7228

04/03/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ເກີດຂວັນໃຈ ມາລີຈັນສີີັີັີ ໂດຍ: ລູກສາວຫລ້າູ ກ້ າ 9kds5j opq o-j ;pd6h gvq k-u ;y fz6h xj ;p-k;]k;l6j lkp8k-k;3]d ຂປລ. ຊ່ຽວຊານແພດຈີນພ້ອມ ກັບຫຸ່ນຍົນຜ່າຕັດ ແລະ ເຄື່ອງມື ການແພດທັນສະໄໝທີ່ສຸດ ພາຍ ໃຕ້“ເສັ້ນທາງສາຍໄໝແຫ່ງສຸຂະ ພາບ” ແລະ ຊຸກຍູ້ການຮ່ວມມືດ້ານ ການແພດຂ້າມຊາດ ຈີນ-ລາວ ສາ ມາດຊ່ວຍຜ່າຕັດກອບກູ້ເອົາຊີວິດ ຊາວລາວຜູ້ປ່ວຍເປັນພະຍາດໝາກ ໄຂ່ຫລັງຊຸດໂຊມ ແລະ ພະຍາດ ຫົວໃຈແຕ່ກໍາເນີດໄດ້ສໍາເລັດຢ່າງ ໜ້າມະຫັດສະຈັນ, ທ່າມກາງພໍ່ແມ່, ຍາດພີ່ນ້ອງຂອງຜູ້ປ່ວຍຕ່າງກໍຊົມ ເຊີຍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງລົ້ນເຫລືອຕໍ່ຄຸນງາມ ຄວາມດີຂອງຄະນະແພດຈີນໄດ້ ຊ່ວຍໃຫ້ລູກຫລານ ໄດ້ມີຊີວິດໃໝ່ ອີກຄັ້ງ. ຖ້າເວົ້າເລື່ອງຫຸ່ນຍົນ ແລະ ເອໄອ ບໍ່ແມ່ນເລື່ອງໄກຕົວອີກຕໍ່ໄປ ດັ່ງທີ່ ພວກເຮົາຮູ້ເຫັນນໍາກັນໃນມໍ່ໆມາ ນີ້ເຖິງແມ່ນວ່າການສະຫລອງບຸນ ກຸດຈີນຫາກໍສິ້ນສຸດໄປໝາດໆ, ແຕ່ ຄວັນຫລົງທີ່ເປັນພາບສ້າງຄວາມ ຕື່ນຕາຕື່ນໃຈເຮັດໃຫ້ຜູ້ຄົນທົ່ວໂລກ ເບີກບານມ່ວນຊື່ນ ແລະ ປະທັບ ໃຈຄົງປະຕິເສດບໍ່ໄດ້ “ພາບການ ສະແດງຫຸ່ນຍົນອັດສະລິຍະຂອງ ຈີນ” ເມື່ອບັນດາບໍລິສັດເຕັກໂນໂລ ຊີທີ່ມີຊື່ສຽງຂອງຈີນໄດ້ນໍາເອົາຫຸ່ນ ຍົນມະນຸດ ແລະ ຫຸ່ນຍົນສັດຫລາຍ ຮ້ອຍໂຕມາສະແດງກິດຈະກໍາຕ່າງໆ ບໍ່ວ່າຈະເປັນການຟ້ອນ, ການຫລິ້ນ ກິລາ, ການຕີມວຍ ກັງຟູ, ການໂດດ ຕີລັງກາຢ່າງຄ່ອງແຄ້ວເໜືອນມະ ນຸດຢູ່ເທີງເວທີຕໍ່ໜ້າທ່ານຜູ້ຊົມນັບ ຮ້ອຍ ນັບພັນຢູ່ງານລ້ຽງສັງສັນມະ ໂຫລານສະຫລອງບຸນກຸດຈີນປີ 2026 ນະຄອນຫລວງ ປັກກິ່ງ ສ ປ ຈີນ ແລະ ຍັງໄດ້ເຜີຍແຜ່ພາບ ຖ່າຍທອດສົດທາງອອນລາຍອອກ ສູ່ສາຍຕາ ຊາວໂລກຫລາຍຕື້ຄົນ ໄດ້ເຫັນຄວາມຍິ່ງໃຫຍ່ແບບກ້າວ ກະໂດດຂອງຈີນ ເຊິ່ງເຫດການ ຄັ້ງນີ້ບໍ່ໄດ້ສະແດງອອກພຽງການ ພັດທະນາເຕັກໂນໂລຊີທັນສະໄໝ ຂອງຈີນເທົ່ານັ້ນ ແຕ່ຫາກຍັງ ສົ່ງສັນຍານວ່າຈີນໄດ້ປົດແອກ ອອກຈາກການຄວບງໍາເຕັກໂນ ໂລຊີຂອງຕາເວັນຕົກຢ່າງຂາດ ຕົວແລ້ວ. ກິດຈະກໍາສະແດງຫຸ່ນ ຍົນຂອງຈີນໃນໄລຍະສະຫລອງ ບຸນກຸດຈີນບໍ່ໄດ້ເກີດຂຶ້ນພຽງໃນ ປະເທດຈີນເທົ່ານັ້ນແຕ່ຍັງມີການ ໃຊ້ຫຸ່ນຍົນຕິດພັນກັບເຕັກໂນໂລ ຊີທັນສະໄໝຂອງຈີນເຄື່ອນໄຫວ ສ້າງກິດຈະກໍາດີໆລະຫວ່າງປະ ເທດຜ່ານການເຜີຍແຜ່ຂໍ້ມູນຂ່າວ ສານທີ່ມີປະໂຫຍດຕໍ່ສາກົນຢ່າງ ກວ້າງຂວາງໂດຍສະເພາະ ຕົວຢ່າງ 2 ເຫດການສໍາຄັນພາຍໃຕ້ຂອບ ຮ່ວມມືລາວ-ຈີນຄື:1. ຄະນະ ຊ່ຽວຊານແພດຈີນນໍາໃຊ້ເຕັກໂນ ໂລຊີທັນສະໄໝ, ຄວບຄູ່ກັບຫຸ່ນຍົນ ຜ່າຕັດຊ່ວຍກອບກູ້ເອົາຊີວິດຊາວ ລາວລອດພົ້ນ ຈາກພະຍາດໄຂ່ຫລັງ ຊຸດໂຊມໃຊ້ການບໍ່ໄດ້ເບື້ອງຂວາມາ ຫລາຍປີ ແລະ ຜູ້ເປັນພະຍາດຫົວໃຈ ແຕ່ກໍາເນີດ; 2. ເປີດໃຫ້ບໍລິການ ປິ່ນປົວພະຍາດຢູ່ເທິງເຮືອບິນແບບ ຂ້າມຊາຍແດນເພື່ອຮອງຮັບວິທີ ປິ່ນປົວແບບສຸກເສີນ ເຊິ່ງນັ້ນແມ່ນ ສ່ວນໜຶ່ງໃນການຈັດຕັ້ງປະຕິບັດ ຮັບໃຊ້ “ເສັ້ນທາງສາຍໄໝແຫ່ງ ສຸຂະພາບ” ແລະ ຊຸກຍູ້ການຮ່ວມມື ດ້ານການແພດຂ້າມຊາດ. ຕາມວິທະຍຸ, ໂທລະພາບສູນກາງ ຈີນ (CMG) ລາຍງານເມື່ອມໍ່ໆ ມານີ້: ນາງ ຂັນຫລ້າ ທີ່ມາຈາກ ແຂວງຜົ້ງສາລີ ປະເທດລາວໄດ້ຮັບ ການຜ່າຕັດໝາກໄຂ່ຫລັງເບື້ອງ ຂວາຊຸດໂຊມໃຊ້ການບໍ່ໄດ້ ເຊິ່ງໄດ້ ຮັບການຊ່ວຍເຫລືອຈາກຫຸ່ນຍົນຜ່າ ຕັດຂອງຈີນປະສົບຜົນສໍາເລັດເປັນ ຢ່າງດີ ໃນຫ້ອງຜ່າຕັດຂອງໂຮງໝໍ ປະຊາຊົນກິ່ງແຂວງສິບສອງພັນນາ ແຂວງຢູນນານຂອງຈີນ. ການຜ່າ ຕັດພິເສດຄັ້ງນີ້ແມ່ນກໍລະນີທຳອິດ ທີ່ແຂວງຢູນນານ ນຳໃຊ້ຫຸ່ນຍົນຜ່າ ຕັດທີ່ຜະລິດໂດຍຈີນໄດ້ຜ່າຕັດໃຫ້ ຊາວຕ່າງປະເທດ ເຊິ່ງເປັນຂີດໝາຍ ສໍາຄັນສະແດງໃຫ້ເຫັນເຖິງການບຸກ ທະລຸອັນສຳຄັນດ້ານອຸປະກອນການ ແພດລະດັບສູງທີ່ຜະລິດໂດຍຈີນ ໄດ້ ຮັບໃຊ້ “ເສັ້ນທາງສາຍໄໝແຫ່ງ ສຸຂະພາບ” ແລະ ຊຸກຍູ້ການຮ່ວມມື ດ້ານການແພດຂ້າມຊາດ. ການຜ່າຕັດດັ່ງກ່າວໃຊ້ເວລາ ພຽງແຕ່ 1 ຊົ່ວໂມງເທົ່ານັ້ນ, ຄົນ ເຈັບມີບາດແຜນ້ອຍ ແລະ ຟື້ນຟູ ສຸຂະພາບໄດ້ໄວ. ກ່ອນຜ່າຕັດນີ້, ທ່ານ ນາງ ຂັນຫລ້າ ໄດ້ໃຫ້ຂໍ້ມູນ ລະອຽດຕໍ່ຄະນະຊ່ຽວຊານແພດຈີນ ວ່າ: ຕົນເປັນໜິ້ວໃນໝາກໄຂ່ຫລັງ ທັງສອງເບື້ອງ ແຕ່ວ່າໝາກໄຂ່ ຫລັງເບື້ອງຂວາຊຸດໂຊມຫລາຍໃຊ້ ການບໍ່ໄດ້ ແລະ ເຄີຍເດີນທາງມາ ປິ່ນປົວຢູ່ຈີນຫລາຍເທື່ອ ໃນທີ່ສຸດໄດ້ ຕັດສິນໃຈຜ່າຕັດດ້ວຍຫຸ່ນຍົນພ້ອມ ເຄື່ອງມືການແພດທັນສະໄໝຂອງ ຈີນ. ພາຍຫລັງຟື້ນຕົວຈາກການ ຜ່າຕັດຄັ້ງນີ້ແລ້ວ, ທ່ານ ນາງ ຂັນ ຫລ້າ ເວົ້າສູ່ຟັງວ່າ: ຕົນເອງໄດ້ຮັບ ຄໍາແນະນຳທີ່ດີຈາກ ທ່ານ ນາງ ຕີ່ງ ມີງເຊຍ ຄະນະນໍາຊ່ຽວຊານແພດ ຈີນ ສະເໜີເຖິງຈຸດພິເສດຂອງຫຸ່ນ ຍົນຜ່າຕັດທີ່ມີທ່າແຮງຄື: ມີຄວາມ ແນ່ນອນໃນການປະຕິບັດງານ, ເບິ່ງ ເຫັນແຈ້ງດີ ແລະ ຫລຸດຜ່ອນການ ສັ່ນ ເປັນຕົ້ນ, ມັນສາມາດເຂົ້າເຖິງ ບໍລິເວນທີ່ອຸປະກອນແບບດັ້ງເດີມ ຍາກທີ່ຈະເຂົ້າເຖິງໄດ້, ມີຄວາມ ປອດໄພສູງ ແລະ ແມ້ນຢຳໃນການ ຜ່າຕັດແບບສັບສົນຢ່າງພົ້ນເດັ່ນ ພ້ອມທັງຫລຸດຜ່ອນບາດແຜ ແລະ ຄວາມເຈັບປວດຂອງຄົນເຈັບໄດ້ ຫລາຍທີ່ສຸດ. ຜ່ານການຜ່າຕັດທີ່ວ່ານັ້ນໄດ້ ສະແດງໃຫ້ເຫັນເຖິງການສ້າງ “ເສັ້ນທາງສາຍໄໝແຫ່ງສຸຂະ ພາບ” ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ເຊິ່ງ ທ່ານ ໂລເຫລີຍ ຜູ້ອຳນວຍການໃຫຍ່ໂຮງໝໍປະຊາ ຊົນກິ່ງແຂວງສິບສອງພັນນາ ກ່າວ ວ່າ: ໃນຕໍ່ໜ້ານີ້, ຈະສືບຕໍ່ນຳເຂົ້າ ເຕັກນິກການແພດແບບອັດສະລິ ຍະ, ລົງເລິກການຮ່ວມມືດ້ານການ ແພດກັບປະເທດອ້ອມຂ້າງ ແລະ ອາ ຊຽນຄື: ປະເທດລາວເປັນຕົ້ນ, ເຮັດ ໃຫ້ເຕັກນິກທັນສະໄໝເຂົ້າເຖິງຂອດ ບໍລິການສຸຂະພາບຂອງປະຊາຊົນ ໃນເຂດແຄວ້ນ ແລະ ແຂວງຕ່າງໆ ແທດເຖິງກວ່າເກົ່າ. ການຜ່າຕັດ ດັ່ງກ່າວບໍ່ພຽງແຕ່ເປັນການປິ່ນປົວ ທີ່ສຳເລັດຜົນກໍລະນີໜຶ່ງເທົ່ານັ້ນ, ຍິ່ງເປັນຕົວຢ່າງສໍາຄັນທີ່ສ່ອງແສງ ໃຫ້ເຫັນເຖິງປະເທດຈີນມຸ່ງໝັ້ນ ພັດທະນາຢ່າງບໍ່ຢຸດຢັ້ງ ແລະ ນໍາ ເອົາສິ່ງດີໆມາຮັບໃຊ້ມວນມະນຸດ ຢ່າງແທ້ຈິງ ໂດຍສະເພາະແມ່ນ ແຂວງຢູນນານ ໄດ້ລົງເລິກການ ຮ່ວມມືດ້ານການແພດກັບປະເທດ ອ້ອມຂ້າງ ແລະ ບັນດາສະມາຊິກ ອາຊຽນ. ຊຸມປີມໍ່ໆມານີ້, ຈາກກິ່ງ ແຂວງສິບສອງພັນນາ ແລະ ສປປ ລາວ ໄດ້ມີການຮ່ວມມືດ້ານການ ປິ່ນປົວທາງໄກແບບລະບົບ 5G ຈົນ ຮອດ ກິ່ງແຂວງເຕີຮົງ ແລະ ປະເທດ ມຽນມາ ແລກປ່ຽນຂໍ້ມູນພະຍາດ ໄຂ້ຍຸງລາຍ, ຈາກການເປີດຊ່ອງ ທາງດ່ວນສີຂຽວໃຫ້ແກ່ເດັກເກີດ ໃໝ່ມຽນມາ ທີ່ເຈັບປ່ວຍໜັກ, ຈົນ ຮອດການເຊີນຊວນຜູ້ຊ່ຽວຊານ ຫລາຍປະເທດຮ່ວມກັນປຶກສາຫາລື ການຮ່ວມມືດ້ານສາທາລະນະສຸກ, “ແລວທາງສຸຂະພາບ” ທີ່ເປີດປະຕູ ຮ່ວມກັນຊົມໃຊ້ ແລະ ຕ່າງຝ່າຍຕ່າງ ໄດ້ຮັບຜົນປະໂຫຍດນັ້ນ ໄດ້ຮັບການ ເສີມຂະຫຍາຍພັດທະນາສ້າງສາສູ່ ພາກຕາເວັນຕົກສຽງໃຕ້ຂອງຈີນ. ພ້ອມດຽວກັນນີ້, ຄະນະຊ່ຽວຊານ ແພດຈີນຍັງໄດ້ລົງປະຕິບັດໂຄງ ການຮັກສາພະຍາດຫົວໃຈແຕ່ກໍາ ເນີດຂອງເດັກ ຢູ່ໃນບັນດາປະເທດ ລຸ່ມແມ່ນໍ້າຂອງ (MCHC) ເຊິ່ງໄດ້ດໍາເນີນພາລະກິດປິ່ນປົວ ເດັກນ້ອຍ ທີ່ເປັນພະຍາດຫົວໃຈ ພິການແຕ່ກໍາເນີດຄັ້ງທຳອິດຢູ່ ສປປ ລາວ ປະສົບຜົນສຳເລັດ ທີ່ໂຮງໝໍ ມະໂຫສົດ. ພາລະກິດໃນຄັ້ງນີ້ ນັບ ເປັນຈຸດໝາຍສຳຄັນຂອງໂຄງການ ໂດຍການຮ່ວມມືລະຫວ່າງສະ ຖາບັນການຮ່ວມມືເພື່ອການພັດ ທະນາເສດຖະກິດລຸ່ມແມ່ນ້ຳຂອງ (Mekong Inst i tute -MI) ກະຊວງສາທາລະນະສຸກ ສປປ ລາວ ແລະ ໂຮງໝໍ Fuwai ແລະ ສະຖາບັນວິທະຍາສາດການແພດ ຈີນ, ໂຄງການໄດ້ຮັບການສະໜັບ ສະໜູນຈາກລັດຖະບານຈີນຜ່ານ ກອງທຶນການພັດທະນາໂລກ ແລະ ການຮ່ວມມືໃຕ້-ໃຕ້ (Global Development and South– South Cooperation Fund) ໂດຍນຳໃຊ້ວິທີການ PAN ທີ່ ພັດທະນາໂດຍໂຮງໝໍ Fuwai ທີມ ແພດໄດ້ດຳເນີນການຮັກສາຫົວໃຈ ແບບບໍ່ຕ້ອງຜ່າຕັດໃຫຍ່ ເຊິ່ງມີ ລັກສະນະບໍ່ໃຊ້ລັງສີ, ບາດເຈັບນ້ອຍ ແລະ ຟື້ນຕົວໄວ ເໝາະສົມຢ່າງຍິ່ງ ສຳລັບການຮັກສາເດັກນ້ອຍ ໃນພື້ນ ທີ່ມີຊັບພະຍາກອນຈຳກັດ. ໂຄງ ການຮັກສາພະຍາດຫົວໃຈແຕ່ກໍາ ເນີດຂອງເດັກ ຢູ່ບັນດາປະເທດ ລຸ່ມແມ່ນໍ້າຂອງ (MCHC) ມີ ເປົ້າໝາຍໃນການຮັກສາໂດຍບໍ່ເສຍ ຄ່າໃຫ້ເດັກນ້ອຍຢ່າງໜ້ອຍ 30 ຄົນ ທີ່ເປັນພະຍາດຫົວໃຈແຕ່ກຳເນີດ ໃນ ສປປ ລາວ ເພື່ອຂະຫຍາຍ ໂອກາດໃນການເຂົ້າຮັບບໍລິການ ຮັກສາຫົວໃຈເດັກນ້ອຍທີ່ຊ່ວຍຊີວິດ ໃຫ້ເດັກນ້ອຍ ແລະ ຄອບຄົວທີ່ຂາດ ເຂີນທຸກຍາກ. ຈາກເຫດການທີ່ໜ້າປະທັບ ໃຈໃນການສະແດງຫຸ່ນຍົນ ແລະ ການເຄື່ອນໄຫວ ໃຊ້ຫຸ່ນຍົນປິ່ນປົວ ຄົນເຈັບຂ້າມຊາຍແດນລະຫວ່າງ ປະເທດ ໃນໄລຍະບຸນກຸດຈີນນັ້ນ ເຮັດໃຫ້ບັນດານັກວິເຄາະຕ່າງປະ ເທດໃຫ້ທັດສະນະວ່າ: ເປັນຫຍັງ ຈຶ່ງເວົ້າໄດ້ວ່າຈີນຈະກ້າວຂຶ້ນເປັນ ເບີ 1 ໃນອຸດສາຫະກຳຫຸ່ນຍົນຂອງ ໂລກ?. ດັ່ງທີ່ຮູ້ໃນປັດຈຸບັນ ຄວາມ ກ້າວໜ້າເຫລົ່ານີ້ບໍ່ໄດ້ມາຈາກ ບໍລິສັດດຽວ, ແຕ່ເກີດຈາກການ ຮ່ວມແຮງຂອງບໍລິສັດທຸລະກິດນ້ອງ ໃໝ່ (Startup) ແລະ ບໍລິສັດໃຫຍ່ ຫລາຍຮ້ອຍແຫ່ງຂອງຈີນ ເຊັ່ນ: Unitree, Fourier Intelligence, Magic Lab ແລະ UBTECH ທີ່ ຮ່ວມກັນຊຸກຍູ້ຈົນເຮັດໃຫ້ຈີນກ້າວ ຂຶ້ນເປັນຜູ້ນຳດ້ານຫຸ່ນຍົນຂອງໂລກ ຢ່າງວ່ອງໄວ. ຈີນບໍ່ແມ່ນປະເທດ ທຳອິດທີ່ເລີ່ມອຸດສາຫະກຳຫຸ່ນຍົນ ຖ້າເບິ່ງຕາມປະຫວັດຄວາມເປັນມາ ນັ້ນມີປະເທດທີ່ພັດທະນາກ່ອນໜ້າ ນີ້ແລ້ວຄື: ເຢຍລະມັນ, ຍີ່ປຸ່ນ ແລະ ອາເມລິກາ . ;y mu gIa f/5j o-u ;trk[grnj vxa [x5 'fy o ຂປລ. ປະຊາຊົນລາວບັນດາ ເຜົ່າ ຖືເອົາການຜະລິດ ກະສິກໍາເປັນ ສິນຄ້າໃນການສ້າງລາຍຮັບເຂົ້າ ຄອບຄົວ ຊຶ່ງແຕ່ລະປີການຜະລິດ ກະສິກໍາແມ່ນເຮັດຕິດຕໍ່ກັນເປັນ ເວລາຫລາຍປີຈຶ່ງເຮັດໃຫ້ດິນປູກ ເຊື່ອມຄຸນນະພາບໄດ.້ ສະນັ້ນ, ຄໍ ລໍາ “ສຶກສາຫາຄວາມຮູ້” ຈະ ນໍາເອົາວິທີການເຮັດຝຸ່ນບົ່ມຊີວະ ພາບ ເພື່ອປັບປຸງດິນມາແນະນໍາ ໃຫ້ບັນດາທ່ານຜູ້ອ່ານໄດ້ຮັບຮູ້ອາດ ເປັນປະໂຫຍດແກ່ບັນດາທ່ານໄດ້ ເພາະວ່າ ຝຸ່ນບົ່ມຊີວະພາບ ແມ່ນ ຝຸ່ນອີນຊີ ຫລື ຝຸ່ນທຳມະຊາດຊະນິດ ໜຶ່ງທີ່ມີປະໂຫຍດໃນການປັບປຸງ ດິນ, ເພີ່ມປະລິມານອິນຊີວັດຖຸໃນ ດິນ, ຮັກສາຄວາມອຸດົມສົມບູນ ຂອງດິນ, ສາມາດຜະລິດໄດ້ງ່າຍ ບໍ່ໃຊ້ເວລາຫລາຍ ໂດຍການນໍາເອົາ ຊາກອາຫານທີ່ເສດເຫລືອ, ພືດ, ຜັກ ແລະ ເສດໝາກໄມ້ຕ່າງໆ ເຊັ່ນ: ເສດ ເຟືອງ, ຕົ້ນສາລີ (ຫລັງຈາກການ ເກັບກ່ຽວ), ຕົ້ນຖ່ົວຕ່າງໆ, ຫຍ້າ ແຫ້ງແລ້ວນຳມາປະສົມກັບມູນສັດ (ຂີ້ສັດ) ແກບດຳ, ຮໍາອ່ອນ ປົກ ດ້ວຍເປົາປ່ານໝັກໄວ້ 3 ມື້ ກໍສາ ມາດນໍາໃຊ້ໄດ້ ໂດຍຂັ້ນຕອນການ ເຮັດມີດັ່ງນີ້: ຂັ້ນຕອນເລີ່ມຕົ້ນການເຮັດ ຝຸ່ນ ບົ່ມທຳມະຊາດ ຕ້ອງກຽມວັດຖຸດິບ ເປັນຕົ້ນ: ມູນສັດແຫ້ງ 1 ຄຸ, ຂີ້ແກບ ເຜົ່າ 1 ຄຸ, ຮໍາອ່ອນ 1 ຄຸ ຫລື 1 ກິໂລ ກໍໄດ້, ນໍ້າສະກັດຊີວະພາບ, ກາກ ນໍ້າຕານ ແລະ ວັດຖຸອື່ນໆ ເຊັ່ນ: ຂີ້ ອ່ອຍ, ຂີ້ເລື່ອຍ, ເປືອກຖົ່ວດິນ, ຖົ່ວ ຂຽວ, ໄຍໝາກພ້າວ ຢ່າງລະໜຶ່ງຄຸ. ວິທີເຮັດ: ປະສົມວັດຖຸທັງໝົດ ໃຫ້ເຂົ້າກັນ ຫລັງຈາກນັ້ນ ປະສົມ ນໍ້າຊີວະພາບດ້ວຍອັດຕາສ່ວນ ນໍ້າ 10 ລິດ, ນໍ້າຊີວະພາບ 2 ບ່ວງ ແກງ, ກາກນໍ້າຕານ 2 ບ່ວງແກງ; ຫລັງຈາກນັ້ນຄົນໃຫ້ເຂົ້າກັນດີແລ້ວ ຫົດກອງຝຸ່ນຈົນຊຸ່ມດີ, ກອງຝຸ່ນໃຫ້ ໜາປະມານ 1 ຄືບ ປົກດ້ວຍເປົາ ປ່ານປະໄວ້ 3 ວັນກໍສາມາດນໍາໄປ ໃຊ້ໄດ້. ວິທີໃຊ້: ໃຊ້ຝຸ່ນບົ່ມຊີວະພາບ ປະສົມດິນໃນໜານຜັກທຸກຊະນິດໃນ ອັດຕາສ່ວນຝຸ່ນ 1 ກິໂລຕໍ່ເນື້ອທີ່ 1 ຕາແມັດ, ສໍາລັບຜັກທີ່ມີອາຍຸຫລາຍ ກວ່າ 2 ເດືອນຂຶ້ນໄປແມ່ນໃຊ້ຮອງ ພື້ນຂຸມລະ 1-2 ກອບມື ແລະ ຕົ້ນໄມ້ ໃຫ້ໝາກທີ່ປູກໄດ້ 2 ປີຂຶ້ນໄປໃຊ້ໃນ ອັດຕາສ່ວນ2 ກິໂລຕໍ່ຕົ້ນ. ຄຸນປະໂຫຍດຂອງຝຸ່ນບົ່ມ: ປ່ຽນ ດິນໜຽວ ແລະ ດິນຊາຍໃຫ້ເປັນດິນ ຜຸຜຸ່ຍຂຶ້ນ, ເໝາະສົມໃນການປູກພືດ; ເຮັດໃຫ້ດິນມີໂຄງສ້າງທີ່ດີ, ມີຄວາມ ຊຸ່ມຊື່ນສາມາດເກັບ ຫລື ລະບາຍນ້ໍາ ແລະ ອາກາດໄດ້ດີ, ມີຄວາມອຸດົມ ສົມບູນ, ມີທາດອາຫານທີ່ຈໍາເປັນ ຕໍ່ພືດຄົບຖ້ວນ; ບໍ່ເປັນອັນຕະລາຍຕໍ່ ດິນເຖິງແມ່ນວ່າຈະໃຊ້ເປັນໄລຍະ ເວລາຕິດຕໍ່ກັນດົນ ຫລື ໃຊ້ໃນ ປະລິມານຫລາຍ; ຫລຸດຜ່ອນການ ໃຊ້ປຸ໋ຍເຄມີ; ຊ່ວຍກະຕຸ້ນໃຫ້ທາດ ອາຫານໃນດິນທີ່ລະລາຍນ້ໍາໄດ້ຍາກ ໃຫ້ລະລາຍໄດ້ດີ ; ຊ່ວຍຫລຸດເຊື້ອ ພະຍາດພືດ ແລະ ໄຂ່ແມງຕ່າງໆທີ່ ມີຢູ່ໃນດິນ; ຢູ່ໃນດິນໄດ້ດົນ ແລະ ຈະ ຄ່ອຍໆປ່ອຍທາດອາຫານພືດອອກ ມາຢ່າງຊ້າໆ ແລະ ສາມາດຜະລິດ ໄດ້ເອງ, ເພີ່ມຂີດຄວາມສາມາດໃນ ການເພິ່ງຕົນເອງໄດ້ສູງ.

RkJQdWJsaXNoZXIy MTc3MTYxMQ==