ຂປລ. ປັດຈຸບັນ, ລັດຖະບານ ໄດ້ກຳນົດ 10 ວຽກຈຸດສຸມ ເພື່ອເຮັດ ໃຫ້ເສດຖະກິດມີສະຖຽນລະພາບ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ, ຍືນຍົງ ແນໃສ່ສ້າງຖານການຜະລິດ ແລະ ການບໍລິການໃຫ້ຂະຫຍາຍຕົວ ແລະ ຫລາກຫລາຍ ເພື່ອແກ້ໄຂຄວາມ ຫຍຸ້ງຍາກດ້ານເສດຖະກິດ-ການ ເງິນ ແລະ ຊຸກຍູ້ການຂະຫຍາຍຕົວ ຂອງເສດຖະກິດໃຫ້ວ່ອງໄວ, ເຂັ້ມ ແຂງ ແລະ ມີຄຸນນະພາບສູງຂຶ້ນ ຕາມທິດສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ). ທ່ານ ສອນໄຊ ສີພັນດອນ ນາ ຍົກລັດຖະມົນຕີ ໄດ້ເຜີຍແຜ່ແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີ ຄັ້ງທີ X ເມື່ອບໍ່ດົນນີ້ວ່າ: ສໍາລັບ 10 ວຽກຈຸດສຸມທີ່ລັດຖະ ບານກໍານົດປະກອບມີ: ຈຸດສຸມທີ 1 ໃຫ້ສຸມໃສ່ສົ່ງເສີມການຜະລິດ ກະສິກຳ ເພື່ອຄໍ້າປະກັນສະບຽງ ອາຫານໃຫ້ສາມາດກຸ້ມຕົນເອງ Iv'xtmkolkoxt-k-q ol6 'l5 f g0Q kv;prvo Iv'xtmkoxtgmf .o3vdkf;a oc,j py 'lkdq o leg]a fdv'xt-5 ,7q [7tot 7A 'mu 2 0v'7tot[= ]y sko'kol6 odk'ra d ltw\mu XII xtdv[7egsa o.lj Ij k']a f4t[a opa f 0v'xtmkoxtgmf ;j kfh ;pdko.sh vtwrpt3mf ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ອ່ານຕໍ່ໜ້າ 3່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 3່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 3່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ແຈ້ງພັກ ການພິມ ແລະ ຈຳໜ່າຍໜັງສືພິມ້ ງັ ກິ ມ່ າັ ງື ພິມ *ອີງຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ ສະບັບເລກທີ 2118/ຫສນຍ ນະຄອນຫລວງວຽງຈັນ, ລົງ ວັນທີ 26 ທັນວາ 2025 ເນື່ອງໃນໂອກາດວັນທີ 8 ມີນາ 2026 ແມ່ນມື້ພັກ ວັນແມ່ຍິງສາກົນ ເຊິ່ງປີນີ້ກົງກັບວັນອາທິດ, ຈຶ່ງກຳນົດເອົາ ວັນທີ 9 ມີນາ 2026 (ກົງກັບວັນຈັນ) ເປັນວັນພັກຊົດເຊີຍ ດັ່ງນັ້ນ, ສຳນັກຂ່າວສານປະເທດລາວ, ຄະນະ ບກ ໜັງສືພິມປະເທດລາວ ຈຶ່ງ ແຈ້ງມາຍັງທ່ານຜູ້ຈອງ, ຜູ້ອ່ານຊາບວ່າ: ວັນຈັນທີ 9 ມີນາ 2026 ຈະບໍ່ໄດ້ຈັດພິມ ແລະ ຈຳໜ່າຍໜັງສືພິມປະເທດລາວ, ໂດຍຈະສືບຕໍ່ ພິມ ແລະ ຈຳໜ່າຍ ໃນວັນອັງຄານທີ 10 ມີນາ 2026. ໃນໄລຍະພັກ ທ່ານສາມາດຕິດຕາມຂ່າວສານໄດ້ທາງເວັບໄຊ: www.kpl.gov.la ແລະ ທາງ Facebook: ປະເທດລາວ pathedlao ຕາມປົກກະຕິ. ດັ່ງນັ້ນ ຈຶ່ງແຈ້ງມາເພື່ອຊາບ. ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 06.03.2026 ປີທີ 25 ສະບັບທີ 6.391ັຸີີັີ ຂປລ. ວັນແມ່ຍິງສາກົນ 8 ມີນາ ໄດ້ໝູນວຽນມາບັນຈົບຄົບຮອບ ອີກວາລະໜຶ່ງ ຊຶ່ງປີນີ້ກໍພໍດີຄົບຮອບ 116 ປີ ພາຍໃຕ້ຄໍາຂວັນ: “ສິດທິ, ຄວາມຍຸຕິທໍາ, ການລົງມືປະຕິບັດເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ” (International Women’s Day 2026: Rights. Justice. Action. For ALL Women and Girls). ວັນທີ 8 ມີນາ ແມ່ນ ເຫດການ-ການເມືອງທີ່ສໍາຄັນ, ເປັນຂີດໝາຍແຫ່ງໄຊຊະນະອັນ ພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນ ປະໂຫຍດອັນເປັນທໍາໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບປະຊາທິປະໄຕເທົ່າທຽມກັບຜູ້ຊາຍ, ທວງ ໃຫ້ພວກນາຍທຶນແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄໍາຂວັນ: “ຜູ້ໜຶ່ງເຮັດ ວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍ ເຮັດວຽກຄືກັນຕ້ອງໄດ້ຮັບ ເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປົກປັກຮັກສາສັນຕິພາບຂອງໂລກ”. ເມື່ອຫວນຄືນຄວາມເປັນມາຂອງວັນແມ່ຍິງສາກົນເກີດຂຶ້ນໃນ ທ່າມກາງສະພາບເສດຖະກິດຂອງພວກສັກດີນາ ແລະ ນາຍທຶນ ຂະຫຍາຍຕົວເມື່ອໂຮງຈັກ, ໂຮງງານອຸດສາຫະກໍາຂອງນາຍທຶນ ຂະຫຍາຍຕົວໄດ້ສ້າງຄວາມຮັ່ງມີໃຫ້ແກ່ພວກນາຍທຶນ, ແຕ່ຊໍ້າພັດຍິ່ງ ເພີ່ມຄວາມທຸກຍາກລໍາບາກ ອ່ານຕໍ່ໜ້າ 2່ າໍ່ ໜ້າ -q ,g-u p;a oc,j py ' lkdq o 8 ,u ok 1j k'l5 f.9K okpq d]a f4t,q o8u 8h voIa [ g]0kmy dko.spj vq 'dko/ia '3d32ou lkdq o ]a f4t[kodeoq f 10 ;Pd95 fl5 , lh k'glf4tdy fgvdt]kfgxa og9Q k8q ogv' ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ກອງ ປະຊຸມຄົ້ນຄວ້າປຶກສາຫາລືກະກຽມ ປະກາດສ້າງຕັ້ງຕາແສງຢູ່ເມືອງ ໄຊພູທອງ ແຂວງສະຫວັນນະ ເຂດ ຈັດຂຶ້ນໃນວັນທີ 5 ມີນາ 2026 ທີ່ບ້ານໂພນທາດ ເມືອງໄຊ ພູທອງ ໂດຍການເປັນປະທານຂອງ ຂປລ. ກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະບໍລິຫານງານ ສູນກາງພັກ ສະໄໝທີ XII ໄດ້ປິດ ລົງດ້ວຍຜົນສໍາເລັດອັນຈົບງາມ ໃນວັນທີ 5 ມີນາ 2026 ຊຶ່ງຄະນະ ບໍລິຫານງານສູນກາງພັກ ໄດ້ພ້ອມ ກັນຄົ້ນຄວ້າ, ປຶກສາຫາລືດ້ວຍ ຄວາມຮັບຜິດຊອບສູງ, ເສີມຂະ ຫຍາຍປະຊາທິປະໄຕ-ຫົວຄິດປະ ດິດສ້າງ ແລະ ໄດ້ມີຄວາມເປັນ ເອກະພາບຮັບຮອງເອົາເອກະສານ ສໍາຄັນ ແລະ ໄດ້ໃຫ້ທິດຊີ້ນໍາຈຳ ນວນໜຶ່ງ. ກອງປະຊຸມໄດ້ຮັບຮອງແຜນ ດໍາເນີນງານຂອງຄະນະບໍລິຫານ ງານສູນກາງພັກ ສະໄໝທີ XII ຊຶ່ງ ຈະກາຍເປັນໂຄງການເຮັດວຽກ ຕະຫລອດສະໄໝຂອງຄະນະບໍລິ ຫານງານສູນກາງພັກໃນ 5 ປີ ຕໍ່ ຂປລ. ໃນວັນທີ 4 ມີນາ 2026, ທ່ານ ຂຸນສຸວັນ ສຸທຳມະວົງ ຮອງ ປະທານສານປະຊາຊົນສູງສຸດ ພ້ອມດ້ວຍຄະນະໄດ້ເຂົ້າອວຍພອນ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະ ທານປະເທດ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນແມ່ຍິງສາກົນ ຄົບຮອບ 116 ປີ (8/3/1910- 8/3/2026). ໃນໂອກາດ, ທ່ານ ຂຸນສຸວັນ ສຸທຳມະວົງ ໄດ້ສະແດງຄວາມ ltstra oc,j py ' 7vlr lts]v' ;a oc,j py 'lkdq o 7q [Iv[ 116 xu g,n v'w-r6 mv' dP,7;k,rh v,fh ko8j k'M grnj vxtdkflh k'8A '8kcl' 8A '|h kxa [x5 ']t[q [veokf]a f .sh gxa oveokf0v'xt-k-q o 3fpxt-k-q o c]t grn j vzq oxt3spf0v'xt-k-q oK ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ( ປະທານ ) ທ່ານ ນາງ ວິລະວອນ ພັນທະວົງ ຂປລ. ຄະນະບໍລິຫານງານ ສະຫະພັນແມ່ຍິງ ຄະນະໂຄສະນາ ອົບຮົມສູນກາງພັກ (ຄອສພ) ຈັດພິທີສະເຫລີມສະຫລອງວັນ ແມ່ຍິງສາກົນ ຄົບຮອບ 116 ປີ ( 8/3/1910-8/3/2026) ພາຍ ໃຕ້ຄໍາຂວັນ: “ສິດທິ, ຄວາມຍຸຕິ ທໍາ, ການລົງມືປະຕິບັດເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ” ໃນວັນທີ 5 ມີນາ 2026 ໂດຍການເປັນປະທານ ແລະ ບັນລະຍາຍເອກະສານຂອງ ທ່ານ ນາງ ວິລະວອນ ພັນທະວົງ
gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 06/03/2026 xtgmf]k; ປະກອບຄໍາເຫັນໃສ່ໂຄງຮ່າງ...ໍັ່່ ສໍາເລັດກອງປະຊຸມຄົບຄະນະ...ໍັຸົ ຮອງປະທານສານປະຊາຊົນ...ົ ລັດຖະບານກໍານົດ 10 ວຽກ...ັໍົ ຂປລ. ກອງເລຂາຄະນະກໍາມະ ການອະໄພຍະໂທດ ລະດັບຊາດ ຈັດກອງປະຊຸມປະກອບຄໍາເຫັນໃສ່ ການປັບປຸງໂຄງຮ່າງລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍການ ໃຫ້ອະໄພຍະໂທດ (ສະບັບປັບປຸງ) ສໍາລັບການຊົມໃຊ້ພາຍໃນ ແລະ ສົ່ງອອກໃຫ້ຫລາຍຂຶ້ນ; ສົ່ງເສີມ ອຸດສາຫະກຳປຸງແຕ່ງຕິດພັນກັບ ຜະລິດຕະພັນກະສິກຳເປັນຕົ້ນ ໂຮງງານປຸງແຕ່ງຢາງພາລາ, ໂຮງ ງານຂ້າສັດທັນສະໄໝ, ໂຮງງານ ປຸງແຕ່ງປາ, ໂຮງງານປຸງແຕ່ງ ມັນຕົ້ນ, ອ້ອຍ, ໂຮງງານຜະລິດຝຸ່ນ ຊີວະພາບ ແລະ ປຸ໋ຍເຄມີ, ອາຫານ ສັດ, ສູນຜະລິດແນວພັນ, ໂຮງງານ ປຸງແຕ່ງ 7 ໝາກໄມ້ ແລະ ອາຫານ ເພື່ອສ້າງອຸດສາຫະກຳປຸງແຕ່ງ ກະສິກຳຢູ່ເຂດຊົນນະບົດ, ສ້າງ ຕະຫລາດແຮງງານ, ຖານເກັບ ລາຍຮັບໃໝ່, ຍົກສູງຄຸນນະພາບ, ສ້າງມູນຄ່າເພີ່ມ ແລະ ເປັນຍີ່ຫໍ້ຂອງ ລາວ. ຈຸດສຸມທີ 2 ສຸມໃສ່ພັດທະນາ ບັນດາໂຄງການພະລັງງານສະອາດ ແລະ ພະລັງງານທາງເລືອກຕາມ ທິດສີຂຽວ ແລະ ຍືນຍົງ ເປັນຕົ້ນ ໂຄງການພະລັງງານໄຟຟ້ານໍ້າຕົກ, ເເສງຕາເວັນ, ລົມ, ຊີວະມວນ ແລະ ອື່ນໆ. ຄຽງຄູ່ກັນນັ້ນ, ກໍສຸມໃສ່ ພັດທະນາລະບົບສາຍສົ່ງໄຟຟ້າ ແຫ່ງຊາດພາກເໜືອ, ກາງ ແລະ ໃຕ້ ໃຫ້ເປັນລະບົບດຽວ ແລະ ຂະຫຍາຍ ສາຍສົ່ງລະບົບສູ່ລະບົນເພື່ອເຊື່ອມ ກັບປະເທດໃກ້ຄຽງ ແລະ ພາກພື້ນ ເພື່ອສະໜັບສະໜູນການຄ້າ ແລະ ແລກປ່ຽນຊື້ຂາຍພະລັງງານ. ຈຸດ ສຸມທີ 3 ສຸມໃສ່ຊຸກຍູ້ສົ່ງເສີມໃຫ້ ມີການຜະລິດປຸງແຕ່ງແຮ່ທາດ ໂດຍ ຊົມເຊີຍ, ຕີລາຄາສູງຕໍ່ການເຮັດ ວຽກຢ່າງຫ້າວຫັນແລະບົດບາດອັນ ສຳຄັນຂອງທ່ານນາງ ປານີ ຢາທໍ່ຕູ້ ຖືເປັນກຳລັງແຮງອັນສຳຄັນໃນ ການນຳພາປະເທດຊາດ ກໍຄື ປະ ກອບສ່ວນເຂົ້າໃນການສ້າງສາ ພັດທະນາປະເທດຊາດ ຕະຫລອດ ໄລຍະຜ່ານມາ, ເປັນແບບຢ່າງອັນ ດີງາມໃຫ້ແກ່ແມ່ຍິງລາວບັນດາ ເຜົ່າ. ພ້ອມກັນນັ້ນ, ກໍໄດ້ອວຍພອນ ທ່ານຮອງປະທານປະເທດ ລວມ ທັງເອື້ອຍນ້ອງແມ່ຍິງ ຫ້ອງວ່າ ການສໍານັກງານປະທານປະເທດ ຈົ່ງມີສຸຂະພາບແຂງແຮງ, ມີຄວາມ ຜາສຸກ ແລະ ປະສົບຜົນສຳເລັດໃນ ໜ້າທີ່ວຽກງານ ເພື່ອສືບຕໍ່ປະກອບ ສ່ວນອັນລ້ຳຄ່າເຂົ້າໃນພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ. ໂອກາດດຽວກັນ, ທ່ານ ນາງ ປານີ ຢາທໍ່ຕູ້ ກໍໄດ້ສະແດງຄວາມ ຍິນດີຕ້ອນຮັບຢ່າງອົບອຸ່ນ, ພ້ອມ ທັງສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການມາອວຍພອນ ໃນໂອກາດວັນແມ່ຍິງສາກົນຄັ້ງນີ້ ຊຶ່ງເປັນການສະແດງເຖິງການສັນ ລະເສີນຕໍ່ຜົນຂອງເອື້ອຍນ້ອງແມ່ ຍິງ ທີ່ໄດ້ປະກອບສ່ວນພັດທະນາ ປະເທດຊາດໄລຍະຜ່ານມາ, ເຫັນ ໄດ້ຄວາມສຳຄັນຂອງບົດບາດແມ່ ຍິງລາວ, ທັງເປັນການສະແດງ ຄວາມເປັນຫວງເປັນໄຍ ແລະ ການ ໃຫ້ກຽດເຊິ່ງກັນ ແລະ ກັນ ພາຍໃນ ການນຳຂອງພັກ-ລັດ ກໍຄື ການເສີມ ຂະຫຍາຍຄຸນຄ່າຂອງແມ່ຍິງ ໃນ ສັງຄົມລາວ. ຂ່າວ: ກິດຕາ ໜ້າ, ທັງເປັນບ່ອນອີງໃນການສ້າງ ແຜນປະຕິບັດງານ, ແຜນວຽກ ຈຸດສຸມຂອງແຕ່ລະຂະແໜງການ ສູນກາງ ແລະ ທ້ອງຖິ່ນ; ໄດ້ຮັບຮອງ ເອົາແບບແຜນວິທີເຮັດວຽກຂອງ ຄະນະບໍລິຫານງານສູນກາງພັກ ໂດຍມອບໃຫ້ບັນດາສະຫາຍໃນ ຄະນະບໍລິຫານງານສູນກາງພັກ ຮີບຮ້ອນປັບປຸງ, ແກ້ໄຂແບບແຜນ ເຮັດວຽກ ແລະ ວິທີນຳພາຂອງຕົນ ໃຫ້ມີຄວາມສອດຄ່ອງກວ່າເກົ່າ, ການເຮັດວຽກຕ້ອງມີແຜນການ, ມີຈຸດປະສົງ, ລະດັບຄາດໝາຍ ຈະແຈ້ງ, ມີການແບ່ງວຽກ, ແບ່ງ ຄວາມຮັບຜິດຊອບໃຫ້ໝູ່ຄະນະ ຢ່າງລະອຽດ, ຈະແຈ້ງ, ຮູ້ນຳໃຊ້ ກົງຈັກ ແລະ ພະນັກງານໃຫ້ມີປະ ສິດທິຜົນ, ເຄົາລົບ ແລະ ປະຕິບັດ ຫລັກການລວມສູນປະຊາທິປະໄຕ ໃຫ້ເຂັ້ມງວດ, ເສີມຂະຫຍາຍສະຕິ ປັນຍາ ແລະ ກໍາລັງແຮງຂອງໝູ່ ຄະນະ, ຫລີກເວັ້ນສະພາບທີ່ມີແຕ່ ເລຂາຄະນະພັກ ໃຊ້ສິດ, ໃຊ້ອຳ ນາດແບບອາດຍາສິດໃນການຕົກ ລົງບັນຫາ; ໄດ້ໃຫ້ທິດຊີ້ນໍາ ຕໍ່ ແຜນຜັນຂະຫຍາຍແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ເພື່ອໃຫ້ລັດຖະບານນຳໄປຜ່ານ ກອງປະຊຸມສະພາແຫ່ງຊາດ ຮັບ ຮອງ ແລະ ເຂົ້າສູ່ການຈັດຕັ້ງປະຕິ ບັດໃຫ້ມີປະສິດທິຜົນ; ກຳນົດໃຫ້ ແຈ້ງຕື່ມກ່ຽວກັບພາລະບົດບາດ, ສິດໜ້າທີ່ ແລະ ສາຍພົວພັນລະ ຫວ່າງເລຂາພັກແຂວງກັບປະທານ ຄະນະກໍາມະການປົກຄອງນະຄອນ ຫລວງ, ແຂວງ ລະຫວ່າງເລຂາ ພັກເມືອງກັບປະທານຄະນະກໍາມະ ການປົກຄອງເມືອງຕ້ອງຮັບປະ ກັນລັກສະນະເສີມຂະຫຍາຍປະຊາ ທິປະໄຕ, ບໍ່ກ້າວກ່າຍສິດ, ໜ້າທີ່ ຂອງກັນ ແລະ ກັນ, ເລຂາພັກ ແຂວງ ໃນນາມເປັນປະທານສະພາ ປະຊາຊົນແຂວງມີໜ້າທີ່ຕິດຕາມ, ກວດກາການຈັດຕັ້ງປະຕິບັດໜ້າທີ່ ວຽກງານຂອງອົງການບໍລິຫານ ທ້ອງຖິ່ນໃຫ້ມີຄວາມເຂັ້ມງວດ, ເດັດ ຂາດ ແລະ ໂປ່ງໃສ; ໃຫ້ແຕ່ລະ ທ້ອງຖິ່ນຮີບຮ້ອນໃນການສ້າງຕັ້ງ ຕາແສງໃຫ້ສໍາເລັດຕາມແຜນທີ່ ກໍານົດໄວ້, ຢ່າງຊ້າໃຫ້ສຳເລັດໃນ ກາງປີ 2027 ໃຫ້ສາມາດເຄື່ອນ ໄຫວຈັດຕັ້ງປະຕິບັດທົ່ວປະເທດ, ຮັບປະກັນການຈັດຕັ້ງປະຕິບັດ ວຽກງານ ກໍຄື ເປັນເຈົ້າການໃນ ການຜັນຂະຫຍາຍແນວທາງ, ນະໂຍບາຍຂອງພັກ-ລັດ ໂດຍສະ ເພາະແມ່ນການຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ ໃຫ້ເຂົ້າເຖິງຮາກຖານຢ່າງທົ່ວ ເຖິງ; ສືບຕໍ່ປັບປຸງການຈັດຕັ້ງບ້ານ, ມີການແບ່ງຄວາມຮັບຜິດຊອບລະ ຫວ່າງຕາແສງ ແລະ ບ້ານຢ່າງ ຈະແຈ້ງ, ເຮັດໃຫ້ບ້ານກາຍເປັນ ອົງການຈັດຕັ້ງຊຸມຊົນທີ່ເຂັ້ມແຂງ ຮອບດ້ານ, ນຳພາການພັດທະນາ ຢູ່ຂັ້ນບ້ານ; ເສີມຂະຫຍາຍບົດບາດ ຂອງສະພາທິດສະດີສູນກາງພັກ, ສະຖາບັນການເມືອງ ແລະ ການ ປົກຄອງແຫ່ງຊາດ, ບັນດາສະຖາ ບັນຄົ້ນຄວ້າ, ມະຫາວິທະຍາໄລ ແຫ່ງຊາດ ເຂົ້າໃນການຄົ້ນຄວ້າ ບັນຫາຍຸດທະສາດ, ວາງ ແລະ ບູລະ ນະແນວທາງ, ນະໂຍບາຍຊ່ວຍ ສູນກາງພັກ; ເພີ່ມທະວີການຕິດ ຕາມ, ກວດກາ, ສະຫລຸບຕີລາຄາ ແລະ ຖອດຖອນບົດຮຽນຢ່າງເປັນ ປະຈຳ. ພ້ອມນີ້, ບັນດາສະຫາຍ ຊົມເຊີຍວັນແມ່ຍິງສາກົນ...ົີັ່ິົ ໃຫ້ແກ່ຊາວຜູ້ອອກແຮງງານ ໂດຍສະເພາະກໍາມະກອນແມ່ຍິງຢູ່ພາຍໃຕ້ ລະບອບສັກດີນານາຍທຶນ, ແມ່ຍິງຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ເຮັດ ວຽກຫລາຍຊົົ່ວໂມງ ແຕ່ໄດ້ຮັບຄ່າຈ້າງແຮງງານດ້ວຍລາຄາຖືກ, ເຮັດ ວຽກບໍ່ມີການຮັບປະກັນ, ບໍ່ມີລະບອບປົກປັກຮັກສາສຸຂະພາບຂອງແມ່ ຍິງ ແລະ ເດັກນ້ອຍ. ນອກຈາກນັ້ນ, ແມ່ຍິງຍັງຖືກດູຖູກ, ໝິ່ນປະໝາດ, ຖືກທຸບຕີ, ຂົ່ມຂູ່ ແລະ ຖືກໄລ່ອອກຈາກວຽກ. ໃນວັນທີ 8 ມີນາ 1908, ແມ່ຍິງຈໍານວນ 15.000 ຄົນ ໄດ້ເດີນຂະບວນຢູ່ເມືອງນິວຢອກ ເພື່ອ ທວງໃຫ້ນາຍທຶນຫລຸດຜ່ອນຊົ່ວໂມງເຮັດວຽກ, ຢຸດເຊົາການຂູດຮີດ ແຮງງານເດັກ ແລະ ທວງໃຫ້ແມ່ຍິງມີສິດໃນການອອກສຽງເລືອກຕັ້ງ ແລະ ການຮັບສະໝັກເລືອກຕັ້ງ. ມາຮອດປີ 1910, ກອງປະຊຸມສາກົນ ກ່ຽວກັບບັນຫາແມ່ຍິງຄັ້ງທຳອິດໄດ້ຈັດຂຶ້ນຢູ່ປະເທດເດນມາກ ກອງ ປະຊຸມໄດ້ຮັບຮອງເອົາວັນທີ 8 ມີນາ ຂອງທຸກປີເປັນວັນແມ່ຍິງສາກົນ. ສຳລັບແມ່ຍິງທົ່ວໂລກ, ວັນທີ 8 ມີນາ ແມ່ນການສະເຫລີມສະ ຫລອງຄວາມສຳເລັດຂອງແມ່ຍິງພ້ອມທັງຮຽກຮ້ອງສິດ ແລະ ໂອກາດ ອັນເທົ່າທຽມກັນສຳລັບແມ່ຍິງທຸກໆຄົນ, ໄດ້ກາຍມາເປັນຊ່ວງໄລຍະ ເວລານາທີຂອງໂລກໃນການສົ່ງເສີມຄວາມກ້າວໜ້າດ້ານຄວາມສະເໝີ ພາບລະຫວ່າງຍິງ-ຊາຍ. ປັດຈຸບັນ, ແມ່ຍິງໄດ້ພິສູດໃຫ້ໂລກເຫັນວ່າ ບໍ່ມີຂອບເຂດໃດທີ່ຈຳກັດສັກຍະພາບຂອງແມ່ຍິງພວກເຮົາເພາະແມ່ຍິງ ໄດ້ເຮັດໃຫ້ຊາວໂລກໄດ້ເຫັນແລ້ວວ່າ ພວກເຮົາສາມາດເປັນທັງຜູ້ນຳ ປະເທດ, ນັກວິຍາສາດ, ນັກທຸລະກິດ, ຄູອາຈານ, ທ່ານໝໍ, ພະຍາບານ ແລະ ແຮງງານສຳຄັນໃນທຸກພາກສ່ວນ. ໃນນີ້, ສິ່ງທີ່ສຳຄັນທີ່ສຸດ ເຮັດບົດບາດຂອງແມ່-ຜູ້ໃຫ້ກຳເນີດລູກ ແລະ ພັນລະຍາຜູ້ເບິ່ງແຍງ ສາມີ ແລະ ຄອບຄົວ. ສະນັ້ນ, ບົດບາດຂອງແມ່ຍິງ ບໍ່ໄດ້ຈຳກັດຢູ່ແຕ່ ໃນຄອບຄົວແຕ່ຍັງຂະຫຍາຍໄປສູ່ການກຳນົດນະໂຍບາຍ ແລະ ການ ຕັດສິນໃຈສຳຄັນໃນລະດັບຊາດ ແລະ ສາກົນ. ສຳລັບຢູ່ ສປປ ລາວ ລັດຖະບານກໍໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ການພັດທະນາ ແລະ ປົກປ້ອງສິດຜົນປະໂຫຍດຂອງແມ່ ຍິງ ແລະ ເດັກນ້ອຍ, ໄດ້ວາງແນວທາງກ່ຽວກັບການສົ່ງເສີມສິດ ສະເໝີພາບລະຫວ່າງຍິງ-ຊາຍຢູ່ໃນຄອບຄົວ ແລະ ສັງຄົມ; ສົ່ງເສີມ ຄວາມກ້າວໜ້າຂອງແມ່ຍິງ, ໄດ້ກຳນົດແຈ້ງໃນລັດຖະທໍາມະນູນ ແລະ ກົດໝາຍຕ່າງໆທີ່ພົວພັນເຖິງສິດ, ຜົນປະໂຫຍດອັນຊອບທຳຂອງແມ່ ຍິງ ແລະ ເດັກນ້ອຍ. ພ້ອມນັ້ນ, ລັດຖະບານ ສປປ ລາວ ຍັງໄດ້ເປັນ ລັດພາຄີຂອງສົນທິສັນຍາສາກົນ ກ່ຽວກັບການປົກປ້ອງສິດທິຂອງ ແມ່ຍິງໃນຫລາຍດ້ານ. ເຖິງແນວໃດກໍດີ, ປັດຈຸບັນແມ່ຍິງລາວຫລາຍ ຄົນໄດ້ມີຕຳແໜ່ງສຳຄັນກາຍເປັນຜູ້ນຳ ແລະ ຜູ້ຕັດສິນໃຈທັງໃນລະດັບ ຊາດ, ແຂວງ ແລະ ບ້ານໃນອົງການພັກ ແລະ ລັດ, ພາກທຸລະກິດ ແລະ ອົງການສາກົນ. ກໍາມະການສູນກາງພັກ, ເລຂາພັກ ແຂວງຕ້ອງມີຄວາມເປັນເຈົ້າໃນ ການຕິດຕາມ, ກວດກາການພັດທະ ນາຢູ່ທ້ອງຖິ່ນໃຫ້ເປັນລະບົບ, ສົມ ທົບກັບຂະແໜງການກ່ຽວຂ້ອງ ປະຕິບັດມະຕິ, ຄໍາສັ່ງ, ກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ ຕິດພັນກັບການແກ້ໄຂຂັ້ນຂອດ, ສິ່ງກົດໜ່ວງຖ່ວງດຶງການຜະລິດທຸລະກິດ, ການຈັບຈອງ-ເຊົ່າ-ສໍາ ປະທານທີ່ດິນ, ຊັບພະຍາກອນ ທໍາມະຊາດ ແລະ ປະກົດການຫຍໍ້ ທໍ້ຕ່າງໆທີ່ເກີດຂຶ້ນ. ພ້ອມນັ້ນ, ກໍ ກວດກາຄວາມຮັບຜິດຊອບຂອງ ພະນັກງານທີ່ຢູ່ໃນການຄຸ້ມຄອງ ບໍ່ໃຫ້ເຮັດຜິດລະບຽບວິໄນ ແລະ ກົດໝາຍ, ຊອກໃຫ້ເຫັນ, ສົ່ງເສີມ ຄົນດີ, ຄົນເກັ່ງ ແລະ ເຮັດແທ້ທໍາຈິງ. ອີງຕາມຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ການເມືອງໃນໄລ ຍະໃໝ່, ກອງປະຊຸມໄດ້ມີການປັບ ປຸງ, ສັບຊ້ອນ, ແບ່ງງານ, ມອບ ໝາຍໜ້າທີ່ໃຫ້ບັນດາສະຫາຍກົມ ການເມືອງ, ຄະນະເລຂາທິການ ສູນກາງພັກ, ກໍາມະການສູນກາງ ພັກ ໄປຮັບຜິດຊອບວຽກງານຢູ່ຂະ ແໜງການ ແລະ ທ້ອງຖິ່ນຕ່າງໆ ເພື່ອຊີ້ນຳການປະຕິບັດໜ້າທີ່ຂອງ ພັກ ແລະ ລັດ ໃຫ້ບັນລຸຜົນເປັນຈິງ. ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ໄດ້ເນັ້ນຕື່ມບາງບັນຫາ ເພື່ອໃຫ້ ບັນດາສະຫາຍຄະນະບໍລິຫານງານ ສູນກາງພັກ ນຳໄປຈັດຕັ້ງຜັນຂະ ຫຍາຍ ແລະ ສຸມໃສ່ຈັດຕັ້ງປະຕິບັດ ໃຫ້ມີປະສິດທິພາບສູງ ເປັນຕົ້ນສືບ ຕໍ່ຊີ້ນໍາການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ “ໃຫ້ໄວ, ໃຫ້ມີຈຸດສຸມ, ໃຫ້ຖືກທິດ, ໃຫ້ເປັນຮູບປະທໍາ”; ຊີ້ນໍາການກະກຽມ ແລະ ດໍາເນີນ ກອງປະຊຸມຄັ້ງປະຖົມມະລືກຂອງ ສະພາແຫ່ງຊາດ ຊຸດທີ X ແລະ ກອງປະຊຸມສະພາປະຊາຊົນຂັ້ນ ແຂວງ ຊຸດທີ V ໃຫ້ຮອບດ້ານ, ຮອບຄອບ ແລະ ຮັດກຸມ; ຊີ້ນໍາການ ກະກຽມກອງປະຊຸມຄັ້ງປະຖົມມະ ລືກ ຂອງຄະນະລັດຖະບານ ຊຸດ ທີ X. ມອບໃຫ້ລັດຖະບານຊຸດໃໝ່ ສືບຕໍ່ການຄົ້ນຄວ້າປັບປຸງກົງຈັກ ຂອງລັດຖະບານຕາມທິດກະທັດ ຮັດ, ສົມເຫດສົມຜົນ ແລະ ມີ ປະສິດທິພາບ, ສອດຄ່ອງກັບທິດ “ສູນກາງເຮັດໜ້າທີ່ມະຫາພາກ, ເພີ່ມຄວາມຮັບຜິດຊອບ ແລະ ຄວາມ ເປັນເຈົ້າໃຫ້ທ້ອງຖິ່ນຫລາຍຂຶ້ນ”. ພ້ອມນີ້, “ກົມການເມືອງຢາກ ໃຫ້ເປັນທີມງານໜັກແໜ້ນເປັນ ເອກະພາບສູງ, ບືນໃສ່, ຈັບມືກັນ ແກ້ໄຂບັນຫາທີ່ເຮົາຍັງຄົງຄ້າງຢູ່ໃນ ສະໄໝທີ XI, ໃຫ້ສືບຕໍ່ແກ້ໄຂບັນດາ ສິ່ງທີ່ຍັງຄົງຄ້າງນັ້ນ ແລະ ໃຫ້ບຸກ ທະລຸໃໝ່ຕາມທິດທີ່ພວກເຮົາເວົ້າ ກັນນີ້”; ຊີ້ນໍາການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີ XII ຂອງແນວລາວ ສ້າງຊາດ ໃຫ້ໄດ້ຮັບຜົນສໍາເລັດ ເປັນຢ່າງດີ, ຍູ້ແຮງການສືບຕໍ່ຜັນ ຂະຫຍາຍແນວທາງປ່ຽນແປງໃໝ່ ໃນຂົງເຂດວຽກງານແນວໂຮມ ສູ່ ລວງເລິກໃນເງື່ອນໄຂໃໝ່; ສືບຕໍ່ຊີ້ ນໍາການກະກຽມກອງປະຊຸມໃຫຍ່ ຂອງບາງອົງຄະນະພັກຂັ້ນສູນກາງ, ກອງປະຊຸມວຽກງານຕ່າງໆ ເປັນ ຕົ້ນວຽກງານຈັດຕັ້ງ, ວຽກງານ ກວດກາ, ວຽກງານຫ້ອງວ່າການ, ວຽກງານສື່ມວນຊົນ, ວຽກກໍ່ສ້າງ ຮາກຖານການເມືອງ, ພັດທະນາ ຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ແລະ ອື່ນໆ; ຊີ້ນໍາການສືບຕໍ່ຍູ້ແຮງຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ແຂງແຮງ, ກວ້າງຂວາງ, ທົ່ວ ເຖິງ ແລະ ຕໍ່ເນື່ອງ, ສ້າງໃຫ້ມີການ ຫັນປ່ຽນໃໝ່ທີ່ຕັ້ງໜ້າກວ່າເກົ່າ, ມີ ແບບຢ່າງດີເດັ່ນໃນການແຂ່ງຂັນ ຜະລິດ-ທຸລະກິດ, ການຍົກສູງຈິດໃຈ ຮັກຊາດ, ການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ, ເພິ່ງ ຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງໃຫ້ສູງຂຶ້ນ. ສະຫາຍເລຂາທິການໃຫຍ່ ຍັງ ໄດ້ຊີ້ນໍາການກະກຽມກອງປະຊຸມ ຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິ ຫານງານສູນກາງພັກ ສະໄໝທີXII, ລົງເລິກຫົວຂໍ້ຍຸດທະສາດທີ່ເປັນບຸລິ ມະສິດ. ໃນນັ້ນ, ໃຫ້ຄົ້ນຄວ້າ ແລະ ກະກຽມແຜນລະອຽດກ່ຽວກັບການ ປະກາດເອົາວຽກງານພັດທະນາ ຊົນນະບົດຮອບດ້ານ ແລະ ແກ້ໄຂ ຄວາມທຸກຍາກເປັນວາລະແຫ່ງຊາດ. ໃນເງື່ອນໄຂສະພາບແວດລ້ອມ ພາກພື້ນ ແລະ ສາກົນ ມີຄວາມເຄັ່ງ ຮ້ອນ, ສັບສົນ ແລະ ຜັນແປໄວວາ ກໍຄື ໃນເງື່ອນໄຂທີ່ປະເທດເຮົາຈະ ອອກຈາກສະຖານະພາບດ້ອຍພັດ ທະນາຕ້ອງສືບຕໍ່ຊີ້ນໍາວຽກງານ ຕ່າງປະເທດ ໃຫ້ແຂງແຮງກວ່າ ເກົ່າ, ເປັນເຈົ້າການກວ່າເກົ່າ ແລະ ຢູ່ໃນທ່າບຸກກວ່າເກົ່າສາມາດສ້າງ ສະພາບແວດລ້ອມທີ່ເອື້ອອໍານວຍ ໃຫ້ແກ່ການປົກປັກຮັກສາ ແລະ ພັດ ທະນາປະເທດຊາດ. ສະຫາຍ ທອງລຸນ ສີສຸລິດ ໄດ້ ສະແດງຄວາມເຊື່ອໝັ້ນວ່າບັນດາ ສະຫາຍກຳມະການສູນກາງພັກ ຈະພ້ອມພຽງຮຽງໜ້າກັນເສີມຂະ ຫຍາຍມານະຈິດປະຕິວັດ ແລະ ທາດ ແທ້, ມູນເຊື້ອອັນສະຫງ່າລາສີຂອງ ພັກ ກໍຄື ຂອງອົງການນຳສູງສຸດ ຂອງພັກເຮົາໃຫ້ສູງຂຶ້ນເລື້ອຍໆ ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເຂົ້າ ສູ່ຂະບວນການຕົວຈິງຢ່າງມີໄຊ”. ພາບ: ຂັນໄຊ ຈຳກັດການສົ່ງອອກເປັນວັດຖຸດິບ ເພື່ອໃຫ້ເປັນຜະລິດຕະພັນເຄິ່ງສໍາ ເລັດຮູບ ແລະ ສໍາເລັດຮູບ ເພື່ອສ້າງ ມູນຄ່າເພີ່ມເປັນຕົ້ນໂຮງງານຫລອມ ຄໍາ, ຫລອມເຫລັກ, ຫລອມທອງ, ໂຮງງານອາລູມີນຽມ, ໂຮງງານ ເກືອໂປຕາສ, ແຮ່ຫາຍາກ ແລະ ອື່ນໆ. ຈຸດສຸມທີ 4 ສົ່ງເສີມການ ລົງທຶນໃນຂະແໜງອຸດສາຫະກຳ ປຸງແຕ່ງທີ່ເປັນຕ່ອງໂສ້ຄົບວົງຈອນ ເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກ ເປັນຕົ້ນການຜະລິດຊິ້ນສ່ວນເຄື່ອງ ໃຊ້ໄຟຟ້າ, ອຸປະກອນເອເລັກໂຕຣ ນິກ, ສິ້ນສ່ວນພາຫະນະ ແລະ ອຸດ ສາຫະກຳປຸງແຕ່ງອື່ນໆທີ່ເປັນຕ່ອງ ໂສ້ການຜະລິດພາກພື້ນ ແລະ ສາກົນ ທີ່ນອນໃນເຂດເສດຖະກິດພິເສດ ແລະ ນິຄົມອຸດສາຫະກຳ. ພ້ອມນີ້, ກໍ ໃຫ້ສົ່ງເສີມການຜະລິດເພື່ອທົດແທນ ການນໍາເຂົ້າ ໂດຍສະເພາະເຄື່ອງ ອຸປະໂພກ ແລະ ບໍລິໂພກ. ຈຸດສຸມທີ 5 ສຸມໃສ່ພັດທະນາການທ່ອງທ່ຽວ ທາງທຳມະຊາດ, ວັດທະນະທຳ, ປະ ຫວັດສາດ, ກະສິກຳ, ກິລາ, ການ ຈັດງານວາງສະແດງ, ຕະຫລາດ ນັດ ແລະ ອື່ນໆທີ່ເຮົາມີທ່າແຮງ ໃຫ້ມີຄຸນນະພາບຕາມທິດສີຂຽວ ແລະ ຍືນຍົງ, ສຸມໃສ່ພັດທະນາ ສະຖານທີ່ທ່ອງທ່ຽວ, ພື້ນຖານໂຄງ ລ່າງ, ສິ່ງອໍານວຍຄວາມສະດວກ, ຮັບປະກັນຄວາມປອດໄພ ແລະ ຜະ ລິດຕະພັນທ່ອງທ່ຽວໃຫ້ໄດ້ມາດ ຕະຖານ. ຈຸດສຸມທີ 6 ສຸມໃສ່ປັບປຸງ ແລະ ພັດທະນາລະບົບຂົນສົ່ງໂລຈິສ ຕິກໃຫ້ມີຄວາມສະດວກ, ວ່ອງໄວ ແລະ ທັນສະໄໝ ເພື່ອສ້າງໃຫ້ ກາຍເປັນໃຈກາງຈຸດຢຸດພັກ, ກະ ຈາຍສິນຄ້າ ແລະ ການຂົນສົ່ງຜ່ານ ແດນລະຫວ່າງບັນດາປະເທດອາ ຊຽນ ແລະ ພາກພື້ນ ໂດຍສຸມໃສ່ ປັບປຸງລະບົບຂົນສົ່ງໂລຈິດສະຕິກ (Logistic) ຢູ່ທ່າບົກທີ່ກໍ່ສ້າງ ສຳເລັດແລ້ວ 4 ແຫ່ງ ຄື: ທ່ານາ ແລ້ງ ນະຄອນຫລວງວຽງຈັນ, ທ່າ ບົກສະຫວັນນະເຂດ, ທ່າບົກຄໍາ ມ່ວນ ແລະ ທ່າບົກຈຳປາສັກ ໃຫ້ ມີຄວາມທັນສະໄໝ ແລະ ປັບປຸງ ນິຕິກຳຈຳນວນໜຶ່ງທີ່ກ່ຽວຂ້ອງ ເພື່ອອຳນວຍຄວາມສະດວກການ ຄ້າ ແລະ ການຂົນສົ່ງ, ສືບຕໍ່ສຸມໃສ່ ພັດທະນາເຂດໂລຈິສຕິກ(ທ່າບົກ) ຕາມແຜນການຢ່າງມີຈຸດສຸມເປັນ ຕົ້ນທ່າບົກຂົວມິດຕະພາບ 5 ບໍລິ ຄໍາໄຊ-ບຶງການ, ທ່າບົກແຂວງຄໍາ ມ່ວນ ແລະ ທ່າບົກຫ້ວຍຊາຍ ແລະ ຈຸດເຕົ້າໂຮມ ແລະ ຄ່ຽນຖ່າຍສິນຄ້າ (ICD) ຢູ່ແດນສະຫວັນ ແຂວງ ສະຫວັນນະເຂດ ແລະ ຢູ່ເຂດກວມ ລວມໄຊເສດຖາ ນະຄອນຫລວງ ວຽງຈັນ ແລະ ພັດທະນາຢູ່ຈຸດອື່ນໆ ທີ່ມີເງື່ອນໄຂ. ຈຸດສຸມທີ 7 ສຸມ ໃສ່ພັດທະນາພື້ນຖານໂຄງລ່າງ ໂທລະຄົມມະນາຄົມ, ອິນເຕີເນັດ ຄວາມໄວສູງ, ການພັດທະນາສູນ ຂໍ້ມູນແຫ່ງຊາດ, ຖານຂໍ້ມູນໃຫຍ່ (Big data), ສ້າງລັດຖະບານດີ ຈິຕອນ, ລະບົບຄຸ້ມຄອງທີ່ດິນດີຈິ ຕອນ, ລະບົບການຄ້າເອເລັກໂຕຣ ນິກ, ລະບົບການເງິນເອເລັກໂຕຣ ນິກ ແລະ ອື່ນໆ. ຈຸດສຸມທີ 8 ສຸມ ໃສ່ຄຸ້ມຄອງເສດຖະກິດມະຫາພາກ ໃຫ້ມີຖຽນລະພາບ ໂດຍຄຸ້ມຄອງ ການເກັບລາຍຮັບງົບປະມານດ້ວຍ ເຄື່ອງມືທັນສະໄໝແນໃສ່ເກັບລາຍ ຮັບໃຫ້ຄົບຖ້ວນ ແລະ ຂະຫຍາຍ ຖານລາຍຮັບໃໝ່ທີ່ຍືນຍົງ, ຫລຸດ ຜ່ອນການຍົກເວັ້ນພາສີ-ອາກອນ, ເພີ່ມທະວີການປະຕິບັດລະບຽບ ວິໄນແຜນການ-ການເງິນໃຫ້ເຂັ້ມ ງວດ; ຄຸ້ມຄອງ ແລະ ແກ້ໄຂໜີ້ສິນ ສາທາລະນະຢ່າງມີປະສິດທິຜົນ ແລະ ສ້າງຍຸດທະສາດແກ້ໄຂໜີ້ສິນ ໃນໄລຍະສັ້ນ ແລະ ໄລຍະຍາວ. ຈຸດສຸມທີ 9 ໃຫ້ດໍາເນີນນະໂຍ ບາຍເງິນຕາ ແລະ ນະໂຍບາຍອັດຕາ ແລກປ່ຽນຕາມກົນໄກຕະຫລາດ ທີ່ມີການຄຸ້ມຄອງຂອງລັດ ໃຫ້ມີ ປະສິດທິຜົນ, ຄຸ້ມຄອງອັດຕາເງິນ ເຟີ້ໃຫ້ໄປຕາມເປົ້າໝາຍທີ່ກຳນົດ ໄວ້, ເພີ່ມຄັງສຳຮອງເງິນຕາຕ່າງ ປະເທດດ້ວຍການຄຸ້ມຄອງເງິນຕາ ຕ່າງປະເທດ ໃຫ້ມີຄວາມເຂັ້ມແຂງ, ທັນສະໄໝ ແລະ ເປັນລະບົບຄົບຊຸດ ແລະ ຈຸດສຸມທີ 10 ສຸມໃສ່ຍົກສູງ ປະສິດທິຜົນການລົງທຶນຂອງລັດ, ພັດທະນາພື້ນຖານໂຄງລ່າງ, ປັບປຸງ ແລະ ອໍານວຍຄວາມສະດວກໃຫ້ ການລົງທຶນ ແລະ ການດໍາເນີນທຸລະ ກິດຂອງພາກເອກະຊົນ, ສຸມໃສ່ປະ ຕິຮູບ, ຄຸ້ມຄອງ ແລະ ພັດທະນາວິ ສາຫະກິດລັດລົງທຶນໃຫ້ມີຄວາມ ເຂັ້ມແຂງຫລາຍຂຶ້ນ, ສ້າງຜົນກຳໄລ ແລະ ສ້າງລາຍຮັບເຂົ້າງົບປະມານ ໂດຍສະເພາະລັດວິສາຫະກິດໄຟຟ້າ ລາວ, ລັດວິສາຫະກິດນໍ້າມັນເຊື້ອໄຟ ລາວ, ລັດວິສາຫະກິດການບິນລາວ, ລັດວິສາຫະກິດພັດທະນາແຮ່ທາດ ລາວ ແລະ ອື່ນໆ; ສືບຕໍ່ພັດທະນາ ຈຸນລະວິສາຫະກິດ, ວິສາຫະກິດຂະ ໜາດນ້ອຍ ແລະ ກາງ ໃຫ້ມີຄວາມ ເຂັ້ມແຂງ ແລະ ສາມາດແຂ່ງຂັນກັບ ພາກພື້ນ ແລະ ສາກົນ. ຂ່າວ: ສົມຫວັງ ໃນວັນທີ 4 ມີນາ 2026 ໂດຍການ ເປັນປະທານຂອງທ່ານ ບຸນທັນ ບຸນທະວິໄລຮອງຫົວໜ້າອົງການໄອ ຍະການປະຊາຊົນສູງສຸດ, ຫົວໜ້າ ກອງເລຂາຄະນະກໍາມະການອະໄພ ຍະໂທດລະດັບຊາດ, ມີຫົວໜ້າກົມ, ຮອງກົມ, ຄະນະພະແນກ ແລະ ວິຊາ ການກົມຕິດຕາມກວດກາຄ້າຍຄຸມ ຂັງ-ດັດສ້າງອົງການໄອຍະການ ປະຊາຊົນສູງສຸດ ເຂົ້າຮ່ວມ. ໃນກອງປະຊຸມ, ທ່ານ ບົວລີ ເພັດມີໄຊ ຫົວໜ້າກົມຕິດຕາມກວດ ກາຄ້າຍຄຸມຂັງ-ດັດສ້າງ, ຮອງ ຫົວໜ້າກອງເລຂາຄະນະກຳມະ ການອະໄພຍະໂທດ ລະດັບຊາດ ໄດ້ຜ່ານບົດລາຍງານກ່ຽວກັບຜົນ ການປັບປຸງໂຄງຮ່າງລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍການ ໃຫ້ອະໄພຍະໂທດ (ສະບັບປັບປຸງ) ໃນໄລຍະຜ່ານມາ. ຫລັງຈາກນັ້ນ, ທ່ານຮອງຫົວໜ້າອົງການໄອຍະ ການປະຊາຊົນສູງສຸດ, ຫົວໜ້າກອງ ເລຂາຄະນະກໍາມະການອະໄພຍະ ໂທດ ລະດັບຊາດ ໄດ້ມີທິດຊີ້ນໍາ ແລະ ມີຄໍາເຫັນເຈາະຈີ້ມໃສ່ແຕ່ລະ ພາກ, ໝວດ ແລະ ມາດຕາ ມີຄວາມ ເໝາະສົມຕາມໂຄງຮ່າງ ແລະ ເນື້ອ ໃນທີ່ໄດ້ປັບປຸງນັ້ນ ມີຄວາມພຽງພໍ, ເໝາະສົມ, ສອດຄ່ອງກັບລັດຖະ ທໍາມະນູນ ແລະ ກົດໝາຍ ກໍຄື ສະພາບການຕົວຈິງ ຂອງປະເທດ ເຮົາແລ້ວ ຫລື ບໍ່ ແລະ ຍັງມີບັນຫາ ໃດທີ່ຍັງບໍ່ທັນພຽງພໍ ຄວນເພີ່ມເຕີມ ໃສ່ແນວໃດ, ມີບັນຫາໃດທີ່ຍັງບໍ່ ສອດຄ່ອງຄວນຕັດອອກ ແລະ ເພີ່ມ ເຂົ້າໃສ່ຄືແນວໃດ. ຈາກນັ້ນ, ບັນດາ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປະກອບ ຄຳຄິດ, ຄໍາເຫັນຕາມການເຈາະ ຈີ້ມຂອງປະທານກອງປະຊຸມ ຢ່າງ ມີຄວາມຮັບຜິດຊອບສູງ ກ່ຽວກັບ ໂຄງຮ່າງຂອງລັດຖະບັນຍັດສະບັບ ປັບປຸງດັ່ງກ່າວ ເພື່ອໃຫ້ມີຄວາມ ເປັນເອກະພາບ ແລະ ມີເນື້ອໃນ ຄົບຖ້ວນສົມບູນ. ໂອກາດນີ້, ທ່ານ ບຸນທັນ ບຸນທະວິໄລ ຍັງໄດ້ຮຽກຮ້ອງມາ ຍັງຄະນະຮັບຜິດຊອບເອົາໃຈໃສ່ ບາງວຽກງານທີ່ສໍາຄັນໃນການສັງ ຮວມ, ສັບຊ້ອນ, ຈັດລຽງບັນດາ ພາກ, ໝວດ ແລະ ເນື້ອໃນເຂົ້າໃສ່ ຮ່າງລັດຖະບັນຍັດຂອງປະທານປະ ເທດວ່າດ້ວຍການໃຫ້ອະໄພຍະໂທດ ສະບັບປັບປຸງໃຫ້ຖືກຕ້ອງກັບລະບົບ ການສ້າງນິຕິກໍາ, ໃຫ້ຄົບຖ້ວນ ແລະ ສືບຕໍ່ຄົ້ນຄວ້າຄືນ ເພື່ອປັບປຸງຮ່າງ ລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍການໃຫ້ອະໄພຍະໂທດ (ສະບັບປັບປຸງ) ເພື່ອລາຍງານຕໍ່ ຄະນະນໍາ ແລະ ນໍາເຂົ້າສູ່ກອງປະ ຊຸມຜ່ານເນື້ອໃນຄັ້ງຕໍ່ໄປ. ຂ່າວ-ພາບ: ອອປສ
06/03/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ຢ່າຕົ່ງ່ າົ່ ງ dkora fmtokglf4tdy f{la '7q , 16 j c0;'[= ]y 7ew- ,u s]kpfh korQ ogfa j o ຜັນຂະຫຍາຍມະຕິັ ນິ ກອງປະຊຸມໃຫຍ່ ຸ ມ່ ຄັ້ງງີທີ ັ້ XII ຂອງພັກັກ ຂປລ. ທ່ານ ຄຳແຫວນ ປັນ ຍານຸວົງ ປະທານຄະນະກຳມະການ ປົກຄອງ ແຂວງບໍລິຄຳໄຊ ໄດ້ໃຫ້ ສຳພາດຕໍ່ສື່ມວນຊົນວ່າ: ໃນໄລຍະ 5 ປີຜ່ານມານີ້ (2021-2025) ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ແມ່ນໄດ້ຮັບ ການປັບປຸງ, ໄດ້ຮັບການພັດທະນາ ແລະ ມີການຂະຫຍາຍຕົວດີຂຶ້ນ ຢ່າງຕໍ່ເນື່ອງ, ທັງປະສົບຜົນສຳເລັດ ຫລາຍດ້ານ. ອັນພົ້ນເດັ່ນແມ່ນທົ່ວ ແຂວງບໍລິຄຳໄຊ ມີຄວາມສະຫງົບ ໂດຍພື້ນຖານ, ສັງຄົມມີຄວາມເປັນ ລະບຽບຮຽບຮ້ອຍ, ການພັດທະນາ ເສດຖະກິດ-ສັງຄົມ ກໍມີການຂະ ຫຍາຍຕົວຕາມຄາດໝາຍທີ່ໄດ້ກຳ ນົດໄວ້, ພ້ອມນີ້ ໄດ້ເອົາໃຈໃສ່ພັດ ທະນາຊັບພະຍາກອນມະນຸດ, ແກ້ ໄຂຄວາມທຸກຍາກຕິດພັນກັບການ ເຊື່ອມໂຍງກັບບັນດາແຂວງໃກ້ ຄຽງ ແລະ ອື່ນໆ. ສຳລັບການພັດທະນາດ້ານເສດ ຖະກິດ-ສັງຄົມໃນໄລຍະ 5 ປີຜ່ານ ມາ, ແມ່ນມີການຂະຫຍາຍຕົວຢູ່ໃນ 5,18%, ລວມຍອດຜະລິດຕະພັນ ເມືອງໄຊພູທອງ...ືູ ນາຍົກລັດຖະມົນຕີ ຕ້ອນຮັບ...ົັົີ້ັ ສະຫະພັນແມ່ຍິງ ຄອສພ...ັ່ິ ຂປລ. ໃນວັນທີ 5 ມີນາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຫລູຍ ມູຊິກິວາໂບ (Lou i se Mush i k iwabo) ເລຂາທິການໃຫຍ່ອົງການຝຣັງໂກ ໂຟນີສາກົນ (OIF) ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນ ວັນທີ 4-5 ມີນາ 2026. ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຍິນດີຕ້ອນ ຮັບອັນອົບອຸ່ນຕໍ່ການເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງທ່ານ ນາງ ຫລູຍ ມູຊິກິວາໂບ ຄັ້ງນີ້ ຊຶ່ງມີຄວາມ ໝາຍຄວາມສໍາຄັນໃນຮອບ 10 ປີ ນັບຕັ້ງແຕ່ທ່ານ ນາງ ມິແຊນ ຊັອງ ອະດີດເລຂາທິການໃຫຍ່ອົງການ ຝຣັງໂກໂຟນີ ໄດ້ເດີນທາງມາຢ້ຽມ ຢາມ ສປປ ລາວ ໃນປີ 2016. ພ້ອມກັນນີ້, ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕີລາຄາສູງຕໍ່ ການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການຝຣັງໂກໂຟນີສາກົນ ນັບຕັ້ງແຕ່ ສປປ ລາວ ໄດ້ເຂົ້າເປັນ ສະມາຊິກສົມບູນຂອງອົງການດັ່ງ ກ່າວ ໃນປີ 1991 ເປັນຕົ້ນມາ ແລະ ເຫັນວ່າການພົວພັນຮ່ວມມືດັ່ງກ່າວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ. ທ່ານນາຍົກລັດຖະມົນຕີ ໄດ້ກ່າວ ສະແດງຄວາມຂອບໃຈຢ່າງສູງ ຕໍ່ອົງການຝຣັງໂກໂຟນີສາກົນ ທີ່ ໄດ້ໃຫ້ການຮ່ວມມືຊ່ວຍເຫລືອແກ່ ສປປ ລາວ ໃນໄລຍະຜ່ານມາ ໂດຍ ຜ່ານກົນໄກ ແລະ ຂອບການຮ່ວມ ມືຕ່າງໆ ໂດຍສະເພາະໃນການສົ່ງ ເສີມການຮຽນ-ການສອນພາສາ ຝຣັ່ງ, ການຝຶກອົບຮົມຄູສອນພາ ສາຝຣັ່ງໃນລະດັບຕ່າງໆ, ການຝຶກ ອົບຮົມດ້ານວິຊາຊີບ ແລະ ການ ຮ່ວມມືໃນຂະແໜງການຕ່າງໆ. ການຮ່ວມມືຕ່າງໆດັ່ງກ່າວ ໄດ້ ປະກອບສ່ວນສໍາຄັນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນແຕ່ລະໄລຍະ. ນອກຈາກນີ້, ທ່ານນາຍົກລັດ ຖະມົນຕີ ຍັງໄດ້ແຈ້ງໃຫ້ທ່ານເລຂາ ທ່ານ ທອງໃສ ໄຊຍະວົງຄໍາດີ ຮອງປະທານຄະນະກໍາມະການ ປົກຄອງແຂວງສະຫວັນນະເຂດ ທັງເປັນຄະນະຮັບຜິດຊອບກະກຽມ ສ້າງຕັ້ງຕາແສງຂັ້ນແຂວງ, ທ່ານ ຄໍາວິໃສ ຜຸຍຍະວົງ ຫົວໜ້າຄະນະ ຈັດຕັ້ງແຂວງ, ທ່ານ ພົມມາ ສົງວິ ໄລ ປະ ທານຄະນະກຳມະການ ປົກຄອງເມືອງໄຊພູທອງ ພ້ອມດ້ວຍ ຄະນະນະຮັບຜິດຊອບຂັ້ນເມືອງ, ປກສ ກຸ່ມ ແລະ ນາຍບ້ານທັງ 11 ບ້ານເຂົ້້າຮ່ວມ. ກອງປະຊຸມຄັ້ງນີ້, ບັນດາຜູ້ເຂົ້້າ ຮ່ວມໄດ້ຮັບຟັງການລາຍງານສະ ພາບລວມ, ທີ່ຕັ້ງ ແລະ ຈຸດພິເສດ ຂອງຕາແສງພາຍໃນເມືອງໄຊພູ ທອງ ຊຶ່ງເມືອງໄຊພູທອງ ປະກອບ ມີ 4 ຕາແສງຄື: ຕາແສງທ່າດ່ານ ຄະນະປະຈໍາພັກ, ຮອງຫົວໜ້າຄະ ນະໂຄສະນາອົບຮົມສູນກາງພັກ, ຜູ້ ຊີ້ນໍາອົງການຈັດຕັ້ງມະຫາຊົນ, ມີ ທ່ານນາງ ຈັນສຸກ ພິມມະວັນ ປະ ທານສະຫະພັນແມ່ຍິງ ຄອສພ, ແຂກ ຖືກເຊີນ, ພ້ອມດ້ວຍຄະນະໜ່ວຍ ແລະ ສາມາຊິກສະຫະພັນແມ່ຍິງທີ່ ຂຶ້ນກັບ ຄອສພ ເຂົ້າຮ່ວມ. ໃນພິທີ, ທ່ານນາງ ວິລະວອນ ທິການໃຫຍ່ອົງການຝຣັງໂກໂຟນີ ສາກົນ ຊາບກ່ຽວກັບສະພາບການ ພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍສະເພາະຜົນສຳເລັດ ຂອງການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ການດໍາເນີນການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ພ້ອມທັງໄດ້ ແຈ້ງໃຫ້ຊາບວ່າ ລັດຖະບານ ສປປ ລາວ ຢືນຢັນຄວາມໝາຍໝັ້ນທີ່ ຈະນໍາພາປະເທດຊາດອອກຈາກ ສະຖານະພາບດ້ອຍພັດທະນາຕາມ ການສະເໜີຂອງອົງການ ສປຊ ໃນ ທ້າຍປີ 2026 ນີ້. ໃນໂອກາດດຽວກັນ, ທ່ານ ເລຂາທິການໃຫຍ່ ອົງການຝຣັງໂກ ໂຟນີສາກົນ ກໍໄດ້ສະແດງຄວາມ ຂອບໃຈຢ່າງຈິງໃຈຕໍ່ການຕ້ອນ ຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ ການພົວພັນຮ່ວມມືທີ່ດີລະຫວ່າງ ອົງການຝຣັງໂກໂຟນີສາກົນ ແລະ ສປປ ລາວ ໃນໄລຍະຜ່ານມາ, ພ້ອມທັງໃຫ້ຄວາມໝາຍໝັ້ນວ່າອົງ ການຝຣັງໂກໂຟນີສາກົນ ຈະສືບຕໍ່ ສົ່ງເສີມການຮ່ວມມື ແລະ ໃຫ້ການ ສະໜັບສະໜູນການຊ່ວຍເຫລືອແກ່ ສປປ ລາວ ໃນຕໍ່ໜ້າໃນຂົງເຂດ ວຽກງານຕ່າງໆ. ພາບ: ເກດສະໜາ ແມ່ນກໍານົດເອົາກຸ່ມບ້ານທີ 1 ແລະ ກຸ່ມບ້ານທີ 2 ເປັນຂອບເຂດ ປະກອບມີ 9 ບ້ານ, ມີເນື້ອທີ່ ທັງໝົດ 152,26 ກິໂລຕາແມັດ, ມີພົນລະເມືອງ 12.039 ຄົນ, ຍິງ 6.128 ຄົນ, ສະພາບຈຸດພິເສດ ຕາແສງດັ່ງກ່າວ ແມ່ນລຽບຕາມ ແມ່ນໍ້າຂອງມີສໍານັກງານປົກຄອງ ຕາແສງ ຢູ່ບ້ານທ່າດ່ານ ມີບ້ານທີ່ໄກ ສຸດ ຫ່າງຈາກເທສະບານປົກຄອງ ຕາແສງ ປະມານ 15 ກິໂລແມັດ; ຕາແສງໂພນທາດ ກໍານົດເອົາກຸ່ມ ບ້ານທີ 3 ແລະ ກຸ່ມບ້ານທີ 6 (ຊຶ່ງ ເຄີຍເປັນຕາແສງໂພນສົ້ມໂຮງໃນ ເມື່ອກ່ອນ) ປະກອບມີ 11 ບ້ານ, ມີເນື້ອທີ່ 118,47 ກິໂລຕາແມັດ, ມີພົນລະເມືອງ 13.614 ຄົນ, ຍິງ 6.764 ຄົນ, ສະພາບຈຸດພິເສດຕາ ແສງດັ່ງກ່າວ ເປັນສູນກາງທາງ ດ້ານວັດທະນະທໍາປະຫວັດສາດ ເປັນຕົ້ນວັດພະທາດໂຜ່ນ, ໂພນຊ້າງ ສານ, ວັດສີສະເກດສວນຕານ ແລະ ສະຖານທີ່ສໍາຄັນທາງປະຫວັດສາດ. ສຳລັບຕາແສງມ່ວງໄຂ່ ກໍານົດເອົາ ກຸ່ມບ້ານທີ 4 ແລະ ກຸ່ມບ້ານທີ 5 (ຊຶ່ງເຄີຍເປັນຕາແສງມ່ວງໄຂ່ໃນ ເມື່ອກ່ອນ) ປະກອບມີ 11 ບ້ານ, ມີເນື້ອທີ່ 189,32 ກິໂລຕາແມັດ, ມີພົນລະເມືອງ 17.228 ຄົນ , ຍິງ 8.640 ຄົນ ສະພາບຈຸດພິເສດຕາ ແສງດັ່ງກ່າວ ເປັນເຂດການຜະລິດ ກະສິກໍາການປູກ-ການລ້ຽງ ມີ ຄອບຄົວຕົວແບບຫລາຍຄອບຄົວ. ສ່ວນຕາແສງດົງດອກໄມ້ກໍານົດ ເອົາກຸ່ມບ້ານທີ 7 ແລະ ກຸ່ມບ້ານທີ 8 (ຊຶ່ງເຄີຍເປັນຕາແສງ ເຮືອນຫີນໃນ ເມື່ອກ່ອນ) ປະກອບມີ 10 ບ້ານ, ມີເນື້ອທີ່ 165,90 ກິໂລຕາແມັດ, ມີພົນລະເມືອງ 9.902 ຄົນ, ຍິງ 4.930 ຄົນ, ສະພາບຈຸດພິເສດຕາ ແສງດັ່ງກ່າວ ເປັນພື້ນທີ່ລຽບຕາມ ລໍາແມ່ນໍ້າຂອງມີຜາສາດເຮືອນຫີນ ເປັນແຫລ່ງວັດຖຸບູຮານທີ່ເກົ່າແກ່ ມີບ້ານຢູ່ກາງດອນແມ່ນ້ໍາຂອງໃນ ອະນາຄົດຈະພັດທະນາຕາແສງນີ້, ອາຊີບສ່ວນຫລາຍຂອງປະຊາຊົນ ແມ່ນເຮັດນາປູກເຂົ້າ, ຄ້າຂາຍ, ການບໍລິການ, ປູກຝັງ, ລ້ຽງສັດ ແລະ ເປັນພະນັກງານຈຳນວນໜຶ່ງ. ໂອກາດດຽວກັນນີ້, ທ່ານ ທອງໃສ ໄຊຍະວົງຄໍາດີ ໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍມາຍັງ ຄະນະຮັບຜິດຊອບຂັ້ນເມືອງທີ່ໄດ້ ເອົາໃຈໃສ່ໃນການກະກຽມຄວາມ ພ້ອມການສ້າງຕັ້ງຕາແສງຂັ້ນ ເມືອງ, ທັງໄດ້ເນັ້ນໃຫ້ຄະນະພັກ, ຄະນະກຳມະການປົກຄອງເມືອງ ເອົາໃຈໃສ່ນຳພາ-ຊີ້ນຳເພີ່ມທະວີ ຄວາມຮັບຜິດຊອບໃນການກວດ ກາເອກະສານປະກອບສ້າງຕັ້ງ ຕາແສງ, ການສ້າງຕັ້ງຄະນະພັກ ຕາແສງ ແລະ ດ້ານເນື້ອໃນຕ່າງໆ ເພື່ອຮັບໃຊ້ໃນພິທີປະກາດການ ສ້າງຕັ້ງຕາແສງໃຫ້ຄົບຖ້ວນ; ຄົ້ນ ຄວ້າບຸກຄະລາກອນບັນຈຸເຂົ້າໃສ່ ຄະນະກຳມະການປົກຄອງຕາແສງ; ກວດກາຄືນສະຖານທີ່ເຮັດວຽກ ທີ່ຈະໃຊ້ເປັນຫ້ອງການຕາແສງ, ອຸປະກອນຮັບໃຊ້ທີ່ຈຳເປັນ ເພື່ອນຳ ໃຊ້ເຂົ້າໃນການປະຕິບັດວຽກງານ ໃຫ້ມີຄວາມແທດເໝາະກັບສະພາບ ຄວາມຕ້ອງການ ແລະ ຄວາມເປັນ ຈິງຂອງວຽກງານ ເພື່ອອະນຸມັດ, ຮັບຮອງເອົາ ແລະ ກະກຽມເປີດ ຢ່າງເປັນທາງການໃນໄວໆນີ້້. ຂ່າວ-ພາບ: ພັນທະມິດ ວົງສຸທິ ພັນທະວົງ ໄດ້ຍົກໃຫ້ຮູ້ເຖິງປະຫວັດ ການກໍາເນີດຂອງວັນທີ 8 ມີນາ, ທຸກໆປີເອື້ອຍນ້ອງແມ່ຍິງ ໄດ້ພາ ກັນສະເຫລີມສະຫລອງເຫດການ ທີ່ເກີດຂຶ້ນ ຊຶ່ງໄດ້ຕິດພັນກັບປະ ຫວັດສາດຂອງໂລກ ບໍ່ພຽງແຕ່ປະ ຊາຊົນລາວ ກໍຄື ແມ່ຍິງລາວເທົ່າ ນັ້ນ, ຍັງໄດ້ຕິດພັນກັບຂະບວນການ ກົດຂີ່ຂູດຮີດຂອງພວກຈັກກະພັດ. ພາຍຫລັງປ່ຽນຈາກລະບອບສັກ ດີນາມາເປັນລະບອບນາຍທຶນ ພວກມັນຍິ່ງກົດຂີ່ຂູດຮີດແຮງງານ ຂອງແມ່ຍິງ ເພື່ອສ້າງຮັ່ງຄູນມີໃຫ້ ແກ່ພວກເຂົາ, ພວກນາຍທຶນໃຊ້ ແຮງງານແມ່ຍິງ ໄປເປັນກໍາມະ ກອນຢູ່ຕາມໂຮງຈັກ-ໂຮງງານ, ເປັນຂ້າທາດ, ເປັນນາງບໍາເລີໃຫ້ ແກ່ພວກເຂົາ ໂດຍບໍ່ຄໍານຶງເຖິງ ຊີວິດການເປັນຢູ່ຂອງແມ່ຍິງເຫລົ່າ ນັ້ນ. ຈາກເຫດການດັ່ງກ່າວ ແມ່ ຍິງຈຶ່ງເພີ່ມຄວາມເຈັບແຄ້ນເປັນ ທະວີຄູນຕໍ່ພວກນາຍທຶນທີ່ກົດຂີ່ ຂູດຮີດແຮງງານ ແລະ ລຸກຮືຂຶ້ນຕໍ່ສູ້ ທວງເອົາສິດ ແລະ ເອກະລາດຄືນ ມາ. ຍ້ອນແນວນັ້ນ, ໃນໂຮງຈັກໂຮງງານຂອງສະຫະລັດອາເມລິກາ ຈຶ່ງໄດ້ຢຸດການເຮັດວຽກ ເພື່ອທວງ ໃຫ້ນາຍທຶນຕ້ອງໃຊ້ຄ່າແຮງງານ ຢ່າງເໝາະສົມ, ແຕ່ການຕໍ່ສູ້ດັ່ງ ກ່າວ ກໍບໍ່ໄດ້ຮັບໄຊຊະນະ. ການ ຕໍ່ສູ້ໄດ້ສ່ອງແສງເຖິງກະແສຟອງ ຂອງຄວາມຄຽດແຄ້ນໄປທົ່ວໂລກ ໂດຍສະເພາະແມ່ນແມ່ຍິງຢູ່ທະວີບ ອາເມລິກາ ແລະ ທະວີບເອີລົບ ໄດ້ ທວງເອົາເວລາເຮັດວຽກມື້ໜຶ່ງ 8 ຊົ່ວໂມງ, ທວງເອົາການຮັບປະກັນ ສິດທິພື້ນຖານດ້ານສະຫວັດດີການ ສັງຄົມ, ການເບິ່ງແຍງໃນເວລາ ເຈັບ-ປ່ວຍ, ການອອກລູກ ແລະ ທວງເອົາສິດອື່ນໆ. ພາຍຫລັງໄດ້ຮັບຮອງເອົາວັນທີ 8 ມີນາ ເປັນວັນແມ່ຍິງສາກົນ, ນັບ ແຕ່ນັ້ນມາຈົນເຖິງປັດຈຸບັນແມ່ນ ຄົບຮອບ 116 ປີ, ການສະເຫລີມ ສະຫລອງແຕ່ລະປີເປັນການລະນຶກ ເຖິງແມ່ຍິງທີ່ໄດ້ເສຍສະລະຊີວິດ ຕົນເອງ ເພື່ອຊາວກໍາມະກອນໃນ ທົ່ວໂລກ ຊຶ່ງບໍ່ພຽງແຕ່ເອື້ອຍນ້ອງ ແມ່ຍິງເທົ່ານັ້ນ, ແຕ່ຍັງລວມເຖິງ ກໍາມະກອນທີ່ເປັນເພດຊາຍ ກໍໄດ້ ຜົນປະໂຫຍດເຊັ່ນກັນ. ຈາກນັ້ນ, ໃນ ແຕ່ລະປີກໍໄດ້ຈັດກອງປະຊຸມຕ່າງໆ ເພື່ອປຶກສາຫາລືກ່ຽວກັບວຽກງານ ແມ່ຍິງເປັນອັນສະເພາະ ແລະ ໄດ້ ວາງຄໍາຂວັນ ເພື່ອສູ້ຊົນຈັດຕັ້ງປະ ຕິບັດໃຫ້ສໍາເລັດເປັນຕົ້ນມີສົນທິ ສັນຍາແມ່ຍິງ ແລະ ເດັກນ້ອຍ, ການ ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ ຍິງ ແລະ ເດັກຍິງ ແລະ ອື່ນໆ ໃນ ທົ່ວໂລກໄດ້ມີຄະນະກໍາມະການສາ ກົນທີ່ເວົ້າເລື່ອງວຽກແມ່ຍິງ. ສໍາລັບສປປລາວ, ພັກ-ລັດຍາມ ໃດກໍໃຫ້ຄວາມສໍາຄັນຕໍ່ວຽກງານ ຂອງແມ່ຍິງ-ເດັກນ້ອຍ, ໃຫ້ສິດ ສະເໝີພາບລະຫວ່າງຍິງ-ຊາຍ, ທັງໄດ້ຍົກບົດບາດຂອງແມ່ຍິງສູ່ ລະດັບສູງ, ມີຄະນະກໍາມາທິການ ແຫ່ງຊາດ ເພື່ອຄວາມກ້າວໜ້າ ຂອງແມ່ຍິງ ແລະ ເດັກນ້ອຍ, ແຕ່ລະ ໄລຍະໄດ້ວາງທິດທາງນໍາພາແມ່ຍິງ ມີການເຄື່ອນໄຫວ. ນັບແຕ່ມີພັກນໍາ ພາ, ພັກໄດ້ວາງແນວທາງ, ກໍານົດ ແຕ່ຫົວທີ. ໃນໂຄງການການເມືອງ 12 ຂໍ້ ຂອງພັກ ກໍໄດ້ມີໂຄງການ ການເມືອງໜຶ່ງທີ່ເວົ້າເຖິງຄວາມ ສະເໝີພາບຈຶ່ງເຮັດໃຫ້ແມ່ຍິງດໍາ ລົງຊີວິດພາຍໃຕ້ການນຳຂອງພັກ, ຊີວິດການເປັນຢູ່ນັບມື້ໄດ້ຮັບການ ປັບປຸງທີ່ດີຂຶ້ນເປັນກ້າວໆ, ແມ່ຍິງ ໄດ້ມີສິດ ແລະ ປະກອບສ່ວນໃນ ທຸກຂົງເຂດວຽກງານເປັນຕົ້ນດ້ານ ການເມືອງ, ການທະຫານ, ດ້ານ ເສດຖະກິດ-ສັງຄົມນັບມື້ໄດ້ປະກອບ ສ່ວນຢ່າງເຕັມສ່ວນ. ໃນພິທີ, ຍັງໄດ້ເຜີຍແຜ່ມະຕິ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງ ລາວທົ່ວປະເທດ ຄັ້ງທີ IX, ເຜີຍແຜ່ ກົດລະບຽບຂອງສະຫະພັນແມ່ຍິງ ລາວ ຄັ້ງທີ IX, ຜ່ານຂໍ້ຕົກລົງວ່າ ດ້ວຍການຍຸບຄະນະສະຫະພັນ ແມ່ຍິງຮາກຖານ, ບັນດາໜ່ວຍແມ່ ຍິງທີ່ຂຶ້ນກັບຄະນະສະຫະພັນ ແມ່ຍິງຮາກຖານ ແລະ ບັນດາໜ່ວຍ ພາກສ່ວນສື່, ຜ່ານຂໍ້ຕົກລົງວ່າ ດ້ວຍການບົ່ງຕົວແຕ່ງຕັ້ງຄະນະ ສະຫະພັນແມ່ຍິງຮາກຖານ ແລະ ບັນດາໜ່ວຍແມ່ຍິງທີ່ຂຶ້ນກັບຄະນະ ສະຫະພັນແມ່ຍິງຮາກຖານ ແລະ ບັນດາໜ່ວຍພາກສ່ວນສື່, ຜ່ານ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະ ນະກໍາມາທິການເພື່ອຄວາມກ້າວ ໜ້າຂອງແມ່ຍິງ, ແມ່ ແລະ ເດັກ ຄອສພ ຕື່ມອີກ. ຂ່າວ: ສົມຫວັງ; ພາບ: ແສງຈັນ ຂອງແຂວງບັນລຸໄດ້ 15 ພັນກວ່າ ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນ ໄດ້ 45 ລ້ານກວ່າກີບ ຫລື ກວ່າ 2.100 ໂດລາສະຫະລັດ. ສຳລັບ ດ້ານງົບປະມານແມ່ນສາມາດຈັດ ເກັບລາຍຮັບທາງພູດສູນກາງ ແລະ ທ້ອງຖິ່ນໄດ້ປະມານ 6 ພັນກວ່າຕື້ ກີບ (ພູດທ້ອງຖິ່ນບັນລຸໄດ້ 3 ພັນ ກວ່າຕື້ກີບ). ການລົງທຶນກໍໄດ້ ເອົາໃຈໃສ່ຍູ້ແຮງການລົງທຶນຈາກ ພາກສ່ວນຕ່າງໆ ໂດຍສະເພາະ ແມ່ນການລົງທຶນຂອງລັດ, ການ ລົງທຶນຊ່ວຍເຫລືອລ້າ, ການລົງທຶນ ຈາກພາຍໃນ ແລະ ຕ່າງປະເທດ ແລະ ການລະດົມທຶນຈາກທະນາ ຄານ ຊຶ່ງການຍູ້ແຮງ ແລະ ລະດົມ ການລົງທຶນ ເພື່ອພັດທະນາເສດຖະ ກິດ-ສັງຄົມດັ່ງກ່າວ ແມ່ນສາມາດ ບັນລຸໄດ້ 10 ພັນຕື້ກວ່າກີບ. ໃນນັ້ນ, ການລົງທຶນຂອງລັດຢູ່ໃນ 30%. ຂະນະທີ່ການລະດົມການລົງທຶນ ພາຍໃນ ແລະ ຕ່າງປະເທດແມ່ນ ບັນລຸໄດ້ 4 ພັນກວ່າຕື້ກີບ. ສິ່ງນີ້ ເຮັດໃຫ້ດ້ານເສດຖະກິດ-ສັງຄົມ ຢູ່ແຂວງບໍລິຄຳໄຊ ຂະຫຍາຍຕົວ ຫລາຍກວ່າ 5%. ທ່ານ ຄຳແຫວນ ປັນຍານຸວົງ ກ່າວ. ທ່ານກ່າວຕື່ມວ່າ: ສຳລັບການ ຜະລິດຄ້ຳປະກັນສະບຽງອາຫານ ແມ່ນສາມາດຜະລິດໄດ້1ແສນກວ່າ ໂຕນ ຖືວ່າສາມາດກຸ້ມກິນ. ສ່ວນ ການຜະລິດເປັນສິນຄ້າສາມາດບັນ ລຸໄດ້ 38 ພັນກວ່າໂຕນ ຊຶ່ງການ ຜະລິດເປັນສິນຄ້າແມ່ນໄດ້ມີການ ພັດທະນາດີຂຶ້ນ, ມີໜໍ່ແໜງໃໝ່ ໂດຍສະເພາະການລ້ຽງກໍເກີດມີ ຟາມລ້ຽງສັດຫລາຍຂຶ້ນ ມາຮອດ ປັດຈຸບັນມີ 70 ກວ່າຟາມ ນັບແຕ່ ຂະໜາດນ້ອຍໄປຫາຂະໜາດໃຫຍ່ ສາມາດຕອບສະໜອງຊີ້ນ, ໄຂ່ໃຫ້ ແກ່ພາຍໃນແຂວງ ແລະ ສົ່ງອອກ ຕ່າງແຂວງຈຳນວນໜຶ່ງ. ການຜະ ລິດເປັນສິນຄ້າທີ່ພົ້ນເດັ່ນອັນໜຶ່ງກໍ ແມ່ນຢາງພາລາ ປັດຈຸບັນມີເນື້ອທີ່ ຫລາຍສິບພັນເຮັກຕາ ສາມາດຂີດ ເປັນສິນຄ້າແລ້ວໂດຍສ່ວນຫລາຍ. ຂະນະທີ່ປີ 2025 ນີ້, ຊາວສວນ ຢາງພາລາ ສາມາດຜະລິດເບ້ຍ ຢາງສະໜອງໃຫ້ແກ່ພາຍໃນແຂວງ ແລະ ຕ່າງແຂວງໄດ້ກວ່າ 1 ລ້ານ ເບ້ຍ. ນອກຈາກນີ້, ກໍຍັງມີການ ຜະລິດມັນຕົ້ນ, ສາລີ ແລະ ອື່ນໆ. ສ່ວນດ້ານອຸດສາຫະກຳຢູ່ແຂວງ ກໍມີໂຮງງານປຸງແຕ່ງຢາງພາລາ 3 ແຫ່ງ, ໂຮງງານປຸງແຕ່ງມັນຕົ້ນ 3 ແຫ່ງ. ນອກຈາກນີ້, ດ້ານການພັດທະ ນາພະລັງງານ ໂດຍທົ່ວແຂວງບໍລິ ຄຳໄຊ ມີຄອບຄົວທີ່ໄດ້ຊົມໃຊ້ໄຟຟ້າ ແລ້ວປະມານ 100% ຕິດພັນກັບ ການພັດທະນາພື້ນຖານໂຄງລ່າງກໍ ໄດ້ຮັບການປັບປຸງດີຂຶ້ນອັນໄດ້ສ້າງ ຄວາມສະດວກສະບາຍຕໍ່ການເຊື່ອມ ໂຍງ-ເຊື່ອມຈອດ ເພາະແຂວງບໍລິ ຄຳໄຊເປັນແຂວງຕັ້ງຢູ່ຈຸດໃຈກາງ ຊຶ່ງເປັນປະຕູເສດຖະກິດ. ຂະນະ ທີ່ປັດຈຸບັນການເຊື່ອມໂຍງຂອງ ແຂວງແມ່ນມີອັນໃໝ່ເກີດຂຶ້ນ ໂດຍ ສະເພາະແມ່ນຂົວມິດຕະພາບ ບໍລິ ຄຳໄຊ-ບຶງການ ທີ່ຫາກໍເປີດບໍລິ ການໃນທ້າຍປີ 2025 ນີ້ ຊຶ່ງເປັນ ອີກໜຶ່ງໃນການເຊື່ອມໂຍງໄປມາ ຫາສູ່, ສຳຄັນແມ່ນເຊື່ອມໂຍງການ ຂົນສົ່ງສິນຄ້າລະຫວ່າງພາກຕາ ອອກສ່ຽງເໜືອຂອງໄທ ມາສູ່ ແຂວງບໍລິຄຳໄຊ ອອກໄປສູ່ ສສ ຫວຽດນາມ ທ່າເຮືອເກືອລໍ ໄປສູ່ ພາກໃຕ້ຂອງຈີນ. ຂົວມິດຕະພາບ ແຫ່ງທີ 5 ນີ້, ເປັນທ່າແຮງອັນໜຶ່ງ ໃນການປະກອບສ່ວນພັດທະນາ ເສດຖະກິດ-ສັງຄົມຂອງແຂວງ ຊຶ່ງສະແດງໃຫ້ເຫັນການຊົມໃຊ້ຂົວ ດັ່ງກ່າວເພີ່ມຂຶ້ນ, ການຄ້າການລົງ ທຶນມີລັກສະນະເພີ່ມຂຶ້ນເທື່ອລະ ກ້າວ. ນອກຈາກນີ້, ກໍໄດ້ເອົາໃຈໃສ່ ຍົກລະດັບບັນດາເສັ້ນທາງພາຍໃນ ແຂວງໃຫ້ດີຂຶ້ນ ເພື່ອສະດວກສະ ບາຍໃນການຂົນສົ່ງຕ່າງໆ. ແນວ ໃດກໍດີ, ບົດສຳພາດຂອງ ທ່ານ ຄຳແຫວນ ປັນຍານຸວົງ ປະທານ ຄະນະກຳມະການປົກຄອງ ແຂວງ ບໍລິຄຳໄຊ ຍັງບໍ່ໝົດພຽງເທົ່ານີ້ ຊຶ່ງ ສະບັບໜ້າຈະມາສະເໜີໃຫ້ທ່ານຜູ້ ອ່ານຕື່ມ ກ່ຽວກັບການພັດທະນາ ຢູ່ແຂວງບໍລິຄຳໄຊຕື່ມ. *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ
RkJQdWJsaXNoZXIy MTc3MTYxMQ==