7228.1

04/03/2026 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ປະເມີນສະຖານະການ...ີ ກະຊວງ ອຄ... ມະຫະກຳໜັງສື...ັື ສະຫລຸບວຽກງານສັນຕິບານ...ຸັິ ຂປລ. ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການ ເຖິງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ/ນະຄອນ ຫລວງ, ປະທານສະມາຄົມນໍ້າມັນ ທ່ານ ນາງ ບຸນຊ່ອນ ໄຊວຸດທິ ຮອງປະທານຄະນະຈັດງານໃຫ້ ຮູ້ວ່າ: ງານມະຫະກຳໜັງສື ແລະ ວັດທະນະທຳນານາຊາດ ຄັ້ງທີ VI ປະຈຳປີ 2026 ມີຮ້ານວາງສະ ແດງທັງໝົດ 75 ຮ້ານ. ໃນນັ້ນ, ມີີ ຮ້ານວາງສະແດງຂອງບັນດາສຳ ນັກພິມທີ່ມີຊື່ສຽງທັງພາຍໃນ ແລະ ຕ່າງປະເທດ ລວມທັງຮ້ານອາຫານ ແລະ ເຄື່ອງດື່ມຕ່າງໆ. ນອກນັ້ນ, ປຶກສາຫາລື ແລະ ກຳນົດມາດ ຕະການ, ວິທີການກ່ຽວກັບທາງ ເລືອກ ຫລື ແຫລ່ງນໍາເຂົ້າອື່ນ ເພື່ອ ຮັບປະກັນການສະໜອງຄວາມໝັ້ນ ຄົງນໍ້າມັນເຊື້ອໄຟໃຫ້ແກ່ ສປປ ລາວ ທັງໃນໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ. ຈາກຂໍ້ມູນການນໍາເຂົ້ານໍ້າມັນ ເຊື້ອໄຟໃນວັນທີ 2 ມີນາ 2026 ເຫັນວ່າຍັງມີຈຳນວນປົກກະຕິທັງ ດ້ານປະລິມານ ແລະ ລາຄາຫລາຍ ກວ່າ 10 ລ້ານລິດ ຊຶ່ງຈາກການ ປະສານງານກັບຝ່າຍໄທ ປະກົດວ່າ ບໍ່ມີການຫ້າມສົ່ງອອກນໍ້າມັນເຊື້ອ ໄຟມາຍັງ ສປປ ລາວ ເນື່ອງຈາກ ການຮ່ວມມື ແລະ ຊ່ວຍເຫລືອເຊິ່ງ ກັນ ແລະ ກັນທີ່ເລິກເຊິ່ງ, ໜັກແໜ້ນ ຂອງທັງສອງປະເທດ ລາວ-ໄທ ທັງ ດ້ານພະລັງງານບໍ່ພຽງແຕ່ນໍ້າມັນ ເຊື້ອໄຟ, ໄຟຟ້າ ແລະ ບໍ່ແຮ່ເທົ່ານັ້ນ, ລາວ-ໄທ ຍັງມີການຮ່ວມມື ແລະ ຊ່ວຍເຫລືອກັນທາງດ້ານການຄ້າ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ ຮັບຟັງຮ່າງບົດສະຫລຸບວຽກງານ ສັນຕິບານ ປະຈຳປີ 2025 ແລະ ທິດທາງແຜນການປີ 2026. ຈາກ ນັ້ນ, ຍັງໄດ້ຮັບຟັງການປະກອບ ຄຳຄິດເຫັນ ແລະ ການລາຍງານ ສະພາບການຕ່າງໆທີ່ພົ້ນເດັ່ນໃນ ສັງຄົມ ກໍຄື ຜົນການຈັດຕັ້ງປະຕິບັດ ວຽກງານວິຊາສະເພາະສັນຕິບານ ຈາກບັນດາກົມ-ຫ້ອງວິຊາສະເພາະ ໃນໄລຍະຜ່ານມາ ເພື່ອພ້ອມກັນຄົ້ນ ຄວ້າ, ແລກປ່ຽນຄຳຄິດເຫັນ, ຊອກ ຫາວິທີການສະກັດກັ້ນ-ແກ້ໄຂຢ່າງ ຖືກຕ້ອງຕາມແນວທາງນະໂຍບາຍ ຂອງພັກ ແລະ ລັດ ແນໃສ່ຮັບປະກັນ ຫລັກການວິຊາສະເພາະປ້ອງກັນ ຄວາມສະຫງົບ ຢ່າງມີປະສິດທິຜົນ. ທ່ານ ພົຈວ ແອນ ອຸ່ນອານົງນຸດ ແລະ ການລົງທຶນ ຊຶ່ງຕິດພັນກັບ ຄວາມຕ້ອງການພະລັງງານ ໂດຍ ສະເພາະນໍ້າມັນເຊື້ອໄຟອີກດ້ວຍ. ພ້ອມນັ້ນ, ຈຳນວນນໍ້າມັນເຊື້ອໄຟທີ່ ສໍາຮອງໄວ້ຂອງແຕ່ລະບໍລິສັດແມ່ນ ສາມາດຕອບສະໜອງກັບຄວາມ ຕ້ອງການຂອງສັງຄົມໃນໄລຍະ ໜຶ່ງ ຊຶ່ງບໍ່ກໍ່ໃຫ້ເກີດການຂາດແຄນ ກະທັນຫັນ. ກອງປະຊຸມຍັງໄດ້ເນັ້ນໃຫ້ບໍລິ ສັດນໍາເຂົ້າ ແລະ ບໍລິສັດຈຳໜ່າຍ ທີ່ມີປໍ້າຕົວແບບ ແລະ ປໍ້າຕົວແທນ ທີ່ໃຊ້ໂລໂກ້ ຫລື ກາໝາຍຂອງຕົນ ຕ້ອງໄດ້ໃຫ້ບຸລິມະສິດໃນການສະ ໜອງນໍ້າມັນໃຫ້ປໍ້າຢ່າງພຽງພໍ ແລະ ທົ່ວເຖິງກ່ອນການສະໜອງໃຫ້ແກ່ ໂຄງການ ແລະ ແຈ້ງໃຫ້ເຈົ້າໜ້າທີ່ ກວດກາການຄ້າໃນແຕ່ລະເມືອງ ໃຫ້ລົງຕິດຕາມກວດກາປໍ້າທີ່ປິດ ຫລື ແຈ້ງວ່າໝົດນໍ້າມັນ ເພື່ອກວດກາ ຕົວຈິງຫລີກເວັ້ນການກັກຕຸນນໍ້າມັນ ເຊື້ອໄຟເພື່ອເກັງກຳໄລ-ລາຄາ. ຖ້າ ຫາກປໍ້າໃດປະຕິບັດບໍ່ຖືກຕ້ອງໃຫ້ ດຳເນີນການປັບໃໝຕາມລະບຽບ ກົດໝາຍ ໂດຍສະເພາະແມ່ນດຳ ລັດວ່າດ້ວຍທຸລະກິດນໍ້າມັນເຊື້ອ ໄຟ ເລກທີ 559/ລບ, ລົງວັນທີ 9/9/2025 ແລະ ເປັນເຫດຜົນໃຫ້ ເກີດການໂຈະ ຫລື ຢຸດຕິການດຳ ເນີນທຸລະກິດໄດ້. ຢ່າງໃດກໍຕາມ, ການເກີດເຫດ ການຄວາມບໍ່ສະຫງົບດັ່ງກ່າວ ເປັນພຽງເຫດການຊົ່ວຄາວ, ການ ແຕກຕື່ນຊື້ກັກຕຸນນໍ້າມັນເຊື້ອໄຟ ໄວ້ແມ່ນວິທີການແກ້ໄຂບັນຫາ ສະເພາະໜ້າບໍ່ແມ່ນວິທີແກ້ໄຂຍາວ ນານ ແລະ ຍັງສ້າງຄວາມແຕກຕື່ນ ໃຫ້ກັບສັງຄົມ. ວິທີການແກ້ໄຂທີ່ດີ ສຸດຕ້ອງເຂົ້າໃຈວ່າ ສປປ ລາວ ບໍ່ ແມ່ນປະເທດຜະລິດນໍ້າມັນ, ການ ປະຢັດ ແລະ ນໍາໃຊ້ພາຫະນະເທົ່າ ທີ່ຈຳເປັນແມ່ນສິ່ງທີ່ຕ້ອງໄດ້ປະຕິ ບັດເປັນນິໄສຕະຫລອດໄປ ຊຶ່ງບໍ່ ພຽງແຕ່ເປັນການປະຢັດໃຫ້ແກ່ ຕົນເອງ ແລະ ຄອບຄົວ, ຍັງເປັນ ການປະຢັດເງິນຕາຕ່າງປະເທດໃຫ້ ແກ່ປະເທດຊາດ. ຂໍ້ມູນ-ພາບ: ຂ່າວສານອຸດສາຫະກໍາ ແລະ ການຄ້າ ເຊື້ອໄຟ ແລະ ອາຍແກັດລາວ, ຜູ້ ອຳນວຍການບໍລິສັດນຳເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ, ຜູ້ອຳນວຍ ການບໍລິສັດຈໍາໜ່າຍນໍ້າມັນເຊື້ອໄຟ ພາຍໃນ, ປໍ້ານໍ້າມັນເຊື້ອໄຟກ່ຽວກັບ ການສະໜອງນໍ້າມັນເຊື້ອໄຟໃນ ໄລຍະທີ່ເກີດຄວາມບໍ່ສະຫງົບ ໃນ ພາກພື້ນຕາເວັນອອກກາງ. ແຈ້ງການດັ່ງກ່າວໄດ້ລະບຸວ່າ: ບໍລິສັດນຳເຂົ້າ-ສົ່ງອອກນໍ້າມັນເຊື້ອ ໄຟ ແລະ ບໍລິສັດຈໍາໜ່າຍພາຍໃນ ຕ້ອງລາຍງານແຜນການນຳເຂົ້າການສະໜອງນໍ້າມັນເຊື້ອໄຟປະ ຈໍາວັນສົ່ງໃຫ້ກົມການຄ້າພາຍໃນ ກ່ອນເວລາ 16:00 ໂມງຂອງທຸກໆ ວັນ; ບໍລິສັດນຳເຂົ້າ-ສົ່ງອອກ ແລະ ບໍລິສັດຈໍາໜ່າຍນໍ້າມັນເຊື້ອໄຟພາຍ ໃນປະເທດ ຕ້ອງຮັບປະກັນການ ສະໜອງນໍ້າມັນເຊື້ອໄຟ ໂດຍຕ້ອງ ໃຫ້ບຸລິມະສິດການສະໜອງໃຫ້ປ້ຳ ບໍລິສັດລົງທຶນ ແລະ ປໍ້າຕົວແທນ ກ່ອນ ເພື່ອຮັບໃຊ້ສັງຄົມຢ່າງປົກ ກະຕິ; ບໍລິສັດຕ້ອງເປັນເຈົ້າການ ຄຸ້ມຄອງປໍ້າບໍລິສັດລົງທຶນ ແລະ ປໍ້າ ຕົວແທນບໍ່ໃຫ້ຂາຍນໍ້າມັນເຊື້ອໄຟ ໃສ່ກະຕຸກ ຫລື ຖັງບັນຈຸທຸກປະເພດ ໃນຂະໜາດບໍລິມາດ 5 ລິດຂຶ້ນໄປ ເດັດຂາດ ແລະ ເປີດບໍລິການເປັນ ປົກກະຕິ ກໍລະນີປິດ ຫລື ຢຸດໃຫ້ ບໍລິການຊົ່ວຄາວ ຕ້ອງແຈ້ງເຫດຜົນ ໃຫ້ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ນະຄອນບ່ອນທີ່ປໍ້າ ຕັ້ງຢູ່ຕ້ອງຕິດປ້າຍໃຫ້ຜູ້ຊົມໃຊ້ຊາບ ກ່ອນ 3 ວັນ; ການສະໜອງນໍ້າມັນ ເຊື້ອໄຟໃຫ້ບັນດາໂຄງການ, ບໍລິສັດ ຕ້ອງສະໜອງຂໍ້ມູນສັນຍາຊື້-ຂາຍ ໃຫ້ກົມການຄ້າພາຍໃນ, ກະຊວງ ອຸດສາຫະກຳ ແລະ ການຄ້າ ຊາບ ກ່ອນເພື່ອຕິດຕາມກວດກາ. ຫ້າມກັກຕຸນນໍ້າມັນເຊື້ອໄຟ ເພື່ອ ເກັງກຳໄລ ຫລື ປັ່ນປ່ວນຕະຫລາດ ຫລື ປະຕິເສດການສະໜອງນໍ້າມັນ ເຊື້ອໄຟ ໂດຍບໍ່ມີເຫດຜົນ, ຫາກ ກວດພົບຈະຖືກປັບໃໝມາດຕະ ການຢ່າງເຂັ້ມງວດກໍລະນີປະຕິເສດ ການສະໜອງ; ຫາກພົບເຫັນການ ສະໜອງນໍ້າມັນເຊື້ອໄຟໃຫ້ແກ່ປໍ້າ ນໍ້າມັນເຊື້ອໄຟທີ່ບໍ່ແມ່ນປໍ້າຕົວແທນ ແລະ ບໍລິສັດ/ໂຄງການໂດຍບໍ່ໄດ້ຮັບ ອະນຸຍາດ, ການກັກຕຸນນໍ້າມັນເຊື້ອ ໄຟ ເພື່ອເກັງກຳໄລ ຫລື ປັ່ນປ່ວນ ຕະຫລາດ, ປິດປໍ້າຊົ່ວຄາວ ຫລື ປິດ ຖາວອນ ໂດຍບໍ່ມີເຫດຜົນ ແລະ ພຶດ ຕິກໍາອື່ນໆທີ່ລະເມີດຂໍ້ຫ້າມຕາມ ດຳລັດ 559/ລບ ແມ່ນໃຫ້ປະຕິບັດ ຕາມລະບຽບການຢ່າງເຂັ້ມງວດ; ມອບໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫລວງ, ຫ້ອງການອຸດສາຫະກຳ ແລະ ການ ຄ້າເມືອງ/ນະຄອນ ເປັນເຈົ້າການໃນ ການຕິດຕາມ ແລະ ກວດກາການ ຈັດຕັ້ງປະຕິບັດແຈ້ງການສະບັບນີ້ ຢ່າງເຂັ້ມງວດ. ຍັງມີຮ້ານວາງສະແດງຈາກສະ ຖານທູດການາດາ, ສະຖານທູດ ຫວຽດນາມ ແລະ ສະຖາບັນພາສາ ຝຣັ່ງ ຕື່ມອີກ, ຄາດວ່າຈະມີຜູ້ເຂົ້າ ຊົມ 15.000-20.000 ຄົນ. ພາຍໃນງານຄັ້ງນີ້, ຜູ້ເຂົ້າຮ່ວມ ຈະໄດ້ພົບກັບປະສົບການທາງປັນ ຍາ ແລະ ວັດທະນະທຳແບບຄົບ ວົງຈອນເຊັ່ນ: ຄັງປັນຍາມະຫາ ສານ, ເລືອກຊື້ປຶ້ມນັບແສນໆເຫລັ້ມ ໃນລາຄາພິເສດຈາກສຳນັກພິມ ແລະ ຮ້ານປຶ້ມທີ່ມີຊື່ສຽງ, ການ ແນະນຳປຶ້ມໃໝ່ 18 ເຫລັ້ມ, ເວທີ ປຸກໄຟຝັນ ແລະ ເສວະນາ, ພົບປະ ແລກປ່ຽນປະສົບການກັບວິທະຍາ ກອນຊື່ດັງ, ນັກທຸລະກິດ, ຜູ້ບໍລິຫານ ລະດັບປະເທດ ແລະ ພົບປະນັກ ຂຽນ, ນັກປະພັນລາງວັນຊີໄຣ, ເທສະການສິລະປະ-ວັດທະນະທຳ, ຮັບຊົມການສະແດງວັດທະນະທຳ ນານາຊາດ, ການເດີນແບບປຶ້ມ (Book Fashion Show), ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ບໍ່ພຽງແຕ່ເປັນການຕີລາຄາຄືນ ຢ່າງຮອບດ້ານ, ພາວະວິໄສໝາກ ຜົນຂອງວຽກງານສັນຕິບານປີ 2025, ແຕ່ຍັງເປັນເວທີເພື່ອໃຫ້ບັນ ດາການນໍາຂັ້ນກົມໃຫຍ່ສັນຕິບານ ແລກປ່ຽນປະສົບການຕົວຈິງ, ຊີ້ ໃຫ້ເຫັນບັນດາເລ່ລ່ຽມກົນອຸບາຍ, ຮູບການເຄື່ອນໄຫວໃໝ່ຂອງບັນ ດາອິດທິກຳລັງປໍລະປັກໃນສະພາບ ການໃໝ່, ຍົກໃຫ້ເຫັນຈຸດດີຜົນ ງານ ໄຊຊະນະທີ່ຍາດມາໄດ້ເພື່ອຮັກສາ ແລະ ສິ່ງເສີມໃຫ້ດີຂຶ້ນ. ພ້ອມນັ້ນ, ກໍໄດ້ກຳນົດທິດທາງວຽກງານໃນ ຕໍ່ໜ້າໃຫ້ຖືກຕ້ອງສອດຄ່ອງທັນກັບ ສະພາບການໃນໄລຍະໃໝ່ ແນໃສ່ ຍາດໄຊຊະນະໃໝ່ທີ່ຍິ່ງໃຫຍ່ກວ່າ ເກົ່າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ຂ່າວ: ບຸນພະຈັນ ການອ່ານກະວີ, ການແຂ່ງຂັນໂຕ້ ວາທີ ແລະ ການເຕັ້ນ Cover Dance, ພ້ອມທັງຈະໄດ້ຮັບຟັງ ການແນະນຳທຶນການສຶກສາ ແລະ ຫລັກສູດພາສາຕ່າງປະເທດ ຈາກ ສະຖານທູດ ແລະ ສູນພາສາຕ່າງໆ ໂດຍກົງ, ລວມກິດຈະກຳທັງໝົດ ຫລາຍກວ່າ 130 ລາຍການ. ງານດັ່ງກ່າວ, ແມ່ນເປີດໃຫ້ ເຂົ້າຮ່ວມງານ ໂດຍບໍ່ເສຍຄ່າເລີ່ມ ເປີດງານເວລາ 9:00-17:00 ໂມງ. ສຳລັບ ຂໍ້ມູນເພີ່ມຕື່ມ ສາມາດ ຕິດຕາມໄດ້ທີ່: Facebook Page: ສຳນັກພິມດີບຸກ D-Book Publishing. ຂ່າວ: ທະນູທອງ; ພາບ: ສຳນັກພິມດີບຸກ

RkJQdWJsaXNoZXIy MTc3MTYxMQ==