7228.1

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 04/03/2026 xtgmf]k; ]a f4t,q o8u dt-;'xh v'da oxtgmf 8h voIa [ z6h [a o-kdkomtsko[q d csj ' ]k-tvkok9a dwm ເປີດຂະບວນການໃຫ້ວັກຊິນ...ີ້ັິ ສະເໜີແຜນປະຕິບັດງານ...ີິັ ປຶກສາຫາລືປະເມີນຜົນກະທົບ...ຶືີົົ ຄະນະບໍລິຫານງານສູນກາງພັກ...ໍິູັ ຂປລ. ເມື່ອບໍ່ດົນມານີ້, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະ ເທດ ແຫ່ງ ສປປ ລາວ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ພົນເອກ ພະນາ ແຄລ້ວປລອດທຸກ ຜູ້ບັນຊາການທະຫານບົກ ແຫ່ງ ລາຊະອານາຈັກໄທ ພ້ອມດ້ວຍຄະ ນະໃນໂອກາດທີ່ເດີນທາງມາຢ້ຽມ ຢາມ ແລະ ເຮັດວຽກຢູ່ ສປປ ລາວ. ທ່າ ນ ພົນ ເ ອກ ຄຳລຽ ງ ອຸທະໄກສອນ ໄດ້ສະແດງຄວາມ ຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາ ຄາສູງ ຕໍ່ການເດີນທາງມາຢ້ຽມ ຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງຜູ້ບັນຊາການທະຫານບົກ ແຫ່ງ ລາຊະອານາຈັກໄທ ພ້ອມ ດ້ວຍຄະນະໃນຄັ້ງນີ້ ຊຶ່ງເປັນການ ເພີ່ມພູນຄູນສ້າງການພົວພັນຮ່ວມມື ລະຫວ່າງສອງກອງທັບ ລາວ-ໄທ, ໄທ-ລາວ ໂດຍສະເພາະເພື່ອສືບ ຕໍ່ເພີ່ມທະວີໃນຂົງເຂດວຽກງານ ຮັກສາຄວາມສະຫງົບຮຽບຮ້ອຍ ຕາມຊາຍແດນ ລາວ-ໄທ, ໄທລາວ ເປັນຕົ້ນການແກ້ໄຂບັນຫາ ຢາເສບຕິດ, ບັນຫາການລັກລອບ ເຂົ້າເມືອງຜິດກົດໝາຍ ແລະ ບັນຫາ ອື່ນໆ. ພ້ອມນີ້, ກໍຕ້ອງຮັກສາມູນ ເຊື້ອການໄປ-ມາຫາສູ່ກັນຢ່າງເປັນ ປົກກະຕິບົນພື້ນຖານຄວາມໄວ້ເນື້ອ ເຊື່ອໃຈເຊິ່ງກັນ ແລະ ກັນ. ໂອກາດນີ້, ທ່ານ ພົນເອກ ພະນາ ແຄລ້ວປລອດທຸກ ໄດ້ສະແດງຄວາມ ຂອບໃຈຕໍ່ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ທີ່ໄດ້ໃຫ້ການຕ້ອນ ຮັບຢ່າງອົບອຸ່ນດ້ວຍໄມຕີຈິດມິດຕະ ພາບທີ່ດີຕໍ່ກັນ, ເປັນການປະກອບ ສ່ວນເສີມຂະຫຍາຍສາຍພົວພັນ ຮ່ວມມືລະຫວ່າງສອງກອງທັບໃຫ້ ມີຄວາມແໜ້ນແຟ້ນຍິ່ງຂຶ້ນ. ພ້ອມນີ້, ຍັງໄດ້ລາຍງານໃຫ້ຮັບຊາບຜົນການ ພົບປະກັບທ່ານ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ ເສນາທິການກອງທັບປະຊາຊົນລາວ ໂດຍໄດ້ປຶກສາຫາລືຫລາຍວຽກງານ ສຳຄັນທີ່ສອງຝ່າຍມີຄວາມສົນໃຈ ແລະ ມີຜົນສຳເລັດຢ່າງຈົບງາມ. ໃນໂອກາດດຽວກັນນີ້, ທ່ານ ພົນເອກ ພະນາ ແຄລ້ວປລອດທຸກ ຜູ້ບັນຊາການທະຫານບົກ ພ້ອມ ດ້ວຍຄະນະຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນ ປະເທດ, ຫົວໜ້າກົມໃຫຍ່ເສນາທິ ການກອງທັບ ຕື່ມອີກ. ຂ່າວ: ວາລະສານປ້ອງກັນຄວາມສະຫງົບ ຂປລ. ກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະບໍລິຫານງານ ສູນກາງພັກ ສະໄໝທີ XII ຈັດຂຶ້ນ ໃນຫວ່າງວັນທີ 3-5 ມີນາ 2026 ໂດຍການເປັນປະທານຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານ ປະເທດ, ມີບັນດາສະຫາຍກົມການ ເມືອງສູນກາງພັກ, ຄະນະເລຂາ ທິການສູນກາງພັກ, ກໍາມະການ ສູນກາງພັກສົມບູນ ແລະ ສໍາຮອງ ເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້, ຈະໄດ້ຄົ້ນ ຄວ້າ, ປຶກສາຫາລື, ໃຫ້ທິດຊີ້ນຳ ແລະ ຮັບຮອງເອົາ 7 ວຽກສໍາຄັນ ຄື: ແຜນດໍາເນີນງານຂອງຄະນະ ບໍລິຫານງານສູນກາງພັກ ສະໄໝ XII; ລະບອບແບບແຜນວິທີເຮັດ ວຽກຂອງຄະນະບໍລິຫານງານ ສູນກາງພັກ ສະໄໝທີ XII; ການ ແບ່ງວຽກ, ແບ່ງຄວາມຮັບຜິດຊອບ ພາຍໃນຄະນະບໍລິຫານງານສູນ ກາງພັກ, ສະໄໝທີ XII; ພາລະບົດ ບາດ, ສິດໜ້າທີ່ ຂອງເລຂາຄະນະ ພັກແຂວງ ແລະ ປະທານຄະນະ ກໍາມະການປົກຄອງແຂວງ; ການ ສ້າງຕັ້ງຕາແສງ, ການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງຄະນະພັກ ຮາກຖານຕາແສງ; ຄຳແນະນຳ ກ່ຽວກັບບ້ານ ແລະ ການຈັດຕັ້ງ ບ້ານ ແລະ ແຜນຜັນຂະຫຍາຍແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີ ຄັ້ງທີ X (20262030) ໂດຍລົງເລິກບັນດາໂຄງ ການແຕ່ລະປີ ຊຶ່ງເປັນບັນຫາສໍາ ຄັນຍຸດທະສາດຂອງພັກເຮົາ, ຈະ ເປັນບ່ອນອີງໃຫ້ແກ່ການນຳພາຊີ້ນຳຂອງສູນກາງພັກ ໃນການຍູ້ ແຮງການສ້າງການຫັນປ່ຽນໃໝ່ ທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບ ດ້ານໃນ 5 ປີຕໍ່ໜ້າ. ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ກ່າວວ່າ: ກອງ ປະຊຸມຄັ້ງນີ້, ດໍາເນີນໃນທ່າມກາງ ບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວ ກໍາລັງປະກອບອາວຸດ ແລະ ທົ່ວ ປວງຊົນພວມເບີກບານມ່ວນຊື່ນສະ ເຫລີມສະຫລອງຜົນສຳເລັດການ ເລືອກຕັ້ງຜູ້ແທນສະມາຊິກສະພາ ແຫ່ງຊາດ ຊຸດທີ X ແລະ ຜູ້ແທນ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ຢ່າງເປັນຂະບວນຟົດຟື້ນ ແລະ ພວກເຮົາຫາກໍສຳເລັດການ ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມ ເອກະສານກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຊຶ່ງຜົນສຳເລັດດັ່ງ ກ່າວ, ເຕັມໄປດ້ວຍເນື້ອໃນອັນສຳ ຄັນທີ່ເປັນການສືບຕໍ່ບູລະນະລະ ບອບປະຊາທິປະໄຕປະຊາຊົນເຂົ້າ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ນາງ ພັກກາວັນ ພິດສະໄໝ ໄດ້ໃຫ້ຮູ້ວ່າ: ໂຄງການພະລັງງານ ໄຟຟ້າແສງຕາເວັນ 1.000 ເມກາ ວັດ ຢູ່ເມືອງນາໝໍ້ ແຂວງອຸດົມໄຊ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ໃນຕົ້ນເດືອນເມສາ 2024 ຜ່ານມາ ໃນເນື້ອທີ່ດິນທັງໝົດ 4.370,16 ເຮັກຕາ, ແບ່ງເປັນ 2 ເຂດ ຄື: ເຂດທີ 1 ມີເນື້ອທີ່ດິນ 2.037,77 ເຮັກຕາ ແລະ ເຂດທີ 2 ມີເນື້ອ ທີ່ດິນ 2.332,40 ເຮັກຕາ. ສໍາລັບ ການອອກແບບໃນການພັດທະນາ ໂຄງການເຈົ້າຂອງໂຄງການໄດ້ ແບ່ງອອກເປັນ 2 ໄລຍະ ແລະ ໄດ້ ດໍາເນີນການສຶກສາ-ພັດທະນາ ໃນໄລຍະທີ 1 ກ່ອນ ຊຶ່ງມີເນື້ອທີ່ 1.168,29 ເຮັກຕາ. ໃນນັ້ນ, ປະ ກອບມີ ສະຖານີ, ເສັ້ນທາງເຂົ້າຫາ ໂຄງການ, ພື້ນທີ່ວາງແຜງໂຊລາ ເຊວ, ຫໍພັກພະນັກງານ, ລານເກັບ ວັດສະດຸ, ສາງ ແລະ ອື່ນໆ ຄາດວ່າ ຈະໃຊ້ເວລາກໍ່ສ້າງ 