7228

gsfdko{dkora fmtok a xtgmf]k; ( 04/03/2026 dtly dvo 10 [h ko g,n v'xkdmk wfh Ia [v5 xtdvo co;ra o c]t xa fw9dkozt]y f lk]t;a o gxu f0t[;odko ;l- 38h 8v[ rtpkfgxh p]j vp .sh gfa dvkp5 ]5 j , 5 xu ຂປລ. ແຫລ່ງຂ່າວຈາກແຂວງ ສາລະວັນ ໃຫ້ຮູ້ວ່າ: ພະແນກສາ ທາລະນະສຸກ ແຂວງສາລະວັນ ເປີດ ຂະບວນການຈັດຕັ້ງປະຕິບັດວັນ ໃຫ້ວັກຊິນກັນພະຍາດແຫ່ງຊາດ (ວສຊ) ໃຫ້ເດັກກຸ່ມເປົ້າໝາຍອາຍຸ 0-59 ເດືອນ ຫລື ເດັກອາຍຸລຸ່ມ 5 ປີ ໃນວັນທີ 2 ມີນາ 2026 ທີ່ ໂຮງຮຽນປະຖົມນາເຫລັກ ເມືອງ ສາລະວັນ ໂດຍມີ ທ່ານ ດຣ. ນາງ ບຸນໂຮມ ໂງ່ນກະເສີມສຸກ ຫົວໜ້າ ພະແນກສາທາລະນະສຸກແຂວງ, ມີຄະນະກຳມະການເພື່ອຄວາມ ກ້າວໜ້າຂອງແມ່ຍິງ ແລະ ເດັກ, ບັນດາການນໍາຂັ້ນແຂວງ-ເມືອງ, ພະນັກງານແພດ-ໝໍ, ຄູ-ອາຈານ, ຜູ້ປົກຄອງເດັກ ພ້ອມດ້ວຍຫລານ ນ້ອຍເຂົ້າຮ່ວມ. ທ່ານ ແຫວນເພັດ ລັດດາວົງ ຮອງປະທານຄະນະກໍາມະການ ປົກຄອງ ແຂວງສາລະວັນ, ປະທານ ຄະນະກຳມະການ ສົ່ງເສີມຄວາມ va f8txn ,u 7;k,rh v, 100% dko.sh ;a d-y o3x]u 3v cdj gfa dd5 j ,gxQ k\kp ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ແຂວງອັດຕະປື ມີ ຄວາມພ້ອມ 100% ໃຫ້ແກ່ບັ້ນເປີດ ຂະບວນການ ໃຫ້ວັກຊິນກັນພະຍາດ ໂປລີໂອ ຊຶ່ງການບໍລິການໃຫ້ວັກຊິນ ດັ່ງກ່າວ ທາງພະແນກສາທາລະນະ ສຸກແຂວງອັດຕະປື ໄດ້ກະກຽມ ອຸປະກອນ, ວັກຊິນ ແລະ ໄດ້ແຕ່ງຕັ້ງ ທີມງານແພດໝໍ ໃຫ້ບໍລິການຢູ່ຈຸດ ຄົງທີ່ ເປັນຕົ້ນ ໂຮງໝໍແຂວງ, ໂຮງ ໝໍທະຫານແຂວງ, ໂຮງໝໍ 5 ເມືອງ ລວມທັງສຸກສາລາ ແລະ ມີໜ່ວຍລົງ ໄປໃຫ້ບໍລິການເຄື່ອນທີ່ໃນແຕ່ລະ ບ້ານ. ທ່ານ ອະນຸສັກ ແກ້ວປະເສີດ ຮອງຫົວໜ້າພະແນກສາທາລະນະ c0;';P'9a o xtdkf]kp-n j z6 h mu j wfh Ia [g]n vd8A 'gxa o ll0 -5 fmu V ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 