04/03/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ;a omu 8 ,u ok gxa ogsfdko{dkog,n v'muj le7a o gxa o0u f\kpcsj 'w--totrN o4ko0v'0t[;odkoc,j py 'lkdq o (ເນື່ອງໃນໂອກາດວັນແມ່ຍິງສາກົນ ຄົບຮອບ 116 ປີ ວັນທີ 8 ມີນາ 1910 - 8 ມີນາ 2026)ື່ັ່ິົົີັີີີ ບົດສະເໜີົີ ໂດຍ: ຄະນະ ບກ ໂດຍ: ຄະນະ ບກ 7;k,\kple7a o0v'37'dkodkog,n v' ຂປລ. ໂຄງການການເມືອງ ແມ່ນຖະແຫລງການສັງລວມຫຍໍ້, ມີຄວາມຈະແຈ້ງ ແລະ ມີຄວາມຊັດ ເຈນຊີ້ໃຫ້ເຫັນທຸກໆບັນຫາທີ່ພັກ ຢາກບັນລຸໄດ້ ແລະ ເພື່ອຈຸດປະສົງ ທີ່ຕັ້ງໄວ້. ສະຫາຍ ພົອ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງ ພັກ, ຜູ້ປະຈຳການຄະນະເລຂາ ທິການສູນກາງພັກ ໄດ້ຍົກໃຫ້ເຫັນ ຄວາມໝາຍສໍາຄັນຂອງໂຄງການ ການເມືອງ ໃນກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມເອກະສານກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີXII ຂອງພັກ ໃນວັນທີ 25 ກຸມພາ 2026 ວ່າ: ໂຄງການການເມືອງ ແມ່ນທິດສະດີປະຕິວັດຂອງພັກມັນ ປຽບເໝືອນທວນໄຟ ເຍືອງທາງ ໃຫ້ປະຊາຊົນເຮົາເຮັດການປະຕິວັດ ຢ່າງມີໄຊ. ພັກເຮົານັບແຕ່ມື້ສ້າງຕັ້ງ ຂຶ້ນໄດ້ວາງໂຄງການການເມືອງ ອອກ 2 ຄັ້ງ ຄື: ຄັ້ງທີ I ໃນປີ 1955 ເປັນໂຄງການການເມືອງສະບັບ ທຳອິດ ຂອງພັກ ທີ່ໄດ້ກໍານົດທິດ ນໍາ ແລະ ຖືເປັນແນວທາງ ໃຫ້ພັກ ເຮົາດໍາເນີນພາລະກິດຕໍ່ສູ້ຕ້ານການ ຮຸກຮານ ຈາກຈັກກະພັດລ່າເມືອງ ຂຶ້ນ ແລະ ລູກມືຂາຍຊາດ; ຄັ້ງທີ II ໃນປີ 1972 ເປັນໂຄງການການ ເມືອງທີ່ວາງອອກ ເພື່ອເຮັດສໍາເລັດ ການປະຕິວັດຊາດ-ປະຊາທິປະໄຕ, ນຳພາປະເທດຊາດ ກ້າວຂຶ້ນສູ່ສັງ ຄົມນິຍົມ. ການສ້າງໂຄງການການ ເມືອງສະບັບໃໝ່ ຂອງພັກໃນໄລຍະ ໃໝ່ ແມ່ນຕອບສະໜອງສະພາບ ການເລັ່ງທວງໃໝ່, ໜ້າທີ່ໃໝ່ຂອງ ການປະຕິວັດລາວ, ໜ້າທີ່ແຫ່ງການ ຍູ້ແຮງພາລະກິດປ່ຽນແປງໃໝ່ ໃຫ້ເຂົ້າສູ່ລວງເລິກ ດ້ວຍການສ້າງ ການຫັນປ່ຽນຢ່າງແຂງແຮງ ເລິກ ເຊິ່ງ, ຮອບດ້ານ ແລະ ສ້າງເສດຖະ ກິດເອກະລາດ ເປັນເຈົ້າຕົນເອງ ແນໃສ່ນຳພາປະເທດຊາດກ້າວຂຶ້ນ ສູ່ສັງຄົມນິຍົມຢ່າງໜັກແໜ້ນ. ໂຄງ ການການເມືອງ ສະບັບທີ 3 ແມ່ນ ໂຄງການການເມືອງ: “ບູລະນະ ລະບອບປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ” ແມ່ນ ການສືບຕໍ່ປະຕິບັດແນວທາງປ່ຽນ ແປງໃໝ່ ທີ່ປະທານ ໄກສອນ ພົມວິຫານ ເປັນຜູ້ລິເລີ່ມ ແລະ ເປັນ ສະຖາປະນິກຕົ້ນຕໍ ທີ່ປະໄວ້ໃຫ້ ພວກເຮົາສືບທອດຕໍ່ໄປ ຢ່າງບໍລິສຸດ ແລະ ຈົ່ງຮັກພັກດີ. ຕະຫລອດໄລຍະ 70 ປີ ແຫ່ງ ການນໍາພາ ຂອງພັກ ໃນພາລະກິດ ຕໍ່ສູ້ກູ້ຊາດ ກໍຄື ພາລະກິດແຫ່ງການ ປົກປັກຮັກສາ ແລະ ພັດທະນາປະ ເທດຊາດ, ສາມາດສະຫລຸບສັງ ລວມໄດ້ 6 ບົດຮຽນ ທີ່ມີລັກສະນະ ກົດເກນຂອງການປະຕິວັດລາວ ຄື: ການນໍາພາຂອງພັກ ແມ່ນປັດໄຈ ຕັດສິນທຸກໄຊຊະນະ ຂອງການປະຕິ ວັດລາວ; ພັກຕ້ອງຍຶດໝັ້ນອຸດົມ ການສັງຄົມນິຍົມ, ຍຶດຖືເອົາລັດທິ ມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມ ຂອງພັກ ເພື່ອຊີ້ທິດເຍືອງທາງໃຫ້ ແກ່ການເຄື່ອນໄຫວຂອງພັກ ໃນ ແຕ່ລະໄລຍະ; ການສ້າງຄວາມສາ ມັກຄີເປັນເອກະພາບສູງພາຍໃນພັກ ເປັນໃຈກາງແຫ່ງການເຕົ້າໂຮມ ຄວາມສາມັກຄີເປັນປຶກແຜ່ນ ຂອງ ທົ່ວປວງຊົນລາວທັງຊາດ; ຍຶດໝັ້ນ ແນວທາງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ທົ່ວປວງຊົນຮອບ ດ້ານ ຕິດພັນກັບແນວທາງມະຫາ ຊົນຂອງພັກ, ການກໍ່ສ້າງຮາກຖານ ການເມືອງ ໃຫ້ໜັກແໜ້ນ, ເຂັ້ມ ແຂງ; ການພັດທະນາເສດຖະກິດ ຕ້ອງໝູນໃຊ້ບັນດາກົດເກນພາວະ ວິໄສ ຢ່າງຖືກຕ້ອງ ແລະ ນຳໃຊ້ ໝາກຜົນ ຂອງການພັດທະນາ ວິທະຍາສາດ ທີ່ທັນສະໄໝ; ປັບປຸງ ການບໍລິຫານລັດ ທີ່ປົກຄອງດ້ວຍ ກົດໝາຍ ໃຫ້ເຂັ້ມງວດ, ຮັບປະກັນ ໃຫ້ລັດເປັນລັດ ຂອງປະຊາຊົນ ໂດຍ ປະຊາຊົນ ແລະ ເພື່ອປະຊາຊົນ ຢ່າງ ແທ້ຈິງ; ຍົກສູງນໍ້າໃຈຮັກຊາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ ຕິດພັນກັບການ ພົວພັນຮ່ວມມືກັບສາກົນ ຢ່າງ ຖືກຕ້ອງ. ພ້ອມນີ້, ໂຄງການການເມືອງສະ ບັບທີ 3 ໄດ້ກຳນົດຈຸດໝາຍຮອດ ປີ 2055, ເມື່ອວັນສ້າງຕັ້ງພັກເຮົາ ຄົບຮອບ 100 ປີ ສູ້ຊົນສ້າງປະເທດ ເຮົາ ເປັນປະເທດກໍາລັງພັດທະນາ ທີ່ມີລາຍຮັບປານກາງ, ສູງ ຫຍັບ ເຂົ້າໃກ້ປະເທດທີ່ມີລາຍຮັບສູງ, ມີ ລະບົບການເມືອງທີ່ເຂັ້ມແຂງ, ມີ ພື້ນຖານເສດຖະກິດທີ່ທັນສະໄໝ, ກຳລັງການຜະລິດໄດ້ຮັບການພັດ ທະນາຮອບດ້ານໂດຍມີການພົວພັນ ການຜະລິດທີ່ສອດຄ່ອງ ແລະ ກ້າວ ໜ້າ, ຊີວິດການເປັນຢູ່ຂອງປະຊາ ຊົນບັນດາເຜົ່າ ໄດ້ມີພື້ນຖານອັນ ໜັກແໜ້ນກ້າວສູ່ຄວາມອີ່ມໜໍາສຳ ລານ ຊຶ່ງໂຄງການການເມືອງສະ ບັບນີ້ ໄດ້ວາງ 11 ແຜນນະໂຍບາຍ ໃຫຍ່ ໃນການບູລະນະລະບອບ ປະ ຊາທິປະໄຕ ປະຊາຊົນ ກ້າວຂຶ້ນສູ່ ສັງຄົມນິຍົມຄື: 1. ພັດທະນາເສດຖະ ກິດຕະຫລາດ ຕາມທິດສັງຄົມນິຍົມ ໃຫ້ເປັນລະບົບ, ທັນສະໄໝ; 2. ຫັນ ເປັນອຸດສາຫະກໍາ, ຫັນເປັນທັນສະ ໄໝ, ຫັນເປັນດີຈີຕອນ; 3. ການປົກ ປັກຮັກສາແລະຟື້ນຟູສິ່ງແວດລ້ອມ, ຮັບມືກັບການປ່ຽນແປງດິນຟ້າອາ ກາດ; 4. ພັດທະນາວັດທະນະທໍາສັງຄົມ, ປະຕິບັດຢ່າງສະເໝີຕົ້ນ ສະເໝີປາຍ ແນວທາງປົກປັກຮັກ ສາ ແລະ ເສີມຂະຫຍາຍມູນເຊື້ອ ວັດທະນະທຳ ແລະ ຮີດຄອງປະເພ ນີອັນດີງາມຂອງຊາດ; 5. ພັດທະ ນາຄົນລາວຢ່າງຮອບດ້ານ, ຕອບ ສະໜອງໄດ້ຄວາມຮຽກຮ້ອງຕ້ອງ ການຂອງການພັດທະນາປະເທດ ຊາດໃນໄລຍະໃໝ່;6.ສ້າງເຫງົ້າພະ ລັງປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ທົ່ວປວງຊົນຮອບດ້ານ ທີ່ ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ມີແບບແຜນທັນສະໄໝ; 7. ຍຶດໝັ້ນ ແນວທາງການຕ່າງປະເທດ ຂອງ ພັກ, ສ້າງເງື່ອນໄຂອໍານວຍ ໃຫ້ແກ່ ພາລະກິດປົກປັກຮັກສາ ແລະ ສ້າງ ສາປະເທດຊາດ; 8. ສ້າງພັກໃຫ້ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຮັບ ປະກັນການກຳອຳນາດ ຂອງພັກ ໃຫ້ມີຄວາມໝັ້ນຄົງ; 9. ສ້າງລັດປະ ຊາທິປະໄຕ ປະຊາຊົນ ທີ່ປົກຄອງ ດ້ວຍກົດໝາຍ; 10. ເສີມຂະຫຍາຍ ມະຫາສາມັກຄີທົ່ວປວງຊົນ, ປະຕິ ບັດແນວທາງມະຫາສາມັກຄີທົ່ວ ປວງຊົນຢ່າງໜັກແໜ້ນ ແລະ 11. ເສີມຂະຫຍາຍສິດເປັນເຈົ້າ ຂອງ ປະຊາຊົນຢ່າງບໍ່ຢຸດຢັ້ງ. ເພື່ອເຮັດໃຫ້ໂຄງການການ ເມືອງຂອງພັກ ໄດ້ຮັບການຈັດຕັ້ງ ຜັນຂະຫຍາຍສູ່ລວງເລິກພັກເຮົາ ສືບຕໍ່ຍຶດໝັ້ນຢ່າງສະເໝີຕົ້ນສະເໝີ ປາຍ ບັນດາຫລັກການ ແລະ ທັດສະ ນະພື້ນຖານໃນການຍູ້ແຮງ ການຈັດ ຕັ້ງປະຕິບັດແນວທາງປ່ຽນແປງ ໃໝ່ຂອງພັກເຮົາ ດັ່ງນີ້: ໜຶ່ງ: ການປ່ຽນແປງໃໝ່, ການ ສະແຫວງຫາສັດຈະທໍາໃນການນໍາ ພາຂອງພັກແມ່ນພາລະກິດປະຕິວັດ ອັນເລິກເຊິ່ງເຖິງຖອງ ທີ່ຕ້ອງດໍາ ເນີນການຢ່າງຮອບດ້ານ, ຕໍ່ເນື່ອງ ແລະ ຍາວນານ. ສອງ: ເຊີດຊູນໍ້າໃຈຮັກຊາດ ອັນດູດດື່ມ, ສະຕິຊາດເອກະພາບ ອັນສູງສົ່ງ ແລະ ຮັກລະບອບໃໝ່ ຢ່າງສຸດຊຶ້ງ ໄປພ້ອມກັບການເສີມ ຂະຫຍາຍຈິດໃຈເອກະລາດ, ເປັນ ເຈົ້າຕົນເອງ ແລະ ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ ຢ່າງຮອບດ້ານ ຕິດພັນກັບການຍົກສູງຄວາມເປັນ ເຈົ້າ ໃນການເຊື່ອມໂຍງກັບພາກ ພື້ນ ແລະ ສາກົນ, ທັງເພີ່ມທະວີ ຄວາມສາມັກຄີພາຍໃນ, ມີຄວາມ ເປັນເອກະພາບສູງທາງດ້ານການ ເມືອງ, ແນວຄິດ, ການຈັດຕັ້ງ ແລະ ການເຄື່ອນໄຫວ ໃນທົ່ວພັກ ແລະ ໃນສັງຄົມ. ສາມ: ຕ້ອງຖືສໍາຄັນ ພັດທະນາ ຊັບພະຍາກອນມະນຸດ, ພູມປັນຍາ ຂອງຄົນໃນຊາດ, ຮັບປະກັນຄວາມ ສົມສ່ວນ ລະຫວ່າງພັດທະນາເສດ ຖະກິດ ກັບການພັດທະນາວັດທະ ນະທຳ-ສັງຄົມ ແລະ ປົກປັກຮັກສາ ສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ, ລະຫວ່າງ ພັດທະນາ ເສດຖະກິດ ກັບວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ. ສີ່: ຍົກສູງປະສິດທິພາບການ ຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດສັງຄົມ ຕາມທິດສ້າງລັດປະຊາທິ ປະໄຕ ປະຊາຊົນ ທີ່ປົກຄອງດ້ວຍ ກົດໝາຍ ທີ່ສັກສິດ ແລະ ສະເໝີ ພາບພາຍໃຕ້ການນໍາພາ ຂອງພັກ; ເສີມຂະຫຍາຍສິດເປັນເຈົ້າຂອງ ປະຊາຊົນ, ສ້າງເງື່ອນໄຂໃຫ້ປະຊາ ຊົນບັນດາເຜົ່າ ໄດ້ເຂົ້າຮ່ວມການ ຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດສັງຄົມ ດ້ວຍຄວາມຮັບຜິດຊອບສູງ ຕໍ່ພັນທະ, ໜ້າທີ່ ຂອງພົນລະເມືອງ ລາວ ຕາມລັດຖະທໍາມະນູນ ແລະ ກົດໝາຍ. ຫ້າ: ເພີ່ມຄວາມສາມາດນໍາພາ ແລະ ກໍາລັງແຮງສູ້ຮົບ ຂອງຄະນະ ພັກແຕ່ລະຂັ້ນ ໃນທຸກຂົງເຂດວຽກ ງານ, ສືບຕໍ່ສ້າງຮາກຖານພັກ ໃຫ້ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ເປັນ ກໍາລັງແຮງໃຫ້ແກ່ການຂັບເຄື່ອນ ການນຳພາ-ຊີ້ນຳ ຂອງຄະນະພັກ ໃນລະບົບການເມືອງ ຢູ່ແຕ່ລະຂັ້ນ; ປັບປຸງລະບອບແບບແຜນ, ກົນໄກ ການນໍາພາ ຂອງພັກ ແລະ ການ ຄຸ້ມຄອງ-ບໍລິຫານ ຂອງລັດ ໃຫ້ ຖືກຕ້ອງຕາມຫລັກວິທະຍາສາດ ແລະ ສອດຄ່ອງກັບຈຸດພິເສດ ຂອງ ປະເທດເຮົາ. ຫົກ: ເພີ່ມທະວີການນໍາພາເດັດ ຂາດ, ໂດຍກົງ, ຮອບດ້ານຂອງພັກ ຕໍ່ກໍາລັງປະກອບອາວຸດປະຕິວັດ, ການປະຕິບັດແນວທາງ, ນະໂຍບາຍ ການຕ່າງປະເທດທີ່ຄ່ອງແຄ້ວ, ມີ ໄຫວພິກ ເພື່ອຮັບປະກັນຄວາມໝັ້ນ ຄົງຂອງຊາດ, ສ້າງເງື່ອນໄຂສະ ພາບແວດລ້ອມທີ່ສະດວກ ໃຫ້ແກ່ ການປົກປັກຮັກສາ ແລະ ສ້າງສາ ປະເທດຊາດ. * ໃນທ່າມກາງບັນຍາກາດທີ່ທົ່ວ ພັກ, ທົ່ວລັດ, ທົ່ວກອງທັບ, ທົ່ວກໍາ ລັງປະກອບອາວຸດ ແລະ ທົ່ວປວງ ຊົນລາວທັງຊາດ ພວມຕັ້ງໜ້າຜັນ ຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກ ປະຊາຊົນປະຕິວັດລາວ ເຂົ້າສູ່ ທຸກຂົງເຂດວຽກງານ, ຄຽງຄູ່ກັບ ການສ້າງຂະບວນການຂ່ຳນັບຮັບ ຕ້ອນວັນແມ່ຍິງສາກົນ ຄົບຮອບ 116 ປີ (8 ມີນາ 1910 - 08 ມີນາ 2026) ທີ່ໃກ້ຈະມາເຖິງນີ້. ວັນແມ່ຍິງສາກົນ 8 ມີນາ ເປັນ ເຫດການການເມືອງທີ່ສຳຄັນ, ເປັນ ຂີດໝາຍແຫ່ງໄຊຊະນະອັນສໍາຄັນ ໃນທ່າມກາງສະພາບເສດຖະກິດ ພວກສັກດີນາ ແລະ ນາຍທຶນ ຂະ ຫຍາຍຕົວ, ໂຮງຈັກ, ໂຮງງານອຸດ ສາຫະກຳຂອງນາຍທຶນຂະຫຍາຍ ຕົວໄດ້ສ້າງຄວາມຮັ່ງມີໃຫ້ແກ່ພວກ ນາຍທຶນ, ແຕ່ຊໍ້າພັດຍິ່ງເພີ່ມຄວາມ ທຸກຍາກໃຫ້ແກ່ຊາວຜູ້ອອກແຮງ ງານ ໂດຍສະເພາະກຳມະກອນຍິງ ຢູ່ພາຍໃຕ້ລະບອບສັກດີນາ, ນາຍ ທຶນ, ແມ່ຍິງຖືກກົດຂີ່ຂູດຮີດຢ່າງ ໜັກໜ່ວງ, ເຮັດວຽກຫລາຍຊົ່ວ ໂມງແຕ່ໄດ້ຮັບຄ່າຈ້າງແຮງງານ ລາຄາຖືກ, ເຮັດວຽກບໍ່ມີການຮັບ ປະກັນ, ບໍ່ມີລະບົບການປົກປັກຮັກ ສາສຸຂະພາບຂອງແມ່ຍິງ ແລະ ເດັກ ນ້ອຍ. ນອກຈາກນັ້ນ, ແມ່ຍິງຍັງຖືກ ດູໝິ່ນປະໝາດ, ຖືເປັນສິນຄ້າ, ເປັນ ເຄື່ອງຫລິ້ນ, ຖືກທຸບຕີ, ຖືກຂົ່ມຂືນ ທຳຊຳເລົາ ແລະ ຖືກໄລ່ອອກຈາກ ວຽກໃນເວລາຖືພາ, ເວລາເກີດລູກ ຫລື ເວລາເຈັບເປັນບໍ່ໄດ້ຮັບການ ປິ່ນປົວຕໍ່ກັບສະພາບການ ແລະ ຄວາມທຸກທໍລະມານດັ່ງກ່າວ ກຳມະ ກອນແມ່ຍິງຮູ້ສຶກຄຽດແຄ້ນ, ຈຶ່ງໄດ້ ສາມັກຄີກັນລຸກຂຶ້ນຕໍ່ສູ້, ທວງໃຫ້ ພວກນາຍທຶນ, ເຈົ້າຂອງໂຮງຈັກ, ໂຮງງານ ແກ້ໄຂຊີວິດການເປັນຢູ່ ເຂົາເຈົ້າ ເຊິ່ງເປັນພື້ນຖານຂອງຂະ ບວນການແມ່ຍິງສາກົນ, ໃນການຕໍ່ ສູ້ທວງເອົາສິດ ແລະ ຜົນປະໂຫຍດ ອັນຊອບທໍາໃຫ້ແກ່ແມ່ຍິງຊາວຜູ້ ອອກແຮງງານໃນທົ່ວໂລກ ແລະ ແມ່ນບາດລ້ຽວ ທາງດ້ານປະຫວັດ ສາດທີ່ສຳຄັນອັນໃຫຍ່ຫລວງ ກ້າວ ສູ່ການປະຕິບັດສິດສະເໝີພາບຍິງ- ຊາຍ. ໃນວັນທີ 8 ມີນາ 1908, ແມ່ ຍິງໄດ້ເດີນຂະບວນຢູ່ເມືອງນິວຢອກ ເພື່ອທວງໃຫ້ນາຍທຶນຫລຸດຜ່ອນ ຊົ່ວໂມງເຮັດວຽກ, ຢຸດເຊົາການຂູດ ຮີດແຮງງານເດັກ, ທວງໃຫ້ແມ່ຍິງ ມີສິດອອກສຽງເລືອກຕັ້ງ ແລະ ລົງ ຮັບສະໝັກເລືອກຕັ້ງ. ຮອດປີ1910, ກອງປະຊຸມສາກົນກ່ຽວກັບບັນຫາ ແມ່ຍິງ ຄັ້ງທຳອິດ ໄດ້ຈັດຂຶ້ນຢູ່ປະ ເທດເດນມາກ ກອງປະຊຸມໄດ້ຮັບ ຮອງ ເອົາວັນທີ 8 ມີນາ ຂອງທຸກປີ ເປັນວັນແມ່ຍິງສາກົນ. ວັນທີ8ມີນາ ຈຶ່ງເປັນເຫດການ-ການເມືອງທີ່ສຳ ຄັນ, ເປັນຂີດໝາຍແຫ່ງໄຊຊະນະ ພື້ນຖານຂອງຂະບວນການແມ່ຍິງ ສາກົນ ໃນການຕໍ່ສູ້ທວງເອົາສິດຜົນ ປະໂຫຍດອັນເປັນທໍາ ແກ່ແມ່ຍິງ ຊາວຜູ້ອອກແຮງງານໃນທົ່ວໂລກ ພາຍໃຕ້ຄຳຂວັນ: ຜູ້ໜຶ່ງເຮັດວຽກມື້ ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍ ເຮັດວຽກຄືກັນ ຕ້ອງໄດ້ຮັບເງິນ ເດືອນເທົ່າກັນ, ຕ້ອງມີລະບອບປ້ອງ ກັນສຸຂະພາບຂອງແມ່ຍິງ ແລະ ເດັກ ນ້ອຍ, ຕ້ານສົງຄາມຮຸກຮານ, ປົກ ປັກຮັກສາສັນຕິພາບຂອງໂລກ. ນັບ ແຕ່ນັ້ນມາຮອດປັດຈຸບັນ ວັນທີ 8 ມີນາຂອງທຸກໆປີ ຈຶ່ງໄດ້ຮັບການ ສະເຫລີມສະຫລອງ ຢູ່ໃນຫລາຍປະ ເທດທົ່ວໂລກ. ພ້ອມດຽວກັນນັ້ນ, ກໍເພື່ອເປັນ ການປຸກລະດົມຄະນະນຳສະຫະພັນ ແມ່ຍິງແຕ່ລະຂັ້ນ, ສະມາຊິກສະ ຫະພັນແມ່ຍິງ ແລະ ແມ່ຍິງລາວ ບັນດາເຜົ່າ ຕັ້ງໜ້າເຂົ້າຮ່ວມຈັດ ຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ, ແຜນພັດທະ ນາແມ່ຍິງລາວຕິດພັນກັບຂະບວນ ການເຄື່ອນໄຫວສົ່ງເສີມຄວາມ ກ້າວໜ້າຂອງເອື້ອຍນ້ອງແມ່ຍິງ ໃນການເຂົ້າຮ່ວມປະກອບສ່ວນ ແກ້ໄຂຄວາມທຸກຍາກ ເວົ້າລວມ ແມ່ຍິງລາວບັນດາເຜົ່າ, ເວົ້າສະ ເພາະມີຄວາມຮັບຮູ້ເຂົ້າໃຈພ້ອມ ທັງເປັນເຈົ້າການຍາດແຍ່ງເອົາ ທິດຊີ້ນໍາຈາກຄະນະພັກ, ການສ້າງ ເງື່ອນໄຂ, ກາລະໂອກາດຈາກອົງ ການປົກຄອງແຕ່ລະຂັ້ນ, ການຮ່ວມ ໄມ້ຮ່ວມມືຈາກເພດຊາຍໃນຄອບ ຄົວ ແລະ ການຈັດຕັ້ງ, ການສະ ໜັບສະໜູນຊ່ວຍເຫລືອຈາກທຸກໆ ພາກສ່ວນ ໃນສັງຄົມທັງພາຍໃນ ແລະ ສາກົນ; ເຂົ້າຮ່ວມຂະບວນ ການພັດທະນາຕົນເອງ, ພັດທະນາ ຄອບຄົວ, ພັດທະນາການຈັດຕັ້ງ, ພັດທະນາປະເທດຊາດ ແລະ ເສີມ ຂະຫຍາຍໄດ້ຄຸນລັກສະນະທີ່ເປັນ ມູນເຊື້ອອັນດີງາມຂອງແມ່ຍິງລາວ ເຂົ້າໃນການດຳລົງຊີວິດໃນເງື່ອນ ໄຂໃໝ່, ປະກອບສ່ວນຊຸກຍູ້ສົ່ງ ເສີມໃຫ້ແມ່ຍິງໄດ້ສ້າງຄວາມເຊື່ອ ໝັ້ນ ແລະ ຖືສຳຄັນຕໍ່ບົດບາດຂອງ ແມ່ຍິງ ໃນການເຂົ້າຮ່ວມປະຕິບັດ ໜ້າທີ່ປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ກໍຄືການປະ ຕິບັດນະໂຍບາຍຂອງພັກ-ລັດ ແລະ ແຜນພັດທະນາແມ່ຍິງລາວໂດຍ ສະເພາະພ້ອມກັນຈັດຕັ້ງປະຕິບັດຂໍ້ ແຂ່ງຂັນ 3 ດີຄື: ພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີ ຊຶ່ງເປັນການປະກອບສ່ວນສຳຄັນ ໃນການພັດທະນາຕົນເອງ, ຄອບ ຄົວ ແລະ ປະເທດຊາດ, ການສ້າງ ຄອບຄົວ ແລະ ບ້ານແມ່ຍິງ 3 ດີ ຕິດພັນກັບການສ້າງບ້ານພັດທະນາ ຕາມທິດສາມສ້າງ ເຮັດໃຫ້ການ ແກ້ໄຂຄວາມທຸກຍາກບັນລຸຜົນ ສຳເລັດ ແລະ ບົດບາດຂອງແມ່ຍິງ ເຮົາສູງເດັ່ນຂຶ້ນຕື່ມອີກທັງພາຍໃນ ແລະ ເວທີສາກົນ.
RkJQdWJsaXNoZXIy MTc3MTYxMQ==