2 ປີ ແລະ ໄລ ຍະດໍາເນີນງານ 25 ປີ ໂດຍແມ່ນ ບໍລິສັດອິນເຕີເນເຊີນນໍ ເອັນເນີຈີ ເທັກໂນໂລຢີ (ລາວ) ກຣຸບ ຈໍາກັດ ເປັນເຈົ້າຂອງໂຄງການ ແລະ ໄດ້ ວ່າຈ້າງບໍລິສັດ ອິນໂນກຣິນ ເອັນຈີ ເນຍລິງ ຈຳກັດ ເປັນຜູ້ດຳເນີນການ ສຶກສາ ແລະ ສ້າງບົດລາຍງານການ ປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ລວມທັງແຜນຄຸ້ມຄອງ ແລະ ຕິດ ຕາມກວດກາສິ່ງແວດຂອງໂຄງການ. ໃນໄລຍະຜ່ານ, ກົມສິ່ງແວດ ລ້ອມ ໄດ້ດໍາເນີນຂະບວນການທົບ ທວນບົດລາຍງານການປະເມີນ ຜົນກະທົບຕໍ່ສິ່ງແວດລ້ອມ ນັບແຕ່ ເດືອນມິຖຸນາ 2024 ເປັນຕົ້ນມາ ຊຶ່ງໃນເດືອນພະຈິກ ປີ 2025 ຜ່ານ ມາກົມສິ່ງແວດລ້ອມ ສົມທົບກັບ ຂະແໜງການກ່ຽວຂ້ອງຂັ້ນສູນ ກາງ, ແຂວງ, ເມືອງ ແລະ ບ້ານ ລົງຕົວຈິງພາກສະໜາມ. ຂໍ້ມູນ-ພາບ: ຂ່າວສານກະສິກຳ ໂພຊະນາການ, ສຸຂະພາບ, ສິ່ງ ແວດລ້ອມ, ຄວາມທົນທານດ້ານ ສະພາບອາກາດ ແລະ ການເຕີບໂຕ ດ້ານເສດຖະກິດ. ແຜນປະຕິບັດງານແຫ່ງຊາດ ວ່າດ້ວຍການຫັນປ່ຽນລະບົບອາ ຫານແບບຍືນຍົງໃນ ສປປ ລາວ ພັດທະນາຂຶ້ນ ໂດຍຜ່ານການປຶກ ຫາລືຮ່ວມກັບພາກສ່ວນກ່ຽວຂ້ອງ ຢ່າງຮອບດ້ານລະຫວ່າງພາກລັດ, ບັນດາອົງການຈັດຕັ້ງສາກົນແລະ ຄູ່ ຮ່ວມພັດທະນາ, ກະສິກອນ, ໄວໜຸ່ມ ແລະ ແມ່ຍິງ ເພື່ອໃຫ້ສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ 10 ກໍຄື ແຜນ ພັດທະນາ 5 ປີ ຂອງຂະແໜງການ ກະສິກໍາ ແລະ ສິ່ງແວດລ້ອມ ຊຶ່ງ ປະກອບມີ7ແຜນງານຄື: ແຜນງານ ຄ້ຳປະກັນດ້ານສະບຽງອາຫານ ແລະ ໂພຊະນາການ; ແຜນງານ ຜະລິດ ແລະ ປຸງແຕ່ງກະສິກຳ ແລະ ປ່າໄມ້ ເປັນສິນຄ້າ; ແຜນງານຄຸ້ມ ຄອງ, ປົກປັກຮັກສາ ແລະ ນຳໃຊ້ ປ່າໄມ້; ແຜນງານຈັດສັນ ແລະ ຄຸ້ມຄອງທີ່ດິນ; ແຜນງານຄຸ້ມຄອງ ຊັບພະຍາກອນນ້ຳ; ແຜນງານການ ປົກປັກຮັກສາສິິ່ງແວດລ້ອມ ແລະ ແຜນງານພັດທະນາຊົນນະບົດ-ແກ້ ໄຂຄວາມທຸກຍາກ. ລັດຖະບານກໍຄືກະຊວງກະສິກຳ ແລະ ອາສາສະໝັກໃຫ້ເຂົ້າເຖິງ ເດັກນ້ອຍຫລາຍກວ່າ 800.000 ຄົນທົ່ວປະເທດ, ລວມທັງເດັກນ້ອຍ ໃນຊຸມຊົນຫ່າງໄກສອກຫລີກ ແລະ ຊຸມຊົນທີ່ຍັງບໍ່ທັນເຂົ້າເຖິງການ ບໍລິການ. ທ່ານ ໄພວັນ ແກ້ວປະເສີດ ຮອງ ລັດຖະມົນຕີກະຊວງສາທາລະນະ ສຸກ ໄດ້ກ່າວວ່າ: ຢູ່ໃນ ສປປ ລາວ ໄດ້ຮັບການລາຍງານກໍລະນີທີ່ພົບ ເຊື້ອພະຍາດໂປລີໂອ ແລະ ພະຍາດ ໝາກແດງ ທີ່ຖືກຢັ້ງຢືນຈາກຫ້ອງ ວິເຄາະຈາກປະເທດຍີ່ປຸ່ນ ແລະ ສູນ ວິເຄາະລະບາດວິທະຍາຂອງລາວ ໃນປີ 2025 ແລະ ໄດ້ຖືກປະກາດ ເປັນປະເທດທີ່ມີການລະບາດຂອງ ພະຍາດໂປລີໂອ ແລະ ການລະບາດ ພະຍາດທີ່ກັນໄດ້ດ້ວຍວັກຊິນ ຊຶ່ງໄດ້ ເກີດຂຶ້ນໃນຫລາຍແຂວງ, ຫລາຍ ເມືອງ ໂດຍສະເພາະແມ່ນບ້ານ ຂອງເມືອງທີ່ຕິດຊາຍແດນ ແລະ ຈຳນວນບ້ານດັ່ງກ່າວ ແມ່ນອັດຕາ ການປົກຄຸມຂອງເດັກທີ່ໄດ້ຮັບວັກ ຊິນກັນພະຍາດຍັງຕໍ່າ ແລະ ຕ່ຳ ຕິດຕໍ່ກັນຫລາຍປີ, ຈຳນວນເດັກ ທີ່ບໍ່ໄດ້ຮັບວັກຊິນແມ່ນຖືກສະສົມ, ເພີ່ມຈຳນວນຂຶ້ນໃນແຕ່ລະປີເຊັ່ນ: ໃນເຂດຕົວເມືອງທີ່ມີປະຊາກອນ ຫລາຍ, ເຂດປະຊາກອນໜ້ອຍ ແລະ ເຂດເຂົ້າເຖິງຍາກ ຊຶ່ງເປັນ ສິ່ງທ້າທາຍອັນໃຫຍ່ຫລວງ ແລະ ສົ່ງຜົນກະທົບເຮັດໃຫ້ເກີດມີການ ລະບາດຂອງພະຍາດໂປລີໂອ ແລະ ພະຍາດໝາກແດງ ຫລື ພະຍາດທີ່ ສາມາດກັນໄດ້ດ້ວຍວັກຊິນ. ທັງນີ້, ກໍເພື່ອເປັນການຍົກລະດັບອັດຕາ ການໃຫ້ວັກຊິນກັນພະຍາດໂປລີ ໂອ, ພະຍາດໝາກແດງໃຫຍ່-ໝາກ ແດງນ້ອຍ ໃຫ້ສູງຂຶ້ນໃນແຕ່ລະເຂດບ້ານ ແລະ ເພື່ອຫລຸດຜ່ອນການພາດ ໂອກາດເດັກນ້ອຍທີ່ບໍ່ໄດ້ຮັບວັກຊິນ ກັນພະຍາດໃນຮອບປົກກະຕິທີ່ຜ່ານ ມາ. ດັ່ງນັ້ນ, ກະຊວງສາທາລະນະ ສຸກ ກໍຄື ສູນສຸຂະພາບແມ່ ແລະ ເດັກ ຮ່ວມກັບຄູ່ຮ່ວມພັດທະນາ ຈຶ່ງໄດ້ ຈັດຕັ້ງປະຕິບັດຂະບວນການຢອດ ວັກຊິນກັນພະຍາດ ໂປລີໂອ ແລະ ສັກວັກຊິນກັນພະຍາດໝາກແດງ ໃຫຍ່-ໝາກແດງນ້ອຍ ເພີ່ມໃຫ້ກຸ່ມ ເດັກອາຍຸລຸ່ມ 5 ປີ ໃນຂອບເຂດທົ່ວ ປະເທດ ເພື່ອຮັບປະກັນໃຫ້ເດັກນ້ອຍ ໃນກຸ່ມເປົ້າໝາຍທຸກຄົນທັງໃນຕົວ ເມືອງ ແລະ ຊົນນະບົດໄດ້ຮັບວັກ ຊິນທຸກຖ້ວນ ໂດຍບໍ່ໃຫ້ມີເດັກຄົນໃດ ພາດໂອກາດ ຊຶ່ງພັກ ແລະ ລັດຖະ ບານ ແຫ່ງ ສປປ ລາວ ໄດ້ມີຄວາມ ພະຍາຍາມເອົາໃຈໃສ່ສົ່ງເສີມ ແລະ ເອົາໃຈໃສ່ໃນການຮັກສາສຸຂະພາບ ໃຫ້ແກ່ເດັກນ້ອຍທີ່ເກີດມາທຸກຄົນ ເພື່ອໃຫ້ເຂົາເຈົ້າໄດ້ເຂົ້າເຖິງການ ສູ່ລວງເລິກ, ສ້າງທ່ວງທ່າ ແລະ ພື້ນຖ າ ນອັນໜັກແໜ້ນ ໃ ຫ້ແກ່ ການນໍາພາປະເທດຊາດ ພົ້ນຈາກ ຄວາມທຸກຍາກ-ຄວາມດ້ອຍພັດ ທະນາ ແລະ ກ້າວເດີນສູ່ຈຸດໝາຍ ສັງຄົມນິຍົມ. ກອງປະຊຸມຄັ້ງນີ້, ຍັງເປັນການ ເປີດສາກໃຫ້ແກ່ການຜັນຂະຫຍາຍ ມະຕິ XII ຂອງພັກ, ເປັນກອງປະ ຊຸມທີ່ມີລັກສະນະບຸກທະລຸ, ເປີດ ກວ້າງຈິນຕະນາການໃນການນໍາ ພາຊີ້ນໍາຜັນຂະຫຍາຍ ແລະ ຈັດຕັ້ງ ປະຕິບັດມະຕິ XII ຂອງພັກ; ສ້າງ ຄວາມຮັບຮູ້, ເຂົ້າໃຈ ແລະ ຄວາມ ເປັນເອກະພາບສູງພາຍໃນຄະນະ ບໍລິຫານງານສູນກາງພັກ ຕໍ່ແຜນ ວຽກ, ລະບອບແບບແຜນນໍາພາຊີ້ ນໍາ, ຄວາມຮັບຜິດຊອບການ ເມືອງ ຂອງຄະນະບໍລິຫານງານສູນກາງ ພັກ ແລະ ກຳມະການສູນກາງພັກ ສະໄໝທີ XII. ພ້ອມນີ້, ສະຫາຍ ເລຂາທິການໃຫຍ່ຍັງໄດ້ຮຽກຮ້ອງ ໃຫ້ບັນດາສະຫາຍທີ່ເຂົ້າຮ່ວມກອງ ປະຊຸມຄັ້ງນີ້, ຈົ່ງຍົກສູງຄວາມ ຮັບຜິດຊອບການເມືອງ, ສຸມສະຕິ ປັນຍາຄົ້ນຄວ້າ ແລະ ປະກອບຄຳ ຄິດ, ຄຳເຫັນຢ່າງມີຈຸດສຸມ, ເນັ້ນໃສ່ ການແກ້ໄຂບັນຫາ ແລະ ການຊອກ ທາງອອກທີ່ສາມາດປະຕິບັດໄດ້. ພາບ: ຂັນໄຊ ແລະ ສິ່ງແວດລ້ອມ ມີຄວາມມຸ່ງໝັ້ນ ແລະ ຕັ້ງໃຈສູງໃນການຈັດຕັ້ງປະຕິ ບັດແຜນດໍາເນີນງານແຫ່ງຊາດ ກ່ຽວກັບການຫັນປ່ຽນລະບົບອາ ຫານແບບຍືນຍົງ ແລະ ການປະ ສານສົມທົບກັນຢ່າງໃກ້ຊິດກັບບັນ ດາອົງການຈັດຕັ້ງສາກົນ ແລະ ຄູ່ ຮ່ວມພັດທະນາ ເພື່ອຫັນວິໄສທັດ ໃຫ້ກາຍເປັນຜົນໄດ້ຮັບທີ່ເຫັນໄດ້ ຕົວຈິງເປັນຕົ້ນການສ້າງລາຍຮັບທີ່ ດີຂຶ້ນສໍາລັບກະສິກອນ, ສ້າງຄວາມ ທົນທານຕໍ່ຜົນກະທົບດ້ານສະພາບ ອາກາດທີ່ເຂັ້ມແຂງກວ່າ ແລະ ສ້າງ ສິ່ງແວດລ້ອມ ທີ່ອຸດົມສົມບູນ ແລະ ຍືນຍົງສໍາລັບຄົນຮຸ່ນຕໍ່ໄປ. ບໍລິການຂັ້ນພື້ນຖານການຮັກສາສຸ ຂະພາບທີ່ຈຳເປັນ ແລະ ຖືກຕ້ອງ. ດັ່ງນັ້ນ, ສປປ ລາວ ກໍຄື ກະຊວງ ສາທາລະນະສຸກ ເຫັນວ່າມີຄວາມ ຈຳເປັນຈະຕ້ອງໄດ້ເຮັດຂະບວນ ການຢອດ ແລະ ສັກວັກຊິນໃຫ້ແກ່ ເດັກເປົ້າໝາຍລຸ່ມ 5 ປີທຸກຄົນໃນ ທົ່ວຂອບເຂດປະເທດ. ທ່ານ ໄພວັນ ແກ້ວປະເສີດ ຍັງ ກ່າວອີກວ່າ: ພິທີເປີດຂະບວນການ ຄັ້ງນີ້, ເປັນຂະບວນການທີ່ມີຄວາມ ໝາຍ, ຄວາມສຳຄັນເປັນຢ່າງຍິ່ງ ທີ່ຈະສ້າງຄວາມເຂົ້າໃຈກ່ຽວກັບ ການໃຫ້ວັກຊິນກັນພະຍາດໃຫ້ແກ່ ບັນດາທ່ານທີ່ເຂົ້າຮ່ວມໃນມື້ເປີດ ຂະບວນການ, ເພື່ອໃຫ້ບັນດາທ່ານ ນໍາເອົາຂໍ້ມູນຂ່າວສານເຫລົ່ານີ້ໄປ ເຜີຍແຜ່ໃຫ້ແກ່ສັງຄົມ, ອໍານາດການ ປົກຄອງລວມທັງຜູ້ປົກຄອງເດັກ ໃຫ້ມີຄວາມເຂົ້າໃຈຂໍ້ມູນພື້ນຖານ ກ່ຽວກັບວັກຊິນກັນພະຍາດໂປລິໂອ ແລະ ກັນພະຍາດໝາກແດງໃຫຍ່- ໝາກແດງນ້ອຍໃຫ້ແຜ່ຫລາຍ ຊຶ່ງ ຂະບວນການໃຫ້ວັກຊິນກັນພະຍາດ ແຫ່ງຊາດ ຢອດ ແລະ ໃຫ້ວັກຊິນກັນ ພະຍາດໄດ້ເລີ່ມຈັດຕັ້ງປະຕິບັດໃນ ຂອບເຂດທົ່ວປະເທດໃນລະຫວ່າງ ວັນທີ 3-12 ມີນາ 2026 ແມ່ນໃຫ້ ສໍາເລັດໃນຂອບເຂດທົ່ວປະເທດ. ທ່ານ ບິລາລ ອູແຣງ ເຊັບ ດູຣານີ ຜູ້ຕາງໜ້າອົງການອຸຍນີເຊັບ ປະຈໍາ ສປປ ລາວ ໄດ້ກ່າວວ່າ: ວັກຊິນ ສາມາດຊ່ວຍຊີວິດຄົນໄດ້, ແຕ່ ຄວາມຊຶ່ສັດຕໍ່ໜ້າທີ່ຂອງບຸກຄະ ລາກອນການແພດ ແລະ ຄວາມ ເຊື່ອໝັ້ນຂອງປະຊາຊົນຕໍ່ການສັກ ຢາປ້ອງກັນພະຍາດນັ້ນ ເຮັດໃຫ້ ພວກເຮົາສາມາດປະສົບຜົນສໍາເລັດ ໄດ້. ອົງການອຸຍນີເຊັບ ມີຄວາມ ພາກພູມໃຈໃນການສະໜັບສະໜູນ ສປປ ລາວ ໃນການເຂົ້າເຖິງເດັກ ນ້ອຍທຸກໆຄົນ ໂດຍສະເພາະເດັກ ນ້ອຍທີ່ຢູ່ຫ່າງໄກຊອກຫລີກ ແລະ ມີ ຄວາມສ່ຽງທີ່ສຸດ. ໃນໄວໆນີ້ ໜ່ວຍ ງານແພດ ແລະ ອາສາສະໝັກ ຫລາຍກວ່າພັນຄົນຈະເດີນທາງໄປ ບັນດາບ້ານ, ໂຮງຮຽນ ແລະ ຊຸມຊົນ ຕ່າງໆທົ່ວປະເທດ ເພື່ອຮັບປະກັນ ວ່າເດັກທຸກໆຄົນໄດ້ຮັບວັກຊິນກັນ ພະຍາດໂປລິໂອ. ຂ່າວ-ພາບ: ສົມຫວັງ ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ( ຂວາ )

RkJQdWJsaXNoZXIy MTc3MTYxMQ==