2 ມີນາ 2026 ທີ່ສະພາປະຊາຊົນ ແຂວງວຽງຈັນ, ທ່ານ ບຸນສອນ ເພັດລາວັນ ປະທານສະພາປະຊາ ຊົນແຂວງ, ຮອງປະທານຄະນະ ກຳມະການເລືອກຕັ້ງ ແຂວງວຽງ ຈັນ ໄດ້ປະກາດແຈ້ງການລາຍຊື່ ຜູ້ສະໝັກ ໄດ້ຮັບເລືອກຕັ້ງເປັນ ສະມາຊິກສະພາປະຊາຊົນຂັ້ນ ແຂວງ (ສສຂ) ວຽງຈັນ ຊຸດທີ V, ຊຶ່ງມີ 55 ທ່ານ, ຍິງ 12 ທ່ານ ດັ່ງນີ້: ເຂດເລືອກຕັ້ງ ເມືອງວຽງຄຳ ມີ 5 ທ່ານ, ຍິງ 1 ທ່ານຄື: ທ່ານ ສົມ ໝາຍ ໄຊຍະວົງ, ທ່ານ ພູວົງ ສຸພັນ ທອນ, ທ່ານ ນາງ ເພັດສະໝອນ ຂປລ. ແຫລ່ງຂ່າວຈາກແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ເມື່ອບໍ່ດົນມາ ນີ້, ໂຄງການຜັນຂະຫຍາຍການ ຈັດຕັ້ງປະຕິບັດແຜນການຫລຸດຜ່ອນ ການປ່ອຍທາດອາຍເຮືອນແກ້ວ ໂດຍການປັບປຸງການຄຸ້ມຄອງພູມີ ທັດປ່າໄມ້ແບບຍືນຍົງ ຢູ່ ສປປ ລາວ (SU-I-GFLM) ຮ່ວມ ກັບຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງປາກທາ ແຂວງ ບໍ່ແກ້ວ ລົງຈັດຊື້ ແລະ ສະໜອງ ອຸປະກອນ, ແນວພັນ, ປັດໄຈການ ຜະລິດ ໃຫ້ ກະສິກອນ ເມືອງປາກ ທາ ໂດຍມີທ່ານ ຄໍາເຄື່ອງ ພົມວີ ສັກ ຮອງປະທານຄະນະກໍາມະ ການປົກຄອງ ເ ມືອງປາກທາ ພ້ອມດ້ວຍທີມງານພະແນກກະສິ ກໍາ ແລະ ສິ່ງແວດລ້ອມແຂວງ, ວິຊາການຂອງເມືອງ, ການຈັດຕັ້ງ ບ້ານ ແລະ ຄອບຄົວກະສິກອນ ທີ່ໄດ້ຮັບທຶນຂອງໂຄງການ 10 ບ້ານ ຄື: ບ້ານຫ້ວຍພະລາມ, ຫາດ ສະ, ຫາດດອນແກ້ວ, ຫາດສາກ, ຫ້ວຍສາກ, ຫ້ວຍແອ່ນ, ປາງສາ, ບ້ານດົງ, ດອນສະຫວັນ ແລະ ບ້ານ ດອນມີໄຊ. ອຸປະກອນ, ແນວພັນ, ປັດໄຈ ການຜະລິດ ທີ່ສະໜອງໃຫ້ກະສິ ກອນຄອບຄົວ ທີ່ໄດ້ຮັບທຶນຂອງ ໂຄງການໃນຄັັງນີ້ ມີ 315 ຄອບຄົວ ໃນນີ້, ປູກຢາງພາລາປະສົມປະສານ 208 ຄອບຄົວ, ການສ້າງ/ປັບປຸງ ໝອງປາ 25 ຄອບຄົວ, ມີ 25 ໜອງ ໃນເນື້ອທີ 1,48 ເຮັກຕາ, ປັບປຸງ ສວນຫຍ້າລ້ຽງສັດ 8 ຄອບຄົວ, ປູກ ໄມ້ໃຫ້ໝາກ 6 ຄອບຄົວ, ການບຸກ ເບີກ/ປັບປຸງເນື້ອທີ່ນາ 68 ຄອບຄົວ ໃນເນື້ອທີ່ 23,93 ເຮັກຕາ. ພ້ອມ ນີ້, ໄດ້ສະໜອງເບ້ຍຢາງພາລາ 114.028 ເບ້ຍ, ໄມ້ໃຫ້ໝາກ 1.013 ຕົ້ນ, ແນວພັນໝາກເດືອຍ 7.106 ກິໂລ, ເຫລັກໜາມ 774 ກໍ້, ຈົກ 314 ດວງ, ຊວ້ານ 338 ດວງ, ສຽມ 338 ດວງ, ພ້າຂໍ 233 ດວງ, ເຊືອກຟາງ 480 ກໍ້, ສັງກະສີ 160 ແຜ່ນ, ຄ້ອນຕີ 8 ດວງ, ເຫລັກຕາປູ 56 ກິໂລກຣາມ ລວມມູນຄ່າທັງໝົດ 3,12 ຕື້ກວ່າກີບ. ໂອກາດດັ່ງກ່າວ, ຄະນະຊີ້ນໍາ ໂຄງການຂັ້ນເມືອງ ໄດ້ເນັ້ນໃຫ້ ຄອບຄົວທີ່ໄດ້ຮັບທຶນຂອງໂຄງການ ຄັ້ງນີ້ ກໍເພື່ອໃຫ້ຄອບຄົວນໍາເອົາ ອຸປະກອນ, ແນວພັນ, ປັດໄຈການ ຜະລິດດັ່ງກ່າວ ນໍາໄປຈັດຕັ້ງປະຕິ ບັດໃຫ້ມີປະສິດທິພາບ, ປະສິທິຜົນ ແລະ ໃຫ້ເກີດມີຜົນປະໂຫຍດສູງສຸດ. ຂ່າວ-ພາບ: ເພັດ ທິລະລັດ ສຸທຳມະວົງ, ທ່ານ ສາຍໃຈ ພົງ ສະນິດ ແລະ ທ່ານ ພັທ ສາຍຟອງ ແກ້ວປະເສີດ. ເຂດເລືອກຕັ້ງເມືອງທຸລະຄົມ ມີ 5 ທ່ານ, ຍິງ 0 ທ່ານຄື: ທ່ານ ຄຳ ເລ້ ໄຊຍະວົງສີ, ທ່ານ ທອງສູນ ຊາ ມູນຕຣີ, ທ່ານ ພູເງິນ ສີຫາປັນຍາ, ທ່ານ ພັທ ບູນລົມ ໄຊຍະລາດ ແລະ ທ່ານ ຄຳສອນ ກຸນນະວົງ. ເຂດເລືອກຕັ້ງເມືອງແກ້ວອຸດົມ ມີ 5 ທ່ານ, ຍິງ 1 ທ່ານຄື: ທ່ານ ວິລະວຸດ ປະກິດ, ທ່ານ ນາງ ຫວານ ໃຈ ສຸດທິເດດ, ທ່ານ ອຸທິດ ບຸດສະ ບາ, ທ່ານ ຄຳແພວ ວົງພະຈັນ ແລະ ທ່ານ ດວງປັນຍາ ເຝືອມະນີວົງ. ເຂດເລືອກຕັ້ງເມືອງໂພນໂຮງ ມີ 5 ທ່ານ, ຍິງ 2 ທ່ານຄື: ທ່ານ ສັນຕິພາບ ນິລະເກດ, ທ່ານ ແສງ ເພັດ ພິດສະລາດ, ທ່ານ ນາງ ທິດ ສະໄໝ ວົງສະຫວາດ, ທ່ານ ພັທ ສົມລິດ ໂສດາວັນ ແລະ ທ່ານ ນາງ ແຫວນວົງ ແສງຈັນທະວົງ. ເຂດເລືອກຕັ້ງເມືອງແມດ ມີ 5 ທ່ານ, ຍິງ 1 ທ່ານຄື: ທ່ານ ອ່ອນຕາ ທຳມະວົງສາ, ທ່ານ ໜູຮັກ ຫລວງ ໂຄດ, ທ່ານ ດຣ. ແສງເດືອນ ສີແສງ ຈັນ, ທ່ານ ໄມເສົາ ພົມມະຈັກ ແລະ ທ່ານ ນາງ ໜູພິນ ຄຳຕາ. ເຂດເລືອກຕັ້ງເມືອງກາສີ ມີ 5 ທ່ານ, ຍິງ 1 ທ່ານຄື: ທ່ານ ອຳໄພ ໂສລັດຕະນະວົງ, ທ່ານ ຄຳຫລ້າ ແກ້ວພົມມາ, ທ່ານ ນາງ ວັນມະນີ ໄຊຍະສົມບູນ, ທ່ານ ກົງໃຈ ສໍພາບ ມີໄຊ ແລະ ທ່ານ ພັທ ສຸລິຍາ ດວງ ມາລາ. ເຂດເລືອກຕັ້ງເມືອງວັງວຽງ ມີ 5 ທ່ານ, ຍິງ 1 ທ່ານຄື: ທ່ານ ຄຳ ປ່ຽນ ແສງສະຫວັດ, ທ່ານ ຄຳພັນ ຊະນະໄພ, ທ່ານ ບຸນປະເສີດ ຈັນທະ ລັງສີ, ທ່ານ ອຸດາລອນ ໄຫລໄຊ ຊະນະ ແລະ ທ່ານ ນາງ ພອນໄຊ ຫລວງວິລາດ. ເຂດເລືອກຕັ້ງເມືອງຫີນເຫີບ ມີ 5 ທ່ານ, ຍິງ 1 ທ່ານຄື: ທ່ານ ກົງຈັນ ພັນທະມິດ, ທ່ານ ຄຳແສນ ວິໄລ, ທ່ານ ສໍລະພົງ ລາດຊະວົງ, ທ່ານ ບຸນປອນ ຈະເລີນສຸກ ແລະ ທ່ານ ນາງ ພູວັນ ເມືອງນັນໂທ. ເຂດເລືອກຕັ້ງເມືອງເຟືອງ ມີ 5 ທ່ານ, ຍິງ 1 ທ່ານຄື: ທ່ານ ຄຳປ່ຽນ ຈັນທະມັງຄຸນ, ທ່ານ ບຸນມີ ກາຢົງ, ທ່ານ ສາຍສະໝອນ ວໍຣະຈິດ, ທ່ານ ນາງ ສົມຄິດ ຈິດດາວົງ, ທ່ານ ພັທ ບຸນໄທ ໄຊຍະລາດ. ເຂດເລືອກຕັ້ງເມືອງໝື່ນ ມີ 5 ທ່ານ, ຍິງ 1 ທ່ານຄື: ທ່ານ ວໍລະ ສອນ ສີອັກຄະສອນ, ທ່ານ ນາງ ວອນ ປາໄຊ, ທ່ານ ພັທ ສອນເພັດ ກາສີອຸດົມ, ທ່ານ ຢ່າງ ລໍ່ ແລະ ທ່ານ ບຸນປອນ ຍິ່ງພົມມະຈັນ. ເຂດເລືອກຕັ້ງເມືອງຊະນະຄາມ ມີ 5 ທ່ານ, ຍິງ 2 ທ່ານຄື: ທ່ານ ແກ້ວ ພິມມະວົງ, ທ່ານ ພັທ ບົວ ຂາວ ກູດແກ້ວ, ທ່ານ ນາງ ໃສແສງ ຈັນ ແສງພະຈັນ, ທ່ານ ນາງ ທົດສະ ຫວັດ ສົງພະຈັນ ແລະ ທ່ານ ໂພຄຳ ແສງລະດີ. ຄະນະກຳມະການເລືອກຕັ້ງ ແຂວງວຽງຈັນ ຈຶ່ງໄດ້ອອກປະກາດ ແຈ້ງການສະບັບນີ້ ເຖິງຄະນະ ກຳມະການເລືອກຕັ້ງຂັ້ນເມືອງ 11 ເມືອງ, ບັນດາອົງການຈັດ ຕັ້ງລັດ, ອົງການທຽບເທົ່າ, ທະຫານ, ຕຳຫລວດ, ລັດວິສາຫະກິດ ຕະ ຫລອດຮອດພໍ່ແມ່ປະຊາຊົນລາວ ບັນດາເຜົ່າໃຫ້ຮັບຮູ້ຢ່າງກວ້າງ ຂວາງ ແລະ ທົ່ວເຖິງນັບແຕ່ໄດ້ຮັບ ປະກາດແຈ້ງການສະບັບນີ້ເປັນຕົ້ນ ໄປ. ກ້າວໜ້າຂອງແມ່ຍິງ ແລະ ເດັກນ້ອຍ ຂັ້ນແຂວງ ໄດ້ກ່າວວ່າ: ການໃຫ້ ວັກຊິນ, ຢອດຢາກັນພະຍາດເປ້ຍ ລ່ອຍ (ໂປລີໂອ) ແມ່ນມີຄວາມ ສໍາຄັນທີ່ສຸດ ເພາະມັນເປັນການກັນ ພະຍາດໄວ້ລ່ວງໜ້າ ທີ່ມີລັກສະນະ ວິທະຍາສາດ, ເມື່ອເດັກ ໄດ້ຮັບການ ຢອດຢາ ຈະມີຊີວິດທີ່ປອດໄພຈາກ ການເປັນພະຍາດເປ້ຍລ່ອຍ (ໂປລີ ໂອ) ແລະ ສັກວັກຊິນກັນພະຍາດ ໝາກແດງໃຫຍ່-ໝາກແດງນ້ອຍ ໃຫ້ເດັກກຸ່ມເປົ້າໝາຍ ນັບແຕ່ອາຍຸ 0-59 ເດືອນ, ເພື່ອຮັບປະກັນໃຫ້ ເດັກນ້ອຍທຸກໆຄົນທີ່ເກີດມາ ທັງ ຢູ່ໃນຕົວເມືອງ ແລະ ຊົນນະບົດ ໄດ້ຮັບວັກຊິນຢ່າງທົ່ວເຖິງ ບໍ່ໃຫ້ ເດັກຄົນໃດພາດໂອກາດ, ເພື່ອໃຫ້ ເຂົາເຈົ້າໄດ້ເຂົ້າເຖິງການບໍລິການ ພື້ນຖານທີ່ສໍາຄັນຂອງການຮັກສາ ສຸຂະພາບທີ່ຈຳເປັນ ແລະ ຖືກຕ້ອງ, ຫລຸດຜ່ອນອັດຕາການເຈັບເປັນ ແລະ ເສຍຊີວິດຂອງເດັກ. ພ້ອມນີ້, ກໍ ຮຽກຮ້ອງໃຫ້ອໍານາດການປົກຄອງ ທຸກຂັ້ນ ເປັນເຈົ້າການຕິດຕາມ ແລະ ຊຸກຍູ້ຂະບວນການດັ່ງກ່າວ ໃຫ້ ໄດ້ຮັບການຈັດຕັ້ງປະຕິບັດຢ່າງ ທົ່ວເຖິງ ແນໃສ່ຫັນເອົາວຽກງານ ສາທາລະນະສຸກ ລົງສູ່ຮາກຖານ ໃຫ້ກາຍເປັນຂະບວນການຂອງທົ່ວ ປວງຊົນ ເພື່ອເຮັດໃຫ້ສຸຂະພາບຂອງ ແມ່ຍິງ ແລະ ເດັກນ້ອຍ ມີຄວາມ ປອດໄພຈາກການຕິດພະຍາດທີ່ ສາມາດກັນໄດ້ດ້ວຍວັກຊິນ ພ້ອມ ທັງເອົາໃຈໃສ່ປຸກລະດົມທົ່ວສັງຄົມ ໄດ້ເຜີຍແຜ່ຂໍ້ມູນຂ່າວສານໃຫ້ກວ້າງ ຂວາງ ແລະ ໃຫ້ຜູ້ປົກຄອງເດັກ ເຫັນ ໄດ້ຄວາມສໍາຄັນຂອງການໃຫ້ວັກ ຊິນ ແລະ ນຳພານ້ອງນ້ອຍໄປຮັບ ວັກຊິນຕາມຈຸດບໍລິການຕ່າງໆ ໃນ ຂອບເຂດທົ່ວແຂວງສາລະວັນ, ກໍຄື ບັນດາເມືອງ ເພື່ອສ້າງພູມຄຸ້ມກັນ, ປ້ອງກັນເດັກນ້ອຍ ໃຫ້ມີຄວາມ ປອດໄພ. ຂະບວນການ ໃຫ້ວັກຊິນກັນ ພະຍາດແຫ່ງຊາດ, ໄດ້ເລີ່ມຈັດຕັ້ງ ປະຕິບັດພ້ອມກັນ ໃນຂອບເຂດທົ່ວ ປະເທດ ກໍຄືແຂວງສາລະວັນ ຊຶ່ງ ໄລຍະທີ 1 ຈັດຂຶ້ນໃນລະຫວ່າງ ວັນທີ 2-11 ມີນາ ແລະ ໄລຍະທີ 2 ຈະຈັດຂຶ້ນວັນທີ 23-2 ເມສາ 2026 ຈຶ່ງສໍາເລັດ. ຂ່າວ-ພາບ: ວິໄລວອນ ສິດທິໄຊ ສຸກ ແຂວງອັດຕະປື ໄດ້ໃຫ້ສໍາພາດ ເມື່ອບໍ່ດົນມານີ້ວ່າ: ການຈັດຕັ້ງ ປະຕິບັດ ວັນຢອດວັກຊິນກັນພະຍາດ ໂປລີໂອ ແມ່ນເພື່ອໂຕ້ຕອບຕໍ່ການ ລະບາດ ຂອງພະຍາດໂປລີໂອ, ເພື່ອ ສ້າງພູມຄຸ້ມກັນໃຫ້ແກ່ເດັກນ້ອຍ ກຸ່ມເປົ້າໝາຍ ແລະ ເພີ່ມພູມຄຸ້ມກັນ ປະຊາກອນ, ຕັດຕ່ອງໂສ້ການແຜ່ ລະບາດ ຂອງເຊື້ອພະຍາດ ຮັກສາ ສະພາບປອດໂປລີໂອ ຢູ່ໃນ ສປປ ລາວ, ຫລຸດຜ່ອນອັດຕາການເຈັບ ເປັນ ແລະ ການຕາຍຈາກພະຍາດ ທີ່ສາມາດປ້ອງກັນໄດ້ດ້ວຍວັກຊິນ, ເວົ້າລວມເວົ້າສະເພາະ ເພື່ອເຮັດໃຫ້ ເດັກນ້ອຍໃນທົ່ວແຂວງ ມີສຸຂະພາບ ແຂງແຮງ, ສໍາລັບກຸ່ມເປົ້າໝາຍ ແລະ ການກຽມພ້ອມ ແມ່ນເນັ້ນໃສ່ ເດັກນ້ອຍ ທີ່ມີອາຍຸລຸ່ມ 5 ປີ ຫລື ແຕ່ ມື້ເກີດ ຮອດ 59 ເດືອນເປັນຫລັກ, ທັງໃນເດັກທີ່ເຂົ້າໂຮງຮຽນ ແລະ ບໍ່ ໄດ້ເຂົ້າໂຮງຮຽນ. ໂອກາດນີ້, ທ່ານ ອະນຸສັກ ແກ້ວ ປະເສີດ ໄດ້ຮຽກຮ້ອງໃຫ້ບັນດາ ບໍລິສັດ, ນິຄົມ, ໂຮງຈັກ, ໂຮງງານ ເຂດອຸດສາຫະກຳຕ່າງໆ, ສວນ ກ້ວຍ, ສວຍອ້ອຍ, ສວນຢາງພາລາ ລວມເຖິງອົງການປົກຄອງບ້ານ, ຊຸມຊົນ, ອໍານວຍການໂຮງຮຽນ, ຕະຫລາດ ແລະ ສະຖານີຂົນສົ່ງ ຕ່າງໆ ໃຫ້ອໍານວຍຄວາມສະດວກ ແລະ ໃຫ້ຄວາມຮ່ວມມືກັບທີມງານ ແພດ ໃນການເຄື່ອນໄຫວ ວສຊ ຢອດວັກຊິນກັນພະຍາດ ໂປລີໂອ ປີ 2026 ນີ້ ແລະ ແຕ່ລະພາກສ່ວນ ລວມເຖິງ ອໍານາດການປົກຄອງ ແຕ່ລະທ້ອງຖິ່ນ ຊ່ວຍປຸກລະດົມ ປະຊາຊົນ, ຜູ້ປົກຄອງເດັກເຂົ້າມາ ຮັບບໍລິການ ຮັບວັກຊິນກັນພະຍາດ ໃນບັ້ນເປີດຂະບວນການດັ່ງກ່າວນີ້ ໃຫ້ບັນລຸຫລາຍກວ່າ 95% ຂຶ້ນໄປ. ພ້ອມທັງຮຽກຮ້ອງເຖິງຜູ້ປົກຄອງ ເດັກທຸກທ່ານ ຈົ່ງນໍາພາລູກຫລານ ໄປ ຮັບການຢອດວັກຊິນກັນພະຍາດ ໂປລີໂອ ນໍາທີມງານແພດຢູ່ໜ່ວຍ ຄົງທີ່-ເຄື່ອນທີ່ ໃນນີ້, ຮອບທີ 1 ແມ່ນເລີ່ມແຕ່ວັນທີ 2 ຫາ 11 ມີນາ 2026 ແລະ ຮອບທີ 2 ແມ່ນວັນທີ 23 ມີນາ ຫາ 2 ເມສາ 2026. ສໍາລັບ ວັກຊິນກັນພະຍາດໂປລີ ໂອ ແມ່ນມີຄວາມປອດໄພສູງ, ເມື່ອ ລູກຫລານຂອງທ່ານໄດ້ຮັບວັກຊິນ ຈະເຮັດໃຫ້ເຂົາເຈົ້າມີພູມຄຸ້ມກັນທີ່ ດີ, ມີສຸຂະພາບທີ່ແຂງແຮງ. ຂ່າວ: ມະນີວອນ

RkJQdWJsaXNoZXIy MTc3MTYxMQ==