່ຍິງສາກົນ. ສຳລັບແມ່ຍິງທົ່ວໂລກ, ວັນທີ 8 ມີນາ ແມ່ນການສະເຫລີມສະ ຫລອງຄວາມສຳເລັດຂອງແມ່ຍິງພ້ອມທັງຮຽກຮ້ອງສິດ ແລະ ໂອກາດ ອັນເທົ່າທຽມກັນສຳລັບແມ່ຍິງທຸກໆຄົນ, ໄດ້ກາຍມາເປັນຊ່ວງໄລຍະ ເວລານາທີຂອງໂລກໃນການສົ່ງເສີມຄວາມກ້າວໜ້າດ້ານຄວາມສະເໝີ ພາບລະຫວ່າງຍິງ-ຊາຍ. ປັດຈຸບັນ, ແມ່ຍິງໄດ້ພິສູດໃຫ້ໂລກເຫັນວ່າ ບໍ່ມີຂອບເຂດໃດທີ່ຈຳກັດສັກຍະພາບຂອງແມ່ຍິງພວກເຮົາເພາະແມ່ຍິງ ໄດ້ເຮັດໃຫ້ຊາວໂລກໄດ້ເຫັນແລ້ວວ່າ ພວກເຮົາສາມາດເປັນທັງຜູ້ນຳ ປະເທດ, ນັກວິຍາສາດ, ນັກທຸລະກິດ, ຄູອາຈານ, ທ່ານໝໍ, ພະຍາບານ ແລະ ແຮງງານສຳຄັນໃນທຸກພາກສ່ວນ. ໃນນີ້, ສິ່ງທີ່ສຳຄັນທີ່ສຸດ ເຮັດບົດບາດຂອງແມ່-ຜູ້ໃຫ້ກຳເນີດລູກ ແລະ ພັນລະຍາຜູ້ເບິ່ງແຍງ ສາມີ ແລະ ຄອບຄົວ. ສະນັ້ນ, ບົດບາດຂອງແມ່ຍິງ ບໍ່ໄດ້ຈຳກັດຢູ່ແຕ່ ໃນຄອບຄົວແຕ່ຍັງຂະຫຍາຍໄປສູ່ການກຳນົດນະໂຍບາຍ ແລະ ການ ຕັດສິນໃຈສຳຄັນໃນລະດັບຊາດ ແລະ ສາກົນ. ສຳລັບຢູ່ ສປປ ລາວ ລັດຖະບານກໍໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ການພັດທະນາ ແລະ ປົກປ້ອງສິດຜົນປະໂຫຍດຂອງແມ່ ຍິງ ແລະ ເດັກນ້ອຍ, ໄດ້ວາງແນວທາງກ່ຽວກັບການສົ່ງເສີມສິດ ສະເໝີພາບລະຫວ່າງຍິງ-ຊາຍຢູ່ໃນຄອບຄົວ ແລະ ສັງຄົມ; ສົ່ງເສີມ ຄວາມກ້າວໜ້າຂອງແມ່ຍິງ, ໄດ້ກຳນົດແຈ້ງໃນລັດຖະທໍາມະນູນ ແລະ ກົດໝາຍຕ່າງໆທີ່ພົວພັນເຖິງສິດ, ຜົນປະໂຫຍດອັນຊອບທຳຂອງແມ່ ຍິງ ແລະ ເດັກນ້ອຍ. ພ້ອມນັ້ນ, ລັດຖະບານ ສປປ ລາວ ຍັງໄດ້ເປັນ ລັດພາຄີຂອງສົນທິສັນຍາສາກົນ ກ່ຽວກັບການປົກປ້ອງສິດທິຂອງ ແມ່ຍິງໃນຫລາຍດ້ານ. ເຖິງແນວໃດກໍດີ, ປັດຈຸບັນແມ່ຍິງລາວຫລາຍ ຄົນໄດ້ມີຕຳແໜ່ງສຳຄັນກາຍເປັນຜູ້ນຳ ແລະ ຜູ້ຕັດສິນໃຈທັງໃນລະດັບ ຊາດ, ແຂວງ ແລະ ບ້ານໃນອົງການພັກ ແລະ ລັດ, ພາກທຸລະກິດ ແລະ ອົງການສາກົນ. ກໍາມະການສູນກາງພັກ, ເລຂາພັກ ແຂວງຕ້ອງມີຄວາມເປັນເຈົ້າໃນ ການຕິດຕາມ, ກວດກາການພັດທະ ນາຢູ່ທ້ອງຖິ່ນໃຫ້ເປັນລະບົບ, ສົມ ທົບກັບຂະແໜງການກ່ຽວຂ້ອງ ປະຕິບັດມະຕິ, ຄໍາສັ່ງ, ກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ ຕິດພັນກັບການແກ້ໄຂຂັ້ນຂອດ, ສິ່ງກົດໜ່ວງຖ່ວງດຶງການຜະລິດທຸລະກິດ, ການຈັບຈອງ-ເຊົ່າ-ສໍາ ປະທານທີ່ດິນ, ຊັບພະຍາກອນ ທໍາມະຊາດ ແລະ ປະກົດການຫຍໍ້ ທໍ້ຕ່າງໆທີ່ເກີດຂຶ້ນ. ພ້ອມນັ້ນ, ກໍ ກວດກາຄວາມຮັບຜິດຊອບຂອງ ພະນັກງານທີ່ຢູ່ໃນການຄຸ້ມຄອງ ບໍ່ໃຫ້ເຮັດຜິດລະບຽບວິໄນ ແລະ ກົດໝາຍ, ຊອກໃຫ້ເຫັນ, ສົ່ງເສີມ ຄົນດີ, ຄົນເກັ່ງ ແລະ ເຮັດແທ້ທໍາຈິງ. ອີງຕາມຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ການເມືອງໃນໄລ ຍະໃໝ່, ກອງປະຊຸມໄດ້ມີການປັບ ປຸງ, ສັບຊ້ອນ, ແບ່ງງານ, ມອບ ໝາຍໜ້າທີ່ໃຫ້ບັນດາສະຫາຍກົມ ການເມືອງ, ຄະນະເລຂາທິການ ສູນກາງພັກ, ກໍາມະການສູນກາງ ພັກ ໄປຮັບຜິດຊອບວຽກງານຢູ່ຂະ ແໜງການ ແລະ ທ້ອງຖິ່ນຕ່າງໆ ເພື່ອຊີ້ນຳການປະຕິບັດໜ້າທີ່ຂອງ ພັກ ແລະ ລັດ ໃຫ້ບັນລຸຜົນເປັນຈິງ. ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ໄດ້ເນັ້ນຕື່ມບາງບັນຫາ ເພື່ອໃຫ້ ບັນດາສະຫາຍຄະນະບໍລິຫານງານ ສູນກາງພັກ ນຳໄປຈັດຕັ້ງຜັນຂະ ຫຍາຍ ແລະ ສຸມໃສ່ຈັດຕັ້ງປະຕິບັດ ໃຫ້ມີປະສິດທິພາບສູງ ເປັນຕົ້ນສືບ ຕໍ່ຊີ້ນໍາການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ “ໃຫ້ໄວ, ໃຫ້ມີຈຸດສຸມ, ໃຫ້ຖືກທິດ, ໃຫ້ເປັນຮູບປະທໍາ”; ຊີ້ນໍາການກະກຽມ ແລະ ດໍາເນີນ ກອງປະຊຸມຄັ້ງປະຖົມມະລືກຂອງ ສະພາແຫ່ງຊາດ ຊຸດທີ X ແລະ ກອງປະຊຸມສະພາປະຊາຊົນຂັ້ນ ແຂວງ ຊຸດທີ V ໃຫ້ຮອບດ້ານ, ຮອບຄອບ ແລະ ຮັດກຸມ; ຊີ້ນໍາການ ກະກຽມກອງປະຊຸມຄັ້ງປະຖົມມະ ລືກ ຂອງຄະນະລັດຖະບານ ຊຸດ ທີ X. ມອບໃຫ້ລັດຖະບານຊຸດໃໝ່ ສືບຕໍ່ການຄົ້ນຄວ້າປັບປຸງກົງຈັກ ຂອງລັດຖະບານຕາມທິດກະທັດ ຮັດ, ສົມເຫດສົມຜົນ ແລະ ມີ ປະສິດທິພາບ, ສອດຄ່ອງກັບທິດ “ສູນກາງເຮັດໜ້າທີ່ມະຫາພາກ, ເພີ່ມຄວາມຮັບຜິດຊອບ ແລະ ຄວາມ ເປັນເຈົ້າໃຫ້ທ້ອງຖິ່ນຫລາຍຂຶ້ນ”. ພ້ອມນີ້, “ກົມການເມືອງຢາກ ໃຫ້ເປັນທີມງານໜັກແໜ້ນເປັນ ເອກະພາບສູງ, ບືນໃສ່, ຈັບມືກັນ ແກ້ໄຂບັນຫາທີ່ເຮົາຍັງຄົງຄ້າງຢູ່ໃນ ສະໄໝທີ XI, ໃຫ້ສືບຕໍ່ແກ້ໄຂບັນດາ ສິ່ງທີ່ຍັງຄົງຄ້າງນັ້ນ ແລະ ໃຫ້ບຸກ ທະລຸໃໝ່ຕາມທິດທີ່ພວກເຮົາເວົ້າ ກັນນີ້”; ຊີ້ນໍາການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີ XII ຂອງແນວລາວ ສ້າງຊາດ ໃຫ້ໄດ້ຮັບຜົນສໍາເລັດ ເປັນຢ່າງດີ, ຍູ້ແຮງການສືບຕໍ່ຜັນ ຂະຫຍາຍແນວທາງປ່ຽນແປງໃໝ່ ໃນຂົງເຂດວຽກງານແນວໂຮມ ສູ່ ລວງເລິກໃນເງື່ອນໄຂໃໝ່; ສືບຕໍ່ຊີ້ ນໍາການກະກຽມກອງປະຊຸມໃຫຍ່ ຂອງບາງອົງຄະນະພັກຂັ້ນສູນກາງ, ກອງປະຊຸມວຽກງານຕ່າງໆ ເປັນ ຕົ້ນວຽກງານຈັດຕັ້ງ, ວຽກງານ ກວດກາ, ວຽກງານຫ້ອງວ່າການ, ວຽກງານສື່ມວນຊົນ, ວຽກກໍ່ສ້າງ ຮາກຖານການເມືອງ, ພັດທະນາ ຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ແລະ ອື່ນໆ; ຊີ້ນໍາການສືບຕໍ່ຍູ້ແຮງຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ແຂງແຮງ, ກວ້າງຂວາງ, ທົ່ວ ເຖິງ ແລະ ຕໍ່ເນື່ອງ, ສ້າງໃຫ້ມີການ ຫັນປ່ຽນໃໝ່ທີ່ຕັ້ງໜ້າກວ່າເກົ່າ, ມີ ແບບຢ່າງດີເດັ່ນໃນການແຂ່ງຂັນ ຜະລິດ-ທຸລະກິດ, ການຍົກສູງຈິດໃຈ ຮັກຊາດ, ການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ, ເພິ່ງ ຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງໃຫ້ສູງຂຶ້ນ. ສະຫາຍເລຂາທິການໃຫຍ່ ຍັງ ໄດ້ຊີ້ນໍາການກະກຽມກອງປະຊຸມ ຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິ ຫານງານສູນກາງພັກ ສະໄໝທີXII, ລົງເລິກຫົວຂໍ້ຍຸດທະສາດທີ່ເປັນບຸລິ ມະສິດ. ໃນນັ້ນ, ໃຫ້ຄົ້ນຄວ້າ ແລະ ກະກຽມແຜນລະອຽດກ່ຽວກັບການ ປະກາດເອົາວຽກງານພັດທະນາ ຊົນນະບົດຮອບດ້ານ ແລະ ແກ້ໄຂ ຄວາມທຸກຍາກເປັນວາລະແຫ່ງຊາດ. ໃນເງື່ອນໄຂສະພາບແວດລ້ອມ ພາກພື້ນ ແລະ ສາກົນ ມີຄວາມເຄັ່ງ ຮ້ອນ, ສັບສົນ ແລະ ຜັນແປໄວວາ ກໍຄື ໃນເງື່ອນໄຂທີ່ປະເທດເຮົາຈະ ອອກຈາກສະຖານະພາບດ້ອຍພັດ ທະນາຕ້ອງສືບຕໍ່ຊີ້ນໍາວຽກງານ ຕ່າງປະເທດ ໃຫ້ແຂງແຮງກວ່າ ເກົ່າ, ເປັນເຈົ້າການກວ່າເກົ່າ ແລະ ຢູ່ໃນທ່າບຸກກວ່າເກົ່າສາມາດສ້າງ ສະພາບແວດລ້ອມທີ່ເອື້ອອໍານວຍ ໃຫ້ແກ່ການປົກປັກຮັກສາ ແລະ ພັດ ທະນາປະເທດຊາດ. ສະຫາຍ ທອງລຸນ ສີສຸລິດ ໄດ້ ສະແດງຄວາມເຊື່ອໝັ້ນວ່າບັນດາ ສະຫາຍກຳມະການສູນກາງພັກ ຈະພ້ອມພຽງຮຽງໜ້າກັນເສີມຂະ ຫຍາຍມານະຈິດປະຕິວັດ ແລະ ທາດ ແທ້, ມູນເຊື້ອອັນສະຫງ່າລາສີຂອງ ພັກ ກໍຄື ຂອງອົງການນຳສູງສຸດ ຂອງພັກເຮົາໃຫ້ສູງຂຶ້ນເລື້ອຍໆ ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເຂົ້າ ສູ່ຂະບວນການຕົວຈິງຢ່າງມີໄຊ”. ພາບ: ຂັນໄຊ ຈຳກັດການສົ່ງອອກເປັນວັດຖຸດິບ ເພື່ອໃຫ້ເປັນຜະລິດຕະພັນເຄິ່ງສໍາ ເລັດຮູບ ແລະ ສໍາເລັດຮູບ ເພື່ອສ້າງ ມູນຄ່າເພີ່ມເປັນຕົ້ນໂຮງງານຫລອມ ຄໍາ, ຫລອມເຫລັກ, ຫລອມທອງ, ໂຮງງານອາລູມີນຽມ, ໂຮງງານ ເກືອໂປຕາສ, ແຮ່ຫາຍາກ ແລະ ອື່ນໆ. ຈຸດສຸມທີ 4 ສົ່ງເສີມການ ລົງທຶນໃນຂະແໜງອຸດສາຫະກຳ ປຸງແຕ່ງທີ່ເປັນຕ່ອງໂສ້ຄົບວົງຈອນ ເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກ ເປັນຕົ້ນການຜະລິດຊິ້ນສ່ວນເຄື່ອງ ໃຊ້ໄຟຟ້າ, ອຸປະກອນເອເລັກໂຕຣ ນິກ, ສິ້ນສ່ວນພາຫະນະ ແລະ ອຸດ ສາຫະກຳປຸງແຕ່ງອື່ນໆທີ່ເປັນຕ່ອງ ໂສ້ການຜະລິດພາກພື້ນ ແລະ ສາກົນ ທີ່ນອນໃນເຂດເສດຖະກິດພິເສດ ແລະ ນິຄົມອຸດສາຫະກຳ. ພ້ອມນີ້, ກໍ ໃຫ້ສົ່ງເສີມການຜະລິດເພື່ອທົດແທນ ການນໍາເຂົ້າ ໂດຍສະເພາະເຄື່ອງ ອຸປະໂພກ ແລະ ບໍລິໂພກ. ຈຸດສຸມທີ 5 ສຸມໃສ່ພັດທະນາການທ່ອງທ່ຽວ ທາງທຳມະຊາດ, ວັດທະນະທຳ, ປະ ຫວັດສາດ, ກະສິກຳ, ກິລາ, ການ ຈັດງານວາງສະແດງ, ຕະຫລາດ ນັດ ແລະ ອື່ນໆທີ່ເຮົາມີທ່າແຮງ ໃຫ້ມີຄຸນນະພາບຕາມທິດສີຂຽວ ແລະ ຍືນຍົງ, ສຸມໃສ່ພັດທະນາ ສະຖານທີ່ທ່ອງທ່ຽວ, ພື້ນຖານໂຄງ ລ່າງ, ສິ່ງອໍານວຍຄວາມສະດວກ, ຮັບປະກັນຄວາມປອດໄພ ແລະ ຜະ ລິດຕະພັນທ່ອງທ່ຽວໃຫ້ໄດ້ມາດ ຕະຖານ. ຈຸດສຸມທີ 6 ສຸມໃສ່ປັບປຸງ ແລະ ພັດທະນາລະບົບຂົນສົ່ງໂລຈິສ ຕິກໃຫ້ມີຄວາມສະດວກ, ວ່ອງໄວ ແລະ ທັນສະໄໝ ເພື່ອສ້າງໃຫ້ ກາຍເປັນໃຈກາງຈຸດຢຸດພັກ, ກະ ຈາຍສິນຄ້າ ແລະ ການຂົນສົ່ງຜ່ານ ແດນລະຫວ່າງບັນດາປະເທດອາ ຊຽນ ແລະ ພາກພື້ນ ໂດຍສຸມໃສ່ ປັບປຸງລະບົບຂົນສົ່ງໂລຈິດສະຕິກ (Logistic) ຢູ່ທ່າບົກທີ່ກໍ່ສ້າງ ສຳເລັດແລ້ວ 4 ແຫ່ງ ຄື: ທ່ານາ ແລ້ງ ນະຄອນຫລວງວຽງຈັນ, ທ່າ ບົກສະຫວັນນະເຂດ, ທ່າບົກຄໍາ ມ່ວນ ແລະ ທ່າບົກຈຳປາສັກ ໃຫ້ ມີຄວາມທັນສະໄໝ ແລະ ປັບປຸງ ນິຕິກຳຈຳນວນໜຶ່ງທີ່ກ່ຽວຂ້ອງ ເພື່ອອຳນວຍຄວາມສະດວກການ ຄ້າ ແລະ ການຂົນສົ່ງ, ສືບຕໍ່ສຸມໃສ່ ພັດທະນາເຂດໂລຈິສຕິກ(ທ່າບົກ) ຕາມແຜນການຢ່າງມີຈຸດສຸມເປັນ ຕົ້ນທ່າບົກຂົວມິດຕະພາບ 5 ບໍລິ ຄໍາໄຊ-ບຶງການ, ທ່າບົກແຂວງຄໍາ ມ່ວນ ແລະ ທ່າບົກຫ້ວຍຊາຍ ແລະ ຈຸດເຕົ້າໂຮມ ແລະ ຄ່ຽນຖ່າຍສິນຄ້າ (ICD) ຢູ່ແດນສະຫວັນ ແຂວງ ສະຫວັນນະເຂດ ແລະ ຢູ່ເຂດກວມ ລວມໄຊເສດຖາ ນະຄອນຫລວງ ວຽງຈັນ ແລະ ພັດທະນາຢູ່ຈຸດອື່ນໆ ທີ່ມີເງື່ອນໄຂ. ຈຸດສຸມທີ 7 ສຸມ ໃສ່ພັດທະນາພື້ນຖານໂຄງລ່າງ ໂທລະຄົມມະນາຄົມ, ອິນເຕີເນັດ ຄວາມໄວສູງ, ການພັດທະນາສູນ ຂໍ້ມູນແຫ່ງຊາດ, ຖານຂໍ້ມູນໃຫຍ່ (Big data), ສ້າງລັດຖະບານດີ ຈິຕອນ, ລະບົບຄຸ້ມຄອງທີ່ດິນດີຈິ ຕອນ, ລະບົບການຄ້າເອເລັກໂຕຣ ນິກ, ລະບົບການເງິນເອເລັກໂຕຣ ນິກ ແລະ ອື່ນໆ. ຈຸດສຸມທີ 8 ສຸມ ໃສ່ຄຸ້ມຄອງເສດຖະກິດມະຫາພາກ ໃຫ້ມີຖຽນລະພາບ ໂດຍຄຸ້ມຄອງ ການເກັບລາຍຮັບງົບປະມານດ້ວຍ ເຄື່ອງມືທັນສະໄໝແນໃສ່ເກັບລາຍ ຮັບໃຫ້ຄົບຖ້ວນ ແລະ ຂະຫຍາຍ ຖານລາຍຮັບໃໝ່ທີ່ຍືນຍົງ, ຫລຸດ ຜ່ອນການຍົກເວັ້ນພາສີ-ອາກອນ, ເພີ່ມທະວີການປະຕິບັດລະບຽບ ວິໄນແຜນການ-ການເງິນໃຫ້ເຂັ້ມ ງວດ; ຄຸ້ມຄອງ ແລະ ແກ້ໄຂໜີ້ສິນ ສາທາລະນະຢ່າງມີປະສິດທິຜົນ ແລະ ສ້າງຍຸດທະສາດແກ້ໄຂໜີ້ສິນ ໃນໄລຍະສັ້ນ ແລະ ໄລຍະຍາວ. ຈຸດສຸມທີ 9 ໃຫ້ດໍາເນີນນະໂຍ ບາຍເງິນຕາ ແລະ ນະໂຍບາຍອັດຕາ ແລກປ່ຽນຕາມກົນໄກຕະຫລາດ ທີ່ມີການຄຸ້ມຄອງຂອງລັດ ໃຫ້ມີ ປະສິດທິຜົນ, ຄຸ້ມຄອງອັດຕາເງິນ ເຟີ້ໃຫ້ໄປຕາມເປົ້າໝາຍທີ່ກຳນົດ ໄວ້, ເພີ່ມຄັງສຳຮອງເງິນຕາຕ່າງ ປະເທດດ້ວຍການຄຸ້ມຄອງເງິນຕາ ຕ່າງປະເທດ ໃຫ້ມີຄວາມເຂັ້ມແຂງ, ທັນສະໄໝ ແລະ ເປັນລະບົບຄົບຊຸດ ແລະ ຈຸດສຸມທີ 10 ສຸມໃສ່ຍົກສູງ ປະສິດທິຜົນການລົງທຶນຂອງລັດ, ພັດທະນາພື້ນຖານໂຄງລ່າງ, ປັບປຸງ ແລະ ອໍານວຍຄວາມສະດວກໃຫ້ ການລົງທຶນ ແລະ ການດໍາເນີນທຸລະ ກິດຂອງພາກເອກະຊົນ, ສຸມໃສ່ປະ ຕິຮູບ, ຄຸ້ມຄອງ ແລະ ພັດທະນາວິ ສາຫະກິດລັດລົງທຶນໃຫ້ມີຄວາມ ເຂັ້ມແຂງຫລາຍຂຶ້ນ, ສ້າງຜົນກຳໄລ ແລະ ສ້າງລາຍຮັບເຂົ້າງົບປະມານ ໂດຍສະເພາະລັດວິສາຫະກິດໄຟຟ້າ ລາວ, ລັດວິສາຫະກິດນໍ້າມັນເຊື້ອໄຟ ລາວ, ລັດວິສາຫະກິດການບິນລາວ, ລັດວິສາຫະກິດພັດທະນາແຮ່ທາດ ລາວ ແລະ ອື່ນໆ; ສືບຕໍ່ພັດທະນາ ຈຸນລະວິສາຫະກິດ, ວິສາຫະກິດຂະ ໜາດນ້ອຍ ແລະ ກາງ ໃຫ້ມີຄວາມ ເຂັ້ມແຂງ ແລະ ສາມາດແຂ່ງຂັນກັບ ພາກພື້ນ ແລະ ສາກົນ. ຂ່າວ: ສົມຫວັງ ໃນວັນທີ 4 ມີນາ 2026 ໂດຍການ ເປັນປະທານຂອງທ່ານ ບຸນທັນ ບຸນທະວິໄລຮອງຫົວໜ້າອົງການໄອ ຍະການປະຊາຊົນສູງສຸດ, ຫົວໜ້າ ກອງເລຂາຄະນະກໍາມະການອະໄພ ຍະໂທດລະດັບຊາດ, ມີຫົວໜ້າກົມ, ຮອງກົມ, ຄະນະພະແນກ ແລະ ວິຊາ ການກົມຕິດຕາມກວດກາຄ້າຍຄຸມ ຂັງ-ດັດສ້າງອົງການໄອຍະການ ປະຊາຊົນສູງສຸດ ເຂົ້າຮ່ວມ. ໃນກອງປະຊຸມ, ທ່ານ ບົວລີ ເພັດມີໄຊ ຫົວໜ້າກົມຕິດຕາມກວດ ກາຄ້າຍຄຸມຂັງ-ດັດສ້າງ, ຮອງ ຫົວໜ້າກອງເລຂາຄະນະກຳມະ ການອະໄພຍະໂທດ ລະດັບຊາດ ໄດ້ຜ່ານບົດລາຍງານກ່ຽວກັບຜົນ ການປັບປຸງໂຄງຮ່າງລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍການ ໃຫ້ອະໄພຍະໂທດ (ສະບັບປັບປຸງ) ໃນໄລຍະຜ່ານມາ. ຫລັງຈາກນັ້ນ, ທ່ານຮອງຫົວໜ້າອົງການໄອຍະ ການປະຊາຊົນສູງສຸດ, ຫົວໜ້າກອງ ເລຂາຄະນະກໍາມະການອະໄພຍະ ໂທດ ລະດັບຊາດ ໄດ້ມີທິດຊີ້ນໍາ ແລະ ມີຄໍາເຫັນເຈາະຈີ້ມໃສ່ແຕ່ລະ ພາກ, ໝວດ ແລະ ມາດຕາ ມີຄວາມ ເໝາະສົມຕາມໂຄງຮ່າງ ແລະ ເນື້ອ ໃນທີ່ໄດ້ປັບປຸງນັ້ນ ມີຄວາມພຽງພໍ, ເໝາະສົມ, ສອດຄ່ອງກັບລັດຖະ ທໍາມະນູນ ແລະ ກົດໝາຍ ກໍຄື ສະພາບການຕົວຈິງ ຂອງປະເທດ ເຮົາແລ້ວ ຫລື ບໍ່ ແລະ ຍັງມີບັນຫາ ໃດທີ່ຍັງບໍ່ທັນພຽງພໍ ຄວນເພີ່ມເຕີມ ໃສ່ແນວໃດ, ມີບັນຫາໃດທີ່ຍັງບໍ່ ສອດຄ່ອງຄວນຕັດອອກ ແລະ ເພີ່ມ ເຂົ້າໃສ່ຄືແນວໃດ. ຈາກນັ້ນ, ບັນດາ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປະກອບ ຄຳຄິດ, ຄໍາເຫັນຕາມການເຈາະ ຈີ້ມຂອງປະທານກອງປະຊຸມ ຢ່າງ ມີຄວາມຮັບຜິດຊອບສູງ ກ່ຽວກັບ ໂຄງຮ່າງຂອງລັດຖະບັນຍັດສະບັບ ປັບປຸງດັ່ງກ່າວ ເພື່ອໃຫ້ມີຄວາມ ເປັນເອກະພາບ ແລະ ມີເນື້ອໃນ ຄົບຖ້ວນສົມບູນ. ໂອກາດນີ້, ທ່ານ ບຸນທັນ ບຸນທະວິໄລ ຍັງໄດ້ຮຽກຮ້ອງມາ ຍັງຄະນະຮັບຜິດຊອບເອົາໃຈໃສ່ ບາງວຽກງານທີ່ສໍາຄັນໃນການສັງ ຮວມ, ສັບຊ້ອນ, ຈັດລຽງບັນດາ ພາກ, ໝວດ ແລະ ເນື້ອໃນເຂົ້າໃສ່ ຮ່າງລັດຖະບັນຍັດຂອງປະທານປະ ເທດວ່າດ້ວຍການໃຫ້ອະໄພຍະໂທດ ສະບັບປັບປຸງໃຫ້ຖືກຕ້ອງກັບລະບົບ ການສ້າງນິຕິກໍາ, ໃຫ້ຄົບຖ້ວນ ແລະ ສືບຕໍ່ຄົ້ນຄວ້າຄືນ ເພື່ອປັບປຸງຮ່າງ ລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍການໃຫ້ອະໄພຍະໂທດ (ສະບັບປັບປຸງ) ເພື່ອລາຍງານຕໍ່ ຄະນະນໍາ ແລະ ນໍາເຂົ້າສູ່ກອງປະ ຊຸມຜ່ານເນື້ອໃນຄັ້ງຕໍ່ໄປ. ຂ່າວ-ພາບ: ອອປສ

RkJQdWJsaXNoZXIy MTc3MTYxMQ==